ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ແຕ່​ພວກ​ເຮົາ​ບໍ່​ໄດ້​ຫົວ​ຊາ​ພວກ​ເຂົາ​ເລີຍ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2022


ແຕ່​ພວກ​ເຮົາ​ບໍ່​ໄດ້​ຫົວ​ຊາ​ພວກ​ເຂົາ​ເລີຍ

(1 ນີ​ໄຟ 8:33)

ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ​ຂອງ​ເຮົາ ຊີ້​ໃຫ້​ເຮົາ​ເຫັນ ແລະ ຊ່ວຍ​ເຮົາ​ໃຫ້​ຈື່​ຈຳ​ການ​ເຊື່ອມ​ໂຍງ​ຂອງ​ເຮົາ​ກັບ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ສະ​ເໝີ ຂະ​ນະ​ທີ່​ເຮົາ​ກ້າວ​ໄປ​ຕາມ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ.

ຊູ​ແຊນ ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ, ລູກ​ຊາຍ​ສາມ​ຄົນ​ຂອງ​ພວກ​ເຮົາ ກັບ​ພັນ​ລະ​ຍາ​ຂອງ​ເຂົາ​ເຈົ້າ, ຫລານ​ທຸກ​ຄົນ​ຂອງ​ພວກ​ເຮົາ, ແລະ ແອວ​ເດີ ຄວິນ​ຕິນ ແອວ ຄຸກ, ເພື່ອນ​ນັ່ງ​ຄູ່​ກັບ​ຂ້າ​ພະ​ເຈົ້າ​ໃນ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ມາ​ເປັນ​ເວ​ລາ​ເກືອບ 15 ປີ, ທັງ​ໝົດ​ຈະ​ຢືນ​ຢັນ​ໄດ້​ວ່າ ຂ້າ​ພະ​ເຈົ້າ​ຮ້ອງ​ເພງ​ບໍ່​ເກັ່ງ. ແຕ່​ເຖິງ​ແມ່ນ​ຂ້າ​ພະ​ເຈົ້າ​ຍັງ​ຂາດ​ພອນ​ສະ​ຫວັນ​ທາງ​ສຽງ, ແຕ່​ຂ້າ​ພະ​ເຈົ້າ​ກໍ​ຍັງ​ມັກ​ຮ້ອງ​ເພງ​ສວດ​ແຫ່ງ​ການ​ຟື້ນ​ຟູ​ຢູ່. ການ​ປະ​ສົມ​ປະ​ສານ​ຂອງ​ເນື້ອ​ເພງ​ທີ່​ໄດ້​ຮັບ​ການ​ດົນ​ໃຈ ແລະ ທຳ​ນອງ​ທີ່​ສະ​ຫງ່າ​ງາມ ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າ​ຮຽນ​ຮູ້​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ທີ່​ຈຳ​ເປັນ ແລະ ກະ​ຕຸ້ນ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ.

ເພງ​ສວດ​ເພງ​ໜຶ່ງ​ທີ່​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ຢ່າງ​ໜ້າ​ປະ​ຫລາດ​ແມ່ນ “ຂໍ​ໃຫ້​ເຮົາ​ເດີນ​ໄປ.” ເມື່ອບໍ່​ດົນ​ມາ​ນີ້ ຂ້າ​ພະ​ເຈົ້າ​ໄດ້​ໄຕ່​ຕອງ ແລະ ຮຽນ​ຮູ້​ກ່ຽວ​ກັບ​ວະ​ລີ​ສະ​ເພາະ​ໃນ​ບົດ​ເພງ​ສວດ​ນັ້ນ. “ຢ່າ​ຫູ​ເບົາ​ເຊື່ອ ເມື່ອ​ຄົນ​ຊົ່ວ​ເວົ້າ​ບອກ​ເຮົາ, ແຕ່​ພຣະ​ເຈົ້າ​ເທົ່າ​ນັ້ນ ເຮົາ​ຈະ​ເຊື່ອ​ຟັງ.”1

ຢ່າ​ຫູ​ເບົາ​ເຊື່ອ.

ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ຮ້ອງ​ເພງ “ຂໍ​ໃຫ້​ເຮົາ​ເດີນ​ໄປ,” ຂ້າ​ພະ​ເຈົ້າ​ມັກ​ຈະ​ຄິດ​ເຖິງ​ຜູ້​ຄົນ​ໃນ​ພາບ​ນິ​ມິດ​ຂອງ​ລີ​ໄຮ ມຸ້ງ​ໜ້າ​ໄປ​ຕາມ​ທິດ​ທາງ​ທີ່​ນຳ​ໄປ​ສູ່​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ ທີ່​ບໍ່​ພຽງ​ແຕ່ “ກອດ​ຮາວ​ເຫລັກ”2 ແຕ່ “ຈັບ​ຮາວ​ເຫລັກ​ໄວ້​ໃຫ້​ແໜ້ນ​ຢູ່​ຕະ​ຫລອດ​ເວ​ລາ, ຈົນ​ມາ​ເຖິງ​ແລ້ວ​ລົ້ມ​ລົງ ແລະ ຮັບ​ສ່ວນ​ໝາກ​ໄມ້​ຈາກ​ຕົ້ນ​ນັ້ນ.”3 ລີ​ໄຮ​ໄດ້​ບັນ​ຍາຍ​ຝູງ​ຊົນ​ໃນ​ອາ​ຄານ​ໃຫຍ່ ແລະ ກວ້າງ​ຂວາງ​ທີ່​ຊີ້ “ມື​ເຍາະ​ເຍີ້ຍ [ເພິ່ນ] ກັບ​ຜູ້​ທີ່​ກຳ​ລັງ​ຮັບ​ສ່ວນ​ໝາກ​ໄມ້.”4 ການ​ຕອບ​ຮັບ​ຂອງ​ເພິ່ນ​ຕໍ່​ການ​ເຍາະ​ເຍີ້ຍ ແລະ ການ​ດູ​ຖູກ​ເປັນ​ໜ້າ​ປະ​ທັບ​ໃຈ ແລະ ໜ້າ​ຊົງ​ຈຳ: “ແຕ່​ພວກ​ເຮົາ​ບໍ່​ໄດ້​ຫົວ​ຊາ​ພວກ​ເຂົາ​ເລີຍ.”5

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ປະ​ທານ​ພອນ ແລະ ໃຫ້​ຄວາມ​ຮູ້​ແກ່​ພວກ​ເຮົາ​ແຕ່​ລະ​ຄົນ ຂະ​ນະ​ທີ່​ພວກ​ເຮົາ​ພິ​ຈາ​ລະ​ນາ​ນຳ​ກັນ ກ່ຽວ​ກັບ​ວິ​ທີ​ທີ່​ພວກ​ເຮົາ​ຈະ​ສາ​ມາດ​ເສີມ​ກຳ​ລັງ ທີ່​ຈະ “ບໍ່​ຫົວ​ຊາ” ອິດ​ທິ​ພົນ​ຊົ່ວ​ຮ້າຍ ແລະ ສຽງ​ເຍາະ​ເຍີ້ຍ​ຂອງ​ໂລກ​ປະ​ຈຸ​ບັນ​ທີ່​ພວກ​ເຮົາ​ອາ​ໄສ​ຢູ່​ນີ້.

ບໍ່​ຫົວ​ຊາ

ຄຳ​ວ່າ ຫົວ​ຊາ ໝາຍ​ເຖິງ​ການ​ສັງ​ເກດ​ເບິ່ງ ຫລື ໃຫ້​ຄວາມ​ສົນ​ໃຈ​ຕໍ່​ບາງ​ຄົນ ຫລື ບາງ​ສິ່ງ. ດັ່ງ​ນັ້ນ, ເນື້ອ​ເພງ​ຂອງ​ເພງ​ສວດ “ຂໍ​ໃຫ້​ເຮົາ​ເດີນ​ໄປ” ຈຶ່ງ​ເຕືອນ​ເຮົາ​ໃຫ້​ຕັດ​ສິນ​ໃຈ​ຢ່າງ​ແນ່ວ​ແນ່ ທີ່​ຈະ​ບໍ່​ເອົາ​ໃຈ​ໃສ່ “ເມື່ອ​ຄົນ​ຊົ່ວ​ເວົ້າ​ບອກ​ເຮົາ.” ແລະ ລີ​ໄຮ​ກັບ​ຜູ້​ຄົນ​ທີ່​ຢູ່​ກັບ​ເພິ່ນ ຜູ້​ຮັບ​ສ່ວນ​ໝາກ​ໄມ້​ຈາກ​ຕົ້ນ​ນັ້ນ ໄດ້​ໃຫ້​ຕົວ​ຢ່າງ​ທີ່​ດີ​ຂອງ​ການ​ບໍ່​ເອົາ​ໃຈ​ໃສ່​ກັບ​ການ​ເຍາະ​ເຍີ້ຍ ແລະ ດູ​ຖູກ ທີ່​ມັກ​ມາ​ຈາກ​ອາ​ຄານ​ໃຫຍ່ ແລະ ກວ້າງ​ຂວາງ.

