ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ເພາະ​ວ່າ​ພຣະ​ເຈົ້າ​ຊົງ​ຮັກ​ເຮົາ​ຫລາຍ​ທີ່​ສຸດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2022


ເພາະ​ວ່າ​ພຣະ​ເຈົ້າ​ຊົງ​ຮັກ​ເຮົາ​ຫລາຍ​ທີ່​ສຸດ

ພຣະ​ເຈົ້າ​ຊົງ​ຮັກ​ເຮົາ​ຫລາຍ​ທີ່​ສຸດ ຈົນ​ໄດ້​ສົ່ງ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ອົງ​ມາ—ເພື່ອ​ບໍ່​ໃຫ້​ກ່າວ​ໂທດ​ເຮົາ ແຕ່​ຊ່ວຍ​ເຮົາ​ໃຫ້​ລອດ.

“ເພາະ​ວ່າ​ພຣະ​ເຈົ້າ​ຊົງ​ຮັກ​ໂລກ​ຫລາຍ​ທີ່​ສຸດ, ຈົນ​ໄດ້​ປະ​ທານ​ພຣະ​ບຸດ​ອົງ​ດຽວ​ຂອງ​ພຣະ​ອົງ ເພື່ອ​ທຸກ​ຄົນ​ທີ່​ວາງ​ໃຈ​ເຊື່ອ​ໃນ​ພຣະ​ບຸດ​ນັ້ນ​ຈະ​ບໍ່​ຈິບ​ຫາຍ ແຕ່​ມີ​ຊີ​ວິດ​ອັນ​ຕະ​ຫລອດ​ໄປ​ເປັນ​ນິດ” (ໂຢ​ຮັນ 3:16). ຄັ້ງ​ທຳ​ອິດ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ພຣະ​ຄຳ​ພີ​ຂໍ້​ນີ້, ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຢູ່​ທີ່​ໂບດ ຫລື ຢູ່​ໃນ​ການ​ສັງ​ສັນ​ໃນ​ຄອບ​ຄົວ. ຂ້າ​ພະ​ເຈົ້າ​ກຳ​ລັງ​ເບິ່ງ​ການ​ແຂ່ງ​ຂັນ​ກິ​ລາ​ໃນ​ໂທ​ລະ​ພາບ. ບໍ່​ວ່າ​ສະ​ຖາ​ນີ​ໃດ, ແລະ ບໍ່​ວ່າ​ເກມ​ໃດ​ກໍ​ຕາມ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເບິ່ງ, ຢ່າງ​ນ້ອຍ​ມີ​ຄົນ​ຜູ້​ໜຶ່ງ​ທີ່​ໄດ້​ຖື​ປ້າຍ​ວ່າ “ໂຢ​ຮັນ 3:16.”

ຂ້າ​ພະ​ເຈົ້າ​ກໍ​ຮັກ​ພຣະ​ຄຳ​ພີ ຂໍ້​ທີ 17 ເທົ່າ​ກັນ​ທີ່​ວ່າ: “ດ້ວຍ​ວ່າ ພຣະ​ເຈົ້າ​ໄດ້​ໃຊ້​ພຣະ​ບຸດ​ເຂົ້າ​ມາ​ໃນ​ໂລກ ບໍ່​ແມ່ນ​ເພື່ອ​ຕັດ​ສິນ​ລົງ​ໂທດ​ມະ​ນຸດ​ສະ​ໂລກ; ແຕ່​ເພື່ອ​ມະ​ນຸດ​ສະ​ໂລກ​ຈະ​ລອດ​ໂດຍ​ຜ່ານ​ທາງ​ພຣະ​ອົງ.”

ພຣະ​ເຈົ້າ​ໄດ້​ສົ່ງ​ພຣະ​ເຢ​ຊູ​ຄຣິດ, ພຣະ​ບຸດ​ອົງ​ດຽວ​ຂອງ​ພຣະ​ອົງ​ມາ​ໃນ​ເນື້ອ​ໜັງ, ສະ​ລະ​ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ​ເພື່ອ​ເຮົາ​ທຸກ​ຄົນ. ພຣະ​ອົງ​ໄດ້​ກະ​ທຳ​ສິ່ງ​ນີ້​ຍ້ອນ​ພຣະ​ອົງ​ຮັກ​ເຮົາ ແລະ ວາງ​ແຜນ​ໃຫ້​ເຮົາ​ແຕ່​ລະ​ຄົນ​ກັບ​ຄືນ​ໄປ​ບ້ານ​ຫາ​ພຣະ​ອົງ.

ແຕ່​ນີ້​ບໍ່​ແມ່ນ​ແຜນ​ໂດຍ​ທົ່ວ​ໄປ, ຄວບ​ຄຸມ​ທຸກ​ຄົນ, ທີ່​ບາງ​ຄັ້ງ​ໄດ້​ຜົນ​ແດ່​ບໍ່​ໄດ້​ຜົນ​ແດ່. ມັນ​ເປັນ​ແຜນ​ສ່ວນ​ຕົວ, ທີ່​ຖືກ​ກຳ​ນົດ​ໂດຍ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ, ຜູ້​ຮູ້​ຈັກ​ໃຈ​ເຮົາ, ຮູ້​ຊື່​ເຮົາ, ແລະ ຮູ້​ສິ່ງ​ທີ່​ພຣະ​ອົງ​ຕ້ອງ​ການ​ໃຫ້​ເຮົາ​ເຮັດ. ເປັນ​ຫຍັງ​ເຮົາ​ຈຶ່ງ​ເຊື່ອ​ແບບ​ນັ້ນ? ເພາະ​ວ່າ​ເຮົາ​ໄດ້​ຖືກ​ສິດ​ສອນ​ຈາກ​ພຣະ​ຄຳ​ພີ​ສັກ​ສິດ.

