ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ ແລະ ຈຸດ​ໝາຍ​ປາຍ​ທາງ​ນິ​ລັນ​ດອນ​ຂອງ​ທ່ານ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2022


ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ ແລະ ຈຸດ​ໝາຍ​ປາຍ​ທາງ​ນິ​ລັນ​ດອນ​ຂອງ​ທ່ານ

ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ພຣະ​ເຢ​ຊູ​ຄຣິດ​ເປັນ​ຈຸດ​ສູນ​ກາງ​ໃນ​ຊີ​ວິດ​ຂອງ​ທ່ານ ແລະ ຈື່​ຈຳ​ຄວາມ​ຈິງ​ພື້ນ​ຖານ​ໃນ​ຄຳ​ຂວັນ​ຂອງ​ກຸ່ມ​ຍິງ​ໜຸ່ມ.

ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ຂອບ​ໃຈ​ທີ່​ມາ​ຮ່ວມ. ຂ້າ​ພະ​ເຈົ້າ​ຖື​ວ່າ​ເປັນ​ກຽດ​ທີ່​ໄດ້​ມາ​ຮ່ວມ​ພາກ​ສະ​ຕີ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ນີ້. ຂ້າ​ພະ​ເຈົ້າ​ກໍ​ເຄີຍ​ໄດ້​ຮັບ​ສິດ​ທິ​ພິ​ເສດ​ເປັນ​ບາງ​ຄັ້ງ​ບາງ​ຄາວ ເພື່ອ​ໄປ​ຮ່ວມ​ຫ້ອງ​ຮຽນ​ກຸ່ມ​ຍິງ​ໜຸ່ມ. ແຕ່​ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ເຖິງ​ສິ່ງ​ທີ່​ເປັນ​ຄວາມ​ຈິງ—ຂ້າ​ພະ​ເຈົ້າ​ບໍ່​ແມ່ນ​ຊາວ​ໜຸ່ມ, ແລະ ຂ້າ​ພະ​ເຈົ້າ​ກໍ​ບໍ່​ແມ່ນ​ຜູ້​ຍິງ! ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ ຂ້າ​ພະ​ເຈົ້າ​ຈະ​ຮູ້​ສຶກ​ສະ​ບາຍ​ໃຈ​ຂຶ້ນ​ຖ້າ​ຫາກ​ຂ້າ​ພະ​ເຈົ້າ​ສາ​ມາດ​ກ່າວ​ຄຳ​ຂວັນ​ຂອງ​ກຸ່ມ​ຍິງ​ໜຸ່ມ​ຮ່ວມ​ກັບ​ກຸ່ມ​ຍິງ​ໜຸ່ມ​ໄດ້. ຄຳ​ສອນ​ອັນ​ເລິກ​ເຊິ່ງ​ທີ່​ສິດ​ສອນ​ຢູ່​ໃນ​ຄຳ​ຂວັນ​ຂອງ​ກຸ່ມ​ຍິງ​ໜຸ່ມ1 ແມ່ນ​ສຳ​ຄັນ​ສຳ​ລັບ​ກຸ່ມ​ຍິງ​ໜຸ່ມ, ແຕ່​ມັນ​ກໍ​ໃຊ້​ໄດ້​ກັບ​ທຸກ​ຄົນ, ລວມ​ທັງ​ພວກ​ເຮົາ​ທີ່​ບໍ່​ໄດ້​ເປັນ​ຍິງ​ໜຸ່ມ.

ຄຳ​ຂວັນ​ຂອງ​ກຸ່ມ​ຍິງ​ໜຸ່ມ​ເລີ່ມ​ຕົ້ນ​ດ້ວຍ, “ເຮົາ​ເປັນ​ທິ​ດາ​ທີ່​ຮັກ​ຫອມ​ຂອງ​ພຣະ​ບິ​ດາ​ມານ​ດາ​ເທິງ​ສະ​ຫວັນ, ພ້ອມ​ດ້ວຍ​ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ ແລະ ມີ​ຈຸດ​ໝາຍ​ປາຍ​ທາງ​ນິ​ລັນ​ດອນ.”2 ຄຳ​ຖະ​ແຫລງ​ນີ້​ປະ​ກອບ​ດ້ວຍ​ຄວາມ​ຈິງ​ທີ່​ສຳ​ຄັນ​ສີ່​ຢ່າງ. ທຳ​ອິດ, ທ່ານ​ເປັນ​ທິ​ດາ​ທີ່​ຮັກ​ຫອມ. ບໍ່​ມີ​ສິ່ງ​ໃດ​ທີ່​ທ່ານ​ເຮັດ—ຫລື ບໍ່​ເຮັດ—ຈະ​ສາ​ມາດ​ປ່ຽນ​ແປງ​ໄດ້. ພຣະ​ເຈົ້າ​ຮັກ​ທ່ານ​ເພາະ​ວ່າ​ທ່ານ​ເປັນ​ທິ​ດາ​ທາງ​ວິນ​ຍານ​ຂອງ​ພຣະ​ອົງ. ບາງ​ເທື່ອ​ເຮົາ​ອາດ​ບໍ່​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ, ແຕ່​ມັນ​ຈະ​ຢູ່​ນຳ​ສະ​ເໝີ. ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ແມ່ນ​ສົມ​ບູນ​ແບບ.3 ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ນັ້ນ​ແມ່ນ​ບໍ່​ສົມ​ບູນ​ແບບ.

ພຣະ​ວິນ​ຍານ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ສື່​ສານ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ຕໍ່​ເຮົາ.4 ແຕ່​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ຖືກ​ປິດ​ບັງ “ດ້ວຍ​ຄວາມ​ຮູ້​ສຶກ​ທີ່​ຮຸນ​ແຮງ, ດັ່ງ​ເຊັ່ນ​ຄວາມ​ໃຈ​ຮ້າຍ, ຄວາມ​ກຽດ​ຊັງ, … [ຫລື] ຄວາມ​ຢ້ານ​ກົວ … ຄື​ກັບ​ການ​ພະ​ຍາ​ຍາມ​ທີ່​ຈະ​ຊີມ​ລົດ​ຊາດ​ອັນ​ລະ​ອຽດ​ອ່ອນ​ຂອງ​ໝາກ​ອະ​ງຸ່ນ ໃນ​ຂະ​ນະ​ທີ່​ກິນ​ໝາກ​ເຜັດ. … [ລົດ​ຊາດ​ໜຶ່ງ] ຈະ​ເໜືອ​ກວ່າ​ອີກ​ອັນ​ໜຶ່ງ.”5 ການ​ປະ​ພຶດ​ກໍ​ເປັນ​ແບບ​ນັ້ນ​ຄື​ກັນ, ລວມ​ທັງ​ບາບ, ຈະ​ເຮັດ​ໃຫ້​ເຮົາ​ຫ່າງ​ໄກ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ,6 ເຮັດ​ໃຫ້​ຍາກ​ສຳ​ລັບ​ເຮົາ​ທີ່​ຈະ​ຮັບ​ຮູ້​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ທີ່​ມີ​ຕໍ່​ເຮົາ.

