ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ແຜນ​ນີ້​ໄດ້​ຜົນ​ຢູ່​ບໍ?
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2022


ແຜນ​ນີ້​ໄດ້​ຜົນ​ຢູ່​ບໍ?

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ແຜນ​ແຫ່ງ​ຄວາມ​ສຸກ​ໄດ້​ຜົນ. ມັນ​ຖືກ​ສ້າງ​ຂຶ້ນ​ໂດຍ​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ຜູ້​ຮັກ​ທ່ານ.

ແຜນ​ນີ້​ໄດ້​ຜົນ​ຢູ່​ບໍ?

ເມື່ອບໍ່​ດົນ​ມາ​ນີ້ ຂ້າ​ພະ​ເຈົ້າ​ໄດ້​ສົນ​ທະ​ນາ​ກັບ​ຜູ້​ໃຫຍ່​ໜຸ່ມ​ຄົນ​ໜຶ່ງ ຜູ້​ໄດ້​ຮັບ​ໃຊ້​ເຜີຍ​ແຜ່​ເມື່ອ​ຫລາຍ​ປີ​ກ່ອນ ແລະ ຕອນ​ນີ້​ກໍ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ອາ​ຊີບ​ຂອງ​ລາວ. ໃນ​ຫລາຍ​ທາງ, ຊີ​ວິດ​ຂອງ​ລາວ​ກໍ​ເບິ່ງ​ຄື​ວ່າ​ກຳ​ລັງ​ໄປ​ດ້ວຍ​ດີ. ແຕ່​ສັດ​ທາ​ຂອງ​ລາວ​ໄດ້​ຊຸດ​ໂຊມ​ລົງ. ລາວ​ກຳ​ລັງ​ຈົມ​ລົງ​ໃນ​ທະ​ເລ​ຂອງ​ຄວາມ​ສົງ​ໄສ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ລາວ​ໄດ້​ອະ​ທິ​ບາຍ​ວ່າ ລາວ​ບໍ່​ໄດ້​ຮັບ​ພອນ​ທີ່​ລາວ​ຄາດ​ໝາຍ​ໄວ້​ຈາກ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ. ລາວ​ບໍ່​ຮູ້​ສຶກ​ວ່າ​ແຜນ​ແຫ່ງ​ຄວາມ​ສຸກ​ໄດ້​ຜົນ​ໃນ​ຊີ​ວິດ​ຂອງ​ລາວ.

ຂ່າວ​ສານ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ມື້​ນີ້​ແມ່ນ​ສຳ​ລັບ​ທຸກ​ຄົນ​ທີ່​ອາດ​ຮູ້​ສຶກ​ຄ້າຍ​ຄື​ກັນ​ນັ້ນ. ຂ້າ​ພະ​ເຈົ້າ​ກ່າວ​ກັບ​ຜູ້​ທີ່​ໃນ​ເວ​ລາ​ໜຶ່ງ “ຮູ້​ສຶກ​ຢາກ​ຮ້ອງ​ເພງ​ສັນ​ລະ​ເສີນ​ຄວາມ​ຮັກ​ທີ່​ໄຖ່” ແຕ່​ບໍ່ “ຮູ້​ສຶກ​ເຊັ່ນ​ນັ້ນ​ໃນ​ຂະ​ນະ​ນີ້.”1

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ໄດ້​ກະ​ກຽມ​ແຜນ ທີ່​ດີ​ເລີດ​ສຳ​ລັບ​ຄວາມ​ສຸກ​ນິ​ລັນ​ດອນ​ຂອງ​ເຮົາ. ແຕ່​ເມື່ອ​ຊີ​ວິດ​ບໍ່​ໄດ້​ເປັນ​ໄປ​ຕາມ​ດັ່ງ​ທີ່​ເຮົາ​ຫວັງ​ໄວ້, ມັນ​ອາດ​ເບິ່ງ​ຄື​ວ່າ​ແຜນ​ນີ້​ບໍ່​ໄດ້​ຜົນ.

ບາງ​ທີ​ເຮົາ​ຮູ້​ສຶກ​ວິ​ທີ​ທີ່​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຮູ້​ສຶກ ຕອນ​ພວກ​ເພິ່ນ​ຢູ່​ໃນ​ເຮືອ “ຫ່າງ​ໄກ​ຈາກ​ຝັ່ງ ແລະ ຖືກ​ຟອງ​ນ້ຳ​ທະ​ເລ​ສາບ​ຕີ​ພັດ​ໄປ​ມາ: ເພາະ​ເຮືອ​ຕ້ານ​ທວນ​ລົມ.”2

ແລ້ວ, ໃນ​ຕອນ​ເຊົ້າ​ມືດ:

“ພຣະ​ເຢ​ຊູ​ຊົງ​ຍ່າງ​ເທິງ​ໜ້າ​ນ້ຳ.

