ພາກທີ 77
ການເປີດເຜີຍທີ່ມອບໃຫ້ແກ່ໂຈເຊັບ ສະມິດ ຜູ້ເປັນສາດສະດາ, ທີ່ເມືອງໄຮຣຳ, ລັດໂອໄຮໂອ, ປະມານ ເດືອນມີນາ 1832. ປະຫວັດຂອງໂຈເຊັບ ສະມິດ ກ່າວວ່າ, “ໂດຍການກ່ຽວເນື່ອງກັບການແປຂໍ້ພຣະຄຳພີ, ຂ້າພະເຈົ້າໄດ້ຮັບຄຳອະທິບາຍດັ່ງຕໍ່ໄປນີ້ກ່ຽວກັບພຣະທຳພຣະນິມິດຂອງໂຢຮັນ.”
1–4, ສັດມີວິນຍານ ແລະ ຈະອາໄສຢູ່ໃນຄວາມສຸກນິລັນດອນ; 5–7, ແຜ່ນດິນໂລກນີ້ມີການດຳລົງຢູ່ທາງຝ່າຍໂລກເປັນເວລາ 7,000 ປີ; 8–10, ທູດຫລາຍອົງໄດ້ຟື້ນຟູພຣະກິດຕິຄຸນ ແລະ ໄດ້ປະຕິບັດສາດສະໜາກິດຢູ່ເທິງແຜ່ນດິນໂລກ; 11, ການປະທັບຕາ 144,000 ຄົນ; 12–14, ພຣະຄຣິດຈະສະເດັດມາໃນການເລີ່ມຕົ້ນຂອງພັນປີເທື່ອທີເຈັດ; 15, ສາດສະດາສອງທ່ານຈະຖືກຍົກຂຶ້ນໃຫ້ປະຊາຊາດຊາວຢິວ.
1 ຄຳຖາມ. ແມ່ນຫຍັງຄື ກທະເລແກ້ວມະນີທີ່ໂຢຮັນກ່າວເຖິງໃນບົດທີ 4, ແລະ ຂໍ້ທີ 6 ໃນພຣະນິມິດ?ຄຳຕອບ. ມັນຄື ຂແຜ່ນດິນໂລກ, ໃນສະພາບທີ່ບໍລິສຸດ, ອະມະຕະ, ແລະ ຄນິລັນດອນຂອງມັນ.
2 ຄຳຖາມ. ພວກເຮົາຄວນເຂົ້າໃຈຢ່າງໃດກ່ຽວກັບສັດສີ່ໂຕທີ່ກ່າວເຖິງຢູ່ໃນຂໍ້ດຽວກັນນັ້ນ?ຄຳຕອບ. ມັນເປັນ ກຄຳປຽບທຽບ, ໃຊ້ໂດຍຜູ້ເປີດເຜີຍ, ໂຢຮັນ, ໃນການບັນຍາຍເຖິງ ຂສະຫວັນ, ຄທີ່ສຸຂະເສີມຂອງພຣະເຈົ້າ, ງຄວາມສຸກຂອງມະນຸດ, ແລະ ຂອງສັດ, ແລະ ຂອງສິ່ງທີ່ເລືອຄານ, ແລະ ຂອງຝູງນົກໃນອາກາດ; ຊຶ່ງສິ່ງທີ່ເປັນຝ່າຍວິນຍານມີຮູບລັກສະນະເປັນຄືກັນກັບສິ່ງທີ່ເປັນຝ່າຍໂລກ; ແລະ ສິ່ງທີ່ເປັນຝ່າຍໂລກມີຮູບລັກສະນະເປັນຄືກັນກັບສິ່ງທີ່ເປັນຝ່າຍວິນຍານ; ຈວິນຍານຂອງມະນຸດຄົນໜຶ່ງມີຮູບລັກສະນະເປັນຄືກັນກັບຕົວເຂົາ, ແລະ ວິນຍານຂອງ ສສັດກໍຄືກັນ, ແລະ ສັດສາວາສິ່ງອື່ນໆທຸກຊະນິດທີ່ພຣະເຈົ້າໄດ້ສ້າງ.
