ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ພະ​ລັງ​ຂອງ​ແຮງ​ຜັກ​ດັນ​ທາງ​ວິນ​ຍານ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2022


ພະ​ລັງ​ຂອງ​ແຮງ​ຜັກ​ດັນ​ທາງ​ວິນ​ຍານ

ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ການ​ປະ​ຕິ​ບັດ​ຫ້າ​ຢ່າງ​ທີ່​ເຮົາ​ສາ​ມາດ​ເຮັດ ເພື່ອ​ຊ່ວຍ​ໃຫ້​ເຮົາ​ຮັກ​ສາ​ແຮງ​ຜັກ​ດັນ​ທາງ​ວິນ​ຍານ​ໃນ​ທາງ​ບວກ​ຂອງ​ເຮົາ​ໄວ້.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຮັກ​ທ່ານ. ຂ້າ​ພະ​ເຈົ້າ​ທະ​ນຸ​ຖະ​ໜອມ​ໂອ​ກາດ​ນີ້​ທີ່​ໄດ້​ກ່າວ​ກັບ​ທ່ານ​ໃນ​ມື້​ນີ້. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ທຸກ​ວັນ​ວ່າ​ທ່ານ​ຈະ​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ການ​ໂຈມ​ຕີ​ທີ່​ດຸ​ເດືອດ​ຂອງ​ຜູ້​ປໍ​ລະ​ປັກ ແລະ ມີ​ພະ​ລັງ​ທີ່​ຈະ​ກ້າວ​ໄປ​ໜ້າ​ຜ່ານ​ຜ່າ​ການ​ທ້າ​ທາຍ​ໃດ​ກໍ​ຕາມ​ທີ່​ທ່ານ​ປະ​ເຊີນ.

ການ​ທົດ​ລອງ​ບາງ​ຢ່າງ​ເປັນ​ຄວາມ​ໜັກ​ໜ່ວງ​ສ່ວນ​ຕົວ​ທີ່​ຍິ່ງ​ໃຫຍ່ ຊຶ່ງ​ຄົນ​ອື່ນ​ບໍ່​ສາ​ມາດ​ຫລຽວ​ເຫັນ. ບາງ​ຢ່າງ​ຖືກ​ສະ​ແດງ​ຢູ່​ໃນ​ເວ​ທີ​ໂລກ. ຄວາມ​ຂັດ​ແຍ້ງ​ທາງ​ອາ​ວຸດ​ໃນ​ເອີ​ຣົບ​ຕາ​ເວັນ​ອອກ​ກໍ​ເປັນ​ໜຶ່ງ​ໃນ​ນັ້ນ. ຂ້າ​ພະ​ເຈົ້າ​ເຄີຍ​ໄປ​ອູ​ແກຣນ ແລະ ລັດ​ເຊຍ ຫລາຍ​ເທື່ອ. ຂ້າ​ພະ​ເຈົ້າ​ຮັກ​ແຜ່ນ​ດິນ​ເຫລົ່າ​ນັ້ນ, ຮັກ​ຜູ້​ຄົນ, ແລະ ມັກ​ພາ​ສາ​ຂອງ​ເຂົາ​ເຈົ້າ. ຂ້າ​ພະ​ເຈົ້າ​ຮ້ອງ​ໄຫ້ ແລະ ອະ​ທິ​ຖານ​ເພື່ອ​ທຸກ​ຄົນ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ຂັດ​ແຍ້ງ​ນີ້. ໃນ​ຖາ​ນະ​ສາດ​ສະ​ໜາ​ຈັກ ພວກ​ເຮົາ​ກຳ​ລັງ​ເຮັດ​ທຸກ​ຢ່າງ​ທີ່​ສາ​ມາດ ເພື່ອ​ຊ່ວຍ​ເຫລືອ​ຜູ້​ທີ່​ກຳ​ລັງ​ທຸກ​ທໍ​ລະ​ມານ ແລະ ດີ້ນ​ລົນ​ເພື່ອ​ຄວາມ​ຢູ່​ລອດ. ພວກ​ເຮົາ​ຂໍ​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ສືບ​ຕໍ່​ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ​ເພື່ອ​ທຸກ​ຄົນ​ທີ່​ໄດ້​ຮັບ​ຄວາມ​ເຈັບ​ປວດ​ຈາກ​ໄພ​ພິ​ບັດ​ນີ້. ສົງ​ຄາມ​ໃດໆ​ກໍ​ເປັນ​ການ​ຝ່າ​ຝືນ​ທີ່​ໜ້າ​ຢ້ານ​ກົວ​ຕໍ່​ທຸກ​ສິ່ງ​ທີ່​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຍຶດ​ຖື ແລະ ສິດ​ສອນ.

ບໍ່​ມີ​ໃຜ​ໃນ​ພວກ​ເຮົາ​ທີ່​ສາ​ມາດ​ຄວບ​ຄຸມ​ປະ​ເທດ​ຊາດ, ຫລື ການ​ກະ​ທຳ​ຂອງ​ຄົນ​ອື່ນ ຫລື ແມ່ນ​ແຕ່​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ເຮົາ​ເອງ. ແຕ່​ເຮົາ​ສາ​ມາດ​ຄວບ​ຄຸມ​ຕົວ​ເອງ​ໄດ້. ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ຄຳ​ຮຽກ​ຮ້ອງ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ມື້​ນີ້, ຈົ່ງ​ຢຸດ​ຕິ​ການ​ຂັດ​ແຍ້ງ​ທີ່​ລຸກ​ລາມ​ຢູ່​ໃນ​ໃຈ ຂອງ​ທ່ານ, ໃນ​ບ້ານ​ເຮືອນ ຂອງ​ທ່ານ, ແລະ ໃນ​ຊີ​ວິດ ຂອງ​ທ່ານ. ຈົ່ງ​ຝັງ​ຄວາມ​ໂນ້ມ​ອຽງ​ໃດໆ ແລະ ທັງ​ໝົດ​ທີ່​ຈະ​ທຳ​ຮ້າຍ​ຄົນ​ອື່ນ—ບໍ່​ວ່າ​ຄວາມ​ໂນ້ມ​ອຽງ​ເຫລົ່າ​ນັ້ນ​ຈະ​ເປັນ​ອາ​ລົມ, ຄຳ​ເວົ້າ​ຮຸນ​ແຮງ, ຫລື ຄວາມ​ແຄ້ນ​ໃຈ​ຕໍ່​ຄົນ​ທີ່​ເຮັດ​ໃຫ້​ທ່ານ​ເຈັບ​ປວດ​ກໍ​ຕາມ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຍັງ​ໄດ້​ບັນ​ຊາ​ເຮົາ​ໃຫ້​ປິ່ນ​ແກ້ມ​ອີກ​ເບື້ອງ​ໜຶ່ງ,1 ໃຫ້​ຮັກ​ສັດ​ຕູ​ຂອງ​ເຮົາ, ແລະ ໃຫ້​ອະ​ທິ​ຖານ​ເພື່ອ​ຄົນ​ທີ່​ໃຊ້​ເຮົາ​ຢ່າງ​ໝິ່ນ​ປະ​ໝາດ.2

