ພາກທີ 103
ການເປີດເຜີຍທີ່ມອບໃຫ້ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາ, ທີ່ເມືອງເຄີດແລນ, ລັດໂອໄຮໂອ, ວັນທີ 24 ເດືອນກຸມພາ, 1834. ການເປີດເຜີຍນີ້ໄດ້ຮັບຫລັງຈາກພາລີ ພີ ພະແຣັດ ແລະ ໄລມັນ ໄວ້ ໄດ້ມາເຖິງເມືອງເຄີດແລນ, ລັດໂອໄຮໂອ, ຜູ້ທີ່ໄດ້ມາຈາກລັດມີເຊີຣີເພື່ອປຶກສາຫາລືກັບສາດສະດາກ່ຽວກັບການສົງເຄາະ ແລະ ການສົ່ງໄພ່ພົນຂອງພຣະເຈົ້າກັບຄືນສູ່ແຜ່ນດິນຂອງເຂົາເຈົ້າໃນເຂດແຈ໊ກສັນ.
1–4, ດ້ວຍເຫດໃດພຣະຜູ້ເປັນເຈົ້າຈຶ່ງອະນຸຍາດໃຫ້ໄພ່ພົນຂອງພຣະເຈົ້າໃນເຂດແຈ໊ກສັນຖືກຂົ່ມເຫັງ; 5–10, ໄພ່ພົນຂອງພຣະເຈົ້າຈະຊະນະຖ້າຫາກພວກເຂົາຮັກສາພຣະບັນຍັດ; 11–20, ການໄຖ່ຊີໂອນຈະມາເຖິງໂດຍອຳນາດ, ແລະ ພຣະຜູ້ເປັນເຈົ້າຈະເດີນອອກໜ້າຜູ້ຄົນຂອງພຣະອົງ; 21–28, ໄພ່ພົນຂອງພຣະເຈົ້າຕ້ອງໄປເຕົ້າໂຮມກັນໃນຊີໂອນ, ແລະ ຄົນທີ່ມອບຊີວິດຂອງຕົນ ຈະພົບມັນອີກ; 29–40, ອ້າຍນ້ອງຫລາຍຄົນໄດ້ຖືກເອີ້ນໃຫ້ຈັດຕັ້ງຄ້າຍຊີໂອນຂຶ້ນ ແລະ ໃຫ້ໄປຫາຊີໂອນ; ພວກເຂົາຖືກສັນຍາວ່າ ພວກເຂົາຈະໄດ້ຮັບໄຊຊະນະຖ້າຫາກພວກເຂົາຊື່ສັດ.
1 ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າ, ເພື່ອນຂອງເຮົາ, ຈົ່ງເບິ່ງ, ເຮົາຈະມອບການເປີດເຜີຍ ແລະ ບັນຍັດຂໍ້ໜຶ່ງໃຫ້ແກ່ພວກເຈົ້າ, ເພື່ອວ່າພວກເຈົ້າຈະຮູ້ວິທີທີ່ຈະ ກປະຕິບັດຕົນໃນການເຮັດໜ້າທີ່ຂອງ ພວກເຈົ້າກ່ຽວກັບຄວາມລອດ ແລະ ຂການໄຖ່ອ້າຍເອື້ອຍນ້ອງຂອງພວກເຈົ້າ, ຜູ້ທີ່ຖືກເຮັດໃຫ້ກະຈັດກະຈາຍໄປໃນແຜ່ນດິນຊີໂອນ;
2 ໂດຍຖືກ ກຂັບໄລ່ ແລະ ຖືກຕີໂດຍມືຂອງສັດຕູຂອງເຮົາ, ຜູ້ຊຶ່ງເຮົາຈະຖອກເທພຣະພິໂລດຂອງເຮົາລົງມາເທິງພວກເຂົາຢ່າງປະເມີນບໍ່ໄດ້ໃນເວລາຂອງເຮົາເອງ.
