ສິ່ງ​ຊ່ວຍ​ສຶກ​ສາ
ຂໍ​ກະແຈ​ຂອງ​ຖານະ​ປະ​ໂລ​ຫິດ


ຂໍ​ກະແຈ​ຂອງ​ຖານະ​ປະ​ໂລ​ຫິດ

ຂໍ​ກະແຈ​ຄື​ສິດ​ຂອງ​ຝ່າຍ​ປະທານ, ຫລື ອຳນາດ​ທີ່​ພຣະ​ເຈົ້າ​ໄດ້​ມອບ​ໃຫ້​ມະນຸດ​ເພື່ອ​ຊີ້​ນຳ, ຄວບ​ຄຸມ, ແລະ ປົກ​ຄອງ​ຖານະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ​ຢູ່​ໃນ​ໂລກ. ຜູ້​ດຳ​ລົງ​ຖານະ​ປະ​ໂລ​ຫິດ​ໄດ້​ຖືກ​ເອີ້ນ​ໃຫ້​ຮັບ​ຕຳ​ແໜ່ງ​ຂອງ​ຝ່າຍ​ປະທານ​ເພື່ອ​ຮັບ​ເອົາ​ຂໍ​ກະແຈ​ຈາກ​ຜູ້​ທີ່​ມີ​ສິດ​ອຳນາດ​ເໜືອ​ເຂົາ. ຜູ້​ດຳ​ລົງ​ຖານະ​ປະ​ໂລ​ຫິດ ໃຊ້​ຖານະ​ປະ​ໂລ​ຫິດ ພຽງ​ແຕ່​ໃນ​ຂອບ​ເຂດ​ທີ່​ຜູ້​ມີ​ຂໍ​ກະແຈ​ກຳ​ນົດ​ໄວ້. ປະທານ​ຂອງ​ສາດ​ສະ​ໜາ​ຈັກ​ເປັນ​ພຽງ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ມີ ແລະ ໄດ້​ຮັບ​ສິດ​ອຳນາດ​ທີ່​ຈະ​ນຳ​ໃຊ້​ຂໍ​ກະແຈ​ຂອງ​ຖານະ​ປະ​ໂລ​ຫິດ​ທັງ​ໝົດ (ຄພ 107:65–67, 91–92; 132:7).