ມັນ​ອາດ​ເປັນ​ເລື່ອງ​ຍາກ​ທີ່​ແສນ​ເຈັບ​ປວດ​ທີ່​ຈະ​ປ່ອຍ​ວາງ​ຄວາມ​ຄຽດ​ແຄ້ນ ຊຶ່ງ​ຮູ້​ສຶກ​ວ່າ​ມີ​ເຫດ​ຜົນ. ມັນ​ອາດ​ເບິ່ງ​ຄື​ວ່າ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ໃຫ້​ອະ​ໄພ​ຄົນ​ທີ່​ກະ​ທຳ​ການ​ທຳ​ລາຍ ຊຶ່ງ​ໄດ້​ທຳ​ຮ້າຍ​ຜູ້​ບໍ​ລິ​ສຸດ. ແຕ່​ປານ​ນັ້ນ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຍັງ​ໄດ້​ຕັກ​ເຕືອນ​ເຮົາ “ໃຫ້​ອະ​ໄພ​ແກ່​ມະ​ນຸດ​ທັງ​ປວງ.”3

ເຮົາ​ເປັນ​ຜູ້​ຕິດ​ຕາມ​ອົງ​ສັນ​ຕິ​ລາດ. ຫລາຍ​ກວ່າ​ທີ່​ເຄີຍ​ເປັນ​ມາ, ເຮົາ​ຕ້ອງ​ການ​ຄວາມ​ສະ​ຫງົບ​ສຸກ​ທີ່​ພຣະ​ອົງ​ເທົ່າ​ນັ້ນ​ສາ​ມາດ​ນຳ​ມາ​ໃຫ້. ເຮົາ​ຈະ​ຄາດ​ຫວັງ​ໃຫ້​ຄວາມ​ສະ​ຫງົບ​ສຸກ​ມີ​ຢູ່​ໃນ​ໂລກ​ໄດ້​ແນວ​ໃດ ເມື່ອ​ໂດຍ ລຳ​ພັງ ເຮົາ​ບໍ່​ໄດ້​ສະ​ແຫວງ​ຫາ​ຄວາມ​ສະ​ຫງົບ​ສຸກ ແລະ ຄວາມ​ປອງ​ດອງ​ເລີຍ? ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂ້າ​ພະ​ເຈົ້າ​ຮູ້​ວ່າ ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ແນະ​ນຳ​ບໍ່​ແມ່ນ​ເລື່ອງ​ງ່າຍ. ແຕ່​ຜູ້​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ​ຄວນ​ເປັນ​ຕົວ​ຢ່າງ​ໃຫ້​ທຸກ​ຄົນ​ໃນ​ໂລກ​ເພື່ອ​ເຮັດ​ຕາມ. ຂ້າ​ພະ​ເຈົ້າ​ຂໍ​ອ້ອນ​ວອນ​ທ່ານ​ໃຫ້​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ ເພື່ອ​ຢຸດ​ຕິ​ການ​ຂັດ​ແຍ້ງ ສ່ວນ​ຕົວ ທີ່​ກຳ​ລັງ​ລຸກ​ລາມ​ໃນ​ໃຈ ແລະ ໃນ​ຊີ​ວິດ​ຂອງ​ທ່ານ​ໃນ​ເວ​ລາ​ນີ້.

ຂ້າ​ພະ​ເຈົ້າ​ຂໍ​ເນັ້ນ​ການ​ເອີ້ນ​ໃຫ້​ປະ​ຕິ​ບັດ​ສິ່ງ​ນີ້ ໂດຍ​ການ​ກ່າວ​ເຖິງ​ແນວ​ຄິດ​ທີ່​ເຕືອນ​ຂ້າ​ພະ​ເຈົ້າ​ເຖິງ​ເກມ​ບານ​ບ້ວງ ທີ່​ຂ້າ​ພະ​ເຈົ້າ​ໄດ້​ເບິ່ງ​ເມື່ອ​ບໍ່​ດົນ​ມາ​ນີ້.

ໃນ​ເກມ​ນັ້ນ, ເຄິ່ງ​ທຳ​ອິດ​ເປັນ​ການ​ຕໍ່​ສູ້​ແບບ​ປ່ຽນ​ກັນ​ໄດ້​ຄະ​ແນນ, ກັບ​ໄປ​ກັບ​ມາ. ແລ້ວ, ລະ​ຫວ່າງ​ຫ້າ​ວິ​ນາ​ທີ​ສຸດ​ທ້າຍ​ຂອງ​ເຄິ່ງ​ທຳ​ອິດ, ຜູ້​ພິ​ທັກ​ໃນ​ທີມ​ໜຶ່ງ​ໂຍນ​ສາມ​ຄະ​ແນນ​ໄດ້​ຢ່າງ​ສວຍ​ງາມ. ໂດຍ​ທີ່​ເຫລືອ​ຢູ່​ໜຶ່ງ​ວິ​ນາ​ທີ, ເພື່ອນ​ຮ່ວມ​ທີມ​ຂອງ​ລາວ​ໄດ້​ລັກ​ໝາກ​ບານ ແລະ ໄດ້​ໂຍນ​ເຂົ້າ​ບ້ວງ​ອີກ ຂະ​ນະ​ທີ່​ສຽງ​ໝາກ​ຫວີດ​ດັງ​ຂຶ້ນ! ແລ້ວ​ທີມ​ນັ້ນ​ໄດ້​ເຂົ້າ​ໄປ​ໃນ​ຫ້ອງ​ໄວ້​ເຄື່ອງ ດ້ວຍ​ສີ່​ຄະ​ແນນ​ນຳ​ໜ້າ ດ້ວຍ​ແຮງ​ຜັກ​ດັນ​ທີ່​ເຕັມ​ດ້ວຍ​ພະ​ລັງ. ພວກ​ເຂົາ​ສາ​ມາດ​ນຳ​ເອົາ​ແຮງ​ຜັກ​ດັນ​ນັ້ນ​ເຂົ້າ​ສູ່​ເຄິ່ງ​ທີ​ສອງ ແລະ ຊະ​ນະ​ເກມ.

ແຮງ​ຜັກ​ດັນ ເປັນ​ແນວ​ຄິດ​ທີ່​ມີ​ພະ​ລັງ. ເຮົາ​ທຸກ​ຄົນ​ກໍ​ເຄີຍ​ປະ​ສົບ​ກັບ​ມັນ​ໃນ​ຫລາກ​ຫລາຍ​ຮູບ​ແບບ—ຍົກ​ຕົວ​ຢ່າງ, ໃນ​ຍານ​ພາ​ຫະ​ນະ​ທີ່​ເລັ່ງ​ຄວາມ​ໄວ ຫລື ໃນ​ການ​ບໍ່​ເຫັນ​ດ້ວຍ ແລ້ວ​ທັນ​ທີ​ກໍ​ປ່ຽນ​ເປັນ​ການ​ໂຕ້​ຖຽງ​ກັນ.

ສະ​ນັ້ນ​ຂ້າ​ພະ​ເຈົ້າ​ຂໍ​ຖາມ​ວ່າ, “ແມ່ນ​ຫຍັງ​ສາ​ມາດ​ຈຸດ​ໄຟ ແຮງ​ຜັກ​ດັນ​ທາງ​ວິນ​ຍານ?” ພວກ​ເຮົາ​ໄດ້​ເຫັນ​ຕົວ​ຢ່າງ​ຂອງ​ແຮງ​ຜັກ​ດັນ​ໃນ​ທາງ​ບວກ ແລະ ທາງ​ລົບ. ພວກ​ເຮົາ​ຮູ້​ຈັກ​ຜູ້​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ ຜູ້​ທີ່​ປ່ຽນ​ໃຈ​ເຫລື້ອມ​ໃສ ແລະ ເຕີບ​ໂຕ​ໃນ​ສັດ​ທາ​ຂອງ​ເຂົາ​ເຈົ້າ. ແຕ່​ພວກ​ເຮົາ​ກໍ​ຮູ້​ຈັກ​ອີກ​ເຖິງ​ຜູ້​ທີ່​ຄັ້ງ​ໜຶ່ງ​ເຄີຍ​ເຊື່ອ ແລ້ວ​ໄດ້​ໜີ​ໄປ. ແຮງ​ຜັກ​ດັນ​ສາ​ມາດ​ແກວ່ງ​ໄປ​ທາງ​ໃດ​ກໍ​ໄດ້.