ໂມ​ເຊ​ໄດ້​ຍິນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ກ່າວ​ຊ້ຳ​ເລື້ອຍໆ​ວ່າ “ໂມ​ເຊ, ບຸດ​ຂອງ​ເຮົາ” (ເບິ່ງ ໂມ​ເຊ 1:6; ເບິ່ງ ຂໍ້​ທີ 7, 40 ນຳ​ອີກ). ອັບ​ຣາ​ຮາມ​ໄດ້​ຮຽນ​ຮູ້​ວ່າ​ເພິ່ນ​ເປັນ​ລູກ​ຂອງ​ພຣະ​ເຈົ້າ, ຖືກ​ເລືອກ​ເພື່ອ​ວຽກ​ງານ​ຂອງ​ເພິ່ນ​ແຕ່​ກ່ອນ​ເພິ່ນ​ເກີດ (ເບິ່ງ ອັບ​ຣາ​ຮາມ 3:12, 23). ໂດຍ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ, ເອ​ສະ​ເທີ​ໄດ້​ຖືກ​ວາງ​ໄວ້​ໃນ​ຖາ​ນະ​ເປັນ​ອິດ​ທິ​ພົນ​ເພື່ອ​ຊ່ວຍ​ຊີ​ວິດ​ຜູ້​ຄົນ​ຂອງ​ນາງ (ເບິ່ງ ເອ​ສະ​ເທີ 4). ແລະ ພຣະ​ເຈົ້າ​ໄດ້​ໄວ້​ວາງ​ໃຈ​ຍິງ​ໜຸ່ມ ຄົນ​ຮັບ​ໃຊ້​ຄົນ​ໜຶ່ງ, ໃນ​ການ​ເປັນ​ພະ​ຍານ​ເຖິງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່ ເພື່ອ​ວ່າ​ນາ​ອາ​ມານ​ຈະ​ສາ​ມາດ​ໄດ້​ຮັບ​ການ​ປິ່ນ​ປົວ (ເບິ່ງ 2 ກະ​ສັດ 5:1–15).

ໂດຍ​ສະ​ເພາະ​ແລ້ວ ຂ້າ​ພະ​ເຈົ້າ​ຮັກ​ຜູ້​ຊາຍ​ທີ່​ດີ​ຄົນ​ນັ້ນ, ມີ​ຮູບ​ຮ່າງ​ຕ່ຳ​ເຕັ້ຍ, ຜູ້​ທີ່​ໄດ້​ປີນ​ຕົ້ນ​ໄມ້​ເພື່ອ​ເບິ່ງ​ພຣະ​ເຢ​ຊູ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຮູ້​ວ່າ​ລາວ​ຢູ່​ບ່ອນ​ນັ້ນ, ໄດ້​ຢຸດ, ແຫງນ​ໜ້າ​ຂຶ້ນ​ໄປ​ເບິ່ງ​ງ່າ​ໄມ້, ແລະ ໄດ້​ກ່າວ​ຄຳ​ເຫລົ່າ​ນີ້​ອອກ​ໄປ​ວ່າ: “ຊັກ​ຂ່າຍ​ເອີຍ ຮີບ​ລົງ​ມາ” (ລູ​ກາ 19:5). ແລະ ເຮົາ​ບໍ່​ສາ​ມາດ​ລືມ​ຊາຍ​ໜຸ່ມ​ອາ​ຍຸ 14 ປີ ຜູ້​ທີ່​ໄດ້​ຍ່າງ​ເຂົ້າ​ໄປ​ໃນ​ປ່າ ແລະ ຮຽນ​ຮູ້​ວ່າ​ແຜນ​ນີ້​ເປັນ​ການ​ສ່ວນ​ຕົວ​ແທ້ໆ: “[ໂຈ​ເຊັບ,] ນີ້​ຄື​ບຸດ​ທີ່​ຮັກ​ຂອງ​ເຮົາ. ຈົ່ງ​ຟັງ​ທ່ານ!” (ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:17).

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ເຮົາ​ຄື​ຈຸດ​ສຸມ​ໃນ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ເປັນ​ເຫດ​ຜົນ​ສຳ​ລັບ​ພາ​ລະ​ກິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ. ເຮົາ​ແຕ່​ລະ​ຄົນ, ເປັນ​ສ່ວນ​ບຸກ​ຄົນ, ຄື​ວຽກ​ງານ ແລະ ລັດ​ສະ​ໝີ​ພາບ​ຂອງ​ພວກ​ພຣະ​ອົງ.

