ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ເຂົ້າ​ມາ​ຫາ​ຝູງ​ຊົນ​ຂອງ​ພຣະ​ເຈົ້າ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2022


ເຂົ້າ​ມາ​ຫາ​ຝູງ​ຊົນ​ຂອງ​ພຣະ​ເຈົ້າ

ພາຍ​ໃນ​ຝູງ​ຊົນ​ຂອງ​ພຣະ​ເຈົ້າ, ເຮົາ​ຈະ​ໄດ້​ຮັບ​ການ​ດູ​ແລ​ທີ່​ເອົາ​ໃຈ​ໃສ່ ແລະ ການ​ບຳ​ລຸງ​ລ້ຽງ​ຈາກ​ພຣະ​ຜູ້​ລ້ຽງ​ທີ່​ດີ ແລະ ໄດ້​ຮັບ​ພອນ​ທີ່​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ທີ່​ໄຖ່​ຂອງ​ພຣະ​ອົງ.

ຕອນ​ເປັນ​ພໍ່​ແມ່​ໜຸ່ມ, ບຣາ​ເດີ ແລະ ຊິດ​ສະ​ເຕີ ຊາ​ມາດ ໄດ້​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ຢູ່​ໃນ​ບ້ານ​ສອງ​ຫ້ອງ​ນອນ​ທີ່​ລຽບ​ງ່າຍ​ຂອງ​ເຂົາ​ເຈົ້າ ຢູ່​ທີ່​ເມືອງ​ເສ​ມາ​ຣັງ, ປະ​ເທດ​ອິນ​ໂດ​ເນ​ເຊຍ.1 ນັ່ງ​ຢູ່​ອ້ອມ​ໂຕະ​ນ້ອຍໆ, ພ້ອມ​ດ້ວຍ​ແສງ​ໄຟ​ລິບ​ລີ່ ເບິ່ງ​ຄື​ວ່າ​ເຮັດ​ໃຫ້​ຫ້ອງ​ນັ້ນ​ເຕັມ​ໄປ​ດ້ວຍ​ຍຸງ​ຫລາຍ​ກວ່າ​ແສງ​ຮຸ່ງ​ແຈ້ງ, ຜູ້​ສອນ​ສາດ​ສະ​ໜາ​ສອງ​ຄົນ​ໄດ້​ສິດ​ສອນ​ຄວາມ​ຈິງ​ນິ​ລັນ​ດອນ​ໃຫ້​ແກ່​ເຂົາ​ເຈົ້າ. ຜ່ານ​ການ​ອະ​ທິ​ຖານ​ດ້ວຍ​ຄວາມ​ຈິງ​ໃຈ ແລະ ການ​ຊີ້​ນຳ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ເຂົາ​ເຈົ້າ​ໄດ້​ມາ​ເຊື່ອ​ສິ່ງ​ທີ່​ເຂົາ​ເຈົ້າ​ຖືກ​ສິດ​ສອນ ແລະ ໄດ້​ເລືອກ​ທີ່​ຈະ​ຮັບ​ບັບ​ຕິ​ສະ​ມາ ແລະ ກາຍ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ການ​ຕັດ​ສິນ​ໃຈ​ນັ້ນ, ແລະ ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ນັບ​ຕັ້ງ​ແຕ່​ນັ້ນ​ມາ, ໄດ້​ເປັນ​ພອນ​ໃຫ້​ແກ່​ບຣາ​ເດີ ແລະ ຊິດ​ສະ​ເຕີ ຊາ​ມາດ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ໃນ​ທຸກໆ​ດ້ານ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ.2

ເຂົາ​ເຈົ້າ​ເປັນ​ພາກ​ສ່ວນ​ຂອງ​ໄພ່​ພົນ​ບຸກ​ເບີກ​ລຸ້ນ​ທຳ​ອິດ​ໃນ​ປະ​ເທດ​ອິນ​ໂດ​ເນ​ເຊຍ. ຕໍ່​ມາ​ເຂົາ​ເຈົ້າ​ໄດ້​ຮັບ​ພິ​ທີ​ການ​ພຣະ​ວິ​ຫານ, ແລະ ບຣາ​ເດີ ຊາ​ມາດ ກໍ​ໄດ້​ຮັບ​ໃຊ້​ເປັນ​ປະ​ທານ​ສາ​ຂາ ແລະ ແລ້ວ​ເປັນ​ປະ​ທານ​ທ້ອງ​ຖິ່ນ, ຂັບ​ລົດ​ຕະ​ຫລອດ​ທົ່ວ​ເມືອງ​ຈາ​ວາ ເພື່ຶອ​ປະ​ຕິ​ບັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ລາວ. ໃນ​ທົດ​ສະ​ວັດ​ທີ່​ຜ່ານ​ມາ, ລາວ​ໄດ້​ຮັບ​ໃຊ້​ເປັນ​ປິ​ຕຸ​ຄົນ​ທຳ​ອິດ​ຂອງ​ສະ​ເຕກ​ສູ​ຣາ​ກາດ​ຕາ ອິນ​ໂດ​ເນ​ເຊຍ.

