ພາກທີ 131
ຄຳແນະນຳໂດຍໂຈເຊັບ ສະມິດ ຜູ້ເປັນສາດສະດາ, ມອບໃຫ້ທີ່ເມືອງຣາມັສ, ລັດອິລິນອຍ, ວັນທີ 16 ແລະ 17 ເດືອນພຶດສະພາ, 1843.
1–4, ການແຕ່ງງານຊັ້ນສູງເປັນສິ່ງຈຳເປັນຕໍ່ຄວາມສູງສົ່ງໃນສະຫວັນຊັ້ນສູງສຸດ; 5–6, ມີການອະທິບາຍເລື່ອງມະນຸດໄດ້ຖືກຜະນຶກໄວ້ສູ່ຊີວິດນິລັນດອນ; 7–8, ວິນຍານທັງປວງເປັນສານ.
1 ໃນລັດສະໝີພາບຂອງ ກຊັ້ນສູງ ມີສະຫວັນ ຫລື ລະດັບສາມຊັ້ນ;
2 ແລະ ກ່ອນຈະໄດ້ບັນລຸເຖິງ ກຊັ້ນສູງສຸດໄດ້, ມະນຸດຕ້ອງເຂົ້າສູ່ລະບຽບນີ້ຂອງຖານະປະໂລຫິດ [ໝາຍເຖິງ ຂພັນທະສັນຍາໃໝ່ ແລະ ເປັນນິດຂອງການແຕ່ງງານ];
3 ແລະ ຖ້າຫາກເຂົາບໍ່ເຮັດ, ເຂົາຈະບັນລຸເຖິງມັນບໍ່ໄດ້.
4 ເຂົາຈະເຂົ້າໄປໃນຊັ້ນອື່ນ, ແຕ່ນັ້ນຄືທີ່ສຸດຂອງອານາຈັກຂອງເຂົາ; ເຂົາບໍ່ສາມາດມີ ກເພີ່ມເຕີມ.
5 (ວັນທີ 17 ເດືອນພຶດສະພາ, 1843.) ຄຳຂອງ ກການທຳນາຍທີ່ແນ່ນອນແທ້ໆໝາຍເຖິງການທີ່ມະນຸດຮູ້ວ່າເຂົາຖືກ ຂຜະນຶກໄວ້ສູ່ ຄຊີວິດນິລັນດອນ, ໂດຍການເປີດເຜີຍ ແລະ ວິນຍານແຫ່ງການທຳນາຍ, ຜ່ານອຳນາດຂອງຖານະປະໂລຫິດສັກສິດ.
6 ເປັນໄປບໍ່ໄດ້ທີ່ມະນຸດຈະ ກລອດໃນ ຂຄວາມໂງ່ຈ້າ.
7 ບໍ່ມີສິ່ງໃດທີ່ຖືກເອີ້ນວ່າສານທີ່ບໍ່ມີຕົນມີຕົວ. ກວິນຍານທັງປວງເປັນສານ, ແຕ່ມັນລະອຽດ ຫລື ບໍລິສຸດຫລາຍກວ່າ, ແລະ ສາມາດຫລິງເຫັນໄດ້ດ້ວຍຕາທີ່ ຂບໍລິສຸດຫລາຍກວ່າເທົ່ານັ້ນ;
8 ພວກເຮົາບໍ່ສາມາດຫລຽວເຫັນມັນ; ແຕ່ເມື່ອຮ່າງກາຍຂອງພວກເຮົາບໍລິສຸດແລ້ວ, ພວກເຮົາຈະເຫັນໄດ້ວ່າ ມັນເປັນສານທັງໝົດ.