ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 31


ພາກ​ທີ 31

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ ແກ່ທອມ​ມັສ ບີ ມາສ໌, ເດືອນ​ກັນຍາ 1830. ເຫດ​ການ​ນັ້ນ​ໄດ້​ເກີດ​ຂຶ້ນ​ທັນ​ທີ​ຫລັງ​ຈາກ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ (ເບິ່ງ ຫົວ​ຂໍ້​ຂອງ ພາກ​ທີ 30). ທອມ​ມັສ ບີ ມາສ໌ ໄດ້​ຮັບ​ບັບຕິ​ສະມາ​ໃນ​ຕົ້ນ​ເດືອນ ແລະ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ແອວເດີ​ໃນ​ສາດ​ສະ​ໜາ​ຈັກ​ກ່ອນ​ໄດ້​ຮັບ​ການ​ເປີດ​ເຜີຍ​ນີ້.

1–6, ທອມ​ມັສ ບີ ມາສ໌ ຖືກ​ເອີ້ນ​ໃຫ້​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ ແລະ ໄດ້​ຮັບ​ຄຳ​ສັນ​ຍາ​ວ່າ​ຄອບ​ຄົວ​ຂອງ​ລາວ​ຈະ​ຢູ່​ເຢັນ​ເປັນ​ສຸກ; 7–13, ລາວ​ໄດ້​ຮັບ​ຄຳ​ແນະນຳ​ໃຫ້​ອົດ​ທົນ, ອະ​ທິ​ຖານ​ສະເໝີ, ແລະ ປະ​ຕິ​ບັດ​ຕາມ​ພຣະ​ຜູ້​ປອບ​ໂຍນ.

1 ທອມ​ມັສ, ບຸດ​ຂອງ​ເຮົາ, ເຈົ້າ​ເປັນ​ສຸກ​ແລ້ວ ເພາະ​ສັດທາ​ຂອງ​ເຈົ້າ​ໃນ​ວຽກ​ງານ​ຂອງ​ເຮົາ.

2 ຈົ່ງ​ເບິ່ງ, ເຈົ້າ​ໄດ້​ມີ​ຄວາມ​ທຸກ​ທໍ​ລະ​ມານ​ຫລາຍ​ເພາະ​ຄອບ​ຄົວ​ຂອງ​ເຈົ້າ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ຈະ​ອວຍ​ພອນ​ເຈົ້າ ແລະ ຄອບ​ຄົວ​ຂອງ​ເຈົ້າ, ແທ້​ຈິງ​ແລ້ວ, ລູກ​ນ້ອຍໆ​ຂອງ​ເຈົ້າ; ແລະ ວັນ​ນັ້ນ​ຈະ​ມາ​ເຖິງ ເມື່ອ​ພວກ​ເຂົາ​ຈະ​ເຊື່ອ ແລະ ຮູ້​ຄວາມ​ຈິງ ແລະ ເປັນ​ອັນ​ໜຶ່ງ​ດຽວ​ກັນ​ກັບ​ເຈົ້າ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ.

3 ຈົ່ງ​ລື້ນ​ເລີງ ແລະ ປິ​ຕິ​ຍິນ​ດີ​ເຖີດ, ເພາະ​ຊົ່ວ​ໂມງ​ແຫ່ງ​ພາ​ລະ​ກິດ​ຂອງ​ເຈົ້າ​ມາ​ເຖິງ​ແລ້ວ; ແລະ ລີ້ນ​ຂອງ​ເຈົ້າ​ຈະ​ຖືກ​ມາຍ​ອອກ, ແລະ ເຈົ້າ​ຈະ​ປະ​ກາດ​ຂ່າວ ອັນ​ໜ້າ​ຊື່ນ​ຊົມ​ແຫ່ງ​ຄວາມ​ສຸກ​ອັນ​ຍິ່ງ​ໃຫຍ່​ແກ່​ຄົນ​ລຸ້ນ​ນີ້.

4 ເຈົ້າ​ຈົ່ງ ປະ​ກາດ​ເລື່ອງ​ທີ່​ໄດ້​ຖືກ​ເປີດ​ເຜີຍ​ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ, ໂຈເຊັບ ສະມິດ, ຜູ້ລູກ. ເຈົ້າ​ຈົ່ງ​ເລີ່ມ​ຕົ້ນ ສັ່ງ​ສອນ​ນັບ​ຈາກ​ເວລາ​ນີ້​ໄປ, ແທ້​ຈິງ​ແລ້ວ, ເພື່ອ​ເກັບ​ກ່ຽວ​ຢູ່​ໃນ​ທົ່ງ​ຊຶ່ງ ຂາວ​ພ້ອມ​ແລ້ວ​ທີ່​ຈະ​ເຜົາ.