“ເມື່ອ​ພວກ​ເພິ່ນ​ເຫັນ​ພຣະ​ອົງ​ຍ່າງ​ເທິງ​ໜ້າ​ນ້ຳ ຕ່າງ​ກໍ​ສະ​ທ້ານ​ຢ້ານ​ກົວ​ທີ່​ສຸດ, … ຮ້ອງ​ຂຶ້ນ​ດ້ວຍ​ຄວາມ​ຢ້ານ.

“ແຕ່​ພຣະ​ເຢ​ຊູ​ໄດ້​ກ່າວ​ໂດຍ​ທັນ​ທີ, ຈົ່ງ​ດີ​ໃຈ​ເຖີດ; ແມ່ນ​ເຮົາ​ເອງ, ຢ່າ​ສູ່​ຢ້ານ.

“ແລ້ວ​ເປ​ໂຕ​ກໍ​ເວົ້າ​ຂຶ້ນ​ວ່າ, ພຣະ​ອົງ​ເຈົ້າ​ເອີຍ, ຖ້າ​ແມ່ນ​ທ່ານ​ແທ້ ໂຜດ​ສັ່ງ​ໃຫ້​ຂ້າ​ນ້ອຍ​ຍ່າງ​ເທິງ​ໜ້າ​ນ້ຳ​ໄປ​ຫາ​ທ່ານ​ແດ່​ທ້ອນ.

“ພຣະ​ອົງ​ຕອບ​ວ່າ, ມາ​ແມ. ເປ​ໂຕ​ຈຶ່ງ​ອອກ​ຈາກ​ເຮືອ​ຍ່າງ​ເທິງ​ໜ້າ​ນ້ຳ​ໄປ​ຫາ​ພຣະ​ເຢ​ຊູ.

“ແຕ່​ເມື່ອ​ເປ​ໂຕ​ເຫັນ​ລົມ​ພັດ​ແຮງ​ກໍ​ຢ້ານ ແລະ ກຳ​ລັງ​ຈະ​ຈົມ​ລົງ, ລາວ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, … ພຣະ​ອົງ​ເຈົ້າ​ເອີຍ, ຊ່ວຍ​ຂ້າ​ນ້ອຍ​ແດ່​ທ້ອນ.

“ໃນ​ທັນ​ໃດ​ນັ້ນ ພຣະ​ເຢ​ຊູ​ກໍ​ເດ່​ມື​ອອກ​ໄປ​ຈັບ​ລາວ​ໄວ້ ແລ້ວ​ກ່າວ​ວ່າ, ໂອ້ ຜູ້​ມີ​ຄວາມ​ເຊື່ອ​ໜ້ອຍ​ເອີຍ ເປັນ​ຫຍັງ​ຈຶ່ງ​ສົງ​ໄສ?”3

ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​ປັນ​ຫລັກ​ທຳ​ສາມ​ຂໍ້​ທີ່​ຂ້າ​ພະ​ເຈົ້າ​ຮຽນ​ຮູ້​ຈາກ​ເປ​ໂຕ​ກັບ​ທ່ານ​ຊິ​ໄດ້​ບໍ? ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ຫລັກ​ທຳ​ເຫລົ່າ​ນີ້​ຈະ​ຊ່ວຍ​ທຸກ​ຄົນ​ທີ່​ຮູ້​ສຶກວ່າ ແຜນ​ແຫ່ງ​ຄວາມ​ສຸກ​ບໍ່​ໄດ້​ຜົນ​ຢູ່​ໃນ​ຊີ​ວິດ​ຂອງ​ຕົນ.

ໜຶ່ງ, ກະ​ທຳ​ດ້ວຍ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ.

ຂ້າ​ພະ​ເຈົ້າ​ອັດ​ສະ​ຈັນ​ໃຈ​ກັບ​ສັດ​ທາ​ຂອງ​ເປ​ໂຕ. ຕາມ​ຄຳ​ເຊື້ອ​ເຊີນ​ທີ່​ລຽບ​ງ່າຍ​ຂອງ​ພຣະ​ເຢ​ຊູ “ມາ​ແມ,” ເພິ່ນ​ກໍ​ໄດ້​ຍ່າງ​ອອກ​ຈາກ​ເຮືອ​ທ່າມ​ກາງ​ລົມ​ພະ​ຍຸ. ເພິ່ນ​ເບິ່ງ​ຄື​ຮູ້​ວ່າ ຖ້າ​ຫາກ​ພຣະ​ເຢ​ຊູ​ຄຣິດ​ເຊື້ອ​ເຊີນ​ເພິ່ນ​ໃຫ້​ເຮັດ​ບາງ​ສິ່ງ​ເພິ່ນ​ຈະ​ສາ​ມາດ​ເຮັດ​ໄດ້.4 ເປ​ໂຕ​ໄດ້​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ກວ່າ​ທີ່​ເພິ່ນ​ໄວ້​ວາງ​ໃຈ​ກັບ​ເຮືອ​ຂອງ​ເພິ່ນ. ແລະ ສັດ​ທານັ້ນ​ໄດ້​ເຮັດ​ໃຫ້​ເພິ່ນ​ມີ​ພະ​ລັງ​ທີ່​ຈະ​ກະ​ທຳ​ດ້ວຍ​ຄວາມ​ກ້າ​ຫານ​ໃນ​ສະ​ຖາ​ນະ​ການ​ທີ່​ກົດ​ດັນ ແລະ ຢ້ານ​ກົວ.

