ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 121


ພາກ​ທີ 121

ຄຳ​ອະ​ທິ​ຖານ ແລະ ຄຳ​ທຳ​ນາຍ ຊຶ່ງ​ຂຽນ​ໂດຍ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ ຢູ່​ໃນ​ສານ​ເຖິງ​ສາດ​ສະ​ໜາ​ຈັກ ໃນ​ຂະນະ​ທີ່​ເພິ່ນ​ຢູ່​ໃນ​ຄຸກ​ຢູ່​ເມືອງ​ລີ​ເບີ​ຕີ, ລັດ​ມີ​ເຊີຣີ, ລົງ​ວັນທີ 20 ເດືອນ​ມີນາ, 1839. ສາດ​ສະ​ດາ ແລະ ໝູ່​ເພື່ອນ​ຫລາຍ​ຄົນ​ໄດ້​ຖືກ​ຈຳ​ຄຸກ​ເປັນ​ເວລາ​ຫລາຍ​ເດືອນ. ຄຳ​ຂໍ​ຮ້ອງ ແລະ ຄຳ​ອຸ​ທອນ​ຂອງ​ພວກ​ເພິ່ນ​ເຖິງ​ເຈົ້າ​ໜ້າ​ທີ່​ບໍ​ລິ​ຫານ​ງານ ແລະ ຕຸລາ​ການ​ບໍ່​ສາ​ມາດ​ຊ່ວຍ​ເຫລືອ​ພວກ​ເພິ່ນ​ໄດ້.

1–6, ສາດ​ສະ​ດາ​ອ້ອນ​ວອນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ແທນ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ທີ່​ທຸກ​ທໍ​ລະ​ມານ; 7–10, ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ໃຫ້​ຄວາມ​ສະຫງົບ​ສຸກ​ແກ່​ເພິ່ນ; 11–17, ຄົນ​ທີ່​ຖືກ​ສາບ​ແຊ່ງ​ຄື​ທຸກ​ຄົນ​ເຫລົ່າ​ນັ້ນ​ທີ່​ໄດ້​ປ່າວ​ຮ້ອງ​ເຖິງ​ການ​ລ່ວງ​ລະເມີດ​ເທັດ​ຕໍ່​ຕ້ານ​ຜູ້​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; 18–25, ພວກ​ເຂົາ​ຈະ​ບໍ່​ມີ​ສິດ​ໃນ​ຖານະ​ປະ​ໂລ​ຫິດ ແລະ ຈະ​ອັບ​ປະ​ໂຫຍດ; 26–32, ການ​ເປີດ​ເຜີຍ​ອັນ​ຮຸ່ງ​ໂລດ​ສັນ​ຍາ​ກັບ​ຜູ້​ທີ່​ອົດ​ທົນ​ຢ່າງ​ກ້າ​ຫານ; 33–40, ເປັນ​ຫຍັງ​ຫລາຍ​ຄົນ​ໄດ້​ຖືກ​ເອີ້ນ ແລະ ໜ້ອຍ​ຄົນ​ໄດ້​ຖືກ​ເລືອກ; 41–46, ຖານະ​ປະ​ໂລ​ຫິດ​ຄວນ​ຖືກ​ໃຊ້​ພຽງ​ແຕ່​ໃນ​ຄວາມ​ຊອບ​ທຳ​ເທົ່າ​ນັ້ນ.

1 ໂອ້ ພຣະ​ອົງ​ເຈົ້າ, ພຣະ​ອົງ​ຊົງ​ປະ​ທັບ​ຢູ່​ບ່ອນ​ໃດ? ແລະ ສາ​ລາ​ທີ່​ປົກ​ປິດ ບ່ອນ​ລີ້​ຂອງ​ພຣະ​ອົງ​ຢູ່​ບ່ອນ​ໃດ?

2 ອີກ​ດົນ ປານ​ໃດ​ທີ່​ພຣະ​ຫັດ​ຂອງ​ພຣະ​ອົງ​ຈະ​ຢັ້ງ​ໄວ້, ແລະ ພຣະ​ເນດ​ຂອງ​ພຣະ​ອົງ, ແທ້​ຈິງ​ແລ້ວ ພຣະ​ເນດ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ອົງ, ຈາກ​ສະຫວັນ​ນິ​ລັນ​ດອນ​ຈະ​ເຫັນ​ການ​ກະ​ທຳ​ຜິດ​ຕໍ່​ຜູ້​ຄົນ​ຂອງ​ພຣະ​ອົງ ແລະ ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ, ແລະ ພຣະ​ກັນ​ຂອງ​ພຣະ​ອົງ​ຈະ​ໄດ້​ຍິນ​ສຽງ​ຮ້ອງ​ຂອງ​ພວກ​ເຂົາ?

