ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 97


ພາກ​ທີ 97

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ວັນທີ 2 ເດືອນ​ສິງຫາ, 1833. ການ​ເປີດ​ເຜີຍ​ເທື່ອ​ນີ້​ແມ່ນ​ກ່ຽວ​ຂ້ອງ​ໂດຍ​ສະ​ເພາະ​ກັບ​ທຸ​ລະ​ກິດ​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໃນ​ຊີໂອນ, ເຂດ​ແຈ໊ກສັນ, ລັດ​ມີ​ເຊີຣີ, ເປັນ​ການ​ຕອບ​ທີ່ສາດ​ສະ​ດາ​ໄດ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ກ່ຽວ​ກັບຂໍ້​ມູນ. ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຢູ່​ໃນ​ລັດ​ມີ​ເຊີຣີ​ໃນ​ເວລາ​ນັ້ນ ຖືກ​ຂົ່ມ​ເຫັງ​ຢ່າງ​ໜັກ ແລະ, ໃນ​ວັນທີ 23 ເດືອນ​ກໍລະກົດ, 1833, ໄດ້​ຖືກ​ບັງ​ຄັບ​ໃຫ້​ເຊັນ​ສັນ​ຍາ​ເພື່ອ​ໜີ​ຈາກ​ເຂດ​ແຈ໊ກສັນ.

1–2, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຫລາຍ​ຄົນ​ໃນ​ຊີໂອນ (ເຂດ​ແຈ໊ກສັນ, ລັດ​ມີ​ເຊີຣີ) ໄດ້​ຮັບ​ພອນ​ສຳ​ລັບ​ຄວາມ​ຊື່​ສັດ​ຂອງ​ພວກ​ເຂົາ; 3–5, ພາລີ ພີ ພະແຣັດ ໄດ້​ຮັບ​ຄຳ​ຊົມ​ເຊີຍ​ສຳ​ລັບ​ວຽກ​ງານ​ຂອງ​ລາວ​ທີ່​ໂຮງ​ຮຽນ​ໃນ​ຊີໂອນ; 6–9, ຄົນ​ທີ່​ຍຶດ​ຖື​ພັນທະ​ສັນ​ຍາ​ຂອງ​ພວກ​ເຂົາ​ໄດ້​ຖືກ​ຍອມ​ຮັບ​ໂດຍ​ພຣະ​ຜູ້​ເປັນ​ເຈົ້າ; 10–17, ຕ້ອງ​ສ້າງ​ບ້ານ​ຫລັງ​ໜຶ່ງ​ຂຶ້ນ​ໃນ​ຊີໂອນ ຊຶ່ງ​ໃນ​ນັ້ນ​ຜູ້​ທີ່​ມີ​ໃຈ​ບໍ​ລິ​ສຸດ​ຈະ​ໄດ້​ເຫັນ​ພຣະ​ເຈົ້າ; 18–21, ຊີໂອນ​ຄື​ຜູ້​ທີ່​ມີ​ໃຈ​ບໍ​ລິ​ສຸດ; 22–28, ຊີໂອນ​ຈະ​ໜີ​ພົ້ນ​ຈາກ​ການ​ຂ້ຽນ​ຕີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຖ້າ​ຫາກ​ນາງ​ຊື່​ສັດ.

1 ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ ເພື່ອນ​ຂອງ​ເຮົາ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ດ້ວຍ​ສຽງ​ຂອງ​ເຮົາ, ແມ່ນ​ແຕ່​ສຽງ​ຂອງ​ພຣະ​ວິນ​ຍານ​ຂອງ​ເຮົາ, ເພື່ອ​ວ່າ​ເຮົາ​ຈະ​ໄດ້​ສະແດງ​ໃຫ້​ພວກ​ເຈົ້າ​ເຫັນ​ຄວາມ​ປະສົງ​ຂອງ​ເຮົາ​ກ່ຽວ​ກັບ​ພີ່​ນ້ອງ​ຂອງ​ພວກ​ເຈົ້າ​ໃນ​ແຜ່ນ​ດິນ ຊີໂອນ, ຊຶ່ງ​ຫລາຍ​ຄົນ​ຖ່ອມ​ຕົວ​ແທ້ໆ ແລະ ສະແຫວງ​ຫາ​ຢ່າງ​ພາກ​ພຽນ​ທີ່​ຈະ​ຮຽນ​ຮູ້​ປັນ​ຍາ ແລະ ຊອກ​ຫາ​ຄວາມ​ຈິງ.

