ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ອັດ​ສະ​ຈັນ​ໃຈ​ໃນ​ພຣະ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2022


ອັດ​ສະ​ຈັນ​ໃຈ​ໃນ​ພຣະ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ

ຂໍ​ຈົ່ງ​ໃຫ້​ຄວາມ​ຊົງ​ຈຳ​ຂອງ​ສິ່ງ​ທີ່​ຕາ​ຂອງ​ເຮົາ​ໄດ້​ເຫັນ, ແລະ ຫົວ​ໃຈ​ຂອງ​ເຮົາ​ໄດ້​ຮູ້​ສຶກ ເພີ່ມ​ຂະ​ຫຍາຍ​ຄວາມ​ປະ​ຫລາດ​ໃຈ​ຂອງ​ເຮົາ​ເຖິງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຂ້າ​ພະ​ເຈົ້າ​ມີ​ເພື່ອນ​ຮັກ​ຄົນ​ໜຶ່ງ​ທີ່​ສະ​ຫລາດ​ຫລັກ​ແຫລມ, ເປັນ​ອາ​ຈານ​ມະ​ຫາ​ວິ​ທະ​ຍາ​ໄລ​ທີ່​ບຳ​ນານ​ແລ້ວ, ເປັນ​ນັກ​ປະ​ພັນ​ທີ່​ມີ​ຜົນ​ງານ​ຫລາຍ, ແລະ ເໜືອ​ສິ່ງ​ອື່ນ​ໃດ ເປັນ​ສາ​ນຸ​ສິດ​ທີ່​ອຸ​ທິດ​ຕົນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ລາວ​ໄດ້​ໄປ​ຢ້ຽມ​ຢາມ​ແຜ່ນ​ດິນ​ສັກ​ສິດ​ສິບ​ກວ່າ​ເທື່ອ​ແລ້ວ ເພື່ອ​ໄປ​ຮ່ວມ​ໃນ​ການ​ປະ​ຊຸມ, ໄປ​ກຳ​ກັບ​ການ​ຄົ້ນ​ຄວ້າ​ດ້ານ​ວິ​ຊາ​ການ, ແລະ ໄດ້​ນຳ​ພາ​ການ​ທ່ອງ​ທ່ຽວ​ນຳ​ອີກ. ອີງ​ຕາມ​ລາວ​ແລ້ວ, ທຸກໆ​ເທື່ອ​ທີ່​ລາວ​ໄດ້​ໄປ​ຢ້ຽມ​ຢາມ​ແຜ່ນ​ດິນ​ບ່ອນ​ທີ່​ພຣະ​ເຢ​ຊູ​ໄດ້​ເດີນ​ໄປ, ລາວ​ກໍ​ອັດ​ສະ​ຈັນ​ໃຈ ເພາະ​ວ່າ​ລາວ​ໄດ້​ຮຽນ​ຮູ້​ສິ່ງ​ໃໝ່ໆ, ທີ່​ໜ້າ​ປະ​ຫລາດ​ໃຈ, ແລະ ໜ້າ​ສົນ​ໃຈ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ, ແລະ ບ້ານ​ເກີດ​ທີ່​ຊົງ​ຮັກ​ຂອງ​ພຣະ​ອົງ. ຄວາມ​ອັດ​ສະ​ຈັນ​ໃຈ​ທີ່​ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ​ສະ​ແດງ​ອອກ​ເມື່ອ​ລາວ​ກ່າວ​ເຖິງ​ທຸກ​ສິ່ງ​ທີ່​ລາວ​ຮຽນ​ຮູ້​ຢູ່​ໃນ​ແຜ່ນ​ດິນ​ສັກ​ສິດ​ນັ້ນ​ກໍ​ແຜ່​ກະ​ຈາຍ​ອອກ​ມາ; ແລະ ຄວາມ​ປະ​ຫລາດ​ໃຈ​ນີ້​ກໍ​ໄດ້​ເປັນ​ພື້ນ​ຖານ​ໃນ​ຄວາມ​ສຳ​ເລັດ​ຢ່າງ​ຫລວງ​ຫລາຍ​ຂອງ​ລາວ ແລະ ການ​ສະ​ແຫວງ​ຫາ​ທາງ​ດ້ານ​ວິ​ຊາ​ການ​ໃນ​ຊີ​ວິດ​ຂອງ​ລາວ.

ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຟັງ​ປະ​ສົບ​ການ​ຂອງ​ລາວ ແລະ ໄດ້​ຮູ້​ສຶກ​ເຖິງ​ຄວາມ​ຕື່ນ​ເຕັ້ນ​ຂອງ​ລາວ, ຂ້າ​ພະ​ເຈົ້າ​ໄດ້​ສະ​ທ້ອນ​ຄິດ​ເຖິງ​ການ​ແປກ​ປະ​ຫລາດ​ທາງ​ວິນ​ຍານ, ເມື່ອ​ກ່າວ​ຢ່າງ​ປຽບ​ທຽບ, ທີ່​ເຮົາ​ສາ​ມາດ ແລະ ຄວນ​ຮູ້​ສຶກ​ໄດ້​ຫລາຍ​ເທົ່າ​ໃດ​ສຳ​ລັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ຄວາມ​ແຕກ​ຕ່າງ​ທີ່​ມັນ​ສາ​ມາດ​ເຮັດ​ໄດ້​ໃນ​ການ​ເປັນ​ສາ​ນຸ​ສິດ​ຂອງ​ເຮົາ ແລະ ໃນ​ການ​ເດີນ​ທາງ​ຂອງ​ເຮົາ​ໄປ​ສູ່​ຊີ​ວິດ​ນິ​ລັນ​ດອນ. ການ​ແປກ​ປະ​ຫລາດ​ທີ່​ຂ້າ​ພະ​ເຈົ້າ​ອ້າງ​ເຖິງ​ຄື​ຄວາມ​ຮູ້​ສຶກ​ທາງ​ດ້ານ​ອາ​ລົມ, ຄວາມ​ອັດ​ສະ​ຈັນ​ໃຈ, ຫລື ຄວາມ​ປະ​ຫລາດ​ໃຈ​ທີ່​ທຸກ​ຄົນ​ມີ​ດ້ວຍ​ກັນ ຜູ້​ທີ່​ໃຫ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຄຳ​ສອນ​ຂອງ​ພຣະ​ອົງ​ເປັນ​ຈຸດ​ສູນ​ກາງ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ ແລະ ຮັບ​ຮູ້​ຢ່າງ​ຖ່ອມ​ຕົນ​ເຖິງ​ການ​ປະ​ທັບ​ຢູ່​ຂອງ​ພຣະ​ອົງ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ. ຄວາມ​ຮູ້​ສຶກ​ເຖິງ​ການ​ແປກ​ປະ​ຫລາດ​ດັ່ງ​ກ່າວ, ຖືກ​ດົນ​ໃຈ​ໂດຍ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ກະ​ຕຸ້ນ​ຄວາມ​ຕື່ນ​ເຕັ້ນ​ໃນ​ການ​ດຳ​ລົງ​ຊີ​ວິດ​ຢ່າງ​ຊື່ນ​ຊົມ​ຕາມ​ຄຳ​ສອນ​ຂອງ​ພຣະ​ຄຣິດ.1

ພຣະ​ຄຳ​ພີ​ກໍ​ມີີ​ຫລາຍ​ຕົວ​ຢ່າງ​ທີ່​ຄວາມ​ຮູ້​ສຶກ​ນີ້​ຖືກ​ສະ​ແດງ​ໃຫ້​ປະ​ຈັກ​ແນວ​ໃດ. ຍົກ​ຕົວ​ຢ່າງ, ສາດ​ສະ​ດາ​ເອ​ຊາ​ຢາ, ໄດ້​ສະ​ແດງ​ເຖິງ​ຄວາມ​ກະ​ຕັນ​ຍູ​ທີ່​ເລິກ​ເຊິ່ງ​ຂອງ​ເພິ່ນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ຜ່ານ​ການ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ອົງ.2 ຜູ້​ຄົນ​ທີ່​ໄດ້​ຍິນ​ພຣະ​ເຢ​ຊູ​ສັ່ງ​ສອນ​ໃນ​ທຳ​ມະ​ສາ​ລາ​ຢູ່​ທີ່​ເມືອງ​ກາ​ເປ​ນາ​ອູມ​ກໍ​ປະ​ຫລາດ​ໃຈ​ກັບ​ຄຳ​ສອນ​ຂອງ​ພຣະ​ອົງ ແລະ ພະ​ລັງ​ທີ່​ພຣະ​ອົງ​ໄດ້​ສິດ​ສອນ.3 ມັນ​ແມ່ນ​ຄວາມ​ຮູ້​ສຶກ​ອັນ​ດຽວ​ກັນ​ນີ້​ທີ່​ໄດ້​ເຂົ້າ​ເຖິງ​ຈິດ​ໃຈ​ຂອງ​ຊາຍ​ໜຸ່ມ​ໂຈ​ເຊັບ ສະ​ມິດ ຂະ​ນະ​ທີ່​ເພິ່ນ​ໄດ້​ອ່ານ​ຈາກ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ບົດ​ທີ​ໜຶ່ງ​ຂອງ​ຢາ​ໂກ​ໂບ, ໄດ້​ນຳ​ພາ​ເພິ່ນ​ໃຫ້​ສະ​ແຫວງ​ຫາ​ປັນ​ຍາ​ຈາກ​ພຣະ​ເຈົ້າ.4

ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ເມື່ອ​ເຮົາ​ອັດ​ສະ​ຈັນ​ໃຈ​ແທ້ໆ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ເຮົາ​ຈະ​ມີ​ຄວາມ​ສຸກ​ຫລາຍ​ຂຶ້ນ, ເຮົາ​ຈະ​ມີ​ຄວາມ​ຕື່ນ​ເຕັ້ນ​ສຳ​ລັບ​ວຽກ​ງານ​ຂອງ​ພຣະ​ເຈົ້າ​ຫລາຍ​ຂຶ້ນ, ແລະ ເຮົາ​ຈະ​ຮັບ​ຮູ້​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ທຸກ​ສິ່ງ​ທັງ​ປວງ. ນອກ​ເໜືອ​ໄປ​ຈາກ​ນີ້, ການ​ສຶກ​ສາ​ຂອງ​ເຮົາ​ຈາກ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຈະ​ມີ​ຄວາມ​ໝາຍ​ຫລາຍ​ຂຶ້ນ; ການ​ອະ​ທິ​ຖານ​ຂອງ​ເຮົາ, ຈະ​ມີ​ຄວາມ​ຕັ້ງ​ໃຈ​ຫລາຍ​ຂຶ້ນ; ການ​ນະ​ມັດ​ສະ​ການ​ຂອງ​ເຮົາ, ຈະ​ມີ​ຄວາມ​ຄາ​ລະ​ວະ​ຫລາຍ​ຂຶ້ນ; ການ​ຮັບ​ໃຊ້​ຂອງ​ເຮົາ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ, ກໍ​ຈະ​ພາກ​ພຽນ​ຫລາຍ​ຂຶ້ນ. ການ​ກະ​ທຳ​ທັງ​ໝົດ​ນີ້​ມີ​ສ່ວນ​ເຮັດ​ໃຫ້​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ສັກ​ສິດ​ເຂົ້າ​ມາ​ໃນ​ຊີ​ວິດ​ເຮົາ​ເລື້ອຍ​ກວ່າ​ເກົ່າ.5 ດັ່ງ​ນັ້ນ, ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ຈະ​ເຂັ້ມ​ແຂງ​ຂຶ້ນ, ເຮົາ​ຈະ​ຮັກ​ສາ​ໃຫ້​ພຣະ​ຄຣິດ​ພຣະ​ຊົນ​ຢູ່​ໃນ​ຕົວ​ເຮົາ,6 ແລະ ເຮົາ​ຈະ​ດຳ​ລົງ​ຊີ​ວິດ “ຢັ່ງ​ຮາກ ແລະ ກໍ່​ຮ່າງ​ສ້າງ​ຊີ​ວິດ​ຂອງ​ພວກ​ເຈົ້າ​ຂຶ້ນ​ເທິງ​ພຣະ​ອົງ ແລະ ຈົ່ງ​ຕັ້ງ​ໝັ້ນ​ຄົງ​ຢູ່​ໃນ [ສັດ​ທາ], … ໃຫ້​ຈິດ​ໃຈ​ເຕັມ​ລົ້ນ​ດ້ວຍ​ການ​ຂອບ​ພຣະ​ຄຸນ.”7 ເມື່ອ​ເຮົາ​ດຳ​ລົງ​ຊີ​ວິດ​ໃນ​ວິ​ທີ​ທາງ​ນີ້, ເຮົາ​ຈະ​ທົນ​ທານ​ໄດ້​ຫລາຍ​ຂຶ້ນ​ທາງ​ວິນ​ຍານ ແລະ ຖືກ​ປົກ​ປ້ອງ​ຈາກ​ການ​ຕົກ​ຢູ່​ໃນ​ກັບ​ດັກ​ຂອງ​ການ​ເສີຍ​ເມີຍ​ທາງ​ວິນ​ຍານ.

ການ​ເສີຍ​ເມີຍ​ມີ​ລັກ​ສະ​ນະ​ໂດຍ​ການ​ສູນ​ເສຍ​ຄວາມ​ຕື່ນ​ເຕັ້ນ​ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ​ກັບ​ການ​ມີ​ສ່ວນ​ຮ່ວມ​ຢ່າງ​ເຕັມ​ທີ່​ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ໂດຍ​ທົ່ວ​ໄປ​ມັນ​ຈະ​ເລີ່ມ​ຕົ້ນ​ເມື່ອ​ເຮົາ​ຮູ້​ສຶກ​ວ່າ ເຮົາ​ໄດ້​ຮັບ​ຄວາມ​ຮູ້ ແລະ ພອນ​ທີ່​ຈຳ​ເປັນ​ທັງ​ໝົດ ເພື່ອ​ຄວາມ​ສຸກ​ຂອງ​ເຮົາ​ໃນ​ຊີ​ວິດ​ນີ້​ແລ້ວ. ເມື່ອ​ກ່າວ​ຢ່າງ​ປຽບ​ທຽບ​ແລ້ວ, ຄວາມ​ເພິ່ງ​ພໍ​ໃຈ​ນີ້, ເຮັດ​ໃຫ້​ເຮົາ​ບໍ່​ເຫັນ​ຄຸນ​ຄ່າ​ຂອງ ຂອງ​ປະ​ທານ​ແຫ່ງ​ພຣະ​ກິດ​ຕິ​ຄຸນ, ແລະ ຕໍ່​ຈາກ​ນັ້ນ, ເຮົາ​ຈະ​ຕົກ​ຢູ່​ໃນ​ການ​ສ່ຽງ​ທີ່​ຈະ​ລະ​ເລີຍ​ທັງ​ໃນ​ການ​ມີ​ສ່ວມ​ຮ່ວມ​ຢ່າງ​ສະ​ໝ່ຳ​ສະ​ເໝີ​ໃນ​ສ່ວນ​ທີ່​ຈຳ​ເປັນ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ8 ແລະ ພັນ​ທະ​ສັນ​ຍາ​ທີ່​ເຮົາ​ໄດ້​ເຮັດ. ດັ່ງ​ນັ້ນ, ເຮົາ​ຈະ​ແຍກ​ຕົວ​ເຮົາ​ເອງ​ອອກ​ໄປ​ຫ່າງ​ໄກ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ, ເຮັດ​ໃຫ້​ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ “ຟັງ​ທ່ານ”9 ອ່ອນ​ແອ​ລົງ, ບໍ່​ສົນ​ໃຈ ແລະ ເມີນ​ເສີຍ​ຕໍ່​ຄວາມ​ຍິ່ງ​ໃຫຍ່​ຂອງ​ວຽກ​ງານ​ຂອງ​ພຣະ​ອົງ. ຄວາມ​ສົງ​ໄສ​ກ່ຽວ​ກັບ​ຄວາມ​ຈິງ​ທີ່​ເຮົາ​ໄດ້​ຮັບ​ແລ້ວ ອາດ​ເຂົ້າ​ມາ​ໃນ​ຈິດ​ໃຈ ແລະ ຫົວ​ໃຈ​ຂອງ​ເຮົາ, ເຮັດ​ໃຫ້​ເຮົາ​ອ່ອນ​ແອ​ຕໍ່​ການ​ລໍ້​ລວງ​ຂອງ​ສັດ​ຕູ.10