ຮູບ​ພາບ
ແອວ​ເດີ ຟັ້ງ ກັບ ຊິດ​ສະ​ເຕີ ແລະ ບຣາ​ເດີ ຊາ​ມາດ

ໜຶ່ງ​ໃນ​ບັນ​ດາ​ຜູ້​ສອນ​ສາດ​ສະ​ໜາ​ໃນ​ບ້ານ​ທີ່​ຖ່ອມ​ຕົວ, ທີ່​ເຕັມ​ໄປ​ດ້ວຍ​ສັດ​ທາ​ຫລັງ​ນັ້ນ​ເມື່ອ 49 ປີ​ກ່ອນ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ໃນ​ຕົວ​ເຂົາ​ເຈົ້າ ສິ່ງ​ທີ່​ກະ​ສັດ​ເບັນ​ຢາ​ມິນ​ໄດ້​ສິດ​ສອນ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ວ່າ: “ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ໃຫ້​ພວກ​ທ່ານ​ພິ​ຈາ​ລະ​ນາ​ເຖິງ​ສະ​ພາບ​ອັນ​ເປັນ​ພອນ ແລະ ຄວາມ​ສຸກ​ຂອງ​ຄົນ​ທີ່​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ. ເພາະ​ຈົ່ງ​ເບິ່ງ, ເຂົາ​ໄດ້​ຮັບ​ພອນ​ທຸກ​ສິ່ງ ທັງ​ຝ່າຍ​ໂລກ ແລະ ຝ່າຍ​ວິນ​ຍານ.”3 ພອນ​ທີ່​ຫລັ່ງ​ໄຫລ​ເຂົ້າ​ມາ​ໃນ​ຊີ​ວິດ​ຂອງ​ຜູ້​ຄົນ​ທີ່​ເຮັດ​ຕາມ​ຕົວ​ຢ່າງ ແລະ ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ຜູ້​ທີ່​ເລືອກ​ທີ່​ຈະ​ຖືກ​ນັບ​ເຂົ້າ​ໃນ​ບັນ​ດາ​ສາ​ນຸ​ສິດ​ຂອງ​ພຣະ​ອົງ, ກໍ​ມີ​ຫລາຍ, ໜ້າ​ຊື່ນ​ຊົມ, ແລະ ຊົ່ວ​ນິ​ລັນ​ດອນ.4

ຝູງ​ຊົນ​ຂອງ​ພຣະ​ເຈົ້າ

ຄຳ​ເຊື້ອ​ເຊີນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ການ​ບັບ​ຕິ​ສະ​ມາ​ຂອງ​ແອວ​ມາ ຕໍ່​ຜູ້​ຄົນ​ທີ່​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ທີ່​ນ້ຳ​ມໍ​ມອນ ເລີ່ມ​ຕົ້ນ​ດ້ວຍ​ວະ​ລີ​ນີ້​ວ່າ: “ບັດ​ນີ້​ຍ້ອນ​ວ່າ​ພວກ​ທ່ານ​ປາດ​ຖະ​ໜາ​ຈະ​ເຂົ້າ​ມາ​ຫາ​ຝູງ​ຊົນ​ຂອງ​ພຣະ​ເຈົ້າ.”5

ຮູບ​ພາບ
Flock of sheep in the country side standing next to a rock fence.

ຄອກ, ຫລື ຄອກ​ແກະ, ເປັນ​ເດີ່ນ​ອ້ອມ​ຮອບ​ກວ້າງ, ທີ່​ສ່ວນ​ຫລາຍ​ແມ່ນ​ຖືກ​ສ້າງ​ຂຶ້ນ​ດ້ວຍ​ກຳ​ແພງ​ທີ່​ເປັນ​ຫີນ, ບ່ອນ​ທີ່​ຝູງ​ແກະ​ຖືກ​ປົກ​ປ້ອງ​ໃນ​ຕອນ​ກາງ​ຄືນ. ມັນ​ມີ​ບ່ອນ​ເປີດ​ພຽງ​ບ່ອນ​ດຽວ. ໃນ​ຕອນ​ທ້າຍ​ວັນ, ຜູ້​ລ້ຽງ​ແກະ​ກໍ​ຈະ​ເອີ້ນ​ຫາ​ຝູງ​ແກະ. ພວກ​ມັນ​ຮູ້​ຈັກ​ສຽງ​ຂອງ​ລາວ, ແລະ ພວກ​ມັນ​ກໍ​ເຂົ້າ​ໄປ​ໃນ​ຄວາມ​ປອດ​ໄພ​ຂອງ​ຄອກ​ແກະ ຜ່ານ​ທາງ​ປະ​ຕູ.

ຜູ້​ຄົນ​ຂອງ​ແອວ​ມາ​ກໍ​ຈະ​ໄດ້​ຮູ້​ວ່າ ຜູ້​ລ້ຽງ​ແກະ​ຢືນ​ຢູ່​ທີ່​ບ່ອນ​ເປີດ​ແຄບໆ​ຂອງ​ຄອກ​ນັ້ນ ເພື່ອ​ວ່າ​ເມື່ອ​ຝູງ​ແກະ​ເຂົ້າ​ໄປ, ພວກ​ມັນ​ຈະ​ຖືກ​ນັບ6 ແລະ ບາດ​ແຜ ແລະ ຄວາມ​ເຈັບ​ປ່ວຍ​ຂອງ​ພວກ​ມັນ​ກໍ​ຖືກ​ສັງ​ເກດ​ເຫັນ ແລະ ຖືກ​ດູ​ແລ​ຮັກ​ສາ​ເທື່ອ​ລະ​ໂຕ. ຄວາມ​ປອດ​ໄພ ແລະ ຄວາມ​ຜາ​ສຸກ​ຂອງ​ແກະ​ແມ່ນ​ຂຶ້ນ​ຢູ່​ກັບ​ຄວາມ​ເຕັມ​ໃຈ​ຂອງ​ພວກ​ມັນ​ທີ່​ຈະ​ເຂົ້າ​ມາ​ໃນ​ຄອກ ແລະ ຄົງ​ຢູ່​ໃນ​ຄອກ.

