ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
“ເວ​ລາ​ນັ້ນ​ເຮົາ​ຈະ​ເຮັດ​ໃຫ້​ສິ່ງ​ທີ່​ອ່ອນ​ແອ​ນັ້ນ​ກັບ​ມາ​ເຂັ້ມ​ແຂງ”
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2022


“ເວ​ລາ​ນັ້ນ​ເຮົາ​ຈະ​ເຮັດ​ໃຫ້​ສິ່ງ​ທີ່​ອ່ອນ​ແອ​ນັ້ນ​ກັບ​ມາ​ເຂັ້ມ​ແຂງ”

ເມື່ອ​ເຮົາ​ຖ່ອມ​ຕົວ ແລະ ໃຊ້​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ, ພຣະ​ຄຸນ​ຂອງ​ພຣະ​ຄຣິດ ແລະ ການ​ເສຍ​ສະ​ລະ​ຊົດ​ໃຊ້​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ອົງ ຈະ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ທີ່​ຈະ​ປ່ຽນ​ແປງ.

ປະ​ທານ​ທອມ​ມັສ ແອັສ ມອນ​ສັນ ຄັ້ງ​ໜຶ່ງ​ໄດ້​ເລົ່າ​ເລື່ອງ​ໜຶ່ງ​ກ່ຽວ​ກັບ​ຜູ້​ຄຸມ​ຄຸກ​ຊື່ ຄະ​ລິນ​ຕັນ ດັບ​ຟີ ໃຫ້​ຟັງ. “ໃນ​ຊຸມ​ປີ 1940 ແລະ 1950, [ທ່ານ​ດັບ​ຟີ​ຜູ້​ຄຸມ​ຄຸກ] ມີ​ຊື່​ສຽງ​ສຳ​ລັບ​ຄວາມ​ພະ​ຍາ​ຍາມ​ຂອງ​ເພິ່ນ​ໃນ​ການ​ດັດ​ສ້າງ​ຜູ້​ຊາຍ​ຢູ່​ໃນ​ຄຸກ​ຂອງ​ເພິ່ນ. ນັກ​ວິ​ຈານ​ຄົນ​ໜຶ່ງ​ໄດ້​ກ່າວ​ວ່າ, ‘ທ່ານ​ຮູ້​ບໍ​ວ່າ ເສືອ​ດາວ​ຈະ​ປ່ຽນ​ລາຍ​ຂອງ​ມັນ​ບໍ່​ໄດ້!’

“ທ່ານ​ດັບ​ຟີ​ໄດ້​ຕອບ​ວ່າ, ‘ທ່ານ​ຄວນ​ຮູ້​ວ່າ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ດັດ​ສ້າງ​ເສືອ​ດາວ. ຂ້າ​ພະ​ເຈົ້າ​ດັດ​ສ້າງ​ຜູ້​ຊາຍ ແລະ ຜູ້​ຊາຍ​ປ່ຽນ​ແປງ​ທຸກ​ວັນ.’”1

ຄຳ​ຕົວະ​ຢ່າງ​ໜຶ່ງ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ຊາ​ຕານ​ແມ່ນ ຜູ້​ຊາຍ ແລະ ຜູ້​ຍິງ ບໍ່​ສາ​ມາດ​ປ່ຽນ​ແປງ​ໄດ້. ຄວາມ​ບໍ່​ຈິງ​ນີ້​ໄດ້​ຖືກ​ບອກ​ເລົ່າ ແລະ ເລົ່າ​ຄືນ​ໃນ​ຫລາຍ​ວິ​ທີ​ທາງ ດັ່ງ​ທີ່​ຊາວ​ໂລກ​ເວົ້າ​ວ່າ ເຮົາ​ບໍ່​ສາ​ມາດ​ປ່ຽນ​ແປງ​ໄດ້—ຫລື ຮ້າຍ​ກວ່າ​ນັ້ນ, ວ່າ​ເຮົາ​ບໍ່​ຄວນ​ປ່ຽນ​ແປງ. ເຮົາ​ໄດ້​ຖືກ​ສິດ​ສອນ​ວ່າ ສະ​ຖາ​ນະ​ການ​ຂອງ​ເຮົາ​ເປັນ​ສິ່ງ​ກຳ​ນົດ​ເຮົາ. ເຮົາ​ຄວນ “ຍອມ​ຮັບ​ຜູ້​ທີ່​ເຮົາ​ເປັນ​ຢູ່,” ຊາວ​ໂລກ​ກ່າວ, “ແລະ ໃຫ້​ເປັນ​ຕົວ​ຂອງ​ເຮົາ​ເອງ.”