ຄຳ​ສອນ​ຂອງ​ພຣະ​ຄຣິດ​ຂຽນ​ວ່າ “ດ້ວຍ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ [ທີ່​ຊົງ​ພຣະ​ຊົນ​ຢູ່] … ໄດ້​ຂຽນ​ໃສ່ [ຫົວ​ໃຈ​ຂອງ​ເຮົາ]”6 ເພີ່ມ​ຄວາມ​ສາ​ມາດ​ຂອງ​ເຮົາ​ໃນ​ການ “ບໍ່​ຫົວ​ຊາ” ກັບ​ສິ່ງ​ລົບ​ກວນ​ຢ່າງ​ຫລວງ​ຫລາຍ, ການ​ເກາະ​ແກະ, ແລະ ການ​ປ່ຽນ​ແປງ​ໃນ​ໂລກ​ທີ່​ເສື່ອມ​ໂຊມ​ຂອງ​ເຮົາ. ຍົກ​ຕົວ​ຢ່າງ, ສັດ​ທາ​ທີ່​ເອົາ​ໃຈ​ໃສ່​ໃນ ແລະ ກັບ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ຈະ​ປົກ​ປ້ອງ​ເຮົາ​ດ້ວຍ​ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ. ສັດ​ທາ​ໃນ​ພຣະ​ຜູ້​ໄຖ່​ເປັນ​ຫລັກ​ທຳ​ຂອງ​ການ​ກະ​ທຳ ແລະ ພະ​ລັງ. ເມື່ອ​ເຮົາ​ເຮັດ​ຕາມ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ເຮົາ​ໄດ້​ຮັບ​ພອນ​ດ້ວຍ​ຄວາມ​ສາ​ມາດ​ທາງວິນ​ຍານ ທີ່​ຈະ​ກ້າວ​ໄປ​ໜ້າ​ຜ່ານ​ການ​ທ້າ​ທາຍ​ຂອງ​ຄວາມ​ເປັນ​ມະ​ຕະ ໃນ​ຂະ​ນະ​ທີ່​ເອົາ​ໃຈ​ໃສ່​ກັບ​ຄວາມ​ຊື່ນ​ຊົມ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສະ​ເໜີ​ມອບ​ໃຫ້​ເຮົາ. ແທ້​ຈິງ​ແລ້ວ, “ຖ້າ​ເຮົາ​ເຮັດ​ຄວາມ​ດີ​ບໍ່​ຕ້ອງ​ມີ​ຄວາມ​ຫວາດ​ຫວັ່ນ, ເພາະ​ພຣະ​ເຈົ້າ​ຜູ້​ຊ່ວຍ​ຈະ​ຢູ່​ດ້ວຍ​ຊົ່ວ​ນິ​ລັນ.”7

ການ​ເຊື່ອມ​ຕໍ່​ສ່ວນ​ຕົວ​ຜ່ານ​ທາງ​ພັນ​ທະ​ສັນ​ຍາ

ການ​ເຂົ້າ​ໃນ​ພັນ​ທະ​ສັນ​ຍາ​ທີ່​ສັກ​ສິດ ແລະ ການ​ຮັບ​ເອົາ​ພິ​ທີ​ການ​ຖາ​ນະ​ປະ​ໂລ​ຫິດ​ຢ່າງ​ມີ​ຄ່າ​ຄວນ ຈະ​ທຽມ​ແອກ​ເຮົາ ແລະ ຜູກ​ມັດ​ເຮົາ​ໄວ້​ກັບ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ແລະ ພຣະ​ບິ​ດາ​ເທິງ​ສະ​ຫວັນ.8 ນີ້​ໝາຍ​ຄວາມ​ວ່າ​ເຮົາ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃນ​ຖາ​ນະ​ຜູ້​ວິງ​ວອນ​ແທນ​ເຮົາ9 ແລະ ຜູ້​ເປັນ​ກາງ10 ແລະ ເພິ່ງ​ອາ​ໄສ​ຄຸນ​ຄວາມ​ດີ, ຄວາມ​ເມດ​ຕາ, ແລະ ພຣະ​ຄຸນ11 ຂອງ​ພຣະ​ອົງ​ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ຂອງ​ຊີ​ວິດ. ເມື່ອ​ເຮົາ​ໝັ້ນ​ຄົງ​ໃນ​ການ​ມາ​ຫາ​ພຣະ​ຄຣິດ ແລະ ທຽມ​ແອກ​ກັບ​ພຣະ​ອົງ, ແລ້ວ​ເຮົາ​ຈະ​ໄດ້​ຮັບ​ການ​ຊຳ​ລະ​ລ້າງ, ການ​ປິ່ນ​ປົວ, ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ພອນ​ຂອງ​ການ​ຊົດ​ໃຊ້​ອັນ​ເປັນ​ນິດ ແລະ ນິ​ລັນ​ດອນ​ຂອງ​ພຣະ​ອົງ.12