3 ແທ້​ຈິງ​ແລ້ວ, ໂອ້ ພຣະຜູ້​ເປັນເຈົ້າ, ອີກ​ດົນ ປານ​ໃດ​ທີ່​ພວກ​ເຂົາ​ຈະ​ທົນ​ຮັບ​ເອົາ​ການ​ກະທຳ​ຜິດ ແລະ ການ​ກົດ​ຂີ່​ຂົ່ມ​ເຫັງ​ທີ່​ຜິດ​ກົດ​ໝາຍ​ເຫລົ່າ​ນີ້, ກ່ອນ​ທີ່​ພຣະ​ໄທ​ຂອງ​ພຣະ​ອົງ​ຈະ​ອ່ອນ​ລົງ​ຕໍ່​ພວກ​ເຂົາ, ແລະ ພຣະ​ອຸ​ທອນ​ຂອງ​ພຣະ​ອົງ​ຈະ​ເກີດ​ມີ​ຄວາມ​ເມດ​ຕາ​ສົງ​ສານ​ພວກ​ເຂົາ?

4 ໂອ້ ອົງ​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່, ພຣະ​ຜູ້​ສ້າງ​ຟ້າ​ສະຫວັນ, ແຜ່ນ​ດິນ​ໂລກ, ແລະ ທ້ອງ​ທະເລ, ແລະ ທຸກ​ສິ່ງ​ທັງ​ປວງ​ທີ່​ຢູ່​ໃນ​ນັ້ນ, ແລະ ຜູ້​ຄຸ້ມ​ຄອງ ແລະ ບັງ​ຄັບ​ບັນ​ຊາ​ມານ, ແລະ ອຳນາດ​ການ​ປົກ​ຄອງ​ອັນ​ມືດ​ມົນ ແລະ ດັບ​ແສງ​ຂອງ​ຊີ​ອອນ—ຂໍ​ຈົ່ງ​ຍື່ນ​ພຣະ​ຫັດ​ຂອງ​ພຣະ​ອົງ​ອອກ​ໄປ; ຂໍ​ໃຫ້​ພຣະ​ເນດ​ຂອງ​ພຣະ​ອົງ​ຈົ່ງ​ສຽບ​ແທງ; ຂໍ​ໃຫ້​ສາ​ລາ​ຂອງ​ພຣະ​ອົງ​ຈົ່ງ​ຖືກ​ຍົກ​ອອກ​ໄປ; ຂໍ​ໃຫ້ ບ່ອນ​ເຊື່ອງ​ຊ້ອນ​ຂອງ​ພຣະ​ອົງ​ບໍ່​ຖືກ​ປົກ​ປິດ​ອີກ​ຕໍ່​ໄປ; ຂໍ​ໃຫ້​ພຣະ​ກັນ​ຂອງ​ພຣະ​ອົງ​ຈົ່ງ​ຮັບ​ຟັງ; ໃຫ້​ຂໍ​ພຣະ​ໄທ​ຂອງ​ພຣະ​ອົງ​ຈົ່ງ​ອ່ອນ​ລົງ, ແລະ ຂໍ​ໃຫ້​ພຣະ​ອຸ​ທອນ​ຂອງ​ພຣະ​ອົງ​ຈົ່ງ​ເກີດ​ມີ​ຄວາມ​ເມດ​ຕາ​ສົງ​ສານ​ພວກ​ຂ້າ​ພຣະ​ອົງ.

5 ຂໍ​ໃຫ້​ພຣະ​ພິ​ໂລດ​ຂອງ​ພຣະ​ອົງ​ເກີດ​ກັບ​ສັດ​ຕູ​ຂອງ​ພວກ​ຂ້າ​ພຣະ​ອົງ; ແລະ, ໃນ​ຄວາມ​ໂມ​ໂຫ​ຂອງ​ພຣະ​ໄທ​ຂອງ​ພຣະ​ອົງ, ດ້ວຍ​ດາບ​ຂອງ​ພຣະ​ອົງ​ເພື່ອ ແກ້​ແຄ້ນ​ໃຫ້​ພວກ​ຂ້າ​ພຣະ​ອົງ​ເນື່ອງ​ດ້ວຍ​ການ​ກະ​ທຳ​ຜິດ​ຕໍ່​ພວກ​ຂ້າ​ພຣະ​ອົງ.

6 ຈົ່ງ​ລະ​ນຶກ​ເຖິງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ທີ່​ທຸກ​ທໍ​ລະ​ມານ, ໂອ້ ພຣະ​ເຈົ້າ​ຂອງ​ພວກ​ຂ້າ​ພຣະ​ອົງ; ແລະ ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຈະ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ​ຕະຫລອດ​ການ.

