ພາກທີ 31
ການເປີດເຜີຍທີ່ມອບໃຫ້ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາ ແກ່ທອມມັສ ບີ ມາສ໌, ເດືອນກັນຍາ 1830. ເຫດການນັ້ນໄດ້ເກີດຂຶ້ນທັນທີຫລັງຈາກກອງປະຊຸມໃຫຍ່ຂອງສາດສະໜາຈັກ (ເບິ່ງ ຫົວຂໍ້ຂອງ ພາກທີ 30). ທອມມັສ ບີ ມາສ໌ ໄດ້ຮັບບັບຕິສະມາໃນຕົ້ນເດືອນ ແລະ ໄດ້ຮັບການແຕ່ງຕັ້ງເປັນແອວເດີໃນສາດສະໜາຈັກກ່ອນໄດ້ຮັບການເປີດເຜີຍນີ້.
1–6, ທອມມັສ ບີ ມາສ໌ ຖືກເອີ້ນໃຫ້ສັ່ງສອນພຣະກິດຕິຄຸນ ແລະ ໄດ້ຮັບຄຳສັນຍາວ່າຄອບຄົວຂອງລາວຈະຢູ່ເຢັນເປັນສຸກ; 7–13, ລາວໄດ້ຮັບຄຳແນະນຳໃຫ້ອົດທົນ, ອະທິຖານສະເໝີ, ແລະ ປະຕິບັດຕາມພຣະຜູ້ປອບໂຍນ.
1 ກທອມມັສ, ບຸດຂອງເຮົາ, ເຈົ້າເປັນສຸກແລ້ວ ເພາະສັດທາຂອງເຈົ້າໃນວຽກງານຂອງເຮົາ.
2 ຈົ່ງເບິ່ງ, ເຈົ້າໄດ້ມີຄວາມທຸກທໍລະມານຫລາຍເພາະຄອບຄົວຂອງເຈົ້າ; ເຖິງຢ່າງໃດກໍຕາມ, ເຮົາຈະອວຍພອນເຈົ້າ ແລະ ຄອບຄົວຂອງເຈົ້າ, ແທ້ຈິງແລ້ວ, ລູກນ້ອຍໆຂອງເຈົ້າ; ແລະ ວັນນັ້ນຈະມາເຖິງ ເມື່ອພວກເຂົາຈະເຊື່ອ ແລະ ຮູ້ຄວາມຈິງ ແລະ ເປັນອັນໜຶ່ງດຽວກັນກັບເຈົ້າໃນສາດສະໜາຈັກຂອງເຮົາ.
3 ຈົ່ງລື້ນເລີງ ແລະ ປິຕິຍິນດີເຖີດ, ເພາະຊົ່ວໂມງແຫ່ງພາລະກິດຂອງເຈົ້າມາເຖິງແລ້ວ; ແລະ ລີ້ນຂອງເຈົ້າຈະຖືກມາຍອອກ, ແລະ ເຈົ້າຈະປະກາດຂ່າວ ກອັນໜ້າຊື່ນຊົມແຫ່ງຄວາມສຸກອັນຍິ່ງໃຫຍ່ແກ່ຄົນລຸ້ນນີ້.
4 ເຈົ້າຈົ່ງ ກປະກາດເລື່ອງທີ່ໄດ້ຖືກເປີດເຜີຍແກ່ຜູ້ຮັບໃຊ້ຂອງເຮົາ, ໂຈເຊັບ ສະມິດ, ຜູ້ລູກ. ເຈົ້າຈົ່ງເລີ່ມຕົ້ນ ສັ່ງສອນນັບຈາກເວລານີ້ໄປ, ແທ້ຈິງແລ້ວ, ເພື່ອເກັບກ່ຽວຢູ່ໃນທົ່ງຊຶ່ງ ຂຂາວພ້ອມແລ້ວທີ່ຈະເຜົາ.