ການ​ດຳ​ລົງ​ຊີ​ວິດ ແລະ ການ​ມີ​ຄວາມ​ຮັກ​ຕໍ່​ຄຳ​ໝັ້ນ​ສັນ​ຍາ​ໃນ​ພັນ​ທະ​ສັນ​ຍາ ຈະ​ສ້າງ​ຄວາມ​ສຳ​ພັນ​ກັບ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ມີ​ພະ​ລັງ​ສ່ວນ​ຕົວ ແລະ ທາງ​ວິນ​ຍານ​ຢ່າງ​ເລິກ​ເຊິ່ງ. ເມື່ອ​ເຮົາ​ໃຫ້​ກຽດ​ແກ່​ເງື່ອນ​ໄຂ​ຂອງ​ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ​ສັກ​ສິດ, ເຮົາ​ຈະ​ຄ່ອຍ​ຫຍັບ​ເຂົ້າ​ໃກ້​ພຣະ​ອົງ​ຫລາຍ​ຂຶ້ນ​ເລື້ອຍໆ13 ແລະ ປະ​ສົບ​ກັບ​ຜົນ​ກະ​ທົບ​ຂອງ​ຄວາມ​ສັກ​ສິດ​ຂອງ​ພຣະ​ອົງ ແລະ ຄວາມ​ເປັນ​ຈິງ​ໃນ​ຊີ​ວິດ​ຂອງ​ເຮົາ. ແລ້ວ​ພຣະ​ເຢ​ຊູ​ຈະ​ກາຍ​ເປັນ​ຫລາຍ​ກວ່າ​ບຸກ​ຄົນ​ໃນ​ຈຸດ​ສູນ​ກາງ ໃນ​ເລື່ອງ​ລາວ​ພຣະ​ຄຳ​ພີ; ຕົວ​ຢ່າງ ແລະ ຄຳ​ສອນ​ຂອງ​ພຣະ​ອົງ ຈະ​ມີ​ອິດ​ທິ​ພົນ​ຕໍ່​ຄວາມ​ປາດ​ຖະ​ໜາ, ຄວາມ​ຄິດ, ແລະ ການ​ກະ​ທຳ​ທັງ​ໝົດ​ຂອງ​ເຮົາ.

ຂ້າ​ພະ​ເຈົ້າ​ບອກ​ຕາມ​ຕົງ​ໄດ້​ວ່າ ບໍ່ສາ​ມາດ​ບັນ​ຍາຍ​ໄດ້​ພຽງ​ພໍ​ເຖິງ​ລັກ​ສະ​ນະ ແລະ ອຳ​ນາດ​ທີ່​ຊັດ​ເຈນ​ຂອງ​ການ​ເຊື່ອມ​ໂຍງ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ທີ່​ຟື້ນ​ຄືນ​ພຣະ​ຊົນ ແລະ ຊົງ​ພຣະ​ຊົນ​ຢູ່. ແຕ່​ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ຄວາມ​ສຳ​ພັນ​ກັບ​ພຣະ​ອົງ ແລະ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ມີ​ຈິງ ແລະ ເປັນ​ແຫລ່ງ​ສູງ​ສຸດ​ຂອງ​ການ​ຮັບ​ຮອງ, ສັນ​ຕິ​ສຸກ, ຄວາມ​ຊື່ນ​ຊົມ, ແລະ ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ ທີ່​ເຮັດ​ໃຫ້​ເຮົາ “[ບໍ່] ຢ້ານ, ແມ້​ສັດ​ຕູ​ກ່າວ​ປະ​ນາມ.”14 ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ທີ່​ໄດ້​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ, ເຮົາ​ສາ​ມາດ​ໄດ້​ຮັບ​ພອນ ເພື່ອ​ໃຫ້ “ກ້າ, ເພາະ​ວ່າ​ພຣະ​ເຈົ້າ​ຢູ່​ຂ້າງ​ເຮົາ”15 ແລະ ບໍ່​ຫົວ​ຊາ​ອິດ​ທິ​ພົນ​ທີ່​ຊົ່ວ​ຮ້າຍ ແລະ ການ​ເຍາະ​ເຍີ້ຍ​ທາງ​ໂລກ.

ເມື່ອ​ຂ້າ​ພະ​ເຈົ້າ​ໄປ​ຢ້ຽມ​ຢາມ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຕະ​ຫລອດ​ທົ່ວ​ໂລກ, ຂ້າ​ພະ​ເຈົ້າ​ມັກ​ຖາມ​ເຂົາ​ເຈົ້າ​ໃນ​ຄຳ​ຖາມ​ນີ້: ແມ່ນ​ຫຍັງ​ຊ່ວຍ​ທ່ານ​ໃຫ້ “ບໍ່​ຫົວ​ຊາ” ກັບ​ອິດ​ທິ​ພົນ​ທາງ​ໂລກ, ການ​ເຍາະ​ເຍີ້ຍ, ແລະ ການ​ດູ​ຖູກ? ຄຳ​ຕອບ​ຂອງ​ເຂົາ​ເຈົ້າ​ມີ​ປະ​ໂຫຍດ​ຫລາຍ​ທີ່​ສຸດ.