ສັດ​ທາ​ຂອງ​ເປ​ໂຕ​ເຕືອນ​ຂ້າ​ພະ​ເຈົ້າ​ເຖິງ​ປະ​ສົບ​ການ​ໜຶ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ຈາກ​ແອວ​ເດີ ໂຮ​ເຊ ແອວ ອາ​ລອນ​ໂຊ. ບໍ່​ດົນ​ຫລັງ​ຈາກ​ລູກ​ຊາຍ​ຂອງ​ແອວ​ເດີ ອາ​ລອນ​ໂຊ ໄດ້​ເສຍ​ຊີ​ວິດ, ປະ​ຄອບ​ຄົວ​ທີ່​ມີ​ລູກ​ນ້ອຍ​ໄປ, ແອວ​ເດີ ອາ​ລອນ​ໂຊ ໄດ້​ຍິນ​ພວກ​ເດັກ​ນ້ອຍ​ລົມ​ກັນ.

“ພວກ​ເຮົາ​ຊິ​ເຮັດ​ແນວ​ໃດ?” ພວກ​ເຂົາ​ຖາມ.

ລູກ​ສາວ​ອາ​ຍຸ​ເກົ້າ​ປີ​ຕອບ​ວ່າ, “ພໍ່​ຂອງ​ພວກ​ເຮົາ​ສະ​ບາຍ​ດີ. ເພິ່ນ​ກຳ​ລັງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.”

ເຊັ່ນ​ດຽວ​ກັບ​ເປ​ໂຕ, ນາງ​ນ້ອຍ​ຄົນ​ນີ້​ໄດ້​ເບິ່ງ​ກາຍ​ການ​ທ້າ​ທາຍ​ຂອງ​ນາງ ແລະ ໄວ້​ວາງ​ໃຈ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ. ສັດ​ທາ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ນຳຄວາມ​ສະ​ຫງົບ ແລະ ພະ​ລັງ​ທີ່​ຈະ​ກ້າວ​ໄປ​ຂ້າງ​ໜ້າ​ມາ​ໃຫ້.

ຖ້າ​ຫາກ​ທ່ານ​ຫວນ​ຄິດ​ເຖິງ​ຊີ​ວິດ​ຕົວ​ເອງ, ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ທ່ານ​ຈະ​ເຫັນ​ວ່າ ທ່ານ​ໄດ້​ໃຊ້​ສັດ​ທາ​ຫລາຍ​ເທື່ອ. ການ​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ກໍ​ເປັນ​ການ​ກະ​ທຳ​ດ້ວຍ​ສັດ​ທາ. ການ​ເວົ້າ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໃນ​ການ​ອະ​ທິ​ຖານ​ກໍ​ເປັນ​ການ​ກະ​ທຳ​ດ້ວຍ​ສັດ​ທາ. ການ​ອ່ານ​ພຣະ​ຄຳ​ພີ​ກໍ​ເປັນ​ການ​ກະ​ທຳ​ດ້ວຍ​ສັດ​ທາ. ການ​ຟັງ​ຂ່າວ​ສານ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ນີ້​ກໍ​ເປັນ​ການ​ກະ​ທຳ​ດ້ວຍ​ສັດ​ທາ. ດັ່ງ​ທີ່​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ເຄີຍ​ໄດ້​ກ່າວ​ວ່າ, “ຢ່າ​ໝິ່ນ​ປະ​ໝາດ​ສັດ​ທາ​ທີ່​ທ່ານ​ມີ​ຢູ່​ແລ້ວ.”5

ອີກ​ບົດ​ຮຽນ​ໜຶ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ຈາກ​ເປ​ໂຕ​ແມ່ນ​ສິ່ງ​ນີ້:

ໃນ​ຍາມ​ລຳ​ບາກ, ໃຫ້​ຫັນ​ຫາ​ພຣະ​ເຢ​ຊູ​ຄຣິດ​ທັນ​ທີ.

