ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ: ຫົນ​ທາງ​ສູ່​ຊີ​ວິດ​ນິ​ລັນ​ດອນ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2022


ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ: ຫົນ​ທາງ​ສູ່​ຊີ​ວິດ​ນິ​ລັນ​ດອນ

ເສັ້ນ​ທາງ​ໄປ​ສູ່​ຄວາມ​ດີ​ພ້ອມ​ຄື​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ, ແລະ ພຣະ​ເຢ​ຊູ​ຄຣິດ​ຄື​ຈຸດ​ສູນ​ກາງ​ຂອງ​ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ທັງ​ໝົດ.

ກະ​ສັດ​ອົງ​ໜຶ່ງ​ຜູ້​ເຕັມ​ໄປ​ດ້ວຍ​ອຳ​ນາດ​ປາດ​ຖະ​ໜາ​ໃຫ້​ລູກ​ຊາຍ​ຂອງ​ເພິ່ນ​ປົກ​ຄອງ​ອາ​ນາ​ຈັກ​ແຫ່ງ​ໜຶ່ງ​ຂອງ​ເພິ່ນ. ເຈົ້າ​ຊາຍ​ຕ້ອງ​ໄດ້​ຮຽນ​ຮູ້ ແລະ ເຕີບ​ໃຫຍ່​ໃນ​ສະ​ຕິ​ປັນ​ຍາ​ຈຶ່ງ​ຈະ​ໄດ້​ນັ່ງ​ຄອງ​ບັນ​ລັງ. ມື້​ໜຶ່ງ, ກະ​ສັດ​ໄດ້​ພົບ​ກັບ​ເຈົ້າ​ຊາຍ ແລະ ໄດ້​ບອກ​ກ່ຽວ​ກັບ​ແຜນ​ການ​ຂອງ​ເພິ່ນ. ພວກ​ເພິ່ນ​ໄດ້​ເຫັນ​ດີ​ກັນ​ວ່າ​ເຈົ້າ​ຊາຍ​ຈະ​ຕ້ອງ​ໄປ​ຕ່າງ​ເມືອງ ແລະ ຮຽນ​ຮູ້​ປະ​ສົບ​ການ. ລາວ​ຈະ​ຕ້ອງ​ໄດ້​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ພ້ອມ​ທັງ​ເພີດ​ເພີນ​ກັບ​ສິ່ງ​ດີໆ​ທີ່​ມີ​ຢູ່​ທີ່​ນັ້ນ. ແລ້ວ​ກະ​ສັດ​ໄດ້​ສົ່ງ​ລາວ​ໄປ​ເມືອງ​ນັ້ນ, ບ່ອນ​ທີ່​ເຈົ້າ​ຊາຍ​ຖືກ​ຄາດ​ໝາຍ​ໃຫ້​ພິ​ສູດ​ຄວາມ​ຊື່​ສັດ​ຂອງ​ລາວ​ຕໍ່​ກະ​ສັດ ແລະ ສະ​ແດງ​ໃຫ້​ເຫັນ​ວ່າ​ລາວ​ເໝາະ​ສົມ​ທີ່​ຈະ​ໄດ້​ຮັບ​ສິດ​ທິ​ພິ​ເສດ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ກະ​ສັດ​ມີ​ໄວ້​ສຳ​ລັບ​ລາວ. ເຈົ້າ​ຊາຍ​ເປັນ​ອິດ​ສະ​ລະ​ທີ່​ຈະ​ເລືອກ​ຮັບ​ເອົາ ຫລື ບໍ່​ຮັບ​ເອົາ​ສິດ​ທິ​ພິ​ເສດ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ​ນີ້, ມັນ​ຂຶ້ນ​ກັບ​ຄວາມ​ປາດ​ຖະ​ໜາ ແລະ ຄວາມ​ຊື່​ສັດ​ຂອງ​ລາວ. ຂ້າ​ພະ​ເຈົ້າ​ແນ່​ໃຈ​ວ່າ ທ່ານ​ຄົງ​ຢາກ​ຮູ້​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ເຈົ້າ​ຊາຍ. ລາວ​ໄດ້​ກັບ​ໄປ​ເພື່ອ​ຮັບ​ເອົາ​ອາ​ນາ​ຈັກ​ບໍ?

