ພຣະ​ຄຳ​ພີ
ອັບ​ຣາ​ຮາມ 1


ໜັງ​ສື​ອັບ​ຣາ​ຮາມ

ແປ​ຈາກ​ແຜ່ນ​ໃບ​ລານ​ພະ​ພາຍ​ຣັສ, ໂດຍ​ໂຈເຊັບ ສະມິດ

ການ​ແປ​ບັນ​ທຶກ​ບູຮານ​ບາງ​ສ່ວນ​ທີ່​ຕົກ​ຢູ່​ໃນ​ມື​ຂອງ​ພວກ​ເຮົາ​ທີ່​ໄດ້​ມາ​ຈາກ​ຫ້ອງ​ຝັງ​ສົບ​ໃຕ້​ດິນ​ຂອງ​ເອຢິບ. ການ​ຂຽນ​ຂອງ​ອັບ​ຣາ​ຮາມ​ໃນ​ຂະນະ​ທີ່​ເພິ່ນ​ຢູ່​ໃນ​ເອຢິບ, ຖືກ​ເອີ້ນ​ວ່າ​ໜັງ​ສື​ອັບ​ຣາ​ຮາມ, ຂຽນ​ໂດຍ​ມື​ຂອງ​ເພິ່ນ​ເອງ, ຢູ່​ໃນ​ແຜ່ນ​ໃບ​ລານ​ພະ​ພາຍ​ຣັສ.

ບົດ​ທີ 1

ອັບ​ຣາ​ຮາມ​ສະແຫວງ​ຫາ​ພອນ​ຂອງ​ລະບຽບ​ແຫ່ງປິຕຸ—​ເພິ່ນ​ຖືກ​ປະ​ໂລ​ຫິດ​ປອມ​ແຫ່ງ​ເຄນ​ເດຍ​ຂົ່ມ​ເຫັງ—ພຣະ​ເຢ​ໂຮ​ວາ​ຊ່ວຍ​ເພິ່ນ​ໃຫ້​ລອດ—​ຕົ້ນ​ກຳ​ເນີດ ແລະ ການ​ປົກ​ຄອງ​ຂອງ​ເອຢິບ​ຖືກ​ອະ​ທິ​ບາຍ.

1 ໃນ​ແຜ່ນ​ດິນ​ຂອງ​ຊາວ ເຄນ​ເດຍ, ໃນ​ຖິ່ນ​ຖານ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ, ອັບ​ຣາ​ຮາມ, ເຫັນ​ໄດ້​ວ່າ​ຈຳ​ເປັນ​ສຳ​ລັບ​ຂ້າ​ພະ​ເຈົ້າ​ທີ່​ຈະ​ຫາ ຖິ່ນ​ຖານ​ໃໝ່;

2 ແລະ, ໂດຍ​ທີ່​ພົບ​ວ່າ​ມີ ຄວາມ​ສຸກ ແລະ ຄວາມ​ສະຫງົບ ແລະ ການ​ພັກ​ຜ່ອນ​ຫລາຍ​ຂຶ້ນ​ສຳ​ລັບ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ສະແຫວງ​ຫາ​ພອນ​ຂອງ​ບັນ​ພະ​ບຸ​ລຸດ, ແລະ ສິດ​ທິ​ຊຶ່ງ​ຂ້າ​ພະ​ເຈົ້າ​ຄວນ​ຈະ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເພື່ອ​ປະ​ຕິ​ບັດ​ພອນ​ດັ່ງ​ກ່າວ; ໂດຍ​ທີ່​ຂ້າ​ພະ​ເຈົ້າ​ເປັນ​ຜູ້​ຕິດ​ຕາມ ຄວາມ​ຊອບ​ທຳ, ປາດ​ຖະ​ໜາ​ເປັນ​ຜູ້​ໜຶ່ງ​ທີ່​ມີ ຄວາມ​ຮູ້​ຫລາຍ​ນຳ​ອີກ, ແລະ ເປັນ​ຜູ້​ຕິດ​ຕາມ​ຄວາມ​ຊອບ​ທຳ​ຫລາຍ​ຂຶ້ນ, ແລະ ໄດ້​ຮັບ​ຄວາມ​ຮູ້​ຫລາຍ​ຂຶ້ນ, ແລະ ເປັນ​ບິດາ​ຂອງ​ຫລາຍ​ປະ​ຊາ​ຊາດ, ເປັນ​ເຈົ້າ​ສັນ​ຕິ​ລາດ, ແລະ ປາດ​ຖະ​ໜາ​ທີ່​ຈະ​ໄດ້​ຮັບ​ຄຳ​ແນະນຳ, ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ກາຍ​ເປັນ​ຜູ້​ຮັບ​ມູນ​ມໍ​ລະ​ດົກ​ທີ່​ຖືກ​ຕ້ອງ, ມະຫາ​ປະ​ໂລ​ຫິດ, ໂດຍ​ຖື ສິດ​ຊຶ່ງ​ເປັນ​ຂອງ​ບັນ​ພະ​ບຸ​ລຸດ.