ຄ້າຍ​ຄື​ກັນ, ຄວາມ​ຮູ້​ສຶກ​ຂອງ​ເຮົາ​ທີ່​ມີ​ຕໍ່​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ອາດ​ຈະ​ຖືກ​ບັງ​ຄັບ​ໂດຍ​ສະ​ຖາ​ນະ​ການ​ທີ່​ທ້າ​ທາຍ ແລະ ຄວາມ​ເຈັບ​ປ່ວຍ​ທາງ​ຮ່າງ​ກາຍ ຫລື ທາງ​ຈິດ​ໃຈ, ໃນ​ບັນ​ດາ​ສິ່ງ​ອື່ນໆ. ໃນ​ທຸກ​ກໍ​ລະ​ນີ​ເຫລົ່າ​ນີ້, ຄຳ​ແນະ​ນຳ​ຂອງ​ຜູ້​ນຳ​ທີ່​ເຊື່ອ​ຖື​ໄດ້ ຫລື ຜູ້​ຊ່ຽວ​ຊານ ສ່ວນ​ຫລາຍ​ສາ​ມາດ​ເປັນ​ປະ​ໂຫຍດ​ໄດ້. ເຮົາ​ຍັງ​ສາ​ມາດ​ພະ​ຍາ​ຍາມ​ປັບ​ປຸງ​ຄວາມ​ຮັບ​ຮູ້​ຂອງ​ເຮົາ​ຕໍ່​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ໂດຍ​ການ​ຖາມ​ຕົວ​ເອງ​ວ່າ, “ຄວາມ​ຮັກ​ຂອງ​ເຮົາ​ທີ່​ມີ​ຕໍ່​ພຣະ​ເຈົ້າ​ຄົງ​ທີ່​ຫລື​ບໍ່ ຫລື ເຮົາ​ຮັກ​ພຣະ​ອົງ​ເມື່ອ​ມີ​ວັນ​ດີ ແຕ່​ບໍ່​ຫລາຍ​​ປານ​ໃດ​ເມື່ອ​ມີ​ວັນ​ທີ່​ບໍ່​ດີ?”

ຄວາມ​ຈິງ​ຢ່າງ​ທີ​ສອງ​ແມ່ນ​ວ່າ ເຮົາ​ມີ​ພຣະ​ບິ​ດາ​ມານ​ດາ​ເທິງ​ສະ​ຫວັນ, ພຣະ​ບິ​ດາ ແລະ ພຣະ​ມານ​ດາ.7 ຄຳ​ສອນ​ກ່ຽວ​ກັບ​ພຣະ​ມານ​ດາ​ເທິງ​ສະ​ຫວັນ​ມີ​ມາ​ໂດຍ​ການ​ເປີດ​ເຜີຍ ແລະ ເປັນ​ຄວາມ​ເຊື່ອ​ທີ່​ແຕກ​ຕ່າງ​ກັນ​ໃນ​ບັນ​ດາ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ອະ​ທິ​ບາຍ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ຄວາມ​ຈິງ​ນີ້​ວ່າ: “ຄວາມ​ເຊື່ອ​ທາງ​ສາດ​ສະ​ໜາ​ຂອງ​ເຮົາ​ເລີ່ມ​ຕົ້ນ​ດ້ວຍ​ພຣະ​ບິ​ດາ​ມານ​ດາ​ເທິງ​ສະ​ຫວັນ. ຄວາມ​ປາດ​ຖະ​ໜາ​ອັນ​ສູງ​ສຸດ​ຂອງ​ເຮົາ​ແມ່ນ​ຢາກ​ເປັນ​ເໝືອນ​ພວກ​ພຣະ​ອົງ.”8

ມີ​ການ​ເປີດ​ເຜີຍ​ອີກ​ໜ້ອຍ​ໜຶ່ງ​ກ່ຽວ​ກັບ​ພຣະ​ມານ​ດາ​ໃນ​ສະ​ຫວັນ, ແຕ່​ສິ່ງ​ທີ່​ເຮົາ​ຮູ້​ໄດ້​ຖືກ​ສະ​ຫລຸບ​ຢູ່​ໃນ ບົດ​ຫົວ​ຂໍ້​ພຣະ​ກິດ​ຕິ​ຄຸນ ຢູ່​ໃນ ແອັບ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.9 ເມື່ອ​ທ່ານ​ໄດ້​ອ່ານ​ສິ່ງ​ທີ່​ມີ​ໃນ​ນັ້ນ, ທ່ານ​ຈະ​ຮູ້​ທຸກ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຮູ້​ກ່ຽວ​ກັບ​ເລື່ອງ​ນີ້. ຂ້າ​ພະ​ເຈົ້າ​ກໍ​ຢາກ​ຮູ້​ຫລາຍ​ກວ່າ​ນີ້. ທ່ານ​ກໍ​ຄື​ກັນ ຄົງ​ມີ​ຄຳ​ຖາມ ແລະ ຢາກ​ພົບ​ເຫັນ​ຄຳ​ຕອບ​ຕື່ມ​ອີກ. ການ​ສະ​ແຫວງ​ຫາ​ຄວາມ​ເຂົ້າ​ໃຈ​ຫລາຍ​ຂຶ້ນ​ເປັນ​ພາກ​ສ່ວນ​ສຳ​ຄັນ​ຂອງ​ການ​ພັດ​ທະ​ນາ​ທາງ​ວິນ​ຍານ​ຂອງ​ເຮົາ, ແຕ່​ຈົ່ງ​ໃຊ້​ຄວາມ​ລະ​ມັດ​ລະ​ວັງ. ເຫດ​ຜົນ​ບໍ່​ສາ​ມາດ​ທົດ​ແທນ​ການ​ເປີດ​ເຜີຍ​ໄດ້.

ການ​ຄາດ​ເດົາ​ຈະ​ບໍ່​ນຳ​ໄປ​ສູ່​ຄວາມ​ຮູ້​ທາງ​ວິນ​ຍານ​ທີ່​ຍິ່ງ​ໃຫຍ່​ກວ່າ, ແຕ່​ຈະ​ນຳ​ໄປ​ສູ່​ການ​ຫລອກ​ຫລວງ ຫລື ຫັນ​ປ່ຽນ​ຈຸດ​ສຸມ​ຂອງ​ເຮົາ​ຈາກ​ສິ່ງ​ທີ່​ເຮົາ​ໄດ້​ຮັບ​ການ​ເປີດ​ເຜີຍ.10 ຍົກ​ຕົວ​ຢ່າງ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ວ່າ​ໃຫ້ “ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ຢູ່​ສະ​ເໝີ​ໃນ​ນາມ​ຂອງ​ເຮົາ.”11 ເຮົາ​ເຮັດ​ຕາມ​ແບບ​ແຜນ​ນີ້ ແລະ ຊີ້​ນຳ​ການ​ນະ​ມັດ​ສະ​ການ​ຂອງ​ເຮົາ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ບໍ່​ໄດ້​ອະ​ທິ​ຖານ​ຫາ​ພຣະ​ມານ​ດາ​ເທິງ​ສະ​ຫວັນ.12