ຂະ​ນະ​ທີ່​ເພິ່ນ​ຍ່າງ​ໄປ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເປ​ໂຕ​ກໍ​ຢ້ານ​ລົມ ແລະ ເພິ່ນ​ເລີ່ມ​ຈົມ​ລົງ. ແຕ່​ເມື່ອ​ເປ​ໂຕ​ຮູ້​ວ່າ​ກຳ​ລັງ​ເກີດ​ຫຍັງ​ຂຶ້ນ, ເພິ່ນ​ບໍ່​ໄດ້​ພະ​ຍາ​ຍາມ​ລອຍ​ຈຶ້ງ​ດ້ວຍ​ຕົວ​ເອງ ຫລື ລອຍ​ກັບ​ໄປ​ຫາ​ເຮືອ. ແທນ​ທີ່​ຈະ​ປະ​ຖິ້ມ​ສັດ​ທາ​ຂອງ​ເພິ່ນ​ໃນ​ພຣະ​ຄຣິດ, ເພິ່ນ​ໄດ້​ຍຶດ​ໝັ້ນ​ໄວ້​ແໜ້ນ, ໂດຍ​ຮ້ອງ​ຂຶ້ນ​ວ່າ “ພຣະ​ອົງ​ເຈົ້າ​ເອີຍ ຊ່ວຍ​ຂ້າ​ນ້ອຍ​ແດ່​ທ້ອນ.”

“ໃນ​ທັນ​ໃດ​ນັ້ນ ພຣະ​ເຢ​ຊູ​ກໍ​ເດ່​ມື​ອອກ​ໄປ​ຈັບ​ລາວ​ໄວ້.”6

ເຮົາ​ທຸກ​ຄົນ​ຈະ​ປະ​ເຊີນ​ກັບ​ລົມ​ແຮງ​ທີ່​ສາ​ມາດ​ສັ່ນ​ສະ​ເທືອນ​ສັດ​ທາ​ຂອງ​ເຮົາ ແລະ ເຮັດ​ໃຫ້​ເຮົາ​ຈົມ​ລົງ. ເມື່ອ​ສິ່ງ​ນີ້​ເກີດ​ຂຶ້ນ, ຈົ່ງ​ຈື່​ຈຳ​ວ່າ​ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ມີ​ຊື່​ໜຶ່ງ​ອີກ​ວ່າ—ແຜນ​ແຫ່ງ​ການ​ໄຖ່. ແຜນ​ນີ້​ບໍ່​ແມ່ນ​ເພື່ອ​ໃຫ້​ເຮົາ​ເລື່ອນ​ໄປ​ຢ່າງ​ງ່າຍ​ດາຍ, ບໍ່​ເຄີຍ​ສະ​ດຸດ, ບໍ່​ເຄີຍ​ຈົມ​ລົງ, ມີ​ແຕ່​ຮອຍ​ຍິ້ມ​ໃນ​ໃບ​ໜ້າ​ຂອງ​ເຮົາ​ຕະ​ຫລອດ. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຮູ້​ວ່າ​ເຮົາ​ຈະ​ຕ້ອງ​ການ ການ​ໄຖ່. ດ້ວຍ​ເຫດ​ນີ້​ພຣະ​ອົງ​ຈຶ່ງ​ໄດ້​ກະ​ກຽມ​ແຜນ​ແຫ່ງ​ການ​ໄຖ່​ໄວ້​ໃຫ້.7 ດ້ວຍ​ເຫດ​ນີ້​ພຣະ​ອົງ​ຈຶ່ງ​ໄດ້​ສົ່ງ​ພຣະ​ຜູ້​ໄຖ່​ມາ. ເມື່ອ​ເຮົາ​ຕໍ່​ສູ້​ດີ້ນ​ລົນ—ບໍ່​ວ່າ​ດ້ວຍ​ເຫດ​ຜົນ​ໃດ—ນັ້ນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ແຜນ​ນີ້​ບໍ່​ໄດ້​ຜົນ. ນັ້ນ​ແມ່ນ​ເວ​ລາ​ທີ່​ເຮົາ​ຕ້ອງ​ການ​ແຜນ​ນີ້​ຫລາຍ​ທີ່​ສຸດ!

ໃນ​ຊ່ວງ​ເວ​ລາ​ເຫລົ່າ​ນັ້ນ, ຈົ່ງ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ເປ​ໂຕ. ໃຫ້​ຫັນ​ໄປ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທັນ​ທີ.