ເຮົາ​ສາ​ມາດ​ປ່ຽນ​ແປງ​ໄດ້

ເຖິງ​ແມ່ນ​ວ່າ​ການ​ເປັນ​ຕົວ​ຂອງ​ເຮົາ​ເອງ​ເປັນ​ສິ່ງ​ດີ, ແຕ່​ເຮົາ​ຄວນ​ເປັນ​ຕົວ​ຂອງ​ເຮົາ​ເອງ​ຢ່າງ​ແທ້​ຈິງ, ໃນ​ຖາ​ນະ​ບຸດ ແລະ ທິ​ດາ​ຂອງ​ພຣະ​ເຈົ້າ ດ້ວຍ​ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ ແລະ ຕໍ່​ຈຸດ​ໝາຍ​ປາຍ​ທາງ ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ.2 ຖ້າ​ເປົ້າ​ໝາຍ​ຂອງ​ເຮົາ​ຄື​ຕ້ອງ​ເປັນ​ຈິງ​ຕໍ່​ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ ແລະ ຈຸດ​ໝາຍ​ປາຍ​ທາງ​ນີ້, ແລ້ວ​ເຮົາ​ທຸກ​ຄົນ​ຈະ​ຕ້ອງ​ໄດ້​ປ່ຽນ​ແປງ. ຄຳ​ໜຶ່ງ​ໃນ​ພຣະ​ຄຳ​ພີ​ສຳ​ລັບ​ການ​ປ່ຽນ​ແປງ​ແມ່ນ ການ​ກັບ​ໃຈ. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ສິດ​ສອນ​ວ່າ, “ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ຄິດ​ວ່າ ການ​ກັບ​ໃຈ​ເປັນ​ການ​ລົງ​ໂທດ—ເປັນ​ບາງ​ສິ່ງ​ທີ່​ຕ້ອງ​ຫລີກ​ເວັ້ນ ນອກ​ຈາກ​ໃນ​ສະ​ພາບ​ການ​ທີ່​ຮ້າຍ​ແຮງ​ເທົ່າ​ນັ້ນ. … ເມື່ອ​ພຣະ​ເຢ​ຊູ​ຂໍ​ໃຫ້​ທ່ານ ແລະ ຂ້າ​ພະ​ເຈົ້າ ‘ກັບ​ໃຈ,’ ພຣະ​ອົງ​ໄດ້​ເຊື້ອ​ເຊີນ​ເຮົາ​ໃຫ້​ປ່ຽນ.”3

ເງື່ອນ​ໄຂ​ຂອງ​ພຣະ​ເຈົ້າ

ຜູ້​ພັດ​ທະ​ນາ​ຊອບ​ແວ​ຄອມ​ພິວ​ເຕີ​ໄດ້​ໃຊ້​ເງື່ອນ​ໄຂ​ເພື່ອ​ສັ່ງ​ໃຫ້​ຄອມ​ພິວ​ເຕີ​ທຳ​ງານ. ສິ່ງ​ເຫລົ່າ​ນີ້​ບາງ​ເທື່ອ​ເອີ້ນ​ວ່າ​ຄຳ​ສັ່ງ ຖ້າ-ແລ້ວ. ເຊັ່ນ​ດຽວ​ກັບ, ຖ້າ x ເປັນ​ຈິງ, ແລ້ວ​ໃຫ້​ເຮັດ y.

ພຣະ​ຜູ້​ເປັນ​ເຈົ້າ​ກໍ​ດຳ​ເນີນ​ການ​ຜ່ານ​ທາງ​ເງື່ອນ​ໄຂ​ຕ່າງໆ: ເງື່ອນ​ໄຂ​ຂອງ​ສັດ​ທາ, ເງື່ອນ​ໄຂ​ຂອງ​ຄວາມ​ຊອບ​ທຳ, ເງື່ອນ​ໄຂ​ຂອງ​ການ​ກັບ​ໃຈ. ມີ​ຫລາຍ​ຕົວ​ຢ່າງ​ກ່ຽວ​ກັບ​ເງື່ອນ​ໄຂ​ຈາກ​ພຣະ​ເຈົ້າ ດັ່ງ​ເຊັ່ນ:

ຖ້າ ເຈົ້າ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ ແລະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ [ແລ້ວ] ເຈົ້າ​ຈະ​ມີ​ຊີ​ວິດ​ນິ​ລັນ​ດອນ, ຊຶ່ງ​ເປັນ​ຂອງ​ປະ​ທານ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ຂອງ​ປະ​ທານ​ທັງ​ໝົດ​ຂອງ​ພຣະ​ເຈົ້າ.”4

ຫລື “ຖ້າ ຫາກ​ທ່ານ​ທູນ​ຖາມ​ດ້ວຍ​ໃຈ​ຈິງ, ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ, ໂດຍ​ມີ​ສັດ​ທາ​ໃນ​ພຣະ​ຄຣິດ, [ແລ້ວ] ພຣະ​ອົງ​ຈະ​ສະ​ແດງ​ຄວາມ​ຈິງ​ຂອງ​ເລື່ອງ​ນີ້​ໃຫ້​ປະ​ຈັກ​ແກ່​ທ່ານ, ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.”5

ແມ່ນ​ແຕ່​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ, ເຖິງ​ແມ່ນ​ບໍ່​ມີ​ຂອບ​ເຂດ ແລະ ສົມ​ບູນ​ແບບ, ແຕ່​ກໍ​ຢູ່​ພາຍ​ໃຕ້​ເງື່ອນ​ໄຂ.6 ຍົກ​ຕົວ​ຢ່າງ:

ຖ້າ ພວກ​ເຈົ້າ​ເຊື່ອ​ຟັງ​ບັນ​ຍັດ​ຂອງ​ເຮົາ, [ແລ້ວ] ພວກ​ເຈົ້າ​ກໍ​ຈະ​ຕັ້ງ​ຢູ່​ໃນ​ຄວາມ​ຮັກ​ຂອງ​ເຮົາ ເໝືອນ​ດັ່ງ​ເຮົາ​ໄດ້​ເຊື່ອ​ຟັງ​ບັນ​ຍັດ​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ ແລະ ຕັ້ງ​ຢູ່​ໃນ​ຄວາມ​ຮັກ​ຂອງ​ພຣະ​ອົງ.”7

