ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ວິ​ດີ​ໂອ: “ທ່ານ​ເປັນ​ຜູ້​ຍິງ​ທີ່​ເພິ່ນ​ໄດ້​ເຫັນ​ລ່ວງ​ໜ້າ”
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2022


ວິ​ດີ​ໂອ: “ທ່ານ​ເປັນ​ຜູ້​ຍິງ​ທີ່​ເພິ່ນ​ໄດ້​ເຫັນ​ລ່ວງ​ໜ້າ”

ໃນ​ປີ 1979 ປະ​ທານ​ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ໄດ້​ນອນ​ໂຮງ​ໝໍ ແລະ ໄດ້​ຂໍ​ໃຫ້​ຄາ​ມິວ​ລາ ພັນ​ລະ​ຍາ​ຂອງ​ເພິ່ນ ອ່ານ​ບົດ​ປາ​ໄສ​ຂອງ​ເພິ່ນ​ຢູ່​ໃນ​ກອງ​ປະ​ຊຸມ​ສະ​ຕີ​ສາ​ມັນ.

ຊິດ​ສະ​ເຕີ ຄາ​ມິວ​ລາ ຄິມ​ໂບ: “ຄວາມ​ເຕີບ​ໂຕ​ອັນ​ໃຫຍ່​ຫລວງ ທີ່​ຈະ​ມາ​ສູ່​ສາດ​ສະ​ໜາ​ຈັກ​ໃນ​ຍຸກ​ສຸດ​ທ້າຍ ຈະ​ເກີດ​ຂຶ້ນ ເພາະ​ສະ​ຕີ​ທີ່​ດີ​ທັງ​ຫລາຍ​ຢູ່​ໃນ​ໂລກ (ຊຶ່ງ​ມັກ​ຈະ​ມີ​ຄວາມ​ຮູ້​ສຶກ​ທາງ​ວິນ​ຍານ​ພາຍ​ໃນ​ຕົວ​ສະ​ເໝີ) ຈະ​ຖືກ​ດຶງ​ດູດ​ເຂົ້າ​ມາ​ໃນ​ສາດ​ສະ​ໜາ​ຈັກ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ມັນ​ຈະ​ເກີດ​ຂຶ້ນ​ເຖິງ​ລະ​ດັບ​ທີ່​ສະ​ຕີ​ຂອງ​ສາດ​ສະ​ໜາ​ຈັກ ສະ​ທ້ອນ​ຄວາມ​ຊອບ​ທຳ ແລະ ການ​ກ່າວ​ຢ່າງ​ຊັດ​ເຈນ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ ແລະ ເຖິງ​ລະ​ດັບ​ທີ່​ສະ​ຕີ​ຂອງ​ສາດ​ສະ​ໜາ​ຈັກ​ຖືກ​ພົບ​ເຫັນ​ວ່າ ໂດດ​ເດັ່ນ ແລະ ແຕກ​ຕ່າງ—ໃນ​ແງ່​ດີ—ຈາກ​ສະ​ຕີ​ຂອງ​ໂລກ.”1

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ: “ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ທ່ານ​ເປັນ​ຜູ້​ສຳ​ພັນ ທີ່​ສຳ​ຄັນ​ຜູ້​ໜຶ່ງ​ໃນ​ຍຸກ​ສຸດ​ທ້າຍ, ເວ​ລາ​ທີ່​ປະ​ທານ​ຄິມ​ໂບ​ໄດ້​ເຫັນ​ລ່ວງ​ໜ້າ​ແມ່ນ​ປະ​ຈຸ​ບັນ​ນີ້. ທ່ານ​ເປັນ​ຜູ້​ຍິງ​ທີ່​ເພິ່ນ​ໄດ້​ເຫັນ​ລ່ວງ​ໜ້າ! ຄຸນ​ນະ​ທຳ, ແສງ​ສະ​ຫວ່າງ, ຄວາມ​ຮັກ, ຄວາມ​ຮູ້, ຄວາມ​ກ້າ​ຫານ, ລັກ​ສະ​ນະ, ສັດ​ທາ, ຊີ​ວິດ​ທີ່​ຊອບ​ທຳ​ຂອງ​ທ່ານ ຈະ​ນຳ​ຜູ້​ຍິງ​ທັງ​ຫລາຍ​ຂອງ​ໂລກ ພ້ອມ​ດ້ວຍ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ ໃຫ້​ເຂົ້າ​ມາ​ໃນ​ສາດ​ສະ​ໜາ​ຈັກ​ໃນ​ຈຳ​ນວນ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ!