ເຮົາ​ບໍ່​ເຄີຍ​ຕ້ອງ​ການ​ແຮງ​ຜັກ​ດັນ​ທາງ​ວິນ​ຍານ​ໃນ ທາງ​ບວກ ຫລາຍ​ເທົ່າ​ກັບ​ທີ່​ເຮົາ​ຕ້ອງ​ການ​ໃນ​ເວ​ລາ​ນີ້, ເພື່ອ​ຕໍ່​ຕ້ານ​ຄວາມ​ໄວ​ຂອງ​ຄວາມ​ຊົ່ວ​ຮ້າຍ ແລະ ສັນ​ຍານ​ຂອງ​ເວ​ລາ​ທີ່​ກຳ​ລັງ​ເພີ່ມ​ທະ​ວີ​ຫລາຍ​ຂຶ້ນ. ແຮງ​ຜັກ​ດັນ​ທາງ​ວິນ​ຍານ​ໃນ​ທາງ​ບວກ​ຈະ​ຊ່ວຍ​ໃຫ້​ເຮົາ​ກ້າວ​ໄປ​ໜ້າ​ທ່າມ​ກາງ​ຄວາມ​ຢ້ານ​ກົວ ແລະ ຄວາມບໍ່​ແນ່ນອນ​ໄດ້ ທີ່​ເກີດ​ຈາກ​ການ​ແຜ່​ລະ​ບາດ, ສຸ​ນະ​ມິ, ພູ​ເຂົາ​ໄຟ​ລະ​ເບີດ, ແລະ ການ​ສູ້​ຮົບ​ດ້ວຍ​ອາ​ວຸດ. ແຮງ​ຜັກ​ດັນ​ທາງ​ວິນ​ຍານ​ສາ​ມາດ​ຊ່ວຍ​ເຮົາ​ຕ້ານ​ທານ​ກັບ​ການ​ໂຈມ​ຕີ​ຢ່າງບໍ່​ຢຸດຢັ້ງ ແລະ ຊົ່ວ​ຮ້າຍ​ຂອງ​ຜູ້​ປໍ​ລະ​ປັກ ແລະ ຂັດ​ຂວາງ​ຄວາມ​ພະ​ຍາ​ຍາມ​ຂອງ​ມັນ​ທີ່​ຈະ​ທຳ​ລາຍ​ຮາກ​ຖານ​ທາງ​ວິນ​ຍານ​ສ່ວນ​ຕົວ​ຂອງ​ເຮົາ.

ການ​ກະ​ທຳ​ຫລາຍ​ຢ່າງ​ສາ​ມາດ​ຈຸດ​ໄຟ​ແຮງ​ຜັກ​ດັນ​ທາງ​ວິນ​ຍານ​ໃນ​ທາງ​ບວກ​ໄດ້. ການ​ເຊື່ອ​ຟັງ, ຄວາມ​ຮັກ, ຄວາມ​ຖ່ອມ​ຕົວ, ການ​ຮັບ​ໃຊ້, ແລະ ຄວາມ​ກະ​ຕັນ​ຍູ4 ເປັນ​ພຽງ​ຈຳ​ນວນ​ໜ້ອຍ​ໜຶ່ງ​ເທົ່າ​ນັ້ນ.

ມື້​ນີ້ ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ການ​ປະ​ຕິ​ບັດ​ຫ້າ​ຢ່າງ​ທີ່​ເຮົາ​ສາ​ມາດ​ເຮັດ ເພື່ອ​ຊ່ວຍ​ໃຫ້​ເຮົາ​ຮັກ​ສາ​ແຮງ​ຜັກ​ດັນ​ທາງ​ວິນ​ຍານ​ໃນ​ທາງ​ບວກ​ຂອງ​ເຮົາ​ໄວ້.

ໜຶ່ງ: ເຂົ້າ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ແລະ ຢູ່​ໃນ​ນັ້ນ.

ເມື່ອ​ບໍ່​ດົນ​ມາ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ຝັນ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ​ຜູ້​ຄົນ​ກຸ່ມ​ໃຫຍ່. ເຂົາ​ເຈົ້າ​ໄດ້​ຖາມ​ຂ້າ​ພະ​ເຈົ້າ​ຫລາຍ​ສິ່ງ​ຫລາຍ​ຢ່າງ, ຫລາຍ​ທີ່​ສຸດ​ແມ່ນ​ກ່ຽວ​ກັບ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ແລະ ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ຫລາຍ​ແທ້.

ໃນ​ຄວາມ​ຝັນ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ບາຍ​ວ່າ ເຮົາ​ເຂົ້າ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ໂດຍ​ການ​ຮັບ​ບັບ​ຕິ​ສະ​ມາ ແລະ ເຮັດ​ພັນ​ທະ​ສັນ​ຍາ​ຢ່າງ​ທຳ​ອິດ​ກັບ​ພຣະ​ເຈົ້າ.5 ທຸກ​ເທື່ອ​ທີ່​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ, ເຮົາ​ສັນ​ຍາ ອີກ​ຄັ້ງ ທີ່​ຈະ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ທີ່​ຈະ​ລະ​ນຶກ​ເຖິງ​ພຣະ​ອົງ, ແລະ ​ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.6 ໃນ​ການ​ຕອບ​ແທນ, ພຣະ​ເຈົ້າ​ສັນ​ຍາ​ວ່າ ເຮົາ​ຈະ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ດ້ວຍ ຕະ​ຫລອດ​ເວ​ລາ.

ຕໍ່​ມາ ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ເພີ່ມ​ເຕີມ​ຢູ່​ໃນ​ພຣະ​ວິ​ຫານ, ບ່ອນ​ທີ່​ເຮົາ​ຮັບ​ເອົາ​ຄຳ​ສັນ​ຍາ​ທີ່​ຍິ່ງ​ໃຫຍ່​ກວ່າ. ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ຊ່ວຍ​ໃຫ້​ເຮົາ​ສາ​ມາດ​ເຂົ້າ​ເຖິງ​ອຳ​ນາດ​ຂອງ​ພຣະ​ເຈົ້າ. ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ເປັນ​ທາງ​ດຽວ ເທົ່າ​ນັ້ນ ທີ່​ນຳ​ໄປ​ສູ່​ຄວາມ​ສູງ​ສົ່ງ ແລະ ຊີ​ວິດ​ນິ​ລັນ​ດອນ.

ໃນ​ຄວາມ​ຝັນ​ຂອງ​ຂ້າ​ພະ​ເຈົ້າ, ຜູ້​ຍິງ​ຄົນ​ໜຶ່ງ​ໄດ້​ຖາມ​ວ່າ, ຄົນ​ທີ່​ລະ​ເມີດ​ພັນ​ທະ​ສັນ​ຍາ​ຂອງ​ພວກ​ເຂົາ ສາ​ມາດ​ກັບ​ຄືນ​ຫາ​ເສັ້ນ​ທາງ​ນັ້ນ​ໄດ້​ຢູ່​ບໍ. ຄຳ​ຕອບ​ຕໍ່​ຄຳ​ຖາມ​ຂອງ​ນາງ ນຳ​ໄປ​ສູ່​ຄຳ​ແນະ​ນຳ​ຢ່າງ​ທີ​ສອງ​ຂອງ​ຂ້າ​ພະ​ເຈົ້າ:

ໃຫ້​ຄົ້ນ​ພົບ ຄວາມ​ຊື່ນ​ຊົມ ຂອງ​ການ​ກັບ​ໃຈ​ທຸກ​ວັນ.

