ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 6


ພາກ​ທີ 6

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ແກ່ ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ ແລະ ອໍ​ລີ​ເວີ ຄາວ​ເດີຣີ, ທີ່​ເມືອງ​ຮາມ​ໂມ​ນີ ລັດ​ເພັນໂຊ​ເວເນຍ, ເດືອນ​ເມສາ 1829. ອໍ​ລີ​ເວີ ຄາວ​ເດີຣີ ໄດ້ເລີ່ມ​ຕົ້ນ​ວຽກ​ງານ​ຂອງ​ລາວ​ໃນ​ການ​ເປັນ​ຜູ້​ຂຽນ​ການ​ແປ​ຂອງ​ພຣະ​ຄຳ​ພີ​ມໍມອນ, ວັນທີ 7 ເດືອນ​ເມສາ 1829. ລາວ​ໄດ້​ຮັບ​ການ​ສະແດງ​ໃຫ້​ປະຈັກ​ຈາກ​ສະຫວັນ​ເຖິງ​ຄວາມ​ຈິງ​ຂອງ​ປະຈັກ​ພະຍານ​ຂອງ ສາດ​ສະ​ດາ​ກ່ຽວ​ກັບ​ແຜ່ນ​ຈາລຶກ ຊຶ່ງ​ເທິງ​ນັ້ນ​ພຣະ​ຄຳ​ພີ​ມໍມອນ​ຖືກ​ບັນ​ທຶກ​ໄວ້. ສາດ​ສະ​ດາ​ໄດ້​ທູນ​ຖາມ ພຣະ​ຜູ້​ເປັນ​ເຈົ້າ​ຜ່ານ​ອຸລີມ ແລະ ທຸມມີມ ແລະ ໄດ້​ຮັບ​ຄຳ​ຕອບ​ນີ້.

1–6, ຜູ້​ທຳ​ງານ​ຢູ່​ໃນ​ທົ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໄດ້​ຮັບ​ຄວາມ​ລອດ; 7–13, ບໍ່​ມີ​ຂອງ​ປະທານ​ໃດ​ທີ່​ຍິ່ງ​ໃຫຍ່​ໄປ​ກວ່າ​ຂອງ​ປະທານ​ແຫ່ງ​ຄວາມ​ລອດ; 14–27, ການ​ເປັນ​ພະຍານ​ເຖິງ​ຄວາມ​ຈິງ​ມາ​ເຖິງ​ໂດຍ ອຳນາດ​ຂອງ​ພຣະ​ວິນ​ຍານ; 28–37, ຈົ່ງ​ເບິ່ງ​ທີ່​ພຣະ​ຄຣິດ, ແລະ ເຮັດ​ຄວາມ​ດີ​ເລື້ອຍ​ໄປ.

1 ວຽກ​ງານ​ອັນ​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ​ພວມ​ຈະ​ອອກ​ມາ​ສູ່​ລູກ​ຫລານ​ມະນຸດ.

2 ຈົ່ງ​ເບິ່ງ, ເຮົາ​ຄື​ພຣະ​ເຈົ້າ; ຈົ່ງ​ເອົາ​ໃຈ​ໃສ່​ຕໍ່ ຄຳ​ຂອງ​ເຮົາ, ຊຶ່ງ​ມີ​ຊີ​ວິດ ແລະ ມີ​ພະ​ລັງ, ແຫລມ​ຄົມ​ຫລາຍ​ກວ່າ​ດາບ​ສອງ​ຄົມ, ຊຶ່ງ​ຈະ​ແຍກ​ທັງ​ຂໍ້​ຕໍ່ ແລະ ໄຂ​ໃນ​ກະ​ດູກ​ອອກ​ຈາກ​ກັນ; ສະນັ້ນ​ຈົ່ງ​ເອົາ​ໃຈ​ໃສ່​ຕໍ່​ຄຳ​ຂອງ​ເຮົາ.