3 ຄຳຖາມ. ສັດສີ່ໂຕນັ້ນເປັນຕົວແທນໃຫ້ສັດໂຕໃດໂຕໜຶ່ງໂດຍສະເພາະບໍ, ຫລື ມັນເປັນຕົວແທນໃຫ້ສັດປະເພດໃດ ຫລື ຈຳພວກໃດຈຳພວກໜຶ່ງ?ຄຳຕອບ. ມັນເປັນຕົວແທນໃຫ້ສັດສີ່ໂຕໂດຍສະເພາະ, ຊຶ່ງຖືກສະແດງແກ່ໂຢຮັນ, ເພື່ອເປັນຕົວແທນໃຫ້ແກ່ລັດສະໝີພາບຂອງປະເພດສັດທີ່ຢູ່ໃນຊາຕາກຳ ຫລື ກຂອບເຂດຂອງການສ້າງ, ໃນຄວາມມ່ວນຊື່ນກັບ ຂຄວາມສຸກນິລັນດອນຂອງມັນ.
4 ຄຳຖາມ. ພວກເຮົາຄວນເຂົ້າໃຈຢ່າງໃດກ່ຽວກັບຕາ ແລະ ປີກ, ຊຶ່ງສັດເຫລົ່ານັ້ນມີ?ຄຳຕອບ. ຕາຂອງມັນເປັນຕົວແທນໃຫ້ແກ່ຄວາມສະຫວ່າງ ແລະ ກຄວາມຮູ້, ນັ້ນຄື ມັນເຕັມໄປດ້ວຍຄວາມຮູ້; ແລະ ປີກຂອງມັນເປັນຕົວແທນໃຫ້ແກ່ ຂພະລັງ, ທີ່ຈະເຄື່ອນໄຫວໄປມາ, ທີ່ຈະກະທຳ, ແລະ ອື່ນໆ.
5 ຄຳຖາມ. ພວກເຮົາຄວນເຂົ້າໃຈຢ່າງໃດກ່ຽວກັບ ກຜູ້ອາວຸໂສຊາວສີ່ຄົນທີ່ໂຢຮັນໄດ້ກ່າວເຖິງ?ຄຳຕອບ. ພວກເຮົາຄວນເຂົ້າໃຈວ່າຜູ້ອາວຸໂສເຫລົ່ານີ້ທີ່ໂຢຮັນໄດ້ເຫັນ, ຄືຜູ້ອາວຸໂສທີ່ ຂຊື່ສັດໃນວຽກງານຂອງການປະຕິບັດສາດສະໜາກິດ ແລະ ໄດ້ເສຍຊີວິດໄປແລ້ວ; ຜູ້ເປັນຂອງໜ່ວຍຂອງສາດສະໜາຈັກ ຄເຈັດແຫ່ງ, ແລະ ໃນຂະນະນັ້ນໄດ້ຢູ່ໃນທີ່ສຸຂະເສີມຂອງພຣະເຈົ້າ.
6 ຄຳຖາມ. ພວກເຮົາຄວນເຂົ້າໃຈຢ່າງໃດກ່ຽວກັບໜັງສືທີ່ໂຢຮັນໄດ້ເຫັນ, ຊຶ່ງຂ້າງນອກມີ ກຕາປະທັບໄວ້ເຈັດດວງ?ຄຳຕອບ. ພວກເຮົາຄວນເຂົ້າໃຈວ່າ ມັນບັນຈຸພຣະປະສົງ, ຂສິ່ງລີ້ລັບ, ແລະ ວຽກງານຂອງພຣະເຈົ້າທີ່ໄດ້ເປີດເຜີຍຢູ່ໃນນັ້ນ; ເລື່ອງທີ່ຊ້ອນຢູ່ຂອງການບໍລິຫານງານກ່ຽວກັບ ຄແຜ່ນດິນໂລກນີ້ລະຫວ່າງເຈັດພັນປີທີ່ໂລກດຳເນີນຕໍ່ໄປ, ຫລື ການເປັນຢູ່ທາງຝ່າຍໂລກຂອງມັນ.