3 ມັນ​ໄດ້​ຖືກ ມອບ​ໃຫ້​ຂ້າ​ພະ​ເຈົ້າ​ຈາກ​ບັນ​ພະ​ບຸ​ລຸດ; ສືບ​ທອດ​ມາ​ຈາກ​ບັນ​ພະ​ບຸ​ລຸດ, ຕັ້ງ​ແຕ່​ຕົ້ນ​ຂອງ​ເວລາ, ແທ້​ຈິງ​ແລ້ວ, ແມ່ນ​ແຕ່​ຕັ້ງ​ແຕ່​ຕົ້ນ, ຫລື ກ່ອນ​ການ​ວາງ​ຮາກ​ຖານ​ຂອງ​ແຜ່ນ​ດິນ​ໂລກ, ລົງ​ມາ​ເຖິງ​ເວລາ​ປະ​ຈຸ​ບັນ, ແມ່ນ​ແຕ່​ສິດ​ຂອງ ລູກ​ກົກ, ຫລື ມະນຸດ​ຄົນ​ທຳ​ອິດ, ຜູ້​ຄື ອາດາມ, ຫລື ບິດາ​ຄົນ​ທຳ​ອິດ, ຜ່ານ​ທາງ​ບັນ​ພະ​ບຸ​ລຸດ​ຈົນ​ເຖິງ​ຂ້າ​ພະ​ເຈົ້າ.

4 ຂ້າ​ພະ​ເຈົ້າ​ໄດ້​ສະແຫວງ​ຫາ ການ​ມອບ​ໝາຍ​ສູ່​ຖານະ​ປະ​ໂລ​ຫິດ​ຕາມ​ການ​ມອບ​ໝາຍ​ຂອງ​ພຣະ​ເຈົ້າ​ໃຫ້​ແກ່​ບັນ​ພະ​ບຸ​ລຸດ​ກ່ຽວ​ກັບ​ເຊື້ອ​ສາຍ.

5 ບັນ​ພະ​ບຸ​ລຸດ​ຂອງ​ຂ້າ​ພະ​ເຈົ້າ, ໂດຍ​ທີ່​ຫັນ​ໜີ​ໄປ​ຈາກ​ຄວາມ​ຊອບ​ທຳ, ແລະ ຈາກ​ພຣະ​ບັນ​ຍັດ​ທີ່​ສັກ​ສິດ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ໄດ້​ມອບ​ໃຫ້​ແກ່​ພວກ​ເຂົາ, ກັບ​ໄປ ນະມັດ​ສະການ​ພຣະ​ເຈົ້າ​ຂອງ​ຄົນ​ນອກ​ສາດ​ສະ​ໜາ, ໄດ້​ປະ​ຕິ​ເສດ​ຢ່າງ​ເດັດ​ຂາດ​ທີ່​ຈະ​ເຊື່ອ​ຟັງ​ສຽງ​ຂອງ​ຂ້າ​ພະ​ເຈົ້າ;

6 ເພາະວ່າ​ຫົວ​ໃຈ​ຂອງ​ພວກ​ເຂົາ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ຄວາມ​ຊົ່ວ, ແລະ ຫັນ​ໄປ​ສູ່ ພຣະ​ເຈົ້າ​ຂອງ​ເອ​ເຄ​ນາ, ແລະ ພຣະ​ເຈົ້າ​ຂອງ​ລິບ​ນາ, ແລະ ພຣະ​ເຈົ້າ​ຂອງ​ມາ​ມັກ​ຄຣາ, ແລະ ພຣະ​ເຈົ້າ​ຂອງ​ໂຄ​ແຣສ໌, ແລະ ພຣະ​ເຈົ້າ​ຂອງ​ຟາ​ຣາ​ໂອ, ກະສັດ​ແຫ່ງ​ເອຢິບ​ຈົນ​ໝົດ;

