ສິ່ງ​ຊ່ວຍ​ສຶກ​ສາ
ເອຢິບ


ເອຢິບ

ປະເທດ​ໜຶ່ງ​ຢູ່​ສົ້ນ​ເໜືອ​ຂອງ​ອາ​ຟຣິ​ກາ. ແຜ່ນ​ດິນ​ສ່ວນ​ໃຫຍ່​ຂອງ​ເອຢິບ​ແມ່ນ​ແຫ້ງ​ແລ້ງ ແລະ ເປົ່າ​ປ່ຽວ. ສ່ວນ​ຫລາຍ​ແລ້ວ​ຜູ້​ຄົນ​ອາ​ໄສ​ຢູ່​ຕາມ​ຮ່ອມ​ພູ​ແມ່​ນ້ຳ​ນິນ, ຊຶ່ງ​ກວ້າງ​ໄກ​ເຖິງ 550 ໄມ (890 ກິ​ໂລ​ແມັດ).

ເອຢິບ​ໃນ​ສະ​ໄໝ​ບູຮານ​ເປັນ​ປະເທດ​ທີ່​ຮັ່ງ​ມີ ແລະ ຈະ​ເລີນ​ກ້າວ​ໜ້າ. ວຽກ​ງານ​ສາ​ທາ​ລະ​ນະ​ທີ່​ໃຫຍ່​ໂຕ​ໄດ້​ຖືກ​ສ້າງ​ຂຶ້ນ, ລວມ​ທັງ​ການ​ສ້າງ​ຄອງ​ລະ​ບາຍ​ນ້ຳ; ເປັນ​ເມືອງ​ທີ່​ເຂັ້ມ​ແຂງ​ທາງ​ດ້ານ​ການ​ປ້ອງ​ກັນ; ແລະ ອາ​ນຸ​ສອນ​ຂອງ​ບັນ​ດາ​ກະສັດ, ໂດຍ​ສະ​ເພາະ​ສຸ​ສານ​ປີ​ລະ​ມິດ ແລະ ພຣະ​ວິຫານ, ຊຶ່ງ​ຍັງ​ເປັນ​ສິ່ງ​ທີ່​ຊາວ​ໂລກ​ອັດ​ສະ​ຈັນ​ໃຈ​ຢູ່. ເພາະ​ໃນ​ຊ່ວງ​ໄລ​ຍະ​ໜຶ່ງ, ການ​ປົກ​ຄອງ​ຂອງ​ຊາວ​ເອຢິບ​ເປັນ​ການ​ລອກ​ແບບ​ລະບຽບ​ແຫ່ງປິຕຸ​ຂອງ​ຖານະ​ປະ​ໂລ​ຫິດ (ອຣຮ 1:21–27).