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ເຮົາ​ແຕ່​ລະ​ຄົນ​ເປັນ​ເຈົ້າ​ຊາຍ ຫລື ເຈົ້າ​ຍິງ. ເຮົາ​ຖືກ​ສົ່ງ​ມາ​ສູ່​ຄວາມ​ເປັນ​ມະ​ຕະ​ໂດຍ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ ເພື່ອ​ມີ​ຄວາມ​ສຸກ​ກັບ​ພອນ​ຂອງ​ຮ່າງ​ກາຍ ທີ່​ຈະ​ກາຍ​ເປັນ​ອະ​ມະ​ຕະ​ໂດຍ​ຜ່ານ​ທາງ​ການ​ຊົດ​ໃຊ້ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ເຮົາ​ຖືກ​ຄາດ​ຫວັງ​ໃຫ້​ກຽມ​ຕົວ​ເພື່ອ​ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ​ໂດຍ​ການ​ພິ​ສູດ​ວ່າ ເຮົາ​ຈະ “ເຮັດ​ທຸກ​ສິ່ງ​ທັງ​ປວງ​ສິ່ງ​ໃດ​ກໍ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ [ຂອງ​ເຮົາ] ຈະ​ບັນ​ຊາ [ເຮົາ] ຫລື​ບໍ່” (ອັບ​ຣາ​ຮາມ 3:25).

ເພື່ອ​ຊ່ວຍ​ເຫລືອ​ເຮົາ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສະ​ເດັດ​ມາ​ເພື່ອ​ໄຖ່​ເຮົາ ແລະ ສະ​ແດງ​ໃຫ້​ເຮົາ​ເຫັນ​ຫົນ​ທາງ​ທີ່​ຈະ​ກັບ​ຄືນ​ໄປ​ຫາ​ພຣະ​ເຈົ້າ. ລູກໆ​ຂອງ​ພຣະ​ເຈົ້າ​ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້​ມາ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ດີ​ພ້ອມ​ໃນ​ພຣະ​ອົງ. ໃນ​ພຣະ​ຄຳ​ພີ, ເຮົາ​ເຫັນ​ຄຳ​ເຊື້ອ​ເຊີນ​ໃຫ້​ເຮົາ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ຊ້ຳ​ແລ້ວ​ຊ້ຳ​ອີກ​ຫລາຍ​ກວ່າ 90 ຄັ້ງ, ແລະ ຫລາຍ​ກວ່າ​ເຄິ່ງ​ໜຶ່ງ​ເປັນ​ຄຳ​ເຊື້ອ​ເຊີນ​ສ່ວນ​ຕົວ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ອົງ​ເອງ. ການ​ຍອມ​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໝາຍ​ເຖິງ​ການ​ຮັບ​ເອົາ​ພິ​ທີ​ການ​ຕ່າງໆ​ຂອງ​ພຣະ​ອົງ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ອົງ. ພຣະ​ເຢ​ຊູ​ຄຣິດ “ເປັນ​ທາງ​ນັ້ນ, ເປັນ​ຄວາມ​ຈິງ, ແລະ ເປັນ​ຊີ​ວິດ” (ໂຢ​ຮັນ 14:6), ແລະ ພຣະ​ອົງ​ໄດ້​ເຊື້ອ​ເຊີນ​ເຮົາ “ທັງ​ໝົດ​ໃຫ້​ເຂົ້າ​ມາ​ຫາ​ພຣະ​ອົງ ແລະ ຮັບ​ສ່ວນ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ອົງ; ແລະ ພຣະ​ອົງ​ບໍ່​ປະ​ຕິ​ເສດ​ຜູ້​ໃດ​ທີ່​ມາ​ຫາ​ພຣະ​ອົງ​ເລີຍ” (2 ນີ​ໄຟ 26:33).

