ພາກທີ 112
ການເປີດເຜີຍທີ່ມອບໃຫ້ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາ ເຖິງທອມມັສ ບີ ມາສ໌, ທີ່ເມືອງເຄີດແລນ, ລັດໂອໄຮໂອ, ວັນທີ 23 ເດືອນກໍລະກົດ, 1837, ກ່ຽວກັບອັກຄະສາວົກສິບສອງຂອງພຣະເມສານ້ອຍ. ການເປີດເຜີຍນີ້ໄດ້ຮັບໃນມື້ທີ່ ແອວເດີ ຮີເບີ ຊີ ຄິມໂບ ແລະ ແອວເດີ ອໍສັນ ຮາຍດ໌ ໄດ້ສັ່ງສອນພຣະກິດຕິຄຸນ ເປັນເທື່ອທຳອິດ ໃນປະເທດອັງກິດ. ໃນເວລານັ້ນ ທອມມັສ ບີ ມາສ໌ ໄດ້ເປັນປະທານຂອງກຸ່ມອັກຄະສາວົກສິບສອງ.
1–10, ອັກຄະສາວົກສິບສອງຕ້ອງສົ່ງພຣະກິດຕິຄຸນ ແລະ ເປັ່ງສຽງເຕືອນປະຊາຊາດ ແລະ ຜູ້ຄົນທັງປວງ; 11–15, ພວກເພິ່ນຕ້ອງແບກໄມ້ກາງແຂນຂອງພວກເພິ່ນເອງ, ຕິດຕາມພຣະເຢຊູ, ແລະ ລ້ຽງດູແກະຂອງພຣະອົງ; 16–20, ຄົນທີ່ຍອມຮັບເອົາຝ່າຍປະທານສູງສຸດຍ່ອມຮັບເອົາພຣະຜູ້ເປັນເຈົ້າ; 21–29, ຄວາມມືດປົກຄຸມແຜ່ນດິນໂລກ, ແລະ ຄົນທີ່ເຊື່ອ ແລະ ຮັບບັບຕິສະມາເທົ່ານັ້ນຈະລອດ; 30–34, ຝ່າຍປະທານສູງສຸດ ແລະ ອັກຄະສາວົກສິບສອງຖືຂໍກະແຈຂອງຍຸກສະໄໝຂອງຄວາມສົມບູນແຫ່ງເວລາ.
1 ຕາມຄວາມຈິງແລ້ວ ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ກັບເຈົ້າ ຜູ້ຮັບໃຊ້ຂອງເຮົາ ທອມມັສ: ເຮົາໄດ້ຍິນຄຳອະທິຖານຂອງເຈົ້າ; ແລະ ຂອງທານຂອງເຈົ້າໄດ້ຂຶ້ນມາເປັນ ກອະນຸສອນຢູ່ຕໍ່ໜ້າເຮົາ, ແທນຄົນເຫລົ່ານັ້ນ, ອ້າຍນ້ອງຂອງເຈົ້າ, ຜູ້ໄດ້ຖືກເລືອກໃຫ້ສະແດງປະຈັກພະຍານເຖິງນາມຂອງເຮົາ ແລະ ໃຫ້ ຂສົ່ງມັນໄປຫາທຸກປະຊາຊາດ, ທຸກຕະກຸນ, ທຸກພາສາ, ແລະ ທຸກຜູ້ຄົນທັງປວງ, ແລະ ຮັບການແຕ່ງຕັ້ງໂດຍໃຫ້ຜູ້ຮັບໃຊ້ຂອງເຮົາເປັນເຄື່ອງມື.
2 ຕາມຄວາມຈິງແລ້ວ ເຮົາກ່າວກັບເຈົ້າ, ມີບາງເລື່ອງໃນໃຈເຈົ້າ ແລະ ຢູ່ກັບເຈົ້າ ຊຶ່ງເລື່ອງນັ້ນ, ເຮົາ, ພຣະຜູ້ເປັນເຈົ້າ, ບໍ່ພໍໃຈຫລາຍປານໃດ.
3 ເຖິງຢ່າງໃດກໍຕາມ, ຕາບໃດທີ່ເຈົ້າຍັງ ກຖ່ອມຕົວ ເຈົ້າຈະຖືກເຮັດໃຫ້ສູງຂຶ້ນ; ສະນັ້ນ, ບາບທັງໝົດຂອງເຈົ້າໄດ້ຖືກອະໄພໃຫ້ແລ້ວ.