ນັບ​ຕັ້ງ​ແຕ່​ພຣະ​ເຈົ້າ​ໄດ້​ແຕ່ງ​ຕັ້ງ​ສາດ​ສະ​ດາ, ພວກ​ເພິ່ນ​ໄດ້​ຮັບ​ສິດ​ອຳ​ນາດ​ໃຫ້​ກ່າວ​ແທນ​ພຣະ​ອົງ. ແຕ່​ພວກ​ເພິ່ນ​ບໍ່​ໄດ້​ປະ​ກາດ​ຄຳ​ສອນ​ທີ່ “[ພວກ​ເພິ່ນ] ເລືອກ​ເຮັດ​ເອງ”13 ຫລື ສິດ​ສອນ​ສິ່ງ​ທີ່​ບໍ່​ໄດ້​ຖືກ​ເປີດ​ເຜີຍ. ໃຫ້​ພິ​ຈາ​ລະ​ນາ​ຄຳ​ເວົ້າ​ຂອງ​ສາດ​ສະ​ດາ​ບາ​ລາ​ອາມ ໃນ​ພຣະ​ຄຳ​ພີ​ເດີມ, ຜູ້​ທີ່​ຖືກ​ສະ​ເໜີ​ມອບ​ສິນ​ບົນ​ໃຫ້ ເພື່ອ​ສາບ​ແຊ່ງ​ຊາວ​ອິດ​ສະ​ຣາ​ເອນ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ໂມ​ອາບ. ບາ​ລາ​ອາມ​ໄດ້​ເວົ້າ​ວ່າ, “ເຖິງ​ແມ່ນ​ວ່າ [ກະ​ສັດ​ຂອງ​ໂມ​ອາບ] ຈະ​ມອບ​ເງິນ​ຄຳ​ທັງ​ໝົດ​ຢູ່​ໃນ​ພະ​ຣາຊ​ວັງ​ຂອງ​ເພິ່ນ​ໃຫ້​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ກໍ​ຝ່າ​ຝືນ​ຄຳ​ສັ່ງ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ໄດ້, ແມ່ນ​ແຕ່​ເລື່ອງ​ເລັກ​ນ້ອຍ​ກໍ​ຕາມ.”14 ສາດ​ສະ​ດາ​ຍຸກ​ສຸດ​ທ້າຍ​ກໍ​ຖືກ​ຈຳ​ກັດ​ຄື​ກັນ. ການ​ຮຽກ​ຮ້ອງ​ການ​ເປີດ​ເຜີຍ​ຈາກ​ພຣະ​ເຈົ້າ​ເປັນ​ທັງ​ການ​ອວດ​ດີ ແລະ ບໍ່​ມີ​ປະ​ໂຫຍດ. ແທນ​ທີ່​ຈະ​ເຮັດ​ແນວ​ນັ້ນ, ເຮົາ​ລໍ​ຖ້າ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຕາ​ຕະ​ລາງ​ເວ​ລາ​ຂອງ​ພຣະ​ອົງ ເພື່ອ​ເປີດ​ເຜີຍ​ຄວາມ​ຈິງ​ຂອງ​ພຣະ​ອົງ ຜ່ານ​ທາງ​ວິ​ທີ​ທີ່​ພຣະ​ອົງ​ໄດ້​ຈັດ​ຕັ້ງ​ໄວ້.15

ຄວາມ​ຈິງ​ຢ່າງ​ທີ​ສາມ​ໃນ​ວັກ​ຕົ້ນ​ຂອງ​ຄຳ​ຂວັນ​ຂອງ​ກຸ່ມ​ຍິງ​ໜຸ່ມ​ແມ່ນ​ວ່າ ເຮົາ​ມີ “ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ.” ນີ້​ແມ່ນ​ຢູ່​ໃນ​ຕົວ ເຖິງ​ຜູ້​ທີ່​ເຮົາ​ເປັນ. ມັນ​ເປັນ “ກຳ​ມະ​ພັນ,” ທາງ​ວິນ​ຍານ​ທີ່​ສືບ​ທອດ​ມາ​ຈາກ​ພຣະ​ບິ​ດາ​ມານ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ,16 ແລະ ເຮົາ​ບໍ່​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ມັນ​ມາ. ນີ້​ແມ່ນ​ເອ​ກະ​ລັກ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ເຮົາ, ໂດຍ​ບໍ່​ຄຳ​ນຶງ​ເຖິງ​ວິ​ທີ​ການ​ອື່ນ​ທີ່​ເຮົາ​ເລືອກ​ໃນ​ການ​ລະ​ບຸ​ຕົວ​ເອງ. ຄວາມ​ເຂົ້າ​ໃຈ​ຄວາມ​ຈິງ​ອັນ​ເລິກ​ເຊິ່ງ​ນີ້ ແມ່ນ​ສຳ​ຄັນ​ສຳ​ລັບ​ທຸກ​ຄົນ ແຕ່​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ສຳ​ລັບ​ບຸກ​ຄົນ​ໃນ​ກຸ່ມ ຜູ້​ເຄີຍ​ຖືກ​ນັບ​ວ່າ​ບໍ່​ສຳ​ຄັນ, ຖືກ​ກົດ​ຂີ່, ຫລື ຖືກ​ປາບ​ປາມ. ຈົ່ງ​ຈື່​ຈຳ​ໄວ້​ວ່າ ເອ​ກະ​ລັກ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ທ່ານ​ກ່ຽວ​ຂ້ອງ​ກັບ​ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ​ຂອງ​ທ່ານ ໃນ​ຖາ​ນະ​ລູກ​ຂອງ​ພຣະ​ເຈົ້າ.

