ສິ່ງ​ຊ່ວຍ​ສຶກ​ສາ
ເຢ​ໂຮ​ວາ


ເຢ​ໂຮ​ວາ

ພຣະ​ນາມ​ແຫ່ງ​ພັນທະ​ສັນ​ຍາ ຫລື ທີ່​ຖືກ​ຕ້ອງ​ຂອງ​ພຣະ​ເຈົ້າ​ຂອງ​ອິດສະ​ຣາເອນ. ມັນ​ຊີ້​ບອກ “ເຮົາ​ເປັນ​ຜູ້​ເຮົາເປັນ” (ອພຍ 3:14; ຢຮ 8:58). ເຢ​ໂຮ​ວາ​ເປັນ​ຊື່​ກ່ອນ​ມະຕະ​ຂອງ​ພຣະ​ເຢຊູ​ຄຣິດ ແລະ ໄດ້​ມາ​ສູ່​ໂລກ​ໃນ​ຖານະ​ທີ່​ເປັນ​ບຸດ​ຂອງ​ນາງ​ມາຣີ (ມຊຢ 3:8; 15:1; 3 ນຟ 15:1–5). ຕາມ​ປົກ​ກະ​ຕິ​ແລ້ວ, ເມື່ອ​ຄຳ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ປະກົດ​ຢູ່​ໃນ​ພຣະ​ຄຳ​ພີ​ເດີມ, ມັນ​ໝາຍ​ເຖິງ “ພຣະ​ເຢ​ໂຮ​ວາ.”

ພຣະ​ເຢ​ໂຮ​ວາ​ຄື ພຣະ​ຄຣິດ

ພຣະ​ເຢ​ໂຮ​ວາ​ໄດ້​ເປັນ​ທີ່​ຮູ້​ຈັກ​ຕໍ່​ສາດ​ສະ​ດາ​ໃນ​ສະ​ໄໝ​ບູຮານ (ອພຍ 6:3; ອຣຮ 1:16). ອັກຄະ​ສາວົກ ໂປໂລ​ໄດ້​ສອນ​ວ່າ ພຣະ​ຄຣິດ​ຄື​ພຣະ​ເຢ​ໂຮ​ວາ​ຂອງ​ພຣະ​ຄຳ​ພີ​ເດີມ (ອພຍ 17:6; 1 ກຣທ 10:1–4). ນ້ອງ​ຊາຍ​ຂອງ​ຢາເຣັດ​ໃນ​ພຣະ​ຄຳ​ພີ​ມໍມອນ​ໄດ້​ເຫັນ​ພຣະ​ຄຣິດ​ກ່ອນ​ມະຕະ ແລະ ໄດ້​ນະມັດ​ສະການ​ພຣະ​ອົງ (ອທ 3:13–15). ໂມ​ໂຣ​ໄນ​ຍັງ​ໄດ້​ເອີ້ນ​ພຣະ​ຄຣິດ​ວ່າ “ພຣະ​ເຢ​ໂຮ​ວາ” ນຳອີກ (ມຣນ 10:34). ທີ່​ພຣະ​ວິຫານ​ເຄີດແລນ, ໂຈເຊັບ ສະມິດ ແລະ ອໍ​ລີ​ເວີ ຄາວ​ເດີຣີ ໄດ້​ເຫັນ​ພຣະ​ເຢ​ໂຮ​ວາ​ທີ່​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ (ຄພ 110:3–4).