ການ​ຮຽນ​ຮູ້ ແລະ ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ເຮັດ​ໃຫ້​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ເຮົາ​ເລິກ​ເຊິ່ງ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ ແລະ ຊ່ວຍ​ໃຫ້​ເຮົາ​ກາຍ​ເປັນ​ເໝືອນ​ດັ່ງ​ພວກ​ພຣະ​ອົງ​ຫລາຍ​ຂຶ້ນ. ເຖິງ​ແມ່ນ​ວ່າ​ທຸກ​ຢ່າງ​ບໍ່​ໄດ້​ຖືກ​ເປີດ​ເຜີຍ​ກ່ຽວ​ກັບ “ເວ​ລາ ແລະ ວິ​ທີ​ທີ່​ຊັດ​ເຈນ ທີ່​ພອນ​ແຫ່ງ​ຄວາມ​ສູງ​ສົ່ງ [ຈະ​ຖືກ] ມອບ​ໃຫ້,” ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ເຮົາ​ກໍ​ໝັ້ນ​ໃຈ​ໃນ​ພອນ​ເຫລົ່າ​ນັ້ນ (M. Russell Ballard, “Hope in Christ,” Liahona, May 2021, 55).

ແອວ​ມາ​ຜູ້​ເປັນ​ມະ​ຫາ​ປະ​ໂລ​ຫິດ, ຂະ​ນະ​ທີ່​ສິດ​ສອນ​ຢູ່​ໃນ​ແຜ່ນ​ດິນ​ເຊ​ຣາ​ເຮັມ​ລາ, ໄດ້​ເລົ່າ​ເຖິງ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ເຢ​ຊູ​ຄຣິດ:

“ຈົ່ງ​ເບິ່ງ, ພຣະ​ອົງ​ໄດ້​ສົ່ງ​ຄຳ​ເຊີນ​ມາ​ຫາ​ມະນຸດ​ທັງ​ປວງ, ເພາະ​ພຣະ​ພາ​ຫາ​ແຫ່ງ​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ​ໄດ້​ເດ່​ອອກ​ມາ​ຫາ​ພວກ​ເຂົາ, ແລະ ພຣະ​ອົງ​ໄດ້​ກ່າວ​ວ່າ: ຈົ່ງ​ກັບ​ໃຈ​ເຖີດ, ແລະ ເຮົາ​ຈະ​ຮັບ​ເຈົ້າ​ໄວ້.

“ແທ້​ຈິງ​ແລ້ວ, ພຣະ​ອົງ​ໄດ້​ກ່າວ​ວ່າ: ຈົ່ງ​ມາ​ຫາ​ເຮົາ ແລະ ເຈົ້າ​ຈະ​ຮັບ​ໝາກ​ໄມ້​ຈາກ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ” (ແອວ​ມາ 5:33–34).

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ພຣະ​ອົງ​ເອງ​ເຊື້ອ​ເຊີນ​ເຮົາ​ໃຫ້​ມາ​ຫາ​ພຣະ​ອົງ ແລະ ຮັບ​ເອົາ​ແອກ​ຂອງ​ພຣະ​ອົງ ​ເພື່ອ​ເຮົາ​ຈະ​ໄດ້​ພັກ​ຜ່ອນ​ຢູ່​ໃນ​ໂລກ​ທີ່​ວຸ້ນ​ວາຍ​ນີ້ (ເບິ່ງ ມັດ​ທາຍ 11:28–29). ເຮົາ​ມາ​ຫາ​ພຣະ​ຄຣິດ​ໂດຍ “ການ​ໃຊ້​ສັດ​ທາ​ໃນ​ພຣະ​ອົງ, ກັບ​ໃຈ​ທຸກ​ວັນ, ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ​ຂະ​ນະ​ທີ່​ເຮົາ​ຮັບ​ພິ​ທີ​ການ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ, ແລະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ​ໂດຍ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ເຫລົ່າ​ນັ້ນ” (General Handbook: Serving in The Church of Jesus Christ of Latter-day Saints, 1.2.1, ChurchofJesusChrist.org). ເສັ້ນ​ທາງ​ໄປ​ສູ່​ຄວາມ​ດີ​ພ້ອມ​ຄື​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ, ແລະ ພຣະ​ເຢ​ຊູ​ຄຣິດ​ຄື​ຈຸດ​ສູນ​ກາງ​ຂອງ​ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ທັງ​ໝົດ.