ຄວາມ​ຈິງ​ຢ່າງ​ທີ​ສີ່​ແມ່ນ​ວ່າ ເຮົາ​ມີ “ຈຸດ​ໝາຍ​ປາຍ​ທາງ​ນິ​ລັນ​ດອນ.” ຈຸດ​ໝາຍ​ປາຍ​ທາງ​ດັ່ງ​ກ່າວ​ຈະ​ບໍ່​ຖືກ​ບັງ​ຄັບ​ໃສ່​ເຮົາ. ຫລັງ​ຈາກ​ຄວາມ​ຕາຍ, ເຮົາ​ຈະ​ໄດ້​ຮັບ​ສິ່ງ​ທີ່​ເຮົາ​ສົມ​ຄວນ​ໄດ້​ຮັບ ແລະ “ຊື່ນ​ຊົມ [ພຽງ​ແຕ່] ກັບ​ສິ່ງ​ທີ່ [ເຮົາ] ເຕັມ​ໃຈ​ທີ່​ຈະ​ຮັບ​ເອົາ.”17 ການ​ຮັບ​ຮູ້​ຈຸດ​ໝາຍ​ປາຍ​ທາງ​ນິ​ລັນ​ດອນ​ຂອງ​ເຮົາ​ແມ່ນ​ຂຶ້ນ​ກັບ​ການ​ເລືອກ​ຂອງ​ເຮົາ. ມັນ​ຮຽກ​ຮ້ອງ​ໃຫ້​ມີ​ການ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ສັກ​ສິດ. ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ນີ້​ແມ່ນ​ວິ​ທີ​ທາງ​ທີ່​ເຮົາ​ມາ​ຫາ​ພຣະ​ຄຣິດ ແລະ ອີງ​ໃສ່​ຄວາມ​ຈິງ​ທີ່​ແນ່​ນອນ ແລະ ກົດ​ນິ​ລັນ​ດອນ​ທີ່​ບໍ່​ປ່ຽນ​ແປງ. ເຮົາ​ບໍ່​ສາ​ມາດ​ສ້າງ​ເສັ້ນ​ທາງ​ຂອງ​ເຮົາ​ເອງ ແລະ ຄາດ​ຫວັງ​ຜົນ​ທີ່​ພຣະ​ເຈົ້າ​ໄດ້​ສັນ​ຍາ​ໄວ້. ການ​ຄາດ​ຫວັງ​ພອນ​ຂອງ​ພຣະ​ອົງ​ໃນ​ຂະ​ນະ​ທີ່​ບໍ່​ປະ​ຕິ​ບັດ​ຕາມ​ກົດ​ນິ​ລັນ​ດອນ ຊຶ່ງ​ເປັນ​ໄປ​ຕາມ​ກົດ​ເກນ18 ຖື​ວ່າ​ເຂົ້າ​ໃຈ​ຜິດ, ຄື​ກັບ​ການ​ຄິດ​ວ່າ​ເຮົາ​ສາ​ມາດ​ແຕະ​ຕ້ອງ​ເຕົາ​ໄຟ​ຮ້ອນ ແລະ “ເລືອກ” ທີ່​ຈະ​ບໍ່​ຖືກ​ໄຟ​ໄໝ້.

ທ່ານ​ອາດ​ຮູ້​ວ່າ ຂ້າ​ພະ​ເຈົ້າ​ເຄີຍ​ປິ່ນ​ປົວ​ຄົນ​ທີ່​ເປັນ​ໂຣກ​ຫົວ​ໃຈ​ລົ້ມ​ເຫລວ. ຜົນ​ທີ່​ດີ​ທີ່​ສຸດ​ຂອງ​ເຂົາ​ເຈົ້າ​ແມ່ນ​ການ​ປະ​ຕິ​ບັດ​ຕາມ​ແຜນ​ການ​ປິ່ນ​ປົວ​ຕາມ​ຫລັກ​ການ. ເຖິງ​ແມ່ນ​ຈະ​ຮູ້​ເລື່ອງ​ນີ້, ຄົນ​ເຈັບ​ບາງ​ຄົນ​ກໍ​ຍັງ​ພະ​ຍາ​ຍາມ​ເຈ​ລະ​ຈາ​ແຜນ​ການ​ປິ່ນ​ປົວ​ທີ່​ແຕກ​ຕ່າງ. ເຂົາ​ເຈົ້າ​ເວົ້າ​ວ່າ, “ຂ້າ​ນ້ອຍ​ບໍ່​ຢາກ​ກິນ​ຢາ​ຫລາຍ” ຫລື “ຂ້າ​ນ້ອຍ​ບໍ່​ຢາກ​ເຮັດ​ການ​ທົດ​ສອບ​ຕິດ​ຕາມ​ຫລາຍ​ເທື່ອ.” ແນ່​ນອນ, ຄົນ​ເຈັບ​ມີ​ອິດ​ສະ​ລະ​ໃນ​ການ​ຕັດ​ສິນ​ໃຈ​ຂອງ​ຕົນ​ເອງ, ແຕ່​ຖ້າ​ຫາກ​ເຂົາ​ເຈົ້າ​ຫັນ​ໄປ​ຈາກ​ແຜນ​ການ​ປິ່ນ​ປົວ​ທີ່​ດີ​ທີ່​ສຸດ, ຜົນ​ໄດ້​ຮັບ​ຂອງ​ເຂົາ​ເຈົ້າ​ຈະ​ຕ້ອງ​ທົນ​ທຸກ​ທໍ​ລະ​ມານ. ຜູ້​ປ່ວຍ​ທີ່​ເປັນ​ໂຣກ​ຫົວ​ໃຈ​ລົ້ມ​ເຫລວ​ບໍ່​ສາ​ມາດ​ເລືອກ​ວິ​ທີ​ທາງ​ທີ່​ຕ່ຳ​ກວ່າ ແລະ ແລ້ວ​ຕຳ​ນິ​ຕິ​ຕຽນ​ແພດ​ໝໍ​ຫົວ​ໃຈ​ຂອງ​ພວກ​ເຂົາ​ສຳ​ລັບ​ຜົນ​ທີ່​ຕ່ຳ​ກວ່າ.

ມັນ​ກໍ​ຈິງ​ເຊັ່ນ​ດຽວ​ກັນ​ສຳ​ລັບ​ເຮົາ. ເສັ້ນ​ທາງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ກຳ​ນົດ​ໄວ້​ຈະ​ນຳ​ໄປ​ສູ່​ຜົນ​ນິ​ລັນ​ດອນ​ທີ່​ດີ​ທີ່​ສຸດ. ເຮົາ​ມີ​ອິດ​ສະ​ລະ​ທີ່​ຈະ​ເລືອກ, ແຕ່​ເຮົາ​ບໍ່​ສາ​ມາດ​ເລືອກ​ຜົນ​ສະ​ທ້ອນ​ຂອງ​ການ​ບໍ່​ປະ​ຕິ​ບັດ​ຕາມ​ເສັ້ນ​ທາງ​ທີ່​ເປີດ​ເຜີຍ​ໄວ້.19 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “ຜູ້​ທີ່​ຝ່າ​ຝືນ​ກົດ, ແລະ ບໍ່​ປະ​ຕິ​ບັດ​ຕາມ​ກົດ, ແຕ່​ສະ​ແຫວງ​ຫາ​ທີ່​ຈະ​ກາຍ​ເປັນ​ກົດ​ສຳ​ລັບ​ຕົນ​ເອງ, … ບໍ່​ສາ​ມາດ​ຖືກ​ຊຳ​ລະ​ໃຫ້​ບໍ​ລິ​ສຸດ​ໂດຍ​ກົດ, ທັງ​ໂດຍ​ຄວາມ​ເມດ​ຕາ, ຄວາມ​ຍຸດ​ຕິ​ທຳ, ຫລື ການ​ພິ​ພາກ​ສາ.”20 ເຮົາ​ບໍ່​ສາ​ມາດ​ຫັນ​ໄປ​ຈາກ​ເສັ້ນ​ທາງ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ແລ້ວ​ຕຳ​ນິ​ຕິ​ຕຽນ​ພຣະ​ອົງ​ສຳ​ລັບ​ຜົນ​ທີ່​ຕ່ຳ​ກວ່າ.