3 ຈົ່ງ​ເບິ່ງ, ທົ່ງ​ກໍ​ຂາວ​ພ້ອມ​ແລ້ວ​ທີ່​ຈະ​ເກັບ​ກ່ຽວ; ສະນັ້ນ, ຜູ້​ໃດ​ພ້ອມ​ແລ້ວ​ທີ່​ຈະ​ເກັບ​ກ່ຽວ, ກໍ​ໃຫ້​ເຂົາ​ເດ່​ກ່ຽວ​ຂອງ​ເຂົາ​ອອກ​ໄປ​ດ້ວຍ​ສຸດ​ພະ​ລັງ​ຂອງ​ເຂົາ, ແລະ ເກັບ​ກ່ຽວ​ໃນ​ຂະນະ​ທີ່​ຍັງ​ເວັນ​ຢູ່, ເພື່ອ​ເຂົາ​ຈະ​ໄດ້​ສະ​ສົມ​ຄວາມ​ລອດ​ອັນ​ເປັນ​ນິດ​ໄວ້​ໃຫ້​ແກ່​ຈິດ​ວິນ​ຍານ​ຂອງ​ເຂົາ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.

4 ແທ້​ຈິງ​ແລ້ວ, ຄົນ​ໃດ​ກໍ​ຕາມ​ທີ່​ຈະ ເດ່​ກ່ຽວ​ຂອງ​ຕົນ​ອອກ​ໄປ ແລະ ເກັບ​ກ່ຽວ, ຄົນໆ​ນັ້ນ​ແມ່ນ​ຖືກ​ເອີ້ນ ຈາກ​ພຣະ​ເຈົ້າ.

5 ສະນັ້ນ, ຖ້າ​ຫາກ​ເຈົ້າ ໝັ່ນ​ຂໍ​ຈາກ​ເຮົາ ເຈົ້າ​ກໍ​ຈະ​ໄດ້​ຮັບ; ຖ້າ​ເຈົ້າ​ໝັ່ນ​ເຄາະ ແລ້ວ​ຈະ​ມີ​ຜູ້​ໄຂ​ປະຕູ​ໃຫ້​ເຈົ້າ.

6 ບັດ​ນີ້, ດັ່ງ​ທີ່​ເຈົ້າ​ໄດ້​ຂໍ, ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ຈົ່ງ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ, ແລະ ສະແຫວງ​ຫາ ທີ່​ຈະ​ນຳ ແລະ ສະຖາ​ປະນາ​ອຸ​ດົມ​ການ​ຂອງ ຊີໂອນ;

7 ຢ່າ​ສະແຫວງ​ຫາ ຄວາມ​ຮັ່ງ​ມີ ແຕ່​ຈົ່ງ​ສະແຫວງ​ຫາ ປັນ​ຍາ, ແລະ ຈົ່ງ​ເບິ່ງ, ຄວາມ​ລຶກ​ລັບ​ຂອງ​ພຣະ​ເຈົ້າ ຈະ​ເປີດ​ອອກ​ແກ່​ເຈົ້າ, ແລະ ຈາກ​ນັ້ນ​ຈະ​ເຮັດ​ໃຫ້​ເຈົ້າ​ຮັ່ງ​ມີ. ຈົ່ງ​ເບິ່ງ, ຄົນ​ທີ່​ມີ ຊີ​ວິດ​ນິ​ລັນ​ດອນ​ເປັນ​ຄົນ​ຮັ່ງ​ມີ.

8 ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ແມ່ນ​ແຕ່​ເຈົ້າ​ປາດ​ຖະ​ໜາ​ຈາກ​ເຮົາ​ສັນ​ໃດ ມັນ​ຈະ​ເປັນ​ໄປ​ກັບ​ເຈົ້າ​ສັນ​ນັ້ນ; ແລະ ຖ້າ​ຫາກ​ເຈົ້າ​ປາດ​ຖະ​ໜາ, ເຈົ້າ​ຈະ​ເປັນ​ທາງ​ແຫ່ງ​ການ​ເຮັດ​ຄວາມ​ດີ​ຢ່າງ​ຫລວງ​ຫລາຍ​ໃນ​ຄົນ​ລຸ້ນ​ນີ້.

9 ຢ່າ​ກ່າວ​ສິ່ງ​ໃດ​ນອກ​ຈາກ ການ​ກັບ​ໃຈ​ແກ່​ຄົນ​ລຸ້ນ​ນີ້; ຈົ່ງ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ, ແລະ ຊ່ວຍ​ນຳ ວຽກ​ງານ​ຂອງ​ເຮົາ​ອອກ​ມາ, ຕາມ​ບັນ​ຍັດ​ຂອງ​ເຮົາ, ແລະ ເຈົ້າ​ຈະ​ໄດ້​ຮັບ​ພອນ.

