ພາກທີ 6
ການເປີດເຜີຍທີ່ມອບໃຫ້ແກ່ ໂຈເຊັບ ສະມິດ ຜູ້ເປັນສາດສະດາ ແລະ ອໍລີເວີ ຄາວເດີຣີ, ທີ່ເມືອງຮາມໂມນີ ລັດເພັນໂຊເວເນຍ, ເດືອນເມສາ 1829. ອໍລີເວີ ຄາວເດີຣີ ໄດ້ເລີ່ມຕົ້ນວຽກງານຂອງລາວໃນການເປັນຜູ້ຂຽນການແປຂອງພຣະຄຳພີມໍມອນ, ວັນທີ 7 ເດືອນເມສາ 1829. ລາວໄດ້ຮັບການສະແດງໃຫ້ປະຈັກຈາກສະຫວັນເຖິງຄວາມຈິງຂອງປະຈັກພະຍານຂອງ ສາດສະດາກ່ຽວກັບແຜ່ນຈາລຶກ ຊຶ່ງເທິງນັ້ນພຣະຄຳພີມໍມອນຖືກບັນທຶກໄວ້. ສາດສະດາໄດ້ທູນຖາມ ພຣະຜູ້ເປັນເຈົ້າຜ່ານອຸລີມ ແລະ ທຸມມີມ ແລະ ໄດ້ຮັບຄຳຕອບນີ້.
1–6, ຜູ້ທຳງານຢູ່ໃນທົ່ງຂອງພຣະຜູ້ເປັນເຈົ້າຈະໄດ້ຮັບຄວາມລອດ; 7–13, ບໍ່ມີຂອງປະທານໃດທີ່ຍິ່ງໃຫຍ່ໄປກວ່າຂອງປະທານແຫ່ງຄວາມລອດ; 14–27, ການເປັນພະຍານເຖິງຄວາມຈິງມາເຖິງໂດຍ ອຳນາດຂອງພຣະວິນຍານ; 28–37, ຈົ່ງເບິ່ງທີ່ພຣະຄຣິດ, ແລະ ເຮັດຄວາມດີເລື້ອຍໄປ.
1 ກວຽກງານອັນຍິ່ງໃຫຍ່ ແລະ ໜ້າອັດສະຈັນພວມຈະອອກມາສູ່ລູກຫລານມະນຸດ.
2 ຈົ່ງເບິ່ງ, ເຮົາຄືພຣະເຈົ້າ; ຈົ່ງເອົາໃຈໃສ່ຕໍ່ ກຄຳຂອງເຮົາ, ຊຶ່ງມີຊີວິດ ແລະ ມີພະລັງ, ຂແຫລມຄົມຫລາຍກວ່າດາບສອງຄົມ, ຊຶ່ງຈະແຍກທັງຂໍ້ຕໍ່ ແລະ ໄຂໃນກະດູກອອກຈາກກັນ; ສະນັ້ນຈົ່ງເອົາໃຈໃສ່ຕໍ່ຄຳຂອງເຮົາ.
3 ຈົ່ງເບິ່ງ, ກທົ່ງກໍຂາວພ້ອມແລ້ວທີ່ຈະເກັບກ່ຽວ; ສະນັ້ນ, ຜູ້ໃດພ້ອມແລ້ວທີ່ຈະເກັບກ່ຽວ, ກໍໃຫ້ເຂົາເດ່ກ່ຽວຂອງເຂົາອອກໄປດ້ວຍສຸດພະລັງຂອງເຂົາ, ແລະ ເກັບກ່ຽວໃນຂະນະທີ່ຍັງເວັນຢູ່, ເພື່ອເຂົາຈະໄດ້ສະສົມຄວາມລອດອັນເປັນນິດໄວ້ໃຫ້ແກ່ຈິດວິນຍານຂອງເຂົາໃນອານາຈັກຂອງພຣະເຈົ້າ.
4 ແທ້ຈິງແລ້ວ, ຄົນໃດກໍຕາມທີ່ຈະ ກເດ່ກ່ຽວຂອງຕົນອອກໄປ ແລະ ເກັບກ່ຽວ, ຄົນໆນັ້ນແມ່ນຖືກເອີ້ນ ຈາກພຣະເຈົ້າ.
5 ສະນັ້ນ, ຖ້າຫາກເຈົ້າ ກໝັ່ນຂໍຈາກເຮົາ ເຈົ້າກໍຈະໄດ້ຮັບ; ຖ້າເຈົ້າໝັ່ນເຄາະ ແລ້ວຈະມີຜູ້ໄຂປະຕູໃຫ້ເຈົ້າ.