ສຳ​ລັບ​ຂ້າ​ພະ​ເຈົ້າ​ເອງ, ບໍ່​ມີ​ພຣະ​ຄຳ​ພີ​ເຫລັ້ມ​ໃດ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຊັດ​ເຈນ​ຫລາຍ​ກວ່າ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເດີມ​ຂອງ​ຂ້າ​ພະ​ເຈົ້າ. ໃນ​ບົດ​ຕໍ່​ບົດ ເຮົາ​ຄົ້ນ​ພົບ​ຫລາຍໆ​ຕົວ​ຢ່າງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ໂຮ​ວາ​ໄດ້​ມີ​ສ່ວນ​ຮ່ວມ​ຢ່າງ​ໃກ້​ຊິດ​ໃນ​ຊີ​ວິດ​ຂອງ​ເຮົາ.

ບໍ່​ດົນ​ມາ​ນີ້​ເຮົາ​ໄດ້​ສຶກ​ສາ​ກ່ຽວ​ກັບ​ໂຢ​ເຊັບ, ລູກ​ຊາຍ​ຜູ້​ເປັນ​ທີ່​ຮັກ​ຂອງ​ຢາ​ໂຄບ. ຕັ້ງ​ແຕ່​ຍັງ​ເປັນ​ເດັກ​ນ້ອຍ, ໂຢ​ເຊັບ​ເປັນ​ທີ່​ໂປດ​ປານ​ຫລາຍ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ, ແຕ່​ເພິ່ນ​ຍັງ​ໄດ້​ປະ​ສົບ​ກັບ​ການ​ທົດ​ລອງ​ອັນ​ໃຫຍ່​ຫລວງ​ດ້ວຍ​ມື​ຂອງ​ພວກ​ອ້າຍ​ຂອງ​ເພິ່ນ. ສອງ​ອາ​ທິດ​ທີ່​ຜ່ານ​ມາ, ຫລາຍ​ຄົນ​ໃນ​ພວກ​ເຮົາ​ກໍ​ໄດ້​ປະ​ທັບ​ໃຈ​ກັບ​ການ​ທີ່​ໂຢ​ເຊັບ​ໄດ້​ໃຫ້​ອະ​ໄພ​ພວກ​ອ້າຍ​ຂອງ​ເພິ່ນ. ໃນ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ ເຮົາ​ໄດ້​ອ່ານ​ວ່າ: ໃນ​ຫລາຍ​ວິ​ທີ​ທາງ, ຊີ​ວິດ​ຂອງ​ໂຢ​ເຊັບ​ກໍ​ຄ້າຍ​ຄື​ກັນ​ກັບ​ຂອງ​ພຣະ​ເຢ​ຊູ​ຄຣິດ. ເຖິງ​ແມ່ນ​ວ່າ​ບາບ​ຂອງ​ເຮົາ​ໄດ້​ເຮັດ​ໃຫ້​ພຣະ​ອົງ​ຕ້ອງ​ຮັບ​ທຸກ​ທໍ​ລະ​ມານ​ຫລາຍ​ທີ່​ສຸດ, ແຕ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຍັງ​ສະ​ເໜີ​ໃຫ້​ອະ​ໄພ, ປົດ​ປ່ອຍ​ເຮົາ​ທຸກ​ຄົນ​ຈາກ​ຊະ​ຕາ​ກຳ​ທີ່​ຮ້າຍ​ແຮງ​ກວ່າ​ຄວາມ​ອຶດ​ຢາກ. ບໍ່​ວ່າ​ເຮົາ​ຕ້ອງ​ຮັບ​ເອົາ​ການ​ໃຫ້​ອະ​ໄພ ຫລື ຕ້ອງ​ໃຫ້​ອະ​ໄພ​ຄົນ​ອື່ນ—ໃນ​ຈຸດ​ໃດ​ຈຸດ​ໜຶ່ງ ເຮົາ​ທຸກ​ຄົນ​ຕ້ອງ​ເຮັດ​ທັງ​ສອງ—ຕົວ​ຢ່າງ​ຂອງ​ໂຢ​ເຊັບ​ຊີ້​ໃຫ້​ເຮົາ​ໄປ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຊຶ່ງ​ເປັນ​ແຫລ່ງ​ທີ່​ແທ້​ຈິງ​ຂອງ​ການ​ປິ່ນ​ປົວ ແລະ ການ​ຄືນ​ດີ.”1

ບົດ​ຮຽນ​ຢ່າງ​ໜຶ່ງ​ທີ່​ຂ້າ​ພະ​ເຈົ້າ​ມັກ​ໃນ​ເລື່ອງ​ນັ້ນ​ມາ​ຈາກ​ຢູ​ດາ​ອ້າຍ​ຂອງ​ໂຢ​ເຊັບ, ຜູ້​ທີ່​ເປັນ​ສ່ວນ​ໜຶ່ງ​ໃນ​ແຜນ​ສ່ວນ​ຕົວ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ໂຢ​ເຊັບ. ໃນ​ຕອນ​ທີ່​ໂຢ​ເຊັບ​ຖືກ​ຫັກ​ຫລັງ​ໂດຍ​ພວກ​ອ້າຍ​ຂອງ​ເພິ່ນ, ຢູ​ດາ​ໄດ້​ຊັກ​ຊວນ​ພວກ​ເຂົາ​ບໍ່​ໃຫ້​ຂ້າ​ໂຢ​ເຊັບ ແຕ່​ຂາຍ​ເພິ່ນ​ໃຫ້​ເປັນ​ຂ້າ​ທາດ (ເບິ່ງ ປະ​ຖົມ​ມະ​ການ 37:26–27).

