ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 50


ພາກ​ທີ 50

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ວັນທີ 9 ເດືອນ​ພຶດສະພາ, 1831. ປະຫວັດ​ຂອງ​ໂຈເຊັບ ສະມິດ ກ່າວ​ວ່າ​ແອວເດີ​ບາງ​ຄົນ​ບໍ່​ເຂົ້າ​ໃຈ​ການ​ສະແດງ​ໃຫ້​ປະຈັກ​ຂອງ​ວິນ​ຍານ​ທີ່​ແຕກ​ຕ່າງ​ກັນ​ຢູ່​ໃນ​ແຜ່ນ​ດິນ​ໂລກ ແລະ ວ່າ​ການ​ເປີດ​ເຜີຍ​ນີ້​ໄດ້​ຖືກ​ມອບ​ໃຫ້​ຕາມ​ການ​ທູນ​ຖາມ​ພິ​ເສດ​ຂອງ​ເພິ່ນ​ກ່ຽວ​ກັບ​ເລື່ອງ​ນີ້. ສິ່ງ​ທີ່​ເອີ້ນ​ກັນ​ວ່າ​ການ​ແປກ​ປະ​ຫລາດ​ທາງ​ວິນ​ຍານ​ບໍ່​ໄດ້​ເປັນ​ສິ່ງ​ຜິດ​ປົກ​ກະ​ຕິ​ຢູ່​ໃນ​ບັນ​ດາ​ສະມາ​ຊິກ, ຊຶ່ງ​ບາງ​ຄົນ​ອ້າງ​ວ່າ​ໄດ້​ຮັບ​ພາບ​ນິມິດ ແລະ ການ​ເປີດ​ເຜີຍ.

1–5, ມີ​ວິນ​ຍານ​ເທັດ​ຢ່າງ​ຫລວງ​ຫລາຍ​ຢູ່​ໃນ​ແຜ່ນ​ດິນ​ໂລກ; 6–9, ວິບັດ​ແກ່​ຄົນ​ໜ້າ​ຊື່​ໃຈ​ຄົດ ແລະ ຄົນ​ເຫລົ່າ​ນັ້ນ​ທີ່​ຖືກ​ຕັດ​ອອກ​ຈາກ​ສາດ​ສະ​ໜາ​ຈັກ; 10–14, ແອວເດີ​ຕ້ອງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ໂດຍ​ພຣະ​ວິນ​ຍານ; 15–22, ທັງ​ຜູ້​ສັ່ງ​ສອນ ແລະ ຜູ້​ຟັງ​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ຄວາມ​ສະ​ຫວ່າງ​ຈາກ​ພຣະ​ວິນ​ຍານ; 23–25, ສິ່ງ​ທີ່​ບໍ່​ເສີມ​ສ້າງ​ບໍ່​ໄດ້​ມາ​ຈາກ​ພຣະ​ເຈົ້າ; 26–28, ຄົນ​ຊື່​ສັດ​ເປັນ​ຜູ້​ຄອບ​ຄອງ​ທຸກ​ສິ່ງ​ທັງ​ປວງ; 29–36, ຄຳ​ອະ​ທິ​ຖານ​ຂອງ​ຄົນ​ບໍ​ລິ​ສຸດ​ໄດ້​ຮັບ​ຄຳ​ຕອບ; 37–46, ພຣະ​ຄຣິດ​ເປັນ​ຜູ້​ລ້ຽງ​ທີ່​ດີ ແລະ ເປັນ​ຫີນ​ສີ​ລາ​ແຫ່ງ​ອິດສະ​ຣາເອນ.

