ສິ່ງ​ຊ່ວຍ​ສຶກ​ສາ
ເປີດ​ເຜີຍ, ການ​ເປີດ​ເຜີຍ


ເປີດ​ເຜີຍ, ການ​ເປີດ​ເຜີຍ

ການ​ສື່​ສານ​ຈາກ​ພຣະ​ເຈົ້າ​ນຳ​ລູກໆ​ຂອງ​ພຣະ​ອົງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ. ການ​ເປີດ​ເຜີຍ​ອາດ​ມາ​ເຖິງ ຜ່ານ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ ຜ່ານ​ທາງ​ການ​ດົນ​ໃຈ, ພາບ​ທີ່​ມາ​ໃຫ້​ເຫັນ, ຄວາມ​ຝັນ, ຫລື ການ​ມາ​ຢ້ຽມ​ຢາມ​ຂອງ​ທູດ. ການ​ເປີດ​ເຜີຍ​ຈະ​ໃຫ້​ການ​ນຳ​ພາ​ແກ່​ຄົນ​ຊອບ​ທຳ​ໄປ​ສູ່​ຄວາມ​ລອດ​ນິ​ລັນ​ດອນ ໃນ​ອາ​ນາ​ຈັກ​ຊັ້ນ​ສູງ.

ພຣະ​ຜູ້​ເປັນ​ເຈົ້າ​ເປີດ​ເຜີຍ​ວຽກ​ງານ​ຂອງ​ພຣະ​ອົງ​ຕໍ່​ສາດ​ສະ​ດາ​ຂອງ​ພຣະ​ອົງ ແລະ ຢືນ​ຢັນ​ຕໍ່​ຜູ້​ທີ່​ເຊື່ອ ວ່າ​ການ​ເປີດ​ເຜີຍ​ຕໍ່​ສາດ​ສະ​ດາ​ເປັນ​ຄວາມ​ຈິງ (ອມ 3:7). ຜ່ານ​ການ​ເປີດ​ເຜີຍ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໃຫ້ ການ​ນຳ​ພາ​ທຸກ​ຄົນ​ທີ່​ສະແຫວງ​ຫາ​ການ​ເປີດ​ເຜີຍ ແລະ ຜູ້​ມີ​ສັດທາ, ກັບ​ໃຈ, ແລະ ເຊື່ອ​ຟັງ​ຕໍ່​ພຣະ​ກິດ​ຕິ​ຄຸນ ຂອງ​ພຣະ​ເຢຊູ​ຄຣິດ. “ພຣະ​ວິນ​ຍານ​ບໍ​ລິ​ສຸດ ເປັນ​ຜູ້​ເປີດ​ເຜີຍ,” ໂຈເຊັບ ສະມິດ ໄດ້​ກ່າວ, ແລະ “ບໍ່​ມີ​ມະນຸດ​ຄົນ​ໃດ​ສາ​ມາດ​ໄດ້​ຮັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ປາດ​ສະ​ຈາກ​ການ​ໄດ້​ຮັບ​ການ​ເປີດ​ເຜີຍ.”

ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຝ່າຍ​ປະທານ​ສູງ​ສຸດ ແລະ ກຸ່ມ​ອັກຄະ​ສາວົກ​ສິບ​ສອງ​ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ ຕໍ່​ສາດ​ສະ​ໜາ​ຈັກ ແລະ ຕໍ່​ໂລກ. ປະທານ​ຂອງ​ສາດ​ສະ​ໜາ​ຈັກ ເປັນ​ພຽງ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ພຣະ​ເຈົ້າ​ໄດ້​ປະທານ​ສິດ​ອຳນາດ​ໃຫ້​ຮັບ​ການ​ເປີດ​ເຜີຍ ສຳ​ລັບ​ສາດ​ສະ​ໜາ​ຈັກ (ຄພ 28:2–7). ທຸກ​ຄົນ​ສາ​ມາດ​ໄດ້​ຮັບ​ການ​ເປີດ​ເຜີຍ​ສຳ​ລັບ​ຜົນ​ປະ​ໂຫຍດ​ຂອງ​ຕົນ​ເອງ.