“ພວກ​ເຮົາ​ອາ​ໄສ​ພະ​ລັງ, ການ​ປ່ຽນ​ໃຈ​ເຫລື້ອມ​ໃສ, ຄວາມ​ເຊື່ອ​ໝັ້ນ, ຄວາມ​ສາ​ມາດ​ໃນ​ການ​ນຳ​ພາ, ປັນ​ຍາ, ແລະ ປາກ​ສຽງ​ຂອງ​ທ່ານ. ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຈະ​ບໍ່​ເກີດ ແລະ ສຳ​ເລັດ​ໄດ້ ຖ້າ​ປາດ​ສະ​ຈາກ​ຜູ້​ຍິງ​ທີ່​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ອັນ​ສັກ​ສິດ ແລະ ຖ້າ​ປາດ​ສະ​ຈາກ​ຜູ້​ຍິງ​ທີ່​ສາ​ມາດ​ເວົ້າ​ດ້ວຍ​ພະ​ລັງ ແລະ ອຳ​ນາດ​ຂອງ​ພຣະ​ເຈົ້າ! …

“… ບໍ່​ວ່າ​ການ​ເອີ້ນ, ບໍ່​ວ່າ​ສະ​ຖາ​ນະ​ການ​ຂອງ​ທ່ານ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ, ພວກ​ເຮົາ​ຕ້ອງ​ການ​ຄວາມ​ນຶກ​ຄິດ​ຂອງ​ທ່ານ, ຄວາມ​ເຂົ້າ​ໃຈ​ເລິກ​ເຊິ່ງ, ແລະ ການ​ດົນ​ໃຈ​ຂອງ​ທ່ານ. ພວກ​ເຮົາ​ຢາກ​ໃຫ້​ທ່ານ​ເວົ້າ​ຢ່າງ​ກ້າ​ຫານ​ໃນ​ການ​ປະ​ຊຸມ​ສະ​ພາ​ຫວອດ ແລະ ສະ​ເຕກ​ຂອງ​ທ່ານ. ພວກ​ເຮົາ​ຢາກ​ໃຫ້​ເອື້ອຍ​ນ້ອງ​ທີ່​ແຕ່ງ​ງານ ອອກ​ສຽງ ‘ເປັນ​ຫຸ້ນ​ສ່ວນ ທີ່​ມີ​ພາກ​ສ່ວນ ແລະ ເຕັມ​ສ່ວນ’ ເມື່ອ​ຮ່ວມ​ມື​ກັບ​ສາ​ມີ​ຂອງ​ທ່ານ ໃນ​ການ​ປົກ​ຄອງ​ຄອບ​ຄົວ​ຂອງ​ທ່ານ. ບໍ່​ວ່າ​ຈະ​ແຕ່ງ​ງານ ຫລື ເປັນ​ໂສດ, ເອື້ອຍ​ນ້ອງ​ທັງ​ຫລາຍ ທ່ານ​ມີ​ຄວາມ​ສາ​ມາດ​ດີ​ເດັ່ນ ແລະ ມີ​ສັນ​ຊາດ​ຕະ​ຍານ​ພິ​ເສດ ທີ່​ເປັນ​ຂອງ​ປະ​ທານ​ຈາກ​ພຣະ​ເຈົ້າ. ພວກ​ເຮົາ ທີ່​ເປັນ​ອ້າຍ​ນ້ອງ​ທັງ​ຫລາຍ ບໍ່​ສາ​ມາດ​ທົດ​ແທນ​ອິດ​ທິ​ພົນ​ທີ່​ເປັນ​ເອ​ກະ​ລັກ​ຄື​ທ່ານ​ໄດ້.

“ພວກ​ເຮົາ​ຮູ້​ວ່າ ການ​ສ້າງ​ທີ່​ເລີດ​ລ້ຳ​ທີ່​ສຸດ​ໃນ​ການ​ສ້າງ​ສິ່ງ​ທັງ​ມວນ​ນັ້ນ ແມ່ນ​ການ​ສ້າງ​ຜູ້​ຍິງ! ພວກເ​ຮົາ​ອາ​ໄສ​ພະ​ລັງ​ຂອງ​ທ່ານ! …

“… ຂ້າ​ພະ​ເຈົ້າ​ຂໍ​ຂອບ​ໃຈ​ທ່ານ, ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ແລະ ອວຍ​ພອນ​ທ່ານ​ໃຫ້​ໄດ້​ຮັບ​ຄວາມ​ສຳ​ເລັດ​ທຸກ​ປະ​ການ, ເພື່ອ​ເຮັດ​ໃຫ້​ຈຸດ​ປະ​ສົງ​ຂອງ​ການ​ສ້າງ​ຂອງ​ທ່ານ​ສຳ​ເລັດ​ຄົບ​ຖ້ວນ, ຂະ​ນະ​ທີ່​ເຮົາ​ມີ​ສ່ວນ​ຮ່ວມ​ນຳ​ກັນ​ໃນ​ວຽກ​ງານ​ທີ່​ສັກ​ສິດ​ນີ້. ພວກ​ເຮົາ​ຈະ​ຕຽມ​ພ້ອມ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ນຳ​ກັນ.”2

ແຫລ່ງ​ອ້າງ​ອີງ

  1. Teachings of Presidents of the Church: Spencer W. Kimball (2006), 222–23.

  2. Russell M. Nelson, “A Plea to My Sisters,” Ensign ຫລື Liahona, Nov. 2015, 96, 97.