7 ຄຳຖາມ. ພວກເຮົາຄວນເຂົ້າໃຈຢ່າງໃດກ່ຽວກັບຕາປະທັບເຈັດດວງທີ່ຖືກຜະນຶກໄວ້?ຄຳຕອບ. ພວກເຮົາຄວນເຂົ້າໃຈວ່າ ຕາປະທັບດວງທຳອິດບັນຈຸເລື່ອງຂອງ ກພັນປີທຳອິດ, ແລະ ດວງທີສອງບັນຈຸເລື່ອງຂອງພັນປີທີສອງ, ແລະ ຕໍ່ໆໄປຈົນເຖິງດວງທີເຈັດ.
8 ຄຳຖາມ. ພວກເຮົາຄວນເຂົ້າໃຈຢ່າງໃດກ່ຽວກັບທູດສີ່ອົງ, ຊຶ່ງໄດ້ກ່າວເຖິງຢູ່ໃນບົດທີ 7 ຂໍ້ທີ 1 ຂອງພຣະທຳພຣະນິມິດ?ຄຳຕອບ. ພວກເຮົາຄວນເຂົ້າໃຈວ່າ ທູດສີ່ອົງນັ້ນໄດ້ຖືກສົ່ງມາຈາກພຣະເຈົ້າ, ຜູ້ຊຶ່ງໄດ້ຮັບອຳນາດເໜືອສີ່ສ່ວນຂອງແຜ່ນດິນໂລກ, ເພື່ອຊ່ວຍຊີວິດ ແລະ ເພື່ອທຳລາຍ; ທູດເຫລົ່ານັ້ນເປັນຜູ້ທີ່ມີ ກພຣະກິດຕິຄຸນອັນເປັນນິດທີ່ຈະມອບໃຫ້ທຸກປະຊາຊາດ, ທຸກຕະກຸນ, ທຸກພາສາ, ແລະ ທຸກຜູ້ຄົນທັງປວງ; ໂດຍມີອຳນາດທີ່ຈະປິດສະຫວັນ, ທີ່ຈະຜະນຶກສູ່ຊີວິດ, ຫລື ທີ່ຈະໂຍນລົງສູ່ ຂພາກພື້ນແຫ່ງຄວາມມືດ.
9 ຄຳຖາມ. ພວກເຮົາຄວນເຂົ້າໃຈຢ່າງໃດກ່ຽວກັບທູດທີ່ປະກົດຂຶ້ນຈາກທິດຕາເວັນອອກ, ພຣະທຳພຣະນິມິດ ບົດທີ 7 ຂໍ້ທີ 2?ຄຳຕອບ. ພວກເຮົາຄວນເຂົ້າໃຈວ່າ ທູດທີ່ປະກົດຂຶ້ນຈາກທິດຕາເວັນອອກຄືຜູ້ທີ່ໄດ້ຮັບຕາປະທັບຂອງພຣະເຈົ້າທີ່ຊົງພຣະຊົນໃຫ້ຢູ່ເໜືອສິບສອງເຜົ່າຂອງ ກອິດສະຣາເອນ; ດັ່ງນັ້ນ, ເພິ່ນຈຶ່ງຮ້ອງສຽງດັງໃສ່ທູດສີ່ອົງຜູ້ທີ່ມີພຣະກິດຕິຄຸນອັນເປັນນິດ, ກ່າວວ່າ: ຢ່າທຳລາຍແຜ່ນດິນໂລກ, ທັງທະເລ, ຫລື ຕົ້ນໄມ້, ຈົນກວ່າພວກເຮົາໄດ້ປະທັບຕາໃສ່ ຂໜ້າຜາກບັນດາຜູ້ຮັບໃຊ້ຂອງພຣະເຈົ້າເສຍກ່ອນ. ແລະ, ຖ້າຫາກທ່ານຈະຮັບເອົາມັນ, ນີ້ຄື ຄອີລາຍຜູ້ຊຶ່ງຈະມາເຕົ້າໂຮມເຜົ່າຕ່າງໆຂອງອິດສະຣາເອນເຂົ້າກັນ ແລະ ງຟື້ນຟູທຸກສິ່ງທັງປວງ.