ວັກ​ທີ​ສອງ​ໃນ​ຄຳ​ຂວັນ​ຂອງ​ກຸ່ມ​ຍິງ​ໜຸ່ມ​ອ່ານ​ວ່າ: “ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ພະ​ຍາ​ຍາມ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ. ເຮົາ​ສະ​ແຫວງ​ຫາ ແລະ ກະ​ທຳ​ຕາມ​ການ​ເປີດ​ເຜີຍ​ສ່ວນ​ຕົວ ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄົນ​ອື່ນ ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ.” ເຮົາ​ສາ​ມາດ​ພັດ​ທະ​ນາ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ ໂດຍ​ການ​ປະ​ຕິ​ບັດ​ດ້ວຍ​ສັດ​ທາ.21 ເຮົາ​ສາ​ມາດ​ທວງ​ເອົາ​ຂອງ​ປະ​ທານ​ທາງ​ວິນ​ຍານ “ເພື່ອ​ຈະ​ຮູ້​ວ່າ​ພຣະ​ເຢ​ຊູ​ຄຣິດ​ຄື​ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ແລະ ວ່າ​ພຣະ​ອົງ​ໄດ້​ຖືກ​ຄຶງ​ເພື່ອ​ບາບ​ຂອງ​ໂລກ.” ຫລື ເຮົາ​ສາ​ມາດ​ໄດ້​ຮັບ​ຂອງ​ປະ​ທານ​ທີ່​ຈະ​ເຊື່ອ​ໃນ​ຖ້ອຍ​ຄຳ​ຂອງ​ຜູ້​ທີ່​ຮູ້,22 ຈົນ​ກວ່າ​ເຮົາ​ຈະ​ຮູ້​ດ້ວຍ​ຕົວ​ເອງ. ເຮົາ​ສາ​ມາດ​ເຮັດ​ຕາມ​ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຊ່ວຍ​ຄົນ​ອື່ນ​ໃຫ້​ມາ​ຫາ​ພຣະ​ອົງ. ດ້ວຍ​ວິ​ທີ​ນີ້, ເຮົາ​ໄດ້​ເຂົ້າ​ຮ່ວມ​ກັບ​ພຣະ​ອົງ​ໃນ​ວຽກ​ງານ​ຂອງ​ພຣະ​ອົງ.23

ຄຳ​ຂວັນ​ຂອງ​ກຸ່ມ​ຍິງ​ໜຸ່ມ​ກ່າວ​ຕື່ມ​ວ່າ, “ເຮົາ​ຈະ​ຢືນ​ເປັນ​ພະ​ຍານ​ຂອງ​ພຣະ​ເຈົ້າ ໃນ​ທຸກ​ເວ​ລາ ແລະ ໃນ​ທຸກ​ສິ່ງ, ແລະ ໃນ​ທຸກ​ບ່ອນ.” ສະ​ມາ​ຊິກ​ທຸກ​ຄົນ​ຂອງ​ສາດ​ສະ​ໜາ​ຈັກ​ຕ້ອງ​ການ​ໃຫ້​ເປັນ​ພະ​ຍານ​ເຖິງ​ພຣະ​ເຈົ້າ,24 ​ເຖິງ​ແມ່ນ​ວ່າ​ອັກ​ຄະ​ສາ​ວົກ ແລະ ສາ​ວົກ​ເຈັດ​ສິບ​ໄດ້​ຖືກ​ມອບ​ໝາຍ​ໃຫ້​ເປັນ​ພະ​ຍານ​ພິ​ເສດ​ເຖິງ​ພຣະ​ນາມ​ຂອງ​ພຣະ​ຄຣິດ​ກໍ​ຕາມ.25 ໃຫ້​ນຶກ​ວາດ​ພາບ​ເຫັນ​ການ​ແຂ່ງ​ຂັນ​ເຕະ​ບານ​ທີ່​ມີ​ພຽງ​ຜູ້​ຮັກ​ສາ​ປະ​ຕູ​ເທົ່າ​ນັ້ນ​ທີ່​ປົກ​ປ້ອງ​ເປົ້າ. ຖ້າ​ບໍ່​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ຄົນ​ອື່ນ​ໃນ​ທີມ, ຜູ້​ຮັກ​ສາ​ປະ​ຕູ​ຈະ​ບໍ່​ສາ​ມາດ​ປ້ອງ​ກັນ​ເປົ້າ​ໄດ້​ດີ​ພໍ, ແລະ ທີມ​ຈະ​ເສຍ​ສະ​ເໝີ. ສະ​ນັ້ນ, ທຸກ​ຄົນ​ກໍ​ເປັນ​ທີ່​ຕ້ອງ​ການ​ຢູ່​ໃນ​ທີມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.26

ໃນ​ວັກ​ສຸດ​ທ້າຍ​ຂອງ​ຄຳ​ຂວັນ​ຂອງ​ກຸ່ມ​ຍິງ​ໜຸ່ມ​ເລີ່ມ​ຕົ້ນ, “ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ໃຫ້​ເໝາະ​ສົມ​ຕໍ່​ຄວາມ​ສູງ​ສົ່ງ, ເຮົາ​ຈະ​ທະ​ນຸ​ຖະ​ໜອມ​ຂອງ​ປະ​ທານ​ແຫ່ງ​ການ​ກັບ​ໃຈ ແລະ ສະ​ແຫວງ​ຫາ​ທີ່​ຈະ​ພັດ​ທະ​ນາ​ຕົວ​ເອງ​ໃນ​ແຕ່​ລະ​ວັນ.” ຍ້ອນ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຮົາ​ສາ​ມາດ​ກັບ​ໃຈ, ຮຽນ​ຮູ້​ຈາກ​ຄວາມ​ຜິດ​ຂອງ​ເຮົາ, ແລະ ບໍ່​ຖືກ​ກ່າວ​ໂທດ​ຈາກ​ສິ່ງ​ເຫລົ່າ​ນັ້ນ. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ວ່າ: “ມີ​ຫລາຍ​ຄົນ​ທີ່​ຖື​ວ່າ​ການ​ກັບ​ໃຈ​ເປັນ​ການ​ລົງ​ໂທດ. … ແຕ່​ຄວາມ​ຮູ້​ສຶກ​ຖືກ​ລົງ​ໂທດ​ນີ້​ແມ່ນ​ມາ​ຈາກ​ຊາ​ຕານ. ມັນ​ພະ​ຍາ​ຍາມ​ກີດ​ກັນ​ເຮົາ​ບໍ່​ໃຫ້​ຫວັງ​ເພິ່ງ​ພຣະ​ເຢ​ຊູ​ຄຣິດ, ຜູ້​ຢືນ​ວາ​ແຂນ​ຢູ່, ດ້ວຍ​ຄວາມ​ຫວັງ ແລະ ຄວາມ​ເຕັມ​ພຣະ​ໄທ ທີ່​ຈະ​ປິ່ນ​ປົວ, ໃຫ້​ອະ​ໄພ, ຊຳ​ລະ​ລ້າງ, ຊູ​ກຳ​ລັງ, ເຮັດ​ໃຫ້​ເຮົາ​ສະ​ອາດ, ແລະ ບໍ​ລິ​ສຸດ.”27

