ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ເຮົາ​ແຕ່​ລະ​ຄົນ​ກໍ​ມີ​ເລື່ອງ​ລາວ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2022


ເຮົາ​ແຕ່​ລະ​ຄົນ​ກໍ​ມີ​ເລື່ອງ​ລາວ

ຈົ່ງ​ມາ​ຊອກ​ຫາ​ຄອບ​ຄົວ​ຂອງ​ທ່ານ, ທຸກ​ລຸ້ນ​ຄົນ​ຂອງ​ທ່ານ, ແລະ ພາ​ເຂົາ​ເຈົ້າ​ກັບ​ບ້ານ.

ໝູ່​ເພື່ອນ, ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ເຮົາ​ແຕ່​ລະ​ຄົນ​ກໍ​ມີ​ເລື່ອງ​ລາວ. ເມື່ອ​ເຮົາ​ຄົ້ນ​ພົບ​ເລື່ອງ​ລາວ​ຂອງ​ເຮົາ, ເຮົາ​ເຊື່ອມ​ຕໍ່, ເຮົາ​ເປັນ​ພາກ​ສ່ວນ, ເຮົາ​ກາຍ​ເປັນ.

ຂ້າ​ພະ​ເຈົ້າ​ຊື່ ແກ​ຣິດ ວາວ​ເຕີ ກອງ. ແກ​ຣິດ ແມ່ນ​ຊື່​ໂຮນ​ລັງ, ວາວ​ເຕີ (ຊື່​ພໍ່​ຂອງ​ຂ້າ​ພະ​ເຈົ້າ) ແມ່ນ​ຊື່​ອາ​ເມ​ຣິ​ກາ, ແລະ ກອງ ແນ່​ນອນ ແມ່ນ​ຊື່​ຈີນ.

ຜູ່​ຊ່ຽວ​ຊານ​ຄາດ​ຄະ​ເນ​ວ່າ​ມີ​ປະ​ມານ 70–110 ພັນ​ລ້ານ​ຄົນ​ທີ່​ອາ​ໄສ​ຢູ່​ເທິງ​ແຜ່ນ​ດິນ​ໂລກ. ບາງ​ທີ​ອາດ​ມີ​ພຽງ​ຄົນ​ດຽວ​ທີ່​ຊື່ ແກ​ຣິດ ວາວ​ເຕີ ກອງ.

ເຮົາ​ແຕ່​ລະ​ຄົນ​ກໍ​ມີ​ເລື່ອງ​ລາວ. ຂ້າ​ພະ​ເຈົ້າ​ມັກ “ຝົນ​ຕົກ​ໃສ່​ໃບ​ໜ້າ [ແລະ] ລົມ​ພັດ​ກາຍ.”1 ຂ້າ​ພະ​ເຈົ້າ​ໄດ້​ຍ່າງ​ເຊ​ໄປ​ກັບ​ນົກ​ແພງ​ກວນ​ໃນ​ອານ​ຕາ​ຕິ​ກາ. ຂ້າ​ພະ​ເຈົ້າ​ໄດ້​ມອບ​ຮູບ​ຖ່າຍ​ໃຫ້​ເດັກ​ກຳ​ພ້າ​ຢູ່​ກົວ​ເຕ​ມາ​ລາ, ໃຫ້​ເດັກ​ນ້ອຍ​ຕາມ​ຖະ​ໜົນ​ໃນ​ກຳ​ປູ​ເຈຍ, ໃຫ້​ຜູ້​ຍິງ​ຊາວ​ມາ​ຊາຍ​ໃນ​ອາ​ຟຣິ​ກາ ຊຶ່ງ​ເປັນ​ຮູບ​ຖ່າຍ​ໃບ​ທຳ​ອິດ​ຂອງ​ຕົວ​ເຂົາ​ເຈົ້າ​ເອງ.

ຂ້າ​ພະ​ເຈົ້າ​ໄດ້​ລໍ​ຖ້າ​ຢູ່​ໂຮງ​ໝໍ​ເມື່ອ​ລູກ​ແຕ່​ລະ​ຄົນ​ຂອງ​ພວກ​ເຮົາ​ເກີດ—ເທື່ອ​ໜຶ່ງ​ທ່ານ​ໝໍ​ໄດ້​ໃຫ້​ຂ້າ​ພະ​ເຈົ້າ​ຊ່ວຍ.

ຂ້າ​ພະ​ເຈົ້າ​ໄວ້​ວາງ​ໃຈ​ພຣະ​ເຈົ້າ. ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ “[ເຮົາ] ເປັນ​ຢູ່, ເພື່ອ [ເຮົາ] ຈະ​ໄດ້​ມີ​ຄວາມ​ສຸກ,”2 ວ່າ​ມັນ​ມີ​ເວ​ລາ ແລະ ລະ​ດູ​ການ​ສຳ​ລັບ​ທຸກ​ສິ່ງ​ໃຕ້​ຟ້າ​ສະ​ຫວັນ.3

ທ່ານ​ຮູ້​ເລື່ອງ​ລາວ​ຂອງ​ທ່ານ​ບໍ? ຊື່​ຂອງ​ທ່ານ​ໝາຍ​ຄວາມ​ວ່າ​ແນວ​ໃດ? ປະ​ຊາ​ກອນ​ໂລກ​ມີ​ເພີ່ມ​ຂຶ້ນ​ຈາກ 1.1 ພັນ​ລ້ານ​ຄົນ​ໃນ​ປີ 1820 ເຖິງ​ເກືອບ 7.8 ພັນ​ລ້ານ​ຄົນ​ໃນ​ປີ 2020.4 ປີ 1820 ເບິ່ງ​ຄື​ວ່າ​ເປັນ​ຈຸດ​ປ່ຽນ​ແປງ​ໃນ​ປະ​ຫວັດ​ສາດ. ຫລາຍ​ຄົນ​ທີ່​ເກີດ​ຫລັງ​ຈາກ​ປີ 1820 ມີ​ຄວາມ​ຊົງ​ຈຳ​ທີ່​ມີ​ຊີ​ວິດ​ຊີ​ວາ ແລະ ບັນ​ທຶກ​ເພື່ອ​ລະ​ບຸ​ຄອບ​ຄົວ​ຫລາຍ​ລຸ້ນ​ຄົນ. ທ່ານ​ສາ​ມາດ​ຄິດ​ເຖິງ​ຄວາມ​ຊົງ​ຈຳ​ພິ​ເສດ ແລະ ຫວານ​ຊື່ນ ກັບ​ພໍ່​ຕູ້​ແມ່​ຕູ້ ຫລື ສະ​ມາ​ຊິກ​ຄົນ​ອື່ນໆ​ໃນ​ຄອບ​ຄົວ​ໄດ້​ຫລື​ບໍ່?

ບໍ່​ວ່າ​ຈຳ​ນວນ​ທັງ​ໝົດ​ຂອງ​ບຸກ​ຄົນ​ທີ່​ມີ​ຊີ​ວິດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ຈະ​ຫລາຍ​ປານ​ໃດ​ກໍ​ຕາມ, ແຕ່​ມັນ​ຈຳ​ກັດ, ສາ​ມາດ​ນັບ​ໄດ້, ເທື່ອ​ລະ​ຄົນ. ທ່ານ ແລະ ຂ້າ​ພະ​ເຈົ້າ, ເຮົາ​ແຕ່​ລະ​ຄົນ​ສຳ​ຄັນ.