10 ຄຳຖາມ. ເວລາໃດທີ່ເລື່ອງກ່າວເຖິງໃນບົດນີ້ຈະສຳເລັດຄົບຖ້ວນ?ຄຳຕອບ. ມັນຈະສຳເລັດຄົບຖ້ວນໃນ ກພັນປີທີຫົກ, ຫລື ໃນການເລີ່ມຕົ້ນຂອງຕາປະທັບດວງທີຫົກ.
11 ຄຳຖາມ. ພວກເຮົາຄວນເຂົ້າໃຈຢ່າງໃດກ່ຽວກັບ ກໜຶ່ງແສນສີ່ໝື່ນສີ່ພັນຄົນທີ່ໄດ້ຮັບການປະທັບຕາ, ຈາກເຜົ່າຂອງອິດສະຣາເອນທັງໝົດ—ໜຶ່ງໝື່ນສອງພັນຄົນຈາກແຕ່ລະເຜົ່າ?ຄຳຕອບ. ພວກເຮົາຄວນເຂົ້າໃຈວ່າ ຜູ້ຄົນເຫລົ່ານັ້ນທີ່ຖືກປະທັບຕາເປັນ ຂມະຫາປະໂລຫິດ, ໄດ້ຮັບການແຕ່ງຕັ້ງສູ່ລະບຽບອັນສັກສິດຂອງພຣະເຈົ້າ, ເພື່ອປະຕິບັດພຣະກິດຕິຄຸນອັນເປັນນິດ; ເພາະພວກເພິ່ນຄືຜູ້ທີ່ໄດ້ຮັບການແຕ່ງຕັ້ງຈາກທຸກປະຊາຊາດ, ທຸກຕະກຸນ, ທຸກພາສາ, ແລະ ທຸກຜູ້ຄົນທັງປວງ, ໂດຍເຫລົ່າທູດຜູ້ທີ່ໄດ້ຮັບມອບໝາຍໃຫ້ມີອຳນາດເໜືອປະຊາຊາດຂອງແຜ່ນດິນໂລກ, ເພື່ອນຳຜູ້ຄົນຢ່າງຫລວງຫລາຍເທົ່າທີ່ຈະຫລາຍໄດ້ໃຫ້ມາສູ່ສາດສະໜາຈັກຂອງ ຄພຣະບຸດຫົວປີ.