ແອວ​ເດີ ດີ ທອດ ຄຣິສ​ໂຕ​ເຟີ​ສັນ ໄດ້​ອະ​ທິ​ບາຍ​ເພີ່ມ​ເຕີມ​ກ່ຽວ​ກັບ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ນີ້ ເມື່ອ​ເພິ່ນ​ສິດ​ສອນ​ວ່າ: “ບາງ​ຄົນ​ມັກ​ຈະ​ກ່າວ​ດັ່ງ​ຕໍ່​ໄປ​ນີ້​ວ່າ, ‘ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຮັກ​ເຮົາ​ດັ່ງ​ທີ່​ເຮົາ​ເປັນ​ຢູ່,’ ແລະ ແນ່​ນອນ​ວ່າ​ນັ້ນ​ກໍ​ເປັນ​ຄວາມ​ຈິງ. ແຕ່​ພຣະ​ອົງ​ບໍ່​ສາ​ມາດ​ຮັບ​ເອົາ​ເຮົາ​ຈັກ​ຄົນ​ເຂົ້າ​ໄປ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ໄດ້​ດັ່ງ​ທີ່​ເຮົາ​ເປັນ​ຢູ່, ‘ເພາະ​ວ່າ ສິ່ງ​ທີ່​ບໍ່​ສະ​ອາດ​ຈະ​ບໍ່​ສາ​ມາດ ຢູ່​ໃນ​ທີ່​ນັ້ນ, ຫລື ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ອົງ’ [ໂມ​ເຊ 6:57]. ບາບ​ຂອງ​ເຮົາ​ຕ້ອງ​ຖືກ​ແກ້​ໄຂ​ກ່ອນ.”8

ສິ່ງ​ທີ່​ອ່ອນ​ແອ​ສາ​ມາດ​ກັບ​ມາ​ເຂັ້ມ​ແຂງ

ພອນ​ຂອງ​ການ​ໄດ້​ຮັບ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ເພື່ອ​ຊ່ວຍ​ເຮົາ​ປ່ຽນ​ແປງ​ກໍ​ເປັນ​ເງື່ອນ​ໄຂ​ຄື​ກັນ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເມື່ອ​ກ່າວ​ຜ່ານ​ທາງ​ສາດ​ສະ​ດາ​ໂມ​ໂຣ​ໄນ ໃນ​ພຣະ​ຄຳ​ພີ​ມໍ​ມອນ, ໄດ້​ສິດ​ສອນ​ວ່າ: “ຖ້າ​ຫາກ​ມະ​ນຸດ​ມາ​ຫາ​ເຮົາ, ເຮົາ​ຈະ​ສະ​ແດງ​ໃຫ້​ເຂົາ​ເຫັນ​ຄວາມ​ອ່ອນ​ແອ​ຂອງ​ເຂົາ. ເຮົາ​ຈະ​ມອບ​ຄວາມ​ອ່ອນ​ແອ​ໃຫ້​ມະ​ນຸດ ເພື່ອ​ເຂົາ​ຈະ​ໄດ້​ຖ່ອມ​ຕົວ; ແລະ ພຣະ​ຄຸນ​ຂອງ​ເຮົາ​ມີ​ພຽງ​ພໍ​ສຳ​ລັບ​ຄົນ​ທັງ​ປວງ​ທີ່​ຖ່ອມ​ຕົວ​ຕໍ່​ໜ້າ​ເຮົາ; ເພາະ​ຖ້າ​ຫາກ​ເຂົາ​ຖ່ອມ​ຕົວ​ຕໍ່​ໜ້າ​ເຮົາ, ແລະ ມີ​ສັດ​ທາ​ໃນ​ເຮົາ, ເວ​ລາ​ນັ້ນ​ເຮົາ​ຈະ​ເຮັດ​ໃຫ້​ສິ່ງ​ທີ່​ອ່ອນ​ແອ​ນັ້ນ​ກັບ​ມາ​ເຂັ້ມ​ແຂງ​ສຳ​ລັບ​ເຂົາ.”9

ເມື່ອ​ຫລຽວ​ເບິ່ງ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ສິດ​ສອນ​ເຮົາ​ໃນ​ຂໍ້​ນີ້​ໃຫ້​ລະ​ອຽດ​ຫລາຍ​ຂຶ້ນ, ເຮົາ​ເຫັນ​ວ່າ ທຳ​ອິດ​ພຣະ​ອົງ​ໄດ້​ກ່າວ​ວ່າ ພຣະ​ອົງ​ໄດ້​ໃຫ້ ຄວາມ​ອ່ອນ​ແອ, ເປັນ​ຄຳ​ເອ​ກະ​ພົດ, ໃຫ້​ຊາຍ ແລະ ຍິງ ຊຶ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ປະ​ສົບ​ການ​ໃນ​ຊ່ວງ​ມະ​ຕະ ໃນ​ສະ​ພາບ​ທີ່​ຕົກ​ຕ່ຳ ແລະ ແຫ່ງ​ກາມ​ມະ​ລົມ. ເຮົາ​ກາຍ​ເປັນ​ຊາຍ ແລະ ຍິງ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ ຍ້ອນ​ການ​ຕົກ​ຂອງ​ອາ​ດາມ. ແຕ່​ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ສາ​ມາດ​ເອົາ​ຊະ​ນະ​ຄວາມ​ອ່ອນ​ແອ​ຂອງ​ເຮົາ, ແລະ ສະ​ພາບ​ການ​ຕົກ​ຂອງ​ເຮົາ​ໄດ້.

