ສິ່ງ​ຊ່ວຍ​ສຶກ​ສາ
ຍຸກ​ສະ​ໄໝ


ຍຸກ​ສະ​ໄໝ

ຍຸກ​ສະ​ໄໝ​ພຣະ​ກິດ​ຕິ​ຄຸນ​ເປັນ​ຊ່ວງ​ເວລາ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ມີ​ຜູ້​ຮັບ​ໃຊ້​ທີ່​ມີ​ສິດ​ອຳນາດ​ຢ່າງ​ໜ້ອຍ​ໜຶ່ງ​ຄົນ​ຢູ່​ໃນ​ໂລກ​ນີ້ ຜູ້​ມີ​ຂໍ​ກະແຈ​ຂອງ​ຖານະ​ປະ​ໂລ​ຫິດ​ທີ່​ສັກ​ສິດ.

ອາດາມ, ເອນົກ, ໂນອາ, ອັບ​ຣາ​ຮາມ, ໂມເຊ, ພຣະ​ເຢຊູ​ຄຣິດ, ໂຈເຊັບ ສະມິດ, ແລະ ຄົນ​ອື່ນໆ ຕ່າງ​ກໍ​ໄດ້​ເລີ່ມ​ຕົ້ນ​ຍຸກ​ສະ​ໄໝ​ໃໝ່​ແຫ່ງ​ພຣະ​ກິດ​ຕິ​ຄຸນ. ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຈັດ​ຕັ້ງ​ຍຸກ​ສະ​ໄໝ, ພຣະ​ກິດ​ຕິ​ຄຸນ​ໄດ້​ຖືກ​ເປີດ​ເຜີຍ​ໃໝ່ ເພື່ອ​ວ່າ​ຜູ້​ຄົນ​ຂອງ​ຍຸກ​ສະ​ໄໝ​ນັ້ນ​ບໍ່​ຈຳ​ເປັນ​ຕ້ອງ​ເພິ່ງ​ພາ​ອາ​ໄສ​ຍຸກ​ສະ​ໄໝ​ທີ່​ຜ່ານ​ມາ​ແລ້ວ ສຳ​ລັບ​ຄວາມ​ຮູ້​ເລື່ອງ​ແຜນ​ແຫ່ງ​ຄວາມ​ລອດ. ຍຸກ​ສະ​ໄໝ​ທີ່​ເລີ່ມ​ຕົ້ນ​ດ້ວຍ​ໂຈເຊັບ ສະມິດ ຮູ້​ຈັກ​ກັນ​ວ່າ “ຍຸກ​ສະ​ໄໝ​ຂອງ​ຄວາມ​ສົມ​ບູນ​ແຫ່ງ​ເວລາ.”