ສິ່ງ​ຊ່ວຍ​ສຶກ​ສາ
ລູກກົກ


ລູກກົກ

ໃນ​ສະ​ໄໝ​ຂອງປິຕຸ​ໃນ​ສະ​ໄໝ​ບູຮານ, ລູກ​ຊາຍ​ກົກ​ຈະ​ໄດ້​ຮັບ​ສິດ​ທິ​ຂອງ​ອ້າຍ​ກົກ (ປຖກ 43:33) ແລະ ດັ່ງ​ນັ້ນ​ຈຶ່ງ​ໄດ້​ຮັບ​ຕຳ​ແໜ່ງ​ຜູ້​ນຳ​ຄອບ​ຄົວ​ຫລັງ​ຈາກ​ພໍ່​ໄດ້​ເສຍ​ຊີ​ວິດ​ໄປ. ລູກ​ກົກ​ຕ້ອງ​ມີ​ຄ່າ​ຄວນ​ທີ່​ຈະ​ຮັບ​ເອົາ​ໜ້າ​ທີ່​ຮັບ​ຜິດ​ຊອບ​ນີ້ (1 ຂຄ 5:1–2) ແລະ ສາ​ມາດ​ສູນ​ເສຍ​ສິດ​ທິ​ຂອງ​ອ້າຍ​ກົກ​ໄປ​ໄດ້​ເພາະ​ຄວາມ​ບໍ່​ຊອບ​ທຳ.

ພາຍ​ໃຕ້​ກົດ​ຂອງ​ໂມເຊ, ລູກ​ຊາຍ​ກົກ​ໄດ້​ຖືກ​ນັບ​ຖື​ວ່າ​ເປັນ​ຂອງ​ພຣະ​ເຈົ້າ. ລູກ​ກົກ​ໄດ້​ຮັບ​ມໍ​ລະ​ດົກ​ສອງ​ເທົ່າ​ຂອງ​ພໍ່ (ພບຍ 21:17). ຫລັງ​ຈາກ​ພໍ່​ຂອງ​ລາວ​ໄດ້​ເສຍ​ຊີ​ວິດ​ໄປ, ລາວ​ໄດ້​ຮັບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຈະ​ດູ​ແລ​ແມ່ ແລະ ເອື້ອຍ​ນ້ອງ​ຂອງ​ລາວ.

ສັດ​ໂຕ​ເຖິກ​ຫົວ​ປີ​ທຸກໆ​ໂຕ​ກໍ​ເປັນ​ຂອງ​ພຣະ​ເຈົ້າ​ຄື​ກັນ. ສັດ​ທີ່​ສະອາດ​ໄດ້​ຖືກ​ໃຊ້​ເປັນ​ເຄື່ອງ​ຖວາຍ, ສ່ວນ​ສັດ​ທີ່​ບໍ່​ສະອາດ​ຖືກ​ໄຖ່​ຖອນ ຫລື ຂາຍ​ໄປ ຫລື ຂ້າ​ຖິ້ມ (ອພຍ 13:2, 11–13; 34:19–20; ລລວ 27:11–13, 26–27).

ລູກ​ກົກ​ເປັນ​ສັນ​ຍາ​ລັກ​ເຖິງ​ພຣະ​ເຢຊູ​ຄຣິດ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ​ຢູ່​ໃນ​ໂລກ, ເຕືອນ​ຜູ້​ຄົນ​ວ່າ​ພຣະ​ເມ​ຊີ​ອາ​ທີ່​ຍິ່ງ​ໃຫຍ່ຈະ​ສະ​ເດັດ​ມາ (ມຊ 5:4–8; 6:63).

ພຣະ​ເຢຊູ​ເປັນ​ລູກ​ກົກ​ຂອງ​ລູກໆ​ທາງ​ວິນ​ຍານ​ຂອງ​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ, ເປັນ​ພຣະ​ອົງ​ດຽວ​ທີ່​ຖື​ກຳເນີດ​ຈາກ​ພຣະ​ບິດາ​ໃນ​ເນື້ອ​ໜັງ, ແລະ ເປັນ​ຜູ້​ທຳ​ອິດ​ທີ່​ລຸກ​ຂຶ້ນ​ຈາກ​ຄວາມ​ຕາຍ​ໃນ​ການ​ຟື້ນ​ຄືນ​ພຣະ​ຊົນ (ກລຊ 1:13–18). ໄພ່​ພົນ​ຂອງ​ພຣະ​ເຈົ້າ​ທີ່​ຊື່​ສັດ​ກາຍ​ເປັນ​ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ລູກ​ກົກ​ໃນ​ຊົ່ວ​ນິ​ລັນ​ດອນ (ຄພ 93:21–22).