ຄຸນ​ພໍ່ ເອ​ເດັນ ວິວ​ສັນ ໂທ​ເຊີ, ນັກ​ປະ​ພັນ​ຊື່​ສຽງ​ດັງ ແລະ ເປັນ​ຄົນ​ຄຣິດ​ສະ​ຕຽນ​ທີ່​ຊື່​ສັດ, ໄດ້​ຂຽນ​ວ່າ, “ຄວາມ​ເພິ່ງ​ພໍ​ໃຈ​ຄື​ສັດ​ຕູ​ຮ້າຍ​ຂອງ​ຄວາມ​ເຕີບ​ໂຕ​ທາງ​ວິນ​ຍານ​ທັງ​ໝົດ.”11 ນັ້ນ​ບໍ່​ແມ່ນ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ກັບ​ຜູ້​ຄົນ​ຂອງ​ນີ​ໄຟ​ບໍ ບໍ່​ດົນ​ຫລັງ​ຈາກ​ການ​ກຳ​ເນີດ​ຂອງ​ພຣະ​ຄຣິດ? ພວກ​ເຂົາ​ໄດ້ “ເລີ່ມ​ແປກ​ໃຈ​ໜ້ອຍ​ລົງ​ກ່ຽວ​ກັບ​ເຄື່ອງ​ໝາຍ ຫລື ການ​ແປກ​ປະ​ຫລາດ​ຈາກ​ສະ​ຫວັນ, … [ບໍ່​ເຊື່ອ] ທຸກ​ສິ່ງ​ຊຶ່ງ​ພວກ​ເຂົາ​ໄດ້​ຍິນ ແລະ ເຫັນ​ມາ.” ດັ່ງ​ນັ້ນ ຊາ​ຕານ​ໄດ້ “ເຮັດ​ໃຫ້​ຕາ​ຂອງ​ພວກ​ເຂົາ​ບອດ ແລະ ຊັກ​ນຳ​ພວກ​ເຂົາ​ໄປ​ໃຫ້​ເຊື່ອ​ວ່າ ຄຳ​ສອນ​ຂອງ​ພຣະ​ຄຣິດ​ເປັນ​ສິ່ງ​ທີ່​ໂງ່​ຈ້າ​ລ້າ​ຫລັງ ແລະ ບໍ່​ມີ​ປະ​ໂຫຍດ.”12

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ໃນ​ຄວາມ​ຮັກ​ທີ່​ສົມ​ບູນ​ແບບ ແລະ ເປັນ​ນິດ​ຂອງ​ພຣະ​ອົງ ແລະ ໂດຍ​ທີ່​ຮູ້​ຈັກ​ທຳ​ມະ​ຊາດ​ມະ​ນຸດ​ຂອງ​ເຮົາ,13 ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສະ​ຖາ​ປະ​ນາ​ວິ​ທີ​ທາງ​ໃຫ້​ແກ່​ເຮົາ ເພື່ອ​ຈະ​ຫລີກ​ລ້ຽງ​ການ​ຕົກ​ຢູ່​ໃນ​ກັບ​ດັກ​ຂອງ​ການ​ເສີຍ​ເມີຍ​ທາງ​ວິນ​ຍານ. ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຮັດ​ໃຫ້​ເຮົາ​ມີ​ທັດ​ສະ​ນະ​ທີ່​ກວ້າງ​ໄກ​ກວ່າ ໂດຍ​ສະ​ເພາະ​ໃນ​ການ​ພິ​ຈາ​ລະ​ນາ​ໂລກ​ທີ່​ຊັບ​ຊ້ອນ​ທີ່​ເຮົາ​ອາ​ໄສ​ຢູ່​ວ່າ: “ຈົ່ງ​ຮຽນ​ຮູ້​ຈາກ​ເຮົາ, ແລະ ຟັງ​ຖ້ອຍ​ຄຳ​ຂອງ​ເຮົາ; ຈົ່ງ​ເດີນ​ໄປ​ໃນ​ຄວາມ​ອ່ອນ​ໂຍນ​ແຫ່ງ​ພຣະ​ວິນ​ຍານ​ຂອງ​ເຮົາ, ແລະ ເຈົ້າ​ຈະ​ມີ​ສັນ​ຕິ​ສຸກ​ໃນ​ເຮົາ.”14 ເມື່ອ​ເຮົາ​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຮົາ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຖ່ອມ​ຕົນ​ຂອງ​ເຮົາ, ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ​ທີ່​ຈະ​ເປັນ​ຄົນ​ທີ່​ສອນ​ງ່າຍ, ແລະ ຄວາມ​ຫວັງ​ຂອງ​ເຮົາ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ຂຶ້ນ.15 ຄຳ​ເຊື້ອ​ເຊີນ​ຍັງ​ລວມ​ທັງ​ການ​ຮັບ​ໃຊ້​ພຣະ​ອົງ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ລູກໆ​ຂອງ​ພຣະ​ເຈົ້າ “ດ້ວຍ​ສຸດ​ໃຈ, ພະ​ລັງ, ຄວາມ​ນຶກ​ຄິດ ແລະ ກຳ​ລັງ [ຂອງ​ເຮົາ].”16 ແນ່​ນອນ​ວ່າ, ຢູ່​ໃນ​ຈຸດ​ໃຈ​ກາງ​ຂອງ​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ໃນ​ການ​ເດີນ​ທາງ​ນີ້​ແມ່ນ​ພຣະ​ບັນ​ຍັດ​ທີ່​ຍິ່ງ​ໃຫຍ່​ສອງ​ປະ​ການ: ຈົ່ງ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ ແລະ ຮັກ​ເພື່ອນ​ບ້ານ​ຂອງ​ເຮົາ​ເໝືອນ​ຮັກ​ຕົນ​ເອງ.17