ການ​ກັບ​ໃຈ​ສຳ​ຄັນ​ແນວ​ໃດ? ແອວ​ມາ​ໄດ້​ສິດ​ສອນ​ວ່າ ເຮົາ​ບໍ່​ຄວນ “ສັ່ງ​ສອນ​ສິ່ງ​ອື່ນ​ນອກ​ຈາກ​ຈະ​ເປັນ​ເລື່ອງ​ຂອງ​ການ​ກັບ​ໃຈ ແລະ ມີ​ສັດ​ທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ.”7 ການ​ກັບ​ໃຈ​ແມ່ນ​ຈຳ​ເປັນ​ສຳ​ລັບ​ທຸກ​ຄົນ​ທີ່​ຮູ້​ຈັກ​ຮັບ​ຜິດ​ຊອບ ຜູ້​ປາດ​ຖະ​ໜາ​ລັດ​ສະ​ໝີ​ພາບ​ນິ​ລັນ​ດອນ.8 ບໍ່​ມີ​ຂໍ້​ຍົກ​ເວັ້ນ. ໃນ​ການ​ເປີດ​ເຜີຍ​ຕໍ່​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕີ​ສອນ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ສະ​ໄໝ​ເລີ່ມ​ຕົ້ນ​ທີ່​ບໍ່​ໄດ້​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ລູກໆ​ຂອງ​ຕົນ.9 ການ​ກັບ​ໃຈ​ເປັນ ຂໍ​ກະ​ແຈ ສູ່​ຄວາມ​ກ້າວ​ໜ້າ. ສັດ​ທາ​ທີ່​ບໍ​ລິ​ສຸດ​ເຮັດ​ໃຫ້​ເຮົາ​ກ້າວ​ໄປ​ໜ້າ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ.

ຢ່າ​ສູ່​ຢ້ານ ຫລື ເລື່ອນ​ການ​ກັບ​ໃຈ. ຊາ​ຕານ​ເພິ່ງ​ພໍ​ໃຈ​ກັບ​ຄວາມ​ທຸກ​ຂອງ​ທ່ານ. ຕັດ​ໃຫ້​ສັ້ນ. ໃຫ້​ຂັບ​ໄລ່​ອິດ​ທິ​ພົນ​ຂອງ​ມັນ​ອອກ​ໄປ​ຈາກ​ຊີ​ວິດ​ຂອງ​ທ່ານ! ໃຫ້​ເລີ່ມ​ຕົ້ນ​ໃນ​ມື້​ນີ້ ເພື່ອ​ຈະ​ໄດ້​ປະ​ສົບ​ກັບ​ຄວາມ​ຊື່ນ​ຊົມ​ໃນ​ການ​ປະ​ຖິ້ມ​ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ.10 ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຮັກ​ເຮົາ​ສະ​ເໝີ ແຕ່ ໂດຍ​ສະ​ເພາະ ເມື່ອ​ເຮົາ​ກັບ​ໃຈ. ພຣະ​ອົງ​ໄດ້​ສັນ​ຍາ​ວ່າ ເຖິງ​ແມ່ນ “ພູ​ໃຫຍ່ ແລະ ພູ​ນ້ອຍ​ອາດ​ພັງ​ທະ​ລາຍ​ລົງ ແຕ່ … ຄວາມ​ຮັກ​ຂອງ​ເຮົາ ໝັ້ນ​ຄົງ​ບໍ່​ສິ້ນ​ສຸດ​ໄດ້.”11

ຖ້າ​ຫາກ​ທ່ານ​ຮູ້​ສຶກ​ວ່າ​ທ່ານ​ໄດ້​ອອກ​ຈາກ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ໄກ​ເກີນ​ໄປ ຫລື ດົນ​ນານ​ເກີນ​ໄປ ແລະ ບໍ່​ມີ​ທາງ​ຈະ​ຫວນ​ກັບ, ນັ້ນ​ບໍ່​ເປັນ​ຄວາມ​ຈິງ.12 ກະ​ລຸ​ນາ​ຕິດ​ຕໍ່​ຫາ​ອະ​ທິ​ການ ຫລື ປະ​ທານ​ສາ​ຂາ​ຂອງ​ທ່ານ. ເພິ່ນ​ເປັນ​ຕົວ​ແທນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຈະ​ຊ່ວຍ​ທ່ານ​ໃຫ້​ປະ​ສົບ​ກັບ​ຄວາມ​ຊື່ນ​ຊົມ ແລະ ການ​ບັນ​ເທົາ​ທຸກ​ຈາກ​ການ​ກັບ​ໃຈ.

ບັດ​ນີ້, ຂໍ້​ຄວນ​ລະ​ວັງ: ການ​ກັບ​ຄືນ​ມາ​ສູ່​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ບໍ່ ໝາຍ​ຄວາມ​ວ່າ ຊີ​ວິດ​ຈະ​ງ່າຍ. ເສັ້ນ​ທາງ​ນີ້​ແມ່ນ​ເຂັ້ມ​ງວດ ແລະ ບາງ​ເທື່ອ​ຈະ​ຮູ້​ສຶກ​ວ່າ​ເປັນ​ຄ້ອຍ​ສູງ.13 ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ປີນ​ໄຕ່​ນີ້​ຖືກ​ອອກ​ແບບ​ໄວ້​ເພື່ອ​ທົດ​ສອບ ແລະ ສິດ​ສອນ​ເຮົາ, ຫລໍ່​ຫລອມ​ທຳ​ມະ​ຊາດ​ຂອງ​ເຮົາ, ແລະ ຊ່ວຍ​ໃຫ້​ເຮົາ​ກາຍ​ເປັນ​ໄພ່​ພົນ. ມັນ​ຄື​ເສັ້ນ​ທາງ​ດຽວ​ເທົ່າ​ນັ້ນ ທີ່​ນຳ​ໄປ​ສູ່​ຄວາມ​ສູງ​ສົ່ງ. ສາດ​ສະ​ດາ​ທ່ານ​ໜຶ່ງ14 ໄດ້​ບັນ​ຍາຍ​ວ່າ “ແລະ ຍິ່ງ​ໄປ​ກວ່ານັ້ນ, … ໃຫ້​ພວກ​ທ່ານ​ພິ​ຈາ​ລະ​ນາ​ເຖິງ​ສະ​ພາບ​ອັນ​ເປັນ​ພອນ ແລະ ຄວາມ​ສຸກ​ຂອງ​ຄົນ​ທີ່​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ. ເພາະ​ຈົ່ງ​ເບິ່ງ, ເຂົາ​ໄດ້​ຮັບ​ພອນ​ທຸກ​ຢ່າງ ທັງ​ຝ່າຍ​ໂລກ ແລະ ຝ່າຍ​ວິນ​ຍານ; ແລະ ຖ້າ​ຫາກ​ເຂົາ​ອົດ​ທົນ​ຢ່າງ​ຊື່​ສັດ​ຈົນ​ເຖິງ​ທີ່​ສຸດ​ແລ້ວ, ເຂົາ​ຈະ​ຖືກ​ຮັບ​ເຂົ້າ​ສູ່​ສະ​ຫວັນ … [ແລະ] ຢູ່​ກັບ​ພຣະ​ເຈົ້າ​ໃນ​ສະ​ພາບ​ແຫ່ງ​ຄວາມ​ສຸກ​ທີ່​ບໍ່​ມີ​ວັນ​ສິ້ນ​ສຸດ.”15

ການ​ເດີນ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ, ບວກ​ກັບ​ການ​ກັບ​ໃຈ​ທຸກ​ວັນ, ຈະ​ເຕີມ​ພະ​ລັງ​ໃຫ້​ແຮງ​ຜັກ​ດັນ​ທາງ​ວິນ​ຍານ​ໃນ​ທາງ​ບວກ.