ຫລາຍ​ປີ​ຕໍ່​ມາ, ຢູ​ດາ ແລະ ພວກ​ອ້າຍ​ນ້ອງ​ຂອງ​ລາວ​ຕ້ອງ​ພາ​ນ້ອງ​ຊາຍ​ຫລ້າ, ເບັນ​ຢາ​ມິນ, ໄປ​ປະ​ເທດ​ເອ​ຢິບ. ໃນ​ຕອນ​ຕົ້ນ​ພໍ່​ຂອງ​ພວກ​ເຂົາ​ໄດ້​ຕໍ່​ຕ້ານ. ແຕ່​ຢູ​ດາ​ໄດ້​ສັນ​ຍາ​ກັບ​ຢາ​ໂຄບ​ວ່າ—ລາວ​ຈະ​ພາ​ເບັນ​ຢາ​ມິນ​ກັບ​ບ້ານ.

ໃນ​ປະ​ເທດ​ເອ​ຢິບ, ຄຳ​ສັນ​ຍາ​ຂອງ​ຢູ​ດາ​ໄດ້​ຖືກ​ທົດ​ສອບ. ເດັກ​ຊາຍ​ເບັນ​ຢາ​ມິນ​ໄດ້​ຖືກ​ກ່າວ​ຫາ​ຢ່າງ​ຜິດໆ​ວ່າ​ກໍ່​ອາ​ຊະ​ຍາ​ກຳ. ຢູ​ດາ, ໂດຍ​ທີ່​ຊື່​ສັດ​ຕໍ່​ຄຳ​ສັນ​ຍາ​ຂອງ​ລາວ, ໄດ້​ຂໍ​ເຂົ້າ​ຄຸກ​ແທນ​ເບັນ​ຢາ​ມິນ. ລາວ​ໄດ້​ເວົ້າ​ວ່າ, “ຂ້າ​ນ້ອຍ​ຈະ​ກັບ​ຄືນ​ເມືອ​ຫາ​ພໍ່​ໄດ້​ຢ່າງ​ໃດ ໃນ​ເມື່ອ​ບໍ່​ມີ​ເດັກ​ຄົນ​ນີ້​ເມືອ​ນຳ?” (ເບິ່ງ ປະ​ຖົມ​ມະ​ການ 44:33–34). ຢູ​ດາ​ຕັ້ງ​ໃຈ​ໃນ​ການ​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ລາວ ແລະ ນຳ​ເອົາ​ເບັນ​ຢາ​ມິນ​ກັບ​ຄືນ​ມາ​ຢ່າງ​ປອດ​ໄພ. ທ່ານ​ເຄີຍ​ຮູ້​ສຶກ​ກັບ​ຄົນ​ອື່ນ​ເຊັ່ນ​ດຽວ​ກັນ​ກັບ​ທີ່​ຢູ​ດາ​ໄດ້​ຮູ້​ສຶກ​ກັບ​ເບັນ​ຢາ​ມິນ​ບໍ?

ນີ້​ບໍ່​ແມ່ນ​ຄວາມ​ຮູ້​ສຶກ​ທີ່​ພໍ່​ແມ່​ມີ​ໃຫ້​ກັບ​ລູກໆ​ຂອງ​ເຂົາ​ເຈົ້າ​ບໍ? ຄວາມ​ຮູ້​ສຶກ​ທີ່​ຜູ້​ສອນ​ສາດ​ສະ​ໜາ​ມີ​ໃຫ້​ກັບ​ຜູ້​ຄົນ​ທີ່​ເຂົາ​ເຈົ້າ​ຮັບ​ໃຊ້​ບໍ? ຄວາມ​ຮູ້​ສຶກ​ທີ່​ຜູ້​ນຳ​ຊັ້ນ​ປະ​ຖົມ​ໄວ ແລະ ຜູ້​ນຳ​ກຸ່ມ​ຊາວ​ໜຸ່ມ​ມີ​ໃຫ້​ກັບ​ຄົນ​ທີ່​ເຂົາ​ເຈົ້າ​ສິດ​ສອນ ແລະ ຮັກ​ບໍ?

ບໍ່​ວ່າ​ທ່ານ​ຈະ​ແມ່ນ​ໃຜ ຫລື ສະ​ຖາ​ນະ​ການ​ໃນ​ປະ​ຈຸ​ບັນ​ຂອງ​ທ່ານ​ຈະ​ເປັນ​ແບບ​ໃດ, ຈະ​ມີ​ບາງ​ຄົນ​ທີ່​ຮູ້​ສຶກ​ແບບ​ນີ້​ກ່ຽວ​ກັບ​ທ່ານ. ບາງ​ຄົນ​ທີ່​ຢາກ​ກັບ​ຄືນ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ກັບ​ທ່ານ.

ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ​ສຳ​ລັບ​ຜູ້​ທີ່​ບໍ່​ເຄີຍ​ປະ​ຖິ້ມ​ເຮົາ, ຜູ້​ທີ່​ສືບ​ຕໍ່​ຖອກ​ເທ​ຈິດ​ວິນ​ຍານ​ຂອງ​ເຂົາ​ເຈົ້າ​ໃນ​ການ​ອະ​ທິ​ຖານ​ເພື່ອ​ເຮົາ, ແລະ ຜູ້​ທີ່​ຍັງ​ສືບ​ຕໍ່​ສິດ​ສອນ ແລະ ຊ່ວຍ​ເຫລືອ​ເຮົາ​ໃຫ້​ມີ​ຄຸນ​ສົມ​ບັດ​ທີ່​ດີ​ພໍ ເພື່ອ​ກັບ​ຄືນ​ບ້ານ​ຫາ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ໃນ​ສະ​ຫວັນ​ຂອງ​ເຮົາ.

ເມື່ອ​ບໍ່​ດົນ​ມາ​ນີ້ ເພື່ອນ​ທີ່​ຮັກ​ແພງ​ຄົນ​ໜຶ່ງ​ໄດ້​ໃຊ້​ເວ​ລາ 233 ວັນ​ຢູ່​ໃນ​ໂຮງ​ໝໍ ເພື່ອ​ປິ່ນ​ປົວ​ພະ​ຍາດ​ໂຄ​ວິດ-19. ໃນ​ຊ່ວງ​ເວ​ລາ​ນັ້ນ, ພໍ່​ຂອງ​ລາວ​ທີ່​ເສຍ​ຊີ​ວິດ​ແລ້ວ​ໄດ້​ມາ​ຢ້ຽມ​ຢາມ​ລາວ, ໄດ້​ຂໍ​ໃຫ້​ລາວ​ນຳ​ຂ່າວ​ສານ​ໄປ​ໃຫ້​ລູກ​ຫລານ​ຂອງ​ເພິ່ນ. ເຖິງ​ແມ່ນ​ວ່າ​ຈະ​ຢູ່​ຟາກ​ມ່ານ​ເບື້ອງ​ນັ້ນ, ພໍ່​ຕູ້​ທີ່​ດີ​ຄົນ​ນີ້​ກໍ​ຍັງ​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ຊ່ວຍ​ເຫລືອ​ລູກ​ຫລານ​ຂອງ​ເພິ່ນ​ໃຫ້​ກັບ​ຄືນ​ໄປ​ຫາ​ບ້ານ​ໃນ​ສະ​ຫວັນ​ຂອງ​ເຂົາ​ເຈົ້າ.

ສາ​ນຸ​ສິດ​ຂອງ​ພຣະ​ຄຣິດ​ໄດ້​ລະ​ນຶກ​ເຖິງ “ເບັນ​ຢາ​ມິນ” ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ຫລາຍ​ຂຶ້ນ​ເລື້ອຍໆ. ຕະ​ຫລອດ​ທົ່ວ​ໂລກ​ເຂົາ​ເຈົ້າ​ໄດ້​ຍິນ​ຄຳ​ຮຽກ​ຮ້ອງ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ພຣະ​ເຈົ້າ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ. ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ​ກຳ​ລັງ​ມີ​ສ່ວນ​ຮ່ວມ​ໃນ​ກອງ​ທັບ​ໜຸ່ມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ບຸກ​ຄົນ ແລະ ຄອບ​ຄົວ​ກຳ​ລັງ​ເອື້ອມ​ອອກ​ໄປ​ໃນ​ວິນ​ຍານ​ແຫ່ງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ—ຄວາມ​ຮັກ, ການ​ແບ່ງ​ປັນ, ແລະ ການ​ເຊື້ອ​ເຊີນ​ໝູ່​ເພື່ອນ ແລະ ເພື່ອນ​ບ້ານ​ໃຫ້​ມາ​ຫາ​ພຣະ​ຄຣິດ. ຊາວ​ໜຸ່ມ ແລະ ຜູ້​ໃຫຍ່​ກຳ​ລັງ​ລະ​ນຶກ​ເຖິງ ແລະ ພະ​ຍາ​ຍາມ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ—ເຕີມ​ເຕັມ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ, ຊອກ​ຫາ​ລາຍ​ຊື່​ຂອງ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຜູ້​ທີ່​ລ່ວງ​ລັບ​ໄປ​ແລ້ວ, ແລະ ຮັບ​ພິ​ທີ​ການ​ຕ່າງໆ​ແທນ​ເຂົາ​ເຈົ້າ.