4 ຈົ່ງໃຫ້ໃຈຂອງເຈົ້າ ກເບີກບານຢູ່ຕໍ່ໜ້າເຮົາເຖີດ; ແລະ ຈົ່ງກ່າວພະຍານເຖິງນາມຂອງເຮົາ, ບໍ່ພຽງແຕ່ກັບ ຂຄົນຕ່າງຊາດເທົ່ານັ້ນ, ແຕ່ກັບ ຄຊາວຢິວນຳອີກ; ແລະ ຈົ່ງສົ່ງຄຳຂອງເຮົາອອກໄປເຖິງທີ່ສຸດຂອງແຜ່ນດິນໂລກ.
5 ສະນັ້ນ ເຈົ້າຈົ່ງ ກຕໍ່ສູ້ເຊົ້າແລ້ວເຊົ້າເລົ່າ; ແລະ ວັນແລ້ວວັນເລົ່າ ຈົ່ງໃຫ້ສຽງ ຂເຕືອນຂອງເຈົ້າອອກໄປ; ແລະ ເມື່ອກາງຄືນມາເຖິງ ຢ່າໃຫ້ຜູ້ອາໄສຂອງແຜ່ນດິນໂລກເຫງົານອນ, ເນື່ອງຈາກຄຳເວົ້າຂອງເຈົ້າ.
6 ໃຫ້ການອາໄສຢູ່ຂອງເຈົ້າເປັນທີ່ຮູ້ຈັກໃນຊີໂອນ, ແລະ ຢ່າ ກຍ້າຍບ້ານເຮືອນຂອງເຈົ້າ; ເພາະເຮົາ, ພຣະຜູ້ເປັນເຈົ້າ, ມີວຽກງານອັນຍິ່ງໃຫຍ່ໃຫ້ເຈົ້າເຮັດ, ໃນການປະກາດນາມຂອງເຮົາໃນບັນດາລູກຫລານມະນຸດ.
7 ສະນັ້ນ, ຈົ່ງ ກຄາດແອວຂອງເຈົ້າເພື່ອວຽກງານນັ້ນ. ໃຫ້ສວມຕີນຂອງເຈົ້ານຳອີກ, ເພາະເຈົ້າໄດ້ຖືກເລືອກ, ແລະ ທາງຂອງເຈົ້າຢູ່ຕາມຫຸບເຂົາ, ແລະ ໃນບັນດາປະຊາຊາດທັງຫລາຍ.
8 ແລະ ໂດຍຖ້ອຍຄຳຂອງເຈົ້າ ຄົນສູງສັກຫລາຍຄົນຈະຖືກພາລົງມາ ກຕ່ຳ, ແລະ ໂດຍຖ້ອຍຄຳຂອງເຈົ້າ ຄົນຕ່ຳຕ້ອຍຫລາຍຄົນຈະຖືກເຮັດໃຫ້ສູງຂຶ້ນ.
9 ສຽງຂອງເຈົ້າຈະເປັນການຕິຕຽນຜູ້ລ່ວງລະເມີດ; ແລະ ໃນການຕິຕຽນຂອງເຈົ້າກໍໃຫ້ລີ້ນຂອງຜູ້ໃສ່ຮ້າຍຢຸດຕິການບິດເບືອນຂອງມັນ.
10 ຈົ່ງ ກຖ່ອມຕົວ; ແລະ ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຈົ້າ ຈະຈູງມືພາເຈົ້າໄປ, ແລະ ໃຫ້ຄຳຕອບແກ່ຄຳອະທິຖານຂອງເຈົ້າ.
11 ເຮົາຮູ້ໃຈຂອງເຈົ້າ, ແລະ ໄດ້ຍິນຄຳອະທິຖານຂອງເຈົ້າກ່ຽວກັບພວກອ້າຍນ້ອງຂອງເຈົ້າ. ຢ່າລຳອຽງພວກເຂົາໃນ ກຄວາມຮັກຫລາຍກວ່າຄົນອື່ນໆ, ແຕ່ໃຫ້ຄວາມຮັກຂອງເຈົ້າທີ່ມີຕໍ່ພວກເຂົາເໝືອນກັບທີ່ມີຕໍ່ຕົວເຈົ້າເອງ; ແລະ ໃຫ້ຄວາມຮັກຂອງເຈົ້າມີຢ່າງລົ້ນເຫລືອກັບມະນຸດທັງປວງ, ແລະ ກັບທຸກຄົນທີ່ຮັກນາມຂອງເຮົາ.