ເມື່ອ​ເຮົາ​ກັບ​ໃຈ​ຢ່າງ​ຈິງ​ໃຈ, ຈະ​ບໍ່​ມີ​ຮອຍ​ແຜ​ທາງ​ວິນ​ຍານ​ເຫລືອ​ຢູ່, ບໍ່​ວ່າ​ເຮົາ​ຈະ​ເຮັດ​ຫຍັງ​ລົງ​ໄປ, ຈະ​ຮ້າຍ​ແຮງ​ພຽງ​ໃດ, ຫລື ເຮັດ​ຊ້ຳ​ຫລາຍ​ເທື່ອ​ເທົ່າ​ໃດ.28 ເມື່ອ​ເຮົາ​ກັບ​ໃຈ​ເລື້ອຍໆ ແລະ ສະ​ແຫວງ​ຫາ​ການ​ໃຫ້​ອະ​ໄພ​ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ, ເຮົາ​ຈະ​ໄດ້​ຮັບ​ການ​ໃຫ້​ອະ​ໄພ.29 ຊ່າງ​ເປັນ​ຂອງ​ປະ​ທານ​ທີ່​ໜ້າ​ອັດ​ສະ​ຈັນ​ແທ້ໆ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ເຢ​ຊູ​ຄຣິດ!30 ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ຮັບ​ປະ​ກັນ​ເຮົາ​ວ່າ ເຮົາ​ໄດ້​ຮັບ​ການ​ໃຫ້​ອະ​ໄພ. ເມື່ອ​ເຮົາ​ຮູ້​ສຶກ​ເຖິງ​ຄວາມ​ສຸກ ແລະ ຄວາມ​ສະ​ຫງົບ,31 ຄວາມ​ຜິດ​ຈະ​ຖືກ​ກວາດ​ລ້າງ,32 ແລະ ເຮົາ​ຈະ​ບໍ່​ທໍ​ລະ​ມານ​ຈາກ​ບາບ​ຂອງ​ເຮົາ​ອີກ​ຕໍ່​ໄປ.33

ເຖິງ​ແນວ​ໃດ​ກໍ​ຕາມ, ເຖິງ​ແມ່ນ​ວ່າ​ຫລັງ​ຈາກ​ການ​ກັບ​ໃຈ, ເຮົາ​ອາດ​ສະ​ດຸດ. ການ​ສະ​ດຸດ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ການ​ກັບ​ໃຈ​ບໍ່​ພຽງ​ພໍ ແຕ່​ອາດ​ສະ​ທ້ອນ​ເຖິງ​ຄວາມ​ອ່ອນ​ແອ​ຂອງ​ມະ​ນຸດ. ຊ່າງ​ເປັນ​ການ​ປອບ​ໂຍນ​ແທ້ໆ​ທີ່​ຮູ້​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ເຫັນ​ຄວາມ​ອ່ອນ​ແອ​ວ່າ​ແຕກ​ຕ່າງ​ຈາກ​ການ​ກະ​ບົດ.” ເຮົາ​ບໍ່​ຄວນ​ສົງ​ໄສ​ຄວາມ​ສາ​ມາດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຈະ​ຊ່ວຍ​ເຮົາ​ກັບ​ຄວາມ​ອ່ອນ​ແອ​ຂອງ​ເຮົາ ເພາະ “ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ເຖິງ​ຄວາມ​ອ່ອນ​ແອ, ກໍ​ມີ​ຄວາມ​ເມດ​ຕາ​ສະ​ເໝີ.”34

ຄຳ​ຂວັນ​ຂອງ​ກຸ່ມ​ຍິງ​ໜຸ່ມ​ສະ​ຫລຸບ​ວ່າ, “ດ້ວຍ​ສັດ​ທາ, ເຮົາ​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ບ້ານ​ເຮືອນ ແລະ ຄອບ​ຄົວ​ຂອງ​ເຮົາ, ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ສັກ​ສິດ, ແລະ ຮັບ​ເອົາ​ພິ​ທີ​ການ ແລະ ພອນ​ຂອງ​ພຣະ​ວິ​ຫານ​ທີ່​ສັກ​ສິດ.” ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ບ້ານ​ເຮືອນ ແລະ ຄອບ​ຄົວ ອາດ​ໝາຍ​ເຖິງ​ການ​ສ້າງ​ຄວາມ​ເຊື່ອມ​ໂຍງ​ອັນ​ທຳ​ອິດ​ແຫ່ງ​ຄວາມ​ຊື່​ສັດ, ສືບ​ຕໍ່​ມໍ​ລະ​ດົກ​ແຫ່ງ​ສັດ​ທາ, ຫລື ການ​ຟື້ນ​ຟູ​ມັນ.35 ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄວາມ​ເຂັ້ມ​ແຂງ​ຈະ​ມາ​ເຖິງ​ຜ່ານ​ທາງ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ໂດຍ​ການ​ເຮັດ​ພັນ​ທະ​ສັນ​ຍາ​ທີ່​ສັກ​ສິດ.

ໃນ​ພຣະ​ວິ​ຫານ, ເຮົາ​ຮຽນ​ຮູ້​ວ່າ​ເຮົາ​ເປັນ​ໃຜ ແລະ ເຮົາ​ໄດ້​ໄປ​ໃສ​ມາ. ນັກ​ປັດ​ຊະ​ຍາ​ຊາວ​ໂຣມ​ຊື່ ຊິ​ເຊ​ໂຣ ໄດ້​ກ່າວ​ວ່າ, “ການ​ບໍ່​ມີ​ຄວາມ​ຮູ້​ເຖິງ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ກ່ອນ​ທ່ານ​ເກີດ​ມາ ຄື​ການ​ຄົງ​ຢູ່​ເປັນ​ເດັກ​ສະ​ເໝີ.”36 ແນ່​ນອນ, ເພິ່ນ​ໝາຍ​ເຖິງ​ປະ​ຫວັດ​ສາດ​ທາງ​ໂລກ, ແຕ່​ການ​ສັງ​ເກດ​ທີ່​ສະ​ຫລາດ​ຂອງ​ເພິ່ນ​ສາ​ມາດ​ຂະ​ຫຍາຍ​ອອກ​ໄດ້. ເຮົາ​ຈະ​ດຳ​ເນີນ​ຊີ​ວິດ​ແບບ​ເດັກ​ນ້ອຍ​ຕະ​ຫລອດ​ໄປ ຖ້າ​ຫາກ​ເຮົາ​ບໍ່​ສົນ​ໃຈ​ກັບ​ທັດ​ສະ​ນະ​ນິ​ລັນ​ດອນ​ທີ່​ໄດ້​ຮັບ​ໃນ​ພຣະ​ວິ​ຫານ. ຢູ່​ທີ່​ນັ້ນ​ເຮົາ​ເຕີບ​ໂຕ​ໃນ​ພຣະ​ຜູ້​ເປັນ​ເຈົ້າ, ຮັບ​ຄວາມ​ສົມ​ບູນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ,37 ແລະ ມີ​ຄວາມ​ມຸ່ງ​ໝັ້ນ​ຫລາຍ​ຍິ່ງ​ຂຶ້ນ​ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.38 ເມື່ອ​ເຮົາ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ເຮົາ​ຈະ​ໄດ້​ຮັບ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ໃນ​ຊີ​ວິດ​ຂອງ​ເຮົາ.39

ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ພຣະ​ເຢ​ຊູ​ຄຣິດ​ເປັນ​ຈຸດ​ສູນ​ກາງ​ໃນ​ຊີ​ວິດ​ຂອງ​ທ່ານ ແລະ ຈື່​ຈຳ​ຄວາມ​ຈິງ​ພື້ນ​ຖານ​ໃນ​ຄຳ​ຂວັນ​ຂອງ​ກຸ່ມ​ຍິງ​ໜຸ່ມ. ຖ້າ​ຫາກ​ທ່ານ​ເຕັມ​ໃຈ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ນຳ​ພາ​ທ່ານ. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ຢາກ​ໃຫ້​ທ່ານ​ກາຍ​ເປັນ​ທາ​ຍາດ​ຂອງ​ພຣະ​ອົງ ແລະ ຮັບ​ເອົາ​ທຸກ​ສິ່ງ​ທີ່​ພຣະ​ອົງ​ມີ.40 ພຣະ​ອົງ​ບໍ່​ສາ​ມາດ​ສະ​ເໜີ​ມອບ​ໃຫ້​ຫລາຍ​ກວ່າ​ນີ້. ພຣະ​ອົງ​ບໍ່​ສາ​ມາດ​ສັນ​ຍາ​ກັບ​ທ່ານ​ຫລາຍ​ກວ່າ​ນີ້. ພຣະ​ອົງ​ຮັກ​ທ່ານ​ຫລາຍກວ່າ​ທີ່​ທ່ານ​ຮູ້ ແລະ ຢາກ​ໃຫ້​ທ່ານ​ມີ​ຄວາມ​ສຸກ​ໃນ​ຊີ​ວິດນີ້ ແລະ ໃນ​ຊີ​ວິດ​ທີ່​ຈະ​ມາ​ເຖິງ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ Bonnie H. Cordon, “Beloved Daughters,” Liahona, Nov. 2019, 67; “Young Women Theme,” ChurchofJesusChrist.org.

  2. ເບິ່ງ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ChurchofJesusChrist.org ນຳ​ອີກ.

  3. ເບິ່ງ ໂຣມ 8:35, 38–39.

  4. ເບິ່ງ ຄາ​ລາ​ເຕຍ 5:22.

  5. Richard G. Scott, “To Acquire Spiritual Guidance,” Liahona, Nov. 2009, 8. ຮາ​ລາ​ເປ​ໂຍ ເປັນ​ໝາກ​ເຜັດ​ຂະ​ໜາດ​ກາງ​ຂອງ​ສາຍ​ພັນ Capsicum annuum [ໝາກ​ເຜັດ​ແດງ].

  6. ເບິ່ງ ໂມ​ໄຊ​ຢາ 2:36.

  7. ເບິ່ງ Gospel Topics, “Heavenly Parents,” topics.ChurchofJesusChrist.org.

  8. Dallin H. Oaks, “Apostasy and Restoration,” Ensign, May 1995, 87; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 131:1–4; 132:19 ນຳ​ອີກ. ຜູ້​ຍິງ ແລະ ຜູ້​ຊາຍບໍ່​ສາ​ມາດ​ໄດ້​ຮັບ​ຄວາມ​ສູງ​ສົ່ງ​ປາດ​ສະ​ຈາກ​ກັນ​ແລະ​ກັນ.

  9. ເບິ່ງ Gospel Topics, “Heavenly Parents.” ແຫລ່ງ​ອື່ນ​ອີກ​ທີ່​ໃຫ້​ຂໍ້​ມູນ​ກ່ຽວ​ກັບ​ເລື່ອງ​ນີ້​ແມ່ນ ບົດ​ຂຽນ​ໃນ​ຫົວ​ຂໍ້​ພຣະ​ກິດ​ຕິ​ຄຸນ “Mother in Heaven” (topics.ChurchofJesusChrist.org).

  10. ແມ່ນ​ແຕ່​ຄຳ​ຖາມ​ທີ່​ຈິງ​ໃຈ​ກ່ຽວ​ກັບ​ຄວາມ​ຈິງ​ທີ່​ເປີດ​ເຜີຍ​ບາງ​ສ່ວນ ຫລື ບໍ່​ເປີດ​ເຜີຍ ກໍ​ອາດ​ເຮັດ​ໃຫ້​ເຮົາ​ເບິ່ງ “ຂ້າມ​ເຄື່ອງ​ໝາຍ” (ຢາ​ໂຄບ 4:14). ໂດຍ​ສະ​ເພາະ​ຢ່າງ​ຍິ່ງ, ເຮົາ​ຕ້ອງ​ເພິ່ງ​ອາ​ໄສ “ຢ່າງ​ເຕັມ​ທີ່​ໃນ​ພຣະ​ຄຸນ​ຄວາມ​ດີ​ຂອງ​ພຣະ​ອົງ ຜູ້​ຊົງ​ອາ​ນຸ​ພາບ​ເພື່ອ​ຊ່ວຍ​ໃຫ້​ລອດ” (2 ນີ​ໄຟ 31:19). ການ​ແນະ​ນຳ​ຄວາມ​ຈຳ​ເປັນ​ບາງ​ຢ່າງ​ຫລາຍ​ກວ່າ​ທີ່​ພຣະ​ເຢ​ຊູ​ຄຣິດ​ສະ​ເໜີ ຈະ​ເຮັດ​ໃຫ້​ຂອບ​ເຂດ ແລະ ອຳ​ນາດ​ຂອງ​ການ​ຊົດ​ໃຊ້​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ອົງ​ລົດ​ລົງ​ຢ່າງ​ມີ​ປະ​ສິດ​ທິ​ພາບ. ໃນ​ການ​ເຮັດ​ເຊັ່ນ​ນັ້ນ ເຮົາ​ໄດ້​ຫັນ​ຄວາມ​ສົນ​ໃຈ​ຂອງ​ເຮົາ​ຈາກ​ແຫລ່ງ​ສູງ​ສຸດ​ທີ່ “ຈະ​ຫລຽວ​ຫາ [ທີ່​ເຮົາ​ຄວນ​ຫລຽວ​ຫາ] ເພື່ອ​ການ​ປົດ​ບາບ [ຂອງ​ເຮົາ]” (2 ນີ​ໄຟ 25:26).

  11. 3 ນີ​ໄຟ 18:19.

  12. ເບິ່ງ, ຍົກ​ຕົວ​ຢ່າງ, Russell M. Nelson, “Lessons from the Lord’s Prayers,” Liahona, May 2009, 47.

  13. ຈົດ​ບັນ​ຊີ 16:28.

  14. ຈົດ​ບັນ​ຊີ 22:18.

  15. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 28:2–7.

  16. ເບິ່ງ Gospel Topics, “Heavenly Parents.”

  17. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:32.

  18. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 130:20–21.

  19. ເບິ່ງ 2 ນີ​ໄຟ 2:5, 16, 26–27.