7 ລູກ​ເອີຍ, ສັນ​ຕິ​ສຸກ​ຈົ່ງ​ມີ​ແກ່​ຈິດ​ວິນ​ຍານ​ຂອງ​ເຈົ້າ; ຄວາມ​ຍາກ​ລຳ​ບາກ​ຂອງ​ເຈົ້າ ແລະ ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ເຈົ້າ​ຈະ​ເປັນ​ຢູ່​ພຽງ​ຊົ່ວ​ຄາວ;

8 ແລະ ຈາກ​ນັ້ນ, ຖ້າ​ຫາກ​ເຈົ້າ ອົດ​ທົນ​ມັນ​ໄດ້​ດີ, ພຣະ​ເຈົ້າ​ຈະ​ຍົກ​ເຈົ້າ​ຂຶ້ນ​ສູ່​ເບື້ອງ​ບົນ; ເຈົ້າ​ຈະ​ມີ​ໄຊ​ເໜືອ​ສັດ​ຕູ​ທັງ​ໝົດ​ຂອງ​ເຈົ້າ.

9 ໝູ່​ເພື່ອນ​ຂອງ​ເຈົ້າ​ຢືນ​ຄຽງ​ຂ້າງ​ເຈົ້າ, ແລະ ພວກ​ເຂົາ​ຈະ​ທັກ​ທາຍ​ເຈົ້າ​ດ້ວຍ​ຫົວ​ໃຈ​ອັນ​ອົບ​ອຸ່ນ ແລະ ດ້ວຍ​ມື​ອັນ​ເປັນ​ມິດ.

10 ເຈົ້າ​ຍັງ​ບໍ່​ໄດ້​ເປັນ​ດັ່ງ ໂຢບ, ໝູ່​ເພື່ອນ​ຂອງ​ເຈົ້າ​ບໍ່​ໄດ້​ໂຕ້​ແຍ້ງ​ເຈົ້າ, ທັງ​ບໍ່​ໄດ້​ກ່າວ​ຫາ​ເຈົ້າ​ເລື່ອງ​ການ​ລ່ວງ​ລະເມີດ, ດັ່ງ​ທີ່​ພວກ​ເຂົາ​ໄດ້​ເຮັດ​ກັບ​ໂຢບ.

11 ແລະ ຄົນ​ທີ່​ກ່າວ​ຫາ​ເຈົ້າ​ເລື່ອງ​ການ​ລ່ວງ​ລະເມີດ, ຄວາມ​ຫວັງ​ຂອງ​ພວກ​ເຂົາ​ຈະ​ໂມ​ຄະ, ແລະ ຄວາມ​ຄາດ​ໝາຍ​ຂອງ​ພວກ​ເຂົາ​ຈະ​ລະ​ລາຍ​ໄປ​ດັ່ງ ນ້ຳ​ຄ້າງ​ຖືກ​ແສງ​ແດດ​ເຜົາ​ໃນ​ຍາມ​ເຊົ້າ;

12 ແລະ ພຣະ​ເຈົ້າ​ລົງ​ລາຍ​ພຣະ​ຫັດ ແລະ ຜະ​ນຶກ​ໄວ້​ເພື່ອ​ປ່ຽນ ເວລາ ແລະ ລະ​ດູ​ການ, ແລະ ເພື່ອ​ເຮັດ​ໃຫ້​ຈິດ​ໃຈ​ຂອງ​ພວກ​ເຂົາ​ບອດ​ນຳ​ອີກ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ບໍ່​ເຂົ້າ​ໃຈ​ວຽກ​ງານ​ອັນ​ໜ້າ​ອັດ​ສະ​ຈັນ​ໃຈ​ຂອງ​ພຣະ​ອົງ; ເພື່ອ​ວ່າ​ພຣະ​ອົງ​ຈະ​ພິ​ສູດ​ພວກ​ເຂົາ​ນຳ​ອີກ ແລະ ຈັບ​ພວກ​ເຂົາ​ໃນ​ກົນ​ອຸ​ບາຍ​ຂອງ​ພວກ​ເຂົາ​ເອງ;

13 ເພາະ​ໃຈ​ຂອງ​ພວກ​ເຂົາ​ເສື່ອມ​ໂຊມ​ນຳ​ອີກ, ແລະ ສິ່ງ​ທີ່​ພວກ​ເຂົາ​ເຕັມ​ໃຈ​ທີ່​ຈະ​ນຳ​ມາ​ສູ່​ຄົນ​ອື່ນໆ, ແລະ ມັກ​ໃຫ້​ຄົນ​ອື່ນ​ທຸກ​ທໍ​ລະ​ມານ, ອາດ​ຈະ​ມາ​ເຖິງ​ຕົວ​ຂອງ ພວກ​ເຂົາ​ເອງ​ຢ່າງ​ເຕັມ​ທີ່;

14 ເພື່ອ​ພວກ​ເຂົາ​ຈະ​ຜິດ​ຫວັງ​ນຳ​ອີກ, ແລະ ຄວາມ​ຫວັງ​ຂອງ​ພວກ​ເຂົາຈະ​ຖືກ​ຕັດ​ອອກ;

15 ແລະ ບໍ່​ຫລາຍ​ປີ​ຈາກ​ນີ້, ພວກ​ເຂົາ ແລະ ລູກ​ຫລານ​ຂອງ​ພວກ​ເຂົາ​ຈະ​ຖືກ​ກວາດ​ລ້າງ​ໄປ​ຈາກ​ພາຍ​ໃຕ້​ຟ້າ​ສະຫວັນ, ພຣະ​ເຈົ້າ​ກ່າວ, ເພື່ອ​ວ່າ​ຈະ​ບໍ່​ມີ​ຈັກ​ຄົນ​ເຫລືອ​ຢູ່​ຂ້າງ​ກຳ​ແພງ.