10 ຈົ່ງ​ເບິ່ງ ເຈົ້າ​ມີ​ຂອງ​ປະທານ, ແລະ ເຈົ້າ​ເປັນ​ສຸກ​ແລ້ວ ເພາະ​ຂອງ​ປະທານ​ຂອງ​ເຈົ້າ. ຈົ່ງ​ຈື່​ຈຳ​ໄວ້​ວ່າ ມັນ ສັກ​ສິດ ແລະ ມາ​ຈາກ​ເບື້ອງ​ເທິງ—

11 ແລະ ຖ້າ​ຫາກ​ເຈົ້າ​ຈະ ທູນ​ຖາມ, ເຈົ້າ​ຈະ​ຮູ້ ຄວາມ​ລຶກ​ລັບ ຊຶ່ງ​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ; ສະນັ້ນ ເຈົ້າ​ຈະ​ໃຊ້​ຂອງ ປະທານ​ຂອງ​ເຈົ້າ, ເພື່ອ​ເຈົ້າ​ຈະ​ພົບ​ຄວາມ​ລຶກ​ລັບ, ເພື່ອ​ເຈົ້າ​ຈະ​ນຳ​ຫລາຍ​ຄົນ​ມາ​ສູ່​ຄວາມ​ຮູ້ ເລື່ອງ​ຄວາມ​ຈິງ, ແທ້​ຈິງ​ແລ້ວ, ເຮັດ​ໃຫ້​ເຂົາ ຍອມ​ຮັບ​ຄວາມ​ຜິດ​ຂອງ​ວິ​ທີ​ທາງ​ຂອງ​ເຂົາ.

12 ຢ່າ​ບອກ​ໃຫ້​ຜູ້​ໃດ​ຮູ້​ກ່ຽວ​ກັບ​ຂອງ​ປະທານ​ຂອງ​ເຈົ້າ ຍົກ​ເວັ້ນ​ແຕ່​ຜູ້​ທີ່​ມີ​ຄວາມ​ເຊື່ອ​ດຽວ​ກັນ​ກັບ​ເຈົ້າ. ຢ່າ​ເຮັດ​ຫລິ້ນໆ​ກັບ​ສິ່ງ​ທີ່ ສັກ​ສິດ.

13 ຖ້າ​ເຈົ້າ​ເຮັດ​ຄວາມ​ດີ, ແທ້​ຈິງ​ແລ້ວ, ແລະ ຍຶດ​ໝັ້ນ​ໃນ ຄວາມ​ຊື່​ສັດ​ຈົນ​ເຖິງ ທີ່​ສຸດ, ແລ້ວ​ເຈົ້າ​ຈະ​ໄດ້​ຮັບ​ຄວາມ​ລອດ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ, ຊຶ່ງ​ເປັນ​ຂອງ​ປະທານ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ຂອງ​ປະທານ​ທັງ​ໝົດ​ຂອງ​ພຣະ​ເຈົ້າ; ເພາະ​ບໍ່​ມີ​ຂອງ​ປະທານ​ໃດ​ທີ່​ຍິ່ງ​ໃຫຍ່​ໄປ​ກວ່າ​ຂອງ​ປະທານ​ແຫ່ງ ຄວາມ​ລອດ.

14 ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ເຈົ້າ​ເປັນ​ສຸກ​ແລ້ວ​ເພາະ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ; ເພາະ​ເຈົ້າ​ໄດ້ ທູນ​ຖາມ​ເຮົາ, ແລະ ຈົ່ງ​ເບິ່ງ, ສ່ວນ​ຫລາຍ​ເມື່ອ​ເຈົ້າ​ທູນ​ຖາມ​ເຮົາ ເຈົ້າ​ກໍ​ໄດ້​ຮັບ​ຄຳ​ແນະນຳ ຈາກ​ພຣະ​ວິນ​ຍານ​ຂອງ​ເຮົາ. ຖ້າ​ຫາກ​ບໍ່​ເປັນ​ເຊັ່ນ​ນັ້ນ, ເຈົ້າ​ຄົງ​ບໍ່​ໄດ້​ມາ​ຫາ​ບ່ອນ​ທີ່​ເຈົ້າ​ໄດ້​ຢູ່​ໃນ​ຕອນ​ນີ້​ເລີຍ.