3 ເພາະເຮົາໄດ້ຍອມໃຫ້ພວກເຂົາໄດ້ຮັບທຸກທໍລະມານຈົນເຖິງເວລານີ້, ເພື່ອວ່າພວກເຂົາຈະໄດ້ ກເຕີມຄວາມຊົ່ວຮ້າຍຂອງພວກເຂົາໃຫ້ເຕັມ, ຈົນວ່າຈອກຂອງພວກເຂົາເຕັມປ່ຽມ;
4 ແລະ ວ່າຄົນທີ່ເອີ້ນຕົນເອງຕາມນາມຂອງເຮົາຈະຖືກຕີສອນຊົ່ວໄລຍະໜຶ່ງ ດ້ວຍ ກການຕີສອນທີ່ສາຫັດ ແລະ ຮ້າຍແຮງ, ເພາະພວກເຂົາບໍ່ໄດ້ ຂເຊື່ອຟັງກົດ ແລະ ບັນຍັດທັງໝົດ ຊຶ່ງເຮົາໄດ້ມອບໃຫ້ແກ່ພວກເຂົາ.
5 ແຕ່ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ເຮົາໄດ້ອອກຄຳສັ່ງ ຊຶ່ງຜູ້ຄົນຂອງເຮົາຈະຕ້ອງຮູ້, ຕາບໃດທີ່ພວກເຂົາຈະເຊື່ອຟັງນັບແຕ່ຊົ່ວໂມງນີ້ໄປຕໍ່ ກຄຳແນະນຳຊຶ່ງເຮົາ, ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ, ຈະມອບໃຫ້ແກ່ພວກເຂົາ.
6 ຈົ່ງເບິ່ງ ເພາະເຮົາໄດ້ອອກຄຳສັ່ງ, ພວກເຂົາຈະເລີ່ມຕົ້ນເອົາຊະນະສັດຕູຂອງພວກເຂົານັບແຕ່ຊົ່ວໂມງນີ້ແລ້ວ.
7 ແລະ ໂດຍ ກການເຊື່ອຟັງທີ່ຈະຍຶດຖືຖ້ອຍຄຳທັງປວງຊຶ່ງເຮົາ, ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ, ຈະກ່າວກັບພວກເຂົາ, ພວກເຂົາຈະບໍ່ມີວັນຢຸດຊະນະ ຈົນກວ່າ ຂອານາຈັກທັງຫລາຍຂອງໂລກຈະຖືກປາບຢູ່ໃຕ້ຕີນຂອງເຮົາ, ແລະ ແຜ່ນດິນໂລກຖືກ ຄມອບໃຫ້ແກ່ ງໄພ່ພົນຂອງພຣະເຈົ້າ, ເພື່ອ ຈປົກຄອງມັນຕະຫລອດການ ແລະ ຕະຫລອດໄປ.
8 ແຕ່ຕາບໃດທີ່ພວກເຂົາບໍ່ ກຮັກສາບັນຍັດຂອງເຮົາ, ແລະ ບໍ່ເຊື່ອຟັງທີ່ຈະຍຶດຖືຖ້ອຍຄຳຂອງເຮົາທັງໝົດ, ແລ້ວອານາຈັກທັງຫລາຍຂອງໂລກຈະເອົາຊະນະພວກເຂົາ.
9 ເພາະພວກເຂົາໄດ້ຖືກຕັ້ງໄວ້ເພື່ອເປັນ ກຄວາມສະຫວ່າງໃຫ້ແກ່ໂລກ, ແລະ ເພື່ອເປັນຜູ້ຊ່ວຍໃຫ້ລອດ ຂອງມະນຸດ;
10 ແລະ ຕາບໃດທີ່ພວກເຂົາບໍ່ໄດ້ເປັນຜູ້ຊ່ວຍໃຫ້ລອດຂອງມະນຸດ, ພວກເຂົາກໍຄືກັນກັບ ກເກືອທີ່ໝົດລົດເຄັມຂອງມັນ, ແລະ ຕໍ່ຈາກນັ້ນໄປມັນກໍຈະບໍ່ມີປະໂຫຍດອັນໃດເລີຍ ແຕ່ຈະຖືກໂຍນຖິ້ມໃຫ້ຄົນຢຽບຍ່ຳເທົ່ານັ້ນ.