ແລະ ກະ​ລຸ​ນາ​ພິ​ຈາ​ລະ​ນາ​ສິ່ງນີ້: ບໍ່​ວ່າ​ເຮົາ​ຮູ້​ຈັກ​ເຂົາ​ເຈົ້າ​ຫລື​ບໍ່, ເຮົາ​ແຕ່​ລະ​ຄົນ​ໄດ້​ເກີດ​ມາ​ຈາກ​ແມ່ ແລະ ພໍ່. ແລະ ແມ່ ແລະ ພໍ່​ແຕ່​ລະ​ຄົນ​ກໍ​ເກີດ​ມາ​ຈາກ​ແມ່ ແລະ ພໍ່​ຄື​ກັນ.5 ບໍ່​ວ່າ​ຈະ​ເປັນ​ເຊື້ອ​ສາຍ​ໂດຍ​ກຳ​ເນີດ ຫລື ໂດຍ​ການ​ເປັນ​ລູກ​ລ້ຽງ, ໃນ​ທີ່​ສຸດ​ເຮົາ​ທັງ​ໝົດ​ກໍ​ເຊື່ອມ​ຕໍ່​ເຂົ້າ​ກັນ​ໃນ​ຄອບ​ຄົວ​ຂອງ​ພຣະ​ເຈົ້າ ແລະ ໃນ​ຄອບ​ຄົວ​ມະ​ນຸດ.

ເກີດ​ໃນ ຄ.ສ. 837, ພໍ່​ຕູ້​ທວດ​ທີ 30 ຂອງ​ຂ້າ​ພະ​ເຈົ້າ, ມັງ​ກອນ ກອງ ຜູ້​ທຳ​ອິດ, ໄດ້​ຕັ້ງ​ໝູ່​ບ້ານ​ຂອງ​ຄອບ​ຄົວ​ພວກ​ເຮົາ​ໃນ​ພາກ​ໃຕ້​ຂອງ​ປະ​ເທດ​ຈີນ. ເທື່ອ​ທຳ​ອິດ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ໄປ​ຢ້ຽມ​ຢາມ​ບ້ານ​ກອງ, ຜູ້​ຄົນ​ເວົ້າ​ວ່າ, “Wenhan huilaile” ແປ​ວ່າ (“ແກ​ຣິດ​ໄດ້​ກັບ​ຄືນ​ມາ​ແລ້ວ”).

ໃນ​ຝ່າຍ​ແມ່​ຂອງ​ຂ້າ​ພະ​ເຈົ້າ, ຕົ້ນ​ຕະ​ກຸນ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ພວກ​ເຮົາ​ແມ່ນ​ລວມ​ທັງ​ລາຍ​ຊື່​ຂອງ​ຫລາຍ​ພັນ​ຄອບ​ຄົວ, ຊຶ່ງ​ມີ​ຫລາຍ​ກວ່າ​ນັ້ນ​ໃຫ້​ຄົ້ນ​ຫາ.6 ເຮົາ​ແຕ່​ລະ​ຄົນ​ມີ​ຄອບ​ຄົວ​ຫລາຍ​ຂຶ້ນ ທີ່​ຈະ​ເຊື່ອມ​ຕໍ່. ຖ້າ​ຫາກ​ທ່ານ​ຄິດ​ວ່າ​ປ້າ​ທວດ​ຂອງ​ທ່ານ​ໄດ້​ສຳ​ເລັດ​ການ​ສືບ​ເຊື້ອ​ສາຍ​ຂອງ​ຄອບ​ຄົວ​ທ່ານ​ແລ້ວ, ກະ​ລຸ​ນາ​ຊອກ​ຫາ​ຍາດ​ພີ່​ນ້ອງ ແລະ ພີ່​ນ້ອງ​ຂອງ​ພີ່​ນ້ອງ​ຂອງ​ທ່ານ. ໃຫ້​ເຊື່ອມ​ຕໍ່​ຊື່​ຄອບ​ຄົວ​ໃນ​ຄວາມ​ຊົງ​ຈຳ​ທີ່​ມີ​ຊີ​ວິດ​ຂອງ​ທ່ານ​ກັບ​ຊື່​ທີ່​ຄົ້ນ​ຫາ​ໄດ້ 10 ພັນ​ລ້ານ​ຊື່ ທີ່ FamilySearch ຮວບ​ຮວມ​ໄວ້​ຢູ່​ອອນ​ລາຍ​ໃນ​ເວ​ລາ​ນີ້ ແລະ ມີ 1.3 ພັນ​ລ້ານ​ຄົນ​ໃນ​ຕົ້ນ​ຕະ​ກຸນ​ຂອງ​ເວັບ​ໄຊ​ນີ້.7

ຮູບ​ພາບ
ຕົ້ນ​ໄມ້​ທີ່​ມີ​ຊີ​ວິດ​ພ້ອມ​ກັບ​ຮາກ​ເຫງົ້າ ແລະ ກິ່ງ​ງ່າ

ຂໍ​ໃຫ້​ໝູ່​ເພື່ອນ ຫລື ຄອບ​ຄົວ​ແຕ້ມ​ຮູບ​ຕົ້ນ​ໄມ້​ທີ່​ມີ​ຊີ​ວິດ. ດັ່ງ​ທີ່​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ, ຕົ້ນ​ໄມ້​ທີ່​ມີ​ຊີ​ວິດ ຈະ​ມີ​ຮາກ​ເຫງົ້າ ແລະ ​ກິ່ງ​ງ່າ.8 ບໍ່​ວ່າ​ທ່ານ​ຈະ​ເປັນ​ລຸ້ນ​ທຳ​ອິດ ຫລື ລຸ້ນ​ທີ​ສິບ​ທີ່​ຖືກ​ຮູ້​ຈັກ​ກໍ​ຕາມ, ຈົ່ງ​ເຊື່ອມ​ຕໍ່​ມື້​ວານ​ນີ້ ເພື່ອ​ມື້​ອື່ນ. ຈົ່ງ​ເຊື່ອມ​ຕໍ່​ຮາກ​ເຫງົ້າ​ໃສ່​ກັບ​ກິ່ງ​ງ່າ​ໃນ​ຕົ້ນ​ຕະ​ກຸນ​ທີ່​ມີ​ຊີ​ວິດ​ຂອງ​ທ່ານ.9

ຄຳ​ຖາມ “ເຈົ້າ​ມາ​ຈາກ​ໃສ?” ແມ່ນ​ຖາມ​ເຖິງ​ເຊື້ອ​ສາຍ, ສະ​ຖານ​ທີ່​ເກີດ, ແລະ ປະ​ເທດ ຫລື ບ້ານ​ເກີດ​ເມືອງ​ນອນ. ທົ່ວ​ໂລກ, 25 ເປີ​ເຊັນ​ສາ​ມາດ​ສືບ​ສາວ​ກັບ​ໄປ​ຫາ​ປະ​ເທດ​ຈີນ, 23 ເປີ​ເຊັນ​ກັບ​ໄປ​ຫາ​ປະ​ເທດ​ອິນ​ເດຍ, 17 ເປີ​ເຊັນ​ກັບ​ໄປ​ຫາ​ອາ​ຊີ ແລະ ປາ​ຊີ​ຟິກ, 18 ເປີ​ເຊັນ​ກັບ​ໄປ​ຫາ​ເອີ​ຣົບ, 10 ເປີ​ເຊັນ​ກັບ​ໄປ​ຫາ​ອາ​ຟຣິ​ກາ, 7 ເປີ​ເຊັນ​ກັບ​ໄປ​ຫາ​ອາ​ເມ​ຣິ​ກາ.10

ຄຳ​ຖາມ “ເຈົ້າ​ມາ​ຈາກ​ໃສ?” ກໍ​ເຊື້ອ​ເຊີນ​ເຮົາ​ໃຫ້​ຄົ້ນ​ຫາ​ເອ​ກະ​ລັກ​ແຫ່ງ​ສະ​ຫວັນ ແລະ ຈຸດ​ປະ​ສົງ​ທາງວິນ​ຍານ​ໃນ​ຊີ​ວິດ​ຂອງ​ເຮົາ​ນຳ​ອີກ.