7 ສະນັ້ນ ພວກ​ເຂົາ​ໄດ້​ຫັນ​ໃຈ​ຂອງ​ຕົນ​ໄປ​ສູ່​ການ​ຖວາຍ​ເຄື່ອງ​ບູຊາ​ຂອງ​ຄົນ​ນອກ​ສາດ​ສະ​ໜາ​ໃນ​ການ​ຖວາຍ​ລູກ​ຫລານ​ຂອງ​ພວກ​ເຂົາ​ໃຫ້​ແກ່​ຮູບ​ບູຊາ​ທີ່​ເວົ້າ​ບໍ່​ໄດ້, ແລະ ບໍ່​ເຊື່ອ​ຟັງ​ສຽງ​ຂອງ​ຂ້າ​ພະ​ເຈົ້າ, ແຕ່​ພະ​ຍາ​ຍາມ​ເອົາ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ໂດຍ​ມື​ຂອງ​ປະ​ໂລ​ຫິດ​ຂອງ​ເອ​ເຄ​ນາ. ປະ​ໂລ​ຫິດ​ຂອງ​ເອ​ເຄ​ນາ​ກໍ​ເປັນ​ປະ​ໂລ​ຫິດ​ຂອງ​ຟາ​ຣາ​ໂອ​ຄື​ກັນ.

8 ບັດ​ນີ້, ໃນ​ເວລາ​ນີ້ ເປັນ​ປະ​ເພ​ນີ​ຂອງ​ປະ​ໂລ​ຫິດ​ຂອງ​ຟາ​ຣາ​ໂອ, ກະສັດ​ແຫ່ງ​ເອຢິບ, ທີ່​ຈະ​ຖວາຍ​ຢູ່​ເທິງ​ແທ່ນ​ບູຊາ ຊຶ່ງ​ໄດ້​ສ້າງ​ຢູ່​ໃນ​ແຜ່ນ​ດິນ​ຂອງ​ເຄນ​ເດຍ, ເພື່ອ​ຖວາຍ​ຜູ້​ຊາຍ, ຜູ້​ຍິງ, ແລະ ເດັກ​ນ້ອຍ​ໃຫ້​ແກ່​ພຣະ​ເຈົ້າ​ຈາກ​ຕ່າງ​ແດນ​ເຫລົ່າ​ນີ້.

9 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ປະ​ໂລ​ຫິດ​ໄດ້​ຖວາຍ​ໃຫ້​ແກ່​ພຣະ​ເຈົ້າ​ຂອງ​ຟາ​ຣາ​ໂອ, ແລະ ໃຫ້​ແກ່​ພຣະ​ເຈົ້າ​ຂອງ​ຊາ​ກະ​ຣີ​ນຳ​ອີກ, ແມ່ນ​ແຕ່​ຕາມ​ວິ​ທີ​ຂອງ​ຊາວ​ເອຢິບ. ບັດ​ນີ້ ພຣະ​ເຈົ້າ​ຂອງ​ຊາ​ກະ​ຣີ​ຄື​ດວງ​ຕາ​ເວັນ.

10 ແມ່ນ​ແຕ່​ການ​ຖວາຍ​ຂອບ​ພຣະ​ໄທ​ດ້ວຍ​ເດັກ ປະ​ໂລ​ຫິດ​ຂອງ​ຟາ​ຣາ​ໂອ​ກໍ​ໄດ້​ຖວາຍ​ຢູ່​ເທິງ​ແທ່ນ​ບູຊາ ຊຶ່ງ​ຕັ້ງ​ຢູ່​ໂນນ​ພູ​ທີ່​ເອີ້ນ​ວ່າ ໂນນ​ພູ​ໂປ​ຕີ​ຟາ, ຢູ່​ຕົ້ນ​ທົ່ງ​ພຽງ​ໂອ​ລິ​ເຊມ.