ໃນ​ທ່າມ​ກາງ​ພວກ​ເຮົາ​ອາດ​ມີ​ບາງ​ຄົນ​ທີ່​ຮູ້​ສຶກ​ວ່າ​ເຂົາ​ເຈົ້າ​ຢູ່​ຂ້າງ​ນອກ​ຂອງ​ຝູງ​ແກະ, ບາງ​ທີ​ອາດ​ຄິດ​ວ່າ​ເຂົາ​ເຈົ້າ​ບໍ່ເປັນ​ທີ່​ຕ້ອງ​ການ​ຫລາຍ ຫລື ມີ​ຄຸນ​ຄ່າ​ໜ້ອຍ ຫລື ເຂົາ​ເຈົ້າ​ບໍ່​ໄດ້​ເປັນ​ພາກ​ສ່ວນ​ໃນ​ຝູງ​ນັ້ນ. ແລະ, ດັ່ງ​ທີ່​ໃນ​ຄອກ​ແກະ, ໃນ​ຝູງ​ຊົນ​ຂອງ​ພຣະ​ເຈົ້າ ບາງ​ເທື່ອ​ເຮົາ​ກໍ​ຈະ​ເຮັດ​ໃຫ້​ຄົນ​ອື່ນ​ເຄືອງ​ໃຈ ແລະ ຈຳ​ເປັນ​ຕ້ອງ​ກັບ​ໃຈ ຫລື ໃຫ້​ອະ​ໄພ.

ແຕ່​ຜູ້​ລ້ຽງ​ທີ່​ດີ7—ຜູ້​ລ້ຽງ​ທີ່​ແທ້​ຈິງ​ຂອງ​ເຮົາ—ກໍ​ດີ​ສະ​ເໝີ. ພາຍ​ໃນ​ຝູງ​ຊົນ​ຂອງ​ພຣະ​ເຈົ້າ, ເຮົາ​ຈະ​ໄດ້​ຮັບ​ການ​ດູ​ແລ​ທີ່​ເອົາ​ໃຈ​ໃສ່ ແລະ ການ​ບຳ​ລຸງ​ລ້ຽງ​ຈາກ​ພຣະ​ອົງ ແລະ ໄດ້​ຮັບ​ພອນ​ທີ່​ຈະ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ທີ່​ໄຖ່​ຂອງ​ພຣະ​ອົງ. ພຣະ​ອົງ​ໄດ້​ກ່າວ​ວ່າ, “ນະ​ຄອນ​ເຢ​ຣູ​ຊາ​ເລັມ ເຮົາ​ລືມ​ໄລ​ເຈົ້າ​ບໍ່​ໄດ້​ເລີຍ; ເຮົາ​ຂຽນ​ຊື່​ເຈົ້າ​ໃສ່​ຝາ​ມື​ຂອງ​ເຮົາ​ແລ້ວ.”8 ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ໄດ້​ຂຽນ​ບາບ, ຄວາມ​ເຈັບ​ປວດ, ຄວາມ​ທຸກ​ຂອງ​ເຮົາ​ໃສ່​ຝາ​ພຣະ​ຫັດ​ຂອງ​ພຣະ​ອົງ​ແລ້ວ,9 ແລະ ທຸກ​ສິ່ງ​ທີ່​ບໍ່​ຍຸດ​ຕິ​ທຳ​ໃນ​ຊີ​ວິດ.10 ທຸກ​ຄົນ​ສາ​ມາດ​ຮັບ​ເອົາ​ພອນ​ເຫລົ່າ​ນີ້, ຕາມ​ທີ່​ເຂົາ​ເຈົ້າ “ປາດ​ຖະ​ໜາ​ຈະ​ເຂົ້າ​ມາ”11 ແລະ ເລືອກ​ທີ່​ຈະ​ຢູ່​ໃນ​ຝູງ. ຂອງ​ປະ​ທານ​ແຫ່ງ​ອຳ​ເພີ​ໃຈ​ບໍ່​ແມ່ນ​ພຽງ​ແຕ່​ສິດ​ທີ່​ຈະ​ເລືອກ; ມັນ​ແມ່ນ​ໂອ​ກາດ​ທີ່​ຈະ​ເລືອກ​ສິ່ງ​ດີ. ແລະ ກຳ​ແພງ​ຂອງ​ຄອກ​ບໍ່​ໄດ້​ເປັນ​ຂໍ້​ຈຳ​ກັດ ແຕ່​ເປັນ​ແຫລ່ງ​ຂອງ​ຄວາມ​ປອດ​ໄພ​ທາງ​ວິນ​ຍານ.

ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ວ່າ​ມີ “ຝູງ​ດຽວ​ທີ່​ມີ​ຜູ້​ລ້ຽງ​ແຕ່​ຜູ້​ດຽວ.”12 ພຣະ​ອົງ​ໄດ້​ກ່າວ​ວ່າ:

“ຄົນ​ທີ່​ເຂົ້າ​ທາງ​ປະ​ຕູ​ກໍ​ເປັນ​ຄົນ​ລ້ຽງ​ແກະ. …

“ຝູງ​ແກະ​ຈະ​ໄດ້​ຍິນ​ສຽງ​ຂອງ​ເພິ່ນ … ,

“… ແລະ ຝູງ​ແກະ​ກໍ​ຕາມ​ເພິ່ນ​ໄປ ເພາະ​ຮູ້​ຈັກ​ສຽງ​ຂອງ​ເພິ່ນ.”13

ແລ້ວ​ພຣະ​ເຢ​ຊູ​ໄດ້​ກ່າວ​ວ່າ, “ເຮົາ​ນີ້​ແຫຼະ ເປັນ​ປະ​ຕູ: ຜູ້​ໃດ​ກໍ​ຕາມ​ທີ່​ເຂົ້າ​ມາ​ທາງ​ເຮົາ​ກໍ​ຈະ​ໄດ້​ພົ້ນ,”14 ສິດ​ສອນ​ຢ່າງ​ແຈ່ມ​ແຈ້ງ​ວ່າ ມີ​ພຽງ​ທາງ​ດຽວ​ເທົ່າ​ນັ້ນ​ທີ່​ຈະ​ເຂົ້າ​ມາ​ໃນ​ຝູງ​ຂອງ​ພຣະ​ເຈົ້າ ແລະ ມີ​ພຽງ​ທາງ​ດຽວ​ເທົ່າ​ນັ້ນ​ທີ່​ຈະ​ລອດ​ໄດ້. ມັນ​ແມ່ນ​ໂດຍ ແລະ ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ.15