ເຮົາ​ແຕ່​ລະ​ຄົນ​ກໍ​ມີ​ເລື່ອງ​ລາວ.

ຄອບ​ຄົວ​ໜຶ່ງ​ທີ່​ຂ້າ​ພະ​ເຈົ້າ​ຮູ້​ຈັກ ໄດ້​ເຊື່ອມ​ຕໍ່​ຄອບ​ຄົວ​ຫ້າ​ລຸ້ນ​ຄົນ ເມື່ອ​ເຂົາ​ເຈົ້າ​ໄປ​ຢ້ຽມ​ຢາມ​ເຮືອນ​ເກົ່າ​ຢູ່​ເມືອງ​ວິນ​ນິ​ເພກ, ປະ​ເທດ​ກາ​ນາ​ດາ. ຢູ່​ທີ່​ນັ້ນ​ພໍ່​ຕູ້​ໄດ້​ບອກ​ຫລານ​ຊາຍ​ຂອງ​ລາວ​ກ່ຽວ​ກັບ​ວັນ​ທີ່​ຜູ້​ສອນ​ສາດ​ສະ​ໜາ​ສອງ​ຄົນ (ລາວ​ເອີ້ນ​ເຂົາ​ເຈົ້າ​ວ່າ ທູດ​ຈາກ​ສະ​ຫວັນ) ໄດ້​ນຳ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ​ມາ​ໃຫ້, ຊຶ່ງ​ໄດ້​ປ່ຽນ​ແປງ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ຕະ​ຫລອດ​ໄປ.

ແມ່​ຄົນ​ໜຶ່ງ​ທີ່​ຂ້າ​ພະ​ເຈົ້າ​ຮູ້​ຈັກ ໄດ້​ເຊື້ອ​ເຊີນ​ລູກໆ​ຂອງ​ນາງ ແລະ ຍາດ​ພີ່​ນ້ອງ​ຂອງ​ພວກ​ເຂົາ​ໃຫ້​ຖາມ​ແມ່​ຕູ້​ທວດ​ຂອງ​ພວກ​ເຂົາ​ກ່ຽວ​ກັບ​ປະ​ສົບ​ການ​ໃນ​ໄວ​ເດັກ​ຂອງ​ລາວ. ການ​ຜະ​ຈົນ​ໄພ ແລະ ບົດ​ຮຽນ​ຊີ​ວິດ​ຂອງ​ແມ່​ຕູ້​ທວດ ບັດ​ນີ້​ກາຍ​ເປັນ​ໜັງ​ສື​ຄອບ​ຄົວ​ອັນ​ລ້ຳ​ຄ່າ ທີ່​ຮວບ​ຮວມ​ຫລາຍ​ລຸ້ນ​ຄົນ.

ຊາຍ​ໜຸ່ມ​ຄົນ​ໜຶ່ງ​ທີ່​ຂ້າ​ພະ​ເຈົ້າ​ຮູ້​ຈັກ ກຳ​ລັງ​ຮວບ​ຮວມ “ບັນ​ທຶກ​ສ່ວນ​ຕົວ​ຂອງ​ພໍ່.” ຫລາຍ​ປີ​ກ່ອນ, ລົດ​ໄດ້​ຕຳ ແລະ ຂ້າ​ພໍ່​ລາວ. ບັດ​ນີ້, ເພື່ອ​ຈະ​ຮູ້​ຈັກ​ພໍ່​ຂອງ​ລາວ, ຊາຍ​ໜຸ່ມ​ທີ່​ກ້າ​ຫານ​ຄົນ​ນີ້ ໄດ້​ສະ​ສົມ​ຄວາມ​ຊົງ​ຈຳ​ໃນ​ໄວ​ເດັກ ແລະ ເລື່ອງ​ລາວ​ຈາກ​ຄອບ​ຄົວ ແລະ ໝູ່​ເພື່ອນ.

ເມື່ອ​ຖືກ​ຖາມ​ເຖິງ​ຄວາມ​ໝາຍ​ໃນ​ຊີ​ວິດ, ຄົນ​ສ່ວນ​ໃຫຍ່​ຈະ​ໃຫ້ ຄອບ​ຄົວ ມາ​ກ່ອນ.11 ສິ່ງ​ນີ້​ແມ່ນ​ລວມ​ທັງ​ຄອບ​ຄົວ​ທີ່​ມີ​ຊີ​ວິດ​ຢູ່ ແລະ ຜູ້​ທີ່​ລ່ວງ​ລັບ​ໄປ​ແລ້ວ. ແນ່​ນອນ, ເມື່ອ​ເຮົາ​ຕາຍ​ໄປ, ເຮົາ​ຈະ​ບໍ່​ດັບ​ຫາຍ​ໄປ. ເຮົາ​ຈະ​ສືບ​ຕໍ່​ມີ​ຊີ​ວິດ​ຢູ່​ຟາກ​ມ່ານ​ເບື້ອງ​ນັ້ນ.

ໂດຍ​ທີ່​ຍັງ​ມີ​ຊີ​ວິດ​ຢູ່, ບັນ​ພະ​ບຸ​ລຸດ​ຂອງ​ເຮົາ​ສົມ​ຄວນ​ທີ່​ຈະ​ຖືກ​ຈື່​ຈຳ.12 ເຮົາ​ຈື່​ຈຳ​ມໍ​ລະ​ດົກ​ຂອງ​ເຮົາ​ຜ່ານ​ທາງ​ເລື່ອງ​ເລົ່າ, ບັນ​ທຶກ​ເຜົ່າ ແລະ ເລື່ອງ​ລາວ​ຄອບ​ຄົວ, ອະ​ນຸ​ສອນ ຫລື ສະ​ຖານ​ທີ່​ແຫ່ງ​ຄວາມ​ຊົງ​ຈຳ, ແລະ ການ​ສະ​ເຫລີມ​ສະ​ຫລອງ​ດ້ວຍ​ຮູບ​ຖ່າຍ, ອາ​ຫານ, ຫລື ສິ່ງ​ຂອງ​ທີ່​ເຕືອນ​ໃຈ​ເຮົາ​ເຖິງ​ຄົນ​ທີ່​ເຮົາ​ຮັກ.