ເປັນ​ຫຍັງ​ແຜນ​ສ່ວນ​ຕົວ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ມີ​ໃຫ້​ສຳ​ລັບ​ເຮົາ​ຈຶ່ງ​ລວມ​ທັງ​ການ​ຊ່ວຍ​ເຫລືອ​ຄົນ​ອື່ນ​ໃຫ້​ກັບ​ມາ​ຫາ​ພຣະ​ອົງ? ເພາະ​ວ່າ​ນີ້​ຄື​ການ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ເຢ​ຊູ​ຄຣິດ. ໃນ​ທີ່​ສຸດ, ເລື່ອງ​ລາວ​ຂອງ​ຢູ​ດາ ແລະ ເບັນ​ຢາ​ມິນ​ສອນ​ເຮົາ​ກ່ຽວ​ກັບ​ການ​ເສຍ​ສະ​ລະ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເພື່ອ​ເຮົາ. ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ພຣະ​ອົງ​ໄດ້​ມອບ​ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ​ເພື່ອ​ນຳ​ເຮົາ​ກັບ​ບ້ານ. ຄຳ​ເວົ້າ​ຂອງ​ຢູ​ດາ​ສະ​ແດງ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ວ່າ: “[ເຮົາ] ຈະ​ກັບ​ຄືນ​ເມືອ​ຫາ [ພຣະ​ບິ​ດາ] ໄດ້​ຢ່າງ​ໃດ​ໃນ​ເມື່ອ​ບໍ່​ມີ [ເຈົ້າ] ເມືອ​ນຳ?” ໃນ​ຖາ​ນະ​ຜູ້​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ, ຄຳ​ເວົ້າ​ເຫລົ່າ​ນັ້ນ​ກໍ​ສາ​ມາດ​ເປັນ​ຄຳ​ເວົ້າ​ຂອງ​ເຮົາ​ເຊັ່ນ​ກັນ.

ໃນ​ພຣະ​ຄຳ​ພີ​ເດີມ​ແມ່ນ​ເຕັມ​ໄປ​ດ້ວຍ​ການ​ມະ​ຫັດ​ສະ​ຈັນ ແລະ ຄວາມ​ເມດ​ຕາ​ອັນ​ລະ​ອຽດ​ອ່ອນ​ທີ່​ເປັນ​ຈຸດ​ເດັ່ນ​ໃນ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ໃນ 2 ກະ​ສັດ 4, ວະ​ລີ​ທີ່​ວ່າ “ມື້​ໜຶ່ງ” ໄດ້​ຖືກ​ນຳ​ໃຊ້​ສາມ​ຄັ້ງ​ເພື່ອ​ເນັ້ນ​ຕໍ່​ຂ້າ​ພະ​ເຈົ້າ​ໃຫ້​ເຫັນ​ວ່າ​ເຫດ​ການ​ທີ່​ສຳ​ຄັນ​ເກີດ​ຂຶ້ນ​ຕາມ​ເວ​ລາ​ຂອງ​ພຣະ​ເຈົ້າ, ແລະ ບໍ່​ມີ​ລາຍ​ລະ​ອຽດ​ໃດ​ທີ່​ນ້ອຍ​ເກີນ​ໄປ​ສຳ​ລັບ​ພຣະ​ອົງ.

ພອລ໌ ໝູ່​ຄົນ​ໃໝ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ນີ້. ພອລ໌​ເຕີບ​ໃຫຍ່ຂຶ້ນ​ໃນ​ບ້ານ​ທີ່​ບາງ​ເທື່ອ​ກໍ​ຖືກ​ຂົ່ມ​ເຫັງ ແລະ ບໍ່​ຍອມ​ນັບ​ຖື​ສາດ​ສະ​ໜາ​ເດັດ​ຂາດ. ໃນ​ຂະ​ນະ​ທີ່​ເຂົ້າ​ໂຮງ​ຮຽນ​ຢູ່​ຄ້າຍ​ທະ​ຫານ​ໃນ​ປະ​ເທດ​ເຢຍ​ລະ​ມັນ, ລາວ​ສັງ​ເກດ​ເຫັນ​ເອື້ອຍ​ນ້ອງ​ຍິງ​ສອງ​ຄົນ​ຜູ້​ທີ່​ເບິ່ງ​ຄື​ວ່າ​ມີ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ວິນ​ຍານ​ຢູ່​ນຳ. ຖາມ​ວ່າ​ຍ້ອນ​ຫຍັງ​ເຂົາ​ເຈົ້າ​ຈຶ່ງ​ແຕກ​ຕ່າງ ຄຳ​ຕອບ​ແມ່ນ​ເຂົາ​ເຈົ້າ​ເປັນ​ສະ​ມາ​ຊິກ​ຂອງ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

ຕໍ່​ມາ​ພອລ໌​ໄດ້​ເລີ່ມ​ພົບ​ປະ​ກັບ​ຜູ້​ສອນ​ສາດ​ສະ​ໜາ ແລະ ຖືກ​ເຊື້ອ​ເຊີນ​ໃຫ້​ມາ​ໂບດ. ວັນ​ອາ​ທິດ​ຕໍ່​ມາ, ຂະ​ນະ​ທີ່​ໄດ້​ອອກ​ຈາກ​ລົດ​ເມ, ລາວ​ໄດ້​ສັງ​ເກດ​ເຫັນ​ຜູ້​ຊາຍ​ສອງ​ຄົນ​ໃນ​ເສື້ອ​ເຊີດ​ສີ​ຂາວ ແລະ ມັດ​ກະ​ລະ​ວັດ. ລາວ​ໄດ້​ຖາມ​ເຂົາ​ເຈົ້າ​ວ່າ ເຂົາ​ເຈົ້າ​ແມ່ນ​ແອວ​ເດີ​ຂອງ​ສາດ​ສະ​ໜາ​ຈັກ​ບໍ. ແລ້ວ​ເຂົາ​ເຈົ້າ​ໄດ້​ຕອບ​ວ່າ​ແມ່ນ​ແລ້ວ, ດັ່ງ​ນັ້ນ​ພອລ໌​ຈຶ່ງ​ຕາມ​ເຂົາ​ເຈົ້າ​ໄປ.