ສະ​ມາ​ຊິກ​ຜູ້​ກ້າ​ຫານ​ມັກ​ຈະ​ເນັ້ນ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ເຊື້ອ​ເຊີນ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃຫ້​ເຂົ້າ​ມາ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ ຜ່ານ​ທາງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ທີ່​ມີ​ຄວາມ​ໝາຍ, ການ​ອະ​ທິ​ຖານ​ຢ່າງ​ຈິງ​ຈັງ, ແລະ ການ​ກະ​ກຽມ​ທີ່​ເໝາະ​ສົມ ເພື່ອ​ມີ​ສ່ວນ​ຮ່ວມ​ໃນ​ພິ​ທີ​ການ​ສິນ​ລະ​ລຶກ. ພ້ອມນີ້ ທີ່​ກ່າວ​ເຖິງ​ເລື້ອຍໆ​ແມ່ນ​ການ​ສະ​ໜັບ​ສະ​ໜູນ​ທາງ​ວິນ​ຍານ​ຂອງ​ສະ​ມາ​ຊິກ​ຄອບ​ຄົວ​ທີ່​ຊື່​ສັດ ແລະ ໝູ່​ເພື່ອນ​ທີ່​ໄວ້​ວາງ​ໃຈ​ໄດ້, ບົດ​ຮຽນ​ທີ່​ສຳ​ຄັນ​ຜ່ານ​ທາງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ຄວາມ​ສາ​ມາດ​ໃນ​ການ​ຫລິງ​ເຫັນ​ຄວາມ​ວ່າງ​ເປົ່າ​ຢ່າງ​ແທ້​ຈິງ​ຂອງ​ສິ່ງ​ໃດໆ ທີ່​ຢູ່​ໃນ ຫລື ອອກ​ມາ​ຈາກ​ອາ​ຄານ​ໃຫຍ່ ແລະ ກວ້າງ​ຂວາງ​ນັ້ນ.

ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ໃນ​ຄຳ​ຕອບ​ຂອງ​ສະ​ມາ​ຊິກ​ເຫລົ່າ​ນີ້ ເຖິງ​ຮູບ​ແບບ​ໃດ​ໜຶ່ງ​ທີ່​ມີ​ຄວາມ​ສຳ​ຄັນ​ໂດຍ​ສະ​ເພາະ. ທຳ​ອິດ ແລະ ກ່ອນ​ອື່ນ​ໝົດ, ສາ​ນຸ​ສິດ​ເຫລົ່າ​ນີ້​ມີ​ປະ​ຈັກ​ພະ​ຍານ​ທີ່​ໝັ້ນ​ຄົງ​ກັບ​ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ບົດ​ບາດ​ຂອງ​ພຣະ​ເຢ​ຊູ​ຄຣິດ ໃນ​ຖາ​ນະ​ພຣະ​ຜູ້​ໄຖ່ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ. ແລະ ທີ​ສອງ, ຄວາມ​ຮູ້​ທາງ​ວິນ​ຍານ ແລະ ຄວາມ​ເຊື່ອ​ໝັ້ນ​ຂອງ​ເຂົາ​ເຈົ້າ​ແມ່ນ​ສ່ວນ​ບຸກ​ຄົນ, ສ່ວນ​ຕົວ, ແລະ ສະ​ເພາະ; ມັນ​ບໍ່​ແມ່ນ​ທົ່ວ​ໄປ ແລະ ຂາດ​ຕົວ​ຕົນ. ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຟັງ​ຜູ້​ຄົນ​ທີ່​ອຸ​ທິດ​ຕົນ​ເວົ້າ​ເຖິງ​ພັນ​ທະ​ສັນ​ຍາ​ທີ່​ໃຫ້​ຄວາມ​ເຂັ້ມ​ແຂງ ເພື່ອ​ເອົາ​ຊະ​ນະ​ການ​ຕໍ່​ຕ້ານ ແລະ ການ​ເຊື່ອມ​ໂຍງ​ຂອງ​ເຂົາ​ເຈົ້າ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຊົງ​ພຣະ​ຊົນ​ຢູ່ ທີ່​ສະ​ໜັບ​ສະ​ໜູນ​ເຂົາ​ເຈົ້າ ຜ່ານ​ທາງ​ເວ​ລາ ທັງ​ດີ ແລະ ບໍ່​ດີ. ສຳ​ລັບ​ບຸກ​ຄົນ​ເຫລົ່າ​ນີ້, ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສ່ວນ​ຕົວ​ແທ້ໆ.