ໃຫ້​ຄິດ​ກ່ຽວ​ກັບ​ບ່ອນ​ທີ່​ທ່ານ​ອາ​ໄສ​ຢູ່—ມັນ​ດີ​ເລີດ​ແມ່ນ​ບໍ ທີ່​ປະ​ເທດ ແລະ ຊຸມ​ຊົນ​ຂອງ​ທ່ານ​ຈື່​ຈຳ ແລະ ໃຫ້​ກຽດ​ແກ່​ບັນ​ພະ​ບຸ​ລຸດ, ຄອບ​ຄົວ, ຄົນ​ອື່ນໆ​ທີ່​ໄດ້​ຮັບ​ໃຊ້ ແລະ ເສຍ​ສະ​ລະ? ຍົກ​ຕົວ​ຢ່າງ, ຢູ່​ທີ່​ງານ​ລະ​ນຶກ​ເຖິງ​ການ​ເກັບ​ກ່ຽວ​ໃນ​ລະ​ດູ​ໃບ​ໄມ້​ຫລົ່ນ ໃນ​ເມືອງ​ຊ້າວ​ໂມ​ຕັນ, ເຂດ​ເດ​ວອນ​ຊາຍ, ປະ​ເທດ​ອັງ​ກິດ, ຊິດ​ສະ​ເຕີ ກອງ ແລະ ຂ້າ​ພະ​ເຈົ້າ​ມັກ​ໄປ​ຫາ​ໂບດ ແລະ ຊຸມ​ຊົນ​ນ້ອຍໆ ບ່ອນ​ທີ່​ຄອບ​ຄົວ​ບາ​ເດັນ​ຫລາຍ​ລຸ້ນ​ຄົນ​ຂອງ​ພວກ​ເຮົາ​ໄດ້​ອາ​ໄສ​ຢູ່. ເຮົາ​ໃຫ້​ກຽດ​ແກ່​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ ໂດຍ​ການ​ເປີດ​ຟ້າ​ສະ​ຫວັນ ຜ່ານ​ທາງ​ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ13 ແລະ ໂດຍ​ການ​ກາຍ​ເປັນ​ບ້ວງ​ເຊື່ອມ​ຕໍ່14 ໃນ​ສາຍ​ໂສ້​ຂອງ​ຫລາຍ​ລຸ້ນ​ຄົນ​ຂອງ​ເຮົາ.15

ໃນ​ຍຸກ​ນີ້​ທີ່ “ຂ້ອຍ​ເລືອກ​ຕົວ​ເອງ,” ສັງ​ຄົມ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ເມື່ອ​ຫລາຍ​ລຸ້ນ​ຄົນ​ຖືກ​ເຊື່ອມ​ຕໍ່​ເຂົ້າ​ກັນ​ໃນ​ວິ​ທີ​ທີ່​ມີ​ຄວາມ​ໝາຍ. ການ​ຮູ້​ຈັກ​ວ່າ​ເຮົາ​ມາ​ຈາກ​ໃສ ຈະ​ຊ່ວຍ​ເຮົາ​ໃຫ້​ເຕີບ​ໂຕ—ຄວາມ​ສຳ​ພັນ​ທີ່​ແທ້​ຈິງ, ການ​ຮັບ​ໃຊ້​ທີ່​ມີ​ຄວາມ​ໝາຍ, ຊີ​ວິດ​ທີ່​ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ພາບ​ທີ່​ເກີນ​ຄວາມ​ເປັນ​ຈິງ​ຢູ່​ໃນ​ສື່​ສັງ​ຄົມ.

ການ​ເຊື່ອມ​ຕໍ່​ເຂົ້າ​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ ສາ​ມາດ​ປ່ຽນ​ແປງ​ຊີ​ວິດ​ຂອງ​ເຮົາ​ໃນ​ທາງ​ທີ່​ໜ້າ​ປະ​ຫລາດ​ໄດ້. ຈາກ​ການ​ທົດ​ລອງ ແລະ ຄວາມ​ສຳ​ເລັດ​ຂອງ​ເຂົາ​ເຈົ້າ, ເຮົາ​ຈະ​ໄດ້​ຮັບ​ສັດ​ທາ ແລະ ຄວາມ​ເຂັ້ມ​ແຂງ.16 ຈາກ​ຄວາມ​ຮັກ ແລະ ການ​ເສຍ​ສະ​ລະ​ຂອງ​ເຂົາ​ເຈົ້າ, ເຮົາ​ຈະ​ຮຽນ​ຮູ້​ທີ່​ຈະ​ໃຫ້​ອະ​ໄພ ແລະ ກ້າວ​ໄປ​ຂ້າງ​ໜ້າ. ລູກໆ​ຂອງ​ເຮົາ​ຈະ​ສາ​ມາດ​ທົນ​ທານ. ເຮົາ​ຈະ​ໄດ້​ຮັບ​ການ​ປົກ​ປ້ອງ ແລະ ພະ​ລັງ. ຄວາມ​ຜູກ​ພັນ​ກັບ​ບັນ​ພະ​ບຸ​ລຸດ​ຈະ​ເພີ່ມ​ຄວາມ​ໃກ້​ຊິດ​ໃນ​ຄອບ​ຄົວ, ຄວາມ​ກະ​ຕັນ​ຍູ, ການ​ມະ​ຫັດ​ສະ​ຈັນ. ຄວາມ​ຜູກ​ພັນ​ດັ່ງ​ກ່າວ​ສາ​ມາດ​ນຳ​ຄວາມ​ຊ່ວຍ​ເຫລືອ​ມາ​ໃຫ້ ຈາກ​ຟາກ​ມ່ານ​ເບື້ອງ​ນັ້ນ.

ຄວາມ​ສຸກ​ເກີດ​ກັບ​ຄອບ​ຄົວ​ສັນ​ໃດ, ຄວາມ​ໂສກ​ເສົ້າ​ກໍ​ຈະ​ເກີດ​ກັບ​ຄອບ​ຄົວ​ສັນ​ນັ້ນ. ບໍ່​ມີ​ບຸກ​ຄົນ​ໃດ​ທີ່​ສົມ​ບູນ​ແບບ, ແລະ ຄອບ​ຄົວ​ກໍ​ເຊັ່ນ​ກັນ. ເມື່ອ​ຄົນ​ທີ່​ຄວນ​ຮັກ, ລ້ຽງ​ດູ, ແລະ ປົກ​ປ້ອງ​ເຮົາ ບໍ່​ໄດ້​ເຮັດ​ແນວ​ນັ້ນ, ເຮົາ​ຈະ​ຮູ້​ສຶກ​ຖືກ​ປະ​ຖິ້ມ, ອັບ​ອາຍ, ແລະ ເຈັບ​ປວດ. ຄອບ​ຄົວ​ສາ​ມາດ​ກາຍ​ເປັນ​ເປືອກ​ທີ່​ວ່າງ​ເປົ່າ. ແຕ່, ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສະ​ຫວັນ, ເຮົາ​ສາ​ມາດ​ເຂົ້າ​ໃຈ​ຄອບ​ຄົວ​ຂອງ​ເຮົາ ແລະ ສ້າງ​ຄວາມ​ສະ​ຫງົບ​ນຳ​ກັນ​ໄດ້.17

ບາງ​ເທື່ອ​ຄຳ​ໝັ້ນ​ສັນ​ຍາ​ທີ່​ແນ່ວ​ແນ່​ໃນ​ການ​ຮັກ​ສາ​ຄວາມ​ສຳ​ພັນ​ໃນ​ຄອບ​ຄົວ ຈະ​ຊ່ວຍ​ໃຫ້​ເຮົາ​ບັນ​ລຸ​ສິ່ງ​ທີ່​ຍາກ. ໃນ​ບາງ​ກໍ​ລະ​ນີ, ຊຸມ​ຊົນ​ກາຍ​ເປັນ​ຄອບ​ຄົວ. ຍິງ​ໜຸ່ມ​ທີ່​ດີ​ເລີດ​ຄົນ​ໜຶ່ງ​ທີ່​ຄອບ​ຄົວ​ມີ​ບັນ​ຫາ ແລະ ໄດ້​ຍ້າຍ​ເຮືອນ​ເລື້ອຍໆ ໄດ້​ພົບ​ເຫັນ​ຄອບ​ຄົວ​ສາດ​ສະ​ໜາ​ຈັກ​ທີ່​ຮັກ​ແພງ ບໍ່​ວ່າ​ນາງ​ຈະ​ໄປ​ຢູ່​ໃສ ເພື່ອ​ລ້ຽງ​ດູ ແລະ ຮັບ​ຕ້ອນ​ນາງ. ພັນ​ທຸ​ກຳ ແລະ ຮູບ​ແບບ​ຂອງ​ຄອບ​ຄົວ​ມີ​ອິດ​ທິ​ພົນ ແຕ່​ບໍ່​ສາ​ມາດ​ກຳ​ນົດ​ເຮົາ​ໄດ້.