12 ແລະ ຈົ່ງອະທິຖານເພື່ອພວກອ້າຍນ້ອງອັກຄະສາວົກສິບສອງຂອງເຈົ້າ. ຈົ່ງຕັກເຕືອນພວກເຂົາຢ່າງຄົມຄາຍ ເພື່ອເຫັນແກ່ນາມຂອງເຮົາ, ແລະ ໃຫ້ພວກເຂົາໄດ້ຮັບການຕັກເຕືອນສຳລັບບາບທັງໝົດຂອງພວກເຂົາ, ແລະ ຈົ່ງຊື່ສັດຢູ່ຕໍ່ໜ້າເຮົາຕໍ່ ກນາມຂອງເຮົາ.
13 ແລະ ຫລັງຈາກ ກການລໍ້ລວງຂອງພວກເຂົາ, ແລະ ຂຄວາມທຸກຍາກລຳບາກຢ່າງມາກມາຍຂອງພວກເຂົາ, ຈົ່ງເບິ່ງ, ເຮົາ, ພຣະຜູ້ເປັນເຈົ້າ, ຈະຊາວຫາພວກເຂົາ, ແລະ ຖ້າຫາກພວກເຂົາບໍ່ເຮັດໃຈຂອງພວກເຂົາແຂງກະດ້າງ, ແລະ ບໍ່ແຂງຄໍຕໍ່ເຮົາ, ແລ້ວພວກເຂົາຈະ ຄປ່ຽນໃຈ, ແລະ ເຮົາຈະປິ່ນປົວພວກເຂົາ.
14 ບັດນີ້, ເຮົາກ່າວກັບເຈົ້າ, ແລະ ສິ່ງທີ່ເຮົາກ່າວກັບເຈົ້າ, ເຮົາກ່າວກັບອັກຄະສາວົກສິບສອງຄົນ: ຈົ່ງລຸກຂຶ້ນ ແລະ ຈົ່ງຄາດແອວຂອງເຈົ້າ, ຈົ່ງແບກ ກໄມ້ກາງແຂນຂອງເຈົ້າ, ຕິດຕາມເຮົາມາ, ແລະ ຂລ້ຽງດູແກະຂອງເຮົາ.
15 ຢ່າຍົກຕົນເອງຂຶ້ນ; ຢ່າ ກກະບົດຕໍ່ຜູ້ຮັບໃຊ້ຂອງເຮົາ ໂຈເຊັບ; ເພາະຕາມຄວາມຈິງແລ້ວ ເຮົາກ່າວກັບເຈົ້າວ່າ ເຮົາຢູ່ກັບລາວ, ແລະ ພຣະຫັດຂອງເຮົາຈະຢູ່ເທິງລາວ; ແລະ ຂຂໍກະແຈຊຶ່ງເຮົາໄດ້ມອບໃຫ້ແກ່ລາວ, ແລະ ໃຫ້ແກ່ເຈົ້ານຳອີກ, ຈະບໍ່ຖືກເອົາໄປຈາກລາວຈົນກວ່າເຮົາຈະມາ.
16 ຕາມຄວາມຈິງແລ້ວ ເຮົາກ່າວກັບເຈົ້າ, ຜູ້ຮັບໃຊ້ຂອງເຮົາ ທອມມັສ, ເຈົ້າຄືຜູ້ທີ່ເຮົາໄດ້ເລືອກໃຫ້ຖືຂໍກະແຈແຫ່ງອານາຈັກຂອງເຮົາ, ດັ່ງທີ່ກ່ຽວກັບອັກຄະສາວົກສິບສອງ, ທົ່ວບັນດາປະຊາຊາດທັງປວງ—
17 ເພື່ອວ່າເຈົ້າຈະເປັນຜູ້ຮັບໃຊ້ຂອງເຮົາ ທີ່ຈະໄຂປະຕູອານາຈັກໃນທຸກບ່ອນທີ່ຜູ້ຮັບໃຊ້ຂອງເຮົາ ໂຈເຊັບ, ແລະ ຜູ້ຮັບໃຊ້ຂອງເຮົາ ກຊິດນີ, ແລະ ຜູ້ຮັບໃຊ້ຂອງເຮົາ ຂໄຮຣຳ, ມາຫາບໍ່ໄດ້;
18 ເພາະເຮົາໄດ້ມອບພາລະຂອງໜ່ວຍທັງປວງ ຂອງສາດສະໜາຈັກໃຫ້ເຂົາເຈົ້າເຮັດຊົ່ວໄລຍະໜຶ່ງ.