6 ບັດນີ້, ດັ່ງທີ່ເຈົ້າໄດ້ຂໍ, ຈົ່ງເບິ່ງ, ເຮົາກ່າວກັບເຈົ້າວ່າ ຈົ່ງຮັກສາບັນຍັດຂອງເຮົາ, ແລະ ກສະແຫວງຫາ ທີ່ຈະນຳ ແລະ ສະຖາປະນາອຸດົມການຂອງ ຂຊີໂອນ;
7 ກຢ່າສະແຫວງຫາ ຂຄວາມຮັ່ງມີ ແຕ່ຈົ່ງສະແຫວງຫາ ຄປັນຍາ, ແລະ ຈົ່ງເບິ່ງ, ງຄວາມລຶກລັບຂອງພຣະເຈົ້າ ຈະເປີດອອກແກ່ເຈົ້າ, ແລະ ຈາກນັ້ນຈະເຮັດໃຫ້ເຈົ້າຮັ່ງມີ. ຈົ່ງເບິ່ງ, ຄົນທີ່ມີ ຈຊີວິດນິລັນດອນເປັນຄົນຮັ່ງມີ.
8 ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບເຈົ້າ, ແມ່ນແຕ່ເຈົ້າປາດຖະໜາຈາກເຮົາສັນໃດ ມັນຈະເປັນໄປກັບເຈົ້າສັນນັ້ນ; ແລະ ຖ້າຫາກເຈົ້າປາດຖະໜາ, ເຈົ້າຈະເປັນທາງແຫ່ງການເຮັດຄວາມດີຢ່າງຫລວງຫລາຍໃນຄົນລຸ້ນນີ້.
9 ຢ່າກ່າວສິ່ງໃດນອກຈາກ ກການກັບໃຈແກ່ຄົນລຸ້ນນີ້; ຈົ່ງຮັກສາບັນຍັດຂອງເຮົາ, ແລະ ຊ່ວຍນຳ ວຽກງານຂອງເຮົາອອກມາ, ຕາມບັນຍັດຂອງເຮົາ, ແລະ ເຈົ້າຈະໄດ້ຮັບພອນ.
10 ຈົ່ງເບິ່ງ ເຈົ້າມີຂອງປະທານ, ແລະ ເຈົ້າເປັນສຸກແລ້ວ ເພາະຂອງປະທານຂອງເຈົ້າ. ຈົ່ງຈື່ຈຳໄວ້ວ່າ ມັນ ກສັກສິດ ແລະ ມາຈາກເບື້ອງເທິງ—
11 ແລະ ຖ້າຫາກເຈົ້າຈະ ກທູນຖາມ, ເຈົ້າຈະຮູ້ ຂຄວາມລຶກລັບ ຊຶ່ງຍິ່ງໃຫຍ່ ແລະ ໜ້າອັດສະຈັນ; ສະນັ້ນ ເຈົ້າຈະໃຊ້ຂອງ ຄປະທານຂອງເຈົ້າ, ເພື່ອເຈົ້າຈະພົບຄວາມລຶກລັບ, ເພື່ອເຈົ້າຈະນຳຫລາຍຄົນມາສູ່ຄວາມຮູ້ ເລື່ອງຄວາມຈິງ, ແທ້ຈິງແລ້ວ, ເຮັດໃຫ້ເຂົາ ງຍອມຮັບຄວາມຜິດຂອງວິທີທາງຂອງເຂົາ.
12 ຢ່າບອກໃຫ້ຜູ້ໃດຮູ້ກ່ຽວກັບຂອງປະທານຂອງເຈົ້າ ຍົກເວັ້ນແຕ່ຜູ້ທີ່ມີຄວາມເຊື່ອດຽວກັນກັບເຈົ້າ. ຢ່າເຮັດຫລິ້ນໆກັບສິ່ງທີ່ ກສັກສິດ.
13 ຖ້າເຈົ້າເຮັດຄວາມດີ, ແທ້ຈິງແລ້ວ, ແລະ ກຍຶດໝັ້ນໃນ ຂຄວາມຊື່ສັດຈົນເຖິງ ຄທີ່ສຸດ, ແລ້ວເຈົ້າຈະໄດ້ຮັບຄວາມລອດໃນອານາຈັກຂອງພຣະເຈົ້າ, ຊຶ່ງເປັນຂອງປະທານອັນຍິ່ງໃຫຍ່ທີ່ສຸດໃນຂອງປະທານທັງໝົດຂອງພຣະເຈົ້າ; ເພາະບໍ່ມີຂອງປະທານໃດທີ່ຍິ່ງໃຫຍ່ໄປກວ່າຂອງປະທານແຫ່ງ ງຄວາມລອດ.