ກະ​ສັດ​ເບັນ​ຢາ​ມິນ​ໄດ້​ສິດ​ສອນ​ວ່າ ຍ້ອນ​ພັນ​ທະ​ສັນ​ຍາ​ທີ່​ເຮົາ​ໄດ້​ເຮັດ, ເຮົາ​ກາຍ​ເປັນ​ບຸດ ແລະ ທິ​ດາ​ຂອງ​ພຣະ​ຄຣິດ, ຜູ້​ທີ່​ໃຫ້​ກຳ​ເນີດ​ເຮົາ​ທາງ​ວິນ​ຍານ, ແລະ ພາຍ​ໃຕ້​ຫົວ​ໜ້າ​ອົງ​ນີ້​ເຮົາ​ໄດ້​ຖືກ​ເຮັດ​ໃຫ້​ເປັນ​ອິດ​ສະ​ລະ, “ບໍ່​ມີ​ນາມ​ອື່ນ​ໃດ​ໃຫ້​ໄວ້ ຊຶ່ງ​ໂດຍ​ນາມ​ນັ້ນ​ຄວາມ​ລອດ​ຈະ​ມາ​ເຖິງ​ໄດ້” (ເບິ່ງ ໂມ​ໄຊ​ຢາ 5:7–8). ເຮົາ​ໄດ້​ຮັບ​ຄວາມ​ລອດ​ເມື່ອ​ເຮົາ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ​ໂດຍ “ການ​ທຳ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່”(2 ນີ​ໄຟ 31:16). ນີ​ໄຟ​ໄດ້​ແນະ​ນຳ​ວ່າ​ທຸກ​ສິ່ງ​ທຸກ​ຢ່າງ​ບໍ່​ໄດ້​ຖືກ​ເຮັດ​ໂດຍ​ພຽງ​ແຕ່​ການ​ເຂົ້າ​ໄປ​ໃນ​ທາງ​ຄັບ ແລະ ແຄບ​ເທົ່າ​ນັ້ນ; ເຮົາ​ຕ້ອງ “ມຸ້ງ​ໜ້າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ໃນ​ພຣະ​ຄຣິດ, ໂດຍ​ມີ​ຄວາມ​ສະ​ຫວ່າງ​ຢ່າງ​ບໍ​ລິ​ບູນ​ຂອງ​ຄວາມ​ຫວັງ, ແລະ ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ແລະ ຂອງ​ມະ​ນຸດ​ທັງ​ປວງ” (ເບິ່ງ 2 ນີ​ໄຟ 31:19–20).

ຄຳ​ສອນ​ຂອງ​ພຣະ​ຄຣິດ​ຊ່ວຍ​ໃຫ້​ເຮົາ​ພົບ​ເຫັນ ແລະ ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ, ແລະ ພຣະ​ກິດ​ຕິ​ຄຸນ​ໄດ້​ຖືກ​ຈັດ​ແຈງ​ໄວ້​ເພື່ອ​ວ່າ​ພອນ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໄດ້​ຮັບ​ໂດຍ​ຜ່ານ​ທາງ​ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ອັນ​ສັກ​ສິດ. ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ຕັກ​ເຕືອນ​ເຮົາ​ໃນ​ການ​ຖ່າຍ​ທອດ​ສົດ​ຄັ້ງ​ວັນ​ທີ 16 ເດືອນ​ມັງ​ກອນ, 2018 ຂອງ​ເພິ່ນ​ວ່າ “ຈົ່ງ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ. ຄວາມ​ຕັ້ງ​ໃຈ​ຂອງ​ທ່ານ ທີ່​ຈະ​ເຮັດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໂດຍ​ການ​ເຮັດ​ພັນ​ທະ​ສັນ​ຍາ​ນຳ​ພຣະ​ອົງ ແລະ ແລ້ວ​ຮັກ​ສາ​ພັນ​ທະ​ສັນ​ຍາ​ເຫລົ່າ​ນັ້ນ ຈະ​ເປີດ​ປະ​ຕູ​ຮັບ​ເອົາ​ພອນ​ທຸກ​ປະ​ການ​ທາງ​ວິນ​ຍານ ແລະ ຮັບ​ເອົາ​ສິດ​ທິ​ພິ​ເສດ ທີ່​ມີ​ໃຫ້​ຊາຍ, ຍິງ, ແລະ ເດັກ​ນ້ອຍ ໃນ​ທຸກ​ແຫ່ງ​ຫົນ. … ທີ່​ສຸດ​ສຳ​ລັບ​ເຮົາ​ແຕ່​ລະ​ຄົນ​ພະ​ຍາ​ຍາມ​ໄປ​ເຖິງ ແມ່ນ​ການ​ຮັບ​ເອົາ​ພະ​ລັງ ຢູ່​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ຜະ​ນຶກ​ເຂົ້າ​ກັບ​ຄອບ​ຄົວ, ຊື່​ສັດ​ຕໍ່​ພັນ​ທະ​ສັນ​ຍາ ທີ່​ໄດ້​ເຮັດ​ຢູ່​ໃນ​ພຣະ​ວິ​ຫານ ຊຶ່ງ​ເຮັດ​ໃຫ້​ເຮົາ​ເໝາະ​ສົມ​ຕໍ່​ຂອງ​ປະ​ທານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພຣະ​ເຈົ້າ, ນັ້ນ​ຄື ຊີ​ວິດ​ນິ​ລັນ​ດອນ” (“As We Go Forward Together,” Liahona, Apr. 2018, 7).