1 ຈົ່ງ​ເຊື່ອ​ຟັງ, ໂອ້ ພວກ​ເຈົ້າ​ແອວເດີ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ແລະ ງ່ຽງ​ຫູ​ຟັງ​ສຽງ​ຂອງ​ພຣະ​ເຈົ້າ​ທີ່​ຊົງ​ພຣະ​ຊົນ​ຢູ່; ແລະ ເອົາ​ໃຈ​ໃສ່​ຕໍ່​ຄຳ​ແຫ່ງ​ປັນ​ຍາ ຊຶ່ງ​ຈະ​ຖືກ​ມອບ​ໃຫ້​ແກ່​ພວກ​ເຈົ້າ, ດັ່ງ​ທີ່​ພວກ​ເຈົ້າ​ໄດ້​ທູນ​ຖາມ ແລະ ເຫັນ​ພ້ອມ​ກັນ​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ, ແລະ ວິນ​ຍານ​ຕ່າງໆ​ຢູ່​ໃນ​ແຜ່ນ​ດິນ​ໂລກ.

2 ຈົ່ງ​ເບິ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ມີ​ວິນ​ຍານ​ຢ່າງ​ຫລວງ​ຫລາຍ​ທີ່​ເປັນ ວິນ​ຍານ​ເທັດ, ທີ່​ໄດ້ອອກ​ໄປ​ໃນ​ແຜ່ນ​ດິນ​ໂລກ, ຫລອກ​ລວງ​ໂລກ.

3 ແລະ ຊາຕານ​ກໍ​ສະແຫວງ​ຫາ​ທີ່​ຈະ​ຫລອກ​ລວງ​ພວກ​ເຈົ້າ​ຄື​ກັນ, ເພື່ອ​ວ່າ​ມັນ​ຈະ​ໄດ້​ເອົາ​ຊະນະ​ພວກ​ເຈົ້າ.

4 ຈົ່ງ​ເບິ່ງ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ຫລຽວ​ເບິ່ງ​ພວກ​ເຈົ້າ, ແລະ ໄດ້​ເຫັນ​ຄວາມ​ໜ້າ​ກຽດ​ຊັງ​ໃນ​ສາດ​ສະ​ໜາ​ຈັກ​ທີ່ ອ້າງ​ນາມ​ຂອງ​ເຮົາ.

5 ແຕ່​ຄົນ​ທີ່​ຊື່​ສັດ ແລະ ອົດ​ທົນ​ຍ່ອມ​ເປັນ​ສຸກ, ບໍ່​ວ່າ​ໃນ​ຊີ​ວິດ ຫລື ໃນ​ຄວາມ​ຕາຍ, ເພາະ​ວ່າ​ເຂົາ​ຈະ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ​ເປັນ​ມູນ​ມໍ​ລະ​ດົກ.

6 ແຕ່​ວິບັດ​ແກ່​ຄົນ ຫລອກ​ຫລວງ ແລະ ຄົນ​ໜ້າ​ຊື່​ໃຈ​ຄົດ, ເພາະ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້, ເຮົາ​ຈະ​ນຳ​ເຂົາ​ມາ​ສູ່​ການ​ພິ​ພາກ​ສາ.

7 ຈົ່ງ​ເບິ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ມີ​ຄົນ ໜ້າ​ຊື່​ໃຈ​ຄົດ​ໃນ​ບັນ​ດາ​ພວກ​ເຈົ້າ, ຜູ້​ໄດ້​ຫລອກ​ລວງ​ບາງ​ຄົນ, ຊຶ່ງ​ໄດ້​ມອບ ອຳນາດ​ໃຫ້ ສັດ​ຕູ; ແຕ່​ຈົ່ງ​ເບິ່ງ ຄົນ ເຊັ່ນ​ນັ້ນ​ຈະ​ຕ້ອງ​ຖືກ​ນຳ​ກັບ​ຄືນ​ມາ;

8 ແຕ່​ຄົນ​ໜ້າ​ຊື່​ໃຈ​ຄົດ​ຈະ​ຖືກ​ຊອກ​ເຫັນ ແລະ ຖືກ ຕັດ​ອອກ, ໃນ​ຊີ​ວິດ​ຫລື​ບໍ່​ກໍ​ໃນ​ຄວາມ​ຕາຍ, ແມ່ນ​ແຕ່ ຕາມ​ທີ່​ເຮົາ​ປະສົງ; ແລະ ວິບັດ​ແກ່​ພວກ​ເຂົາ​ຜູ້​ຖືກ​ຕັດ​ອອກ​ຈາກ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ເພາະ​ໂລກ​ໄດ້​ເອົາ​ຊະນະ​ຜູ້​ຄົນ​ເຫລົ່າ​ນັ້ນ​ແລ້ວ.

