ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 21


ພາກທີ 21

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ແກ່ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ເຟແອດ, ລັດ​ນິວຢອກ, ວັນທີ 6 ເດືອນ​ເມສາ, 1830. ການ​ເປີດ​ເຜີຍ​ນີ້​ໄດ້​ມອບ​ໃຫ້​ຕອນ​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ, ໃນ​ວັນ​ທີ່​ກ່າວ​ຜ່ານ​ມາ, ໃນບ້ານ​ຂອງ​ພີເຕີ ວິດເມີ ຜູ້ພໍ່. ຊາຍ​ຫົກ​ຄົນ, ຜູ້​ໄດ້​ຮັບ​ບັບຕິ​ສະມາ, ໄດ້​ມີ​ສ່ວນ​ຮ່ວມ​ນຳ. ໂດຍ​ການ​ອອກ​ສຽງ​ຢ່າງ​ເປັນ​ເອ​ກະ​ສັນ ຊາຍ​ເຫລົ່າ​ນັ້ນ​ໄດ້​ສະແດງ​ຄວາມ​ປາດ​ຖະ​ໜາ ແລະ ຄວາມ​ຕັ້ງ​ໃຈ​ທີ່​ຈະ​ຈັດ​ຕັ້ງ, ໃຫ້​ເປັນ​ໄປ​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ (ເບິ່ງ ພາກ​ທີ 20). ເຂົາ​ເຈົ້າ​ຍັງ​ໄດ້​ອອກ​ສຽງ​ສະ​ໜັບ​ສະ​ໜູນ​ໂຈເຊັບ ສະມິດ ຜູ້ລູກ ແລະ ອໍ​ລີ​ເວີ ຄາວ​ເດີຣີ ອີກ ໃຫ້​ເປັນ​ເຈົ້າ​ໜ້າ​ທີ່​ຄວບ​ຄຸມ​ຂອງ​ສາດ​ສະ​ໜາ​ຈັກ. ໂດຍ​ການ​ວາງ​ມື, ຈາກ​ນັ້ນ​ໂຈເຊັບ​ໄດ້​ແຕ່ງ​ຕັ້ງ ອໍ​ລີ​ເວີ​ໃຫ້​ເປັນ​ແອວເດີ​ຂອງ​ສາດ​ສະ​ໜາ​ຈັກ, ແລະ ອໍ​ລີ​ເວີ ກໍ​ໄດ້​ແຕ່ງ​ຕັ້ງ​ໂຈເຊັບ​ໃນ​ແບບ​ດຽວ​ກັນ​ນັ້ນ. ຫລັງ​ຈາກ​ການ​ປະ​ຕິ​ບັດ​ສິນ​ລະ​ລຶກ, ໂຈເຊັບ ແລະ ອໍ​ລີ​ເວີ​ໄດ້​ວາງ​ມື​ໃສ່​ເທິງ​ຫົວ​ຂອງ​ຜູ້​ມາ​ຮ່ວມ​ທຸກ​ຄົນ​ເພື່ອ​ມອບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ເພື່ອ​ຢືນ​ຢັນ​ແຕ່​ລະ​ຄົນ​ເປັນ​ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ.

1–3, ໂຈເຊັບ ສະມິດ ຖືກ​ເອີ້ນ​ໃຫ້​ເປັນ​ຜູ້​ພະ​ຍາ​ກອນ, ຜູ້​ແປ, ສາດ​ສະ​ດາ, ອັກຄະ​ສາວົກ, ແລະ ແອວເດີ; 4–8, ຖ້ອຍ​ຄຳ​ຂອງ​ເພິ່ນ​ຈະ​ນຳ​ພາ​ອຸ​ດົມ​ການ​ຂອງ​ຊີໂອນ; 9–12, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຈະ​ເຊື່ອ ຖ້ອຍ​ຄຳ​ຂອງ​ເພິ່ນ ເມື່ອ​ເພິ່ນ​ກ່າວ​ໂດຍ​ພຣະ​ຜູ້​ປອບ​ໂຍນ.

