ສິ່ງ​ຊ່ວຍ​ສຶກ​ສາ
ອາດາມ


ອາດາມ

ມະນຸດ​ຄົນ​ທຳ​ອິດ​ທີ່​ໄດ້​ຖືກ​ສ້າງ​ຂຶ້ນ​ຢູ່​ໃນ​ໂລກ.

ອາດາມ​ແມ່ນ​ບິດາ ແລະ ປິ​ຕຸ​ຂອງ​ມະນຸດ​ຊາດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ. ການ​ລ່ວງ​ລະເມີດ​ຂອງ​ລາວ​ຢູ່​ໃນ​ສວນ​ເອເດນ (ປຖກ 3; ຄພ 29:40–42; ມຊ 4) ເຮັດ​ໃຫ້​ລາວ​ຕ້ອງ “ຕົກ” ແລະ ກາຍ​ເປັນ​ມະຕະ, ຊຶ່ງ​ເປັນ​ຂັ້ນ​ຕອນ​ທີ່​ຈຳ​ເປັນ ກ່ອນ​ມະນຸດ​ຊາດ​ຈະ ຈະ​ເລີນ​ກ້າວ​ໜ້າ​ຢູ່​ເທິງ​ໂລກ​ນີ້ (2 ນຟ 2:14–29; ແອວ 12:21–26). ສະນັ້ນ ອາດາມ ແລະ ເອວາ ຈຶ່ງ​ຄວນ​ໄດ້​ຮັບ​ກຽດ​ສຳ​ລັບ​ບົດ​ບາດ​ຂອງ​ເຂົາ​ເຈົ້າ​ໃນ​ການ​ເຮັດ​ໃຫ້​ຄວາມ​ເຕີບ​ໂຕ​ນິ​ລັນ​ດອນ​ຂອງ​ເຮົາ​ເປັນ​ໄປ​ໄດ້. ອາດາມ​ໃນ​ສະ​ໄໝ​ບູຮານ ແລະ ໃນ​ທຸກ​ວັນ​ນີ້​ເປັນ​ທີ່​ຮູ້​ຈັກ​ກັນ​ວ່າ ມີ​ຄາເອນ (ດນອ 7; ຄພ 27:11; 107:53–54; 116; 138:38). ເພິ່ນ​ເປັນ​ອັກຄະທູດ (ຄພ 107:54) ແລະ ຈະ​ມາ​ສູ່​ໂລກ​ອີກ​ໃນ​ຖານະ​ເປັນປິຕຸ​ຂອງ​ຄອບ​ຄົວ​ມະນຸດ (ຄພ 116).