14 ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບເຈົ້າ, ເຈົ້າເປັນສຸກແລ້ວເພາະສິ່ງທີ່ເຈົ້າໄດ້ເຮັດ; ເພາະເຈົ້າໄດ້ ກທູນຖາມເຮົາ, ແລະ ຈົ່ງເບິ່ງ, ສ່ວນຫລາຍເມື່ອເຈົ້າທູນຖາມເຮົາ ເຈົ້າກໍໄດ້ຮັບຄຳແນະນຳ ຈາກພຣະວິນຍານຂອງເຮົາ. ຖ້າຫາກບໍ່ເປັນເຊັ່ນນັ້ນ, ເຈົ້າຄົງບໍ່ໄດ້ມາຫາບ່ອນທີ່ເຈົ້າໄດ້ຢູ່ໃນຕອນນີ້ເລີຍ.
15 ຈົ່ງເບິ່ງ, ເຈົ້າຮູ້ວ່າເຈົ້າໄດ້ທູນຖາມເຮົາ ແລະ ເຮົາກໍໄດ້ໃຫ້ຄວາມສະຫວ່າງແກ່ ກຈິດໃຈຂອງເຈົ້າ; ແລະ ບັດນີ້ ເຮົາບອກສິ່ງເຫລົ່ານີ້ແກ່ເຈົ້າ ເພື່ອວ່າເຈົ້າຈະຮູ້ວ່າ ເຈົ້າໄດ້ຮັບຄວາມສະຫວ່າງໂດຍພຣະວິນຍານ ແຫ່ງຄວາມຈິງ;
16 ແທ້ຈິງແລ້ວ, ເຮົາບອກເຈົ້າວ່າ ບໍ່ມີຄົນໃດເລີຍນອກຈາກພຣະເຈົ້າທີ່ ກຮູ້ຈັກຄວາມນຶກຄິດຂອງເຈົ້າ ແລະ ຄວາມເຈດຕະນາຂອງ ຂໃຈເຈົ້າ.
17 ເຮົາບອກສິ່ງເຫລົ່ານີ້ເພື່ອເປັນພະຍານແກ່ເຈົ້າ—ວ່າຖ້ອຍຄຳ ຫລື ວຽກງານ ຊຶ່ງເຈົ້າພວມຂຽນຢູ່ຕອນນີ້ເປັນ ກຄວາມຈິງ.
18 ສະນັ້ນຈົ່ງ ກພາກພຽນ; ຂຢືນຄຽງຂ້າງໂຈເຊັບຜູ້ຮັບໃຊ້ຂອງເຮົາຢ່າງຊື່ສັດ, ໃນສະຖານະການຫຍຸ້ງຍາກໃດໆກໍຕາມທີ່ລາວຈະຢູ່ ເພື່ອເຫັນແກ່ພຣະຄຳ.
19 ໃຫ້ຕັກເຕືອນລາວໃນຄວາມຜິດຂອງລາວ, ແລະ ໃຫ້ຮັບການຕັກເຕືອນຈາກລາວນຳອີກ. ຈົ່ງອົດທົນ; ຈົ່ງມີສະຕິ; ຈົ່ງຢັບຢັ້ງຕົນ; ໃຫ້ມີຄວາມອົດທົນ, ສັດທາ, ຄວາມຫວັງ, ແລະ ຄວາມໃຈບຸນ.
20 ຈົ່ງເບິ່ງ, ເຈົ້າຄືອໍລີເວີ, ແລະ ເຮົາໄດ້ກ່າວກັບເຈົ້າເພາະຄວາມປາດຖະໜາຂອງເຈົ້າ; ສະນັ້ນ ຈົ່ງ ກສະສົມຄຳເຫລົ່ານີ້ໄວ້ໃນໃຈຂອງເຈົ້າ. ຈົ່ງຊື່ສັດ ແລະ ພາກພຽນໃນການຮັກສາພຣະບັນຍັດຂອງພຣະເຈົ້າ, ແລະ ເຮົາຈະອ້ອມເຈົ້າໄວ້ໃນອ້ອມແຂນແຫ່ງຄວາມຮັກຂອງເຮົາ.