ພອນ​ຈະ​ມາ​ສູ່​ຜູ້​ຄົນ​ທີ່​ຢູ່​ໃນ​ຝູງ​ຊົນ​ຂອງ​ພຣະ​ເຈົ້າ

ເຮົາ​ຮຽນ​ຮູ້​ວ່າ​ຈະ​ເຂົ້າ​ມາ​ຫາ​ຝູງ​ແນວ​ໃດ​ຈາກ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ຊຶ່ງ​ເປັນ​ຄຳ​ສອນ​ທີ່​ຖືກ​ສິດ​ສອນ​ໂດຍ​ພຣະ​ເຢ​ຊູ​ຄຣິດ ແລະ ສາດ​ສະ​ດາ​ຂອງ​ພຣະ​ອົງ.16 ເມື່ອ​ເຮົາ​ປະ​ຕິ​ບັດ​ຕາມ​ຄຳ​ສອນ​ຂອງ​ພຣະ​ຄຣິດ ແລະ ເຂົ້າ​ມາ​ຫາ​ຝູງ ຜ່ານ​ທາງ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ, ການ​ກັບ​ໃຈ, ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ, ແລະ ຊື່​ສັດ​ຕໍ່​ໄປ,17 ແອວ​ມາ​ໄດ້​ໃຫ້​ສັນ​ຍາ​ພອນ​ທີ່​ເປັນ​ການ​ສ່ວນ​ຕົວ​ໂດຍ​ສະ​ເພາະ​ສີ່​ຢ່າງ. ທ່ານ ຈະ (1) “ຖືກ​ໄຖ່​ໂດຍ​ພຣະ​ເຈົ້າ,” (2) “ຖືກ​ນັບ​ເຂົ້າ​ຢູ່​ກັບ​ບັນ​ດາ​ຜູ້​ຄົນ​ຂອງ​ການ​ຟື້ນ​ຄືນ​ຊີ​ວິດ​ຄັ້ງ​ທຳ​ອິດ,” (3) “ມີ​ຊີ​ວິດ​ນິ​ລັນ​ດອນ,” ແລະ (4) ພຣະ​ຜູ້​ເປັນ​ເຈົ້າ​ຈະ “ທຸ້ມ​ເທ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ລົງ​ມາ​ເທິງ​ພວກ​ທ່ານ​ຢ່າງ​ຫລວງ​ຫລາຍ​ຍິ່ງ​ຂຶ້ນ.”18

ຫລັງ​ຈາກ​ແອວ​ມາ​ໄດ້​ສິດ​ສອນ​ກ່ຽວ​ກັບ​ພອນ​ເຫລົ່າ​ນີ້​ແລ້ວ, ຜູ້​ຄົນ​ໄດ້​ຕົບ​ມື​ດ້ວຍ​ຄວາມ​ສຸກ. ຕໍ່​ໄປ​ນີ້​ຄື​ເຫດ​ຜົນ:

ໜຶ່ງ: ການ​ໄຖ່ ໝາຍ​ຄວາມ​ວ່າ​ທີ່​ຈະ​ຈ່າຍ​ຄ່າ​ໜີ້​ສິນ ຫລື ພັນ​ທະ ຫລື ປົດ​ປ່ອຍ​ໃຫ້​ເປັນ​ອິດ​ສະ​ລະ ຈາກ​ສິ່ງ​ທີ່​ກໍ່​ໃຫ້​ເກີດ​ຄວາມ​ຍາກ​ລຳ​ບາກ ຫລື ເຮັດ​ໃຫ້​ບາດ​ເຈັບ.19 ບໍ່​ວ່າ​ເຮົາ​ຈະ​ມີ​ການ​ພັດ​ທະ​ນາ​ສ່ວນ​ຕົວ​ຫລາຍ​ເທົ່າ​ໃດ ກໍ​ຈະ​ບໍ່​ສາ​ມາດ​ເຮັດ​ໃຫ້​ເຮົາ​ສະ​ອາດ​ຈາກ​ບາບ​ທີ່​ເຮົາ​ໄດ້​ເຮັດ​ລົງ​ໄປ​ແລ້ວ ຫລື ຫາຍ​ດີ​ຈາກ​ບາດ​ແຜ​ທີ່​ເຮົາ​ໄດ້​ທົນ​ທຸກ​ທໍ​ລະ​ມານ​ມາ ປາດ​ສະ​ຈາກ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ. ພຣະ​ອົງ​ເປັນ​ພຣະ​ຜູ້​ໄຖ່​ຂອງ​ເຮົາ.20

ສອງ: ເພາະ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຄຣິດ, ທຸກ​ຄົນ​ຈຶ່ງ​ຈະ​ຟື້ນ​ຄືນ​ຊີ​ວິດ.21 ຫລັງ​ຈາກ​ວິນ​ຍານ​ຂອງ​ເຮົາ​ອອກ​ໄປ​ຈາກ​ຮ່າງ​ກາຍ​ມະ​ຕະ​ຂອງ​ເຮົາ, ແນ່​ນອນ​ວ່າ​ເຮົາ​ຈະ​ຄອຍ​ຖ້າ​ວັນ​ເວ​ລາ ທີ່​ເຮົາ​ຈະ​ສາ​ມາດ​ໂອບ​ກອດ​ຜູ້​ຄົນ​ທີ່​ເຮົາ​ຮັກ​ອີກ​ຄັ້ງ ດ້ວຍ​ຮ່າງ​ກາຍ​ທີ່​ໄດ້​ຟື້ນ​ຄືນ​ຊີ​ວິດ​ແລ້ວ. ເຮົາ​ຈະ​ຄອຍ​ຖ້າ​ດ້ວຍ​ຄວາມ​ຕື່ນ​ເຕັ້ນ ທີ່​ຈະ​ໄດ້​ຢູ່​ກັບ​ບັນ​ດາ​ຜູ້​ຄົນ​ຂອງ ການ​ຟື້ນ​ຄືນ​ຊີ​ວິດ​ຄັ້ງ​ທຳ​ອິດ.

