ພາກທີ 90
ການເປີດເຜີຍໃຫ້ແກ່ໂຈເຊັບ ສະມິດ ຜູ້ເປັນສາດສະດາ, ຖືກມອບໃຫ້ທີ່ເມືອງເຄີດແລນ, ລັດໂອໄຮໂອ, ວັນທີ 8 ເດືອນມີນາ, 1833. ການເປີດເຜີຍນີ້ເປັນຄວາມກ້າວໜ້າເພີ່ມເຕີມໃນການສ້າງຕັ້ງຝ່າຍປະທານສູງສຸດ (ເບິ່ງ ຫົວຂໍ້ຂອງ ພາກທີ 81); ເພາະດ້ວຍການເປີດເຜີຍເທື່ອນີ້, ທີ່ປຶກສາທີ່ກ່າວເຖິງໄດ້ຖືກແຕ່ງຕັ້ງ ໃນວັນທີ 18 ເດືອນມີນາ, 1833.
1–5, ຂໍກະແຈຂອງອານາຈັກໄດ້ຖືກມອບໃຫ້ແກ່ໂຈເຊັບ ສະມິດ ແລະ ຜ່ານຈາກເພິ່ນມັນຖືກສົ່ງຕໍ່ໃຫ້ສາດສະໜາຈັກ; 6–7, ຊິດນີ ຣິກດອນ ແລະ ເຟຣ໌ເດຣິກ ຈີ ວິວລຽມສ໌ ຕ້ອງຮັບໃຊ້ຢູ່ໃນຝ່າຍປະທານສູງສຸດ; 8–11, ພຣະກິດຕິຄຸນຕ້ອງຖືກສັ່ງສອນແກ່ປະຊາຊາດຂອງອິດສະຣາເອນ, ແກ່ຄົນຕ່າງຊາດ, ແລະ ແກ່ຊາວຢິວ, ມະນຸດທຸກຄົນຈະໄດ້ຍິນໃນພາສາຂອງຕົນເອງ; 12–18, ໂຈເຊັບ ສະມິດ ແລະ ທີ່ປຶກສາຂອງເພິ່ນ ຕ້ອງຈັດສາດສະໜາຈັກໃຫ້ເປັນລະບຽບ; 19–37, ບຸກຄົນຕ່າງໆໄດ້ຮັບຄຳແນະນຳຈາກພຣະຜູ້ເປັນເຈົ້າໃຫ້ ເດີນໄປຢ່າງພາກພູມໃຈ ແລະ ຮັບໃຊ້ໃນອານາຈັກຂອງພຣະອົງ.
1 ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້, ຕາມຄວາມຈິງ, ຕາມຄວາມຈິງແລ້ວ ເຮົາກ່າວກັບເຈົ້າບຸດຂອງເຮົາ, ບາບຂອງເຈົ້າໄດ້ຖືກ ກອະໄພໃຫ້ແລ້ວ, ຕາມການອ້ອນວອນຂອງເຈົ້າ, ເພາະຄຳອະທິຖານຂອງເຈົ້າ ແລະ ຄຳອະທິຖານຂອງພີ່ນ້ອງຂອງເຈົ້າໄດ້ຂຶ້ນມາເຖິງຫູຂອງເຮົາ.
2 ສະນັ້ນ, ເຈົ້າໄດ້ຮັບພອນແລ້ວນັບແຕ່ນີ້ເປັນຕົ້ນໄປ ທີ່ໄດ້ຖື ກຂໍກະແຈຂອງອານາຈັກຊຶ່ງໄດ້ມອບໃຫ້ແກ່ເຈົ້າ; ຊຶ່ງ ຂອານາຈັກກຳລັງຈະອອກມາເປັນເທື່ອສຸດທ້າຍ.
3 ຕາມຄວາມຈິງແລ້ວ ເຮົາກ່າວກັບເຈົ້າວ່າ, ຂໍກະແຈແຫ່ງອານາຈັກຈະບໍ່ຖືກເອົາໄປຈາກເຈົ້າ, ໃນຂະນະທີ່ເຈົ້າຢູ່ໃນໂລກ, ທັງຢູ່ໃນໂລກທີ່ຈະມາເຖິງ;
4 ເຖິງຢ່າງໃດກໍຕາມ, ໂດຍຜ່ານເຈົ້າ ກການເປີດເຜີຍຈະຖືກມອບໃຫ້ແກ່ຄົນອື່ນ, ແທ້ຈິງແລ້ວ, ແມ່ນແຕ່ ໃຫ້ແກ່ສາດສະໜາຈັກ.
5 ແລະ ທຸກຄົນເຫລົ່ານັ້ນທີ່ໄດ້ຮັບການເປີດເຜີຍຈາກພຣະເຈົ້າ, ກໍໃຫ້ພວກເຂົາ ກລະວັງກັບວິທີທີ່ພວກເຂົາ ນັບຖືມັນ ຖ້າບໍ່ດັ່ງນັ້ນພວກເຂົາຈະນັບຖືມັນວ່າເປັນເລື່ອງເລັກນ້ອຍ, ແລະ ຈະຖືກນຳມາຢູ່ພາຍໃຕ້ການກ່າວໂທດເພາະການນັ້ນ, ແລະ ສະດຸດ ແລະ ລົ້ມເມື່ອລົມພະຍຸເກີດຂຶ້ນ, ແລະ ລົມພັດແຮງ, ແລະ ຂຝົນຖອກເທລົງມາ, ແລະ ກະໜ່ຳໃສ່ບ້ານເຮືອນຂອງພວກເຂົາ.
6 ແລະ ອີກເທື່ອໜຶ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກອ້າຍນ້ອງຂອງເຈົ້າ, ຊິດນີ ຣິກດອນ ແລະ ເຟຣ໌ເດຣິກ ຈີ ວິວລຽມສ໌, ວ່າບາບຂອງພວກເຂົາໄດ້ຖືກອະໄພໃຫ້ແລ້ວຄືກັນ, ແລະ ພວກເຂົາຖືກນັບວ່າເທົ່າທຽມກັບເຈົ້າ ໃນການຖືຂໍກະແຈແຫ່ງອານາຈັກສຸດທ້າຍນີ້;
7 ດັ່ງທີ່ຜ່ານການປະຕິບັດງານຂອງເຈົ້າຄືກັນກ່ຽວກັບຂໍກະແຈຂອງ ກໂຮງຮຽນຂອງສາດສະດາ, ຊຶ່ງເຮົາໄດ້ບັນຊາໃຫ້ຈັດຕັ້ງຂຶ້ນ;
8 ເພື່ອໂດຍການນີ້ ພວກເຂົາຈະຖືກເຮັດໃຫ້ເປັນຄົນດີພ້ອມ ໃນການປະຕິບັດສາດສະໜາກິດຂອງພວກເຂົາສຳລັບຄວາມລອດຂອງຊີໂອນ, ແລະ ຂອງປະຊາຊາດຂອງອິດສະຣາເອນ, ແລະ ຂອງຄົນຕ່າງຊາດ, ເທົ່າທີ່ຫລາຍຕໍ່ຫລາຍຄົນທີ່ຈະເຊື່ອ;
9 ເພື່ອວ່າໂດຍຜ່ານການປະຕິບັດງານຂອງເຈົ້າ ພວກເຂົາຈະໄດ້ຮັບພຣະຄຳ, ແລະ ໂດຍຜ່ານການປະຕິບັດງານຂອງພວກເຂົາ ພຣະຄຳຈະໄດ້ອອກໄປເຖິງທີ່ສຸດຂອງແຜ່ນດິນໂລກ, ໄປຫາ ກຄົນຕ່າງຊາດ ຂກ່ອນ, ແລະ ຈາກນັ້ນ, ຈົ່ງເບິ່ງ, ແລະ ເບິ່ງແມ, ພວກເຂົາຈະຫັນໄປຫາຊາວຢິວ.
10 ແລະ ຈາກນັ້ນ ວັນຈະມາເຖິງ ເມື່ອແຂນຂອງພຣະຜູ້ເປັນເຈົ້າຈະ ກເປີດອອກໃນອຳນາດ ໃນການເຮັດໃຫ້ປະຊາຊາດຕ່າງໆ, ປະຊາຊາດນອກສາດສະໜາ, ເຊື້ອສາຍຂອງ ຂໂຢເຊັບ, ຮັບຮູ້ພຣະກິດຕິຄຸນແຫ່ງຄວາມລອດຂອງພວກເຂົາ.
11 ເພາະເຫດການຈະບັງເກີດຂຶ້ນໃນວັນນັ້ນ, ວ່າທຸກຄົນຈະ ກໄດ້ຍິນຄວາມສົມບູນຂອງພຣະກິດຕິຄຸນໃນຄຳວາຈາຂອງເຂົາເອງ, ໃນພາສາຂອງເຂົາເອງ, ຜ່ານຜູ້ຄົນເຫລົ່ານັ້ນທີ່ໄດ້ຖືກ ຂແຕ່ງຕັ້ງສູ່ ຄອຳນາດນີ້, ໂດຍການປະຕິບັດງານຂອງ ງພຣະຜູ້ປອບໂຍນ, ຊຶ່ງໄດ້ຖືກສົ່ງໄປໃຫ້ພວກເຂົາເພື່ອການເປີດເຜີຍເລື່ອງພຣະເຢຊູຄຣິດ.
12 ແລະ ບັດນີ້, ຕາມຄວາມຈິງແລ້ວ ເຮົາກ່າວກັບເຈົ້າວ່າ ເຮົາຈະມອບບັນຍັດຂໍ້ໜຶ່ງໃຫ້ແກ່ເຈົ້າ ວ່າໃຫ້ເຈົ້າສືບຕໍ່ໃນ ກການປະຕິບັດສາດສະໜາກິດ ແລະ ໃນການເປັນຝ່າຍປະທານ.
13 ແລະ ເມື່ອເຈົ້າໄດ້ສຳເລັດການແປຖ້ອຍຄຳຂອງສາດສະດາແລ້ວ, ນັບແຕ່ນີ້ເປັນຕົ້ນໄປໃຫ້ເຈົ້າ ກຄວບຄຸມກິດຈະການຂອງສາດສະໜາຈັກ ແລະ ຂໂຮງຮຽນ;
14 ແລະ ເປັນບາງຄັ້ງ, ດັ່ງທີ່ພຣະຜູ້ປອບໂຍນຈະສະແດງໃຫ້ປະຈັກ, ພວກເຈົ້າຈະໄດ້ຮັບ ກການເປີດເຜີຍເຖິງ ຂຄວາມລຶກລັບຂອງອານາຈັກ;
15 ແລະ ໃຫ້ຈັດໜ່ວຍຂອງສາດສະໜາຈັກໃຫ້ເປັນລະບຽບ, ແລະ ກສຶກສາ ແລະ ຂຮຽນຮູ້, ແລະ ມາຄຸ້ນເຄີຍກັບປຶ້ມທີ່ດີທັງປວງ, ແລະ ກັບ ຄພາສາ, ຄຳເວົ້າ, ແລະ ຜູ້ຄົນ.
16 ແລະ ນີ້ຈະເປັນທຸລະກິດ ແລະ ພາລະກິດໃນຊີວິດທັງໝົດຂອງພວກເຈົ້າ, ເພື່ອຄວບຄຸມໃນສະພາ, ແລະ ຈັດຕັ້ງພາລະກິດທັງໝົດຂອງສາດສະໜາຈັກ ແລະ ອານາຈັກໃຫ້ເປັນລະບຽບ.
17 ຢ່າ ກລະອາຍໃຈ, ທັງຢ່າຍອມຈຳນົນ; ແຕ່ຈົ່ງຮັບການຕັກເຕືອນຕໍ່ຄວາມອວດດີ ແລະ ຂຄວາມທະນົງຕົວຂອງພວກເຈົ້າ, ເພາະມັນຈະນຳກັບດັກມາສູ່ຈິດວິນຍານຂອງພວກເຈົ້າ.
18 ຈົ່ງຈັດບ້ານເຮືອນຂອງພວກເຈົ້າໃຫ້ເປັນລະບຽບ; ໃຫ້ ກຄວາມກຽດຄ້ານ ແລະ ຂຄວາມບໍ່ສະອາດຢູ່ຫ່າງໄກຈາກພວກເຈົ້າ.
19 ບັດນີ້, ຕາມຄວາມຈິງແລ້ວ ເຮົາກ່າວກັບເຈົ້າວ່າ ໃຫ້ຈັດຫາບ່ອນພັກພາອາໄສ, ໃຫ້ໄວເທົ່າທີ່ຈະເປັນໄປໄດ້, ສຳລັບຄອບຄົວຂອງທີ່ປຶກສາ ແລະ ຜູ້ຂຽນຂອງເຈົ້າ, ແມ່ນແຕ່ ເຟຣ໌ເດຣິກ ຈີ ວິວລຽມສ໌.
20 ແລະ ໃຫ້ຜູ້ຮັບໃຊ້ທີ່ອະວຸໂສຂອງເຮົາ, ກໂຈເຊັບ ສະມິດ, ຜູ້ພໍ່, ສືບຕໍ່ຢູ່ກັບຄອບຄົວຂອງລາວ ຢູ່ໃນບ່ອນທີ່ລາວອາໄສຢູ່ຕອນນີ້; ແລະ ບໍ່ໃຫ້ຂາຍມັນ ຈົນກວ່າຈະໄດ້ຍິນຈາກພຣະໂອດຂອງພຣະຜູ້ເປັນເຈົ້າ.
21 ແລະ ໃຫ້ທີ່ປຶກສາທີ່ເຮົາໄດ້ເລືອກ, ແມ່ນແຕ່ ກຊິດນີ ຣິກດອນ, ຢູ່ບ່ອນທີ່ລາວອາໄສຢູ່ໃນຕອນນີ້ ຈົນກວ່າຈະໄດ້ຍິນຈາກພຣະໂອດຂອງພຣະຜູ້ເປັນເຈົ້າ.
22 ແລະ ໃຫ້ອະທິການຊອກຫາຢ່າງພາກພຽນເພື່ອຈະໄດ້ມີ ກຕົວແທນ, ແລະ ໃຫ້ເຂົາເປັນຄົນທີ່ມີ ຂຄວາມຮັ່ງມີສະສົມໄວ້—ເປັນຄົນຂອງພຣະເຈົ້າ, ແລະ ມີສັດທາທີ່ເຂັ້ມແຂງ—
23 ເພື່ອວ່າໂດຍການນີ້ ລາວຈະສາມາດຈ່າຍໜີ້ສິນທັງໝົດ; ເພື່ອຄັງຂອງພຣະຜູ້ເປັນເຈົ້າຈະບໍ່ຖືກນຳໄປສູ່ການເສຍຊື່ສຽງຕໍ່ສາຍຕາຂອງຜູ້ຄົນ.
24 ຈົ່ງຄົ້ນຫາ ກຢ່າງພາກພຽນ, ຂອະທິຖານສະເໝີ, ແລະ ມີຄວາມເຊື່ອ, ແລະ ຄທຸກສິ່ງທັງປວງຈະທຳງານນຳກັນໄປເພື່ອຄວາມດີຂອງພວກເຈົ້າ, ຖ້າຫາກພວກເຈົ້າເດີນໄປຢ່າງພາກພູມໃຈ ແລະ ຈື່ຈຳພັນທະສັນຍາ ຊຶ່ງພວກເຈົ້າໄດ້ເຮັດ ງພັນທະສັນຍານຳກັນ.
25 ຈົ່ງໃຫ້ຄອບຄົວຂອງພວກເຈົ້າເປັນ ກຄອບຄົວນ້ອຍ, ໂດຍສະເພາະຂອງຜູ້ຮັບໃຊ້ຜູ້ອາວຸໂສຂອງເຮົາ ໂຈເຊັບ ສະມິດ, ຜູ້ພໍ່, ເມື່ອກ່ຽວກັບຄົນເຫລົ່ານັ້ນທີ່ບໍ່ໄດ້ເປັນສະມາຊິກຄອບຄົວຂອງພວກເຈົ້າ;
26 ເພື່ອສິ່ງເຫລົ່ານັ້ນທີ່ຖືກຈັດໄວ້ໃຫ້ພວກເຈົ້າ, ເພື່ອນຳວຽກງານຂອງເຮົາມາ, ຈະບໍ່ຖືກເອົາໄປຈາກພວກເຈົ້າ ແລະ ມອບໃຫ້ແກ່ຄົນທີ່ບໍ່ເໝາະສົມ—
27 ແລະ ໂດຍການນີ້ ພວກເຈົ້າຈະຖືກຂັດຂວາງໃນການບັນລຸຄວາມສຳເລັດໃນສິ່ງທີ່ເຮົາໄດ້ບັນຊາພວກເຈົ້າ.
28 ແລະ ອີກເທື່ອໜຶ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ມັນເປັນຄວາມປະສົງຂອງເຮົາ ທີ່ສາວໃຊ້ຂອງເຮົາ ນາງວີແອນນາ ແຈ໊ກກີ ຄວນໄດ້ຮັບເງິນເພື່ອຈ່າຍຄ່າໃຊ້ຈ່າຍຂອງນາງ, ແລະ ຂຶ້ນໄປຍັງແຜ່ນດິນຊີໂອນ;
29 ແລະ ຈົ່ງອຸທິດຖວາຍເງິນທີ່ເຫລືອຢູ່ໃຫ້ແກ່ເຮົາ, ແລະ ນາງຈະໄດ້ຮັບລາງວັນໃນເວລາອັນເໝາະສົມຂອງເຮົາເອງ.
30 ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ມັນເປັນສິ່ງສົມຄວນໃນສາຍຕາຂອງເຮົາ ທີ່ນາງຈະຂຶ້ນໄປຍັງແຜ່ນດິນຊີໂອນ, ແລະ ຮັບເອົາມູນມໍລະດົກຈາກມືຂອງອະທິການ;
31 ເພື່ອວ່ານາງຈະໄດ້ຕັ້ງຖິ່ນຖານຢ່າງສັນຕິຕາບໃດທີ່ນາງຍັງຊື່ສັດ, ແລະ ບໍ່ກຽດຄ້ານໃນວັນເວລາຂອງນາງນັບແຕ່ນີ້ເປັນຕົ້ນໄປ.
32 ແລະ ຈົ່ງເບິ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ພວກເຈົ້າຈະຕ້ອງຂຽນບັນຍັດຂໍ້ນີ້ໄວ້, ແລະ ກ່າວກັບພີ່ນ້ອງຂອງພວກເຈົ້າຢູ່ໃນຊີໂອນ, ໃນການສົ່ງຄວາມຮັກ, ວ່າເຮົາໄດ້ເອີ້ນພວກເຈົ້າໃຫ້ເປັນຜູ້ ກຄວບຄຸມຊີໂອນໃນວັນເວລາອັນເໝາະສົມຂອງເຮົາເອງ.
33 ສະນັ້ນ, ໃຫ້ພວກເຂົາເຊົາລົບກວນເຮົາກ່ຽວກັບເລື່ອງນີ້.
34 ຈົ່ງເບິ່ງ, ເຮົາກ່າວກັບພວກເຈົ້າວ່າ ພີ່ນ້ອງຂອງພວກເຈົ້າໃນຊີໂອນເລີ່ມຕົ້ນກັບໃຈແລ້ວ, ແລະ ເຫລົ່າທູດກໍປິຕິຍິນດີນຳພວກເຂົາ.
35 ເຖິງຢ່າງໃດກໍຕາມ, ເຮົາຍັງບໍ່ພໍໃຈໃນຫລາຍເລື່ອງ; ແລະ ເຮົາກໍບໍ່ພໍໃຈກັບຜູ້ຮັບໃຊ້ຂອງເຮົາ ກວິວລຽມ ອີ ມິກລີລິນ, ທັງບໍ່ພໍໃຈກັບຜູ້ຮັບໃຊ້ຂອງເຮົາ ຊິດນີ ກຽວເບີດ; ແລະ ອະທິການນຳອີກ, ແລະ ຄົນອື່ນໆ ຊຶ່ງມີຫລາຍສິ່ງທີ່ຕ້ອງກັບໃຈ.
36 ແຕ່ ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ, ເຮົາ, ພຣະຜູ້ເປັນເຈົ້າ, ຈະຕໍ່ສູ້ກັບ ກຊີໂອນ, ແລະ ຈະວິງວອນກັບຄົນທີ່ແຂງແຮງຂອງມັນ, ແລະ ຂຕີສອນມັນຈົນກວ່າມັນຈະຊະນະ ແລະ ຄສະອາດຢູ່ຕໍ່ໜ້າເຮົາ.
37 ເພາະມັນຈະບໍ່ຖືກຍ້າຍອອກຈາກບ່ອນຂອງມັນ. ເຮົາພຣະຜູ້ເປັນເຈົ້າ ກ່າວມັນໄວ້ດັ່ງນີ້. ອາແມນ.