ສິ່ງ​ຊ່ວຍ​ສຶກ​ສາ
ມາສ໌, ທອມມັສ ບີ


ມາສ໌, ທອມມັສ ບີ

ປະທານ​ຄົນ​ທຳ​ອິດ​ຂອງ​ກຸ່ມ​ອັກຄະ​ສາວົກ​ສິບ​ສອງ ຫລັງ​ຈາກ​ສາດ​ສະ​ໜາ​ຈັກ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່ ໃນ​ປີ 1830. ເພິ່ນ​ດຳ​ລົງ​ຂໍ​ກະແຈ​ຂອງ​ອາ​ນາ​ຈັກ​ກ່ຽວ​ກັບ​ອັກຄະ​ສາວົກ​ສິບ​ສອງ (ຄພ 112:16) ແລະ, ໃນ​ປີ 1838, ໄດ້​ຖືກ​ບັນ​ຊາ​ໂດຍ​ການ​ເປີດ​ເຜີຍ ເພື່ອ​ໃຫ້​ຈັດ​ພິມ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ (ຄພ 118:2). ພາກ 31 ຂອງ​ຄຳ​ສອນ ແລະ ພັນທະ​ສັນ​ຍາ ແມ່ນ​ເຈາະ​ຈົງ​ໃສ່​ເພິ່ນ. ທ່ານ​ມາສ໌​ໄດ້​ຖືກ​ຕັດ​ອອກ​ຈາກ ສາດ​ສະ​ໜາ​ຈັກ ໃນ​ປີ 1839 ແຕ່​ໄດ້​ຮັບ​ບັບຕິ​ສະມາ​ຄືນ​ໃໝ່ ໃນ​ເດືອນ​ກໍລະກົດ ປີ 1857.