  20. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:35.

  21. ເບິ່ງ Russell M. Nelson, “Christ Is Risen; Faith in Him Will Move Mountains,” Liahona, May 2021, 101–4.

  22. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 46:13–14.

  23. ເບິ່ງ General Handbook: Serving in The Church of Jesus Christ of Latter-day Saints, 4.1, ChurchofJesusChrist.org.

  24. ເບິ່ງ ໂມ​ໄຊ​ຢາ 18:9.

  25. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 27:12; 107:23, 25; 124:138–39.

  26. ບໍ່​ມີ​ໃຜ​ຈຳ​ເປັນ​ຕ້ອງ​ເຮັດ​ທຸກ​ສິ່ງ, ແຕ່​ທຸກ​ຄົນ​ທີ່​ເຕັມ​ໃຈ​ຈະ​ສາ​ມາດ​ເຮັດ​ບາງ​ສິ່ງ​ໄດ້. ຍິ່ງ​ໄປ​ກວ່າ​ນັ້ນ, ພຣະ​ເຈົ້າ​ສາ​ມາດ​ເຮັດ​ໃຫ້​ຄົນ​ທີ່​ເຕັມ​ໃຈ​ສາ​ມາດ​ເຮັດ, ແຕ່​ພຣະ​ອົງ​ບໍ່​ສາ​ມາດ ແລະ ຈະ​ບໍ່​ເຮັດ​ໃຫ້​ຄົນ​ທີ່​ມີ​ຄວາມ​ສາ​ມາດ​ເຕັມ​ໃຈ​ໄດ້.

  27. Russell M. Nelson, “We Can Do Better and Be Better,” Liahona, May 2019, 67.

  28. ໂຈ​ເຊັບ ສະ​ມິດ ໄດ້​ສິດ​ສອນ​ວ່າ: “ບໍ່​ເຄີຍ​ມີ​ເວ​ລາ​ໃດ​ທີ່​ວິນ​ຍານ​ແກ່​ເກີນ​ກວ່າ​ຈະ​ເຂົ້າ​ເຝົ້າ​ພຣະ​ເຈົ້າ​ໄດ້. ທຸກ​ຄົນ​ບໍ່​ໄດ້​ເຮັດ​ບາບ​ທີ່​ເກີນ​ກວ່າ​ຈະ​ຍົກ​ໂທດ​ໃຫ້​ໄດ້. … ຄຳ​ສອນ​ດັ່ງ​ກ່າວ​ເປັນ​ເລື່ອງ​ໜ້າ​ຍິນ​ດີ, ເພາະ​ສະ​ແດງ​ໃຫ້​ເຫັນ​ເຖິງ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ແຫ່ງ​ສະ​ຫວັນ ແລະ ຄວາມ​ເມດ​ຕາ​ໃນ​ຂອບ​ເຂດ​ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ມະ​ນຸດ. ຄວາມ​ຈິງ​ອັນ​ໜ້າ​ຍິນ​ດີນີ້​ມຸ້ງ​ໝາຍ​ທີ່​ຈະ​ຂະ​ຫຍາຍ​ຄວາມ​ເຂົ້າ​ໃຈ, ແລະ ຄ້ຳ​ຊູ​ຈິດ​ວິນ​ຍານ​ທີ່​ຢູ່​ໃນ​ຄວາມ​ທຸກ​ໂສກ, ຫຍຸ້ງ​ຍາກ ແລະ ເສົ້າ​ສະ​ຫລົດ​ໃຈ” (Teachings of Presidents of the Church: Joseph Smith [2007], 471). ເບິ່ງ Boyd K. Packer, “The Plan of Happiness,” Liahona, May 2015, 28 ນຳ​ອີກ.

  29. ເບິ່ງ ໂມ​ໄຊ​ຢາ 26:29–30; ໂມ​ໂຣ​ໄນ 6:8; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58:42–43.

  30. ເບິ່ງ ໂມ​ໂຣ​ໄນ 7:27–28. ຢ່າງ​ໜ້າ​ປະ​ຫລາດ, ຜູ້​ພິ​ພາກ​ສາ​ຂອງ​ເຮົາ​ກໍ​ເປັນ​ທະ​ນາຍ​ຂອງ​ເຮົາ​ດ້ວຍ.

  31. ເບິ່ງ ໂມ​ໄຊ​ຢາ 4:3.

  32. ເບິ່ງ ເອ​ໂນດ 1:6.

  33. ເບິ່ງ ແອວ​ມາ 36:19.

  34. Richard G. Scott, “Personal Strength through the Atonement of Jesus Christ,” Liahona, Nov. 2013, 83. ການ​ວາງ​ແຜນ​ເຮັດ​ບາບ​ຢ່າງ​ມີ​ສະ​ຕິ​ດ້ວຍ​ແຜນ​ການ​ຮ້າຍ​ແຮງ ແລ້ວ​ຈະ​ກັບ​ໃຈ​ໃນ​ພາຍ​ຫລັງ—ໃນ​ອີກ​ຄຳ​ໜຶ່ງ, ການ​ກັບ​ໃຈ​ທີ່​ວາງ​ແຜນ​ໄວ້​ລ່ວງ​ໜ້າ—ເປັນ​ສິ່ງ​ທີ່​ໜ້າ​ກຽດ​ຊັງ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ. ຜູ້​ທີ່​ເຮັດ​ເຊັ່ນ​ນັ້ນ “ພວກ​ເຂົາ​ເອງ​ຄຶງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ” (ເບິ່ງ ເຮັບ​ເຣີ 6:4–6). ຕໍ່​ໄປ​ນີ້​ແມ່ນ​ຄຳ​ເຕືອນ​ທີ່​ຄວນ​ພິ​ຈາ​ລະ​ນາ: “ຖ້າ​ຫາກ​ເຮົາ​ໄດ້​ຮັບ​ຄວາມ​ຮູ້​ເລື່ອງ​ຄວາມ​ຈິງ​ແລ້ວ ແຕ່​ຍັງ​ເຈດ​ຕະ​ນາ​ເຮັດ​ບາບ​ຢູ່ ເຄື່ອງ​ບູ​ຊາ​ລຶບ​ລ້າງ​ກໍ​ຈະ​ບໍ່​ມີ​ເຫລືອ​ຢູ່​ຕໍ່​ໄປ. ເຫລືອ​ແຕ່​ຄວາມ​ຢ້ານ​ກົວ​ອັນ​ພິ​ລຶກ ໃນ​ການ​ລໍ​ຖ້າ​ການ​ພິ​ພາກ​ສາ​ລົງ​ໂທດ ແລະ ໄຟ​ອັນ​ຮ້ອນ​ກ້າ” (ເຮັບ​ເຣີ 10:26–27).

  35. ເບິ່ງ ເອ​ຊາ​ຢາ 58:12–14.

  36. Marcus Tullius Cicero, Orator, trans. H. M. Hubbell, chapter 34, section 120; in Cicero (1971), 5:395.

  37. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 109:15.

  38. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 109:22.

  39. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:19–20.

  40. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:36–38.