5 ສະນັ້ນ, ຈົ່ງ ກຍື່ນກ່ຽວຂອງເຈົ້າອອກມາດ້ວຍສຸດຈິດວິນຍານຂອງເຈົ້າ, ແລະ ບາບຂອງເຈົ້າໄດ້ຖືກ ຂອະໄພໃຫ້ແລ້ວ, ແລະ ເຈົ້າຈະໜັກດ້ວຍ ຄມັດເຂົ້າຢູ່ເທິງບ່າຂອງເຈົ້າ, ເພາະ ງຄົນງານກໍເໝາະສົມກັບຄ່າຈ້າງຂອງເຂົາ. ດັ່ງນັ້ນ, ຄອບຄົວຂອງເຈົ້າຈະມີຊີວິດຢູ່.
6 ຈົ່ງເບິ່ງ, ຕາມຄວາມຈິງ ເຮົາກ່າວກັບເຈົ້າວ່າ ຈົ່ງໄປຈາກພວກເຂົາພຽງຊົ່ວໄລຍະສັ້ນໆ, ແລະ ປະກາດ ຖ້ອຍຄຳຂອງເຮົາ, ແລະ ເຮົາຈະຈັດຫາບ່ອນໜຶ່ງໃຫ້ພວກເຂົາ.
7 ແທ້ຈິງແລ້ວ, ເຮົາຈະ ກເປີດໃຈຂອງຜູ້ຄົນ, ແລະ ເຂົາຈະຕ້ອນຮັບເຈົ້າ. ແລະ ເຮົາຈະສະຖາປະນາໜ່ວຍຂອງສາດສະໜາຈັກໂດຍມືຂອງເຈົ້າ;
8 ແລະ ເຈົ້າຈະເຮັດໃຫ້ເຂົາ ກເຂັ້ມແຂງ ແລະ ຕຽມເຂົາສຳລັບເວລາທີ່ເຂົາຈະຖືກເຕົ້າໂຮມເຂົ້າກັນ.
9 ຈົ່ງ ກອົດທົນໃນ ຂຄວາມທຸກທໍລະມານ, ຢ່າໝິ່ນປະໝາດຄົນທີ່ໝິ່ນປະໝາດ. ຈົ່ງປົກຄອງ ຄບ້ານເຮືອນຂອງເຈົ້າດ້ວຍຄວາມອ່ອນໂຍນ, ແລະ ຈົ່ງແນ່ວແນ່.
10 ຈົ່ງເບິ່ງ, ເຮົາກ່າວກັບເຈົ້າວ່າ ເຈົ້າຈະເປັນໝໍໃຫ້ສາດສະໜາຈັກ, ແຕ່ບໍ່ແມ່ນໃຫ້ໂລກ, ເພາະພວກເຂົາຈະບໍ່ຕ້ອນຮັບເຈົ້າ.
11 ເຈົ້າຈົ່ງໄປຕາມທາງຂອງເຈົ້າ ບ່ອນໃດກໍຕາມທີ່ເຮົາປະສົງ, ແລະ ຈະມອບມັນໃຫ້ແກ່ເຈົ້າໂດຍ ກພຣະຜູ້ປອບໂຍນເຖິງສິ່ງທີ່ເຈົ້າຈະເຮັດ ແລະ ບ່ອນທີ່ເຈົ້າຈະໄປຫາ.
12 ຈົ່ງ ກອະທິຖານສະເໝີ, ຖ້າບໍ່ດັ່ງນັ້ນເຈົ້າຈະເຂົ້າໄປສູ່ ຂການລໍ້ລວງ ແລະ ສູນເສຍລາງວັນຂອງເຈົ້າ.
13 ຈົ່ງ ກຊື່ສັດຈົນເຖິງທີ່ສຸດ, ແລະ ເບິ່ງແມ, ເຮົາ ຂຢູ່ນຳເຈົ້າ. ຖ້ອຍຄຳເຫລົ່ານີ້ບໍ່ແມ່ນຂອງມະນຸດ ຫລື ຄົນໃດ, ແຕ່ແມ່ນຂອງເຮົາ, ແມ່ນແຕ່ພຣະເຢຊູຄຣິດ, ພຣະຜູ້ໄຖ່ຂອງເຈົ້າ, ໂດຍ ຄພຣະປະສົງຂອງພຣະບິດາ. ອາແມນ.