ການ​ປະ​ພຶດ​ແບບ​ນີ້​ເປັນ​ພາກ​ສ່ວນ​ຂອງ​ຄຸນ​ລັກ​ສະ​ນະ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ເຢ​ຊູ ແລະ ມັນ​ກໍ​ເຫັນ​ໄດ້​ຢ່າງ​ຊັດ​ເຈນ​ໃນ​ທຸກ​ສິ່ງ​ທີ່​ພຣະ​ອົງ​ໄດ້​ກະ​ທຳ ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ​ຢູ່​ເທິງ​ໂລກ.18 ດັ່ງ​ນັ້ນ, ເມື່ອ​ເຮົາ​ອຸ​ທິດ​ຕົນ​ຢ່າງ​ຕັ້ງ​ໃຈ ແລະ ຈິງ​ໃຈ ທີ່​ຈະ​ມອງ​ໄປ​ທີ່​ພຣະ​ອົງ ແລະ ຮຽນ​ຮູ້​ຈາກ​ຕົວ​ຢ່າງ​ທີ່​ດີ​ພ້ອມ​ຂອງ​ພຣະ​ອົງ,19 ເຮົາ​ຈະ​ຮູ້​ຈັກ​ພຣະ​ອົງ​ດີ​ຂຶ້ນ. ເຮົາ​ຈະ​ເຕີບ​ໂຕ​ໃນ​ຄວາມ​ກະ​ຕື​ລື​ລົ້ນ ແລະ ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ລວມ​ເອົາ​ມາດ​ຕະ​ຖານ​ທີ່​ສູງ​ສົ່ງ​ເຂົ້າ​ມາ​ໃນ​ຊີ​ວິດ​ຂອງ​ເຮົາ​ເຖິງ​ວິ​ທີ​ທີ່​ເຮົາ​ຄວນ​ດຳ​ລົງ​ຊີ​ວິດ, ຕົວ​ຢ່າງ​ທີ່​ເຮົາ​ຄວນ​ເປັນ, ແລະ ພຣະ​ບັນ​ຍັດ​ທີ່​ເຮົາ​ຄວນ​ເຮັດ​ຕາມ. ເຮົາ​ກໍ​ຍັງ​ຈະ​ມີ​ຄວາມ​ເຂົ້າ​ໃຈ, ມີ​ສະ​ຕິ​ປັນ​ຍາ, ມີ​ຄຸນ​ລັກ​ສະ​ນະ​ແຫ່ງ​ສະ​ຫວັນ, ແລະ ມີ​ພຣະ​ຄຸນ​ເພີ່ມ​ເຕີມ​ຕໍ່​ພຣະ​ເຈົ້າ ແລະ ເພື່ອນ​ບ້ານ​ຂອງ​ເຮົາ​ນຳ​ອີກ.20 ຂ້າ​ພະ​ເຈົ້າ​ສາ​ມາດ​ໃຫ້​ທ່ານ​ແນ່​ໃຈ​ໄດ້​ວ່າ ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ຮູ້​ສຶກ​ເຖິງ​ອິດ​ທິ​ພົນ ແລະ ຄວາມ​ຮັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ​ໃນ​ຊີ​ວິດ​ຂອງ​ເຮົາ, ຂະ​ຫຍາຍ​ສັດ​ທາ​ຂອງ​ເຮົາ, ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ​ທີ່​ຈະ​ກະ​ທຳ​ຢ່າງ​ຊອບ​ທຳ, ແລະ ແຮງ​ຈູງ​ໃຈ​ທີ່​ຈະ​ຮັບ​ໃຊ້​ພຣະ​ອົງ ແລະ ຄົນ​ອື່ນ.21 ນອກ​ຈາກ​ນັ້ນ, ຄວາມ​ກະ​ຕັນ​ຍູ​ຂອງ​ເຮົາ​ສຳ​ລັບ​ພອນ ແລະ ການ​ທ້າ​ທາຍ​ທີ່​ເຮົາ​ປະ​ເຊີນ​ຢູ່​ໃນ​ຊ່ວງ​ມະ​ຕະ​ຈະ​ແຂງ​ແກ່ນ ແລະ ກາຍ​ເປັນ​ພາກ​ສ່ວນ​ຂອງ​ການ​ນະ​ມັດ​ສະ​ການ​ທີ່​ແທ້​ຈິງ​ຂອງ​ເຮົາ.22

ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ທຸກ​ສິ່ງ​ທັງ​ໝົດ​ນີ້​ຈະ​ເຮັດ​ໃຫ້​ການ​ແປກ​ປະ​ຫລາດ​ທາງ​ວິນ​ຍານ​ຂອງ​ເຮົາ ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ເຂັ້ມ​ແຂງ​ຂຶ້ນ ແລະ ດົນ​ໃຈ​ເຮົາ​ໃຫ້​ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ເຮົາ​ເຮັດ​ໄວ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ຢ່າງ​ຊື່ນ​ຊົມ—ແມ່ນ​ແຕ່​ໃນ​ທ່າມ​ກາງ​ການ​ທົດ​ລອງ ແລະ ການ​ທ້າ​ທາຍ​ທີ່​ເຮົາ​ປະ​ເຊີນ​ຢູ່. ແນ່​ນອນ, ເພື່ອ​ໃຫ້​ຜົນ​ເຫລົ່າ​ນີ້​ເກີດ​ຂຶ້ນ, ເຮົາ​ຕ້ອງ​ມີ​ພາກ​ສ່ວນ​ດ້ວຍ​ເຈດ​ຕະ​ນາ​ທີ່​ແທ້​ຈິງ​ໃນ​ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ,23 ພະ​ຍາ​ຍາມ​ລວມ​ເອົາ​ຄຸນ​ລັກ​ສະ​ນະ​ຂອງ​ພຣະ​ອົງ​ເຂົ້າ​ຢູ່​ໃນ​ວິ​ທີ​ທີ່​ເຮົາ​ດຳ​ລົງ​ຊີ​ວິດ.24 ນອກ​ຈາກ​ນັ້ນ, ເຮົາ​ຕ້ອງ​ເຂົ້າ​ໃກ້​ພຣະ​ອົງ​ຫລາຍ​ຂຶ້ນ​ຜ່ານ​ທາງ​ການ​ກັບ​ໃຈ​ຂອງ​ເຮົາ,26 ສະ​ແຫວງ​ຫາ​ການ​ໃຫ້​ອະ​ໄພ​ຈາກ​ພຣະ​ອົງ ແລະ ອຳ​ນາດ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ອົງ​ໃນ​ຊີ​ວິດ​ຂອງ​ເຮົາ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ພຣະ​ຜູ້​ເປັນ​ເຈົ້າ​ເອງ​ໄດ້​ສັນ​ຍາ​ວ່າ ພຣະ​ອົງ​ຈະ​ຊີ້​ນຳ​ເສັ້ນ​ທາງ​ຂອງ​ເຮົາ​ຖ້າ​ຫາກ​ເຮົາ​ຈະ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ​ດ້ວຍ​ສຸດ​ຫົວ​ໃຈ​ຂອງ​ເຮົາ, ລະ​ນຶກ​ເຖິງ​ພຣະ​ອົງ​ໃນ​ທຸກ​ສິ່ງ​ທີ່​ເຮົາ​ກະ​ທຳ ແລະ ບໍ່​ເຊື່ອ​ໝັ້ນ​ໃນ​ສິ່ງ​ທີ່​ເຮົາ​ຄິດ​ວ່າ​ເຮົາ​ຮູ້​ຈັກ.26

ຮູບ​ພາບ
ແອວ​ເດີ ໂຈນສ໌ ກັບ ແວສ໌

ຊາຍ​ຄົນ​ໜຶ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ພົບ​ເມື່ອ​ບໍ່​ດົນ​ມາ​ນີ້, ທີ່​ມີ​ຊື່​ວ່າ ແວສ໌ ແລະ ກໍ​ໄດ້​ມາ​ຮ່ວມ​ກອງ​ປະ​ຊຸມ​ໃຫຍ່​ມື້​ນີ້, ໄດ້​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ຄຣິດ​ທີ່​ໃຫ້​ຮຽນ​ຮູ້​ຈາກ​ພຣະ​ອົງ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ແລະ ໄດ້​ເລີ່ມ​ມີ​ຄວາມ​ອັດ​ສະ​ຈັນ​ໃຈ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ ຫລັງ​ຈາກ​ເວ​ລາ 27 ປີ ທີ່​ໄດ້​ແຍກ​ຕົວ​ເອງ​ອອກ​ຫ່າງ​ຈາກ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ. ລາວ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ ມື້​ໜຶ່ງ​ຜູ້​ສອນ​ສາດ​ສະ​ໜາ​ຊື່ ແອວ​ເດີ ໂຈນສ໌ ໄດ້​ຕິດ​ຕໍ່​ຫາ​ລາວ​ຜ່ານ​ທາງ​ເຟດ​ບຸກ, ຜູ້​ທີ່​ຖືກ​ມອບ​ໝາຍ​ເປັນ​ເວ​ລາ​ຊົ່ວ​ຄາວ​ໃນ​ເຂດ​ຂອງ​ແວສ໌ ກ່ອນ​ຈະ​ເດີນ​ທາງ​ໄປ​ຫາ​ເຂດ​ມອບ​ໝາຍ​ຕົ້ນ​ຕໍ​ຂອງ​ລາວ​ຢູ່​ປະ​ເທດ​ປາ​ນາ​ມາ. ເມື່ອ​ແອວ​ເດີ ໂຈນສ໌ ໄດ້​ເຫັນ​ຂໍ້​ມູນ​ຂອງ​ແວສ໌, ໂດຍ​ບໍ່​ຮູ້​ລ່ວງ​ໜ້າ​ວ່າ​ລາວ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ແລ້ວ, ລາວ​ໄດ້​ຮູ້​ສຶກ​ເຖິງ​ການ​ຊີ້​ນຳ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ໄດ້​ຮູ້​ວ່າ​ລາວ​ຄວນ​ຕິດ​ຕໍ່​ຫາ​ແວສ໌​ທັນ​ທີ. ລາວ​ກໍ​ໄດ້​ເຮັດ​ຕາມ​ຄວາມ​ປະ​ທັບ​ໃຈ​ນີ້​ຢ່າງ​ໄວ. ແວສ໌​ກໍ​ປະ​ຫລາດ​ໃຈ​ໂດຍ​ການ​ຕິດ​ຕໍ່​ທີ່​ບໍ່​ໄດ້​ຄາດ​ຄິດ​ນີ້ ແລະ ໄດ້​ເລີ່ມ​ຮັບ​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ຈັກ​ລາວ​ເຖິງ​ແມ່ນ​ວ່າ​ລາວ​ໄດ້​ແຍກ​ຕົວ​ອອກ​ຫ່າງ​ຈາກ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ລາວ​ກໍ​ຕາມ.