2 ຕາມ​ຄວາມ​ຈິງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຄົນ​ເຊັ່ນ​ນັ້ນ​ໄດ້​ຮັບ​ພອນ​ແລ້ວ, ເພາະ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ສະແດງ​ຄວາ​ມ​ເມດ​ຕາ​ຕໍ່​ຄົນ​ທີ່ ອ່ອນ​ໂຍນ, ແລະ ຕໍ່​ຄົນ​ທັງ​ປວງ​ຜູ້​ໃດ​ກໍ​ຕາມ​ທີ່​ເຮົາ​ປະສົງ, ເພື່ອ​ວ່າ​ເຮົາ​ຈະ​ຖືກ​ຕ້ອງ​ເມື່ອ​ເຮົາ​ນຳ​ພວກ​ເຂົາ​ມາ​ສູ່​ການ​ພິ​ພາກ​ສາ.

3 ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ກ່ຽວ​ກັບ ໂຮງ​ຮຽນ​ໃນ​ຊີໂອນ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ພໍ​ໃຈ​ຫລາຍ​ທີ່​ຈະ​ມີ​ໂຮງ​ຮຽນ​ໃນ​ຊີໂອນ, ແລະ ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ພາລີ ພີ ພະແຣັດ ນຳ​ອີກ, ເພາະ​ລາວ​ຄົງ​ຢູ່​ໃນ​ເຮົາ.

4 ແລະ ຕາບ​ໃດ​ທີ່​ລາວ​ຍັງ​ສືບ​ຕໍ່​ແນບ​ສະ​ໜິດ​ຢູ່​ໃນ​ເຮົາ ລາວ​ຈະ​ສືບ​ຕໍ່​ເປັນ​ຜູ້​ຄວບ​ຄຸມ​ໂຮງ​ຮຽນ​ໃນ​ແຜ່ນ​ດິນ​ຊີໂອນ ຈົນ​ກວ່າ​ເຮົາ​ຈະ​ມອບ​ບັນ​ຍັດ​ອື່ນໆ​ໃຫ້​ແກ່​ລາວ.

5 ແລະ ເຮົາ​ຈະ​ອວຍ​ພອນ​ລາວ​ດ້ວຍ​ພອນ​ຢ່າງ​ຫລວງ​ຫລາຍ, ໃນ​ການ​ອະ​ທິ​ບາຍ​ພຣະ​ຄຳ​ພີ ແລະ ຄວາມ​ລຶກ​ລັບ​ທັງ​ໝົດ​ເພື່ອ​ການ​ອົບ​ຮົມ​ຂອງ​ໂຮງ​ຮຽນ, ແລະ ຂອງ​ສາດ​ສະ​ໜາ​ຈັກ​ໃນ​ຊີໂອນ.

6 ແລະ ກັບ​ຜູ້​ທີ່​ເຫລືອ​ຢູ່​ຂອງ​ໂຮງ​ຮຽນ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ເຕັມ​ໃຈ​ທີ່​ຈະ​ສະແດງ​ຄວາມ​ເມດ​ຕາ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ມີ​ບາງ​ຄົນ​ທີ່​ຕ້ອງ​ຖືກ ຕີ​ສອນ, ແລະ ວຽກ​ງານ​ຂອງ​ພວກ​ເຂົາ​ຈະ​ຖືກ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ.