9 ດັ່ງ​ນັ້ນ, ໃຫ້​ມະນຸດ​ທຸກ​ຄົນ​ລະ​ວັງ ເພື່ອ​ວ່າ​ເຂົາ​ຈະ​ບໍ່​ເຮັດ​ສິ່ງ​ທີ່​ບໍ່​ເປັນ​ຄວາມ​ຈິງ ແລະ ບໍ່​ຊອບ​ທຳ​ຢູ່​ຕໍ່​ໜ້າ​ເຮົາ.

10 ແລະ ບັດ​ນີ້​ມາ​ເຖີດ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, ໂດຍ​ພຣະ​ວິນ​ຍານ, ກັບ​ແອວເດີ​ແຫ່ງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ແລະ ໃຫ້​ພວກ​ເຮົາ​ມາ ເຈ​ລະ​ຈາ​ນຳ​ກັນ, ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ເຂົ້າ​ໃຈ;

11 ໃຫ້​ພວກ​ເຮົາ​ມາ​ເຈ​ລະ​ຈາ​ນຳ​ກັນ ແມ່ນ​ແຕ່​ຄື​ກັນ​ກັບ​ມະນຸດ​ຄົນ​ໜຶ່ງ​ເຈ​ລະ​ຈາ​ກັບ​ມະນຸດ​ອີກ​ຄົນ​ໜຶ່ງ​ໜ້າ​ຕໍ່​ໜ້າ.

12 ບັດ​ນີ້, ເມື່ອ​ມະນຸດ​ຄົນ​ໜຶ່ງ​ເຈ​ລະ​ຈາ​ກັບ​ມະນຸດ​ອີກ​ຄົນ​ໜຶ່ງ ກໍ​ໝາຍ​ຄວາມ​ວ່າ​ເຂົາ​ເຂົ້າ​ໃຈ​ມະນຸດ, ເພາະ ເຂົາ​ເຈ​ລະ​ຈາ​ດັ່ງ​ມະນຸດ; ແມ່ນ​ແຕ່​ເຊັ່ນ​ນັ້ນ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈະ​ເຈ​ລະ​ຈາ​ກັບ​ພວກ​ເຈົ້າ ເພື່ອ​ວ່າ​ພວກ​ເຈົ້າ​ຈະ ເຂົ້າ​ໃຈ.

13 ດັ່ງ​ນັ້ນ, ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ຖາມ​ຄຳ​ຖາມ​ນີ້​ກັບ​ພວກ​ເຈົ້າ—ພວກ​ເຈົ້າ​ໄດ້​ຮັບ ການ​ແຕ່ງ​ຕັ້ງ​ເພື່ອ​ສິ່ງ​ໃດ?

14 ເພື່ອ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ໂດຍ ພຣະ​ວິນ​ຍານ, ແມ່ນ​ແຕ່ ພຣະ​ຜູ້​ປອບ​ໂຍນ ຊຶ່ງ​ຖືກ​ສົ່ງ​ອອກ​ໄປ​ເພື່ອ​ສິດ​ສອນ​ຄວາມ​ຈິງ.

15 ແລະ ຈາກ​ນັ້ນ​ພວກ​ເຈົ້າ​ໄດ້​ຮັບ​ເອົາ ວິນ​ຍານ​ຕ່າງໆ ຊຶ່ງ​ພວກ​ເຈົ້າ​ບໍ່​ສາ​ມາດ​ເຂົ້າ​ໃຈ, ແລະ ຮັບ​ເອົາ​ມັນ​ວ່າ ມັນ​ມາ​ຈາກ​ພຣະ​ເຈົ້າ ແລະ ໃນ​ການ​ນີ້​ພວກ​ເຈົ້າ​ເຮັດ​ຖືກ​ຕ້ອງ​ແລ້ວ​ບໍ?