15 ຈົ່ງ​ເບິ່ງ, ເຈົ້າ​ຮູ້​ວ່າ​ເຈົ້າ​ໄດ້​ທູນ​ຖາມ​ເຮົາ ແລະ ເຮົາ​ກໍ​ໄດ້​ໃຫ້​ຄວາມ​ສະ​ຫວ່າງ​ແກ່ ຈິດ​ໃຈ​ຂອງ​ເຈົ້າ; ແລະ ບັດ​ນີ້ ເຮົາ​ບອກ​ສິ່ງ​ເຫລົ່າ​ນີ້​ແກ່​ເຈົ້າ ເພື່ອ​ວ່າ​ເຈົ້າ​ຈະ​ຮູ້​ວ່າ ເຈົ້າ​ໄດ້​ຮັບ​ຄວາມ​ສະ​ຫວ່າງ​ໂດຍ​ພຣະ​ວິນ​ຍານ ແຫ່ງ​ຄວາມ​ຈິງ;

16 ແທ້​ຈິງ​ແລ້ວ, ເຮົາ​ບອກ​ເຈົ້າ​ວ່າ ບໍ່​ມີ​ຄົນ​ໃດ​ເລີຍ​ນອກ​ຈາກ​ພຣະ​ເຈົ້າ​ທີ່ ຮູ້​ຈັກ​ຄວາມ​ນຶກ​ຄິດ​ຂອງ​ເຈົ້າ ແລະ ຄວາມ​ເຈດ​ຕະ​ນາ​ຂອງ ໃຈ​ເຈົ້າ.

17 ເຮົາ​ບອກ​ສິ່ງ​ເຫລົ່າ​ນີ້​ເພື່ອ​ເປັນ​ພະຍານ​ແກ່​ເຈົ້າ—ວ່າ​ຖ້ອຍ​ຄຳ ຫລື ວຽກ​ງານ ຊຶ່ງ​ເຈົ້າ​ພວມ​ຂຽນ​ຢູ່​ຕອນ​ນີ້​ເປັນ ຄວາມ​ຈິງ.

18 ສະນັ້ນ​ຈົ່ງ ພາກ​ພຽນ; ຢືນ​ຄຽງ​ຂ້າງ​ໂຈເຊັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ຢ່າງ​ຊື່​ສັດ, ໃນ​ສະຖານະ​ການ​ຫຍຸ້ງ​ຍາກ​ໃດໆ​ກໍ​ຕາມ​ທີ່​ລາວ​ຈະ​ຢູ່ ເພື່ອ​ເຫັນ​ແກ່​ພຣະ​ຄຳ.

19 ໃຫ້​ຕັກ​ເຕືອນ​ລາວ​ໃນ​ຄວາມ​ຜິດ​ຂອງ​ລາວ, ແລະ ໃຫ້​ຮັບ​ການ​ຕັກ​ເຕືອນ​ຈາກ​ລາວ​ນຳ​ອີກ. ຈົ່ງ​ອົດ​ທົນ; ຈົ່ງ​ມີ​ສະ​ຕິ; ຈົ່ງ​ຢັບ​ຢັ້ງ​ຕົນ; ໃຫ້​ມີ​ຄວາມ​ອົດ​ທົນ, ສັດທາ, ຄວາມ​ຫວັງ, ແລະ ຄວາມ​ໃຈ​ບຸນ.

20 ຈົ່ງ​ເບິ່ງ, ເຈົ້າ​ຄື​ອໍ​ລີ​ເວີ, ແລະ ເຮົາ​ໄດ້​ກ່າວ​ກັບ​ເຈົ້າ​ເພາະ​ຄວາມ​ປາດ​ຖະ​ໜາ​ຂອງ​ເຈົ້າ; ສະນັ້ນ ຈົ່ງ ສະ​ສົມ​ຄຳ​ເຫລົ່າ​ນີ້​ໄວ້​ໃນ​ໃຈ​ຂອງ​ເຈົ້າ. ຈົ່ງ​ຊື່​ສັດ ແລະ ພາກ​ພຽນ​ໃນ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ແລະ ເຮົາ​ຈະ​ອ້ອມ​ເຈົ້າ​ໄວ້​ໃນ​ອ້ອມ​ແຂນ​ແຫ່ງ​ຄວາມ​ຮັກ​ຂອງ​ເຮົາ.