16 ການ​ສາບ​ແຊ່ງ​ຈະ​ເກີດ​ກັບທຸກ​ຄົນ​ທີ່​ຍົກ​ສົ້ນ​ຕີນ​ໃຫ້​ຜູ້​ທີ່ ເຈີມ​ໄວ້​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, ແລະ ປ່າວ​ຮ້ອງ​ວ່າ​ພວກ​ເຂົາ​ເຮັດ ບາບ​ເມື່ອ​ພວກ​ເຂົາ​ບໍ່​ໄດ້​ເຮັດ​ບາບ​ຢູ່​ຕໍ່​ໜ້າ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, ແຕ່​ໄດ້​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ​ໃນ​ສາຍ​ຕາ​ຂອງ​ເຮົາ, ແລະ ຊຶ່ງ​ເຮົາ​ໄດ້​ບັນ​ຊາ​ພວກ​ເຂົາ.

17 ແຕ່​ຄົນ​ທີ່​ປ່າວ​ຮ້ອງ​ການ​ລ່ວງ​ລະເມີດ​ເຮັດ​ເຊັ່ນ​ນັ້ນ ເພາະ​ພວກ​ເຂົາ​ເປັນ​ຄົນ​ຮັບ​ໃຊ້​ບາບ, ແລະ ພວກ​ເຂົາ​ເອງ​ເປັນ ລູກ​ຫລານ​ຂອງ​ຄວາມ​ບໍ່​ເຊື່ອ​ຟັງ.

18 ແລະ ຄົນ​ທີ່​ສາບານ​ເທັດ​ໃສ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ພາ​ພວກ​ເຂົາ​ລົງ​ໄປ​ສູ່​ຄວາມ​ເປັນ​ທາດ ແລະ ຄວາມ​ຕາຍ—

19 ວິບັດ​ແກ່​ພວກ​ເຂົາ; ເພາະ​ພວກ​ເຂົາ​ໄດ້ ເຮັດ​ຜິດ​ຕໍ່​ເດັກ​ນ້ອຍ​ຂອງ​ເຮົາ ພວກ​ເຂົາ​ຈະ​ຖືກ​ຕັດ​ຈາກ ພິ​ທີ​ການ​ຂອງ​ບ້ານ​ຂອງ​ເຮົາ.

20 ກະ​ຕ່າ​ຂອງ​ພວກ​ເຂົາ​ຈະ​ບໍ່​ເຕັມ, ບ້ານ​ເຮືອນ​ຂອງ​ພວກ​ເຂົາ ແລະ ເລົ້າ​ຂອງ​ພວກ​ເຂົາ​ຈະ​ພິນາດ, ແລະ ພວກ​ເຂົາ​ເອງ​ຈະ​ຖືກ​ດູ​ໝິ່ນ​ໂດຍ​ຄົນ​ທີ່​ເວົ້າ​ຍ້ອງ​ຍໍ​ພວກ​ເຂົາ.

21 ພວກ​ເຂົາ​ຈະ​ບໍ່​ມີ​ສິດ​ໃນ ຖານະ​ປະ​ໂລ​ຫິດ, ທັງ​ລູກ​ຫລານ​ຂອງ​ພວກ​ເຂົາ​ຕໍ່​ຈາກ​ພວກ​ເຂົາ​ຈາກ​ລຸ້ນ​ສູ່​ລຸ້ນ ກໍ​ບໍ່​ມີ.

22 ເປັນ​ສິ່ງ ດີ​ກວ່າ​ຖ້າ​ຫາກ​ພວກ​ເຂົາ​ຖືກ​ເອົາ​ຫີນ​ໂມ້​ກ້ອນ​ໃຫຍ່​ຜູກ​ຄໍ ແລະ ຈົມ​ລົງ​ໃນ​ຄວາມ​ເລິກ​ຂອງ​ທະເລ.

23 ວິບັດ​ແກ່​ຄົນ​ທັງ​ປວງ​ທີ່​ເຮັດ​ໃຫ້​ຜູ້​ຄົນ​ຂອງ​ເຮົາ​ເປັນ​ທຸກ, ແລະ ຂັບ​ໄລ່, ແລະ ຄາດ​ຕະ​ກຳ, ແລະ ເປັນ​ພະຍານ​ຕໍ່​ຕ້ານ​ພວກ​ເຂົາ, ຈອມ​ໂຍທາ​ໄດ້​ກ່າວ; ລຸ້ນ​ໜຶ່ງ​ຂອງ​ເຫລົ່າ​ງູ​ພິດ​ຮ້າຍ​ຈະ​ໜີ​ບໍ່​ພົ້ນ​ຄວາມ​ອັບ​ປະ​ໂຫຍດ​ຂອງ​ນະລົກ.