ໃນ​ຂະ​ນະ​ທີ່​ນະ​ມັດ​ສະ​ການ, ນັກ​ເທດ​ສະ​ໜາ​ຄົນ​ໜຶ່ງ​ໄດ້​ຊີ້​ໄປ​ຫາ​ຜູ້​ຄົນ​ທີ່​ມາ​ຮ່ວມ ແລະ ເຊື້ອ​ເຊີນ​ໃຫ້​ເຂົາ​ເຈົ້າ​ເປັນ​ພະ​ຍານ. ໃນ​ຕອນ​ທ້າຍ​ຂອງ​ແຕ່​ລະ​ປະ​ຈັກ​ພະ​ຍານ, ມື​ກອງ​ກໍ​ໄດ້​ຕີ​ກອງ​ເຊຍ ແລະ ຜູ້​ເຂົ້າ​ຮ່ວມ​ກໍ​ພາ​ກັນ​ຮ້ອງ​ອອກ​ມາ​ວ່າ, “ອາ​ແມນ.”

ເມື່ອ​ນັກ​ເທດ​ສະ​ໜາ​ໄດ້​ຊີ້​ໃສ່​ພອລ໌, ລາວ​ໄດ້​ຢືນ​ຂຶ້ນ ແລະ ເວົ້າ​ວ່າ, “ຂ້າ​ພະ​ເຈົ້າ​ຮູ້​ວ່າ ໂຈ​ເຊັບ ສະ​ມິດ ເປັນ​ສາດ​ສະ​ດາ ແລະ ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ຄວາມ​ຈິງ.” ບໍ່​ມີ​ສຽງ​ຕີ​ກອງ​ເຊຍ ຫລື ຄຳ​ວ່າ ອາ​ແມນ​ເລີຍ. ໃນ​ທີ່​ສຸດ​ພອລ໌​ກໍ​ໄດ້​ຮູ້​ວ່າ​ລາວ​ໄປ​ໂບດ​ຜິດ​ບ່ອນ. ບໍ່​ດົນ, ພອລ໌​ກໍ​ພົບ​ເຫັນ​ຫົນ​ທາງ​ຂອງ​ລາວ​ໄປ​ຫາ​ບ່ອນ​ທີ່​ຖືກ​ຕ້ອງ ແລະ ໄດ້​ຮັບ​ບັບ​ຕິ​ສະ​ມາ.

ໃນ​ມື້​ຮັບ​ບັບ​ຕິ​ສະ​ມາ​ຂອງ​ພອລ໌, ມີ​ສະ​ມາ​ຊິກ​ຄົນ​ໜຶ່ງ​ທີ່​ລາວ​ບໍ່​ຮູ້​ຈັກ ໄດ້​ບອກ​ລາວ​ວ່າ, “ເຈົ້າ​ໄດ້​ຊ່ວຍ​ຊີ​ວິດ​ຂ້ອຍ​ໄວ້.” ສອງ​ສາມ​ອາ​ທິດ​ກ່ອນ​ໜ້າ​ນີ້, ຜູ້​ຊາຍ​ຄົນ​ນີ້​ໄດ້​ຕັດ​ສິນ​ໃຈ​ຊອກ​ຫາ​ໂບດ​ອື່ນ ແລະ ໄດ້​ເຂົ້າ​ຮ່ວມ​ການ​ນະ​ມັດ​ສະ​ການ​ໃນ​ບ່ອນ​ທີ່​ຕີ​ກອງ ແລະ ເວົ້າ​ວ່າ​ອາ​ແມນ. ເມື່ອ​ຜູ້​ຊາຍ​ຄົນ​ນັ້ນ​ໄດ້​ຍິນ​ພອລ໌​ກ່າວ​ປະ​ຈັກ​ພະ​ຍານ​ເຖິງ​ໂຈ​ເຊັບ ສະ​ມິດ ແລະ ພຣະ​ຄຳ​ພີ​ມໍ​ມອນ, ລາວ​ກໍ​ຮູ້​ໄດ້​ວ່າ​ພຣະ​ເຈົ້າ​ຮູ້​ຈັກ​ລາວ, ຮູ້​ຈັກ​ການ​ດີ້ນ​ລົນ​ຂອງ​ລາວ, ແລະ ມີ​ແຜນ​ສຳ​ລັບ​ລາວ. ສຳ​ລັບ​ພອລ໌ ແລະ ຜູ້​ຊາຍ​ຄົນ​ນັ້ນ, ມັນ​ຄື “ມື້​ໜຶ່ງ,” ຂອງ​ເຂົາ​ເຈົ້າ​ແທ້ໆ!