19 ດັ່ງນັ້ນ, ບ່ອນໃດກໍຕາມທີ່ເຂົາເຈົ້າຈະສົ່ງເຈົ້າໄປ, ຈົ່ງໄປ, ແລະ ເຮົາຈະໄປກັບເຈົ້າ; ແລະ ໃນບ່ອນໃດກໍຕາມທີ່ເຈົ້າຈະປະກາດນາມຂອງເຮົາ ປະຕູທີ່ມີ ກປະສິດທິພາບຈະເປີດໄວ້ໃຫ້ເຈົ້າ, ເພື່ອວ່າພວກເຂົາຈະຮັບເອົາຄຳຂອງເຮົາ.
20 ຜູ້ໃດກໍຕາມທີ່ ກຮັບເອົາຄຳຂອງເຮົາກໍຮັບເອົາເຮົາ, ແລະ ຜູ້ໃດກໍຕາມທີ່ຮັບເອົາເຮົາ, ກໍຮັບເອົາຄົນເຫລົ່ານັ້ນ, ຝ່າຍປະທານສູງສຸດ, ຜູ້ທີ່ເຮົາໄດ້ສົ່ງມາ, ຜູ້ທີ່ເຮົາໄດ້ຕັ້ງເປັນຜູ້ປຶກສາໃຫ້ເຈົ້າເພື່ອເຫັນແກ່ນາມຂອງເຮົາ.
21 ແລະ ອີກເທື່ອໜຶ່ງ, ເຮົາກ່າວກັບເຈົ້າວ່າ ຜູ້ໃດກໍຕາມທີ່ເຈົ້າຈະສົ່ງໄປໃນນາມຂອງເຮົາ, ໂດຍສຽງຂອງພວກອ້າຍນ້ອງຂອງເຈົ້າ, ອັກຄະສາວົກ ກສິບສອງ, ທີ່ເຈົ້າຮັບຮອງ ແລະ ໃຫ້ ຂສິດອຳນາດຢ່າງຖືກຕ້ອງ, ຈະມີອຳນາດທີ່ຈະເປີດປະຕູຂອງອານາຈັກຂອງເຮົາ ໃຫ້ປະຊາຊາດໃດກໍໄດ້ບໍ່ວ່າບ່ອນໃດກໍຕາມທີ່ເຈົ້າຈະສົ່ງພວກເຂົາໄປ—
22 ຕາບໃດທີ່ພວກເຂົາຍັງຖ່ອມຕົວຢູ່ຕໍ່ໜ້າເຮົາ, ແລະ ຍຶດໝັ້ນຢູ່ໃນຄຳຂອງເຮົາ, ແລະ ກເຊື່ອຟັງສຸລະສຽງຂອງພຣະວິນຍານຂອງເຮົາ.
23 ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບພວກເຈົ້າ, ກຄວາມມືດປົກຄຸມແຜ່ນດິນໂລກ, ແລະ ຄວາມມືດອັນຮ້າຍແຮງປົກຄຸມຈິດໃຈຜູ້ຄົນ, ແລະ ເນື້ອໜັງທັງປວງກັບມາ ຂເສື່ອມໂຊມລົງຢູ່ຕໍ່ໜ້າເຮົາ.
24 ຈົ່ງເບິ່ງ, ກການແກ້ແຄ້ນມາເຖິງຜູ້ອາໄສຂອງແຜ່ນດິນໂລກຢ່າງວ່ອງໄວ, ວັນແຫ່ງພຣະພິໂລດ, ວັນແຫ່ງການເຜົາໄໝ້, ວັນແຫ່ງການອ້າງວ້າງ, ແຫ່ງ ຂການຮ້ອງໄຫ້, ແຫ່ງການຄວນຄາງ, ແລະ ແຫ່ງການເສົ້າສະຫລົດໃຈ; ແລະ ດັ່ງລົມບ້າໝູ ມັນຈະເກີດຂຶ້ນທົ່ວຜືນແຜ່ນດິນໂລກ, ພຣະຜູ້ເປັນເຈົ້າໄດ້ກ່າວ.
25 ແລະ ເທິງຄົວເຮືອນຂອງເຮົາມັນຈະ ກເລີ່ມຕົ້ນ, ແລະ ຈາກຄົວເຮືອນຂອງເຮົາ ມັນຈະອອກໄປ, ພຣະຜູ້ເປັນເຈົ້າໄດ້ກ່າວ;
26 ທຳອິດ ໃນບັນດາຄົນເຫລົ່ານັ້ນໃນບັນດາພວກເຈົ້າ, ພຣະຜູ້ເປັນເຈົ້າໄດ້ກ່າວ, ຜູ້ທີ່ ກອ້າງວ່າຮູ້ຈັກນາມຂອງເຮົາ ແລະ ຍັງບໍ່ ຂຮູ້ຈັກເຮົາເທື່ອ, ແລະ ໄດ້ ຄໝິ່ນປະໝາດເຮົາທ່າມກາງຄົວເຮືອນຂອງເຮົາ, ພຣະຜູ້ເປັນເຈົ້າໄດ້ກ່າວ.
