ສິ່ງ​ຊ່ວຍ​ສຶກ​ສາ
ໂຮງ​ຮຽນ​ຂອງ​ສາດ​ສະ​ດາ


ໂຮງ​ຮຽນ​ຂອງ​ສາດ​ສະ​ດາ

ໃນ​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ (ສະ​ຫະ​ລັດ​ອາ​ເມ​ຣິ​ກາ), ລະຫວ່າງ​ລະ​ດູ​ໜາວ ປີ 1832–1833, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ໂຈເຊັບ ສະມິດ ໃຫ້​ຈັດ​ຕັ້ງ​ໂຮງ​ຮຽນ​ຂຶ້ນ ເພື່ອ​ຈຸດ​ປະສົງ​ຂອງ​ການ​ເຝິກ​ຝົນ​ບັນ​ດາ​ອ້າຍ​ນ້ອງ ໃນ​ທຸກ​ເລື່ອງ​ທີ່​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ ແລະ ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ. ຜູ້​ນຳ​ທັງ​ຫລາຍ​ໃນ​ຕອນ​ຕົ້ນ​ຂອງ​ສາດ​ສະ​ໜາ​ຈັກ ໄດ້​ມາ​ຈາກ​ໂຮງ​ຮຽນ​ນີ້. ໂຮງ​ຮຽນ​ອີກ​ບ່ອນ​ໜຶ່ງ​ຂອງ​ສາດ​ສະ​ດາ ຫລື ແອວເດີ ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ ໂດຍ ພາລີ ພີ ພະແຣັດ ໃນ ເຂດ​ແຈ໊ກສັນ, ລັດ​ມີ​ເຊີຣີ (ຄພ 97:1–6). ໂຮງ​ຮຽນ​ທີ່​ເໝືອນ​ກັນ​ນີ້ ກໍ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ ບໍ່​ດົນ​ຫລັງ​ຈາກ​ທີ່​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໄດ້​ອົບ​ພະ​ຍົບ​ໄປ​ຫາ​ພາກ​ຕາ​ເວັນ​ຕົກ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ໂຮງ​ຮຽນ​ດັ່ງ​ກ່າວ​ໄດ້​ຖືກ​ປິດ​ບໍ່​ດົນ​ຫລັງ​ຈາກ​ນັ້ນ. ການ​ສອນ​ພຣະ​ກິດ​ຕິ​ຄຸນ​ໃນ​ທຸກ​ວັນ​ນີ້ ໄດ້​ກະ​ທຳ​ຢູ່​ໃນ​ບ້ານ​ເຮືອນ, ກຸ່ມ​ຖານະ​ປະ​ໂລ​ຫິດ, ແລະ ໃນ​ອົງ​ການ​ຊ່ວຍ​ເຫລືອ​ຕ່າງໆ, ແລະ ຜ່ານ​ທາງ​ໂຮງ​ຮຽນ ແລະ ຫ້ອງ​ຮຽນ​ສາດ​ສະ​ໜາ ແລະ ສະຖາ​ບັນ​ຂອງ​ສາດ​ສະ​ໜາ​ຈັກ.