11 ບັດ​ນີ້, ປະ​ໂລ​ຫິດ​ຄົນ​ນີ້​ໄດ້​ຖວາຍ​ຜູ້​ຍິງ​ບໍ​ລິ​ສຸດ​ສາມ​ຄົນ​ພ້ອມ​ກັນ​ຢູ່​ເທິງ​ແທ່ນ​ບູຊາ, ຜູ້​ເປັນ​ລູກ​ສາວ​ຂອງ​ໂອ​ນິ​ທາ, ຜູ້​ເປັນ​ເຊື້ອ​ສາຍ​ຈາກ​ຜົນ​ແອວ​ຂອງ ຮາມ. ຜູ້​ຍິງ​ບໍ​ລິ​ສຸດ​ເຫລົ່າ​ນີ້​ໄດ້​ຖືກ​ຖວາຍ​ເພາະ​ຄຸນ​ນະ​ທຳ​ຂອງ​ພວກ​ນາງ; ພວກ​ນາງ​ບໍ່​ໄດ້ ກົ້ມ​ຂາບ​ລົງ​ນະມັດ​ສະການ​ພຣະ​ເຈົ້າ​ທີ່​ເປັນ​ໄມ້ ຫລື ຫີນ, ສະນັ້ນ ພວກ​ນາງ​ຈຶ່ງ​ຖືກ​ຂ້າ​ຢູ່​ເທິງ​ແທ່ນ​ບູຊາ, ແລະ ເປັນ​ໄປ​ຕາມ​ວິ​ທີ​ຂອງ​ຊາວ​ເອຢິບ.

12 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ປະ​ໂລ​ຫິດ​ໄດ້​ເຮັດ​ຄວາມ​ຮຸນ​ແຮງ​ກັບ​ຂ້າ​ພະ​ເຈົ້າ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ຂ້າ​ຂ້າ​ພະ​ເຈົ້າ​ຄື​ກັນ, ດັ່ງ​ທີ່​ພວກ​ເຂົາ​ໄດ້​ເຮັດ​ກັບ​ພວກ​ຜູ້​ຍິງ​ບໍ​ລິ​ສຸດ​ເຫລົ່າ​ນັ້ນ​ຢູ່​ເທິງ​ແທ່ນ​ບູຊາ; ແລະ ເພື່ອ​ວ່າ​ທ່ານ​ຈະ​ມີ​ຄວາມ​ຮູ້​ເຖິງ​ແທ່ນ​ບູຊາ​ນີ້, ຂ້າ​ພະ​ເຈົ້າ​ຈະ​ອ້າງ​ກັບ​ທ່ານ​ເຖິງ​ພາບ​ໃນ​ຕອນ​ຕົ້ນ​ຂອງ​ບັນ​ທຶກ​ນີ້.

13 ມັນ​ຖືກ​ສ້າງ​ຂຶ້ນ​ຕາມ​ແບບ​ຕຽງ​ນອນ, ດັ່ງ​ທີ່​ມີ​ຢູ່​ໃນ​ບັນ​ດາ​ຊາວ​ເຄນ​ເດຍ, ແລະ ມັນ​ຕັ້ງ​ຢູ່​ຕໍ່​ໜ້າ​ພຣະ​ເຈົ້າ​ຂອງ​ເອ​ເຄ​ນາ, ລິບ​ນາ, ມາ​ມັກ​ຄຣາ, ໂຄ​ແຣສ໌, ແລະ ພຣະ​ເຈົ້າ​ທີ່​ຄື​ກັນ​ກັບ​ຂອງ​ຟາ​ຣາ​ໂອ, ກະສັດ​ແຫ່ງ​ເອຢິບ.

14 ເພື່ອ​ວ່າ​ທ່ານ​ຈະ​ມີ​ຄວາມ​ເຂົ້າ​ໃຈ​ເຖິງ​ພຣະ​ເຈົ້າ​ເຫລົ່າ​ນີ້, ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ໃຫ້​ຮູບ​ແບບ​ໄວ້​ແກ່​ທ່ານ​ໃນ​ຕອນ​ຕົ້ນ, ຊຶ່ງ​ລັກ​ສະ​ນະ​ຂອງ​ຮູບ​ເຫລົ່າ​ນັ້ນ​ຖືກ​ຊາວ​ເຄນ​ເດຍ​ເອີ້ນ​ວ່າ​ຣາ​ລີ​ໂນສ໌, ຊຶ່ງ​ໝາຍ​ເຖິງ​ສັນ​ຍາ​ລັກ​ເປັນ​ຮູບ​ພາບ.