ພຣະ​ເຈົ້າ​ຢາກ​ໃຫ້​ຄອບ​ຄົວ​ຂອງ​ເຮົາ​ມີ​ຄວາມ​ສຸກ ແລະ ຕະ​ຫລອດ​ໄປ. ຕະ​ຫລອດ​ໄປ​ແມ່ນ​ດົນ​ເກີນ​ໄປ​ຖ້າ​ຫາກ​ເຮົາ​ເຮັດ​ໃຫ້​ກັນ​ແລະ​ກັນ​ບໍ່​ມີ​ຄວາມ​ສຸກ. ຄວາມ​ສຸກ​ແມ່ນ​ສັ້ນ​ເກີນ​ໄປ​ຖ້າ​ຫາກ​ຄວາມ​ສຳ​ພັນ​ທີ່​ທະ​ນຸ​ຖະ​ໜອມ​ສິ້ນ​ສຸດ​ລົງ​ກັບ​ຊີ​ວິດ​ນີ້. ຜ່ານ​ທາງ​ພັນ​ທະ​ສັນ​ຍາ​ທີ່​ສັກ​ສິດ, ພຣະ​ເຢ​ຊູ​ຄຣິດ​ໄດ້​ສະ​ເໜີ​ມອບ​ຄວາມ​ຮັກ, ອຳ​ນາດ, ແລະ ພຣະ​ຄຸນ​ຂອງ​ພຣະ​ອົງ​ໃຫ້ ເພື່ອ​ປ່ຽນ​ແປງ​ເຮົາ18 ແລະ ປິ່ນ​ປົວ​ຄວາມ​ສຳ​ພັນ​ຂອງ​ເຮົາ. ການ​ຮັບ​ໃຊ້​ໃນ​ພຣະ​ວິ​ຫານ​ຢ່າງ​ບໍ່​ເຫັນ​ແກ່​ຕົວ​ສຳ​ລັບ​ຄົນ​ທີ່​ເຮົາ​ຮັກ ຈະ​ເຮັດ​ໃຫ້​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເປັນ​ຈິງ​ສຳ​ລັບ​ເຂົາ​ເຈົ້າ ແລະ ເຮົາ. ເມື່ອ​ຖືກ​ຊຳ​ລະ​ໃຫ້​ບໍ​ລິ​ສຸດ​ແລ້ວ, ເຮົາ​ຈະ​ສາ​ມາດ​ກັບ​ຄືນ​ບ້ານ​ໄປ​ສູ່​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ໃນ​ຖາ​ນະ​ຄອບ​ຄົວ​ທີ່​ລວມ​ກັນ​ເປັນ​ໜຶ່ງ​ຊົ່ວ​ນິ​ລັນ​ດອນ.19

ເລື່ອງ​ລາວ​ຂອງ​ເຮົາ​ແຕ່​ລະ​ເລື່ອງ ເປັນ​ການ​ເດີນ​ທາງ​ທີ່​ຍັງ​ຄົງ​ດຳ​ເນີນ​ຕໍ່​ໄປ, ໃນ​ຂະ​ນະ​ທີ່​ເຮົາ​ຄົ້ນ​ພົບ, ສ້າງ, ແລະ ກາຍ​ເປັນ ດ້ວຍ​ຄວາມ​ເປັນ​ໄປ​ໄດ້​ທີ່​ເກີນ​ກວ່າ​ຈະ​ຈິນ​ຕະ​ນາ​ການ.

ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ກ່າວ​ວ່າ, “ກັບ​ບາງ​ຄົນ ອາດ​ເບິ່ງ​ຄື​ວ່າ ມັນ​ເປັນ​ຄຳ​ສອນ​ທີ່​ອາດ​ຫານ​ຫລາຍ ທີ່​ພວກ​ເຮົາ​ກ່າວ​ເຖິງ—ເປັນ​ອຳ​ນາດ​ຊຶ່ງ​ບັນ​ທຶກ​ໄວ້ ຫລື ຜູກ​ມັດ​ໄວ້ ຢູ່​ເທິງ​ແຜ່ນ​ດິນ​ໂລກ ແລະ ຢູ່​ໃນ​ສະ​ຫວັນ.”20 ສັງ​ຄົມ​ທີ່​ເຮົາ​ສ້າງ​ຢູ່​ທີ່​ນີ້​ສາ​ມາດ​ມີ​ຢູ່​ໃນ​ລັດ​ສະ​ໝີ​ພາບ​ນິ​ລັນ​ດອນ​ຢູ່​ທີ່​ນັ້ນ.21 ແນ່​ນອນ, “ຖ້າ​ຫາກ​ປາດ​ສະ​ຈາກ [ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ພວກ​ເຮົາ] ພວກ​ເຮົາ​ຈະ​ດີ​ພ້ອມ​ບໍ່​ໄດ້; ທັງ​ພວກ​ເຂົາ​ກໍ​ຄື​ກັນ ຈະ​ດີ​ພ້ອມ​ບໍ່​ໄດ້ ຖ້າ​ຫາກ​ປາດ​ສະ​ຈາກ​ພວກ​ເຮົາ,” ນັ້ນ​ຄື, ໃນ “ການ​ມາ​ຮ່ວມ​ກັນ​ທີ່​ເປັນ​ໜຶ່ງ ແລະ ສົມ​ບູນ ແລະ ດີ​ພ້ອມ.”22

ຕອນນີ້​ເຮົາ​ສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່?

ທຳ​ອິດ, ໃຫ້​ຈິນ​ຕະ​ນາ​ການ​ເຫັນ​ຕົວ​ເອງ​ຢືນ​ແຍງ​ກະ​ຈົກ​ສອງ​ແຜ່ນ​ຢູ່​ຝາ​ສອງ​ເບື້ອງ​ທີ່​ສະ​ທ້ອນ​ພາບ​ຂອງ​ເຮົາ​ໃສ່​ກັນ​ຕໍ່ໆ​ໄປ​ຊົ່ວ​ນິ​ລັນ​ດອນ. ໃນ​ເບື້ອງ​ໜຶ່ງ, ໃຫ້​ເຫັນ​ຕົວ​ເອງ​ເປັນ​ລູກ​ສາວ, ເປັນ​ຫລານ​ສາວ, ເປັນ​ເຫລນ; ໃນ​ອີກ​ເບື້ອງ​ໜຶ່ງ, ຍິ້ມ​ໃຫ້​ຕົວ​ເອງ​ເປັນ​ປ້າ, ແມ່, ແລະ ແມ່​ຕູ້. ເວ​ລາ​ຜ່ານ​ໄປ​ໄວ​ແທ້ໆ! ໃນ​ແຕ່​ລະ​ເວ​ລາ ແລະ ບົດ​ບາດ, ໃຫ້​ສັງ​ເກດ​ວ່າ​ໃຜ​ຢູ່​ກັບ​ທ່ານ. ໃຫ້​ຮວບ​ຮວມ​ຮູບ​ພາບ ແລະ ເລື່ອງ​ລາວ​ຂອງ​ເຂົາ​ເຈົ້າ; ຈົ່ງ​ເຮັດ​ໃຫ້​ຄວາມ​ຊົງ​ຈຳ​ຂອງ​ເຂົາ​ເຈົ້າ​ກາຍ​ເປັນ​ຈິງ. ບັນ​ທຶກ​ຊື່, ປະ​ສົບ​ການ, ແລະ ວັນ​ທີ​ທີ່​ສຳ​ຄັນ. ເຂົາ​ເຈົ້າ​ເປັນ​ຄອບ​ຄົວ​ຂອງ​ທ່ານ—ຄອບ​ຄົວ​ທີ່​ທ່ານ​ມີ ແລະ ຄອບ​ຄົວ​ທີ່​ທ່ານ​ຢາກ​ມີ.

