ສິ່ງ​ຊ່ວຍ​ສຶກ​ສາ
ອັບ​ຣາ​ຮາມ


ອັບ​ຣາ​ຮາມ

ລູກ​ຊາຍ​ຂອງ​ເຕຣາ, ເກີດ​ໃນ​ເມືອງ​ອູເຣ​ແຫ່ງ​ເຄນເດຍ (ປຖກ 11:26, 31; 17:5). ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ພັນທະ​ສັນ​ຍາ​ນິ​ລັນ​ດອນ​ໄວ້​ກັບ​ເພິ່ນ, ຊຶ່ງ​ໂດຍ​ຜ່ານ​ເພິ່ນ ປະ​ຊາ​ຊາດ​ທັງ​ປວງ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ໄດ້​ຮັບ​ພອນ. ຊື່​ດັ້ງ​ເດີມ​ຂອງ​ອັບ​ຣາ​ຮາມ​ແມ່ນ ອັບຣາມ.

ໜັງ​ສື​ອັບ​ຣາ​ຮາມ

ເປັນ​ບັນ​ທຶກ​ບູຮານ​ທີ່​ຖືກ​ຂຽນ​ໄວ້​ໂດຍ​ອັບ​ຣາ​ຮາມ ຊຶ່ງ​ກາຍ​ເປັນ​ກຳ​ມະ​ສິດ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ປີ 1835. ບັນ​ທຶກ​ດັ່ງ​ກ່າວ ແລະ ສົບ​ທີ່​ອາບ​ຢາ​ຈຳນວນ​ໜຶ່ງ​ໄດ້​ຖືກ​ຄົ້ນ​ພົບ​ເຫັນ​ຢູ່​ໃນ​ຫ້ອງ​ຝັງ​ສົບ​ໃຕ້​ດິນ​ຢູ່​ປະເທດ​ເອຢິບ ໂດຍ​ແອນໂທ​ນີໂອ ເລ​ໂບ​ໂລ, ຜູ້​ໄດ້​ເຮັດ​ພິ​ໄນ​ກຳ​ມອບ​ໃຫ້​ແກ່​ໄມ​ໂກ ແຊນເລີ. ທ່ານ​ແຊນເລີ​ໄດ້​ຈັດ​ສະແດງ​ມັນ​ໃນ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ໃນ​ປີ 1835. ໝູ່​ເພື່ອນ​ຈຳນວນ​ໜຶ່ງ​ຂອງ​ໂຈເຊັບ ສະມິດ ໄດ້​ຊື້​ມັນ​ຈາກ​ທ່ານ​ແຊນເລີ ແລະ ໄດ້​ມອບ​ມັນ​ໃຫ້​ແກ່​ສາດ​ສະ​ດາ, ຜູ້​ໄດ້​ແປ​ມັນ. ປະ​ຈຸ​ບັນ​ນີ້ ຈຳນວນ​ໜຶ່ງ​ຂອງ​ບັນ​ທຶກ​ນີ້​ມີ​ຢູ່​ໃນ​ພຣະ​ຄຳ​ພີ​ໄຂ່​ມຸກ​ອັນ​ລ້ຳ​ຄ່າ.

ບົດ​ທີ 1 ບັນ​ທຶກ​ປະ​ສົບ​ການ​ຂອງ​ອັບ​ຣາ​ຮາມ​ຢູ່​ໃນ​ເມືອງ​ອູ​ເຣ​ແຫ່ງ​ເຄນເດຍ, ບ່ອນ​ທີ່​ປະ​ໂລ​ຫິດ​ທີ່​ຊົ່ວ​ຮ້າຍ ໄດ້​ພະ​ຍາ​ຍາມ​ຂ້າ​ເພິ່ນ​ເປັນ​ເຄື່ອງ​ຖວາຍ. ບົດ​ທີ 2 ບອກ​ເຖິງ​ການ​ເດີນ​ທາງ​ຂອງ​ເພິ່ນ​ໄປ​ຫາ​ກາ​ນາ​ອານ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ປະກົດ​ຕໍ່​ເພິ່ນ ແລະ ໄດ້​ເຮັດ​ພັນທະ​ສັນ​ຍາ​ກັບ​ເພິ່ນ. ບົດ​ທີ 3 ບັນ​ທຶກ​ວ່າ​ອັບ​ຣາ​ຮາມ​ໄດ້​ເຫັນ ຈັກ​ກະ​ວານ ແລະ ຮູ້​ຈັກ​ຄວາມ​ສຳ​ພັນ​ຂອງ​ດາວ​ພະເຄາະ​ຕ່າງໆ​ໃນ​ຟ້າ​ສະຫວັນ. ບົດ​ທີ 4–5 ເປັນ​ບັນ​ທຶກ​ອີກ​ເຫລັ້ມ​ໜຶ່ງ​ຂອງ​ການ​ສ້າງ.

ເຊື້ອ​ສາຍ​ຂອງ​ອັບ​ຣາ​ຮາມ

ຜູ້​ທີ່​ໄດ້​ຮັບ​ຄຳ​ສັນ​ຍາ ແລະ ພັນທະ​ສັນ​ຍາ​ຕ່າງໆ ຊຶ່ງ​ພຣະ​ເຈົ້າ​ໄດ້​ເຮັດ​ໄວ້​ກັບ​ອັບ​ຣາ​ຮາມ ໂດຍ​ການ​ເຊື່ອ​ຟັງ​ກົດ ແລະ ພິ​ທີ​ການ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ. ຊາຍ ແລະ ຍິງ ສາ​ມາດ​ຮັບ​ພອນ​ເຫລົ່າ​ນີ້ ຖ້າ​ຫາກ​ເຂົາ​ເປັນ​ທາ​ຍາດ​ໂດຍ​ແທ້​ຂອງ​ອັບ​ຣາ​ຮາມ ຫລື ຖ້າ​ຫາກ​ເຂົາ​ໄດ້​ຖືກ​ຮັບ​ເຂົ້າ​ຢູ່​ໃນ​ຄອບ​ຄົວ​ຂອງ​ອັບ​ຣາ​ຮາມ ໂດຍ​ການ​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ ແລະ ຮັບ​ບັບຕິ​ສະມາ (ຄລຕ 3:26–29; 4:1–7; ຄພ 84:33–34; 103:17; 132:30–32; ອຣຮ 2:9–11). ຜູ້​ສືບ​ຕະ​ກຸນ​ໂດຍ​ແທ້​ຂອງ​ອັບ​ຣາ​ຮາມ ອາດ​ສູນ​ເສຍ​ພອນ​ຈາກ​ການ​ບໍ່​ເຊື່ອ​ຟັງ (ຣມ 4:13; 9:6–8).