ສິ່ງ​ຊ່ວຍ​ສຶກ​ສາ
ໂຢບ


ໂຢບ

ໃນ​ພຣະ​ຄຳ​ພີ​ເດີມ, ຊາຍ​ທີ່​ຊອບ​ທຳ​ຄົນ​ໜຶ່ງ​ຜູ້​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ຢ່າງ​ແສນ​ສາ​ຫັດ ແຕ່​ຍັງ​ຊື່​ສັດ​ຕໍ່​ຄວາມ​ເຊື່ອ​ຂອງ​ເພິ່ນ​ໃນ​ພຣະ​ເຈົ້າ​ຢູ່. ເລື່ອງ​ລາວ​ຂອງ​ເພິ່ນ​ຖືກ​ບອກ​ໄວ້​ຢູ່​ໃນ​ພຣະ​ທຳ​ໂຢບ.

ພຣະທຳ​ໂຢບ

ເຖິງ​ແມ່ນ​ວ່າ​ໜັງ​ສື​ນີ້​ແມ່ນ​ກ່ຽວ​ກັບ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ໂຢບ, ແຕ່​ມັນ​ກໍ​ບໍ່​ໄດ້​ຕອບ​ຄຳ​ຖາມ​ທັງ​ໝົດ​ວ່າ​ເປັນ​ຫຍັງ​ໂຢບ (ຫລື ຄົນ​ອື່ນໆ) ທົນ​ທຸກ​ທໍ​ລະ​ມານ​ກັບ​ຄວາມ​ເຈັບ​ປວດ ແລະ ການ​ສູນ​ເສຍ​ຄອບ​ຄົວ ແລະ ຊັບ​ສົມ​ບັດ​ຂອງ​ເພິ່ນ​ໄປ. ໜັງ​ສື​ບອກ​ໄວ້​ວ່າ ການ​ມີ​ຄວາມ​ທຸກ​ທໍ​ລະ​ມານ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ບຸກ​ຄົນ​ດັ່ງ​ກ່າວ​ໄດ້​ເຮັດ​ບາບ. ພຣະ​ຜູ້​ເປັນ​ເຈົ້າ​ອາດ​ໃຊ້​ຄວາມ​ທຸກ​ທໍ​ລະ​ມານ​ເພື່ອ​ເປັນ​ປະ​ສົບ​ການ, ໃຫ້​ມີ​ລະບຽບ​ວິໄນ, ແລະ ເພື່ອ​ແນະນຳ ເຊັ່ນ​ດຽວ​ກັບ​ການ​ລົງ​ໂທດ (ຄພ 122).

ໜັງ​ສື​ເຫລັ້ມ​ນີ້​ແຍກ​ອອກ​ເປັນ​ສີ່​ພາກ​ສ່ວນ​ດ້ວຍ​ກັນ. ບົດ​ທີ 1–2 ເປັນ​ຄຳ​ນຳ​ເຂົ້າ​ສູ່​ເລື່ອງ. ບົດ​ທີ 3–31 ເລື່ອງ​ລາວ​ຕໍ່​ເນື່ອງ​ກ່ຽວ​ກັບ​ການ​ສົນ​ທະ​ນາ​ກັນ​ລະຫວ່າງ​ໂຢບ ແລະ ໝູ່​ເພື່ອນ​ສາມ​ຄົນ​ຂອງ​ເພິ່ນ. ບົດ​ທີ 32–37 ບັນ​ຈຸ​ຖ້ອຍ​ຄຳ​ຂອງ​ເອ​ລີ​ຮູ, ເພື່ອນ​ຄົນ​ທີ​ສີ່, ຜູ້​ໄດ້​ປະນາມ​ໂຢບ​ດ້ວຍ​ເຫດ​ຜົນ​ຢ່າງ​ອື່ນ ທີ່​ນອກ​ເໜືອ​ໄປ​ຈາກ​ເຫດ​ຜົນ​ຂອງ​ໝູ່​ເພື່ອນ​ສາມ​ຄົນ​ທຳ​ອິດ. ບົດ​ທີ 38–42 ລົງ​ທ້າຍ​ໜັງ​ສື​ດ້ວຍ​ການ​ໃຫ້​ຄວາມ​ໝັ້ນ​ໃຈ​ຕໍ່​ໂຢບ​ວ່າ ເສັ້ນ​ທາງ​ໃນ​ຊີ​ວິດ​ຂອງ​ເພິ່ນ​ນັ້ນ​ດີ​ມາ​ຕັ້ງ​ແຕ່​ຕົ້ນ.

ພຣະ​ທຳ​ໂຢບ​ສອນ​ວ່າ ຖ້າ​ຫາກ​ຄົນ​ໃດ​ມີ​ຄວາມ​ຮູ້​ທີ່​ສົມ​ບູນ​ກ່ຽວ​ກັບ​ພຣະ​ເຈົ້າ ແລະ ດຳ​ລົງ​ຊີ​ວິດ​ໃຫ້​ເປັນ​ທີ່​ຍອມ​ຮັບ​ຕໍ່​ພຣະ​ເຈົ້າ, ຄົນ​ນັ້ນ​ຈະ​ສາ​ມາດ​ອົດ​ທົນ​ກັບ​ບັນ​ຫາ​ທີ່​ມາ​ເຖິງ​ເຂົາ​ໄດ້. ສັດທາ​ທີ່​ບໍ່​ຫວັ່ນ​ໄຫວ​ຂອງ​ໂຢບ​ໄດ້​ສະແດງ​ໃຫ້​ເຫັນ​ດ້ວຍ​ຖ້ອຍ​ຄຳ​ທີ່​ເພິ່ນ​ໄດ້​ກ່າວ​ອອກ​ມາ ທີ່​ວ່າ, “ເຖິງ​ແມ່ນ​ພຣະ​ອົງ​ຈະ​ເອົາ​ຊີ​ວິດ​ຂອງ​ຂ້ອຍ​ໄປ, ແຕ່​ຂ້ອຍ​ກໍ​ຍັງ​ໄວ້​ວາງ​ໃຈ​ໃນ​ພຣະ​ອົ​ງ​ຢູ່” (ໂຢບ 13:15). ໂຢບ​ຍັງ​ຖືກ​ກ່າວ​ເຖິງ​ອີກ​ຢູ່​ໃນ ເອ​ເຊ​ກຽນ 14:14; ຢາ​ໂກ​ໂບ 5:11; ຄຳ​ສອນ ແລະ ພັນທະ​ສັນ​ຍາ 121:10.