15 ແລະ ໃນ​ຂະນະ​ທີ່​ພວກ​ເຂົາ​ຍົກ​ມື​ຂຶ້ນ​ຈະ​ມາ​ຈັບ​ຂ້າ​ພະ​ເຈົ້າ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ຖວາຍ​ຂ້າ​ພະ​ເຈົ້າ ແລະ ເອົາ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ, ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ໄດ້​ເປັ່ງ​ສຽງ​ຂອງ​ຂ້າ​ພະ​ເຈົ້າ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້ ຮັບ​ຟັງ ແລະ ໄດ້​ຍິນ, ແລະ ພຣະ​ອົງ​ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ເຕັມ​ໄປ​ດ້ວຍ​ພາບ​ນິມິດ​ທີ່​ມາ​ຈາກ​ຜູ້​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່, ແລະ ທູດ​ທີ່​ປະ​ທັບ​ຢູ່​ຂອງ​ພຣະ​ອົງ​ໄດ້​ມາ​ຢືນ​ຢູ່​ທາງ​ຂ້າງ​ຂອງ​ຂ້າ​ພະ​ເຈົ້າ, ແລະ ໄດ້ ແກ້​ສາຍ​ຮັດ​ຂ້າ​ພະ​ເຈົ້າ​ທັນ​ທີ;

16 ແລະ ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ໄດ້​ມາ​ເຖິງ​ຂ້າ​ພະ​ເຈົ້າ: ອັບ​ຣາ​ຮາມ, ອັບ​ຣາ​ຮາມ, ຈົ່ງ​ເບິ່ງ, ນາມ​ຂອງ​ເຮົາ​ຄື ເຢ​ໂຮ​ວາ, ແລະ ເຮົາ​ໄດ້​ຍິນ​ເຈົ້າ, ແລະ ໄດ້​ລົງ​ມາ​ປົດ​ປ່ອຍ​ເຈົ້າ, ແລະ ພາ​ເຈົ້າ​ໄປ​ຈາກ​ບ້ານ​ຂອງ​ບິດາ​ຂອງ​ເຈົ້າ, ແລະ ຈາກ​ຍາດ​ພີ່​ນ້ອງ​ທັງ​ໝົດ​ຂອງ​ເຈົ້າ, ໄປ​ສູ່​ຕ່າງ ແດນ​ຊຶ່ງ​ເຈົ້າ​ບໍ່​ຮູ້​ຈັກ;

17 ແລະ ນີ້​ເພາະ​ວ່າ​ພວກ​ເຂົາ​ໄດ້​ຫັນ​ຫົວ​ໃຈ​ຂອງ​ພວກ​ເຂົາ​ໄປ​ຈາກ​ເຮົາ, ເພື່ອ​ນະມັດ​ສະການ​ພຣະ​ເຈົ້າ​ຂອງ​ເອ​ເຄ​ນາ, ແລະ ພຣະ​ເຈົ້າ​ຂອງ​ລິບ​ນາ, ແລະ ພຣະ​ເຈົ້າ​ຂອງ​ມາ​ມັກ​ຄຣາ, ແລະ ພຣະ​ເຈົ້າ​ຂອງ​ໂຄ​ແຣສ໌, ແລະ ພຣະ​ເຈົ້າ​ຂອງ​ຟາ​ຣາ​ໂອ, ກະສັດ​ແຫ່ງ​ເອຢິບ; ສະນັ້ນ ເຮົາ​ຈຶ່ງ​ໄດ້​ລົງ​ມາ​ຢ້ຽມ​ຢາມ​ພວກ​ເຂົາ, ແລະ ທຳ​ລາຍ​ຄົນ​ທີ່​ຍົກ​ມື​ຂອງ​ພວກ​ເຂົາ​ຂຶ້ນ​ຕໍ່​ຕ້ານ​ເຈົ້າ, ອັບ​ຣາ​ຮາມ, ບຸດ​ຂອງ​ເຮົາ, ເພື່ອ​ເອົາ​ຊີ​ວິດ​ຂອງ​ເຈົ້າ.

18 ຈົ່ງ​ເບິ່ງ, ເຮົາ​ຈະ​ຈູງ​ເຈົ້າ​ໄປ​ດ້ວຍ​ມື​ຂອງ​ເຮົາ, ແລະ ເຮົາ​ຈະ​ພາ​ເຈົ້າ​ໄປ, ເພື່ອ​ມອບ​ນາມ​ຂອງ​ເຮົາ​ໄວ້​ກັບ​ເຈົ້າ, ແມ່ນ​ແຕ່ ຖານະ​ປະ​ໂລ​ຫິດ​ຂອງ​ບິດາ​ຂອງ​ເຈົ້າ, ແລະ ອຳນາດ​ຂອງ​ເຮົາ​ຈະ​ຢູ່​ເໜືອ​ເຈົ້າ.

