ສິ່ງ​ຊ່ວຍ​ສຶກ​ສາ
ພຣະ​ຜູ້​ປອບ​ໂຍນ


ພຣະ​ຜູ້​ປອບ​ໂຍນ

ພຣະ​ຄຳ​ພີ​ກ່າວ​ເຖິງ​ພຣະ​ຜູ້​ປອບ​ໂຍນ​ສອງ​ອົງ. ອົງ​ທຳ​ອິດ​ແມ່ນ​ພຣະ​ວິນ​ຍານ​ບໍ​ລິ​ສຸດ (ຢຮ 14:26–27; ມຣນ 8:26; ຄພ 21:9; 42:17; 90:11). ພຣະ​ຜູ້​ປອບ​ໂຍນ​ອົງ​ທີ​ສອງ​ແມ່ນ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ (ຢຮ 14:18, 21, 23). ເມື່ອ​ບາງ​ຄົນ​ຮັບ​ເອົາ​ພຣະ​ຜູ້​ປອບ​ໂຍນ​ອົງ​ທີ​ສອງ, ພຣະ​ເຢຊູ​ຄຣິດ​ຈະ​ມາ​ປະກົດ​ຕໍ່​ເຂົາ​ເປັນ​ບາງ​ຄັ້ງ, ຈະ​ເປີດ​ເຜີຍ​ພຣະ​ບິດາ, ແລະ ຈະ​ສິດ​ສອນ​ເຂົາ​ໜ້າ​ຕໍ່​ໜ້າ (ຄພ 130:3).