21 ຈົ່ງເບິ່ງ, ເຮົາຄືພຣະເຢຊູຄຣິດ, ກພຣະບຸດຂອງພຣະເຈົ້າ. ເຮົາຄືຜູ້ດຽວກັນນັ້ນທີ່ໄດ້ມາຫາຜູ້ຄົນຂອງເຮົາ, ແລະ ຜູ້ຄົນ ຂຂອງເຮົາເອງບໍ່ໄດ້ຮັບເອົາເຮົາ. ເຮົາເປັນ ຄຄວາມສະຫວ່າງຊຶ່ງສ່ອງແສງຢູ່ໃນ ງຄວາມມືດ, ແລະ ຄວາມມືດບໍ່ເຂົ້າໃຈມັນເລີຍ.
22 ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບເຈົ້າ, ຖ້າເຈົ້າປາດຖະໜາການເປັນພະຍານຕື່ມອີກ, ໃຫ້ເຈົ້ານຶກເຖິງຄືນທີ່ເຈົ້າໄດ້ເອີ້ນຫາເຮົາຢູ່ໃນໃຈຂອງເຈົ້າ, ເພື່ອວ່າເຈົ້າຈະ ກຮູ້ກ່ຽວກັບຄວາມຈິງຂອງສິ່ງເຫລົ່ານີ້.
23 ເຮົາບໍ່ໄດ້ກ່າວໃຫ້ ກຄວາມສະຫງົບແກ່ຈິດໃຈຂອງເຈົ້າບໍກ່ຽວກັບເລື່ອງນີ້? ເຈົ້າຈະມີ ຂພະຍານໃດທີ່ຍິ່ງໃຫຍ່ໄປກວ່າພະຍານຈາກພຣະເຈົ້າ?
24 ແລະ ບັດນີ້, ຈົ່ງເບິ່ງ, ເຈົ້າໄດ້ຮັບການເປັນພະຍານແລ້ວ; ເພາະຖ້າຫາກເຮົາໄດ້ບອກເຈົ້າໃຫ້ຮູ້ສິ່ງທີ່ມະນຸດຄົນອື່ນບໍ່ຮູ້ ເຈົ້າກໍໄດ້ຮັບການເປັນພະຍານບໍ່ແມ່ນບໍ?
25 ແລະ, ຈົ່ງເບິ່ງ, ເຮົາໄດ້ມອບຂອງປະທານໃຫ້ແກ່ເຈົ້າ, ຖ້າເຈົ້າປາດຖະໜາຈາກເຮົາ, ເພື່ອ ກແປ, ແມ່ນແຕ່ຄືກັນກັບຜູ້ຮັບໃຊ້ຂອງເຮົາ ໂຈເຊັບ.
26 ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບເຈົ້າ, ວ່າມີ ກບັນທຶກທີ່ບັນຈຸພຣະກິດຕິຄຸນຂອງເຮົາຢ່າງຫລວງຫລາຍ, ຊຶ່ງຖືກຮັກສາໄວ້ ເພາະ ຂຄວາມຊົ່ວຮ້າຍຂອງຜູ້ຄົນ;
27 ແລະ ບັດນີ້ ເຮົາບັນຊາເຈົ້າ, ວ່າຖ້າເຈົ້າມີຄວາມປາດຖະໜາດີ—ຄວາມປາດຖະໜາທີ່ຈະສະສົມຊັບສິນໄວ້ໃຫ້ຕົນຢູ່ໃນສະຫວັນ—ແລ້ວເຈົ້າຈະຊ່ວຍເຫລືອໃນການນຳ ກພຣະຄຳພີສ່ວນຕ່າງໆຂອງເຮົາອອກມາສູ່ຄວາມສະຫວ່າງ ຊຶ່ງຖືກເຊື່ອງຊ້ອນໄວ້ເພາະຄວາມຊົ່ວຮ້າຍ, ໂດຍຂອງປະທານຂອງເຈົ້າ.
28 ແລະ ບັດນີ້, ຈົ່ງເບິ່ງ, ເຮົາມອບຂໍກະແຈແຫ່ງຂອງປະທານນີ້ໃຫ້ແກ່ເຈົ້າ, ແລະ ໃຫ້ແກ່ໂຈເຊັບຜູ້ຮັບໃຊ້ຂອງເຮົາຄືກັນ, ຊຶ່ງຈະນຳການປະຕິບັດສາດສະໜາກິດອອກມາສູ່ຄວາມສະຫວ່າງ; ແລະ ດ້ວຍປາກຂອງ ກພະຍານສອງ ຫລື ສາມຄົນ ທຸກໆຄຳຈະຖືກສະຖາປະນາ.