7 ຂວານ​ຖືກ​ວາງ​ໄວ້​ແລ້ວ​ຢູ່​ທີ່​ຮາກ​ຂອງ​ຕົ້ນ​ໄມ້; ແລະ ຕົ້ນ​ໄມ້​ທຸກ​ຕົ້ນ​ທີ່​ບໍ່​ອອກ ຜົນ​ດີ​ຈະ​ຖືກ​ໂຄ່ນ​ລົງ ແລະ ໂຍນ​ເຂົ້າ​ກອງ​ໄຟ. ເຮົາ​ພຣະ​ຜູ້​ເປັນ​ເຈົ້າ ກ່າວ​ມັນ​ໄວ້​ດັ່ງ​ນີ້.

8 ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບພວກ​ເຈົ້າ​ວ່າ ທຸກ​ຄົນ​ໃນ​ບັນ​ດາ​ພວກ​ເຂົາ​ທີ່​ຮູ້​ວ່າ ຫົວ​ໃຈ​ຂອງ​ພວກ​ເຂົາ ຊື່​ສັດ, ແລະ ຊອກ​ຊ້ຳ, ແລະ ວິນ​ຍານ​ຂອງ​ພວກ​ເຂົາ​ສຳ​ນຶກ​ຜິດ, ແລະ ເຕັມ​ໃຈ​ທີ່​ຈະ​ຍຶດ​ຖື​ພັນທະ​ສັນ​ຍາ​ຂອງ​ພວກ​ເຂົາ​ໂດຍ ການ​ເສຍ​ສະ​ລະ—ແທ້​ຈິງ​ແລ້ວ, ການ​ເສຍ​ສະ​ລະ​ທຸກ​ຢ່າງ​ຊຶ່ງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈະ​ບັນ​ຊາ—ພວກ​ເຂົາ​ໄດ້​ຮັບ ການ​ຍອມ​ຮັບ​ຈາກ​ເຮົາ.

9 ເພາະ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈະ​ເຮັດ​ໃຫ້​ພວກ​ເຂົາ​ນຳ​ຜົນ​ອອກ​ມາ​ດັ່ງ​ຕົ້ນ​ໄມ້​ທີ່​ອອກ​ຜົນ​ຫລາຍ ຊຶ່ງ​ຖືກ​ປູກ​ໄວ້​ຢູ່​ໃນ​ດິນ​ດີ, ແຄມ​ຮ່ອງ​ນ້ຳ​ບໍ​ລິ​ສຸດ, ຊຶ່ງ​ອອກ​ຜົນ​ອັນ​ມີ​ຄ່າ​ຢ່າງ​ຫລວງ​ຫລາຍ.

10 ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ມັນ​ເປັນ​ຄວາມ​ປະສົງ​ຂອງ​ເຮົາ​ທີ່​ຈະ​ມີ​ການ​ສ້າງ ບ້ານ​ຫລັງ​ໜຶ່ງ​ໃຫ້​ແກ່​ເຮົາ​ໃນ​ແຜ່ນ​ດິນ​ຊີໂອນ, ຕາມ ແບບ​ແຜນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ພວກ​ເຈົ້າ.

11 ແທ້​ຈິງ​ແລ້ວ, ໃຫ້​ສ້າງ​ມັນ​ຢ່າງ​ໄວ, ໂດຍ​ການ​ຈ່າຍ​ສ່ວນ​ສິບ​ຂອງ​ຜູ້​ຄົນ​ຂອງ​ເຮົາ.