21 ຈົ່ງ​ເບິ່ງ, ເຮົາ​ຄື​ພຣະ​ເຢຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ. ເຮົາ​ຄື​ຜູ້​ດຽວ​ກັນ​ນັ້ນ​ທີ່​ໄດ້​ມາ​ຫາ​ຜູ້​ຄົນ​ຂອງ​ເຮົາ, ແລະ ຜູ້​ຄົນ ຂອງ​ເຮົາ​ເອງ​ບໍ່​ໄດ້​ຮັບ​ເອົາ​ເຮົາ. ເຮົາ​ເປັນ ຄວາມ​ສະ​ຫວ່າງ​ຊຶ່ງ​ສ່ອງ​ແສງ​ຢູ່​ໃນ ຄວາມ​ມືດ, ແລະ ຄວາມ​ມືດ​ບໍ່​ເຂົ້າ​ໃຈ​ມັນ​ເລີຍ.

22 ຕາມ​ຈິງ, ຕາມຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ຖ້າ​ເຈົ້າ​ປາດ​ຖະ​ໜາ​ການ​ເປັນ​ພະຍານ​ຕື່ມ​ອີກ, ໃຫ້​ເຈົ້າ​ນຶກ​ເຖິງ​ຄືນ​ທີ່​ເຈົ້າ​ໄດ້​ເອີ້ນ​ຫາ​ເຮົາ​ຢູ່​ໃນ​ໃຈ​ຂອງ​ເຈົ້າ, ເພື່ອ​ວ່າ​ເຈົ້າ​ຈະ ຮູ້​ກ່ຽວ​ກັບ​ຄວາມ​ຈິງ​ຂອງ​ສິ່ງ​ເຫລົ່າ​ນີ້.

23 ເຮົາ​ບໍ່​ໄດ້​ກ່າວ​ໃຫ້ ຄວາມ​ສະຫງົບ​ແກ່​ຈິດ​ໃຈ​ຂອງ​ເຈົ້າ​ບໍ​ກ່ຽວ​ກັບ​ເລື່ອງ​ນີ້? ເຈົ້າ​ຈະ​ມີ ພະຍານ​ໃດ​ທີ່​ຍິ່ງ​ໃຫຍ່​ໄປ​ກວ່າ​ພະຍານ​ຈາກ​ພຣະ​ເຈົ້າ?

24 ແລະ ບັດ​ນີ້, ຈົ່ງ​ເບິ່ງ, ເຈົ້າ​ໄດ້​ຮັບ​ການ​ເປັນ​ພະຍານ​ແລ້ວ; ເພາະ​ຖ້າ​ຫາກ​ເຮົາ​ໄດ້​ບອກ​ເຈົ້າ​ໃຫ້​ຮູ້​ສິ່ງ​ທີ່​ມະນຸດ​ຄົນ​ອື່ນ​ບໍ່​ຮູ້ ເຈົ້າ​ກໍ​ໄດ້​ຮັບ​ການ​ເປັນ​ພະຍານ​ບໍ່​ແມ່ນ​ບໍ?

25 ແລະ, ຈົ່ງ​ເບິ່ງ, ເຮົາ​ໄດ້​ມອບ​ຂອງ​ປະທານ​ໃຫ້​ແກ່​ເຈົ້າ, ຖ້າ​ເຈົ້າ​ປາດ​ຖະ​ໜາ​ຈາກ​ເຮົາ, ເພື່ອ ແປ, ແມ່ນ​ແຕ່​ຄື​ກັນ​ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ.