“ບັດ​ນີ້​ຄື​ເວ​ລາ ແລະ ວັນ​ແຫ່ງ​ຄວາມ​ລອດ​ຂອງ​ພວກ​ທ່ານ. … ຢ່າ​ເລື່ອນ​ວັນ​ແຫ່ງ​ການ​ກັບ​ໃຈ​ຂອງ​ພວກ​ທ່ານ​ເລີຍ.”8

ບໍ່​ວ່າ​ເຮົາ​ຈະ​ຢູ່​ໃສ ແລະ ເຮົາ​ໄດ້​ໄປ​ໃສ​ມາ, ການ​ກັບ​ໃຈ​ເປັນ​ທາງ​ຕໍ່​ໄປ. ປະ​ທານ​ແນວ​ສັນ​ໄດ້​ສິດ​ສອນ​ວ່າ:

“ບໍ່​ມີ​ສິ່ງ​ໃດ​ທີ່​ເປັນ​ອິດ​ສະ​ລະ, ຍົກ​ລະ​ດັບ​ຈິດ​ໃຈ, ຫລື ສຳ​ຄັນ​ສຳ​ລັບ​ຄວາມ​ກ້າວ​ໜ້າ​ຂອງ​ເຮົາ​ ຫລາຍ​ໄປ​ກວ່າ​ການ​ເອົາ​ໃຈ​ໃສ່​ທຸກ​ວັນ ຕໍ່​ການ​ກັບ​ໃຈ​ເປັນ​ປະ​ຈຳ​ຂອງ​ເຮົາ.

“ບໍ່​ວ່າ​ທ່ານ​ກຳ​ລັງ​ເດີນ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ ຢ່າງ​ພາກ​ພຽນ​ຫລື​ບໍ່​ກໍ​ຕາມ, ຫລື ໄດ້​ເດີນ​ອອກ​ໄປ​ຈາກ​ເສັ້ນ​ທາງ ຫລື ຫລຽວ​ບໍ່​ເຫັນ​ເສັ້ນ​ທາງ ຈາກ​ຈຸດ​ທີ່​ທ່ານ​ຢູ່​ໃນ​ເວ​ລາ​ນີ້​ຫລື​ບໍ່​ກໍ​ຕາມ, ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ທ່ານ​ກັບ​ໃຈ. ສຳ​ພັດ​ພະ​ລັງ​ທີ່​ເສີມ​ກຳ​ລັງ​ຂອງ​ການ​ກັບ​ໃຈ​ທຸກ​ວັນ—ການ​ເຮັດ ແລະ ການ​ເປັນ​ຄົນ​ທີ່​ດີ​ຂຶ້ນ​ເລັກ​ນ້ອຍ ໃນ​ແຕ່​ລະ​ວັນ.”9

ການ​ມາ​ຫາ​ພຣະ​ຄຣິດ​ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ທີ່​ພຽງ​ແຕ່​ຄິດ​ກ່ຽວ​ກັບ​ພຣະ​ອົງ ຫລື ເວົ້າ​ກ່ຽວ​ກັບ​ພຣະ​ອົງ ຫລື ແມ່ນ​ແຕ່​ຮັກ​ພຣະ​ອົງ​ເທົ່າ​ນັ້ນ. ມັນ​ໝາຍ​ຄວາມ​ວ່າ​ຕິດ​ຕາມ​ພຣະ​ອົງ. ມັນ​ໝາຍ​ເຖິງ​ການ​ດຳ​ລົງ​ຊີ​ວິດ​ຕາມ​ວິ​ທີ​ທີ່​ພຣະ​ອົງ​ສິດ​ສອນ​ເຮົາ​ໃຫ້​ດຳ​ລົງ​ຊີ​ວິດ. ແລະ ສຳ​ລັບ​ເຮົາ​ທຸກ​ຄົນ, ມັນ​ໝາຍ​ຄວາມ​ວ່າ​ກັບ​ໃຈ, ໂດຍ​ບໍ່​ມີ​ການ​ຊັກ​ຊ້າ.

ລູກ​ສາວ​ຄົນ​ໜຶ່ງ​ຂອງ​ຂ້າ​ພະ​ເຈົ້າ​ເຄີຍ​ໄດ້​ເຮັດ​ວຽກ​ຢູ່​ສູນ​ຝຶກ​ອົບ​ຮົມ​ຜູ້​ສອນ​ສາດ​ສະ​ໜາ. ນາງ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ເຖິງ​ແອວ​ເດີ​ຄົນ​ໜຶ່ງ​ທີ່​ນາງ​ສິດ​ສອນ ຜູ້​ບອກ​ນາງ​ວ່າ ລາວ​ບໍ່​ແນ່​ໃຈ​ວ່າ ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ຄວາມ​ຈິງ. ລາວ​ໄດ້​ອະ​ທິ​ຖານ ແລະ ອະ​ທິ​ຖານ​ສຳ​ລັບ​ການ​ເປັນ​ພະ​ຍານ​ທາງ​ວິນ​ຍານ, ແຕ່​ລາວ​ກໍ​ບໍ່​ໄດ້​ຮັບ​ຄຳ​ຕອບ.