12 ຄຳຖາມ. ພວກເຮົາຄວນເຂົ້າໃຈຢ່າງໃດກ່ຽວກັບການເປົ່າ ກແກ, ຊຶ່ງກ່າວເຖິງໃນບົດທີ 8 ຂອງພຣະທຳພຣະນິມິດ?ຄຳຕອບ. ພວກເຮົາຄວນເຂົ້າໃຈວ່າ ດັ່ງທີ່ພຣະເຈົ້າໄດ້ສ້າງໂລກໃນຫົກມື້, ແລະ ໃນມື້ທີເຈັດ ພຣະອົງໄດ້ສຳເລັດວຽກງານຂອງພຣະອົງ, ແລະ ໄດ້ ຂຊຳລະມັນໃຫ້ບໍລິສຸດ, ແລະ ໄດ້ສ້າງມະນຸດຈາກ ຄຝຸ່ນດິນຂອງແຜ່ນດິນໂລກສັນໃດ, ແມ່ນແຕ່ສັນນັ້ນ, ໃນການເລີ່ມຕົ້ນຂອງພັນປີທີເຈັດ ອົງພຣະຜູ້ເປັນເຈົ້າ ຈະ ງຊຳລະແຜ່ນດິນໂລກໃຫ້ບໍລິສຸດ, ແລະ ເຮັດໃຫ້ຄວາມລອດຂອງມະນຸດສົມບູນ, ແລະ ຈພິພາກສາທຸກສິ່ງທັງປວງ, ແລະ ຈະ ສໄຖ່ທຸກສິ່ງທັງປວງ, ຍົກເວັ້ນແຕ່ສິ່ງນັ້ນທີ່ພຣະອົງບໍ່ໄດ້ວາງໄວ້ໃຕ້ອຳນາດຂອງພຣະອົງ, ເມື່ອພຣະອົງຈະປະທັບຕາທຸກສິ່ງທັງປວງ, ຈົນເຖິງທີ່ສຸດຂອງທຸກສິ່ງທັງປວງ; ແລະ ການເປົ່າແກຂອງທູດເຈັດອົງເປັນການຕຽມ ແລະ ການສຳເລັດວຽກງານຂອງພຣະອົງ, ໃນການເລີ່ມຕົ້ນຂອງພັນປີທີເຈັດ—ການຕຽມທາງກ່ອນເວລາແຫ່ງການສະເດັດມາຂອງພຣະອົງ.
13 ຄຳຖາມ. ເມື່ອໃດທຸກສິ່ງທັງປວງຈະສຳເລັດຄົບຖ້ວນ, ຊຶ່ງມີຂຽນໄວ້ໃນບົດທີ 9 ຂອງພຣະທຳພຣະນິມິດ?ຄຳຕອບ. ມັນຈະສຳເລັດຄົບຖ້ວນຫລັງຈາກການເປີດຕາປະທັບດວງທີເຈັດ, ກ່ອນການສະເດັດມາຂອງພຣະຄຣິດ.
14 ຄຳຖາມ. ພວກເຮົາຄວນເຂົ້າໃຈຢ່າງໃດກ່ຽວກັບໜັງສືມ້ວນນ້ອຍນັ້ນ ຊຶ່ງໂຢຮັນໄດ້ ກກິນ, ດັ່ງທີ່ໄດ້ກ່າວເຖິງໃນບົດທີ 10 ຂອງພຣະທຳພຣະນິມິດ?ຄຳຕອບ. ພວກເຮົາຄວນເຂົ້າໃຈວ່າ ມັນຄືພາລະກິດ, ແລະ ພິທີການ, ສຳລັບເພິ່ນທີ່ຈະ ຂເຕົ້າໂຮມເຜົ່າຂອງອິດສະຣາເອນ; ຈົ່ງເບິ່ງ, ນີ້ຄືອີລາຍຜູ້ຊຶ່ງ, ດັ່ງທີ່ມີຂຽນໄວ້ວ່າຈະຕ້ອງມາ ແລະ ຈະ ຄຟື້ນຟູທຸກສິ່ງທັງປວງ.
15 ຄຳຖາມ. ພວກເຮົາຄວນເຂົ້າໃຈຢ່າງໃດກ່ຽວກັບ ກພະຍານທັງສອງ, ໃນບົດທີສິບເອັດຂອງພຣະທຳພຣະນິມິດ?ຄຳຕອບ. ພວກເພິ່ນຄືສາດສະດາສອງທ່ານທີ່ຖືກຍົກຂຶ້ນໃຫ້ ຂປະຊາຊາດຊາວຢິວໃນ ຄຍຸກສຸດທ້າຍ, ໃນວັນເວລາແຫ່ງ ງການຟື້ນຟູ, ແລະ ເພື່ອພະຍາກອນຕໍ່ຊາວຢິວຫລັງຈາກພວກເຂົາໄດ້ເຕົ້າໂຮມກັນ ແລະ ໄດ້ສ້າງເມືອງເຢຣູຊາເລັມໃນ ຈແຜ່ນດິນບັນພະບຸລຸດຂອງພວກເຂົາ.