ສາມ: ຊີ​ວິດ​ນິ​ລັນ​ດອນ​ໝາຍ​ຄວາມ​ວ່າ​ຈະ​ໄດ້​ຢູ່​ກັບ​ພຣະ​ເຈົ້າ ແລະ ຕາມ​ທີ່​ພຣະ​ອົງ​ພຣະ​ຊົນ​ຢູ່. ມັນ “ເປັນ​ຂອງ​ປະ​ທານ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ຂອງ​ປະ​ທານ​ທັງ​ໝົດ​ຂອງ​ພຣະ​ເຈົ້າ.”22 ແລະ ຈະ​ນຳ​ຄວາມ​ສຸກ​ທີ່​ບໍ​ລິ​ບູນ​ມາ​ໃຫ້.23 ມັນ​ເປັນ​ຈຸດ​ປະ​ສົງ ແລະ ເຈດ​ຕະ​ນາ​ທີ່​ສູງ​ສຸດ​ຂອງ​ຊີ​ວິດ​ເຮົາ.

ສີ່: ຄວາມ​ເປັນ​ເພື່ອນ​ຂອງ​ສະ​ມາ​ຊິກ​ໃນ​ຝ່າຍ​ພຣະ​ເຈົ້າ, ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຈະ​ໃຫ້​ການ​ຊີ້​ນຳ ແລະ ການ​ປອບ​ໂຍນ​ທີ່​ຕ້ອງ​ການ​ຫລາຍ​ທີ່​ສຸດ​ໃນ​ລະ​ຫວ່າງ​ຊີ​ວິດ​ມະ​ຕະ​ນີ້.24

ໃຫ້​ເຮົາ​ພິ​ຈາ​ລະ​ນາ​ສາ​ເຫດ​ຂອງ​ຄວາມ​ໂສກ​ເສົ້າ: ຄວາມ​ທຸກ​ໃຈ​ມາ​ຈາກ​ບາບ,25 ຄວາມ​ໂສກ​ເສົ້າ ແລະ ຄວາມ​ເປົ່າ​ປ່ຽວ​ດຽວ​ດາຍ​ມາ​ຈາກ​ຄວາມ​ຕາຍ​ຂອງ​ຄົນ​ທີ່​ເຮົາ​ຮັກ, ແລະ ຄວາມ​ຢ້ານ​ກົວ​ກໍ​ມາ​ຈາກ​ຄວາມ​ບໍ່​ແນ່​ນອນ​ຈາກ​ສິ່ງ​ທີ່​ເກີດ​ຂຶ້ນ​ເມື່ອ​ເຮົາ​ຕາຍ. ແຕ່​ເມື່ອ​ເຮົາ​ເຂົ້າ​ໄປ​ໃນ​ຝູງ​ຊົນ​ຂອງ​ພຣະ​ເຈົ້າ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ອົງ, ເຮົາ​ຈະ​ຮູ້​ສຶກ​ເຖິງ​ຄວາມ​ສະ​ຫງົບ​ຂອງ​ການ​ຮູ້​ຈັກ ແລະ ການ​ໄວ້​ວາງ​ໃຈ​ວ່າ ພຣະ​ຄຣິດ​ຈະ​ໄຖ່​ເຮົາ​ຈາກ​ບາບ​ຂອງ​ເຮົາ, ວ່າ​ການ​ແຍກ​ຮ່າງ​ກາຍ ແລະ ວິນ​ຍານ​ຂອງ​ເຮົາ​ຈະ​ສິ້ນ​ສຸດ​ລົງ​ໄວ​ຂຶ້ນ, ແລະ ວ່າ​ເຮົາ​ຈະ​ມີ​ຊີ​ວິດ​ຢູ່​ຊົ່ວ​ນິ​ລັນ​ດອນ​ກັບ​ພຣະ​ເຈົ້າ​ໃນ​ວິ​ທີ​ທາງ​ທີ່​ຮຸ່ງ​ໂລດ​ທີ່​ສຸດ.

ໄວ້​ວາງ​ໃຈ​ໃນ​ພຣະ​ຄຣິດ ແລະ ກະ​ທຳ​ດ້ວຍ​ສັດ​ທາ

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ພຣະ​ຄຳ​ພີ​ກໍ​ເຕັມ​ໄປ​ດ້ວຍ​ຕົວ​ຢ່າງ​ຂອງ​ອຳ​ນາດ​ທີ່​ສະ​ຫງ່າ​ງາມ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຄວາມ​ເມດ​ຕາ​ທີ່​ເຫັນ​ອົກ​ເຫັນ​ໃຈ ແລະ ພຣະ​ຄຸນ​ຂອງ​ພຣະ​ອົງ. ໃນ​ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ​ຢູ່​ເທິງ​ໂລກ, ພອນ​ແຫ່ງ​ການ​ປິ່ນ​ປົວ​ຂອງ​ພຣະ​ອົງ​ໄດ້​ມາ​ສູ່​ຜູ້​ຄົນ​ທີ່​ໄດ້​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ ແລະ ກະ​ທຳ​ດ້ວຍ​ສັດ​ທາ. ຍົກ​ຕົວ​ຢ່າງ, ຜູ້​ຊາຍ​ທີ່​ປ່ວຍ​ໂຊ​ຄົນ​ໜຶ່ງ​ຢູ່​ທີ່​ສະ​ນ້ຳ​ເບັດ​ຊະ​ທາ​ສາ​ມາດ​ຍ່າງ​ໄດ້, ດ້ວຍ​ສັດ​ທາ, ເມື່ອ​ລາວ​ເຮັດ​ຕາມ​ພຣະ​ບັນ​ຊາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ວ່າ “ຈົ່ງ​ລຸກ​ຂຶ້ນ ແລະ ຍົກ​ເອົາ​ບ່ອນ​ນອນ​ຂອງ​ເຈົ້າ ແລະ ຍ່າງ​ໄປ.”26 ຜູ້​ຄົນ​ທີ່​ເຈັບ​ປ່ວຍ ຫລື ເປັນ​ທຸກ​ໃດໆ​ກໍ​ຕາມ​ໃນ​ແຜ່ນ​ດິນ​ອຸ​ດົມ​ສົມ​ບູນ​ກໍ​ໄດ້​ຫາຍ​ດີ​ເມື່ອ “ພ້ອມ​ກັນ” ພວກ​ເຂົາ “ໄດ້​ອອກ​ໄປ.”27