ພຣະ​ເຈົ້າ​ຈະ​ບໍ່​ປະ​ຖິ້ມ​ຄວາມ​ສຳ​ພັນ​ຂອງ​ພຣະ​ອົງ​ກັບ, ຫລື ກັກ​ພອນ​ທີ່​ສັນ​ຍາ​ໄວ້​ແຫ່ງ​ຊີ​ວິດ​ນິ​ລັນ​ດອນ​ຈາກ, ຜູ້​ທີ່​ຮັກ​ສາ​ພັນ​ທະ​ສັນ​ຍາ​ຢ່າງ​ຊື່​ສັດ​ທຸກ​ຄົນ. ແລະ ເມື່ອ​ເຮົາ​ໃຫ້​ກຽດ​ແກ່​ພັນ​ທະ​ສັນ​ຍາ, ເຮົາ​ຈະ​ເຂົ້າ​ໃກ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ. ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ ໄດ້​ສິດ​ສອນ​ເຮົາ​ມື້​ວານ​ນີ້​ວ່າ ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ​ຂອງ​ພຣະ​ກິດ​ຕິ​ຄຸນ​ທຳ​ງານ​ໃນ​ຊີ​ວິດ​ຂອງ​ເຮົາ​ຄື​ກັນ​ກັບ​ເຂັມ​ທິດ ເພື່ອ​ບອກ​ທິດ​ທາງ​ທີ່​ສຳ​ຄັນ​ໃຫ້​ມາ​ຫາ​ພຣະ​ຄຣິດ ແລະ ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ຂຶ້ນ.

ພັນ​ທະ​ສັນ​ຍາ​ໝາຍ​ເສັ້ນ​ທາງ​ທີ່​ຈະ​ກັບ​ໄປ​ຫາ​ພຣະ​ເຈົ້າ. ພິ​ທີ​ການ​ຕ່າງໆ​ຂອງ​ການ​ບັບ​ຕິ​ສະ​ມາ ແລະ ການ​ຮັບ​ເອົາ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ການ​ແຕ່ງ​ຕັ້ງ​ຖາ​ນະ​ປະ​ໂລ​ຫິດ, ແລະ ສິນ​ລະ​ລຶກ​ນຳ​ພາ​ເຮົາ​ໄປ​ສູ່​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ຮັບ​ພິ​ທີ​ການ​ແຫ່ງ​ຄວາມ​ສູງ​ສົ່ງ​ຂອງ​ພຣະ​ອົງ.

ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ເຖິງ​ສອງ​ຢ່າງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ໄດ້​ເນັ້ນ​ໜັກ ເພື່ອ​ຊ່ວຍ​ໃຫ້​ເຮົາ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຢ່າງ​ຊື່​ສັດ​ວ່າ:

  1. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ສິດ​ສອນ​ເຮົາ, ເຕືອນ​ເຮົາ​ເຖິງ​ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແລະ ສະ​ຖິດ​ຢູ່​ກັບ​ເຮົາ​ຕະ​ຫລອດ​ໄປ. (ເບິ່ງ ໂຢ​ຮັນ 14:16, 26). ພຣະ​ອົງ​ສາ​ມາດ​ເປັນ​ເພື່ອນ​ຂອງ​ເຮົາ​ຕະ​ຫລອດ​ເວ​ລາ​ເພື່ອ​ນຳ​ທາງ​ເຮົາ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ວ່າ “ໃນ​ອະ​ນາ​ຄົດ, ມັນ​ເປັນ​ໄປ​ບໍ່​ໄດ້ ທີ່​ເຮົາ​ຈະ​ປອດ​ໄພ​ທາງ​ວິນ​ຍານ ຖ້າ​ປາດ​ສະ​ຈາກ​ການ​ນຳ​ພາ, ການ​ຊີ້​ນຳ, ການ​ປອບ​ໂຍນ, ແລະ ອິດ​ທິ​ພົນ​ທີ່​ບໍ່​ເຄີຍ​ຂາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ” (“Revelation for the Church, Revelation for Our Lives,” Liahona, May 2018, 96).

  2. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສ້າງ​ຕັ້ງ​ພິ​ທີ​ສິນ​ລະ​ລຶກ ເພື່ອ​ເຮົາ​ຈະ​ລະ​ນຶກ​ເຖິງ​ພຣະ​ອົງ ແລະ ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ຢູ່​ກັບ​ເຮົາ​ຕະ​ຫລອດ​ເວ​ລາ. ການ​ຮັບ​ບັບ​ຕິ​ສະ​ມາ​ໄດ້​ເປີດ​ຮົ້ວ​ກັ້ນ​ສູ່​ຊີ​ວິດ​ນິ​ລັນ​ດອນ, ແລະ ສິນ​ລະ​ລຶກ​ຊ່ວຍ​ໃຫ້​ເຮົາ​ມຸ້ງ​ໜ້າ​ໄປ​ຕາມ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຢ່າງ​ໝັ້ນ​ຄົງ. ເມື່ອ​ເຮົາ​ຮັບ​ສິນ​ລະ​ລຶກ​ນັ້ນ, ກໍ​ຈະ​ເປັນ​ປະ​ຈັກ​ພະ​ຍານ​ຕໍ່​ພຣະ​ບິ​ດາ​ວ່າ ເຮົາ​ລະ​ນຶກ​ເຖິງ​ພຣະ​ບຸດ​ຂອງ​ພຣະ​ອົງ​ຕະ​ຫລອດ​ເວ​ລາ. ແລະ ເມື່ອ​ເຮົາ​ລະ​ນຶກ​ເຖິງ​ພຣະ​ອົງ​ຕະ​ຫລອດ​ເວ​ລາ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ເຮົາ​ຈະ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ຢູ່​ກັບ​ເຮົາ​ຕະ​ຫລອດ​ເວ​ລາ. ຕື່ມ​ໃສ່​ກັບ​ຄຳ​ສັນ​ຍາ​ນີ້, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຕໍ່​ສັນ​ຍາ​ການ​ປົດ​ບາບ​ເມື່ອ​ເຮົາ​ກັບ​ໃຈ​ຢ່າງ​ຖ່ອມ​ຕົວ​ຈາກ​ບາບ​ຂອງ​ເຮົາ.

ໃນ​ການ​ຊື່​ສັດ​ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ເຮົາ​ຄວນ​ພະ​ຍາ​ຍາມ​ໃຫ້​ມີ​ພຣະ​ວິນ​ຍານ​ຕະ​ຫລອດ​ເວ​ລາເພື່ອ​ກຽມ​ເຮົາ​ໃຫ້​ຮັບ​ສ່ວນ​ສິນ​ລະ​ລຶກ​ຢ່າງ​ມີ​ຄ່າ​ຄວນ, ແລະ ເຊັ່ນ​ດຽວ​ກັນ, ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ​ເປັນ​ປະ​ຈຳ​ເພື່ອ​ໃຫ້​ມີ​ພຣະ​ວິນ​ຍານ​ຢູ່​ກັບ​ເຮົາ​ຕະ​ຫລອດ​ເວ​ລາ.