ເຮົາ​ຮູ້​ຄື​ກັນ​ວ່າ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ມີ​ແຜນ​ແຫ່ງ​ຄວາມ​ສຸກ​ສ່ວນ​ຕົວ​ສຳ​ລັບ​ເຮົາ​ແຕ່​ລະ​ຄົນ. ເພາະ​ວ່າ​ພຣະ​ເຈົ້າ​ໄດ້​ສົ່ງ​ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ​ມາ​ເພື່ອ​ເຮົາ, ການ​ມະ​ຫັດ​ສະ​ຈັນ​ທີ່​ເຮົາ​ຕ້ອງ​ການ​ໃນ “ມື້​ໜຶ່ງ” ຊຶ່ງ​ຈຳ​ເປັນ​ສຳ​ລັບ​ການ​ບັນ​ລຸ​ແຜນ​ຂອງ​ພຣະ​ອົງ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ​ປີ​ນີ້​ເຮົາ​ສາ​ມາດ​ຮຽນ​ຮູ້​ຕື່ມ​ກ່ຽວ​ກັບ​ແຜນ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ເຮົາ​ໃນ​ພຣະ​ຄຳ​ພີ​ເດີມ. ໜັງ​ສື​ທີ່​ສັກ​ສິດ​ເຫລັ້ມ​ນັ້ນ​ສອນ​ເຖິງ​ບົດ​ບາດ​ຂອງ​ສາດ​ສະ​ດາ​ຫລາຍ​ທ່ານ​ໃນ​ເວ​ລາ​ອັນ​ບໍ່​ແນ່​ນອນ ແລະ ເຖິງ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ໃນ​ໂລກ​ທີ່​ສັບ​ສົນ ແລະ ມີ​ຄວາມ​ຂັດ​ແຍ້ງ​ເປັນ​ປະ​ຈຳ. ມັນ​ກໍ​ຍັງ​ກ່ຽວ​ກັບ​ຜູ້​ມີ​ຄວາມ​ເຊື່ອ​ທີ່​ຖ່ອມ​ຕົນ​ທີ່​ຄອງ​ຄອຍ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ນຳ​ອີກ, ດັ່ງ​ທີ່​ເຮົາ​ຄອງ​ຄອຍ ແລະ ກຽມ​ຕົວ​ສຳ​ລັບ​ການ​ສະ​ເດັດ​ມາ ຄັ້ງ​ທີ​ສອງ ຂອງ​ພຣະ​ອົງ—ການ​ກັບ​ຄືນ​ມາ​ດ້ວຍ​ລັດ​ສະ​ໝີ​ພາບ ທີ່​ທຳ​ນາຍ​ໄວ້​ດົນ​ນານ​ມາ​ແລ້ວ​ເຖິງ​ພຣະ​ອົງ.

ຈົນ​ກວ່າ​ມື້​ນັ້ນ, ເຮົາ​ອາດ​ຈະ​ບໍ່​ເຫັນ​ດ້ວຍ​ຕາ​ທຳ​ມະ​ຊາດ​ຂອງ​ເຮົາ ເຖິງ​ການ​ອອກ​ແບບ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ທຸກ​ດ້ານ​ໃນ​ຊີ​ວິດ​ຂອງ​ເຮົາ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58:3). ແຕ່​ເຮົາ​ສາມາດ​ຈື່​ຈຳ​ຄຳ​ຕອບ​ຂອງ​ນີ​ໄຟ​ໄດ້​ວ່າ​ເມື່ອ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບາງ​ສິ່ງ​ບາງ​ຢ່າງ​ທີ່​ເພິ່ນ​ບໍ່​ເຂົ້າ​ໃຈ: ຂະ​ນະ​ທີ່​ເພິ່ນ​ບໍ່​ຮູ້​ຈັກ​ຄວາມ​ໝາຍ​ໝົດ​ທຸກ​ຢ່າງ, ເພິ່ນ​ຮູ້​ວ່າ​ພຣະ​ເຈົ້າ​ຮັກ​ລູກໆ​ຂອງ​ພຣະ​ອົງ (ເບິ່ງ 1 ນີ​ໄຟ 11:17).

ນີ້​ແມ່ນ​ປະ​ຈັກ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ເຊົ້າ​ວັນ​ຊະ​ບາ​ໂຕ​ທີ່​ສວຍ​ງາມ​ນີ້. ຂໍ​ໃຫ້​ເຮົາ​ຂຽນ​ມັນ​ລົງ​ໄວ້​ໃນ​ໃຈ​ຂອງ​ເຮົາ ແລະ ປ່ອຍ​ໃຫ້​​ມັນ​ເຕີມ​ເຕັມ​ຈິດ​ວິນ​ຍານ​ຂອງ​ເຮົາ​ດ້ວຍ​ສັນ​ຕິ​ສຸກ, ຄວາມ​ຫວັງ, ແລະ ຄວາມ​ຊື່ນ​ຊົມ​ນິ​ລັນ​ດອນ ວ່າ: ພຣະ​ເຈົ້າ​ຊົງ​ຮັກ​ເຮົາ​ຫລາຍ​ທີ່​ສຸດ ຈົນ​ໄດ້​ສົ່ງ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ອົງ​ມາ—ເພື່ອ​ບໍ່​ໃຫ້​ກ່າວ​ໂທດ​ເຮົາ ແຕ່​ຊ່ວຍ​ເຮົາ​ໃຫ້​ລອດ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.