ສິ່ງ​ຊ່ວຍ​ສຶກ​ສາ
ຜູ້​ພະ​ຍາ​ກອນ


ຜູ້​ພະ​ຍາ​ກອນ

ບຸກ​ຄົນ​ທີ່​ໄດ້​ຮັບ​ສິດ​ອຳນາດ​ຈາກ​ພຣະ​ເຈົ້າ ໃຫ້​ເຫັນ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ເຊື່ອງ​ຊ້ອນ​ຈາກ​ໂລກ ດ້ວຍ​ຕາ​ທາງ​ວິນ​ຍານ (ມຊ 6:35–38). ເພິ່ນ​ເປັນ​ຜູ້​ເປີດ​ເຜີຍ ແລະ ສາດ​ສະ​ດາ (ມຊຢ 8:13–16). ໃນ​ພຣະ​ຄຳ​ພີ​ມໍມອນ, ອຳໂມນ​ໄດ້​ສອນ​ວ່າ ພຽງ​ແຕ່​ຜູ້​ພະ​ຍາ​ກອນ​ເທົ່າ​ນັ້ນ ທີ່​ສາ​ມາດ​ໃຊ້​ສິ່ງ​ແປ​ຄວາມ​ໝາຍ, ຫລື ອຸລີມ ແລະ ທຸມມີມ (ມຊຢ 8:13; 28:16). ຜູ້​ພະ​ຍາ​ກອນ​ຮູ້​ຈັກ​ອະ​ດີດ, ປະ​ຈຸ​ບັນ, ແລະ ອະ​ນາ​ຄົດ. ໃນ​ສະ​ໄໝ​ບູຮານ, ສາດ​ສະ​ດາ​ມັກ​ຖືກ​ເອີ້ນ​ເລື້ອຍໆ​ວ່າ​ເປັນ ຜູ້​ພະ​ຍາ​ກອນ (1 ຊມອ 9:9; 2 ຊມອ 24:11).

ໂຈເຊັບ ສະມິດ ເປັນ​ຜູ້​ພະ​ຍາ​ກອນ​ທີ່​ຍິ່ງ​ໃຫຍ່​ຂອງ​ຍຸກ​ສຸດ​ທ້າຍ (ຄພ 21:1; 135:3). ນອກ​ເໜືອ​ຈາກ​ນີ້, ຝ່າຍ​ປະທານ​ສູງ​ສຸດ ແລະ ສະພາ​ອັກຄະ​ສາວົກ​ສິບ​ສອງ ຖືກ​ສະ​ໜັບ​ສະ​ໜູນ​ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ.