ສິ່ງ​ຊ່ວຍ​ສຶກ​ສາ
ສະມິດ, ໂຈເຊັບ, ຜູ້ພໍ່


ສະມິດ, ໂຈເຊັບ, ຜູ້ພໍ່

ພໍ່​ຂອງ​ສາດ​ສະ​ດາ​ໂຈເຊັບ ສະມິດ. ເພິ່ນ​ເກີດ​ໃນ​ວັນທີ 12 ເດືອນ​ກໍລະກົດ, 1771. ເພິ່ນ​ໄດ້​ແຕ່ງ​ງານ​ກັບ​ນາງ​ລູສີ ແມັກ, ແລະ ພວກ​ເພິ່ນ​ມີ​ລູກ​ເກົ້າ​ຄົນ (ຈສ—ປ 1:4). ໂຈເຊັບ​ໄດ້​ກາຍ​ເປັນ​ຜູ້​ເຊື່ອ​ທີ່​ຊື່​ສັດ​ຕໍ່​ການ​ເປີດ​ເຜີຍ​ຍຸກ​ສຸດ​ທ້າຍ ແລະ ໄດ້​ເປັນປິຕຸ​ຄົນ​ທຳ​ອິດ​ຂອງ​ສາດ​ສະ​ໜາ​ຈັກ. ເພິ່ນ​ໄດ້​ເສຍ​ຊີ​ວິດ​ໃນ​ວັນທີ 14 ເດືອນ​ກັນຍາ, 1840.