11 ແຕ່ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ເຮົາໄດ້ອອກຄຳສັ່ງວ່າ ອ້າຍເອື້ອຍນ້ອງຂອງພວກເຈົ້າຜູ້ໄດ້ຖືກເຮັດໃຫ້ກະຈັດກະຈາຍໄປ ຈະໄດ້ກັບຄືນສູ່ ກແຜ່ນດິນມູນມໍລະດົກຂອງພວກເຂົາ, ແລະ ຈະສ້າງແຜ່ນດິນທີ່ຮົກຮ້າງຂອງຊີໂອນຂຶ້ນໃໝ່.
12 ເພາະຫລັງຈາກ ກຄວາມທຸກຍາກລຳບາກຢ່າງຫລວງຫລາຍ, ດັ່ງທີ່ເຮົາໄດ້ກ່າວກັບພວກເຈົ້າໃນບັນຍັດຂໍ້ກ່ອນນັ້ນ, ພອນຈະມາເຖິງ.
13 ຈົ່ງເບິ່ງ, ນີ້ຄືພອນຊຶ່ງເຮົາໄດ້ສັນຍາຫລັງຈາກຄວາມທຸກຍາກລຳບາກຂອງພວກເຈົ້າ, ແລະ ຄວາມທຸກຍາກລຳບາກຂອງອ້າຍເອື້ອຍນ້ອງຂອງພວກເຈົ້າ—ການໄຖ່ຂອງພວກເຈົ້າ, ແລະ ການໄຖ່ຂອງອ້າຍເອື້ອຍນ້ອງຂອງພວກເຈົ້າ, ແມ່ນແຕ່ການກັບຄືນໄປສູ່ແຜ່ນດິນຊີໂອນຂອງພວກເຂົາ, ເພື່ອຖືກຈັດຕັ້ງຂຶ້ນ, ບໍ່ຖືກໂຄ່ນລົງອີກຕໍ່ໄປ.
14 ເຖິງຢ່າງໃດກໍຕາມ, ຖ້າຫາກພວກເຂົາເຮັດໃຫ້ມູນມໍລະດົກຂອງພວກເຂົາເປິເປື້ອນ ພວກເຂົາຈະຖືກໂຄ່ນລົງ; ເພາະເຮົາຈະບໍ່ໄວ້ຊີວິດພວກເຂົາ ຖ້າຫາກພວກເຂົາເຮັດໃຫ້ມູນມໍລະດົກຂອງພວກເຂົາເປິເປື້ອນ.
15 ຈົ່ງເບິ່ງ, ເຮົາກ່າວກັບພວກເຈົ້າວ່າ ການໄຖ່ຊີໂອນຕ້ອງມາເຖິງໂດຍອຳນາດ;
16 ສະນັ້ນ, ເຮົາຈະຍົກຄົນໜຶ່ງຂຶ້ນໃຫ້ແກ່ຜູ້ຄົນຂອງເຮົາ, ຜູ້ຈະນຳພາພວກເຂົາເໝືອນດັ່ງ ກໂມເຊໄດ້ນຳພາລູກຫລານຂອງອິດສະຣາເອນ.
17 ເພາະພວກເຈົ້າເປັນລູກຫລານຂອງອິດສະຣາເອນ, ແລະ ເປັນ ກເຊື້ອສາຍຂອງອັບຣາຮາມ, ແລະ ພວກເຈົ້າຈຳເປັນຕ້ອງຖືກພາອອກຈາກຄວາມເປັນທາດໂດຍອຳນາດ, ແລະ ດ້ວຍແຂນທີ່ເດ່ອອກມາ.
18 ແລະ ເໝືອນດັ່ງທີ່ບັນພະບຸລຸດຂອງພວກເຈົ້າໄດ້ຖືກພາອອກມາໃນເທື່ອທຳອິດນັ້ນ, ແມ່ນແຕ່ການໄຖ່ຊີໂອນຈະເປັນເຊັ່ນນັ້ນເໝືອນກັນ.