ເມື່ອ​ທ່ານ​ປະ​ຕິ​ບັດ​ພິ​ທີ​ການ​ພຣະ​ວິ​ຫານ​ສຳ​ລັບ​ສະ​ມາ​ຊິກ​ໃນ​ຄອບ​ຄົວ, ແລ້ວ​ວິນ​ຍານ​ຂອງ​ເອ​ລີ​ຢາ, “ການ​ສະ​ແດງ​ໃຫ້​ປະ​ຈັກ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ທີ່​ເປັນ​ພະ​ຍານ​ເຖິງ​ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ​ຂອງ​ຄອບ​ຄົວ,”23 ຈະ​ຜູກ​ມັດ​ຫົວ​ໃຈ​ຂອງ​ພໍ່, ແມ່, ແລະ ລູກໆ​ເຂົ້າ​ກັນ​ໃນ​ຄວາມ​ຮັກ.24

ສອງ, ໃຫ້​ການ​ຜະ​ຈົນ​ໄພ​ຂອງ​ປະ​ຫວັດ​ຄອບ​ຄົວ​ເກີດ​ຂຶ້ນ​ໂດຍ​ເຈດ​ຕະ​ນາ ແລະ ແບບ​ທຳ​ມະ​ຊາດ. ໂທ​ຫາ​ແມ່​ຕູ້​ຂອງ​ທ່ານ. ເບິ່ງ​ໃຫ້​ເລິກ​ເຂົ້າ​ໄປ​ໃນ​ຕາ​ຂອງ​ເດັກ​ນ້ອຍ​ເກີດ​ໃໝ່. ຫາ​ເວ​ລາ—ຄົ້ນ​ພົບ​ນິ​ລັນ​ດອນ—ໃນ​ແຕ່​ລະ​ໄລ​ຍະ​ຂອງ​ການ​ເດີນ​ທາງ​ຂອງ​ທ່ານ. ຮຽນ​ຮູ້ ແລະ ຮັບ​ຮູ້​ມໍ​ລະ​ດົກ​ຂອງ​ຄອບ​ຄົວ​ທ່ານ​ດ້ວຍ​ຄວາມ​ກະ​ຕັນ​ຍູ ແລະ ຄວາມ​ຊື່​ສັດ. ສະ​ເຫລີມ​ສະ​ຫລອງ ແລະ ກາຍ​ເປັນ​ທາງ​ບວກ ແລະ, ຖ້າ​ຈຳ​ເປັນ, ໃຫ້​ເຮັດ​ທຸກ​ສິ່ງ​ທີ່​ເປັນ​ໄປ​ໄດ້​ດ້ວຍ​ຄວາມ​ຖ່ອມ​ຕົວ ເພື່ອ​ບໍ່​ສົ່ງ​ຕໍ່​ທາງ​ລົບ. ໃຫ້​ສິ່ງ​ທີ່​ດີ​ເລີ່ມ​ຕົ້ນ​ຈາກ​ທ່ານ.

ສາມ, ໃຫ້​ເປີດ​ເບິ່ງ FamilySearch.org. ດາວ​ໂຫລດ​ແອັບ​ມື​ຖື​ທີ່​ມີ​ຢູ່. ມັນ​ຟຣີ ແລະ ມ່ວນ​ຊື່ນ. ຄົ້ນ​ພົບ, ເຊື່ອມ​ຕໍ່, ເປັນ​ພາກ​ສ່ວນ. ເບິ່ງວ່າ​ທ່ານ​ກ່ຽວ​ພັນ​ກັບ​ຄົນ​ຢູ່​ໃນ​ຫ້ອງ​ແນວ​ໃດ, ມັນ​ງ່າຍ ແລະ ເປັນ​ລາງ​ວັນ ເມື່ອ​ໄດ້​ຕື່ມ​ລາຍ​ຊື່​ໃສ່​ໃນ​ຕົ້ນ​ຕະ​ກຸນ​ຂອງ​ທ່ານ, ທີ່​ໄດ້​ພົບ​ເຫັນ ແລະ ເປັນ​ພອນ​ໃຫ້​ແກ່​ຮາກ​ເຫງົ້າ ແລະ ກິ່ງ​ງ່າ​ຂອງ​ທ່ານ.

ສີ່, ຊ່ວຍ​ເຕົ້າ​ໂຮມ​ຄອບ​ຄົວ​ນິ​ລັນ​ດອນ. ຈື່​ຈຳ​ປະ​ຊາ​ກອນ​ຂອງ​ສະ​ຫວັນ. ຜູ້​ທີ່​ຢູ່​ຟາກ​ມ່ານ​ເບື້ອງ​ນັ້ນ​ແມ່ນ​ມີ​ຫລາຍ​ກວ່າ​ເບື້ອງ​ນີ້. ເມື່ອ​ມີ​ພຣະ​ວິ​ຫານ​ຕັ້ງ​ຢູ່​ໃກ້​ເຮົາ​ຫລາຍ​ຂຶ້ນ, ຈົ່ງ​ສະ​ເໜີ​ໃຫ້​ຜູ້​ທີ່​ລໍ​ຖ້າ​ພິ​ທີ​ການ​ພຣະ​ວິ​ຫານ​ມີ​ໂອ​ກາດ​ຮັບ​ເອົາ​ມັນ.

ຄຳ​ສັນ​ຍາ​ໃນ​ອີດ​ສະ​ເຕີ ແລະ ສະ​ເໝີ​ໄປ​ແມ່ນ​ວ່າ, ໃນ ແລະ ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ສາ​ມາດ​ກາຍ​ເປັນ​ເລື່ອງ​ລາວ​ທີ່​ດີ​ທີ່​ສຸດ​ຂອງ​ເຮົາ ແລະ ຄອບ​ຄົວ​ຂອງ​ເຮົາ​ສາ​ມາດ​ມີ​ຄວາມ​ສຸກ ແລະ ຢູ່​ນຳ​ກັນ​ຕະ​ຫລອດ​ໄປ. ໃນ​ທຸກ​ລຸ້ນ​ຄົນ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ​ຊົງ​ປິ່ນ​ປົວ​ຫົວ​ໃຈ​ທີ່​ເຈັບ​ປວດ, ປົດ​ປ່ອຍ​ຊະ​ເລີຍ, ປົດ​ປ່ອຍ​ຜູ້​ທີ່​ຖືກ​ກົດ​ຂີ່​ໃຫ້​ເປັນ​ອິດ​ສະ​ລະ.25 ການ​ເປັນ​ພາກ​ສ່ວນ​ທາງ​ພັນ​ທະ​ສັນ​ຍາ​ນຳ​ພຣະ​ເຈົ້າ ແລະ ນຳ​ກັນ​ແລະ​ກັນ26 ແມ່ນ​ລວມ​ທັງ​ການ​ຮູ້​ວ່າ​ວິນ​ຍານ ແລະ ຮ່າງ​ກາຍ​ຂອງ​ເຮົາ​ຈະ​ລວມ​ເຂົ້າ​ກັນ​ໃນ​ການ​ຟື້ນ​ຄືນ​ຊີ​ວິດ ແລະ ຄວາມ​ສຳ​ພັນ​ອັນ​ລ້ຳ​ຄ່າ​ທີ່​ສຸດ​ຂອງ​ເຮົາ ຈະ​ດຳ​ເນີນ​ຕໍ່​ໄປ​ຫລັງ​ຄວາມ​ຕາຍ ດ້ວຍ​ຄວາມ​ຊື່ນ​ຊົມ​ອັນ​ເຕັມ​ປ່ຽມ.27