16 ຈົ່ງ​ເບິ່ງ ພວກ​ເຈົ້າ​ຈະ​ຕ້ອງ​ຕອບ​ຄຳ​ຖາມ​ນີ້​ດ້ວຍ​ຕົນ​ເອງ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ຍັງ​ຈະ​ມີ​ຄວາມ​ເມດ​ຕາ​ຕໍ່​ພວກ​ເຈົ້າ; ຄົນ​ທີ່​ອ່ອນ​ແອ​ໃນ​ບັນ​ດາ​ພວກ​ເຈົ້າ​ຈະ​ຖືກ​ເຮັດ​ໃຫ້ ເຂັ້ມ​ແຂງ​ຕໍ່​ຈາກ​ນີ້​ໄປ.

17 ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຄົນ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈາກ​ເຮົາ ແລະ ຖືກ​ສົ່ງ​ອອກ​ໄປ ສັ່ງ​ສອນ​ພຣະ​ຄຳ​ແຫ່ງ​ຄວາມ​ຈິງ​ໂດຍ​ພຣະ​ຜູ້​ປອບ​ໂຍນ, ໃນ​ພຣະ​ວິນ​ຍານ​ແຫ່ງ​ຄວາມ​ຈິງ, ເຂົາ​ຈະ​ສັ່ງ​ສອນ​ມັນ​ໂດຍ ພຣະ​ວິນ​ຍານ​ແຫ່ງ​ຄວາມ​ຈິງ​ບໍ ຫລື ໂດຍ​ທາງ​ອື່ນ?

18 ແລະ ຖ້າ​ຫາກ​ເປັນ​ໂດຍ​ທາງ​ອື່ນ ມັນ​ກໍ​ບໍ່​ໄດ້​ມາ​ຈາກ​ພຣະ​ເຈົ້າ.

19 ແລະ ອີກ​ເທື່ອ​ໜຶ່ງ, ຄົນ​ທີ່​ໄດ້​ຮັບ​ພຣະ​ຄຳ​ແຫ່ງ​ຄວາມ​ຈິງ, ເຂົາ​ໄດ້​ຮັບ​ມັນ​ໂດຍ​ພຣະ​ວິນ​ຍານ​ແຫ່ງ​ຄວາມ​ຈິງ​ບໍ ຫລື ໂດຍ​ທາງ​ອື່ນ?

20 ຖ້າ​ຫາກ​ເປັນ​ໂດຍ​ທາງ​ອື່ນ ມັນ​ກໍ​ບໍ່​ໄດ້​ມາ​ຈາກ​ພຣະ​ເຈົ້າ.

21 ສະນັ້ນ, ດ້ວຍ​ເຫດ​ໃດ​ພວກ​ເຈົ້າ​ຈຶ່ງ​ບໍ່​ສາ​ມາດ​ເຂົ້າ​ໃຈ ແລະ ຮູ້​ຈັກ, ວ່າ​ຄົນ​ທີ່​ໄດ້​ຮັບ​ພຣະ​ຄຳ​ໂດຍ​ພຣະ​ວິນ​ຍານ​ແຫ່ງ​ຄວາມ​ຈິງ ໄດ້​ຮັບ​ມັນ​ດັ່ງ​ທີ່​ສັ່ງ​ສອນ​ໄວ້​ໂດຍ​ພຣະ​ວິນ​ຍານ​ແຫ່ງ​ຄວາມ​ຈິງ?

22 ດັ່ງ​ນັ້ນ, ຄົນ​ທີ່​ສັ່ງ​ສອນ ແລະ ຄົນ​ທີ່​ໄດ້​ຮັບ​ຈະ​ເຂົ້າ​ໃຈ​ກັນ, ແລະ ທັງ​ສອງ​ໄດ້​ຮັບ ການ​ເສີມ​ສ້າງ ແລະ ປິ​ຕິ​ຍິນ​ດີ​ນຳ​ກັນ.