ຄຳ​ແນະ​ນຳ​ຢ່າງ​ທີ​ສາມ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ: ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ເຈົ້າ ແລະ ວິ​ທີ​ທີ່​ພຣະ​ອົງ​ທຳ​ງານ.

ໜຶ່ງ​ໃນ​ການ​ທ້າ​ທາຍ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ທຸກ​ວັນ​ນີ້​ແມ່ນ​ການ​ຈຳ​ແນກ​ລະ​ຫວ່າງ​ຄວາມ​ຈິງ​ຂອງ​ພຣະ​ເຈົ້າ ແລະ ການ​ປອມ​ແປງ​ຂອງ​ຊາ​ຕານ. ນັ້ນ​ຄື​ເຫດ​ຜົນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຕືອນ​ເຮົາ​ໃຫ້ “ອະ​ທິ​ຖານ​ສະ​ເໝີ, … ເພື່ອ​ວ່າ [ເຮົາ] ຈະ​ເອົາ​ຊະ​ນະ​ຊາ​ຕານ, ແລະ … ຫລົບ​ໜີ​ຈາກ​ກຳ​ມື​ຂອງ​ບໍ​ລິ​ວານ​ຂອງ​ຊາ​ຕານ ທີ່​ຄ້ຳ​ຈູນ​ວຽກ​ງານ​ຂອງ​ມັນ.”16

ໂມ​ເຊ​ໃຫ້​ຕົວ​ຢ່າງ​ທີ່​ດີ​ເລີດ​ເຖິງວິ​ທີ​ທີ່​ຈະ​ຫລິງ​ເຫັນ​ລະ​ຫວ່າງ​ພຣະ​ເຈົ້າ ແລະ ຊາ​ຕານ. ເມື່ອ​ຊາ​ຕານ​ມາ​ລໍ້​ລວງ​ໂມ​ເຊ, ເພິ່ນ​ໄດ້​ຫລິງ​ເຫັນ​ຄວາມ​ຫລອກ​ລວງ ​ເພາະ​ເພິ່ນ​ຫາ​ກໍ​ໄດ້​ພົບ​ກັບ​ພຣະ​ເຈົ້າ​ແບບ​ໜ້າ​ຕໍ່​ໜ້າ. ໂມ​ເຊ​ຈຶ່ງ​ຮູ້​ທັນ​ທີ​ວ່າ​ຊາ​ຕານ​ຄື​ໃຜ ແລະ ໄດ້​ສັ່ງ​ໃຫ້​ມັນ​ໜີ​ໄປ.17 ເມື່ອ​ຊານ​ຕານ​ດື້​ດຶງ, ໂມ​ເຊ​ຮູ້​ຈັກ​ວິ​ທີ​ຂໍ​ຄວາມ​ຊ່ວຍ​ເຫລືອ​ເພີ່ມ​ເຕີມ​ຈາກ​ພຣະ​ເຈົ້າ. ໂມ​ເຊ​ໄດ້​ຮັບ​ພະ​ລັງ​ຈາກ​ສະ​ຫວັນ ແລະ ໄດ້​ສັ່ງ​ມານ​ຮ້າຍ ອີກ​ຄັ້ງ, ໂດຍ​ກ່າວ​ວ່າ, “ຈົ່ງ​ໄປ​ຈາກ​ຂ້າ​ພະ​ເຈົ້າ, ຊາ​ຕານ, ເພາະ​ວ່າ​ພຣະ​ເຈົ້າ​ອົງ​ດຽວ​ນີ້​ເທົ່າ​ນັ້ນ​ທີ່​ຂ້າ​ພະ​ເຈົ້າ​ຈະ​ນະ​ມັດ​ສະ​ການ.”18

ເຮົາ​ຄວນ​ເຮັດ​ຕາມ​ຕົວ​ຢ່າງ​ນັ້ນ. ຈົ່ງ​ຂັບ​ໄລ່​ອິດ​ທິ​ພົນ​ຂອງ​ຊາ​ຕານ​ອອກ​ໄປ​ຈາກ​ຊີ​ວິດ​ຂອງ​ທ່ານ! ຢ່າ ຕິດ​ຕາມ ມັນ​ລົງ​ໄປ​ໃນ “ເຫວ​ເລິກ​ແຫ່ງ​ຄວາມ​ທຸກ​ທໍ​ລະ​ມານ ແລະ ຄວາມ​ຈິບ​ຫາຍ​ອັນ​ບໍ່​ສິ້ນ​ສຸດ.”19

ດ້ວຍ​ຄວາມ​ໄວ​ທີ່​ໜ້າ​ຢ້ານ​ກົວ, ປະ​ຈັກ​ພະ​ຍານ​ທີ່​ບໍ່​ໄດ້​ຮັບ​ການ​ບຳ​ລຸງ​ລ້ຽງ​ທຸກ​ວັນ “ດ້ວຍ​ພຣະ​ຄຳ​ອັນ​ປະ​ເສີດ​ຂອງ​ພຣະ​ເຈົ້າ”20 ສາ​ມາດ​ພັງ​ທະ​ລາຍ​ໄດ້. ດັ່ງ​ນັ້ນ, ສິ່ງ​ທີ່​ສາ​ມາດ​ຕໍ່​ຕ້ານ​ອຸ​ບາຍ​ຂອງ​ຊາ​ຕານ​ໄດ້​ແມ່ນ​ແຈ່ມ​ແຈ້ງ: ເຮົາ​ຕ້ອງ​ການ​ປະ​ສົບ​ການ​ປະ​ຈຳ​ວັນ​ໃນ​ການ​ນະ​ມັດ​ສະ​ການ​ພຣະ​ຜູ້​ເປັນ​ເຈົ້າ ແລະ ການ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ອ້ອນ​ວອນ​ກັບ​ທ່ານ ວ່າ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ​ໃນ​ຊີ​ວິດ​ຂອງ​ທ່ານ. ຈົ່ງ​ມອບ​ເວ​ລາ​ຂອງ​ທ່ານ​ໃຫ້​ພຣະ​​ອົງ​ຫລາຍ​ພໍ. ຂະ​ນະ​ທີ່​ທ່ານ​ເຮັດ, ໃຫ້​ສັງ​ເກດ​ເບິ່ງ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ແຮງ​ຜັກ​ດັນ​ທາງ​ວິນ​ຍານ​ໃນ​ທາງ​ບວກ​ຂອງ​ທ່ານ.

ຄຳ​ແນະ​ນຳ​ຢ່າງ​ທີ 4: ສະ​ແຫວງ​ຫາ ແລະ ຄາດ​ຫວັງ​ການ​ມະ​ຫັດ​ສະ​ຈັນ.