24 ຈົ່ງ​ເບິ່ງ, ຕາ​ຂອງ​ເຮົາ ເຫັນ ແລະ ຮູ້​ຈັກ​ວຽກ​ງານ​ທັງ​ໝົດ​ຂອງ​ພວກ​ເຂົາ, ແລະ ເຮົາ​ໄດ້​ເກັບ ການ​ພິ​ພາກ​ສາ​ອັນ​ວ່ອງ​ໄວ​ໄວ້​ໃນ​ລະ​ດູ​ການ​ຂອງ​ມັນ, ໃຫ້​ພວກ​ເຂົາ​ທຸກ​ຄົນ;

25 ເພາະ​ມີ ເວລາ​ກຳ​ນົດ​ໄວ້​ໃຫ້​ມະນຸດ​ທຸກ​ຄົນ, ຕາມ​ທີ່ ວຽກ​ງານ​ຂອງ​ເຂົາ​ຈະ​ເປັນ.

26 ພຣະ​ເຈົ້າ​ຈະ​ມອບ ຄວາມ​ຮູ້​ໃຫ້​ແກ່​ເຈົ້າ​ໂດຍ ພຣະ​ວິນ​ຍານ​ສັກ​ສິດ​ຂອງ​ພຣະ​ອົງ, ແທ້​ຈິງ​ແລ້ວ, ໂດຍ ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ທີ່​ບໍ່​ອາດ​ຈະ​ກ່າວ​ເຖິງ​ໄດ້, ທີ່​ຍັງ​ບໍ່​ຖືກ​ເປີດ​ເຜີຍ​ເທື່ອ​ນັບ​ຕັ້ງ​ແຕ່​ໂລກ​ເປັນ​ມາ​ຈົນ​ເຖິງ​ບັດ​ນີ້;

27 ຊຶ່ງ​ບັນ​ພຣະ​ບຸ​ລຸດ​ຂອງ​ພວກ​ເຮົາ​ໄດ້​ຄອຍ​ຖ້າ​ຢ່າງ​ກະ​ຕື​ລື​ລົ້ນ​ທີ່​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ​ໃນ​ເທື່ອ​ສຸດ​ທ້າຍ, ຊຶ່ງ​ຄວາມ​ຄິດ​ຂອງ​ພວກ​ເຂົາ​ໄດ້​ຊີ້​ນຳ​ໂດຍ​ເຫລົ່າ​ທູດ, ຊຶ່ງ​ເກັບ​ໄວ້​ລໍ​ຄວາມ​ສົມ​ບູນ​ແຫ່ງ​ລັດ​ສະ​ໝີ​ພາບ​ຂອງ​ພວກ​ເຂົາ;

28 ເວລາ​ຈະ​ມາ​ເຖິງ​ໃນ​ເວລາ​ນັ້ນ​ເມື່ອ ບໍ່​ມີ​ສິ່ງ​ໃດ​ຈະ​ຖືກ​ຢັບ​ຢັ້ງ​ໄວ້, ບໍ່​ວ່າຈະ​ມີ​ພຣະ​ເຈົ້າ​ອົງ​ດຽວ ຫລື ຫລາຍ​ອົງ​ກໍ​ຕາມ, ສິ່ງ​ເຫລົ່າ​ນັ້ນ​ຈະ​ຖືກ​ສະແດງ​ໃຫ້​ປະຈັກ.

29 ພຣະ​ບັນ​ລັງ ແລະ ການ​ຄອບ​ຄອງ, ເຂດ​ປົກ​ຄອງ ແລະ ອຳນາດ​ທັງ​ໝົດ, ຈະ​ຖືກ ເປີດ​ເຜີຍ ແລະ ຖືກ​ມອບ​ໃຫ້​ແກ່​ທຸກ​ຄົນ​ທີ່​ອົດ​ທົນ​ຢ່າງ​ກ້າ​ຫານ​ເພື່ອ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ.

30 ແລະ ພ້ອມ​ນີ້, ຖ້າ​ຫາກ​ມີ ຂອບ​ເຂດ​ກຳ​ນົດ​ໄວ້​ໃຫ້​ແກ່​ຟ້າ​ສະຫວັນ ຫລື ທ້ອງ​ທະເລ, ຫລື ແກ່​ແຜ່ນ​ດິນ​ແຫ້ງ, ຫລື ແກ່​ດວງ​ຕາ​ເວັນ, ດວງ​ເດືອນ, ຫລື ດວງ​ດາວ—