23 ແລະ ສິ່ງ​ທີ່​ບໍ່​ເສີມ​ສ້າງ ບໍ່​ໄດ້​ມາ​ຈາກ​ພຣະ​ເຈົ້າ, ແລະ ເປັນ ຄວາມ​ມືດ.

24 ສິ່ງ​ທີ່​ມາ​ຈາກ​ພຣະ​ເຈົ້າ​ເປັນ ຄວາມ​ສະ​ຫວ່າງ; ແລະ ຄົນ​ທີ່​ໄດ້​ຮັບ​ຄວາມ​ສະ​ຫວ່າງ, ແລະ ດຳ​ເນີນ​ຢູ່​ກັບ​ພຣະ​ເຈົ້າ, ຈະ​ໄດ້​ຮັບ ຄວາມ​ສະ​ຫວ່າງ​ຫລາຍ​ຂຶ້ນ; ແລະ ຄວາມ​ສະ​ຫວ່າງ​ນັ້ນ​ຈະ​ຮຸ່ງ​ແຈ້ງ​ຫລາຍ​ຂຶ້ນ​ໄປ​ເລື້ອຍໆ​ຈົນ​ເຖິງ​ວັນ​ທີ່​ສົມ​ບູນ.

25 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ ແລະ ເຮົາ​ກ່າວ​ມັນ​ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ຮູ້ ຄວາມ​ຈິງ, ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ໄດ້​ຂັບ​ໄລ່​ຄວາມ​ມືດ​ອອກ​ໄປ​ຈາກ​ບັນ​ດາ​ພວກ​ເຈົ້າ;

26 ຄົນ​ໃດ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈາກ​ພຣະ​ເຈົ້າ ແລະ ຖືກ​ສົ່ງ​ອອກ​ໄປ, ຄົນໆ​ນັ້ນ​ໄດ້​ຖືກ​ກຳ​ນົດ​ໃຫ້​ເປັນ ຜູ້​ຍິ່ງ​ໃຫຍ່​ທີ່​ສຸດ, ເຖິງ​ແມ່ນ​ເຂົາ​ຈະ​ຕ່ຳ​ຕ້ອຍ​ທີ່​ສຸດ ແລະ ເປັນ ຄົນ​ຮັບ​ໃຊ້​ຜູ້​ຄົນ​ທັງ​ປວງ.

27 ດັ່ງ​ນັ້ນ, ເຂົາ​ຈຶ່ງ​ເປັນ ຜູ້​ຄອບ​ຄອງ​ທຸກ​ສິ່ງ​ທັງ​ປວງ; ເພາະ​ທຸກ​ສິ່ງ​ທັງ​ປວງ​ຂຶ້ນ​ຢູ່​ກັບ​ເຂົາ, ທັງ​ໃນ​ສະຫວັນ ແລະ ເທິງ​ແຜ່ນ​ດິນ​ໂລກ, ຊີ​ວິດ ແລະ ຄວາມ​ສະ​ຫວ່າງ, ພຣະ​ວິນ​ຍານ ແລະ ອຳນາດ, ໄດ້​ຖືກ​ສົ່ງ​ອອກ​ໄປ​ໂດຍ​ພຣະ​ປະສົງ​ຂອງ​ພຣະ​ບິດາ​ຜ່ານ​ພຣະ​ເຢຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ອົງ.

28 ແຕ່​ບໍ່​ມີ​ຄົນ​ໃດ​ເປັນ​ຜູ້​ຄອບ​ຄອງ​ທຸກ​ສິ່ງ​ທັງ​ປວງ ຍົກ​ເວັ້ນ​ແຕ່​ເຂົາ​ຈະ​ຖືກ ເຮັດ​ໃຫ້​ບໍ​ລິ​ສຸດ ແລະ ຊຳລະ​ລ້າງ​ຈາກ​ບາບ​ທັງ​ໝົດ​ເສຍ​ກ່ອນ.