12 ຈົ່ງ​ເບິ່ງ, ນີ້​ຄື ສ່ວນ​ສິບ ແລະ ການ​ເສຍ​ສະລະ​ຊຶ່ງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຮຽກ​ຮ້ອງ​ຈາກ​ມື​ຂອງ​ພວກ​ເຂົາ, ເພື່ອ​ວ່າ ບ້ານ​ຫລັງ​ໜຶ່ງ​ຈະ​ຖືກ​ສ້າງ​ໄວ້​ໃຫ້​ເຮົາ​ສຳ​ລັບ​ຄວາມ​ລອດ​ຂອງ​ຊີໂອນ—

13 ເພື່ອ​ເປັນ​ບ່ອນ ຂອບ​ພຣະ​ໄທ​ສຳ​ລັບ​ໄພ່​ພົນ​ທັງ​ຫລາຍ​ຂອງ​ພຣະ​ເຈົ້າ, ແລະ ເພື່ອ​ເປັນ​ບ່ອນ​ໃຫ້​ການ​ແນະນຳ​ສຳ​ລັບ​ທຸກ​ຄົນ​ເຫລົ່າ​ນັ້ນ ຜູ້​ທີ່​ຖືກ​ເອີ້ນ​ໃຫ້​ເຮັດ​ວຽກ​ງານ​ແຫ່ງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ການ​ເອີ້ນ ແລະ ໜ້າ​ທີ່​ຫລາຍ​ຢ່າງ​ຂອງ​ພວກ​ເຂົາ;

14 ເພື່ອ​ວ່າ​ພວກ​ເຂົາ​ຈະ​ຖືກ​ເຮັດ​ໃຫ້​ດີ​ພ້ອມ​ໃນ ຄວາມ​ເຂົ້າ​ໃຈ ເລື່ອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພວກ​ເຂົາ, ໃນ​ທິດ​ສະ​ດີ, ໃນ​ຫລັກ​ທຳ, ແລະ ໃນ​ຄຳ​ສອນ, ໃນ​ທຸກ​ສິ່ງ​ທັງ​ປວງ​ກ່ຽວ​ກັບ ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ເທິງ​ແຜ່ນ​ດິນ​ໂລກ, ຂໍ​ກະແຈ​ອາ​ນາ​ຈັກ​ຊຶ່ງ​ໄດ້​ມອບ​ໃຫ້​ແກ່​ພວກ​ເຈົ້າ.

15 ແລະ ຕາບ​ໃດ​ທີ່ຜູ້​ຄົນ​ຂອງ​ເຮົາ​ໄດ້​ສ້າງ​ບ້ານ​ຫລັງ​ໜຶ່ງ ໃຫ້​ແກ່​ເຮົາ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ບໍ່​ຍອມ​ໃຫ້ ສິ່ງ​ໜຶ່ງ​ສິ່ງ​ໃດ​ທີ່​ບໍ່​ສະອາດ​ເຂົ້າ​ໄປ​ໃນ​ນັ້ນ, ເພື່ອ​ເຮັດ​ໃຫ້​ມັນ​ໝົ່ນ​ໝອງ, ແລ້ວ ລັດ​ສະ​ໝີ​ພາບ​ຂອງ​ເຮົາ​ຈະ​ຢູ່​ເທິງ​ບ້ານ​ຫລັງ​ນັ້ນ;

16 ແທ້​ຈິງ​ແລ້ວ, ແລະ ເຮົາ​ຈະ ສະ​ຖິດ​ຢູ່​ໃນ​ນັ້ນ, ເພາະ​ເຮົາ​ຈະ​ມາ​ຫາ​ມັນ, ແລະ ຜູ້​ທີ່​ມີ​ໃຈ ບໍ​ລິ​ສຸດ​ທີ່​ມາ​ຫາ​ມັນ ຈະ​ເຫັນ​ພຣະ​ເຈົ້າ.

17 ແຕ່​ຖ້າ​ຫາກ​ບ້ານ​ຫລັງ​ນີ້​ໝົ່ນ​ໝອງ ເຮົາ​ຈະ​ບໍ່​ເຂົ້າ​ໄປ​ໃນ​ນັ້ນ, ແລະ ລັດ​ສະ​ໝີ​ພາບ​ຂອງ​ເຮົາ​ຈະ​ບໍ່​ຢູ່​ໃນ​ນັ້ນ; ເພາະ​ເຮົາ​ຈະ​ບໍ່​ເຂົ້າ​ໄປ​ໃນ​ພຣະ​ວິຫານ​ທີ່​ບໍ່​ບໍ​ລິ​ສຸດ.

