ສິ່ງ​ຊ່ວຍ​ສຶກ​ສາ
ມະຫາ​ປະ​ໂລ​ຫິດ


ມະຫາ​ປະ​ໂລ​ຫິດ

ຕຳ​ແໜ່ງ​ໜຶ່ງ​ໃນ​ຖານະ​ປະ​ໂລ​ຫິດ. ພຣະ​ຄຳ​ພີ​ກ່າວ​ເຖິງ “ມະຫາ​ປະ​ໂລ​ຫິດ” ໃນ​ຄວາມ​ໝາຍ​ສອງ​ຢ່າງ: (1) ຕຳ​ແໜ່ງ​ໃນ​ຖານະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ; ແລະ (2) ພາຍ​ໃຕ້​ກົດ​ຂອງ​ໂມເຊ, ເຈົ້າ​ໜ້າ​ທີ່​ຄວບ​ຄຸມ ຖານະ​ປະ​ໂລ​ຫິດ​ແຫ່ງ​ອາໂຣນ.

ຄວາມ​ໝາຍ​ທຳ​ອິດ​ໝາຍ​ເຖິງ​ພຣະ​ເຢຊູ​ຄຣິດ​ໃນ​ຖານະ​ມະຫາ​ປະ​ໂລ​ຫິດ​ທີ່​ຍິ່ງ​ໃຫຍ່. ອາດາມ ແລະ ປິ​ຕຸ​ທຸກ​ຄົນ​ກໍ​ໄດ້​ເປັນ​ມະຫາ​ປະ​ໂລ​ຫິດ​ຄື​ກັນ. ທຸກ​ວັນ​ນີ້, ມະຫາ​ປະ​ໂລ​ຫິດ​ສາມ​ຄົນ​ຕັ້ງ​ເປັນ​ຝ່າຍ​ປະທານ​ສູງ​ສຸດ​ຂອງ​ສາດ​ສະ​ໜາ​ຈັກ ແລະ ຄວບ​ຄຸມ​ຜູ້​ດຳ​ລົງ​ຖານະ​ປະ​ໂລ​ຫິດ ແລະ ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທັງ​ໝົດ. ມີ​ຜູ້​ຊາຍ​ທີ່​ມີ​ຄ່າ​ຄວນ​ຫລາຍ​ຄົນ​ຕື່ມ​ອີກ​ທີ່​ໄດ້​ຖືກ​ແຕ່ງ​ຕັ້ງ​ຕໍ່​ມະຫາ​ປະ​ໂລ​ຫິດ​ຕາມ​ທີ່​ເຫັນ​ວ່າ​ເໝາະ​ສົມ ຕະຫລອດ​ທົ່ວ​ສາດ​ສະ​ໜາ​ຈັກ​ໃນ​ທຸກ​ວັນ​ນີ້. ມະຫາ​ປະ​ໂລ​ຫິດ​ອາດ​ຖືກ​ເອີ້ນ, ແຕ່ງ​ຕັ້ງ​ເປັນ​ທາງ​ການ, ແລະ ແຕ່ງ​ຕັ້ງ​ໃຫ້​ເປັນ​ອະ​ທິ​ການ​ກໍ​ໄດ້ (ຄພ 68:19; 107:69–71).

ໃນ​ຄວາມ​ໝາຍ​ຢ່າງ​ທີ​ສອງ, ພາຍ​ໃຕ້​ກົດ​ຂອງ​ໂມເຊ, ເຈົ້າ​ໜ້າ​ທີ່​ຄວບ​ຄຸມ​ຖານະ​ປະ​ໂລ​ຫິດ​ແຫ່ງ​ອາໂຣນ ໄດ້​ຖືກ​ເອີ້ນ​ວ່າ ມະຫາ​ປະ​ໂລ​ຫິດ. ຕຳ​ແໜ່ງ​ນີ້​ແມ່ນ​ສົ່ງ​ຕໍ່​ຈາກ​ພໍ່​ຫາ​ລູກ ແລະ ຜ່ານ​ລູກ​ຊາຍ​ກົກ​ໃນ​ຄອບ​ຄົວ​ຂອງ​ອາໂຣນ, ອາໂຣນ​ເອງ​ໄດ້​ເປັນ​ມະຫາ​ປະ​ໂລ​ຫິດ​ຄົນ​ທຳ​ອິດ​ໃນ​ຖານະ​ປະ​ໂລ​ຫິດ​ແຫ່​ງ​ອາໂຣນ (ອພຍ 28–29; ລລວ 8; ຄພ 84:18).