ຄ້າຍ​ຄື​ກັນ​ນີ້, ເພື່ອ​ຈະ​ໄດ້​ຮັບ​ພອນ​ອັນ​ໜ້າ​ອັດ​ສະ​ຈັນ ທີ່​ຖືກ​ສັນ​ຍາ​ໄວ້​ຕໍ່​ຜູ້​ຄົນ​ທີ່​ເຂົ້າ​ມາ​ຫາ​ຝູງ​ຊົນ​ຂອງ​ພຣະ​ເຈົ້າ ຮຽກ​ຮ້ອງ​ໃຫ້​ເຮົາ​ເຮັດ​ສິ່ງ​ນັ້ນ—ເຮົາ​ຕ້ອງ​ເລືອກ​ທີ່​ຈະ​ມາ. ແອວ​ມາ​ຜູ້​ລູກ​ໄດ້​ສິດ​ສອນ​ວ່າ, “ບັດ​ນີ້ ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ຜູ້​ລ້ຽງ​ທີ່​ດີ​ໄດ້​ເອີ້ນ​ຫາ​ພວກ​ທ່ານ​ຢູ່; ແລະ ຖ້າ​ຫາກ​ພວກ​ທ່ານ​ຈະ​ເຊື່ອ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ, ພຣະ​ອົງ​ຈະ​ນຳ​ພວກ​ທ່ານ​ເຂົ້າ​ຝູງ​ຂອງ​ພຣະ​ອົງ.”28

ເມື່ອ​ຫລາຍ​ປີ​ກ່ອນ ເພື່ອນ​ທີ່​ຮັກ​ຄົນ​ໜຶ່ງ​ໄດ້​ເສຍ​ຊີ​ວິດ​ໄປ​ດ້ວຍ​ໂຣກ​ມະ​ເລັງ. ຕອນ​ນາງ​ແຊ​ຣັນ ພັນ​ລະ​ຍາ​ຂອງ​ລາວ​ໄດ້​ຂຽນ​ເທື່ອ​ທຳ​ອິດ​ກ່ຽວ​ກັບ​ການ​ກວດ​ພົບ​ໂຣກ​ຂອງ​ລາວ, ນາງ​ໄດ້​ເວົ້າ​ວ່າ: “ພວກ​ເຮົາ​ເລືອກ​ສັດ​ທາ. ສັດ​ທາ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ພວກ​ເຮົາ, ພຣະ​ເຢ​ຊູ​ຄຣິດ. ສັດ​ທາ​ໃນ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ພວກ​ເຮົາ, ແລະ ສັດ​ທາ​ວ່າ​ພຣະ​ອົງ​ຮູ້​ຈັກ​ຄວາມ​ຕ້ອງ​ການ​ຂອງ​ພວກ​ເຮົາ ແລະ ເຮັດ​ໃຫ້​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ສຳ​ເລັດ.”29

ຂ້າ​ພະ​ເຈົ້າ​ໄດ້​ພົບ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຫລາຍ​ຄົນ​ດັ່ງ​ນາງ​ແຊ​ຣັນ ຜູ້​ທີ່​ຮູ້​ສຶກ​ເຖິງ​ຄວາມ​ສະ​ຫງົບ​ສຸກ​ພາຍ​ໃນ​ໃຈ ຂອງ​ການ​ເປັນ​ຢູ່​ຢ່າງ​ໝັ້ນ​ຄົງ​ຢູ່​ໃນ​ຝູງ​ຊົນ​ຂອງ​ພຣະ​ເຈົ້າ, ໂດຍ​ສະ​ເພາະ​ເມື່ອ​ການ​ລໍ້​ລວງ, ການ​ກົງ​ກັນ​ຂ້າມ, ຫລື ຄວາມ​ຍາກ​ລຳ​ບາກ​ເກີດ​ຂຶ້ນ.30 ເຂົາ​ເຈົ້າ​ໄດ້​ເລືອກ​ທີ່​ຈະ​ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ຕິດ​ຕາມ​ສາດ​ສະ​ດາ​ຂອງ​ພຣະ​ອົງ. ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ເຮົາ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ, ໄດ້​ສິດ​ສອນ​ວ່າ, “ທຸກ​ສິ່ງ​ທີ່​ດີ​ໃນ​ຊີ​ວິດ—ພອນ​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ນິ​ລັນ​ດອນ​ທີ່​ຈະ​ມາ​ເຖິງ​ທຸກ​ຢ່າງ—ເລີ່ມ​ຕົ້ນ​ດ້ວຍ​ສັດ​ທາ.”31