ແລ້ວ​ພຣະ​ອົງ​ກ່າວ​ວ່າ ພຣະ​ຄຸນ​ຂອງ​ພຣະ​ອົງ​ມີ​ພຽງ​ພໍ ແລະ ວ່າ ຖ້າ ຫາກ​ເຮົາ​ຈະ​ຖ່ອມ​ຕົວ ແລະ ມີ​ສັດ​ທາ​ໃນ​ພຣະ​ອົງ, ແລ້ວ ພຣະ​ອົງ “ຈະ​ເຮັດ​ໃຫ້ ສິ່ງ ທີ່​ອ່ອນ​ແອ [ເປັນ​ຄຳ​ພະ​ຫຸ​ພົດ] ກັບ​ມາ​ເຂັ້ມ​ແຂງ​ສຳ​ລັບ [ເຮົາ].” ໃນ​ອີກ​ຄຳ​ໜຶ່ງ, ເມື່ອ​ເຮົາ​ປ່ຽນ​ແປງ​ສະ​ພາບ​ການ​ຕົກ​ຂອງ​ເຮົາ, ຄວາມ​ອ່ອນ​ແອ​ຂອງ​ເຮົາ, ແລ້ວ​ເຮົາ​ຈະ​ສາ​ມາດ​ປ່ຽນ​ແປງ​ການ​ປະ​ພຶດ​ຂອງ​ເຮົາ, ຄວາມ​ອ່ອນ​ແອ​ຂອງ​ເຮົາ.

ຂໍ້​ຮຽກ​ຮ້ອງ​ໃນ​ການ​ປ່ຽນ​ແປງ

ໃຫ້​ເຮົາ​ມາ​ທົບ​ທວນ​ຂໍ້​ຮຽກ​ຮ້ອງ​ໃນ​ການ​ປ່ຽນ​ແປງ​ອີງ​ຕາມ​ແບບ​ແຜນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ:

ທຳ​ອິດ, ເຮົາ​ຕ້ອງ​ຖ່ອມ​ຕົວ. ເງື່ອນ​ໄຂ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ລັບ​ການ​ປ່ຽນ​ແປງ​ແມ່ນ​ຄວາມ​ຖ່ອມ​ຕົວ. “ຖ້າ ເຂົາ​ຖ່ອມ​ຕົວ​ຕໍ່​ໜ້າ​ເຮົາ,”10 ພຣະ​ອົງ​ກ່າວ. ກົງ​ກັນ​ຂ້າມ​ກັບ​ຄວາມ​ຖ່ອມ​ຕົວ​ແມ່ນ​ຄວາມ​ທະ​ນົງ​ຕົວ. ຄວາມ​ທະ​ນົງ​ຕົວ​ມີ​ຢູ່​ເມື່ອ​ເຮົາ​ຄິດ​ວ່າ​ເຮົາ​ຮູ້​ຫລາຍ​ກວ່າ—ເມື່ອ​ສິ່ງ​ທີ່ ເຮົາ ຄິດ ຫລື ຮູ້​ສຶກ​ສຳ​ຄັນ​ກວ່າ​ສິ່ງ​ທີ່ ພຣະ​ເຈົ້າ ຄິດ ຫລື ຮູ້​ສຶກ.

ກະ​ສັດ​ເບັນ​ຢາ​ມິນ​ໄດ້​ສິດ​ສອນ​ວ່າ “ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ​ເປັນ​ສັດ​ຕູ​ກັບ​ພຣະ​ເຈົ້າ ແລະ ເປັນ​ມາ​ແລ້ວ, … ຕະ​ຫລອດ​ການ ແລະ ຕະ​ຫລອດ​ໄປ, ເວັ້ນ​ເສຍ​ແຕ່​ພວກ​ເຂົາ … ປະ​ຖິ້ມ​ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ ແລະ ກາຍ​ມາ​ເປັນ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໂດຍ​ການ​ຊົດ​ໃຊ້​ຂອງ​ອົງ​ພຣະ​ຄຣິດ, ແລະ ກາຍ​ເປັນ​ຄື​ກັນ​ກັບ​ເດັກ​ນ້ອຍ, ບອກ​ລອນ​ສອນ​ງ່າຍ, ອ່ອນ​ໂຍນ, [ແລະ] ຖ່ອມ​ຕົວ.”11

ເພື່ອ​ຈະ​ປ່ຽນ​ແປງ, ເຮົາ​ຕ້ອງ​ປະ​ຖິ້ມ​ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ ແລະ ກາຍ​ເປັນ​ຄົນ​ຖ່ອມ​ຕົວ ແລະ ບອກ​ລອນ​ສອນ​ງ່າຍ. ເຮົາ​ຕ້ອງ​ຖ່ອມ​ຕົວ​ພຽງ​ພໍ​ທີ່​ຈະ​ເຮັດ​ຕາມ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່. ຖ່ອມ​ຕົວ​ພຽງ​ພໍ​ທີ່​ຈະ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ວິ​ຫານ. ຖ່ອມ​ຕົວ​ພຽງ​ພໍ​ທີ່​ຈະ​ກັບ​ໃຈ​ທຸກວັນ. ເຮົາ​ຕ້ອງ​ຖ່ອມ​ຕົວ​ພຽງ​ພໍ​ທີ່​ຈະ​ຢາກ​ປ່ຽນ​ແປງ, ທີ່​ຈະ “ຍອມ​ຖວາຍ​ໃຈ​ຂອງ​ເຮົາ​ແດ່​ພຣະ​ເຈົ້າ.”12