26 ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ວ່າ​ມີ ບັນ​ທຶກ​ທີ່​ບັນ​ຈຸ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ຢ່າງ​ຫລວງ​ຫລາຍ, ຊຶ່ງ​ຖືກ​ຮັກ​ສາ​ໄວ້ ເພາະ ຄວາມ​ຊົ່ວ​ຮ້າຍ​ຂອງ​ຜູ້​ຄົນ;

27 ແລະ ບັດ​ນີ້ ເຮົາ​ບັນ​ຊາ​ເຈົ້າ, ວ່າ​ຖ້າ​ເຈົ້າ​ມີ​ຄວາມ​ປາດ​ຖະ​ໜາ​ດີ—ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ສະ​ສົມ​ຊັບ​ສິນ​ໄວ້​ໃຫ້​ຕົນ​ຢູ່​ໃນ​ສະຫວັນ—​ແລ້ວ​ເຈົ້າ​ຈະ​ຊ່ວຍ​ເຫລືອ​ໃນ​ການ​ນຳ ພຣະ​ຄຳ​ພີ​ສ່ວນ​ຕ່າງໆ​ຂອງ​ເຮົາ​ອອກ​ມາ​ສູ່​ຄວາມ​ສະ​ຫວ່າງ ຊຶ່ງ​ຖືກ​ເຊື່ອງ​ຊ້ອນ​ໄວ້​ເພາະ​ຄວາມ​ຊົ່ວ​ຮ້າຍ, ໂດຍ​ຂອງ​ປະທານ​ຂອງ​ເຈົ້າ.

28 ແລະ ບັດ​ນີ້, ຈົ່ງ​ເບິ່ງ, ເຮົາ​ມອບ​ຂໍ​ກະແຈ​ແຫ່ງ​ຂອງ​ປະທານ​ນີ້​ໃຫ້​ແກ່​ເຈົ້າ, ແລະ ໃຫ້​ແກ່​ໂຈເຊັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ຄື​ກັນ, ຊຶ່ງ​ຈະ​ນຳ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ອອກ​ມາ​ສູ່​ຄວາມ​ສະ​ຫວ່າງ; ແລະ ດ້ວຍ​ປາກ​ຂອງ ພະຍານ​ສອງ ຫລື ສາມ​ຄົນ ທຸກໆ​ຄຳ​ຈະ​ຖືກ​ສະຖາ​ປະນາ.

29 ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ຖ້າ​ເຂົາ​ປະ​ຕິ​ເສດ​ຄຳ​ຂອງ​ເຮົາ, ແລະ ພາກ​ສ່ວນ​ນີ້​ຂອງ​ພຣະ​ກິດ​ຕິ​ຄຸນ ແລະ ສາດ​ສະ​ໜາ​ກິດ​ຂອງ​ເຮົາ, ເຈົ້າ​ຍ່ອມ​ເປັນ​ສຸກ, ເພາະ​ເຂົາ​ບໍ່​ສາ​ມາດ​ເຮັດ​ກັບ​ເຈົ້າ​ຫລາຍ​ໄປ​ກວ່າ​ທີ່​ເຂົາ​ສາ​ມາດ​ເຮັດ​ກັບ​ເຮົາ.

30 ແລະ ແມ່ນ​ແຕ່​ຖ້າ​ເຂົາ ເຮັດ​ກັບ​ເຈົ້າ ດັ່ງ​ທີ່​ເຂົາ​ໄດ້​ເຮັດ​ກັບ​ເຮົາ, ເຈົ້າ​ຍ່ອມ​ເປັນ​ສຸກ, ເພາະ​ເຈົ້າ​ຈະ​ໄດ້ ຢູ່​ນຳ​ເຮົາ​ໃນ ລັດ​ສະ​ໝີ​ພາບ.

31 ແຕ່​ຖ້າ​ຫາກ​ເຂົາ​ບໍ່ ປະ​ຕິ​ເສດ​ຄຳ​ຂອງ​ເຮົາ, ຊຶ່ງ​ຈະ​ຖືກ​ສະຖາ​ປະນາ​ໄວ້​ໂດຍ ປະຈັກ​ພະຍານ​ທີ່​ຈະ​ໃຫ້​ໄວ້, ເຂົາ​ຍ່ອມ​ເປັນ​ສຸກ, ແລະ ເມື່ອ​ນັ້ນ ເຈົ້າ​ຈະ​ມີ​ຄວາມ​ຊື່ນ​ຊົມ​ໃນ​ຜົນ​ງານ​ຂອງ​ເຈົ້າ.