18 ແລະ, ບັດ​ນີ້, ຈົ່ງ​ເບິ່ງ, ຖ້າ​ຫາກ​ຊີໂອນ​ເຮັດ​ສິ່ງ​ເຫລົ່າ​ນີ້ ແລ້ວ​ນາງ​ຈະ ຈະ​ເລີນ​ກ້າວ​ໜ້າ, ແລະ ຕົວ​ນາງ​ເອງ​ຈະ​ແຜ່​ຂະ​ຫຍາຍ​ອອກ​ໄປ ແລະ ຮຸ່ງ​ເຫລື້ອມ, ຍິ່ງ​ໃຫຍ່, ແລະ ເປັນ​ໜ້າ​ຢ້ານ​ກວາ​ຫລາຍ.

19 ແລະ ປະ​ຊາ​ຊາດ​ທັງ​ປວງ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ຍົກ​ຍ້ອງ​ນາງ, ແລະ ຈະ​ກ່າວ​ວ່າ: ຊີໂອນ​ເປັນ​ເມືອງ​ຂອງ​ພຣະ​ເຈົ້າ​ຂອງ​ເຮົາ​ແທ້ໆ, ແລະ ແນ່​ນອນ​ວ່າ​ຊີໂອນ​ຈະ​ບໍ່​ຖືກ​ໂຄ່ນ​ລົ້ມ, ທັງ​ຈະ​ບໍ່​ຖືກ​ຍ້າຍ​ອອກ​ຈາກ​ບ່ອນ​ຂອງ​ນາງ, ເພາະ​ພຣະ​ເຈົ້າ​ສະ​ຖິດ​ຢູ່​ທີ່​ນັ້ນ, ແລະ ພຣະ​ຫັດ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ທີ່​ນັ້ນ;

20 ແລະ ພຣະ​ອົງ​ໄດ້​ສາບານ​ໂດຍ​ອຳນາດ​ແຫ່ງ​ລິດ​ເດດ​ຂອງ​ພຣະ​ອົງ ທີ່​ຈະ​ເປັນ​ຄວາມ​ລອດ​ຂອງ​ນາງ ແລະ ເປັນ ຫໍ​ຍາມ​ຂອງ​ນາງ.

21 ສະນັ້ນ, ຕາມ​ຄວາມ​ຈິງ​ແລ້ວ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້, ໃຫ້​ຊີໂອນ​ປິ​ຕິ​ຍິນ​ດີ​ເຖີດ, ເພາະ​ນີ້​ຄື ຊີໂອນ—ຜູ້​ທີ່​ມີ​ໃຈ​ບໍ​ລິ​ສຸດ; ສະນັ້ນ, ໃຫ້​ຊີໂອນ​ປິ​ຕິ​ຍິນ​ດີ​ເຖີດ, ໃນ​ຂະນະ​ທີ່​ຄົນ​ຊົ່ວ​ທັງ​ປວງ​ໂສກ​ເສົ້າ.

22 ເພາະ​ຈົ່ງ​ເບິ່ງ, ແລະ ເບິ່ງ​ແມ, ການ​ແກ້​ແຄ້ນ​ມາ​ຢ່າງ​ໄວ​ເທິງ​ຄົນ​ອະທຳ​ຄື​ດັ່ງ​ລົມ​ບ້າ​ໝູ; ແລະ ໃຜ​ຈະ​ໜີ​ພົ້ນ​ຈາກ​ມັນ?