ເຮົາ​ແຕ່​ລະ​ຄົນ​ກໍ​ມີ​ເລື່ອງ​ລາວ. ຈົ່ງ​ມາ​ຄົ້ນ​ພົບ​ເລື່ອງ​ລາວ​ຂອງ​ທ່ານ. ຈົ່ງ​ມາ​ຊອກ​ຫາ​ສຽງ​ຂອງ​ທ່ານ, ເພງ​ຂອງ​ທ່ານ, ຄວາມ​ປອງ​ດອງ​ຂອງ​ທ່ານ​ໃນ​ພຣະ​ອົງ. ນີ້​ຄື​ຈຸດ​ປະ​ສົງ​ທີ່​ພຣະ​ເຈົ້າ​ໄດ້​ສ້າງ​ຟ້າ​ສະ​ຫວັນ ແລະ ແຜ່ນ​ດິນ​ໂລກ ແລະ ເຫັນ​ວ່າ​ດີ.28

ຈົ່ງ​ສັນ​ລະ​ເສີນ​ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ເຈົ້າ, ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ, ການ​ຟື້ນ​ຟູ​ອັນ​ຕໍ່​ເນື່ອງ​ໃນ​ພຣະ​ກິດ​ຕິ​ຄຸນ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ຈົ່ງ​ມາ​ຊອກ​ຫາ​ຄອບ​ຄົວ​ຂອງ​ທ່ານ, ທຸກ​ລຸ້ນ​ຄົນ​ຂອງ​ທ່ານ, ແລະ ພາ​ເຂົາ​ເຈົ້າ​ກັບ​ບ້ານ. ໃນ​ພຣະ​ນາມ​ອັນ​ສັກ​ສິດ ແລະ ບໍ​ລິ​ສຸດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. “My Heavenly Father Loves Me,” Children’s Songbook, 228.

  2. 2 ນີ​ໄຟ 2:25.

  3. ເບິ່ງ ປັນ​ຍາ​ຈານ 3:1.

  4. ອີງ​ຕາມ​ຫ້ອງ​ການ​ເລ​ຂາ​ສະ​ຫະ​ປະ​ຊາ​ຊາດ, The World at Six Billion (1999), 5, table 1; “World Population by Year,” Worldometer, worldometers.info.

  5. ຫລາຍ​ຄົນ​ໄດ້​ຮັບ​ພອນ​ທີ່​ມີ​ພໍ່​ແມ່​ຜູ້​ບໍ່​ໄດ້​ໃຫ້​ກຳ​ເນີດ​ແກ່​ພວກ​ເຂົາ, ແຕ່​ພວກ​ເຂົາ​ໄດ້​ຖືກ​ລວມ​ເຂົ້າ​ໃນ​ຄອບ​ຄົວ ຜ່ານ​ທາງ​ສາຍ​ສຳ​ພັນ​ແຫ່ງ​ຄວາມ​ຮັກ ແລະ ການ​ຮັບ​ມາ​ລ້ຽງ ແລະ ພັນ​ທະ​ສັນ​ຍາ​ຂອງ​ການ​ຜະ​ນຶກ​ອັນ​ສັກ​ສິດ.

  6. ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຜູ້​ທີ່​ກຳ​ລັງ​ທົດ​ລອງວິ​ທີ​ການ​ຈັດ​ລະ​ບຽບ​ຊື່​ຄອບ​ຄົວ​ຈຳ​ນວນ​ຫລວງ​ຫລາຍ​ເຂົ້າ​ໃນ​ຕົ້ນ​ຕະ​ກຸນ.

  7. ໃນ​ປີ 2021, ປະ​ມານ 99 ລ້ານ​ຊື່​ໄດ້​ຖືກ​ຕື່ມ​ໃສ່​ຕົ້ນ​ຕະ​ກຸນ​ສາ​ທາ​ລະ​ນະ. ແລະ ເມື່ອ​ບໍ່​ດົນ​ມາ​ນີ້, ການ​ບັນ​ທຶກ​ໃນ​ແບບ​ດິ​ຈິ​ຕັນ​ກໍ​ໄດ້​ສຳ​ເລັດ​ໄມ​ໂກຼ​ຟິມ​ໄປ​ແລ້ວ 2.4 ລ້ານ​ມ້ວນ ຊຶ່ງ​ບັນ​ຈຸ​ລາຍ​ຊື່​ປະ​ມານ 37 ພັນ​ລ້ານ​ຊື່ (ມີ​ການ​ຊ້ຳ​ບາງ​ສ່ວນ). ບັດ​ນີ້​ກໍ​ສາ​ມາດ​ຕຽມ​ລາຍ​ຊື່​ຂອງ​ບຸກ​ຄົນ​ເຫລົ່າ​ນີ້​ໃນ​ບັນ​ທຶກ​ເພື່ອ​ໃຫ້​ຄົ້ນ​ຫາ, ພົບ​ເຫັນ, ແລະ ຕື່ມ​ໃສ່​ໃນ​ຕົ້ນ​ຕະ​ກຸນ​ຂອງ​ມະ​ນຸດ​ຊາດ​ໄດ້​ແລ້ວ.

  8. ເບິ່ງ Russell M. Nelson, “Roots and Branches,” Liahona, May 2004, 27–29.

  9. ແນ່​ນອນ, ໃນ​ຂະ​ນະ​ທີ່​ເຮົາ​ຄົ້ນ​ພົບ ແລະ ສ້າງ​ຕົ້ນ​ຕະ​ກຸນ​ທີ່​ມີ​ຊີ​ວິດ​ຂອງ​ເຮົາ, ກະ​ລຸ​ນາ​ເຄົາ​ລົບ 100 ເປີ​ເຊັນ ຂອງ​ຄວາມ​ເປັນ​ສ່ວນ​ຕົວ ແລະ ການ​ມີ​ສ່ວນ​ຮ່ວມ​ຂອງ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ທີ່​ອາ​ສາ​ສະ​ໝັກ, ບໍ່​ວ່າ​ເຂົາ​ເຈົ້າ​ຍັງ​ມີ​ຊີ​ວິດ​ຢູ່ ຫລື ເສຍ​ຊີ​ວິດ​ແລ້ວ​ກໍ​ຕາມ.