19 ດັ່ງ​ທີ່ໄ​ດ້​ເປັນ​ກັບ​ໂນອາ​ສັນ​ໃດ ມັນ​ກໍ​ຈະ​ເປັນ​ກັບ​ເຈົ້າ​ສັນ​ນັ້ນ; ແຕ່​ຜ່ານ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເຈົ້າ ນາມ​ຂອງ​ເຮົາ​ຈະ​ເປັນ​ທີ່​ຮູ້​ຈັກ​ໃນ​ແຜ່ນ​ດິນ​ໂລກ​ຕະຫລອດ​ການ, ເພາະ​ວ່າ​ເຮົາ​ຄື​ພຣະ​ເຈົ້າ​ຂອງ​ເຈົ້າ.

20 ຈົ່ງ​ເບິ່ງ, ໂນນ​ພູ​ໂປ​ຕີ​ຟາ​ຢູ່​ໃນ​ແຜ່ນ​ດິນ ອູ​ເຣ, ແຫ່ງ​ເຄນ​ເດຍ. ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໂຄ່ນ​ລົ້ມ​ແທນ​ບູຊາ​ຂອງ​ເອ​ເຄ​ນາ, ແລະ ຂອງ​ພຣະ​ເຈົ້າ​ຕ່າງໆ​ຂອງ​ແຜ່ນ​ດິນ, ແລະ ໄດ້​ທຳ​ລາຍ​ມັນ​ຈົນ​ໝົດ​ສິ້ນ, ແລະ ໄດ້​ລົງ​ທັນ​ປະ​ໂລ​ຫິດ​ຈົນ​ວ່າ​ລາວ​ໄດ້​ຕາຍ​ໄປ; ແລະ ມີ​ຄວາມ​ເປັນ​ທຸກ​ຫລາຍ​ຢູ່​ໃນ​ເຄນ​ເດຍ, ແລະ ໃນ​ວັງ​ຂອງ​ຟາ​ຣາ​ໂອນຳ​ອີກ; ຊຶ່ງ​ຟາ​ຣາ​ໂອ​ໝາຍ​ຄວາມ​ວ່າ​ກະສັດ​ໂດຍ​ສາຍ​ເລືອດ.

21 ບັດ​ນີ້ ກະສັດ​ແຫ່ງ​ເອຢິບ​ຜູ້​ນີ້​ເປັນ​ຜູ້​ສືບ​ຕະ​ກຸນ​ຈາກ​ຜົນ​ແອວ​ຂອງ ຮາມ, ແລະ ເປັນ​ສາຍ​ເລືອດ​ຂອງ ຊາວ​ກາ​ນາ​ອານ​ໂດຍ​ກຳເນີດ.

22 ຈາກ​ຕະ​ກຸນ​ນີ້ ຊາວ​ເອຢິບ​ທັງ​ປວງ​ຈຶ່ງ​ມີ​ມາ, ແລະ ສາຍ​ເລືອດ​ຂອງ​ຊາວ​ກາ​ນາ​ອານ​ໄດ້​ຖືກ​ປົກ​ປັກ​ຮັກ​ສາ​ໄວ້​ໃນ​ແຜ່ນ​ດິນ​ດັ່ງ​ນີ້.

23 ແຜ່ນ​ດິນ ເອຢິບ​ທຳ​ອິດ​ໄດ້​ຖືກ​ພົບ​ເຫັນ​ໂດຍ​ຜູ້​ຍິງ​ຄົນ​ໜຶ່ງ, ຜູ້​ຊຶ່ງ​ເປັນ​ລູກ​ສາວ​ຂອງ​ຮາມ, ແລະ ລູກ​ສາວ​ຂອງ​ເອຢິບໂຕ, ຊຶ່ງ​ໃນ​ພາ​ສາ​ຂອງ​ຊາວ​ເຄນ​ເດຍ​ໝາຍ​ເຖິງ​ເອຢິບ, ຊຶ່ງ​ໝາຍ​ເຖິງ​ສິ່ງ​ຕ້ອງ​ຫ້າມ;

24 ຕອນ​ຜູ້​ຍິງ​ຄົນ​ນີ້​ພົບ​ເຫັນ​ແຜ່ນ​ດິນ ມັນ​ຢູ່​ໃຕ້​ນ້ຳ, ຜູ້​ຊຶ່ງ​ຕໍ່​ມາ​ໄດ້​ຕັ້ງ​ຖິ່ນ​ຖານ​ພວກ​ລູກ​ຊາຍ​ຂອງ​ນາງ​ໃນ​ນັ້ນ; ແລະ ດັ່ງ​ນັ້ນ, ຈາກ​ຮາມ, ເຊື້ອ​ຊາດ​ນັ້ນ​ຈຶ່ງ​ຮັກ​ສາ​ຄຳ​ສາບ​ແຊ່ງ​ໄວ້​ໃນ​ແຜ່ນ​ດິນ.