ຮູບ​ພາບ
ເຂັມ​ທິດ

ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ​ຂອງ​ພຣະ​ກິດ​ຕິ​ຄຸນ​ປະ​ຕິ​ບັດ​ໃນ​ຊີ​ວິດ​ຂອງ​ເຮົາ ແມ່ນ​ຄື​ກັບ​ເຂັມ​ທິດ. ເຂັມ​ທິດ​ແມ່ນ​ອຸ​ປະ​ກອນ​ທີ່​ໃຊ້​ເພື່ອ​ບອກ​ທິດ​ທາງ​ທີ່​ສຳ​ຄັນ​ຂອງ​ເໜືອ, ໃຕ້, ຕາ​ເວັນ​ອອກ, ແລະ ຕາ​ເວັນ​ຕົກ ເພື່ອ​ຈຸດ​ປະ​ສົງ​ການ​ນຳ​ທາງ ແລະ ທິດ​ທາງ​ພູມ​ສາດ. ໃນ​ທາງ​ທີ່​ຄ້າຍ​ຄື​ກັນ, ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ​ຂອງ​ເຮົາ ຊີ້​ໃຫ້​ເຮົາ​ເຫັນ ແລະ ຊ່ວຍ​ເຮົາ​ໃຫ້​ຈື່​ຈຳ​ການ​ເຊື່ອມ​ໂຍງ​ຂອງ​ເຮົາ​ກັບ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ສະ​ເໝີ ຂະ​ນະ​ທີ່​ເຮົາ​ກ້າວ​ໄປ​ຕາມ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ.

ຮູບ​ພາບ
ຮູບ​ປັ້ນ​ຂອງ​ພຣະ​ຄຣິດ

ທິດ​ທາງ​ທີ່​ສຳ​ຄັນ​ສຳ​ລັບ​ເຮົາ​ທຸກ​ຄົນ​ໃນ​ຊ່ວງ​ມະ​ຕະ ແມ່ນ​ການ​ມາ​ຫາ ແລະ ເປັນ​ຄົນ​ດີ​ພ້ອມ​ໃນ​ພຣະ​ຄຣິດ.16 ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ​ທີ່​ສັກ​ສິດ ຊ່ວຍ​ເຮົາ​ໃຫ້​ຮັກ​ສາ​ຈຸດ​ສຸມ​ຂອງ​ເຮົາ​ຢູ່​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພະ​ຍາ​ຍາມ, ດ້ວຍ​ພຣະ​ຄຸນ​ຂອງ​ພຣະ​ອົງ,17 ເພື່ອ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ຂຶ້ນ. ແນ່ນອນ​ທີ່​ສຸດ, “ອຳ​ນາດ​ລຶກ​ລ້ຳ​ຈະ​ຄ້ຳ​ເຈົ້າ ແລະ ເຮົາ ໃນ​ອຸ​ດົມ​ການ​ທີ່​ຊັດ​ຈິງ.”18

ຈັບ​ຮາວ​ເຫລັກ​ໄວ້​ໃຫ້​ແໜ້ນ

ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ທີ່​ເຊື່ອມ​ໂຍງ​ເຮົາ​ເຂົ້າ​ກັບ​ພຣະ​ເຈົ້າ ແລະ ພຣະ​ເຢ​ຊູ​ຄຣິດ​ເປັ​ນ​ຊ່ອງ​ທາງ​ທີ່​ເຮົາ​ຈະ​ໄດ້​ຮັບ​ຄວາມ​ສາ​ມາດ ແລະ ຄວາມ​ເຂັ້ມ​ແຂງ​ໃນ​ການ “ບໍ່​ຫົວ​ຊາ.” ແລະ ພັນ​ທະ​ນີ້​ແຂງ​ແກ່ນ​ຂຶ້ນ​ເມື່ອ​ເຮົາ​ສືບ​ຕໍ່​ຈັບ​ຮາວ​ເຫລັກ​ໄວ້​ໃຫ້​ແໜ້ນ. ແຕ່​ດັ່ງ​ທີ່​ພວກ​ອ້າຍ​ຂອງ​ນີ​ໄຟ​ໄດ້​ຖາມ​ວ່າ, “ຮາວ​ເຫລັກ​ທີ່​ບິ​ດາ​ຂອງ​ພວກ​ເຮົາ​ເຫັນ … ນັ້ນ ໝາຍ​ຄວາມ​ວ່າ​ແນວ​ໃດ?