ຕອນ​ທີ່​ລູກ​ສາວ​ຂອງ​ພວກ​ເຮົາ​ອາ​ຍຸ​ຫ້າ​ປີ, ລາວ​ໄດ້​ມີ​ລົດ​ເກງ​ນ້ອຍ​ທີ່​ໃຊ້​ໝໍ້​ໄຟ ແລະ ມັກ​ຂັບ​ມັນ​ໄປ​ມາ​ອ້ອມ​ເຮືອນ. ຕອນ​ແລງ​ມື້​ໜຶ່ງ, ລາວ​ໄດ້​ມາ​ຫາ​ຂ້າ​ພະ​ເຈົ້າ ແລະ ເວົ້າ​ວ່າ, “ພໍ່​ເອີຍ, ລົດ​ລູກ​ຂັບ​ໄປ​ບໍ່​ໄດ້​ແລ້ວ. ໃຫ້​ພວກ​ເຮົາ​ເອົາ​ນ້ຳ​ມັນ​ຈາກ​ລົດ​ຂອງ​ພໍ່​ໄປ​ໃສ່​ໃຫ້​ມັນ ເພື່ອ​ມັນ​ຈະ​ແລ່ນ​ຕໍ່​ໄປ​ອີກ​ໄດ້​ບໍ? ບາງ​ທີ​ມັນ​ຕ້ອງ​ການ​ນ້ຳ​ມັນ​ຄື​ກັນ​ກັບ​ລົດ​ຂອງ​ພໍ່​ໃດ໋.”

ຕໍ່​ມາ​ຂ້າ​ພະ​ເຈົ້າ​ສັງ​ເກດ​ໄດ້​ວ່າ​​ໝໍ້​ໄຟ​ໃກ້​ຊິ​ໝົດ, ສະ​ນັ້ນ​ຂ້າ​ພະ​ເຈົ້າ​ກໍ​ເລີຍ​ເວົ້າ​ໄປ​ວ່າ ເຮົາ​ຊິ​ຂັບ​ມັນ​ໄດ້​ອີກ​ຫລັງ​ຈາກ​ໜຶ່ງ​ຊົ່ວ​ໂມງ. ດ້ວຍ​ຄວາມ​ຕື່ນ​ເຕັ້ນ​ຫລາຍ, ລາວ​ໄດ້​ເວົ້າ​ວ່າ, “ໂດຍ! ພວກ​ເຮົາ​ຊິ​ເອົາ​ມັນ​ໄປ​ປ້ຳ​ນ້ຳ​ມັນ​ເນາະ.” ຂ້າ​ພະ​ເຈົ້າ​ພຽງ​ແຕ່​ສຽບ​ໝໍ້​ໄຟ​ໃສ່​ບ່ອນ​ປັກ​ສຽບ​ໄຟ​ຟ້າ​ເທົ່າ​ນັ້ນ, ແລະ ຫລັງ​ຈາກ​ໜຶ່ງ​ຊົ່ວ​ໂມງ ລາວ​ກໍ​ສາ​ມາດ​ຂັບ​ລົດ, ໂດຍ​ໃຊ້​ໝໍ້​ໄຟ​ທີ່​ສາກ​ແລ້ວ. ຫລັງ​ຈາກ​ນັ້ນ​ລາວ​ກໍ​ໄດ້​ຮຽນ​ຮູ້​ວ່າ ມັນ​ສຳ​ຄັນ​ທີ່​ຈະຕ້ອງ​ສາກ​ໝໍ້​ໄຟ​ສະ​ເໝີ ໂດຍ​ການ​ປັກ​ສຽບ​ມັນ​ໃສ່​ກັບ​ແຫລ່ງ​ໄຟ​ຟ້າ.