25 ບັດ​ນີ້ ການ​ປົກ​ຄອງ​ທຳ​ອິດ​ຂອງ​ເອຢິບ​ໄດ້​ຖືກ​ສະຖາ​ປະນາ​ຂຶ້ນ​ໂດຍ​ຟາ​ຣາ​ໂອ, ລູກ​ຊາຍ​ກົກ​ຂອງ​ເອຢິບໂຕ, ລູກ​ສາວ​ຂອງ​ຮາມ, ແລະ ເປັນ​ໄປ​ຕາມ​ວິ​ທີ​ການ​ປົກ​ຄອງ​ຂອງ​ຮາມ, ຊຶ່ງ​ຄື ແບບປິຕຸ.

26 ຟາ​ຣາ​ໂອ, ໂດຍ​ທີ່​ເປັນ​ຄົນ​ຊອບ​ທຳ, ໄດ້​ສະຖາ​ປະນາ​ອາ​ນາ​ຈັກ​ຂອງ​ຕົນ​ຂຶ້ນ ແລະ ຕັດ​ສິນ​ຜູ້​ຄົນ​ຂອງ​ເພິ່ນ​ຢ່າງ​ສະຫລາດ ແລະ ທ່ຽງ​ທຳ​ຕະຫລອດ​ວັນ​ເວລາ​ຂອງ​ເພິ່ນ, ໂດຍ​ສະແຫວງ​ຫາ​ຢ່າງ​ພາກ​ພຽນ​ທີ່​ຈະ​ຮຽນ​ແບບ​ລະບຽບ​ນັ້ນ​ທີ່​ຖືກ​ສະຖາ​ປະນາ​ໄວ້​ໂດຍ​ບັນ​ພະ​ບຸ​ລຸດ​ໃນ​ລຸ້ນ​ທຳ​ອິດ, ໃນ​ວັນ​ເວລາ​ຂອງ​ການ​ປົກ​ຄອງ​ແບບປິຕຸ​ໃນ​ສະ​ໄໝ​ທຳ​ອິດ, ແມ່ນ​ແຕ່​ໃນ​ການ​ປົກ​ຄອງ​ຂອງ​ອາດາມ, ແລະ ຂອງ​ໂນອາ​ນຳ​ອີກ, ບິດາ​ຂອງ​ເພິ່ນ​ນຳ​ອີກ, ຜູ້​ໄດ້​ອວຍ​ພອນ​ເພິ່ນ​ດ້ວຍ ພອນ​ຂອງ​ແຜ່ນ​ດິນ​ໂລກ, ແລະ ດ້ວຍ​ພອນ​ແຫ່ງ​ປັນ​ຍາ, ແຕ່​ໄດ້​ສາບ​ແຊ່ງ​ເພິ່ນ​ກ່ຽວ​ກັບ​ຖານະ​ປະ​ໂລ​ຫິດ.

27 ບັດ​ນີ້, ຟາ​ຣາ​ໂອ​ໂດຍ​ທີ່​ເປັນ​ຂອງ​ທາ​ຍາດ​ນີ້ ຈຶ່ງ​ບໍ່​ສາ​ມາດ​ມີ​ສິດ​ຂອງ ຖານະ​ປະ​ໂລ​ຫິດ, ທັງໆ​ທີ່​ບັນ​ດາ​ຟາ​ຣາ​ໂອ​ຢາກ​ຈະ​ອ້າງ​ສິດ​ນີ້​ດ້ວຍ​ຄວາມ​ເຕັມ​ໃຈ​ຈາກ​ໂນອາ​ກໍ​ຕາມ, ໂດຍ​ຜ່ານ​ຮາມ, ສະນັ້ນ ບິດາ​ຂອງ​ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ຖືກ​ພາ​ໄປ​ຫລົງ​ຜິດ​ໂດຍ​ການ​ນັບ​ຖື​ຮູບ​ບູຊາ​ຂອງ​ພວກ​ເຂົາ;