ເຂົ້າ​ມາ​ຫາ​ຝູງ​ຊົນ​ຂອງ​ພຣະ​ເຈົ້າ​ຢ່າງ​ເຕັມ​ທີ່

ຕູ້​ປູ່​ຂອງ​ຕູ້​ປູ່​ທວດ​ຂອງ​ຂ້າ​ພະ​ເຈົ້າ ເຈມສ໌ ຊໍ​ເຢີ ໂຮ​ແມນ ໄດ້​ມາ​ເຖິງ​ລັດ​ຢູ​ທາ​ໃນ​ປີ 1847, ແຕ່​ເພິ່ນ​ບໍ່​ໄດ້​ມາ​ເຖິງ​ໃນ​ເດືອນ​ກໍ​ລະ​ກົດ​ກັບ ບຣິ​ກຳ ຢັງ. ເພິ່ນ​ໄດ້​ມາ​ນຳ​ຫລັງ​ໃນ​ປີ​ນັ້ນ ແລະ, ອີງ​ຕາມ​ບັນ​ທຶກ​ຂອງ​ຄອບ​ຄົວ, ເພິ່ນ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຈະ​ນຳ​ຝູງ​ແກະ​ມາ. ເພິ່ນ​ບໍ່​ໄດ້​ມາ​ເຖິງ​ຮ່ອມ​ພູ​ເຊົາ​ເລັກ​ຈົນ​ກວ່າ​ເດືອນ​ຕຸ​ລາ, ແຕ່​ເພິ່ນ ແລະ ຝູງ​ແກະ​ກໍ​ໄດ້​ມາ​ເຖິງ.32

ເມື່ອ​ກ່າວ​ຢ່າງ​ປຽບ​ທຽບ​ແລ້ວ, ເຮົາ​ບາງ​ຄົນ​ກໍ​ຍັງ​ຢູ່​ໃນ​ທົ່ງ​ພຽງ. ບໍ່​ແມ່ນ​ທຸກ​ຄົນ​ໄດ້​ມາ​ເຖິງ​ໃນ​ກຸ່ມ​ທຳ​ອິດ. ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ກະ​ລຸ​ນາ​ເດີນ​ຕໍ່​ໄປ​ໃນ​ການ​ເດີນ​ທາງ—ແລະ ຊ່ວຍ​ຄົນ​ອື່ນ—ເຂົ້າ​ມາ​ຫາ​ຝູງ​ຊົນ​ຂອງ​ພຣະ​ເຈົ້າ​ຢ່າງ​ເຕັມ​ທີ່. ພອນ​ຕ່າງໆ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແມ່ນ​ເກີນ​ກວ່າ​ຈະ​ວັດ​ແທກ​ໄດ້ ເພາະ​ວ່າ​ມັນ​ເປັນ​ຊົ່ວ​ນິ​ລັນ​ດອນ.

ຂ້າ​ພະເຈົ້າ​ມີ​ຄວາມ​ກະ​ຕັນ​ຍູ​ຢ່າງ​ສຸດ​ຊຶ້ງ​ທີ່​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ແລະ ເຖິງ​ຄວາມ​ສະ​ຫງົບ​ສຸກ​ທີ່​ມາ​ຈາກ​ພວກ​ພຣະ​ອົງ​ເທົ່າ​ນັ້ນ—ຄວາມ​ສະ​ຫງົບ​ສຸກ​ພາຍ​ໃນ ແລະ ພອນ​ຕ່າງໆ​ທີ່​ພົບ​ເຫັນ​ຢູ່​ໃນ​ຝູງ​ຊົນ​ຂອງ​ພຣະ​ເຈົ້າ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ເໝືອນ​ດັ່ງ​ຊາວ​ອິນ​ໂດ​ເນ​ເຊຍ​ໃນ​ລຸ້ນ​ຂອງ​ລາວ, ບຣາ​ເດີ ຊາ​ມາດ ມີ​ພຽງ​ຊື່​ດຽວ. ພັນ​ລະ​ຍາ​ຂອງ​ລາວ, ສີ​ຣິ ກາ​ໂທ​ນິງ​ສີ, ແລະ ລູກໆ​ຂອງ​ເຂົາ​ເຈົ້າ​ກໍ​ໃຊ້ ຊາ​ມາດ ເປັນ​ນາມ​ສະ​ກຸນ​ຂອງ​ພວກ​ເຂົາ.

  2. ບຣາ​ເດີ ແລະ ຊິດ​ສະ​ເຕີ ຊາ​ມາດ ລາຍ​ງານ​ມາ​ວ່າ ຢ່າງ​ໜ້ອຍ 44 ຄົນ​ໃນ​ຄອບ​ຄົວ​ຍາດ​ພີ່​ນ້ອງ​ຂອງ​ເຂົາ​ເຈົ້າ ບັດ​ນີ້​ກໍ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ແລ້ວ. ອີກ​ຫລາຍ​ຄົນ​ກໍ​ຊື່ນ​ຊົມ​ຢູ່​ກັບ​ພອນ​ຂອງ​ພຣະ​ກິດ​ຕິ​ຄຸນ​ເພາະ​ຕົວ​ຢ່າງ ແລະ ການ​ຮັບ​ໃຊ້​ຂອງ​ເຂົາ​ເຈົ້າ.

  3. ໂມ​ໄຊ​ຢາ 2:41.

  4. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 59:23.

  5. ໂມ​ໄຊ​ຢາ 18:8.

  6. ເບິ່ງ ໂມ​ໂຣ​ໄນ 6:4.

  7. ເບິ່ງ ໂຢ​ຮັນ 10:14; ເບິ່ງ Gerrit W. Gong, “Good Shepherd, Lamb of God,” Liahona, May 2019, 97–101 ນຳ​ອີກ.

  8. ເອ​ຊາ​ຢາ 49:16.

  9. ເບິ່ງ ແອວ​ມາ 7:11–13.

  10. ເບິ່ງ Dale G. Renlund, “Infuriating Unfairness,” Liahona, May 2021, 41–44.

  11. ໂມ​ໄຊ​ຢາ 18:8.

  12. ໂຢ​ຮັນ 10:16.

  13. ໂຢ​ຮັນ 10:2–4.