1 ຈົ່ງ​ເບິ່ງ, ຈະ​ຕ້ອງ​ມີ​ການ​ຂຽນ ບັນ​ທຶກ​ໄວ້​ໃນ​ທ່າມ​ກາງ​ພວກ​ເຈົ້າ; ແລະ ໃນ​ນັ້ນ ເຈົ້າ​ຈະ​ຖືກ​ເອີ້ນ​ວ່າ​ເປັນ ຜູ້​ພະ​ຍາ​ກອນ, ຜູ້​ແປ, ສາດ​ສະ​ດາ, ອັກຄະ​ສາວົກ​ຂອງ​ພຣະ​ເຢຊູ​ຄຣິດ, ແອວເດີ​ຂອງ​ສາດ​ສະ​ໜາ​ຈັກ​ຜ່ານ​ທາງ ພຣະ​ປະສົງ​ຂອງ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິດາ, ແລະ ພຣະ​ຄຸນ​ຂອງ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ​ຂອງ​ພວກ​ເຈົ້າ,

2 ໂດຍ​ໄດ້​ຮັບ​ການ ດົນ​ໃຈ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເພື່ອ​ໃຫ້​ວາງ​ຮາກ​ຖານ​ຂອງ​ສາດ​ສະ​ໜາ​ຈັກ, ແລະ ເພື່ອ​ສ້າງ​ມັນ​ຂຶ້ນ​ເພື່ອ​ສັດທາ​ອັນ​ສັກ​ສິດ​ທີ່​ສຸດ.

3 ຊຶ່ງ ສາດ​ສະ​ໜາ​ຈັກ​ໄດ້​ຖືກ ຈັດ​ຕັ້ງ ແລະ ສະຖາ​ປະນາ​ຂຶ້ນ​ໃນ​ປີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຈົ້າ ໜຶ່ງ​ພັນ​ແປດ​ຮ້ອຍ​ສາມ​ສິບ, ໃນ​ເດືອນ​ທີ​ສີ່, ແລະ ໃນ​ວັນທີ​ຫົກ​ຂອງ​ເດືອນ ຊຶ່ງ​ຖືກ​ເອີ້ນ​ວ່າ​ເດືອນ​ເມສາ.

4 ດັ່ງ​ນັ້ນ, ໂດຍ​ໝາຍ​ເຖິງ​ສາດ​ສະ​ໜາ​ຈັກ, ພວກ​ເຈົ້າ​ຈົ່ງ​ເອົາ​ໃຈ​ໃສ່​ຕໍ່ ຖ້ອຍ​ຄຳ ແລະ ພຣະ​ບັນ​ຍັດ​ທັງ​ໝົດ​ຂອງ​ລາວ ຊຶ່ງ​ລາວ​ຈະ​ມອບ​ໃຫ້​ແກ່​ພວກ​ເຈົ້າ​ເມື່ອ​ລາວ​ໄດ້​ຮັບ​ມັນ, ໂດຍ​ການ​ເດີນ​ໄປ​ໃນ ຄວາມ​ບໍ​ລິ​ສຸດ​ທັງ​ໝົດ​ຢູ່​ຕໍ່​ໜ້າ​ເຮົາ;

5 ເພາະ ຖ້ອຍ​ຄຳ​ທີ່​ພວກ​ເຈົ້າ​ຈະ​ໄດ້​ຮັບ, ກໍ​ຄື​ກັບ​ວ່າ​ມັນ​ມາ​ຈາກ​ປາກ​ຂອງ​ເຮົາ​ເອງ, ດ້ວຍ​ຄວາມ​ອົດ​ທົນ​ທີ່​ສຸດ ແລະ ສັດທາ​ທັງ​ໝົດ.

6 ເພາະໂດຍ​ການ​ເຮັດ​ສິ່ງ​ເຫລົ່າ​ນີ້ ປະຕູ​ນະລົກ​ຈະ​ເອົາ​ຊະນະ​ພວກ​ເຈົ້າບໍ່​ໄດ້; ແທ້​ຈິງ​ແລ້ວ, ແລະ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເຮັດ​ໃຫ້​ອຳນາດ​ແຫ່ງ ຄວາມ​ມືດ​ກະ​ຈາຍ​ໄປ​ຕໍ່​ໜ້າ​ພວກ​ເຈົ້າ, ແລະ ເຮັດ​ໃຫ້​ຟ້າ​ສະຫວັນ ສັ່ນ​ສະ​ເທືອນ​ເພື່ອ​ຄວາມ​ດີ​ຂອງ​ພວກ​ເຈົ້າ, ແລະ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ນາມ​ຂອງ​ພຣະ​ອົງ.

7 ເພາະ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້: ລາວ​ຜູ້​ທີ່​ເຮົາ​ໄດ້​ດົນ​ໃຈ​ໃຫ້​ນຳ​ພາ​ອຸ​ດົມ​ການ​ຂອງ ຊີໂອນ​ໄປ​ໜ້າ ໃນ​ອຳນາດ​ອັນ​ຍິ່ງ​ໃຫຍ່​ເພື່ອ​ຄວາມ​ດີ, ແລະ ຄວາມ​ພາກ​ພຽນ​ຂອງ​ລາວ ເຮົາ​ຮູ້, ແລະ ຄຳ​ອະ​ທິ​ຖານ​ຂອງ​ລາວ ເຮົາ​ໄດ້​ຍິນ.