19 ສະນັ້ນ, ຢ່າທໍ້ຖອຍໃຈເລີຍ, ເພາະເຮົາບໍ່ໄດ້ກ່າວກັບພວກເຈົ້າດັ່ງທີ່ເຮົາໄດ້ກ່າວກັບບັນພະບຸລຸດຂອງພວກເຈົ້າວ່າ: ກທູດຂອງເຮົາຈະອອກໜ້າພວກເຈົ້າ, ແຕ່ບໍ່ແມ່ນ ຂການປະທັບຢູ່ຂອງເຮົາ.
20 ແຕ່ ເຮົາກ່າວກັບພວກເຈົ້າວ່າ: ກທູດຂອງເຮົາຈະອອກໜ້າພວກເຈົ້າ, ແລະ ການປະທັບຢູ່ຂອງເຮົາຄືກັນ, ແລະ ໃນທີ່ສຸດພວກເຈົ້າຈະໄດ້ ຂຄອບຄອງແຜ່ນດິນທີ່ດີ.
21 ຕາມຄວາມຈິງ, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ຜູ້ຮັບໃຊ້ຂອງເຮົາ ໂຈເຊັບ ສະມິດ, ຜູ້ລູກ, ຄື ກຄົນທີ່ເຮົາປຽບໃສ່ກັບຄົນໃຊ້ຜູ້ທີ່ເຈົ້າຂອງ ຂສວນອະງຸ່ນໄດ້ກ່າວເຖິງໃນຄຳອຸປະມາທີ່ເຮົາໄດ້ມອບໃຫ້ພວກເຈົ້າ.
22 ສະນັ້ນ ໃຫ້ຜູ້ຮັບໃຊ້ຂອງເຮົາ ໂຈເຊັບ ສະມິດ, ຜູ້ລູກ, ກ່າວກັບ ກກຳລັງຂອງຄົວເຮືອນຂອງເຮົາ, ຊາຍໜຸ່ມ ແລະ ຄົນໃນໄວກາງອາຍຸຂອງເຮົາ—ໃຫ້ເຕົ້າໂຮມຕົນເອງເພື່ອຂຶ້ນໄປຍັງແຜ່ນດິນຊີໂອນ, ໄປຫາແຜ່ນດິນຊຶ່ງເຮົາໄດ້ຊື້ດ້ວຍເງິນທີ່ອຸທິດຖວາຍແກ່ເຮົາ.
23 ແລະ ໃຫ້ໜ່ວຍຂອງສາດສະໜາຈັກທັງໝົດສົ່ງຊາຍທີ່ສະຫລາດ ພ້ອມດ້ວຍເງິນຂອງພວກເຂົາ, ແລະ ກຊື້ທີ່ດິນ ແມ່ນແຕ່ດັ່ງທີ່ເຮົາໄດ້ບັນຊາພວກເຂົາ.
24 ແລະ ຕາບໃດທີ່ສັດຕູຂອງເຮົາມາຮຸກຮານພວກເຈົ້າ ເພື່ອຂັບໄລ່ພວກເຈົ້າອອກໄປຈາກ ກທີ່ດິນທີ່ດີຂອງເຮົາ, ຊຶ່ງເຮົາໄດ້ອຸທິດໃຫ້ເປັນແຜ່ນດິນຊີໂອນ, ແມ່ນແຕ່ອອກຈາກທີ່ດິນຂອງພວກເຈົ້າ ຫລັງຈາກປະຈັກພະຍານເຫລົ່ານີ້, ຊຶ່ງພວກເຈົ້າໄດ້ມາຟ້ອງພວກເຂົາຢູ່ຕໍ່ໜ້າເຮົາ, ພວກເຈົ້າຈະສາບແຊ່ງພວກເຂົາ;
25 ແລະ ຜູ້ໃດກໍຕາມທີ່ພວກເຈົ້າສາບແຊ່ງ, ເຮົາຈະສາບແຊ່ງ, ແລະ ພວກເຈົ້າຈະແກ້ແຄ້ນສັດຕູຂອງເຮົາໃຫ້ເຮົາ.