29 ແລະ ຖ້າ​ຫາກ​ພວກ​ເຈົ້າ​ຖືກ​ເຮັດ​ໃຫ້​ບໍ​ລິ​ສຸດ ແລະ ຊຳລະ​ລ້າງ​ຈາກ​ບາບ​ທັງ​ໝົດ​ແລ້ວ, ພວກ​ເຈົ້າ​ຈະ ທູນ​ຂໍ​ສິ່ງ​ໃດ​ກໍ​ຕາມ​ທີ່​ພວກ​ເຈົ້າ​ປາດ​ຖະ​ໜາ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ ແລ້ວ​ສິ່ງ​ນັ້ນ​ກໍ​ຈະ​ເກີດ​ຂຶ້ນ.

30 ແຕ່​ຈົ່ງ​ຮູ້​ໄວ້​ວ່າ ສິ່ງ​ທີ່​ພວກ​ເຈົ້າ​ທູນ​ຂໍ​ຈະ​ຖືກ​ມອບ​ໃຫ້​ແກ່​ພວກ​ເຈົ້າ; ແລະ ເພາະ​ພວກ​ເຈົ້າ​ຖືກ​ກຳ​ນົດ​ໃຫ້ ເປັນ​ຫົວ​ໜ້າ, ວິນ​ຍານ​ທັງ​ຫລາຍ​ຈະ​ຂຶ້ນ​ຢູ່​ກັບ​ພວກ​ເຈົ້າ.

31 ດັ່ງ​ນັ້ນ, ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ຖ້າ​ຫາກ​ພວກ​ເຈົ້າ​ເຫັນ ວິນ​ຍານ​ສະແດງ​ໃຫ້​ປະຈັກ​ສິ່ງ​ທີ່​ພວກ​ເຈົ້າ​ບໍ່​ສາ​ມາດ​ເຂົ້າ​ໃຈ, ແລະ ພວກ​ເຈົ້າ​ບໍ່​ໄດ້​ຮັບ​ເອົາ​ວິນ​ຍານ​ນັ້ນ, ໃຫ້​ພວກ​ເຈົ້າ​ທູນ​ຂໍ​ຈາກ​ພຣະ​ບິດາ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ; ແລະ ຖ້າ​ຫາກ​ພຣະ​ອົງ​ບໍ່​ໄດ້​ມອບ​ວິນ​ຍານ​ນັ້ນ​ໃຫ້​ພວກ​ເຈົ້າ, ເມື່ອ​ນັ້ນ​ພວກ​ເຈົ້າ​ຈະ​ຮູ້​ວ່າ ມັນ​ບໍ່​ໄດ້​ມາ​ຈາກ​ພຣະເຈົ້າ.

32 ແລະ ມັນ​ຈະ​ຖືກ​ມອບ​ໃຫ້​ແກ່​ພວກ​ເຈົ້າ, ອຳນາດ​ເໜືອ​ວິນ​ຍານ​ນັ້ນ; ແລະ ພວກ​ເຈົ້າ​ຈະ​ປະ​ກາດ​ຕໍ່​ຕ້ານ​ວິນ​ຍານ​ນັ້ນ​ດ້ວຍ​ສຽງ​ອັນ​ດັງ​ວ່າ​ມັນ​ບໍ່​ໄດ້​ມາ​ຈາກ​ພຣະ​ເຈົ້າ—

33 ບໍ່​ແມ່ນ​ໂດຍ​ການ​ກ່າວ​ຫາ​ທີ່ ຕໍ່​ວ່າ, ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ບໍ່​ໃຫ້​ມັນ​ເອົາ​ຊະນະ, ທັງ​ບໍ່​ແມ່ນ​ດ້ວຍ​ການ​ກ່າວ ອວດ​ອ້າງ ຫລື ດ້ວຍ​ຄວາມ​ປິ​ຕິ​ຍິນ​ດີ, ຖ້າ​ບໍ່​ດັ່ງ​ນັ້ນ​ພວກ​ເຈົ້າ​ຈະ​ຖືກ​ມັນ​ຍຶດ​ໄວ້.