ສອງ, ເຮົາ​ຕ້ອງ​ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ. ອີກ​ຄັ້ງ, ພຣະ​ຄຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ: “ຖ້າ​ຫາກ​ເຂົາ​ຖ່ອມ​ຕົວ​ຕໍ່​ໜ້າ​ເຮົາ, ແລະ ມີ​ສັດ​ທາ​ໃນ​ເຮົາ,”13 ພຣະ​ອົງ​ຈະ​ປະ​ທານ​ພະ​ລັງ​ໃຫ້​ເຮົາ​ເພື່ອ​ເອົາ​ຊະ​ນະ​ຄວາມ​ອ່ອນ​ແອ​ຂອງ​ເຮົາ. ຄວາມ​ຖ່ອມ​ຕົວ, ບວກ​ໃສ່​ກັບ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ, ຈະ​ອະ​ນຸ​ຍາດ​ໃຫ້​ເຮົາ​ເຂົ້າ​ເຖິງ​ອຳ​ນາດ​ທີ່​ຊ່ວຍ​ໃຫ້​ສາ​ມາດ​ແຫ່ງ​ພຣະ​ຄຸນ​ຂອງ​ພຣະ​ອົງ ແລະ ຄວາມ​ສົມ​ບູນ​ຂອງ​ພອນ​ທີ່​ມີ​ໃຫ້ ເພາະ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ.

ປະ​ທານ​ແນວ​ສັນ ໄດ້​ສິດ​ສອນ​ວ່າ “ການ​ກັບ​ໃຈ​ທີ່​ແທ້​ຈິງ​ເລີ່ມ​ຕົ້ນ​ດ້ວຍ​ສັດ​ທາ​ວ່າ ພຣະ​ເຢ​ຊູ​ຄຣິດ​ມີ​ອຳ​ນາດ​ທີ່​ຈະ​ຊຳ​ລະ​ລ້າງ, ປິ່ນ​ປົວ, ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ເຮົາ. … ມັນ​ແມ່ນ​ສັດ​ທາ ຂອງ​ເຮົາ ທີ່​ເປີດ​ອຳ​ນາດ​ຂອງ​ພຣະ​ເຈົ້າ ໃນ​ຊີ​ວິດ ຂອງ​ເຮົາ.”14

ສາມ, ຜ່ານ​ທາງ​ພຣະ​ຄຸນ​ຂອງ​ພຣະ​ອົງ ພຣະ​ອົງ​ສາ​ມາດ​ເຮັດ​ໃຫ້​ສິ່ງ​ທີ່​ອ່ອນ​ແອ​ກັບ​ມາ​ເຂັ້ມ​ແຂງ​ໄດ້. ຖ້າ ຫາກ​ເຮົາ​ຖ່ອມ​ຕົວ ແລະ ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ, ແລ້ວ ພຣະ​ຄຸນ​ຂອງ​ພຣະ​ອົງ​ຈະ​ຊ່ວຍ​ໃຫ້​ເຮົາ​ສາ​ມາດ​ປ່ຽນ​ແປງ​ໄດ້. ໃນ​ອີກ​ຄຳ​ໜຶ່ງ, ພຣະ​ອົງ​ຈະ​ມອບ​ອຳ​ນາດ​ໃຫ້​ເຮົາ​ເພື່ອ​ປ່ຽນ​ແປງ. ມັນ​ເປັນ​ໄປ​ໄດ້​ຍ້ອນ​ວ່າ, ດັ່ງ​ທີ່​ພຣະ​ອົງ​ກ່າວ, “ພຣະ​ຄຸນ​ຂອງ​ເຮົາ​ມີ​ພຽງ​ພໍ​ສຳ​ລັບ​ຄົນ​ທັງ​ປວງ.”15 ພຣະ​ຄຸນ​ທີ່​ເພີ່ມ​ຄວາມ​ເຂັ້ມ​ແຂງ, ທີ່​ຊ່ວຍ​ໃຫ້​ສາ​ມາດ​ຂອງ​ພຣະ​ອົງ ໄດ້​ມອບ​ພະ​ລັງ​ໃຫ້​ເຮົາ​ເພື່ອ​ເອົາ​ຊະ​ນະ​ອຸ​ປະ​ສັກ ທັງ​ໝົດ, ການ​ທ້າ​ທາຍ ທັງ​ໝົດ, ແລະ ຄວາມ​ອ່ອນ​ແອ ທັງ​ໝົດ ຂະ​ນະ​ທີ່​ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ປ່ຽນ​ແປງ.

ຄວາມ​ອ່ອນ​ແອ​ຫລາຍ​ທີ່​ສຸດ​ຂອງ​ເຮົາ​ສາ​ມາດ​ກາຍ​ເປັນ​ພະ​ລັງ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ເຮົາ. ເຮົາ​ສາ​ມາດ​ປ່ຽນ​ແປງ ແລະ “ກາຍ​ມາ​ເປັນ​ຄົນ​ໃໝ່.”16 ສິ່ງ​ທີ່​ອ່ອນ​ແອ​ສາ​ມາດ “ກັບ​ມາ​ເຂັ້ມ​ແຂງ​ສຳ​ລັບ [ເຮົາ]” ແທ້ໆ.17