26 ແລະ ການປະທັບຢູ່ຂອງເຮົາຈະຢູ່ກັບພວກເຈົ້າ ແມ່ນແຕ່ໃນ ກການແກ້ແຄ້ນສັດຕູຂອງເຮົາໃຫ້ເຮົາ, ຈົນເຖິງຄົນລຸ້ນທີສາມ ແລະ ທີສີ່ຂອງພວກເຂົາທີ່ກຽດຊັງເຮົາ.
27 ຢ່າໃຫ້ຄົນໃດຢ້ານກົວທີ່ຈະມອບຊີວິດຂອງຕົນເພື່ອເຫັນແກ່ເຮົາ; ເພາະຄົນໃດກໍຕາມທີ່ ກມອບຊີວິດຂອງຕົນເພື່ອເຫັນແກ່ເຮົາ ຈະພົບມັນອີກ.
28 ແລະ ຄົນໃດກໍຕາມທີ່ບໍ່ເຕັມໃຈທີ່ຈະມອບຊີວິດຂອງຕົນເພື່ອເຫັນແກ່ເຮົາ ບໍ່ໄດ້ເປັນສານຸສິດຂອງເຮົາ.
29 ມັນເປັນຄວາມປະສົງຂອງເຮົາທີ່ຜູ້ຮັບໃຊ້ຂອງເຮົາ ກຊິດນີ ຣິກດອນ ຈະເປັ່ງສຽງຂອງລາວຢູ່ໃນບ່ອນຊຸມນຸມໃນດິນແດນພາກຕາເວັນອອກ, ໃນການຕຽມໜ່ວຍຕ່າງໆຂອງສາດສະໜາຈັກ ໃຫ້ຮັກສາບັນຍັດ ຊຶ່ງເຮົາໄດ້ມອບໃຫ້ແກ່ພວກເຂົາກ່ຽວກັບການຟື້ນຟູ ແລະ ການໄຖ່ຊີໂອນ.
30 ມັນເປັນຄວາມປະສົງຂອງເຮົາທີ່ຜູ້ຮັບໃຊ້ຂອງເຮົາ ກພາລີ ພີ ພະແຣັດ ແລະ ຜູ້ຮັບໃຊ້ຂອງເຮົາ ໄລມັນ ໄວ້ ທີ່ຈະບໍ່ກັບໄປຫາແຜ່ນດິນຂອງອ້າຍເອື້ອຍນ້ອງຂອງພວກເຂົາ, ຈົນກວ່າພວກເຂົາໄດ້ເຕົ້າໂຮມຜູ້ຄົນເພື່ອຂຶ້ນໄປຍັງແຜ່ນດິນຊີໂອນເສຍກ່ອນ, ເປັນສິບໆ, ຫລື ຊາວ, ຫລື ຫ້າສິບ, ຫລື ເປັນຮ້ອຍ, ຈົນກວ່າພວກເຂົາມີຈຳນວນພົນເຖິງຫ້າຮ້ອຍຄົນ ຈາກ ຂກຳລັງຂອງຄົວເຮືອນຂອງເຮົາ.
31 ຈົ່ງເບິ່ງ ນີ້ຄືຄວາມປະສົງຂອງເຮົາ; ຂໍ ແລະ ພວກເຈົ້າຈະໄດ້ຮັບ; ແຕ່ມະນຸດ ກບໍ່ເຮັດຕາມຄວາມປະສົງຂອງເຮົາສະເໝີໄປ.
32 ສະນັ້ນ, ຖ້າຫາກພວກເຈົ້າບໍ່ສາມາດຫາຈຳນວນພົນໄດ້ເຖິງຫ້າຮ້ອຍຄົນ, ຈົ່ງພະຍາຍາມຢ່າງພາກພຽນ ເພື່ອພວກເຈົ້າຈະໄດ້ສາມຮ້ອຍຄົນ.
33 ແລະ ຖ້າຫາກພວກເຈົ້າບໍ່ສາມາດຫາຈຳນວນພົນໄດ້ເຖິງສາມຮ້ອຍຄົນ, ຈົ່ງພະຍາຍາມຢ່າງພາກພຽນ ເພື່ອພວກເຈົ້າຈະໄດ້ໜຶ່ງຮ້ອຍຄົນ.
