ສິ່ງ​ຊ່ວຍ​ສຶກ​ສາ
ແອວເດີ


ແອວເດີ

ຄຳ​ວ່າ ແອວເດີ ໄດ້​ຖືກ​ໃຊ້​ໃນ​ຫລາຍ​ວິ​ທີ​ທາງ​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ. ໃນ​ພຣະ​ຄຳ​ພີ​ເດີມ​ສ່ວນ​ຫລາຍ​ແລ້ວ​ມັກ​ຈະ​ໝາຍ​ເຖິງ​ຜູ້​ເຖົ້າ​ແກ່​ໃນ​ເຜົ່າ​ໃດ​ເຜົ່າ​ໜຶ່ງ, ຜູ້​ຕາມ​ປົກ​ກະ​ຕິ​ແລ້ວ ໄດ້​ຮັບ​ພາ​ລະ​ເລື່ອງ​ການ​ປົກ​ຄອງ (ປຖກ 50:7; ຢຊ 20:4; ນຣ 4:2; ມທ 15:2). ອາ​ຍຸ​ໄຂ ແລະ ປະ​ສົບ​ການ​ຂອງ​ພວກ​ເພິ່ນ ເຮັດ​ໃຫ້​ຄຳ​ແນະນຳ​ຂອງ​ເພິ່ນ​ສຳ​ຄັນ​ຫລາຍ. ຕຳ​ແໜ່ງ​ຂອງ​ພວກ​ເພິ່ນ​ບໍ່​ຈຳ​ເປັນ​ຕ້ອງ​ເປັນ​ການ​ເອີ້ນ​ຂອງ​ຖານະ​ປະ​ໂລ​ຫິດ.

ກໍ​ຍັງ​ມີ​ການ​ແຕ່ງ​ຕັ້ງ​ແອວເດີ​ໃນ​ຖານະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ນຳ​ອີກ​ໃນ​ສະ​ໄໝ​ຂອງ​ພຣະ​ຄຳ​ພີ​ເດີມ (ອພຍ 24:9–11). ໃນ​ພຣະ​ຄຳ​ພີ​ໃໝ່, ແອວເດີ ໄດ້​ຖືກ​ກ່າວ​ເຖິງ​ວ່າ​ເປັນ​ຕຳ​ແໜ່ງ​ຂອງ​ຖານະ​ປະ​ໂລ​ຫິດ​ໃນ​ສາດ​ສະ​ໜາ​ຈັກ (ຢກບ 5:14–15). ໃນ​ບັນ​ດາ​ຊາວ​ນີໄຟ​ກໍ​ມີ​ການ​ແຕ່ງ​ຕັ້ງ​ແອວເດີ​ໃນ​ຖານະ​ປະ​ໂລ​ຫິດ​ຄື​ກັນ (ແອວ 4:7, 16; ມຣນ 3:1). ໃນ​ສະ​ໄໝ​ນີ້, ໂຈເຊັບ ສະມິດ ແລະ ອໍ​ລີ​ເວີ ຄາວ​ເດີຣີ ເປັນ ແອວເດີ​ສອງ​ຄົນ​ທຳ​ອິດ​ທີ່​ໄດ້​ຖືກ​ແຕ່ງ​ຕັ້ງ (ຄພ 20:2–3).

ຕອນ​ນີ້ ແອວເດີ ໄດ້​ເປັນ​ຕຳ​ແໜ່ງ​ທີ່​ມອບ​ໃຫ້​ແກ່​ຜູ້​ດຳ​ລົງ​ຖານະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ທຸກ​ຄົນ. ຍົກ​ຕົວ​ຢ່າງ, ຜູ້​ສອນ​ສາດ​ສະ​ໜາ​ຜູ້​ຊາຍ​ຖືກ​ເອີ້ນ​ວ່າ ແອວເດີ. ພ້ອມ​ນີ້, ອັກຄະ​ສາວົກ​ກໍ​ເປັນ​ແອວເດີ, ແລະ ມັນ​ກໍ​ເໝາະ​ສົມ​ທີ່​ຈະ​ກ່າວ​ເຖິງ​ສະມາ​ຊິກ​ໃນ​ກຸ່ມ​ອັກຄະ​ສາວົກ​ສິບ​ສອງ ຫລື ກຸ່ມ​ສາວົກ​ເຈັດ​ສິບ​ໂດຍ​ຕຳ​ແໜ່ງ​ນີ້ (ຄພ 20:38; 1 ປ​ຕ 5:1). ໜ້າ​ທີ່​ຂອງ​ແອວເດີ​ທີ່​ໄດ້​ຖືກ​ແຕ່ງ​ຕັ້ງ​ໃນ​ສາດ​ສະ​ໜາ​ຈັກ​ທຸກ​ວັນ​ນີ້​ໄດ້​ຖືກ​ມອບ​ໃຫ້​ໃນ​ການ​ເປີດ​ເຜີຍ​ຍຸກ​ສຸດ​ທ້າຍ (ຄພ 20:38–45; 42:44; 46:2; 107:12).