34 ຄົນ​ທີ່​ໄດ້​ຮັບ​ຈາກ​ພຣະ​ເຈົ້າ, ກໍ​ໃຫ້​ເຂົາ​ພິ​ຈາ​ລະ​ນາ​ວ່າ​ມັນ​ມາ​ຈາກ​ພຣະ​ເຈົ້າ; ແລະ ໃຫ້​ເຂົາ​ປິ​ຕິ​ຍິນ​ດີ​ທີ່​ເຂົາ​ໄດ້​ຮັບ​ການ​ພິ​ຈາ​ລະ​ນາ​ຈາກ​ພຣະ​ເຈົ້າ​ວ່າ ເຂົາ​ມີ​ຄ່າ​ຄວນ​ທີ່​ຈະ​ໄດ້​ຮັບ​ມັນ.

35 ແລະ ໂດຍ​ການ​ເອົາ​ໃຈ​ໃສ່ ແລະ ການ​ເຮັດ​ຕາມ​ສິ່ງ​ເຫລົ່າ​ນີ້​ຊຶ່ງ​ພວກ​ເຈົ້າ​ໄດ້​ຮັບ, ແລະ ຊຶ່ງ​ພວກ​ເຈົ້າ​ຈະ​ໄດ້​ຮັບ​ຫລັງ​ຈາກ​ນີ້—ແລະ ອາ​ນາ​ຈັກ​ທີ່​ພຣະ​ບິດາ​ມອບ​ໃຫ້​ແກ່​ພວກ​ເຈົ້າ, ແລະ ອຳນາດ​ທີ່​ຈະ​ເອົາ​ຊະນະ ທຸກ​ສິ່ງ​ທັງ​ປວງ ຊຶ່ງ​ບໍ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈາກ​ພຣະ​ອົງ—

36 ແລະ ຈົ່ງ​ເບິ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ພວກ​ເຈົ້າ​ເປັນ​ສຸກ​ແລ້ວ ຜູ້​ບັດ​ນີ້​ໄດ້​ຍິນ​ຖ້ອຍ​ຄຳ​ຂອງ​ເຮົາ​ຈາກ​ປາກ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ເຮົາ, ເພາະ​ບາບ​ຂອງ​ພວກ​ເຈົ້າ​ໄດ້​ຖືກ ອະ​ໄພ​ໃຫ້​ແລ້ວ.

37 ຈົ່ງ​ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ເວກ​ຟຽວ, ຜູ້​ຊຶ່ງ​ເຮົາ​ພໍ​ໃຈ​ຫລາຍ, ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ພາລີ ພີ ພະແຣັດ ອອກ​ໄປ​ຫາ​ໜ່ວຍ​ຂອງ​ສາດ​ສະ​ໜາ​ຈັກ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ພວກ​ເຂົາ​ໂດຍ​ການ​ໃຫ້​ຖ້ອຍ​ຄຳ​ແຫ່ງ ການ​ແນະນຳ;

38 ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ຈອນ ຄໍ​ຣຽວ ນຳ​ອີກ, ຫລື ຫລາຍ​ຕໍ່​ຫລາຍ​ຄົນ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ສູ່​ໜ້າ​ທີ່​ນີ້, ແລະ ໃຫ້​ພວກ​ເຂົາ​ທຳ​ງານ​ໃນ ສວນ​ອະງຸ່ນ; ແລະ ບໍ່​ໃຫ້​ຄົນ​ໃດ​ຂັດ​ຂວາງ​ພວກ​ເຂົາ​ໃນ​ການ​ເຮັດ​ສິ່ງ​ນັ້ນ ຊຶ່ງ​ເຮົາ​ໄດ້​ກຳ​ນົດ​ພວກ​ເຂົາ—

39 ດັ່ງ​ນັ້ນ, ໃນ​ເລື່ອງ​ນີ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ເອດເວີດ ພາດ​ທຣິດ ບໍ່​ຖືກ​ຕ້ອງ; ເຖິງ​ຢ່າງ​ໃດ​ກໍ​ຕາມ ໃຫ້​ລາວ​ກັບ​ໃຈ ແລະ ລາວ​ຈະ​ໄດ້​ຮັບ​ການ​ໃຫ້​ອະໄພ.