27 ສະນັ້ນ, ຈົ່ງເບິ່ງວ່າ ພວກເຈົ້າບໍ່ເປັນຫ່ວງກ່ຽວກັບການງານໃນສາດສະໜາຈັກຂອງເຮົາໃນສະຖານທີ່ນີ້, ພຣະຜູ້ເປັນເຈົ້າໄດ້ກ່າວ.
28 ແຕ່ຈົ່ງ ກເຮັດໃຫ້ໃຈຂອງພວກເຈົ້າບໍລິສຸດຢູ່ຕໍ່ໜ້າເຮົາ; ແລະ ຈາກນັ້ນພວກເຈົ້າຈົ່ງ ຂໄປທົ່ວໂລກ, ແລະ ສັ່ງສອນພຣະກິດຕິຄຸນຂອງເຮົາແກ່ມະນຸດສະໂລກທັງໝົດຜູ້ທີ່ຍັງບໍ່ໄດ້ຮັບມັນເທື່ອ;
29 ແລະ ຄົນທີ່ ກເຊື່ອ ແລະ ຮັບ ຂບັບຕິສະມາຈະລອດ, ແລະ ຄົນທີ່ບໍ່ເຊື່ອ, ແລະ ບໍ່ຮັບບັບຕິສະມາ, ຈະ ຄອັບປະໂຫຍດ.
30 ເພາະແກ່ເຈົ້າ, ກອັກຄະສາວົກສິບສອງ, ແລະ ຄົນເຫລົ່ານັ້ນ, ຂຝ່າຍປະທານສູງສຸດ, ຜູ້ໄດ້ຖືກກຳນົດໄວ້ໃຫ້ເປັນຜູ້ປຶກສາຂອງພວກເຈົ້າ ແລະ ເປັນຜູ້ນຳຂອງພວກເຈົ້າ, ຈະມອບອຳນາດຂອງຖານະປະໂລຫິດນີ້ໃຫ້, ເພື່ອວັນເວລາສຸດທ້າຍ ແລະ ເພື່ອເປັນເທື່ອສຸດທ້າຍ, ຊຶ່ງໃນເວລາດັ່ງກ່າວເປັນ ຄຍຸກສະໄໝຂອງຄວາມສົມບູນແຫ່ງເວລາ.
31 ຊຶ່ງອຳນາດນີ້ພວກເຈົ້າດຳລົງຢູ່, ໃນຄວາມສຳພັນກັບຄົນທັງຫລາຍຜູ້ທີ່ໄດ້ຮັບຍຸກສະໄໝໃນເວລາໃດເວລາໜຶ່ງຕັ້ງແຕ່ຕົ້ນຂອງການສ້າງ;
32 ເພາະຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ກຂໍກະແຈຂອງຍຸກສະໄໝ, ຊຶ່ງພວກເຈົ້າໄດ້ຮັບ, ໄດ້ສືບທອດ ຂມາຈາກບັນພະບຸລຸດ, ແລະ ສຸດທ້າຍນີ້, ຖືກສົ່ງລົງມາຈາກສະຫວັນຫາພວກເຈົ້າ.
33 ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ຈົ່ງເບິ່ງ ການເອີ້ນຂອງພວກເຈົ້າຍິ່ງໃຫຍ່ພຽງໃດ. ຈົ່ງ ກຊຳລະໃຈຂອງພວກເຈົ້າ ແລະ ອາພອນຂອງພວກເຈົ້າໃຫ້ສະອາດ, ຖ້າບໍ່ດັ່ງນັ້ນເລືອດຂອງຄົນລຸ້ນນີ້ຈະຖືກ ຂຮຽກຮ້ອງຈາກມືຂອງພວກເຈົ້າ.
34 ຈົ່ງຊື່ສັດຈົນກວ່າເຮົາຈະມາ, ເພາະເຮົາຈະ ກມາຢ່າງໄວ; ແລະ ລາງວັນຂອງເຮົາຢູ່ກັບເຮົາເພື່ອຊົດເຊີຍໃຫ້ມະນຸດທຸກຄົນຕາມທີ່ ຂວຽກງານຂອງເຂົາຈະເປັນ. ເຮົາຄືອາລະຟາ ແລະ ໂອເມຄາ. ອາແມນ.