ນັບ​ແຕ່​ເວ​ລາ​ນັ້ນ, ແວສ໌ ແລະ ຜູ້​ສອນ​ສາດ​ສະ​ໜາ​ໄດ້​ເລີ່ມ​ຕິດ​ຕໍ່​ຫາ​ກັນ​ເລື້ອຍໆ. ແອວ​ເດີ ໂຈນສ໌ ແລະ ຄູ່​ສອນ​ສາດ​ສະ​ໜາ​ຂອງ​ລາວ​ໄດ້​ໃຫ້​ການ​ຮັບ​ໃຊ້ ແລະ ຂ່າວ​ສານ​ທາງ​ວິນ​ຍານ​ແຕ່​ລະ​ອາ​ທິດ ທີ່​ໄດ້​ຊ່ວຍ​ໃຫ້​ແວສ໌​ມີ​ຄວາມ​ອັດ​ສະ​ຈັນ​ໃຈ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ມັນ​ໄດ້​ຊ່ວຍ​ເຮັດ​ໃຫ້​ປະ​ຈັກ​ພະ​ຍານ​ຂອງ​ແວສ໌ ເຖິງ​ຄວາມ​ຈິງ ແລະ ຄວາມ​ຮັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ມີ​ໃຫ້​ລາວ​ກັບ​ຄືນ​ມາ​ອີກ​ຄັ້ງ. ແວສ໌​ໄດ້​ຮູ້​ສຶກ​ເຖິງ​ຄວາມ​ສະ​ຫງົບ​ສຸກ​ທີ່​ມາ​ຈາກ​ພຣະ​ຜູ້​ປອບ​ໂຍນ ແລະ ໄດ້​ຮັບ​ຄວາມ​ເຂັ້ມ​ແຂງ​ທີ່​ລາວ​ຕ້ອງ​ການ ທີ່​ຈະ​ກັບ​ຄືນ​ມາ​ຫາ​ສາດ​ສະ​ໜາ​ຈັກ. ລາວ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ ປະ​ສົບ​ການ​ນີ້​ໄດ້​ນຳ​ລາວ​ກັບ​ຄືນ​ມາ​ມີ​ຊີ​ວິດ​ຊີ​ວາ​ທັງ​ທາງ​ວິນ​ຍານ ແລະ ທາງ​ອາ​ລົມ ແລະ ໄດ້​ຊ່ວຍ​ລາວ​ໃຫ້​ກຳ​ຈັດ​ຄວາມ​ຮູ້​ສຶກ​ຂອງ​ຄວາມ​ຂົມ​ຂື່ນ​ທີ່​ໄດ້​ສະ​ສົມ​ມາ​ຫລາຍ​ປີ ເພາະ​ປະ​ສົບ​ການ​ທີ່​ຍາກ​ລຳ​ບາກ​ທີ່​ລາວ​ໄດ້​ຜ່ານ​ຜ່າ​ມາ.

ດັ່ງ​ທີ່​ເພື່ອນ​ຜູ້​ເປັນ​ອາ​ຈານ​ສອນ​ທີ່​ດີ ແລະ ຊ່າງ​ຄິດ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ, ຍັງ​ມີ​ສິ່ງ​ມະ​ຫັດ​ສະ​ຈັນ ແລະ ໜ້າ​ສົນ​ໃຈ ທີ່​ຈະ​ຮຽນ​ຮູ້​ສະ​ເໝີ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ.27 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຫ້​ຄຳ​ສັນ​ຍາ​ທີ່​ມະ​ຫັດ​ສະ​ຈັນ ທີ່​ເອື້ອມ​ອອກ​ໄປ​ສູ່​ທຸກ​ຄົນ, ລວມ​ທັງ​ພວກ​ເຮົາ, ຜູ້​ທີ່​ສະ​ແຫວງ​ຫາ​ທີ່​ຈະ​ຮຽນ​ຮູ້​ຈາກ​ພຣະ​ອົງ ແລະ ລວມ​ເອົາ​ພຣະ​ຄຳ​ຂອງ​ພຣະ​ອົງ​ເຂົ້າ​ໄປ​ຢູ່​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ. ຕໍ່​ເອ​ນົກ, ພຣະ​ອົງ​ໄດ້​ກ່າວ​ວ່າ, “ຈົ່ງ​ເບິ່ງ ພຣະ​ວິນ​ຍານ​ຂອງ​ເຮົາ [ຈະ] ຢູ່​ກັບ​ເຈົ້າ, ດັ່ງ​ນັ້ນ ຖ້ອຍ​ຄຳ​ຂອງ​ເຈົ້າ​ທັງ​ໝົດ​ເຮົາ​ຈະ​ຮັບ​ຮອງ; ແລະ ພູ​ເຂົາ​ຈະ​ຫລົບ​ໜີ​ໄປ​ຕໍ່​ໜ້າ​ເຈົ້າ, ແລະ ແມ່​ນ້ຳ​ຈະ​ໄຫລ​ຫັນ​ໜີ​ຈາກ​ເສັ້ນ​ທາງ​ຂອງ​ມັນ; ແລະ ເຈົ້າ​ຈະ​ສະ​ໜິດ​ຢູ່​ໃນ​ເຮົາ, ແລະ ເຮົາ​ຈະ​ແນບ​ສະ​ໜິດ​ຢູ່​ໃນ​ເຈົ້າ.”28 ຜ່ານ​ທາງ​ກະ​ສັດ​ເບັນ​ຢາ​ມິນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ, ພຣະ​ອົງ​ໄດ້​ປະ​ກາດ​ວ່າ, “ພວກ​ທ່ານ​ຈະ​ຖືກ​ເອີ້ນ​ວ່າ ລູກ​ຂອງ​ພຣະ​ຄຣິດ, ບຸດ​ຂອງ​ພຣະ​ອົງ, ແລະ ທິ​ດາ​ຂອງ​ພຣະ​ອົງ; ເພາະ​ຈົ່ງ​ເບິ່ງ, ມື້​ນີ້​ພຣະ​ອົງ​ໄດ້​ໃຫ້​ກຳ​ເນີດ​ພວກ​ທ່ານ​ທາງ​ວິນ​ຍານ; ເພາະ​ພວກ​ທ່ານ​ເວົ້າ​ວ່າ ໃຈ​ຂອງ​ພວກ​ທ່ານ​ປ່ຽນ​ແປງ​ແລ້ວ ໂດຍ​ມີ​ສັດ​ທາ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ; ສະ​ນັ້ນ, ພວກ​ທ່ານ​ຈຶ່ງ​ຖືກ​ກຳ​ເນີດ​ຈາກ​ພຣະ​ອົງ ແລະ ມາ​ເປັນ​ບຸດ ແລະ ທິ​ດາ​ຂອງ​ພຣະ​ອົງ.”29