28 ແຕ່​ຂ້າ​ພະ​ເຈົ້າ​ຈະ​ພະ​ຍາ​ຍາມ, ໃນ​ພາຍ​ຫລັງ, ເພື່ອ​ໃຫ້​ເລື່ອງ​ລາວ​ກ່ຽວ​ກັບ​ເຫດ​ການ​ທີ່​ໄດ້​ເກີດ​ຂຶ້ນ​ຈາກ​ຕົວ​ຂອງ​ຂ້າ​ພະ​ເຈົ້າ​ເອງ​ຢ້ອນ​ກັບ​ໄປ​ເຖິງ​ການ​ເລີ່ມ​ຕົ້ນ​ຂອງ​ການ​ສ້າງ, ເພາະ ບັນ​ທຶກ​ໄດ້​ມາ​ເຖິງ​ມື​ຂອງ​ຂ້າ​ພະ​ເຈົ້າ, ຊຶ່ງ​ຂ້າ​ພະ​ເຈົ້າ​ມີ​ຢູ່​ໃນ​ປະ​ຈຸ​ບັນ​ນີ້.

29 ບັດ​ນີ້, ຫລັງ​ຈາກ​ພວກ​ປະ​ໂລ​ຫິດ​ຂອງ​ເອ​ເຄ​ນາ​ໄດ້​ຖືກ​ລົງ​ທັນ​ຈົນ​ເຖິງ​ແກ່​ຄວາມ​ຕາຍ, ສິ່ງ​ທີ່​ໄດ້​ກ່າວ​ໄວ້​ກັບ​ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ສຳ​ເລັດ​ຄົບ​ຖ້ວນ​ກ່ຽວ​ກັບ​ແຜ່ນ​ດິນ​ເຄນ​ເດຍ, ວ່າ​ຈະ​ມີ​ຄວາມ​ອຶດ​ຢາກ​ໃນ​ແຜ່ນ​ດິນ.

30 ຄວາມ​ອຶດ​ຢາກ​ໄດ້​ເກີດ​ຂຶ້ນ​ຕະຫລອດ​ທົ່ວ​ແຜ່ນ​ດິນ​ເຄນ​ເດຍ​ດັ່ງ​ນີ້, ແລະ ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ແສນ​ສາ​ຫັດ​ເພາະ​ຄວາມ​ອຶດ​ຢາກ, ແລະ ເພິ່ນ​ໄດ້​ກັບ​ໃຈ​ຈາກ​ຄວາມ​ຊົ່ວ ຊຶ່ງ​ເພິ່ນ​ໄດ້​ຕັ້ງ​ໃຈ​ຕໍ່​ຕ້ານ​ຂ້າ​ພະ​ເຈົ້າ, ເພື່ອ​ເອົາ ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ.

31 ແຕ່​ບັນ​ທຶກ​ຂອງ​ບັນ​ພະ​ບຸ​ລຸດ, ແມ່ນ​ແຕ່ປິຕຸ, ກ່ຽວ​ກັບ​ສິດ​ຂອງ​ຖານະ​ປະ​ໂລ​ຫິດ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ປົກ​ປັກ​ຮັກ​ສາ​ໄວ້​ໃນ​ມື​ຂອງ​ຂ້າ​ພະ​ເຈົ້າ​ເອງ; ສະນັ້ນ​ຄວາມ​ຮູ້​ເລື່ອງ​ການ​ເລີ່ມ​ຕົ້ນ​ຂອງ​ກາ​ນ​ສ້າງ, ແລະ ເລື່ອງ ດາວ​ພະ​ເຄາະ​ທັງ​ຫລາຍ​ນຳ​ອີກ, ແລະ ເລື່ອງ​ດວງ​ດາວ, ດັ່ງ​ທີ່​ມັນ​ໄດ້​ຖືກ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ​ແກ່​ບັນ​ພະ​ບຸ​ລຸດ, ໄດ້​ຖືກ​ຮັກ​ສາ​ໄວ້​ແມ່ນ​ແຕ່​ຈົນ​ເຖິງ​ວັນ​ນີ້, ແລະ ຂ້າ​ພະ​ເຈົ້າ​ຈະ​ພະ​ຍາ​ຍາມ​ຂຽນ​ບາງ​ເລື່ອງ​ຈາກ​ສິ່ງ​ເຫລົ່າ​ນີ້​ໄວ້​ໃນ​ບັນ​ທຶກ​ນີ້, ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ລູກ​ຫລານ​ທີ່​ຈະ​ເກີດ​ມາ​ຫລັງ​ຈາກ​ຂ້າ​ພະ​ເຈົ້າ.