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ທຳ​ການ​ຊົດ​ໃຊ້​ອັນ​ບໍ່​ມີ​ຂອບ​ເຂດ ແລະ ເປັນ​ນິ​ລັນ​ດອນ​ຂອງ​ພຣະ​ອົງ​ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ປ່ຽນ​ແປງ, ກັບ​ໃຈ, ແລະ ເປັນ​ຄົນ​ດີ​ຂຶ້ນ​ໄດ້​ແທ້ໆ. ເຮົາ​ສາ​ມາດ​ເ​ກີດ​ໃໝ່​ໄດ້​ແທ້ໆ. ເຮົາ​ສາ​ມາດ​ເອົາ​ຊະ​ນະ​ນິ​ໄສ, ການ​ຕິດ​ແສດ, ແລະ ແມ່ນ​ແຕ່ “ບໍ່​ມີ​ໃຈ​ທີ່​ຈະ​ກະ​ທຳ​ຄວາມ​ຊົ່ວ.”18 ໃນ​ຖາ​ນະ​ບຸດ ແລະ ທິ​ດາ​ຂອງ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ໃນ​ສະ​ຫວັນ​ທີ່​ຊົງ​ຮັກ, ເຮົາ​ມີ​ພະ​ລັງ​ພາຍ​ໃນ​ຕົວ​ທີ່​ຈະ​ປ່ຽນ​ແປງ.

ຕົວ​ຢ່າງ​ຂອງ​ການ​ປ່ຽນ​ແປງ

ພຣະ​ຄຳ​ພີ​ກໍ​ເຕັມ​ໄປ​ດ້ວຍ​ຕົວ​ຢ່າງ​ຂອງ​ຊາຍ ແລະ ຍິງ ຜູ້​ໄດ້​ປ່ຽນ​ແປງ.

ໂຊ​ໂລ, ຄົນ​ຟາ​ຣີ​ຊາຍ ແລະ ຜູ້​ຂົ່ມ​ເຫັງ​ຊາວ​ຄຣິດ​ສະ​ຕຽນ​ສະ​ໄໝ​ບູ​ຮານ​ຢ່າງ​ຮ້າຍ​ແຮງ​ທີ່​ສຸດ,19 ໄດ້​ກາຍ​ເປັນ​ໂປ​ໂລ, ອັກ​ຄະ​ສາ​ວົກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຢ​ຊູ​ຄຣິດ.

ແອວ​ມາ ໄດ້​ເປັນ​ປະ​ໂລ​ຫິດ​ຢູ່​ໃນ​ສຳ​ນັກ​ຂອງ​ກະ​ສັດ​ໂນ​ອາ​ທີ່​ຊົ່ວ​ຮ້າຍ. ເພິ່ນ​ໄດ້​ຍິນ​ຄຳ​ເວົ້າ​ຂອງ​ອະ​ບີ​ນາ​ໄດ, ໄດ້​ກັບ​ໃຈ​ໂດຍ​ສົມ​ບູນ, ແລະ ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ພຣະ​ຄຳ​ພີ​ມໍ​ມອນ.

ແອວ​ມາ ລູກ​ຊາຍ​ຂອງ​ເພິ່ນ​ໄດ້​ໃຊ້​ເວ​ລາ​ໃນ​ໄວ​ໜຸ່ມ​ຂອງ​ລາວ​ສະ​ແຫວງ​ຫາ​ທີ່​ຈະ​ທຳ​ລາຍ​ສາດ​ສະ​ໜາ​ຈັກ. ລາວ​ເປັນ​ຜູ້​ໜຶ່ງ​ທີ່ “ຊົ່ວ​ຮ້າຍ​ແທ້ໆ​ໃນ​ຄົນ​ບາບ”20 ຈົນ​ກະ​ທັ້ງ​ລາວ​ໄດ້​ປ່ຽນ​ແປງ ແລະ ກາຍ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ມີ​ພະ​ລັງ​ດ້ວຍ​ຄວາມ​ພະ​ຍາ​ຍາມ​ຂອງ​ລາວ​ເອງ.

ໂມ​ເຊ ໄດ້​ຖືກ​ຮັບ​ເອົາ​ໄປ​ລ້ຽງ​ເປັນ​ລູກ​ບຸນ​ທຳ​ຢູ່​ໃນ​ຄອບ​ຄົວ​ຂອງ​ຟາ​ໂຣ ແລະ ໄດ້​ຖືກ​ລ້ຽງ​ດູ​ຢ່າງ​ຫລູ​ຫລາ​ໃນ​ຖາ​ນະ​ເຈົ້າ​ຊາຍ​ແຫ່ງ​ເອ​ຢິບ. ແຕ່​ເມື່ອ​ເພິ່ນ​ເຂົ້າ​ໃຈ​ວ່າ​ເພິ່ນ​ເປັນ​ໃຜ ແລະ ຮຽນ​ຮູ້​ກ່ຽວ​ກັບ​ຈຸດ​ໝາຍ​ປາຍ​ທາງ​ອັນ​ສູງ​ສົ່ງ​ຂອງ​ເພິ່ນ, ເພິ່ນ​ໄດ້​ປ່ຽນ​ແປງ ແລະ ກາຍ​ເປັນ​ຜູ້​ໃຫ້​ກົດ​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ຄຳ​ພີ​ເດີມ.21