ໂມ​ໂຣ​ໄນ​ໃຫ້​ເຮົາ​ແນ່​ໃຈ​ໄດ້​ວ່າ “ພຣະ​ເຈົ້າ​ຍັງ​ບໍ່​ເຊົາ​ເປັນ​ພຣະ​ເຈົ້າ​ແຫ່ງ​ສິ່ງ​ມະ​ຫັດ​ສະ​ຈັນ​ເທື່ອ.”21 ພຣະ​ຄຳ​ພີ ທຸກ​ເຫລັ້ມ ສະ​ແດງ​ໃຫ້​ເຫັນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ເຕັມ​ພຣະ​ໄທ​ພຽງ​ໃດ​ທີ່​ຈະ​ເຂົ້າ​ແຊກ​ແຊງ​ໃນ​ຊີ​ວິດ​ຂອງ​ຜູ້​ທີ່​ເຊື່ອ​ໃນ​ພຣະ​ອົງ.22 ພຣະ​ອົງ​ໄດ້​ແຍກ​ທະ​ເລ​ແດງ​ໃຫ້​ໂມ​ເຊ, ໄດ້​ຊ່ວຍ​ນີ​ໄຟ​ໃຫ້​ໄດ້​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ, ແລະ ໄດ້​ຟື້ນ​ຟູ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຜ່ານ​ທາງ​ສາດ​ສະ​ດາ ໂຈ​ເຊັບ ສະ​ມິດ. ການ​ມະ​ຫັດ​ສະ​ຈັນ​ແຕ່​ລະ​ຢ່າງ​ຕ້ອງ​ໃຊ້​ເວ​ລາ ແລະ ອາດ​ບໍ່​ແມ່ນ​ສິ່ງ​ທີ່​ບຸກ​ຄົນ​ເຫລົ່າ​ນັ້ນ​ທູນ​ຂໍ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຕອນ​ຕົ້ນ.

ໃນ​ວິ​ທີ​ດຽວ​ກັນ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໃຫ້​ພອນ​ແກ່ ທ່ານ ດ້ວຍ​ການ​ມະ​ຫັດ​ສະ​ຈັນ ຖ້າ ຫາກ​ທ່ານ​ເຊື່ອ​ໃນ​ພຣະ​ອົງ, “ບໍ່​ສົງ​ໄສ​ຈັກ​ດີ້.”23 ໃຫ້​ເຮັດ​ວຽກ​ງານ​ທາງ​ວິນ​ຍານ​ເພື່ອ​ສະ​ແຫວງ​ຫາ​ການ​ມະ​ຫັດ​ສະ​ຈັນ. ຈົ່ງ​ອະ​ທິ​ຖານ​ຂໍ​ໃຫ້​ພຣະ​ເຈົ້າ​ຊ່ວຍ​ທ່ານ​ໃຊ້​ສັດ​ທາ​ເຊັ່ນ​ນັ້ນ. ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ທ່ານ​ຈະ​ສາ​ມາດ​ມີ​ປະ​ສົບ​ການ​ດ້ວຍ​ຕົວ​ເອງ​ວ່າ ພຣະ​ເຢ​ຊູ​ຄຣິດ “ເຊີດ​ຊູ​ກຳ​ລັງ​ຜູ້​ທີ່​ອິດ​ເມື່ອຍ​ອ່ອນ​ແຮງ ແລະ ໃຫ້​ຄວາມ​ເຂັ້ມ​ແຂງ​ແກ່​ຜູ້​ທີ່​ຂາດ​ກຳ​ລັງ.”24 ສອງ​ສາມ​ຢ່າງ​ຈະ​ເລັ່ງ​ແຮງ​ຜັກ​ດັນ​ທາງ​ວິນ​ຍານ​ຂອງ​ທ່ານ​ຫລາຍ​ກວ່າ​ການ​ຮັບ​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ຊ່ວຍ​ທ່ານ​ຍ້າຍ​ພູ​ເຂົາ​ໃນ​ຊີ​ວິດ​ຂອງ​ທ່ານ.

ຄຳ​ແນະ​ນຳ​ຢ່າງ​ທີ 5: ຢຸດ​ຕິ​ການ​ຂັດ​ແຍ້ງ​ໃນ​ຊີ​ວິດ​ສ່ວນ​ຕົວ​ຂອງ​ທ່ານ.

ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ຊ້ຳ​ວ່າ ຈົ່ງ​ຢຸດ​ຕິ​ການ​ຂັດ​ແຍ້ງ​ໃນ​ຊີ​ວິດ ຂອງ​ທ່ານ. ການ​ໃຊ້​ຄວາມ​ຖ່ອມ​ຕົວ, ຄວາມ​ກ້າ​ຫານ, ແລະ ຄວາມ​ເຂັ້ມ​ແຂງ​ຮຽກ​ຮ້ອງ​ທັງ​ການ​ໃຫ້​ອະ​ໄພ ແລະ ການ​ຂໍ​ອະ​ໄພ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສັນ​ຍາ​ວ່າ “ຖ້າ [ເຮົາ] ຍົກ​ໂທດ​ຄວາມ​ຜິດ​ຂອງ​ຄົນ​ອື່ນ​ທີ່​ໄດ້​ເຮັດ​ຕໍ່ [ເຮົາ], ພຣະ​ບິ​ດາ​ເທິງ​ສະ​ຫວັນ [ຂອງ​ເຮົາ] ກໍ​ຈະ​ຍົກ​ຄວາມ​ຜິດ [ຂອງ​ເຮົາ] ເໝືອນ​ກັນ.”25

ສອງ​ອາ​ທິດ​ຈາກ​ນີ້ ພວກ​ເຮົາ​ຈະ​ສະ​ຫລອງ​ວັນ​ອີດ​ສະ​ເຕີ. ໃນ​ລະ​ຫວ່າງ​ນີ້, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​​ຫາ​ທາງ​ເພື່ອ​ຢຸດ​ຕິ​ການ​ຂັດ​ແຍ້ງ​ທີ່​ເຮັດ​ໃຫ້​ທ່ານ​ໜັກ​ໜ່ວງ. ຈະ​ມີ​ຄວາມ​ກະ​ຕັນ​ຍູ​ອື່ນ​ໃດ​ບໍ​ທີ່​ເໝາະ​ສົມ​ກັບ​ພຣະ​ເຢ​ຊູ​ຄຣິດ ສຳ​ລັບ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ? ຖ້າ​ຫາກ​ການ​ໃຫ້​ອະ​ໄພ​ເບິ່ງ​ຄື​ວ່າ​ເປັນ​ໄປ​ບໍ່​ໄດ້​ໃນ​ເວ​ລານີ້, ຈົ່ງ​ອ້ອນວອນ​ຂໍ​ພະ​ລັງ​ຜ່ານ​ທາງ​ໂລ​ຫິດ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ເພື່ອ​ຊ່ວຍ​ເຫລືອ​ທ່ານ. ເມື່ອ​ທ່ານ​ເຮັດ​ເຊັ່ນ​ນັ້ນ, ຂ້າ​ພະ​ເຈົ້າ​ສັນ​ຍາ​ຄວາມ​ສະ​ຫງົບ​ສຸກ​ສ່ວນ​ຕົວ ແລະ ແຮງ​ຜັກ​ດັນ​ທາງ​ວິນ​ຍານ​ທີ່​ລະ​ເບີດ​ອອກ​ມາ.