34 ແຕ່ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ເຮົາຈະມອບບັນຍັດຂໍ້ໜຶ່ງໃຫ້ແກ່ພວກເຈົ້າ, ວ່າພວກເຈົ້າຈະບໍ່ຂຶ້ນໄປຍັງແຜ່ນດິນຊີໂອນ ຈົນກວ່າພວກເຈົ້າມີພົນໜຶ່ງຮ້ອຍຄົນຈາກກຳລັງຂອງຄົວເຮືອນຂອງເຮົາ, ເພື່ອຂຶ້ນໄປຍັງແຜ່ນດິນຊີໂອນກັບພວກເຈົ້າ.
35 ສະນັ້ນ, ດັ່ງທີ່ເຮົາໄດ້ກ່າວກັບພວກເຈົ້າ, ຂໍ ແລະ ພວກເຈົ້າຈະໄດ້ຮັບ; ຈົ່ງອະທິຖານຢ່າງຕັ້ງໃຈເພື່ອວ່າຜູ້ຮັບໃຊ້ຂອງເຮົາ ໂຈເຊັບ ສະມິດ, ຜູ້ລູກ, ຈະໄດ້ໄປກັບພວກເຈົ້າ, ແລະ ຄວບຄຸມດູແລໃນທ່າມກາງຜູ້ຄົນຂອງເຮົາ, ແລະ ຈັດຕັ້ງອານາຈັກຂອງເຮົາຂຶ້ນຢູ່ເທິງແຜ່ນດິນທີ່ ກອຸທິດໄວ້, ແລະ ສະຖາປະນາລູກຫລານຂອງຊີໂອນໄວ້ເທິງກົດ ແລະ ບັນຍັດ ຊຶ່ງໄດ້ມອບໃຫ້ແລ້ວ ແລະ ຈະມອບໃຫ້ພວກເຈົ້າ.
36 ໄຊຊະນະ ແລະ ລັດສະໝີພາບທັງໝົດທີ່ເກີດຂຶ້ນກັບພວກເຈົ້າ ແມ່ນຜ່ານ ກຄວາມພາກພຽນ, ຄວາມຊື່ສັດ, ແລະ ຂຄຳອະທິຖານດ້ວຍສັດທາຂອງພວກເຈົ້າ.
37 ໃຫ້ຜູ້ຮັບໃຊ້ຂອງເຮົາ ພາລີ ພີ ພະແຣັດ ເດີນທາງໄປກັບຜູ້ຮັບໃຊ້ຂອງເຮົາ ໂຈເຊັບ ສະມິດ, ຜູ້ລູກ
38 ໃຫ້ຜູ້ຮັບໃຊ້ຂອງເຮົາ ໄລມັນ ໄວ້ ເດີນທາງໄປກັບຜູ້ຮັບໃຊ້ຂອງເຮົາ ຊິດນີ ຣິກດອນ.
39 ໃຫ້ຜູ້ຮັບໃຊ້ຂອງເຮົາ ໄຮຣຳ ສະມິດ ເດີນທາງໄປກັບຜູ້ຮັບໃຊ້ຂອງເຮົາ ເຟຣ໌ເດຣິກ ຈີ ວິວລຽມສ໌.
40 ໃຫ້ຜູ້ຮັບໃຊ້ຂອງເຮົາ ອໍສັນ ຮາຍດ໌ ເດີນທາງໄປກັບຜູ້ຮັບໃຊ້ຂອງເຮົາ ອໍສັນ ພະແຣັດ, ໄປຫາບ່ອນໃດກໍຕາມທີ່ຜູ້ຮັບໃຊ້ຂອງເຮົາ ໂຈເຊັບ ສະມິດ, ຜູ້ລູກ, ຈະແນະນຳພວກເຂົາ, ໃນການບັນລຸບັນຍັດເຫລົ່ານີ້ ຊຶ່ງເຮົາໄດ້ມອບໃຫ້ແກ່ພວກເຈົ້າ, ແລະ ປະສ່ວນທີ່ເຫລືອຢູ່ໄວ້ໃນມືຂອງເຮົາ. ແມ່ນເປັນດັ່ງນັ້ນ. ອາແມນ.