ພໍ່​ຕູ້​ຂອງ​ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ ເຈມສ໌ ບີ ຄີ​ເຊີ ໄດ້​ປະ​ທັບ​ໃຈ​ຂ້າ​ພະ​ເຈົ້າ​ສະ​ເໝີ​ມາ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫລວງ​ໃນ​ໃຈ​ຂອງ​ເພິ່ນ.22 ເພິ່ນ​ໄດ້​ເກີດ​ຈາກ​ບັນ​ພະ​ບຸ​ລຸດ​ຜູ້​ບຸກ​ເບີກ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ທີ່​ຊື່​ສັດ ໃນ​ຫ່ອມ​ພູ​ເມືອງ​ເຊົາ​ເລັກ ໃນ​ປີ 1906, ເພິ່ນ​ໄດ້​ສູນ​ເສຍ​ແມ່​ໄປ​ຕອນ​ຍັງ​ນ້ອຍ ແລະ ໄດ້​ຕໍ່​ສູ້​ດີ້ນ​ລົນ​ຕະ​ຫລອດ​ຊ່ວງ​ໄວ​ໜຸ່ມ​ຂອງ​ເພິ່ນ. ໃນ​ຊ່ວງ​ໄວ​ລຸ້ນ ແລະ ໄວ​ໜຸ່ມ​ຂອງ​ເພິ່ນ ເພິ່ນ​ໄດ້​ຢູ່​ຫ່າງ​ໄກ​ຈາກ​ສາດ​ສະ​ໜາ​ຈັກ, ຊ່ວງ​ໄລ​ຍະ​ນັ້ນ​ເພິ່ນ​ໄດ້​ຕິດ​ນິ​ໄສ​ບໍ່​ດີ​ຫລາຍ​ຢ່າງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເພິ່ນ​ໄດ້​ພົບ ແລະ ໄດ້​ແຕ່ງ​ງານ​ກັບ​ຜູ້​ຍິງ​ທີ່​ຊື່​ສັດ​ຄົນ​ໜຶ່ງ, ແລະ ພວກ​ເພິ່ນ​ໄດ້​ລ້ຽງ​ລູກ​ຫ້າ​ຄົນ​ນຳ​ກັນ.

ໃນ​ປີ 1943, ຫລັງ​ຈາກ​ຫລາຍ​ປີ​ທີ່​ຍາກ​ລຳ​ບາກ​ຂອງ​ພາ​ວະ​ເສດ​ຖະ​ກິດ​ຕົກ​ຕ່ຳ​ຄັ້ງ​ໃຫຍ່ ແລະ ລະ​ຫວ່າງ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ, ບາດ, ຊື່​ທີ່​ໝູ່​ເພື່ອນ ແລະ ຄອບ​ຄົວ​ໃຊ້​ເອີ້ນ​ເພິ່ນ, ໄດ້​ໜີ​ຈາກ​ລັດ​ຢູ​ທາ ແລະ ຍ້າຍ​ໄປ​ຢູ່​ເມືອງ​ລອສ ແອງ​ເຈີ​ລິສ, ລັດ​ຄາ​ລິ​ຟໍ​ເນຍ, ເພື່ອ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ. ໃນ​ຊ່ວງ​ໄລ​ຍະ​ທີ່​ຢູ່​ຫ່າງ​ໄກ​ຈາກ​ບ້ານ, ເພິ່ນ​ໄດ້​ອາ​ໄສ​ຢູ່​ກັບ​ເອື້ອຍ ແລະ ອ້າຍ​ເຂີຍ, ຜູ້​ຮັບ​ໃຊ້​ເປັນ​ອະ​ທິ​ການ​ຂອງ​ຫວອດ​ເຂົາ​ເຈົ້າ.

ດ້ວຍ​ຄວາມ​ຮັກ ແລະ ຕົວ​ຢ່າງ​ຂອງ​ເອື້ອຍ ແລະ ອ້າຍ​ເຂີຍ​ຂອງ​ເພິ່ນ, ເພິ່ນ​ໄດ້​ເລີ່ມ​ມີ​ຄວາມ​ສົນ​ໃຈ​ໃນ​ສາ​ດ​ສະ​ໜາ​ຈັກ ແລະ ເລີ່ມ​ຕົ້ນ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ຄືນ​ອີກ ທຸກ​ຄືນ​ກ່ອນ​ເຂົ້າ​ນອນ.

ຄືນ​ໜຶ່ງ, ຂະ​ນະ​ທີ່​ເພິ່ນ​ອ່ານ ແອວ​ມາ ບົດ​ທີ 34, ໃຈ​ເພິ່ນ​ຖືກ​ສຳ​ພັດ ຂະ​ນະ​ທີ່​ເພິ່ນ​ອ່ານ​ຂໍ້​ຄວາມ​ດັ່ງ​ຕໍ່​ໄປ​ນີ້:

“ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ພວກ​ທ່ານ​ອອກ​ມາ ແລະ ບໍ່​ເຮັດ​ໃຈ​ແຂງ​ກະ​ດ້າງ​ອີກ​ຕໍ່​ໄປ. …

“ເພາະ​ຈົ່ງ​ເບິ່ງ, ຊີ​ວິດ​ນີ້​ເປັນ​ເວລາ​ສຳ​ລັບ​ມະ​ນຸດ​ທີ່​ຈະ​ຕຽມ​ພ້ອມ​ເພື່ອ​ພົບ​ກັບ​ພຣະ​ເຈົ້າ; ແທ້​ຈິງ​ແລ້ວ, ຈົ່ງ​ເບິ່ງ ວັນ​ແຫ່ງ​ຊີ​ວິດ​ນີ້​ເປັນ​ວັນ​ສຳ​ລັບ​ມະ​ນຸດ​ທີ່​ຈະ​ສະ​ແດງ​ຜົນ​ງານ​ຂອງ​ຕົນ​ເອງ.”23