ລູກ​ສາວ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ເພື່ອ​ຈະ​ໄດ້​ຮູ້​ວ່າ​ນາງ​ຄວນ​ເຮັດ​ແນວ​ໃດ​ເພື່ອ​ຊ່ວຍ​ຜູ້​ສອນ​ສາດ​ສະ​ໜາ​ຄົນ​ນີ້. ຄວາມ​ປະ​ທັບ​ໃຈ​ທີ່​ນາງ​ໄດ້​ຮັບ​ແມ່ນ​ວ່າ ພຣະ​ຄຳ​ພີບໍ່​ໄດ້​ຖືກ​ມອບ​ໃຫ້​ພຽງ​ແຕ່​ເພື່ອ​ເຮົາ​ຈະ​ສາ​ມາດ​ອ່ານ​ມັນ​ເທົ່າ​ນັ້ນ ແຕ່​ເພື່ອ​ຈະ​ໄດ້​ຮັບ​ປະ​ຈັກ​ພະ​ຍານ​ນຳ​ອີກ; ມັນ​ຖືກ​ມອບ​ໃຫ້​ເພື່ອ​ສິດ​ສອນ​ເຮົາ​ໃຫ້​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ. ລູກ​ສາວ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ແບ່ງ​ປັນ​ຄວາມ​ຄິດ​ນີ້​ກັບ​ຜູ້​ສອນ​ສາດ​ສະ​ໜາ.

ຕໍ່​ມາ, ນາງ​ໄດ້​ເຫັນ​ຜູ້​ສອນ​ສາດ​ສະ​ໜາ​ຄົນ​ນີ້​ອີກ, ເບິ່ງ​ຄື​ວ່າ​ມີ​ຄວາມ​ສຸກ​ຫລາຍ​ກວ່າ​ເກົ່າ. ລາວ​ໄດ້​ບອກ​ນາງ​ວ່າ ໃນ​ທີ່​ສຸດ​ລາວ​ກໍ​ໄດ້​ຮັບ​ປະ​ຈັກ​ພະ​ຍານ​ວ່າ​ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ຄວາມ​ຈິງ. ລາວ​ຮູ້​ວ່າ​ລາວ​ໄດ້​ຮັບ​ພະ​ຍານ​ນີ້ ເພາະ​ລາວ​ໄດ້​ພະ​ຍາ​ຍາມ​ຫລາຍ​ກວ່າ​ເກົ່າ​ທີ່​ຈະ ເຮັດ ຕາມ​ສິ່ງ​ທີ່​ພຣະ​ຄຳ​ພີ​ມໍ​ມອນ​ສິດ​ສອນ.

ຂໍ​ໃຫ້​ເຮົາ​ຈົ່ງ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ເປ​ໂຕ ໃນ​ການ​ຫັນ​ມາ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ຊ່ວງ​ເວ​ລາ​ທີ່​ລຳ​ບາກ. ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ​ແທນ​ທີ່​ຈະ​ເພິ່ງ​ອາ​ໄສ​ສະ​ຕິ​ປັນ​ຍາ ແລະ ກຳ​ລັງ​ຂອງ​ຕົວ​ເອງ. ບໍ່​ວ່າ​ທ່ານ​ພະ​ຍາ​ຍາມ​ລອຍ​ຈຶ້ງ​ຢູ່​ມາ​ໄດ້​ດົນ​ນານ​ປານ​ໃດ​ແລ້ວ​ກໍ​ຕາມ​ປາດ​ສະ​ຈາກ​ພຣະ​ອົງ, ມັນ​ບໍ່​ເຄີຍ​ສາຍ​ເກີນ​ໄປ​ທີ່​ຈະ​ເອື້ອມ​ອອກ​ໄປ​ຫາ​ພຣະ​ອົງ. ແຜນ​ນີ້​ໄດ້​ຜົນ!

ຫລັກ​ທຳ​ຂໍ້​ທີ​ສາມ​ທີ່​ຂ້າ​ພະ​ເຈົ້າ​ຮຽນ​ຮູ້​ຈາກ​ເປ​ໂຕ ແລະ ປະ​ສົບ​ການ​ຂອງ​ເພິ່ນ​ແມ່ນ​ສິ່ງ​ນີ້:

ຈົ່ງ​ຖ່ອມ​ຕົວ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລ້ວ​ພຣະ​ອົງ​ຈະ​ຍົກ​ທ່ານ​ຂຶ້ນ​ສູ່​ສິ່ງ​ທີ່​ຍິ່ງ​ໃຫຍ່​ກວ່າ.