32 ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ດັ່ງ​ທີ່​ເຮົາ​ໄດ້​ກ່າວ​ກັບ​ສາ​ນຸ​ສິດ​ຂອງ​ເຮົາ, ບ່ອນ​ໃດ​ທີ່​ສອງ ຫລື ສາມ​ຄົນ​ມາ ເຕົ້າ​ໂຮມ​ກັນ ໃນ​ນາມ​ຂອງ​ເຮົາ, ບໍ່​ວ່າ​ຈະ​ກ່ຽວ​ກັບ​ເລື່ອງ​ໃດ, ຈົ່ງ​ເບິ່ງ, ເຮົາ​ຈະ​ຢູ່​ບ່ອນ​ນັ້ນ​ໃນ ທ່າມ​ກາງ​ພວກ​ເຂົາ—ແມ່ນ​ແຕ່​ເຮົາ​ຈະ​ຢູ່​ໃນ​ທ່າມ​ກາງ​ເຈົ້າ​ເຊັ່ນ​ນັ້ນ​ເໝືອນ​ກັນ.

33 ຢ່າ​ຢ້ານ​ກົວ​ທີ່​ຈະ​ເຮັດ​ຄວາມ​ດີ, ບຸດ​ຂອງ​ເຮົາ, ເພາະ​ເຈົ້າ ຫວ່ານ​ສິ່ງ​ໃດ, ເຈົ້າ​ກໍ​ຈະ​ເກັບ​ກ່ຽວ​ສິ່ງ​ດຽວ​ກັນ​ນັ້ນ; ສະນັ້ນ, ຖ້າ​ຫາກ​ເຈົ້າ​ຫວ່ານ​ຄວາມ​ດີ ເຈົ້າ​ກໍ​ຈະ​ເກັບ​ກ່ຽວ​ຄວາມ​ດີ​ເປັນ​ລາງ​ວັນ​ຂອງ​ເຈົ້າ.

34 ສະນັ້ນ, ຢ່າ​ຢ້ານ​ກົວ, ຝູງ​ແກະ​ນ້ອຍ​ເອີຍ; ຈົ່ງ​ເຮັດ​ຄວາມ​ດີ; ໃຫ້​ແຜ່ນ​ດິນ​ໂລກ ແລະ ນະລົກ​ລວມ​ກັນ​ຕໍ່​ຕ້ານ​ເຈົ້າ, ແຕ່​ຖ້າ​ຫາກ​ເຈົ້າ​ຖືກ​ສ້າງ​ຂຶ້ນ​ເທິງ ດານ​ຫີນ​ຂອງ​ເຮົາ, ແລ້ວ​ມັນ​ຈະ​ເອົາ​ຊະນະ​ເຈົ້າ​ບໍ່​ໄດ້.

35 ຈົ່ງ​ເບິ່ງ, ເຮົາ​ບໍ່​ໄດ້​ກ່າວ​ໂທດ​ເຈົ້າ; ຈົ່ງ​ໄປ​ຕາມ​ທາງ​ຂອງ​ເຈົ້າ ແລະ ຢ່າ​ເຮັດ ບາບ​ອີກ​ຕໍ່​ໄປ; ຈົ່ງ​ປະ​ຕິ​ບັດ​ວຽກ​ງານ​ທີ່​ເຮົາ​ໄດ້​ບັນ​ຊາ​ເຈົ້າ​ດ້ວຍ​ຄວາມ​ມີ​ສະ​ຕິ.

36 ຈົ່ງ ເບິ່ງ​ທີ່​ເຮົາ​ໃນ​ຄວາມ​ນຶກ​ຄິດ​ທຸກ​ຢ່າງ; ຢ່າ​ສົງ​ໄສ, ຢ່າ​ສູ່​ຢ້ານ.

37 ຈົ່ງ​ເບິ່ງ​ຮອຍ​ແຜ​ທີ່​ຖືກ​ແທງ​ຢູ່​ຂ້າງ​ຂອງ​ເຮົາ, ແລະ ຮອຍ ຕະ​ປູ​ຢູ່​ໃນ​ມື ແລະ ຕີນ​ຂອງ​ເຮົາ​ນຳ​ອີກ; ຈົ່ງ​ຊື່​ສັດ, ຈົ່ງ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ, ແລະ ເຈົ້າ​ຈະ ໄດ້​ຮັບ ອາ​ນາ​ຈັກ​ສະຫວັນ​ເປັນ​ມູນ​ມໍ​ລະ​ດົກ. ອາແມນ.