ຂະ​ນະ​ທີ່​ເພິ່ນ​ອ່ານ​ຂໍ້​ເຫລົ່າ​ນັ້ນ, ຄວາມ​ຮູ້​ສຶກ​ທີ່​ມີ​ພະ​ລັງ​ໄດ້​ເກີດ​ຂຶ້ນ ແລະ ເພິ່ນ​ຮູ້​ວ່າ​ເພິ່ນ​ຕ້ອງ​ປ່ຽນ​ແປງ, ກັບ​ໃຈ, ແລະ ເພິ່ນ​ຮູ້​ວ່າ​ເພິ່ນ​ຄວນ​ເຮັດ​ສິ່ງ​ໃດ. ເພິ່ນ​ໄດ້​ລຸກ​ຂຶ້ນ​ຈາກ​ຕຽງ​ນອນ ແລະ ຄຸ​ເຂົ່າ​ເລີ່ມ​ຕົ້ນ​ອະ​ທິ​ຖານ, ໄດ້​ອ້ອນ​ວອນ​ພຣະ​ຜູ້​ເປັນ​ເຈົ້າ​ຂໍ​ໃຫ້​ພຣະ​ອົງ​ອະ​ໄພ​ໃຫ້​ເພິ່ນ ແລະ ປະ​ທານ​ພະ​ລັງ​ທີ່​ເພິ່ນ​ຕ້ອງ​ການ ເພື່ອ​ຈະ​ໄດ້​ປ່ຽນ​ແປງ​ຊີ​ວິດ​ຂອງ​ເພິ່ນ. ຄຳ​ອະ​ທິ​ຖານ​ຂອງ​ເພິ່ນ​ໄດ້​ຮັບ​ຄຳ​ຕອບ, ແລະ ຈາກ​ເວ​ລາ​ນັ້ນ​ໄປ, ເພິ່ນ​ບໍ່​ເຄີຍ​ເຮັດ​ແບບ​ເກົ່າ​ອີກ. ທ່ານ​ບາດ​ໄດ້​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ ແລະ ເປັນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ທີ່​ຊື່​ສັດ ແລະ ອຸ​ທິດ​ຕົນ​ຕະ​ຫລອດ​ຊີ​ວິດ​ຂອງ​ເພິ່ນ. ເພິ່ນ​ໄດ້​ປ່ຽນ​ແປງ​ໃນ​ທຸກ​ວິ​ທີ​ທາງ. ຄວາມ​ຄິດ, ຈິດ​ໃຈ, ການ​ກະ​ທຳ, ເພິ່ນ​ໄດ້​ປ່ຽນ​ແປງ​ຕົວ​ເອງ​ທັງ​ໝົດ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຈຸດ​ໝາຍ​ປາຍ​ທາງ ແລະ ຈຸດ​ປະ​ສົງ​ອັນ​ສູງ​ສົ່ງ​ຂອງ​ເຮົາ​ຄື ໃນ​ທີ່​ສຸດ​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ເຢ​ຊູ​ຄຣິດ. ເຮົາ​ເຮັດ​ສິ່ງ​ນີ້​ຂະ​ນະ​ທີ່​ເຮົາ​ປ່ຽນ​ແປງ, ຫລື ກັບ​ໃຈ. ເຮົາ​ຮັບ​ເອົາ​ເງົາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄວ້​ໃນ​ໃບ​ໜ້າ [ຂອງ​ເຮົາ].”24 ເຮົາ​ກາຍ​ເປັນ​ຄົນ​ໃໝ່, ສະ​ອາດ, ແຕກ​ຕ່າງ, ແລະ ເຮົາ​ກໍ​ພະ​ຍາ​ຍາມ​ທຸກ​ວັນ. ບາງ​ເທື່ອ​ອາດ​ຮູ້​ສຶກ​ວ່າ​ເດີນ​ໜ້າ​ສອງ​ກ້າວ ແລະ ຖອຍ​ຫລັງ​ໜຶ່ງ​ກ້າວ, ແຕ່​ເຮົາ​ກໍ​ສືບ​ຕໍ່​ກ້າວ​ເດີນ​ໄປ​ໜ້າ​ໃນ​ຄວາມ​ຖ່ອມ​ຕົວ​ດ້ວຍ​ສັດ​ທາ.

ແລະ ເມື່ອ​ເຮົາ​ຖ່ອມ​ຕົວ ແລະ ໃຊ້​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ, ພຣະ​ຄຸນ​ຂອງ​ພຣະ​ຄຣິດ ແລະ ການ​ເສຍ​ສະ​ລະ​ຊົດ​ໃຊ້​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ອົງ ຈະ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ທີ່​ຈະ​ປ່ຽນ​ແປງ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ ແລະ ຢືນ​ຢັນ​ວ່າ​ພຣະ​ເຢ​ຊູ​ຄຣິດ​ຄື​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ​ແທ້ໆ. ພຣະ​ຄຸນ​ຂອງ​ພຣະ​ອົງ​ມີ​ພຽງ​ພໍ​ຢ່າງ​ແນ່ນອນ. ຂ້າ​ພະ​ເຈົ້າ​ປະ​ກາດ​ວ່າ ພຣະ​ອົງ​ເປັນ “ທາງ​ນັ້ນ, ເປັນ​ຄວາມ​ຈິງ, ແລະ ເປັນ​ຊີ​ວິດ.”25 ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.