ເປ​ໂຕ​ໄດ້​ສະ​ແດງ​ສັດ​ທາ, ທັງ​ໃນ​ການ​ຍ່າງ​ເທິງ​ໜ້າ​ນ້ຳ ແລະ ໃນ​ການ​ເອື້ອມ​ອອກ​ໄປ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເມື່ອ​ເພິ່ນ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ. ເຖິງ​ປານ​ນັ້ນ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຍັງ​ເຫັນ​ສັກ​ກະ​ຍະ​ພາບ​ໃນ​ຕົວ​ຂອງ​ເປ​ໂຕ​ຢ່າງ​ຫລວງ​ຫລາຍ. “ໂອ ຜູ້​ມີ​ຄວາມ​ເຊື່ອ​ໜ້ອຍ​ເອີຍ,” ພຣະ​ອົງ​ກ່າວ, “ເປັນ​ຫຍັງ​ຈຶ່ງ​ສົງ​ໄສ?”10

ເປ​ໂຕ​ອາດ​ບໍ່​ພໍ​ໃຈ​ກັບ​ຄຳ​ຕຳ​ນິ​ນີ້. ແຕ່​ເພິ່ນ​ໄດ້​ຮັບ​ເອົາ​ດ້ວຍ​ຄວາມ​ຖ່ອມ​ຕົວ. ເພິ່ນ​ໄດ້​ສະ​ແຫວງ​ຫາ​ທີ່​ຈະ​ມີ​ສັດ​ທາ​ຫລາຍ​ກວ່າ​ເກົ່າ​ໃນ​ພຣະ​ເຢ​ຊູ​ຄຣິດ. ໂດຍ​ຜ່ານ​ປະ​ສົບ​ການ​ຂອງ​ການ​ສ້າງ​ສັດ​ທາ​ເພີ່ມ​ເຕີມ​ຢ່າງ​ຫລວງ​ຫລາຍ—ບາງ​ຢ່າງ​ແມ່ນ​ຍາກ, ຍາກ​ຫລາຍ—ໃນ​ທີ່​ສຸດ​ເປ​ໂຕ​ກໍ​ໄດ້​ກາຍ​ເປັນ​ຜູ້​ນຳ​ທີ່​ແນ່ວ​ແນ່​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ເພິ່ນ​ເປັນ. ເພິ່ນ​ໄດ້​ບັນ​ລຸ​ສິ່ງ​ທີ່​ຍິ່ງ​ໃຫຍ່​ໃນ​ການ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ.

ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ທ່ານ​ບັນ​ລຸ​ສິ່ງ​ທີ່​ຍິ່ງ​ໃຫຍ່​ຢ່າງ​ໃດ​ແດ່? ໃນ​ສາດ​ສະ​ໜາ​ຈັກ ແລະ ອາ​ນາ​ຈັກ​ຂອງ​ພຣະ​ອົງ, ມີ​ໂອ​ກາດ​ຢ່າງ​ຫລວງ​ຫລາຍ​ທີ່​ຈະ​ຮັບ​ໃຊ້ ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄົນ​ອື່ນ ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກະ​ທຳ. ພຣະ​ອົງ​ປະ​ສົງ​ໃຫ້​ທ່ານ​ເປັນ​ພາກ​ສ່ວນ​ໃນ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ. ແຜນ​ແຫ່ງ​ຄວາມ​ສຸກ​ຈະ​ບໍ່​ກາຍ​ເປັນ​ຈິງ​ສຳ​ລັບ​ທ່ານ​ຫລາຍ​ກວ່າ​ເວ​ລາ​ທີ່​ທ່ານ​ຊ່ວຍ​ຄົນ​ອື່ນ​ໃຫ້​ດຳ​ລົງ​ຊີ​ວິດ​ຕາມນັ້ນ.

ໃນ​ການ​ສ້າງ​ສັດ​ທາ​ຂອງ​ຂ້າ​ພະ​ເຈົ້າ​ເອງ, ຖ້ອຍ​ຄຳ​ເຫລົ່າ​ນີ້​ຂອງ​ແອວ​ມາ​ໄດ້​ປ່ຽນ​ແປງ​ຊີ​ວິດ: “ຄົນ​ທີ່​ຖ່ອມ​ຕົວ​ໂດຍ​ບໍ່​ໄດ້​ຖືກ​ບັງ​ຄັບ​ໃຫ້​ຖ່ອມ​ຕົວ​ຍ່ອມ​ເປັນ​ສຸກ.”11 ຂໍ​ໃຫ້​ເຮົາ​ຖ່ອມ​ຕົວ​ໃນ​ທາງ​ທີ່​ພຣະ​ເຢ​ຊູ​ຈະ​ສາ​ມາດ​ຍົກ​ເຮົາ​ຂຶ້ນ, ນຳ​ພາ​ເຮົາ, ແລະ ໃຊ້​ຄວາມ​ສາ​ມາດ​ຂອງ​ເຮົາ​ໃຫ້​ຫລາຍ​ທີ່​ສຸດ.12