ແລະ [ນີ​ໄຟ] ຕອບ​ພວກ​ເຂົາ, ນັ້ນ​ຄື ພຣະ​ຄຳ​ຂອງ​ພຣະ​ເຈົ້າ; ແລະ ຜູ້​ໃດ​ທີ່​ຈະ​ເຊື່ອ​ຟັງ ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ແລະ ຈະ ຈັບ​ມັນ​ໄວ້​ໃຫ້​ແໜ້ນ, ພວກ​ເຂົາ​ຈະ​ບໍ່​ຕາຍ​ເລີຍ; ທັງ​ສິ່ງ​ລໍ້​ລວງ ແລະ ລູກ​ສອນ​ໄຟ​ຂອງ​ຜູ້​ປໍ​ລະ​ປັກ​ກໍ​ຈະ​ບໍ່​ອາດ​ເອົາ​ຊະ​ນະ​ໂດຍ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ຕາ​ບອດ ເພື່ອ​ຈະ​ນຳ​ພວກ​ເຂົາ​ໄປ​ສູ່​ຄວາມ​ພິ​ນາດ​ໄດ້.”19

ກະ​ລຸ​ນາ​ສັງ​ເກດ​ວ່າ ຄວາມ​ສາ​ມາດ​ໃນ​ການ​ຕ້ານ​ທານ​ການ​ລໍ້​ລວງ ແລະ ລູກ​ສອນ​ໄຟ​ຂອງ​ຜູ້​ປໍ​ລະ​ປັກ ຖືກ​ສັນ​ຍາ​ໄວ້​ກັບ​ຄົນ​ທີ່ “ຈັບ [ພຣະ​ຄຳ​ຂອງ​ພຣະ​ເຈົ້າ] ໄວ້​ໃຫ້​ແໜ້ນ” ແທນ​ທີ່​ຈະ​ພຽງ​ແຕ່ “ກອດ [ພຣະ​ຄຳ​ຂອງ​ພຣະ​ເຈົ້າ] ໄວ້” ເທົ່າ​ນັ້ນ.

ໜ້າ​ສົນ​ໃຈ, ອັກ​ຄະ​ສາ​ວົກ​ໂຢ​ຮັນ​ໄດ້​ບັນ​ຍາຍ​ເຖິງ​ພຣະ​ເຢ​ຊູ​ຄຣິດ ວ່າ​ເປັນ​ພຣະ​ທຳ.20

“ເມື່ອ​ຕົ້ນ​ເດີມ​ນັ້ນ ພຣະ​ທຳ, ຊົງ​ເປັນ​ຢູ່​ແລ້ວ ພຣະ​ທຳ ນັ້ນ​ຊົງ​ສະ​ຖິດ​ຢູ່​ກັບ​ພຣະ​ເຈົ້າ, ແລະ ພຣະ​ທຳ ນັ້ນ​ແຫລະ ຊົງ​ເປັນ​ພຣະ​ເຈົ້າ. …

“ພຣະ​ອົງ​ໄດ້​ຊົງ​ສ້າງ​ທຸກ​ສິ່ງ​ຂຶ້ນ​ໂດຍ​ທາງ​ພຣະ​ທຳ; ໃນ​ບັນ​ດາ​ສິ່ງ​ທີ່​ເປັນ​ມາ​ນັ້ນ ບໍ່​ມີ​ສິ່ງ​ໜຶ່ງ​ສິ່ງ​ໃດ​ທີ່​ເປັນ​ມາ​ໂດຍ​ນອກ​ຈາກ​ພຣະ​ທຳ. …

“ແລະ ພຣະ​ທຳ ໄດ້​ຊົງ​ບັງ​ເກີດ​ເປັນ​ມະ​ນຸດ, ແລະ ອາ​ໄສ​ຢູ່​ທ່າມ​ກາງ​ເຮົາ​ທັງ​ຫລາຍ, (ແລະ ພວກ​ເຮົາ​ທັງ​ຫລາຍ​ໄດ້​ເຫັນ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ, ຄື​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ບິ​ດາ,) ເຕັມ​ໄປ​ດ້ວຍ​ພຣະ​ຄຸນ ແລະ ຄວາມ​ຈິງ.”21

ດັ່ງ​ນັ້ນ, ໜຶ່ງ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແມ່ນ “ພຣະ​ທຳ.”22

ນອກ​ເໜືອ​ຈາກ​ນັ້ນ, ຫລັກ​ແຫ່ງ​ຄວາມ​ເຊື່ອ​ຂໍ້​ທີ​ແປດ ລະ​ບຸ​ວ່າ, “ພວກ​ເຮົາ​ເຊື່ອ​ວ່າ ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ເປັນ ພຣະ​ຄຳ​ຂອງ​ພຣະ​ເຈົ້າ ຕາບ​ໃດ​ທີ່​ແປ​ມັນ​ຖືກ​ຕ້ອງ; ພວກ​ເຮົາ​ເຊື່ອ​ອີກ​ວ່າ ພຣະ​ຄຳ​ພີ​ມໍ​ມອນ​ເປັນ ພຣະ​ຄຳ​ຂອງ​ພຣະ​ເຈົ້າ.”23

ດັ່ງ​ນັ້ນ, ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ດັ່ງ​ທີ່​ມີ​ບັນ​ທຶກ​ຢູ່​ໃນ​ພຣະ​ຄຳ​ພີ​ສັກ​ສິດ, ແມ່ນ “ພຣະ​ທຳ.”

ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ວ່າ ການ​ຈັບ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໄວ້​ໃຫ້​ແໜ້ນ​ແມ່ນ​ຮ່ວມ​ດ້ວຍ (1) ການ​ລະ​ນຶກ​ເຖິງ, ການ​ໃຫ້​ກຽດ, ແລະ ການ​ເສີມ​ສ້າງ​ຄວາມ​ສຳ​ພັນ​ສ່ວນ​ຕົວ​ທີ່​ເຮົາ​ມີ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ບິ​ດາ​ຂອງ​ພຣະ​ອົງ ຜ່ານ​ທາງ​ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ ແລະ (2) ການ​ໃຊ້​ພຣະ​ຄຳ​ພີ​ສັກ​ສິດ ແລະ ຄຳ​ສອນ​ຂອງ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ທີ່​ມີ​ຊີ​ວິດ​ຢູ່​ດ້ວຍ​ການ​ອະ​ທິ​ຖານ, ຢ່າງ​ພາກ​ພຽນ, ແລະ ຢ່າງ​ສະ​ໝ່ຳ​ສະ​ເໝີ ໃຫ້​ເປັນ​ແຫລ່ງ​ທີ່​ແນ່​ນອນ​ຂອງ​ຄວາມ​ຈິງ​ທີ່​ຖືກ​ເປີດ​ເຜີຍ. ຂະ​ນະ​ທີ່​ເຮົາ​ຖືກ​ຜູກ​ມັດ ແລະ “ຍຶດ​ໝັ້ນ” ທີ່​ພຣະ​ຜູ້​ເປັນ​ເຈົ້າ ແລະ ຖືກ​ປ່ຽນ​ແປງ​ໂດຍ​ການ​ດຳ​ລົງ​ຊີ​ວິດ​ຕາມ​ຄຳ​ສອນ​ຂອງ​ພຣະ​ອົງ,24 ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ເຮົາ​ຈະ​ໄດ້​ຮັບ​ພອນ​ເປັນ​ສ່ວນ​ບຸກ​ຄົນ ແລະ ເປັນ​ກຸ່ມ​ໃຫຍ່ ເພື່ອ “ຢືນ​ຢູ່​ໃນ​ສະ​ຖານ​ທີ່​ສັກ​ສິດ, ແລະ ບໍ່​ຫວັ່ນ​ໄຫວ.”25 ຖ້າ​ຫາກ​ເຮົາ​ຢູ່​ນຳ​ພຣະ​ຄຣິດ, ແລ້ວ​ພຣະ​ອົງ​ຈະ​ສະ​ຖິດ​ຢູ່​ນຳ​ເຮົາ ແລະ ເດີນ​ໄປ​ກັບ​ເຮົາ.26 ແນ່​ນອນ, “ໃນ​ວັນ​ໂສກ​ເສົ້າ​ອົງ​ພຣະ​ເຈົ້າ​ຈະ​ປອບ​ໂຍນ, ເພີ່ມ​ຜົນ​ອຸ​ດົມ​ການ​ຊັດ​ຈິງ.”27

ປະ​ຈັກ​ພະ​ຍານ

ເດີນ​ໄປ. ຍຶດ​ໝັ້ນ. ຢ່າ​ຫົວ​ຊາ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ຄວາມ​ຊື່​ສັດ​ຕໍ່​ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຈະ​ຊ່ວຍ​ໃຫ້​ເຮົາ ເດີນ​ໄປ ໃນ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເພື່ອ ຍຶດ​ໝັ້ນ ຢູ່​ທີ່​ພຣະ​ອົງ​ໃນ​ຖາ​ນະ​ພຣະ​ທຳ​ຂອງ​ພຣະ​ເຈົ້າ, ແລະ ບໍ່​ຫົວ​ຊາ ສິ່ງ​ທີ່​ລໍ້​ໃຈ​ຂອງ​ຜູ້​ປໍ​ລະ​ປັກ. ໃນ​ການ​ຕໍ່​ສູ້​ເພື່ອ​ຄວາມ​ຖືກ​ຕ້ອງ, ຂໍ​ໃຫ້​ເຮົາ​ແຕ່​ລະ​ຄົນ​ຈົ່ງ​ແກວ່ງ​ດາບ, ແມ່ນ​ແຕ່ “ດາບ​ແຫ່ງ​ຄວາມ​ຈິງ,”28 ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ອາ​ແມນ.