  14. ໂຢ​ຮັນ 10:9.

  15. ເບິ່ງ 2 ນີ​ໄຟ 31:21; ຮີ​ລາ​ມັນ 5:9.

  16. ເບິ່ງ Henry B. Eyring, “The Power of Teaching Doctrine,” Liahona, July 1999, 85. ເມື່ອ​ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ມາ​ຫາ​ພຣະ​ຄຣິດ, ເຮົາ​ຕ້ອງ​ມາ​ອີງ​ຕາມ​ພຣະ​ຄຳ​ຂອງ​ພຣະ​ຄຣິດ, “ເພາະ​ມີ​ພຣະ​ເຈົ້າ​ອົງ​ດຽວ ແລະ ມີ​ຜູ້​ລ້ຽງ ຜູ້​ດຽວ​ທົ່ວ​ຜືນ​ແຜ່ນ​ດິນ​ໂລກ” (ເບິ່ງ 1 ນີ​ໄຟ 13:40–41).

  17. ຄຳ​ສອນ​ຂອງ​ພຣະ​ຄຣິດ, ເມື່ອ​ກ່າວ​ງ່າຍໆ​ແລ້ວ, ແມ່ນ​ວ່າ​ທຸກ​ຄົນ​ຢູ່​ທຸກ​ແຫ່ງ​ຫົນ​ຕ້ອງ​ໃຊ້​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ກັບ​ໃຈ, ຮັບ​ບັບ​ຕິ​ສະ​ມາ, ຮັບ​ເອົາ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ, ຫລື, ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ໃນ 3 ນີ​ໄຟ 11:38, “ເຈົ້າ​ຈະ​ບໍ່​ມີ​ທາງ​ທີ່​ຈະ​ໄດ້​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ມາ​ເປັນ​ມູນ​ມໍ​ລະ​ດົກ​ໄດ້​ເລີຍ.”

  18. ໂມ​ໄຊ​ຢາ 18:9, 10.

  19. ເບິ່ງ Merriam-Webster.com Dictionary, “redeem”; ເບິ່ງ D. Todd Christofferson, “Redemption,” Liahona, May 2013, 109 ນຳ​ອີກ.

  20. ເບິ່ງ ແອວ​ມາ 11:40.

  21. ເບິ່ງ 2 ນີ​ໄຟ 2:8; 9:12.

  22. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 14:7.

  23. ເບິ່ງ 2 ​ນີ​ໄຟ 9:18.

  24. ເບິ່ງ 1 ນີ​ໄຟ 4:6; ໂມ​ໂຣ​ໄນ 8:26.

  25. ເບິ່ງ ໂມ​ໄຊ​ຢາ 3:24–25; ແອວ​ມາ 41:10.

  26. ໂຢ​ຮັນ 5:8.

  27. 3 ນີ​ໄຟ 17:9.

  28. ແອວ​ມາ 5:60. ຢູ່​ໃນ ໂມ​ເຊ 7:53, ພຣະ​ເມ​ຊີ​ອາ​ໄດ້​ກ່າວ​ອີກ​ວ່າ, “ຜູ້​ໃດ​ກໍ​ຕາມ​ທີ່​ເຂົ້າ​ທາງ​ປະ​ຕູ ແລະ ປີນ​ຂຶ້ນ​ໂດຍ​ອາ​ໄສ​ເຮົາ​ຈະ​ບໍ່​ມີ​ວັນ​ຕົກ.”

  29. Sharon Jones, “Diagnosis,” wechoosefaith.blogspot.com, Mar. 18, 2012.

  30. ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ໃຫ້​ຄວາມ​ໝາຍ​ຕໍ່​ຄຳ “ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ” ດັ່ງ​ຕໍ່​ໄປ​ນີ້​ວ່າ: “ທີ່​ຈະ​ສັດ​ຊື່​ຕໍ່​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ [ແລະ ສັດ​ຊື່​ຕໍ່​ຂອງ​ປະ​ທານ​ສັກ​ສິດ ແລະ ພິ​ທີ​ການ​ຜະ​ນຶກ​ຂອງ​ພຣະ​ວິ​ຫານ] ເຖິງ​ແມ່ນ​ວ່າ ມີ​ການ​ລໍ້​ລວງ, ການ​ກົງ​ກັນ​ຂ້າມ ແລະ ຄວາມ​ທຸກ​ຍາກ​ລຳ​ບາກ​ຕະ​ຫລອດ​ຊີ​ວິດ​ກໍ​ຕາມ.” ([2004], 82). ສິ່ງ​ນີ້​ແນະ​ນຳ​ວ່າ ເຮົາ​ຈະ​ປະ​ສົບ​ການ​ລໍ້​ລວງ, ການ​ກົງ​ກັນ​ຂ້າມ, ແລະ ຄວາມ​ຍາກ​ລຳ​ບາກ​ຕະ​ຫລອດ​ຊີ​ວິດ.

  31. Russell M. Nelson, “Christ Is Risen; Faith in Him Will Move Mountains,” Liahona, May 2021, 102.

  32. ເບິ່ງ​ຊີ​ວະ​ປະ​ຫວັດ​ຫຍໍ້​ຂອງ James Sawyer Holman and Naomi Roxina LeBaron Holman ໂດຍ​ຫລານ​ສາວ​ຂອງ​ພວກ​ເພິ່ນ Grace H. Sainsbury ຢູ່​ໃນ​ການ​ຄອບ​ຄອງ​ຂອງ​ຜູ້​ກ່າວ (Charles C. Rich diary, Sept. 28, 1847, Church History Library, Salt Lake City; Journal History of The Church of Jesus Christ of Latter-day Saints, June 21, 1847, 49, Church History Library). ໂຮ​ແມນ ເປັນ​ຫົວ​ໜ້າ​ກຸ່ມ Charles C. Rich ໃນ​ປີ 1847.