23 ການ​ຂ້ຽນ​ຕີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຜ່ານ​ໄປ​ໃນ​ເວລາ​ກາງ​ຄືນ ແລະ ໃນ​ເວລາ​ກາງ​ເວັນ, ແລະ ການ​ລາຍ​ງານ​ຂອງ​ມັນ​ຈະ​ລົບ​ກວນ​ຜູ້​ຄົນ​ທັງ​ປວງ; ແທ້​ຈິງ​ແລ້ວ, ມັນ​ຈະ​ບໍ່​ຖືກ​ຢຸດ​ຢັ້ງ​ໄວ້​ຈົນ​ກວ່າ​ພຣະ​ຜູ້​ເປັນ​ເຈົ້າ​ສະ​ເດັດ​ມາ;

24 ເພາະ​ຄວາມ​ເຄືອງ​ແຄ້ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເກີດ​ຂຶ້ນ​ກັບ​ຄວາມ​ໜ້າ​ກຽດ​ຊັງ​ຂອງ​ພວກ​ເຂົາ ແລະ ວຽກ​ງານ​ຊົ່ວ​ຮ້າຍ​ທັງ​ໝົດ​ຂອງ​ພວກ​ເຂົາ.

25 ເຖິງ​ຢ່າງ​ໃດ​ກໍ​ຕາມ, ຊີໂອນ​ຈະ ຫລົບ​ໜີ ຖ້າ​ຫາກ​ນາງ​ຍຶດ​ຖື​ທີ່​ຈະ​ປະ​ຕິ​ບັດ​ຕາມ​ທຸກ​ສິ່ງ​ທັງ​ປວງ​ອັນ​ໃດ​ກໍ​ຕາມ​ທີ່​ເຮົາ​ໄດ້​ບັນ​ຊາ​ນາງ.

26 ແຕ່​ຖ້າ​ຫາກ​ນາງ​ບໍ່​ຍຶດ​ຖື​ທີ່​ຈະ​ປະ​ຕິ​ບັດ​ຕາມ​ສິ່ງ​ໃດ​ກໍ​ຕາມ​ທີ່​ເຮົາ​ໄດ້​ບັນ​ຊາ​ນາງ, ແລ້ວ​ເຮົາ​ຈະ​ມາ ຢ້ຽມ​ຢາມ​ນາງ ອີງ​ຕາມ​ວຽກ​ງານ​ທັງ​ໝົດ​ຂອງ​ນາງ, ດ້ວຍ​ຄວາມ​ທຸກ​ທໍ​ລະ​ມານ​ອັນ​ແສນ​ສາ​ຫັດ, ດ້ວຍ ພະ​ຍາດ​ໂລ​ຄາ​ຕ່າງໆ, ດ້ວຍ​ໂຣກ​ລະ​ບາດ, ດ້ວຍ​ດາບ, ດ້ວຍ ການ​ແກ້​ແຄ້ນ, ດ້ວຍ​ໄຟ​ທີ່​ເຜົາ​ຜານ.

27 ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃຫ້​ອ່ານ​ມັນ​ເຂົ້າ​ຫູ​ນາງ​ເທື່ອ​ນີ້​ເທື່ອ​ດຽວ, ວ່າ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ຮັບ​ເອົາ​ເຄື່ອງ​ຖວາຍ​ຂອງ​ນາງ​ແລ້ວ; ແລະ ຖ້າ​ຫາກ​ນາງ​ບໍ່​ເຮັດ​ບາບ​ອີກ​ຕໍ່​ໄປ ແລ້ວ ສິ່ງ​ເຫລົ່າ​ນີ້​ຈະ​ບໍ່​ເກີດ​ກັບ​ນາງ​ເລີຍ;

28 ແລະ ເຮົາຈະ ອວຍ​ພອນ​ນາງ​ດ້ວຍ​ພອນ​ຕ່າງໆ, ແລະ ທະ​ວີ​ຄູນ​ດ້ວຍ​ພອນ​ຢ່າງ​ຫລວງ​ຫລາຍ​ໃຫ້​ແກ່​ນາງ, ແລະ ໃຫ້​ແກ່​ຄົນ​ລຸ້ນ​ຫລັງ​ຂອງ​ນາງ​ຕະຫລອດ​ການ ແລະ ຕະຫລອດ​ໄປ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ກ່າວ. ອາແມນ.