ສະ​ນັ້ນ, ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ຢ່າງ​ຈິງ​ໃຈ ແລະ ຕໍ່​ເນື່ອງ ທີ່​ຈະ​ຮຽນ​ຮູ້​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຕິດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ອົງ, ຂ້າ​ພະ​ເຈົ້າ​ສັນ​ຍາ​ກັບ​ທ່ານ, ໃນ​ພຣະ​ນາມ​ຂອງ​ພຣະ​ອົງ, ວ່າ​ຄຸນ​ສົມ​ບັດ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ອົງ​ຈະ​ຖືກ​ຂຽນ​ໄວ້​ຢູ່​ໃນ​ຄວາມ​ຄິດ ແລະ ຫົວ​ໃຈ​ຂອງ​ເຮົາ,30 ເພື່ອ​ວ່າ​ເຮົາ​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ຂຶ້ນ, ແລະ ວ່າ​ເຮົາ​ຈະ​ເດີນ​ໄປ​ກັບ​ພຣະ​ອົງ.31

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ເຮົາ​ຈະ​ອັດ​ສະ​ຈັນ​ໃຈ​ຕະ​ຫລອດ​ໄປ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ຄວາມ​ຮັກ​ທີ່​ຄົບ​ຖ້ວນ, ອັນ​ເປັນ​ນິດ, ແລະ ສົມ​ບູນ​ຂອງ​ພຣະ​ອົງ. ຂໍ​ຈົ່ງ​ໃຫ້​ຄວາມ​ຊົງ​ຈຳ​ຂອງ​ສິ່ງ​ທີ່​ຕາ​ຂອງ​ເຮົາ​ໄດ້​ເຫັນ ແລະ ຫົວ​ໃຈ​ຂອງ​ເຮົາ​ໄດ້​ຮູ້​ສຶກ ເພີ່ມ​ຂະ​ຫຍາຍ​ຄວາມ​ປະ​ຫລາດ​ໃຈ​ຂອງ​ເຮົາ​ເຖິງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຊຶ່ງ​ສາ​ມາດ​ປິ່ນ​ປົວ​ເຮົາ​ຈາກ​ບາດ​ແຜ​ທາງ​ວິນ​ຍານ ແລະ ທາງ​ອາ​ລົມ​ຂອງ​ເຮົາ ແລະ ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃກ້​ພຣະ​ອົງ​ຫລາຍ​ຂຶ້ນ. ຂໍ​ໃຫ້​ເຮົາ​ຈົ່ງ​ອັດ​ສະ​ຈັນ​ໃຈ​ກັບ​ຄຳ​ສັນ​ຍາ​ທີ່​ຍິ່ງ​ໃຫຍ່​ທີ່​ພຣະ​ບິ​ດາ​ມີ​ໄວ້​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ ແລະ ທີ່​ພຣະ​ອົງ​ໄດ້​ກະ​ກຽມ​ໄວ້​ສຳ​ລັບ​ຜູ້​ຄົນ​ທີ່​ຊື່​ສັດ:

“ອາ​ນາ​ຈັກ​ເປັນ​ຂອງ​ເຈົ້າ ແລະ ພອນ​ໃນ​ນັ້ນ​ເປັນ​ຂອງ​ເຈົ້າ, ແລະ ຄວາມ​ຮັ່ງ​ມີ​ແຫ່ງ​ຊົ່ວ​ນິ​ລັນ​ດອນ​ກໍ​ເປັນ​ຂອງ​ເຈົ້າ.

“ແລະ ຄົນ​ທີ່​ຮັບ​ເອົາ​ທຸກ​ສິ່ງ​ທັງ​ປວງ​ດ້ວຍ​ຄວາມ​ຂອບ​ຄຸນ​ຈະ​ຖືກ​ເຮັດ​ໃຫ້​ຮຸ່ງ​ເຫລື້ອມ.”32

ພຣະ​ເຢ​ຊູ​ເປັນ​ພຣະ​ຜູ້​ໄຖ່​ຂອງ​ໂລກ, ແລະ ນີ້​ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ເຫລົ່າ​ນີ້ ໃນ​ພຣະ​ນາມ​ທີ່​ອັດ​ສະ​ຈັນ​ໃຈ, ສັກ​ສິດ, ແລະ ສູງ​ສົ່ງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.