  10. ເດ​ວິດ ຄຸຍ​ແມັດ ໄດ້​ຄາດ​ຄະ​ເນ​ຕົວ​ເລກ​ເຫລົ່າ​ນີ້, ອີງ​ຕາມ ແອງ​ກັສ ແມດ​ດິ​ສັນ, The World Economy: A Millennial Perspective (2001), 241, table B-10.

  11. ເບິ່ງ Laura Silver and others, “What Makes Life Meaningful? Views from 17 Advanced Economies,” Pew Research Center, Nov. 18, 2021, pewresearch.org.

  12. 1 ນີ​ໄຟ 9:5; 1 ນີ​ໄຟ 19:3; ຄຳ​ຂອງ​ມໍ​ມອນ 1:6–7; ແລະ ແອວ​ມາ 37:2 ກ່າວ​ເຖິງ​ການ​ຮັກ​ສາ​ບັນ​ທຶກ ແລະ ຄວາມ​ຊົງ​ຈຳ “ເພື່ອ​ຈຸດ​ປະ​ສົງ​ທີ່​ສະ​ຫລາດ,” ລວມ​ທັງ​ການ​ເປັນ​ພອນ​ໃຫ້​ແກ່​ຄົນ​ລຸ້ນ​ຫລັງ.

  13. ເບິ່ງ Russell M. Nelson and Wendy W. Nelson, “Open the Heavens through Temple and Family History Work,” Ensign, Oct. 2017, 34–39; Liahona, Oct. 2017, 14–19; ເບິ່ງ “RootsTech Family Discovery Day—Opening Session 2017” (ວິ​ດີ​ໂອ), ChurchofJesusChrist.org ນຳ​ອີກ.

  14. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 128:18.

  15. ເບິ່ງ Gordon B. Hinckley, “Keep the Chain Unbroken” (Brigham Young University devotional, Nov. 30, 1999), speeches.byu.edu. ປະ​ທານ​ຮິງ​ລີ​ກໍ​ຖືກ​ອ້າງ​ເຖິງ​ໃນ David A. Bednar, “A Welding Link” (worldwide devotional for young adults, Sept. 10, 2017), broadcasts.ChurchofJesusChrist.org.

  16. ຍົກ​ຕົວ​ຢ່າງ, ໃນ​ຄອບ​ຄົວ​ຂອງ​ພວກ​ເຮົາ, ເຮັນ​ຣີ ບາ​ເດັນ, ຈາກ​ເຂດ​ເດ​ວອນ​ຊາຍ, ປະ​ເທດ​ອັງ​ກິດ, ໄດ້​ແຕ່ງ​ງານ​ກັບ​ນາງ​ແຊ​ຣາ ຮາວ​ເວີດ, ຜູ້​ທີ່​ໄດ້​ອົບ​ພະ​ຍົບ​ໄປ​ກັບ​ຄອບ​ຄົວ​ຂອງ​ນາງ ຫລັງ​ຈາກ​ທີ່​ເຂົາ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ. ຂະ​ນະ​ທີ່​ນາງ​ແຊ​ຣາ​ຢູ່​ໃນ​ເມືອງ​ເຊັ້ນ​ຫລຸຍ​ຕອນ​ເປັນ​ໄວ​ລຸ້ນ, ພໍ່​ຂອງ​ນາງ, ແມ່, ແລະ ອ້າຍ​ເອື້ອຍ​ນ້ອງ​ຫ້າ​ຄົນ​ຂອງ​ນາງ​ໄດ້​ເສຍ​ຊີ​ວິດ. ເຮັນ​ຣີ​ກັບ​ນາງ​ແຊ​ຣາ​ມີ​ລູກ 10 ຄົນ. ນາງ​ແຊ​ຣາ​ກໍ​ໄດ້​ລ້ຽງ​ດູ​ລູກ​ຫົກ​ຄົນ​ຂອງ​ນາງ​ແອນ ໄອ​ຣີ​ແລນ ພັນ​ລະ​ຍາ​ຄົນ​ທຳ​ອິດ​ຂອງ​ເຮັນ​ຣີ​ນຳ​ອີກ, ຫລັງ​ຈາກ​ນາງ​ເສຍ​ຊີ​ວິດ. ນາງ​ແຊ​ຣາ​ກໍ​ໄດ້​ກາຍ​ເປັນ​ແມ່​ຂອງ​ຫລານ​ນ້ອຍ​ສອງ​ຄົນ​ນຳ​ອີກ ຫລັງ​ຈາກ​ລູກ​ໄພ້​ຂອງ​ນາງ​ເສຍ​ຊີ​ວິດ. ເຖິງ​ແມ່ນ​ວ່າ​ຊີ​ວິດ​ຈະ​ເຕັມ​ໄປ​ດ້ວຍ​ການ​ທ້າ​ທາຍ​ຢ່າງ​ຫລວງ​ຫລາຍ, ແຕ່​ນາງ​ແຊ​ຣາ​ກໍ​ອົບ​ອຸ່ນ, ມີ​ຄວາມ​ຮັກ, ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ, ແລະ ແນ່​ນອນ ຕ້ອງ​ທຳ​ງານ​ຢ່າງ​ໜັກ. ນາງ​ເປັນ​ທີ່​ຮູ້​ຈັກ​ກັນ​ດ້ວຍ​ຄວາມ​ຮັກ​ໃນ​ນາມ “ແມ່​ຕູ້​ນ້ອຍ.”

  17. ເຖິງ​ແມ່ນ​ຈະ​ຍາກ​ລຳ​ບາກ, ເມື່ອ​ເຮົາ​ໃຫ້​ອະ​ໄພ​ຕົວ​ເອງ ແລະ ກັນ​ແລະ​ກັນ ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ຄຣິດ, ເຮົາ​ຈະ​ກາຍ​ເປັນ “ລູກໆ​ຂອງ​ພຣະ​ເຈົ້າ” (ມັດ​ທາຍ 5:9).

  18. ເບິ່ງ, ສຳ​ລັບ​ຕົວ​ຢ່າງ, ໂມ​ໄຊ​ຢາ 3:19.

  19. ເບິ່ງ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ChurchofJesusChrist.org.

  20. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 128:9.

  21. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 130:2.

  22. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 128:18.

  23. Russell M. Nelson, “A New Harvest Time,” Ensign, May 1998, 34; ເບິ່ງ Russell M. Nelson and Wendy W. Nelson, “Open the Heavens through Temple and Family History Work,” 16–18 ນຳ​ອີກ.

  24. ເບິ່ງ ໂມ​ໄຊ​ຢາ 18:21.

  25. ເບິ່ງ ລູ​ກາ 4:18.

  26. ມີ​ຄົນ​ບອກ​ຂ້າ​ພະ​ເຈົ້າ​ວ່າ ໃນ​ພາ​ສາ​ເຮັບ​ເຣີ ຄຳ​ວ່າ ຄອບ​ຄົວ ແມ່ນ—mishpachah—ມາ​ຈາກ​ຮາກ​ສັບ​ພາ​ສາ​ເຮັບ​ເຣີ (shaphahh) ແປ​ວ່າ “ເຂົ້າ​ຮ່ວມ ຫລື ຜູກ​ມັດ​ໄວ້​ນຳ​ກັນ.” ທຸກ​ບົດ​ບາດ​ພາຍ​ໃນ​ຄອບ​ຄົວ​ຖືກ​ອອກ​ແບບ​ມາ​ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສາຍ​ສຳ​ພັນ​ຂອງ​ຄອບ​ຄົວ.

  27. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:15–16, 34; 93:33; 138:17.

  28. ເບິ່ງ ປະ​ຖົມ​ມະ​ການ 1:4, 31.