31 ເວລາ​ທັງ​ໝົດ​ຂອງ​ການ​ໝຸນ​ວຽນ​ຂອງ​ມັນ, ວັນ, ເດືອນ, ແລະ ປີ​ທັງ​ໝົດ​ທີ່​ໄດ້​ກຳ​ນົດ​ໄວ້, ແລະ ວັນ​ທັງ​ໝົດ​ຂອງ​ມັນ, ເດືອນ​ຂອງ​ມັນ, ແລະ ປີ​ຂອງ​ມັນ, ແລະ ລັດ​ສະ​ໝີ​ພາບ, ກົດ, ແລະ ເວລາ​ທີ່​ໄດ້​ຕັ້ງ​ໄວ້​ທັງ​ໝົດ​ຂອງ​ມັນ, ຈະ​ຖືກ​ເປີດ​ເຜີຍ​ໃນ​ວັນ​ເວລາ​ແຫ່ງ ຍຸກ​ສະ​ໄໝ​ຂອງ​ຄວາມ​ສົມ​ບູນ​ແຫ່ງ​ເວລາ—

32 ຕາມ​ສິ່ງ​ຊຶ່ງ​ໄດ້​ຖືກ​ແຕ່ງ​ຕັ້ງ​ໃນ​ທ່າມ​ກາງ ສະພາ​ຂອງ ພຣະ​ເຈົ້າ​ຜູ້​ສະ​ຖິດ​ນິ​ລັນ​ດອນ​ຂອງ​ພຣະ​ເຈົ້າ​ອົງ​ອື່ນໆ​ທັງ​ປວງ​ກ່ອນ​ໂລກ​ນີ້​ເປັນ​ມາ, ຊຶ່ງ​ຄວນ​ເກັບ​ຮັກ​ສາ​ໄວ້​ຈົນ​ເຖິງ​ການ​ສຳ​ເລັດ ແລະ ການ​ສິ້ນ​ສຸດ​ຂອງ​ມັນ, ເມື່ອ​ມະນຸດ​ທຸກ​ຄົນ​ຈະ​ເຂົ້າ​ໄປ​ໃນ ທີ່​ປະ​ທັບ​ນິ​ລັນ​ດອນ​ຂອງ​ພຣະ​ອົງ ແລະ ໃນ ທີ່​ພັກ​ອະ​ມະ​ຕະ​ຂອງ​ພຣະ​ອົງ.

33 ອີກ​ດົນ​ນານ​ປານ​ໃດ​ທີ່​ຜືນ​ນ້ຳ​ທີ່​ໄຫລ​ລ່ອງ​ຈະ​ຍັງ​ຄົງ​ບໍ່​ບໍ​ລິ​ສຸດ? ອຳນາດ​ໃດ​ທີ່​ຈະ​ຢັບ​ຢັ້ງ​ສະຫວັນ? ດັ່ງ​ມະນຸດ​ຈະ​ເດ່​ແຂນ​ອັນ​ບອບ​ບາງ​ຂອງ​ເຂົາ​ອອກ​ໄປ​ຢຸດ​ແມ່​ນ້ຳ​ມີ​ເຊີຣີ​ບໍ່​ໃຫ້​ໄຫລ​ໄປ​ຕາມ​ທິດ​ທາງ​ຂອງ​ມັນ ຫລື ເຮັດ​ໃຫ້​ມັນ​ໄຫລ​ຢ້ອນ​ກັບ​ໄປ​ບໍ່​ໄດ້​ສັນ​ໃດ, ກໍ​ຈະ​ບໍ່​ສາ​ມາດ​ຂັດ​ຂວາງ​ພຣະ​ຜູ້​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່​ໃຫ້​ຖອກ​ເທ ຄວາມ​ຮູ້​ຈາກ​ສະຫວັນ​ລົງ​ມາ​ເທິງ​ຫົວ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ບໍ່​ໄດ້​ສັນ​ນັ້ນ.

34 ຈົ່ງ​ເບິ່ງ, ມີ​ຫລາຍ​ຄົນ​ໄດ້ ຖືກ​ເອີ້ນ, ແຕ່​ມີ​ໜ້ອຍ​ຄົນ​ໄດ້ ຖືກ​ເລືອກ. ແລະ ເປັນ​ຫຍັງ​ພວກ​ເຂົາ​ຈຶ່ງ​ບໍ່​ຖືກ​ເລືອກ?

35 ເພາະ​ໃຈ​ຂອງ​ພວກ​ເຂົາ​ໝົກ​ໝຸ້ນ​ຢູ່​ກັບ​ສິ່ງ​ທີ່​ເປັນ​ຂອງ ໂລກ​ນີ້​ຫລາຍ, ແລະ ສະແຫວງ​ຫາ ກຽດ​ຕິ​ຍົດ​ຈາກ​ມະນຸດ, ຈົນ​ວ່າ​ພວກ​ເຂົາ​ບໍ່​ຮຽນ​ຮູ້​ບົດ​ຮຽນ​ບົດ​ດຽວ​ນີ້—

36 ວ່າ ສິດ​ຂອງ​ຖານະ​ປະ​ໂລ​ຫິດ​ກ່ຽວ​ຂ້ອງ​ກັບ​ອຳນາດ​ແຫ່ງ​ສະຫວັນ​ຢ່າງ​ແຍກ​ກັນ​ບໍ່​ໄດ້, ແລະ​ວ່າ ອຳນາດ​ແຫ່ງ​ສະຫວັນ​ຈະ​ຖືກ​ບັງ​ຄັບ​ບໍ່​ໄດ້ ຫລື ຖືກ​ໃຊ້​ບໍ່​ໄດ້​ນອກ​ຈາກ​ຕາມ​ຫລັກ​ທຳ​ແຫ່ງ ຄວາມ​ຊອບ​ທຳ​ເທົ່າ​ນັ້ນ.