ເຊັ່ນ​ດຽວ​ກັນ​ກັບ​ທີ່​ລູກ​ສາວ​ຂອງ​ພວກ​ເຮົາ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ຄວາມ​ສຳ​ພັນ​ຂອງ​ໝໍ້​ໄຟ ແລະ ພະ​ລັງ​ງານ​ເພື່ອ​ໃຫ້​ລົດ​ນ້ອຍ​ຂອງ​ລາວ​ຂັບ​ໄປ​ໄດ້, ເຮົາ​ກໍ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ, ສິນ​ລະ​ລຶກ, ແລະ ພຣະ​ວິນ​ຍານ​ຄື​ກັນ​ນັ້ນ. ເຮົາ​ຕ້ອງ​ການ​ພຣະ​ວິນ​ຍານ​ເພື່ອ​ຊ່ວຍ​ນຳ​ທາງ​ເຮົາ​ຜ່ານ​ຜ່າ​ຄວາມ​ເປັນ​ມະ​ຕະ ຂະ​ນະ​ທີ່​ເຮົາ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຢ່າງ​ຊື່​ສັດ, ແລະ ເຮົາ​ຕ້ອງ​ການ​ສິນ​ລະ​ລຶກ​ເພື່ອ​ເຕີມ​ພະ​ລັງ​ໃຫ້​ກັບ​ການ​ເປັນ​ຢູ່​ທາງ​ວິນ​ຍານ​ຂອງ​ເຮົາ. ການ​ຕໍ່​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ​ຂອງ​ເຮົາ ແລະ ການ​ຮັບ​ສ່ວນ​ສິນ​ລະ​ລຶກ ນຳ​ພາ​ຄວາມ​ຊື່​ສັດ​ໄປ​ຫາ​ທຸກ​ພັນ​ທະ​ສັນ​ຍາ​ອື່ນໆ. ຮັບ​ຮອງ​ວ່າ​ຈະ​ມີ​ຄວາມ​ສຸກ​ໃນ​ທີ່​ສຸດ ເມື່ອ​ເຮົາ​ສຶກ​ສາ​ດ້ວຍ​ການ​ອະ​ທິ​ຖານ ແລະ ໃຫ້​ກຽດ​ແກ່​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ແລະ ຊື່ນ​ຊົມ​ກັບ​ພອນ​ທີ່​ສັນ​ຍາ​ໄວ້​ຂອງ​ພຣະ​ອົງ. ພຣະ​ອົງ​ໄດ້​ກ່າວ​ວ່າ, “ແລະ ເພື່ອ​ວ່າ​ເຈົ້າ​ຈະ​ສາ​ມາດ​ຮັກ​ສາ​ຕົນ​ເອງ​ໃຫ້​ປາດ​ສະ​ຈາກ​ມົນ​ທິນ​ຂອງ​ໂລກ​ໄດ້​ຫລາຍ​ກວ່າ​ເກົ່າ, ຈົ່ງ​ໄປ​ຍັງ​ບ້ານ​ແຫ່ງ​ການ​ອະ​ທິ​ຖານ ແລະ ຖວາຍ​ສິນ​ລະ​ລຶກ​ຂອງ​ເຈົ້າ​ໃນ​ວັນ​ສັກ​ສິດ​ຂອງ​ເຮົາ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 59:9).

ຂ້າ​ພະ​ເຈົ້າ​ໃຫ້​ຖ້ອຍ​ຄຳ​ວ່າ ຜູ້​ຮັກ​ສາ​ພັນ​ທະ​ສັນ​ຍາ​ໄດ້​ຮັບ​ຄຳ​ສັນ​ຍາ​ວ່າ “ຈະ​ມີ​ສັນ​ຕິ​ສຸກ​ຢູ່​ໃນ​ໂລກ​ນີ້ ແລະ ຊີ​ວິດ​ນິ​ລັນ​ດອນ​ຢູ່​ໃນ​ໂລກ​ທີ່​ຈະ​ມາ​ເຖິງ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 59:23). ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ເມື່ອ​ທ່ານ​ຮັບ​ສ່ວນ​ສັນ​ຍາ​ລັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຜ່ານ​ທາງ​ສິນ​ລະ​ລຶກ​ເປັນ​ປະ​ຈຳ, ທ່ານ​ຈະ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ນຳ​ພາ​ທ່ານ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ແລະ ຊື່​ສັດ​ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ທ່ານ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.