29 ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບເຈົ້າ, ຖ້າເຂົາປະຕິເສດຄຳຂອງເຮົາ, ແລະ ພາກສ່ວນນີ້ຂອງພຣະກິດຕິຄຸນ ແລະ ສາດສະໜາກິດຂອງເຮົາ, ເຈົ້າຍ່ອມເປັນສຸກ, ເພາະເຂົາບໍ່ສາມາດເຮັດກັບເຈົ້າຫລາຍໄປກວ່າທີ່ເຂົາສາມາດເຮັດກັບເຮົາ.
30 ແລະ ແມ່ນແຕ່ຖ້າເຂົາ ກເຮັດກັບເຈົ້າ ດັ່ງທີ່ເຂົາໄດ້ເຮັດກັບເຮົາ, ເຈົ້າຍ່ອມເປັນສຸກ, ເພາະເຈົ້າຈະໄດ້ ຂຢູ່ນຳເຮົາໃນ ຄລັດສະໝີພາບ.
31 ແຕ່ຖ້າຫາກເຂົາບໍ່ ກປະຕິເສດຄຳຂອງເຮົາ, ຊຶ່ງຈະຖືກສະຖາປະນາໄວ້ໂດຍ ຂປະຈັກພະຍານທີ່ຈະໃຫ້ໄວ້, ເຂົາຍ່ອມເປັນສຸກ, ແລະ ເມື່ອນັ້ນ ເຈົ້າຈະມີຄວາມຊື່ນຊົມໃນຜົນງານຂອງເຈົ້າ.
32 ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບເຈົ້າ, ດັ່ງທີ່ເຮົາໄດ້ກ່າວກັບສານຸສິດຂອງເຮົາ, ບ່ອນໃດທີ່ສອງ ຫລື ສາມຄົນມາ ກເຕົ້າໂຮມກັນ ໃນນາມຂອງເຮົາ, ບໍ່ວ່າຈະກ່ຽວກັບເລື່ອງໃດ, ຈົ່ງເບິ່ງ, ເຮົາຈະຢູ່ບ່ອນນັ້ນໃນ ຂທ່າມກາງພວກເຂົາ—ແມ່ນແຕ່ເຮົາຈະຢູ່ໃນທ່າມກາງເຈົ້າເຊັ່ນນັ້ນເໝືອນກັນ.
33 ກຢ່າຢ້ານກົວທີ່ຈະເຮັດຄວາມດີ, ບຸດຂອງເຮົາ, ເພາະເຈົ້າ ຂຫວ່ານສິ່ງໃດ, ເຈົ້າກໍຈະເກັບກ່ຽວສິ່ງດຽວກັນນັ້ນ; ສະນັ້ນ, ຖ້າຫາກເຈົ້າຫວ່ານຄວາມດີ ເຈົ້າກໍຈະເກັບກ່ຽວຄວາມດີເປັນລາງວັນຂອງເຈົ້າ.
34 ສະນັ້ນ, ຢ່າຢ້ານກົວ, ຝູງແກະນ້ອຍເອີຍ; ຈົ່ງເຮັດຄວາມດີ; ໃຫ້ແຜ່ນດິນໂລກ ແລະ ນະລົກລວມກັນຕໍ່ຕ້ານເຈົ້າ, ແຕ່ຖ້າຫາກເຈົ້າຖືກສ້າງຂຶ້ນເທິງ ກດານຫີນຂອງເຮົາ, ແລ້ວມັນຈະເອົາຊະນະເຈົ້າບໍ່ໄດ້.
35 ຈົ່ງເບິ່ງ, ເຮົາບໍ່ໄດ້ກ່າວໂທດເຈົ້າ; ຈົ່ງໄປຕາມທາງຂອງເຈົ້າ ແລະ ຢ່າເຮັດ ກບາບອີກຕໍ່ໄປ; ຈົ່ງປະຕິບັດວຽກງານທີ່ເຮົາໄດ້ບັນຊາເຈົ້າດ້ວຍຄວາມມີສະຕິ.
36 ຈົ່ງ ກເບິ່ງທີ່ເຮົາໃນຄວາມນຶກຄິດທຸກຢ່າງ; ຢ່າສົງໄສ, ຢ່າສູ່ຢ້ານ.
37 ກຈົ່ງເບິ່ງຮອຍແຜທີ່ຖືກແທງຢູ່ຂ້າງຂອງເຮົາ, ແລະ ຮອຍ ຂຕະປູຢູ່ໃນມື ແລະ ຕີນຂອງເຮົານຳອີກ; ຈົ່ງຊື່ສັດ, ຈົ່ງຮັກສາບັນຍັດຂອງເຮົາ, ແລະ ເຈົ້າຈະ ຄໄດ້ຮັບ ງອານາຈັກສະຫວັນເປັນມູນມໍລະດົກ. ອາແມນ.