37 ວ່າ​ມັນ​ຖືກ​ມອບ​ໃຫ້​ພວກ​ເຮົາ, ນັ້ນ​ເປັນ​ຄວາມ​ຈິງ; ແຕ່​ເມື່ອ​ພວກ​ເຮົາ​ພະ​ຍາ​ຍາມ ປົກ​ປິດ ບາບ​ຂອງ​ພວກ​ເຮົາ, ຫລື ສະ​ໜອງ ຄວາມ​ທະນົງ​ຕົວ​ຂອງ​ພວກ​ເຮົາ, ຄວາມ​ທະ​ເຍີ​ທະ​ຍານ​ອັນ​ໄຮ້​ປະ​ໂຫຍດ​ຂອງ​ພວກ​ເຮົາ, ຫລື ໃຊ້​ການ​ບັງ​ຄັບ ຫລື ການ​ຄອບ​ຄອງ ຫລື ການ​ບີບ​ບັງ​ຄັບ​ຈິດ​ວິນ​ຍານ​ຂອງ​ລູກ​ຫລານ​ມະນຸດ, ໃນ​ຄວາມ​ບໍ່​ຊອບ​ທຳ​ລະ​ດັບ​ໃດ​ກໍ​ຕາມ, ຈົ່ງ​ເບິ່ງ, ສະຫວັນ​ຈະ ຖອນ​ຕົວ; ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໂສກ​ເສົ້າ; ແລະ ເມື່ອ​ຖືກ​ຖອນ​ຕົວ, ກໍ​ອາແມນ​ກັບ​ຖານະ​ປະ​ໂລ​ຫິດ ຫລື ສິດ​ອຳນາດ​ຂອງ​ຊາຍ​ຄົນ​ນັ້ນ.

38 ຈົ່ງ​ເບິ່ງ, ກ່ອນ​ເຂົາ​ຈະ​ຮູ້​ສຶກ​ຕົວ, ເຂົາ​ກໍ​ຖືກ​ປະ​ຖິ້ມ​ໃຫ້​ຢູ່​ໂດດ​ດ່ຽວ​ເສຍ​ແລ້ວ, ໃຫ້ ເຕະ​ໜາມ, ໃຫ້ ຂົ່ມ​ເຫັງ ໄພ່​ພົນ​ຂອງ​ພຣະ​ເຈົ້າ, ແລະ ໃຫ້​ຕໍ່​ສູ້​ກັບ​ພຣະ​ເຈົ້າ.

39 ພວກ​ເຮົາ​ໄດ້​ຮຽນ​ຮູ້​ໂດຍ​ປະ​ສົບ​ການ​ທີ່​ເສົ້າ​ສະ​ຫລົດ​ໃຈ​ວ່າ ມັນ​ເປັນ ສັນ​ດານ ແລະ ທຳ​ມະ​ຊາດ​ຂອງ​ມະນຸດ​ເກືອບ​ທຸກ​ຄົນ, ທັນ​ທີ​ທີ່​ພວກ​ເຂົາ​ໄດ້​ສິດ​ອຳນາດ​ເລັກ​ນ້ອຍ, ຢ່າງ​ທີ່​ເຂົາ​ເຂົ້າ​ໃຈ, ແລ້ວ​ເຂົາ​ຈະ​ເລີ່ມ​ໃຊ້​ອຳນາດ​ການ​ປົກ​ຄອງ​ທີ່​ບໍ່​ຊອບ​ທຳ​ທັນ​ທີ.

40 ດ້ວຍ​ເຫດ​ນີ້ ຫລາຍ​ຄົນ​ຈຶ່ງ​ໄດ້​ຖືກ​ເອີ້ນ, ແຕ່​ໜ້ອຍ​ຄົນ​ໄດ້​ຖືກ​ເລືອກ.