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ແຜນ​ແຫ່ງ​ຄວາມ​ສຸກ​ໄດ້​ຜົນ. ມັນ​ຖືກ​ສ້າງ​ຂຶ້ນ​ໂດຍ​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ຜູ້​ຮັກ​ທ່ານ. ມັນ​ໄດ້​ຜົນ​ຍ້ອນ​ວ່າ​ພຣະ​ເຢ​ຊູ​ຄຣິດ​ໄດ້​ເອົາ​ຊະ​ນະ​ບາບ ແລະ ຄວາມ​ຕາຍ ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ. ຈົ່ງ​ມາ​ຫາ​ພຣະ​ອົງ, ຕິດ​ຕາມ​ພຣະ​ອົງ, ແລະ “ແຜນ​ແຫ່ງ​ການ​ໄຖ່​ອັນ​ຍິ່ງ​ໃຫຍ່​ນີ້​ຈະ​ຖືກ​ນຳ​ມາ​ຫາ​ພວກ​ທ່ານ​ໂດຍ​ທັນ​ທີ.”13 ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ແອວ​ມາ 5:26.

  2. ມັດ​ທາຍ 14:24. ມັນ​ມີ​ຫລາຍ​ສິ່ງ​ກ່ຽວ​ກັບ​ຊີ​ວິດ​ໃນ​ສະ​ໄໝ​ປະ​ຈຸ​ບັນ​ທີ່​ກົງ​ກັນ​ຂ້າມ​ກັບ​ວິ​ທີ​ທາງ​ຂອງ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ. ເຮົາ​ມີ​ຊີ​ວິດ​ຢູ່​ໃນ​ວັນ​ເວ​ລາ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ບອກ​ລ່ວງ​ໜ້າ​ໄວ້, ເມື່ອ “ທຸກ​ສິ່ງ​ທັງ​ປວງ​ຈະ​ຢູ່​ໃນ​ຄວາມ​ສັບ​ສົນ​ວຸ້ນ​ວາຍ; ແລະ ແນ່​ນອນ, ໃຈ​ຂອງ​ມະ​ນຸດ​ຈະ​ທໍ້​ຖອຍ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:91; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:26 ນຳ​ອີກ).

  3. ມັດ​ທາຍ 14:25–31.

  4. ເບິ່ງ 1 ນີໄຟ 3:7.

  5. Russell M. Nelson, “Christ Is Risen; Faith in Him Will Move Mountains,” Liahona, May 2021, 104.

  6. ມັດ​ທາຍ 14:30–31.

  7. ແອວ​ເດີ ລິນ ຈີ ຣອບ​ບິນສ໌ ໄດ້​ສິດ​ສອນ​ວ່າ: “ການ​ກັບ​ໃຈ​ແມ່ນ​ຂອງ​ປະ​ທານ​ຂອງ​ພຣະ​ເຈົ້າ ທີ່​ເຂົ້າ​ເຖິງ​ໄດ້ ຊຶ່ງ​ອະ​ນຸ​ຍາດ ແລະ ເຮັດ​ໃຫ້​ເຮົາ​ສາ​ມາດ​ເຮັດ​ຄວາມ​ຜິດ​ພາດ ເທື່ອ​ແລ້ວ​ເທື່ອ​ອີກ ແຕ່​ບໍ່​ເຄີຍ​ສູນ​ເສຍ​ຄວາມ​ກະ​ຕື​ລື​ລົ້ນ. ການ​ກັບ​ໃຈ​ບໍ່​ແມ່ນ​ແຜນ​ສຳ​ລອງ​ຂອງ​ພຣະ​ອົງ ທີ່​ໄດ້​ຕຽມ​ໄວ້​ບາດ​ເທື່ອ​ເຮົາ​ເຮັດ​ຄວາມ​ຜິດ​ພາດ. ການ​ກັບ​ໃຈ ແມ່ນ ແຜນ​ຂອງ​ພຣະ​ອົງ, ໂດຍ​ທີ່​ຮູ້​ວ່າ ເຮົາ​ຈະ​ເຮັດ​ຄວາມ​ຜິດ​ພາດ. ນີ້​ແມ່ນ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ການ​ກັບ​ໃຈ” (“Until Seventy Times Seven,” Liahona, May 2018, 22).

  8. ແອວ​ມາ 34:31, 33.

  9. Russell M. Nelson, “We Can Do Better and Be Better,” Liahona, May 2019, 67.

  10. ມັດ​ທາຍ 14:31.

  11. ແອວ​ມາ 32:16.

  12. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “ບໍ່​ມີ​ໃຜ​ຈະ​ສາ​ມາດ​ຊ່ວຍ​ໃນ​ວຽກ​ງານ​ນີ້ ຍົກ​ເວັ້ນ​ແຕ່​ເຂົາ​ຈະ​ຖ່ອມ​ຕົວ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ຮັກ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 12:8).

  13. ແອວ​ມາ 34:31.