ເມື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຊົດ​ໃຊ້​ແທນ​ມວນ​ມະ​ນຸດ, ພຣະ​ອົງ​ໄດ້​ເປີດ​ທາງ​ໃຫ້​ຜູ້​ທີ່​ຕິດ​ຕາມ​ພຣະ​ອົງ ໃຫ້​ສາ​ມາດ​ເຂົ້າ​ເຖິງ​ອຳ​ນາດ​ແຫ່ງ​ການ​ປິ່ນ​ປົວ, ຄວາມ​ເຂັ້ມ​ແຂງ, ແລະ ການ​ໄຖ່​ຂອງ​ພຣະ​ອົງ. ສິດ​ທິ​ພິ​ເສດ​ທາງວິນ​ຍານ​ເຫລົ່າ​ນີ້​ມີ​ໃຫ້​ທຸກ​ຄົນ​ທີ່​ສະ​ແຫວງ​ຫາ​ທີ່​ຈະ​ໄດ້​ຍິນ​ພຣະ​ອົງ ແລະ ຕິດ​ຕາມ​ພຣະ​ອົງ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ດ້ວຍ​ຄຳ​ອ້ອນວອນ​ຈາກ​ໃຈ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຊຸກ​ຍູ້​ທ່ານ​ໃຫ້​ເຂົ້າ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ແລະ ຢູ່​ໃນ​ນັ້ນ. ປະ​ສົບ​ກັບ​ຄວາມ​ຊື່ນ​ຊົມ​ຂອງ​ການ​ກັບ​ໃຈ​ທຸກ​ວັນ. ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ເຈົ້າ ແລະ ວິ​ທີ​ທີ່​ພຣະ​ອົງ​ທຳ​ງານ. ສະ​ແຫວງ​ຫາ ແລະ ຄາດ​ຫວັງ​ການ​ມະ​ຫັດ​ສະ​ຈັນ. ພະ​ຍາ​ຍາມ​ຢຸດ​ຕິ​ການ​ຂັດ​ແຍ້ງ​ໃນ​ຊີ​ວິດ​ຂອງ​ທ່ານ.

ເມື່ອ​ທ່ານ​ກະ​ທຳ​ຕາມ​ການ​ສະ​ແຫວງ​ຫາ​ເຫລົ່າ​ນີ້, ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ທ່ານ​ຈະ​ມີ​ຄວາມ​ສາ​ມາດ​ທີ່​ຈະ​ເດີນ​ໄປ​ໜ້າ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ດ້ວຍ​ແຮງ​ຜັກ​ດັນ​ຫລາຍ​ກວ່າ​ເກົ່າ, ບໍ່​ວ່າ​ຈະ​ປະ​ເຊີນ​ກັບ​ອຸ​ປະ​ສັກ​ໃດໆ​ກໍ​ຕາມ. ແລະ ຂ້າພະ​ເຈົ້າ​ສັນ​ຍາ​ວ່າ ທ່ານ​ຈະ​ເຂັ້ມ​ແຂງ​ຫລາຍ​ຂຶ້ນ​ເພື່ອ​ຕ້ານ​ທານ​ກັບ​ການ​ລໍ້​ລວງ, ມີ​ຄວາມ​ສະ​ຫງົບ​ສຸກ​ໃນ​ໃຈ, ເປັນ​ອິດ​ສະ​ລະ​ຈາກ​ຄວາມ​ຢ້ານ​ກົວ​ຫລາຍ​ຂຶ້ນ, ແລະ ມີ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ຄອບ​ຄົວ​ຂອງ​ທ່ານ​ຫລາຍ​ຂຶ້ນ.

ພຣະ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່! ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ! ພຣະ​ອົງ​ຊົງ​ພຣະ​ຊົນ​! ພຣະ​ອົງ​ຮັກ​ເຮົາ ແລະ ຈະ​ຊ່ວຍ​ເຫລືອ​ເຮົາ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ຜູ້​ໄຖ່​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ 3 ນີ​ໄຟ 12:39.

  2. ເບິ່ງ 3 ນີ​ໄຟ 12:44.

  3. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64:10; ເບິ່ງ ຂໍ້​ທີ 9 ນຳ​ອີກ.

  4. ດັ່ງ​ທີ່​ອັກ​ຄະ​ສາ​ວົກ​ໂປ​ໂລ​ໄດ້​ກ່າວ​ວ່າ, “ຈົ່ງ​ຂອບ​ພຣະ​ຄຸນ​ໃນ​ທຸກ​ສິ່ງ” (1 ເທ​ສະ​ໂລ​ນິກ 5:18.) ໜຶ່ງ​ໃນ​ຢາ​ແກ້​ທີ່​ແນ່ນອນ​ທີ່​ສຸດ​ສຳ​ລັບ​ຄວາມ​ສິ້ນ​ຫວັງ, ຄວາມ​ທໍ້​ແທ້, ແລະ ຄວາມ​ອ່ອນ​ແອ​ທາງ​ວິນ​ຍານ​ແມ່ນ​ຄວາມ​ກະ​ຕັນ​ຍູ. ມີ​ສິ່ງ​ໃດ​ແດ່​ທີ່​ເຮົາ​ສາ​ມາດ​ຂອບ​ພຣະ​ໄທ​ພຣະ​ເຈົ້າ? ຈົ່ງ​ຂອບ​ພຣະ​ໄທ​ພຣະ​ອົງ​ສຳ​ລັບ​ໂລກ​ທີ່​ສວຍ​ງາມ, ສຳ​ລັບ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ, ແລະ ສຳ​ລັບ​ວິ​ທີທາງ​ຈົນ​ນັບ​ບໍ່​ຖ້ວນ ທີ່​ພຣະ​ອົງ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ​ໄດ້​ເຮັດ​ໃຫ້​ອຳ​ນາດ​ຂອງ​ພວກ​ພຣະ​ອົງ​ມີ​ໃຫ້​ສຳ​ລັບ​ເຮົາ​ຢູ່​ໃນ​ໂລກ​ນີ້. ຈົ່ງ​ຂອບ​ພຣະ​ໄທ​ພຣະ​ອົງ​ສຳ​ລັບ​ພຣະ​ຄຳ​ພີ, ສຳ​ລັບ​ເຫລົ່າ​ທູດ​ຜູ້​ຕອບ​ຮັບ​ຄຳ​ອ້ອນ​ວອນ​ຂອງ​ເຮົາ ເມື່ອ​ເຮົາ​ຂໍ​ໃຫ້​ພຣະ​ເຈົ້າ​ຊ່ວຍ​ເຫລືອ, ສຳ​ລັບ​ການ​ເປີດ​ເຜີຍ, ແລະ ສຳ​ລັບ​ຄອບ​ຄົວ​ນິ​ລັນ​ດອນ. ແລະ ເໜືອກວ່າ​ທຸກ​ສິ່ງ​ອື່ນ​ໝົດ, ຈົ່ງ​ຂອບ​ພຣະ​ໄທ​ພຣະ​ເຈົ້າ​ສຳ​ລັບ​ຂອງ​ປະ​ທານ​ທີ່​ເປັນ​ພຣະ​ບຸດ​ຂອງ​ພຣະ​ອົງ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ, ຊຶ່ງ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ເຮົາ​ທີ່​ຈະ​ບັນ​ລຸ​ພາ​ລະ​ກິດ​ທີ່​ເຮົາ​ຖືກ​ສົ່ງ​ມາ​ຍັງ​ໂລກ.