41 ບໍ່​ມີ​ອຳນາດ ຫລື ອິດ​ທິ​ພົນ​ໃດ​ສາ​ມາດ ຫລື ຈະ​ດຳ​ລົງ​ຮັກ​ສາ​ໄວ້​ໄດ້​ໂດຍ​ອາ​ໄສ​ຖານະ​ປະ​ໂລ​ຫິດ, ນອກ​ຈາກ​ໂດຍ ການ​ຊັກ​ຊວນ, ໂດຍ ຄວາມ​ອົດ​ກັ້ນ, ໂດຍ​ຄວາມ​ອ່ອນ​ໂຍນ ແລະ ໂດຍ​ຄວາມ​ອ່ອນ​ນ້ອມ, ແລະ ໂດຍ​ຄວາມ​ຮັກ​ອັນ​ບໍ່​ແກ້ງ​ເຮັດ;

42 ໂດຍ​ຄວາມ​ກະ​ລຸ​ນາ, ແລະ ຄວາມ​ຮູ້​ອັນ​ບໍ​ລິ​ສຸດ, ຊຶ່ງ​ຈະ​ຂະ​ຫຍາຍ​ຈິດ​ວິນ​ຍານ​ອອກ​ໄປ​ຢ່າງ​ກວ້າງ​ຂວາງ​ໂດຍ​ປາດ​ສະ​ຈາກ ຄວາມ​ໜ້າ​ຊື່​ໃຈ​ຄົດ, ແລະ ປາດ​ສະ​ຈາກ ອຸ​ບາຍ

43 ຈົ່ງ​ຕິ​ຕຽນ​ໃຫ້​ທັນ​ການ​ດ້ວຍ​ຄວາມ​ສຽບ​ຂາດ, ເມື່ອ​ໄດ້​ຮັບ​ການ​ກະ​ຕຸ້ນ​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ; ແລະ ຈາກ​ນັ້ນ ໃນ​ເວລາ​ຕໍ່​ມາ​ຈົ່ງ​ສະແດງ ຄວາມ​ຮັກ​ຫລາຍ​ຂຶ້ນ​ຕໍ່​ຄົນ​ທີ່​ທ່ານ​ຕຳ​ນິ, ຖ້າ​ບໍ່​ດັ່ງ​ນັ້ນ​ເຂົາ​ຈະ​ຖື​ວ່າ​ທ່ານ​ເປັນ​ສັດ​ຕູ​ຂອງ​ເຂົາ;

44 ເພື່ອ​ວ່າ​ເຂົາ​ຈະ​ຮູ້​ວ່າ​ຄວາມ​ຊື່​ສັດ​ຂອງ​ທ່ານ​ແຂງ​ແກ່ນ​ຫລາຍ​ກວ່າ​ເຊືອກ​ແຫ່ງ​ຄວາມ​ຕາຍ.

45 ໃຫ້​ອຸ​ທອນ​ຂອງ​ທ່ານ​ເຕັມ​ປ່ຽມ​ໄປ​ດ້ວຍ​ຄວາມ​ໃຈ​ບຸນ​ຕໍ່​ມະນຸດ​ທັງ​ປວງ​ນຳ​ອີກ, ແລະ ຕໍ່​ຄອບ​ຄົວ​ແຫ່ງ​ສັດທາ, ແລະ ໃຫ້ ຄຸນ​ນະ​ທຳ​ປະດັບ ຄວາມ​ນຶກ​ຄິດ​ຂອງ​ທ່ານ​ຢ່າງ​ບໍ່​ເສື່ອມ​ຄາຍ; ເມື່ອ​ນັ້ນ​ຄວາມ​ໝັ້ນ​ໃຈ​ຂອງ​ທ່ານ​ຈະ​ແຂງ​ແກ່ນ​ຂຶ້ນ​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ; ແລະ ຄຳ​ສອນ​ຂອງ​ຖານະ​ປະ​ໂລ​ຫິດ​ຈະ​ກັ່ນ​ລົງ​ມາ​ເທິງ ຈິດ​ວິນ​ຍານ​ຂອງ​ທ່ານ​ເໝືອນ​ດັ່ງ​ຢາດ ນ້ຳ​ຄ້າງ​ຈາກ​ສະຫວັນ.

46 ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ເປັນ​ເພື່ອນ​ຂອງ​ທ່ານ​ສະເໝີ, ແລະ ໄມ້​ຄ້ອນ​ເທົ້າ​ແຫ່ງ​ອຳນາດ​ຂອງ​ທ່ານ ຈະ​ເປັນ​ໄມ້​ຄ້ອນ​ເທົ້າ​ອັນ​ບໍ່​ປ່ຽນ​ແປງ​ແຫ່ງ​ຄວາມ​ຊອບ​ທຳ ແລະ ຄວາມ​ຈິງ; ແລະ ການ​ຄອບ​ຄອງ​ຂອງ​ທ່ານ​ຈະ​ເປັນ​ການ​ຄອບ​ຄອງ​ອັນ​ເປັນ​ນິດ, ແລະ ປາດ​ສະ​ຈາກ​ການ​ບັງ​ຄັບ ຊຶ່ງ​ໝາຍ​ຄວາມ​ວ່າ​ມັນ​ຈະ​ໄຫລ​ມາ​ສູ່​ທ່ານ​ຕະຫລອດ​ການ ແລະ ຕະຫລອດ​ໄປ.