40 ຈົ່ງ​ເບິ່ງ, ພວກ​ເຈົ້າ​ເປັນ​ເດັກ​ນ້ອຍໆ ແລະ ພວກ​ເຈົ້າ​ບໍ່ ສາ​ມາດ​ອົດ​ທົນ​ກັບ​ທຸກ​ສິ່ງ​ທັງ​ປວງ​ໃນ​ຕອນ​ນີ້; ພວກ​ເຈົ້າ​ຕ້ອງ ເຕີບ​ໂຕ​ຂຶ້ນ​ໃນ ພຣະ​ຄຸນ ແລະ ໃນ​ຄວາມ​ຮູ້​ເລື່ອງ ຄວາມ​ຈິງ.

41 ຢ່າ​ສູ່​ຢ້ານ, ເດັກ​ນ້ອຍ​ເອີຍ, ເພາະ​ພວກ​ເຈົ້າ​ເປັນ​ຂອງ​ເຮົາ, ແລະ ເຮົາ​ໄດ້ ເອົາ​ຊະນະ​ໂລກ​ແລ້ວ, ແລະ ພວກ​ເຈົ້າ​ເປັນ​ຜູ້​ທີ່​ພຣະ​ບິດາ​ໄດ້ ມອບ​ໃຫ້​ແກ່​ເຮົາ;

42 ແລະ ບໍ່​ມີ​ຄົນ​ໃດ​ທີ່​ພຣະ​ບິດາ​ໄດ້​ມອບ​ໃຫ້​ແກ່​ເຮົາ​ຈະ ເສຍ​ໄປ.

43 ແລະ ພຣະ​ບິດາ​ກັບ​ເຮົາ​ເປັນ​ອັນ ໜຶ່ງ​ດຽວ​ກັນ. ເຮົາ​ຢູ່​ໃນ​ພຣະ​ບິດາ ແລະ ພຣະ​ບິດາ​ຢູ່​ໃນ​ເຮົາ; ແລະ ຕາບ​ໃດ​ທີ່​ພວກ​ເຈົ້າ​ໄດ້​ຮັບ​ເອົາ​ເຮົາ, ພວກ​ເຈົ້າ​ກໍ​ຢູ່​ໃນ​ເຮົາ ແລະ ເຮົາ​ກໍ​ຢູ່​ໃນ​ພວກ​ເຈົ້າ.

44 ດັ່ງ​ນັ້ນ, ເຮົາ​ຢູ່​ໃນ​ທ່າມ​ກາງ​ພວກ​ເຈົ້າ, ແລະ ເຮົາ​ເປັນ​ຜູ້​ລ້ຽງ ທີ່​ດີ, ແລະ ຫີນສີ​ລາ​ແຫ່ງ​ອິດສະ​ຣາເອນ. ຄົນ​ທີ່​ສ້າງ​ຢູ່​ເທິງ ຫີນສີ​ລາ​ນີ້​ຈະ ບໍ່​ຕົກ.

45 ແລະ ວັນ​ນັ້ນ​ຈະ​ມາ​ເຖິງ​ເມື່ອ​ພວກ​ເຈົ້າ​ຈະ​ໄດ້​ຍິນ​ສຽງ​ຂອງ​ເຮົາ ແລະ ເຫັນ​ເຮົາ, ແລະ ຮູ້​ວ່າ​ເຮົາ​ເປັນ​ຢູ່.

46 ສະນັ້ນ​ຈົ່ງ ເຝົ້າ​ຄອຍ, ເພື່ອ​ວ່າ​ພວກ​ເຈົ້າ​ຈະ ຕຽມ​ພ້ອມ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.