  5. ເພື່ອ​ໃຫ້​ເຂົ້າ​ໃຈ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ, ມັນ​ສຳ​ຄັນ​ທີ່​ຈະ​ເຂົ້າ​ໃຈ​ວ່າ ພັນ​ທະ​ສັນ​ຍາ​ກ່ຽວ​ຂ້ອງ​ກັບ​ຄຳ​ໝັ້ນ​ສັນ​ຍາ​ສອງ​ທາງ ລະ​ຫວ່າງ​ພຣະ​ເຈົ້າ​ກັບ​ລູກ​ຄົນ​ໜຶ່ງ​ຂອງ​ພຣະ​ອົງ. ໃນ​ພັນ​ທະ​ສັນ​ຍາ, ພຣະ​ເຈົ້າ​ໄດ້​ກຳ​ນົດ​ເງື່ອນ​ໄຂ, ແລະ ເຮົາ​ຍອມ​ຮັບ​ເອົາ​ເງື່ອນ​ໄຂ​ເຫລົ່າ​ນັ້ນ. ໃນ​ການ​ຕອບ​ແທນ, ພຣະ​ເຈົ້າ​ໄດ້​ເຮັດ​ຄຳ​ສັນ​ຍາ​ກັບ​ເຮົາ. ພັນ​ທະ​ສັນ​ຍາ​ຫລາຍ​ຢ່າງ​ມາ​ພ້ອມ​ກັ​ບ​ເຄື່ອງ​ໝາຍ​ພາຍ​ນອກ—ຫລື ພິ​ທີ​ການ​ສັກ​ສິດ—ຊຶ່ງ​ໃນ​ນັ້ນ​ເຮົາ​ມີ​ສ່ວນ​ຮ່ວມ​ກັບ​ພະ​ຍານ​ທີ່​ຢູ່​ດ້ວຍ. ຍົກ​ຕົວ​ຢ່າງ, ການ​ບັບ​ຕິ​ສະ​ມາ​ແມ່ນ​ສັນ​ຍາ​ລັກ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ບຸກ​ຄົນ​ທີ່​ຮັບ​ບັບ​ຕິ​ສະ​ມາ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ.

  6. ເບິ່ງ ໂມ​ໂຣ​ໄນ 4:3; 5:2; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:77, 79.

  7. ໂມ​ໄຊ​ຢາ 18:20.

  8. ເບິ່ງ ໂມ​ເຊ 6:50, 57.

  9. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 93:40–48.

  10. ເບິ່ງ ໂມ​ໄຊ​ຢາ 3:19.

  11. ເອ​ຊາ​ຢາ 54:10, ເນັ້ນ​ຄຳ​ເນີ້ງ; ເບິ່ງ 3 ນີ​ໄຟ 22:10 ນຳ​ອີກ. ຄວາມ​ເມດ​ຕາ ຖືກ​ແປ​ຈາກ​ຄຳ​ສັບ​ພາ​ສາ​ເຮັບ​ເຣີ hesed, ເປັນ​ຄຳ​ທີ່​ມີ​ພະ​ລັງ​ດ້ວຍ​ຄວາມ​ໝາຍ​ທີ່​ເລິກ​ເຊິ່ງ​ກວມ​ເອົາ​ຄວາມ​ກະ​ລຸ​ນາ, ຄວາມ​ເມດ​ຕາ, ຄວາມ​ຮັກ​ຂອງ​ພັນ​ທະ​ສັນ​ຍາ, ແລະ ອື່ນໆ​ອີກ.

  12. ເປັນ​ໄປ​ໄດ້​ທີ່​ຈະ​ຊົດ​ໃຊ້​ບາບ​ບາງ​ຢ່າງ ແຕ່​ບໍ່​ແມ່ນ​ບາບ​ອື່ນໆ. ຖ້າ​ຫາກ​ຄົນ​ໃດ​ຂົ່ມ​ເຫັງ ຫລື ຈູ່​ໂຈມ​ຄົນ​ອື່ນ, ຫລື ຖ້າ​ຫາກ​ຄົນ​ໃດ​ເອົາ​ຊີ​ວິດ​ຂອງ​ຄົນ​ອື່ນ, ຈະ​ບໍ່​ສາ​ມາດ​ຊົດ​ໃຊ້​ເຕັມ​ສ່ວນ​ໄດ້. ຄົນ​ບາບ​ໃນ​ກໍ​ລະ​ນີ​ເຫລົ່າ​ນັ້ນ ສາ​ມາດ​ເຮັດ​ໄດ້​ຫລາຍ​ເທົ່າ​ນັ້ນ, ແລະ ສ່ວນ​ທີ່​ເຫລືອ​ຈຳ​ນວນ​ຫລາຍ​ແມ່ນ​ຕິດ​ຄ້າງ​ຢູ່. ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ເຕັມ​ພຣະ​ໄທ​ທີ່​ຈະ​ໃຫ້​ອະ​ໄພ​ໜີ້​ສິນ ເຮົາ​ຈຶ່ງ​ສາ​ມາດ​ມາ​ຫາ​ພຣະ​ອົງ ບໍ່​ວ່າ​ເຮົາ​ໄດ້​ຢູ່​ຫ່າງ​ໄກ​ຈາກ​ພຣະ​ອົງ​ຫລາຍ​ປານ​ໃດ​ກໍ​ຕາມ. ເມື່ອ​ເຮົາ​ກັບ​ໃຈ​ຢ່າງ​ຈິງ​ໃຈ, ພຣະ​ອົງ​ຈະ​ໃຫ້​ອະ​ໄພ​ແກ່​ເຮົາ. ສ່ວນ​ທີ່​ຕິດ​ຄ້າງ​ໃດໆ​ລະ​ຫວ່າງ​ບາບ​ຂອງ​ເຮົາ ແລະ ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ທົດ​ແທນ​ທັງ​ໝົດ ສາ​ມາດ​ຖືກ​ຊຳ​ລະ​ພຽງ​ແຕ່​ໂດຍ​ການ​ນຳ​ໃຊ້​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ເທົ່າ​ນັ້ນ, ຜູ້​ສາ​ມາດ​ເຮັດ​ຂອງ​ປະ​ທານ​ແຫ່ງ​ຄວາມ​ເມດ​ຕາ. ຄວາມ​ເຕັມ​ພຣະ​ໄທ​ຂອງ​ພຣະ​ອົງ​ທີ່​ຈະ​ໃຫ້​ອະ​ໄພ​ໜີ້​ສິນ​ຂອງ​ເຮົາ ເປັນ​ຂອງ​ຂວັນ​ອັນ​ລ້ຳ​ຄ່າ.

  13. ເບິ່ງ 2 ນີ​ໄຟ 31:18–20.

  14. ກະ​ສັດ​ເບັນ​ຢາ​ມິນ ສາດ​ສະ​ດາ​ຊາວ​ນີ​ໄຟ.

  15. ໂມ​ໄຊ​ຢາ 2:41.

  16. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 10:5; ເນັ້ນ​ຄຳ​ເນີ້ງ.

  17. ເບິ່ງ ໂມ​ເຊ 1:16; ເບິ່ງ ຂໍ້​ທີ 1–20 ນຳ​ອີກ.

  18. ໂມ​ເຊ 1:20.

  19. ຮີ​ລາ​ມັນ 5:12.

  20. ໂມ​ໂຣ​ໄນ 6:4.

  21. ມໍ​ມອນ 9:15; ເບິ່ງ ຂໍ້​ທີ 19 ນຳ​ອີກ.

  22. ອັກ​ຄະ​ສາ​ວົກ​ໂຢ​ຮັນ​ໄດ້​ປະ​ກາດ​ວ່າ ເພິ່ນ​ໄດ້​ບັນ​ທຶກ​ການ​ມະ​ຫັດ​ສະ​ຈັນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເພື່ອ “ວ່າ [ເຮົາ] ຈະ​ໄດ້​ເຊື່ອ​ວ່າ​ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ” (ໂຢ​ຮັນ 20:31).

  23. ມໍ​ມອນ 9:21.

  24. ເອ​ຊາ​ຢາ 40:29.

  25. ມັດ​ທາຍ 6:14.