5 ສະນັ້ນ, ຈົ່ງ ຍື່ນ​ກ່ຽວ​ຂອງ​ເຈົ້າ​ອອກ​ມາ​ດ້ວຍ​ສຸດ​ຈິດ​ວິນ​ຍານ​ຂອງ​ເຈົ້າ, ແລະ ບາບ​ຂອງ​ເຈົ້າ​ໄດ້​ຖືກ ອະ​ໄພ​ໃຫ້​ແລ້ວ, ແລະ ເຈົ້າ​ຈະ​ໜັກ​ດ້ວຍ ມັດ​ເຂົ້າ​ຢູ່​ເທິງ​ບ່າ​ຂອງ​ເຈົ້າ, ເພາະ ຄົນ​ງານ​ກໍ​ເໝາະ​ສົມ​ກັບ​ຄ່າ​ຈ້າງ​ຂອງ​ເຂົາ. ດັ່ງ​ນັ້ນ, ຄອບ​ຄົວ​ຂອງ​ເຈົ້າຈະ​ມີ​ຊີ​ວິດ​ຢູ່.

6 ຈົ່ງ​ເບິ່ງ, ຕາມ​ຄວາມ​ຈິງ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ຈົ່ງ​ໄປ​ຈາກ​ພວກ​ເຂົາ​ພຽງ​ຊົ່ວ​ໄລ​ຍະ​ສັ້ນໆ, ແລະ ປະ​ກາດ ຖ້ອຍ​ຄຳ​ຂອງ​ເຮົາ, ແລະ ເຮົາ​ຈະ​ຈັດ​ຫາ​ບ່ອນ​ໜຶ່ງ​ໃຫ້​ພວກ​ເຂົາ.

7 ແທ້​ຈິງ​ແລ້ວ, ເຮົາ​ຈະ ເປີດ​ໃຈ​ຂອງ​ຜູ້​ຄົນ, ແລະ ເຂົາ​ຈະ​ຕ້ອນ​ຮັບ​ເຈົ້າ. ແລະ ເຮົາ​ຈະ​ສະຖາ​ປະນາ​ໜ່ວຍ​ຂອງ​ສາດ​ສະ​ໜາ​ຈັກ​ໂດຍ​ມື​ຂອງ​ເຈົ້າ;

8 ແລະ ເຈົ້າ​ຈະ​ເຮັດ​ໃຫ້​ເຂົາ ເຂັ້ມ​ແຂງ ແລະ ຕຽມ​ເຂົາ​ສຳ​ລັບ​ເວລາ​ທີ່​ເຂົາ​ຈະ​ຖືກ​ເຕົ້າ​ໂຮມ​ເຂົ້າ​ກັນ.

9 ຈົ່ງ ອົດ​ທົນ​ໃນ ຄວາມ​ທຸກ​ທໍ​ລະ​ມານ, ຢ່າ​ໝິ່ນ​ປະ​ໝາດ​ຄົນ​ທີ່​ໝິ່ນ​ປະ​ໝາດ. ຈົ່ງ​ປົກ​ຄອງ ບ້ານ​ເຮືອນ​ຂອງ​ເຈົ້າ​ດ້ວຍ​ຄວາມ​ອ່ອນ​ໂຍນ, ແລະ ຈົ່ງ​ແນ່ວ​ແນ່.

10 ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ເຈົ້າ​ຈະ​ເປັນ​ໝໍ​ໃຫ້​ສາດ​ສະ​ໜາ​ຈັກ, ແຕ່​ບໍ່​ແມ່ນ​ໃຫ້​ໂລກ, ເພາະ​ພວກ​ເຂົາ​ຈະ​ບໍ່​ຕ້ອນ​ຮັບ​ເຈົ້າ.

11 ເຈົ້າ​ຈົ່ງ​ໄປ​ຕາມ​ທາງ​ຂອງ​ເຈົ້າ ບ່ອນ​ໃດ​ກໍ​ຕາມ​ທີ່​ເຮົາ​ປະສົງ, ແລະ ຈະ​ມອບ​ມັນ​ໃຫ້​ແກ່​ເຈົ້າ​ໂດຍ ພຣະ​ຜູ້​ປອບ​ໂຍນ​ເຖິງ​ສິ່ງ​ທີ່​ເຈົ້າ​ຈະ​ເຮັດ ແລະ ບ່ອນ​ທີ່​ເຈົ້າ​ຈະ​ໄປ​ຫາ.

12 ຈົ່ງ ອະ​ທິ​ຖານ​ສະເໝີ, ຖ້າ​ບໍ່​ດັ່ງ​ນັ້ນ​ເຈົ້າ​ຈະ​ເຂົ້າ​ໄປ​ສູ່ ການ​ລໍ້​ລວງ ແລະ ສູນ​ເສຍ​ລາງ​ວັນ​ຂອງ​ເຈົ້າ.

13 ຈົ່ງ ຊື່​ສັດ​ຈົນ​ເຖິງ​ທີ່​ສຸດ, ແລະ ເບິ່ງ​ແມ, ເຮົາ ຢູ່​ນຳ​ເຈົ້າ. ຖ້ອຍ​ຄຳ​ເຫລົ່າ​ນີ້​ບໍ່​ແມ່ນ​ຂອງ​ມະນຸດ ຫລື ຄົນ​ໃດ, ແຕ່​ແມ່ນ​ຂອງ​ເຮົາ, ແມ່ນ​ແຕ່​ພຣະ​ເຢຊູ​ຄຣິດ, ພຣະ​ຜູ້​ໄຖ່​ຂອງ​ເຈົ້າ, ໂດຍ ພຣະ​ປະສົງ​ຂອງ​ພຣະ​ບິດາ. ອາແມນ.