8 ແທ້​ຈິງ​ແລ້ວ, ການ​ຮ້ອງ​ໄຫ້​ຂອງ​ລາວ​ເພື່ອ​ຊີໂອນ ເຮົາ​ໄດ້​ເຫັນ, ແລະ ເຮົາ​ຈະ​ເຮັດ​ໃຫ້​ລາວ​ບໍ່​ໂສກ​ເສົ້າ​ກັບ​ນາງ​ອີກ​ຕໍ່​ໄປ; ເພາະ​ວັນ​ແຫ່ງ​ຄວາມ​ປິ​ຕິ​ຍິນ​ດີ​ຂອງ​ລາວ​ມາ​ເຖິງ​ແລ້ວ​ເພາະ ການ​ປົດ​ບາບ​ຂອງ​ລາວ, ແລະ ການ​ສະແດງ​ໃຫ້​ປະຈັກ​ເຖິງ​ພອນ​ຂອງ​ເຮົາ​ຕໍ່​ວຽກ​ງານ​ຂອງ​ລາວ.

9 ເພາະ, ຈົ່ງ​ເບິ່ງ, ເຮົາ​ຈະ ອວຍ​ພອນ​ທຸກ​ຄົນ​ທີ່​ອອກ​ແຮງ​ຢູ່​ໃນ ສວນ​ອະງຸ່ນ​ຂອງ​ເຮົາ ດ້ວຍ​ພອນ​ອັນ​ໃຫຍ່​ຫລວງ, ແລະ ເຂົາ​ຈະ​ເຊື່ອ​ຖ້ອຍ​ຄຳ​ຂອງ​ລາວ, ຊຶ່ງ​ມອບ​ໃຫ້​ລາວ​ຜ່ານ​ເຮົາ​ໂດຍ ພຣະ​ຜູ້​ປອບ​ໂຍນ, ຊຶ່ງ ສະແດງ​ໃຫ້​ປະຈັກ​ວ່າ ພຣະ​ເຢຊູ​ຖືກ ຄຶງ​ໂດຍ​ຄົນ ບາບ ສຳ​ລັບ​ບາບ​ຂອງ ໂລກ, ແທ້​ຈິງ​ແລ້ວ, ເພື່ອ​ການ​ປົດ​ບາບ​ໃຫ້ ໃຈ​ທີ່​ສຳ​ນຶກ​ຜິດ.

10 ດັ່ງ​ນັ້ນ ເຮົາ​ເຫັນ​ສົມ​ຄວນ​ທີ່​ລາວ​ຈະ​ໄດ້​ຮັບ​ການ ແຕ່ງ​ຕັ້ງ​ໂດຍ​ເຈົ້າ, ອໍ​ລີ​ເວີ ຄາວ​ເດີຣີ ອັກຄະ​ສາວົກ​ຂອງ​ເຮົາ;

11 ນີ້​ເປັນ​ພິ​ທີ​ການ​ຢ່າງ​ໜຶ່ງ​ແກ່​ເຈົ້າ, ວ່າ​ເຈົ້າ​ເປັນ​ແອວເດີ​ໃຕ້​ມື​ຂອງ​ລາວ, ລາວ​ໄດ້​ປະ​ຕິ​ບັດ​ຕໍ່​ເຈົ້າ ກ່ອນ, ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ເປັນ​ແອວເດີ​ໃຫ້​ແກ່​ສາດ​ສະ​ໜາ​ຈັກ​ນີ້​ຂອງ​ພຣະ​ຄຣິດ, ທີ່​ມີ​ນາມ​ຂອງ​ເຮົາ—

12 ແລະ ເປັນ​ຜູ້​ສັ່ງ​ສອນ​ຄົນ​ທຳ​ອິດ​ຂອງ​ສາດ​ສະ​ໜາ​ຈັກ​ນີ້ ໃຫ້​ແກ່​ສາດ​ສະ​ໜາ​ຈັກ, ແລະ ຕໍ່​ໂລກ, ແທ້​ຈິງ​ແລ້ວ, ຕໍ່​ຄົນ​ຕ່າງ​ຊາດ; ແທ້​ຈິງ​ແລ້ວ, ແລະ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້, ເບິ່ງ​ແມ, ເບິ່ງ​ແມ! ຕໍ່ ຊາວ​ຢິວ​ນຳ​ອີກ. ອາແມນ.