ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຈົ່ງ​ລື້ນ​ເລີງ ແລະ ປິ​ຕິ​ຍິນ​ດີ​ເຖີດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2022


ຈົ່ງ​ລື້ນ​ເລີງ ແລະ ປິ​ຕິ​ຍິນ​ດີ​ເຖີດ

ເຮົາ​ໄດ້​ມາ​ເກີດ​ໃນ​ວັນ​ເວ​ລາ​ນີ້​ເພື່ອ​ຈຸດ​ປະ​ສົງ​ແຫ່ງ​ສະ​ຫວັນ, ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ.

ເມື່ອ​ກ່າວ​ຕໍ່ ທອມ​ມັສ ບີ ມາສ໌, ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃໝ່, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ໂດຍ​ໃຫ້​ກຳ​ລັງ​ໃຈ​ວ່າ, “ຈົ່ງ​ລື້ນ​ເລີງ ແລະ ປິ​ຕິ​ຍິນ​ດີ​ເຖີດ, ເພາະ​ຊົ່ວ​ໂມງ​ແຫ່ງ​ພາ​ລະ​ກິດ​ຂອງ​ເຈົ້າ​ມາ​ເຖິງ​ແລ້ວ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 31:3).

ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ຄຳ​ເຊື້ອ​ເຊີນ​ນີ້​ກໍ​ສາ​ມາດ​ເປັນ​ແຮງ​ດົນ​ໃຈ​ສຳ​ລັບ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທຸກ​ຄົນ. ເຖິງ​ແນວ​ໃດ, ເຮົາ​ແຕ່​ລະ​ຄົນ​ກໍ​ໄດ້​ຮັບ​ພາ​ລະ​ກິດ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ໃນ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ຢູ່​ທັງ​ສອງ​ຟາກ​ມ່ານ.

“ການ​ເຕົ້າ​ໂຮມ​ນັ້ນ,” ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ​ວ່າ​ເປັນ “ສິ່ງ​ສຳ​ຄັນ​ທີ່​ສຸດ ທີ່​ກຳ​ລັງ​ເກີດ​ຂຶ້ນ​ຢູ່​ໃນ​ໂລກ ໃນ​ທຸກ​ວັນ​ນີ້. ບໍ່​ມີ​ສິ່ງ​ອື່ນ​ໃດ​ທີ່​ໃຫຍ່​ໂຕ​ໄປ​ກວ່າ​ນີ້, ບໍ່​ມີ​ສິ່ງ​ໃດ​ທີ່​ສຳ​ຄັນ​ໄປ​ກວ່າ​ນີ້, ບໍ່​ມີ​ສິ່ງ​ໃດ​ທີ່​ສະ​ຫງ່າ​ງາມ​ໄປ​ກວ່າ​ນີ້.”1

ແນ່​ນອນ​ວ່າ, ຍັງ​ມີ​ອຸ​ດົມ​ການ​ອີກ​ຫລາຍ​ຢ່າງ​ທີ່​ມີ​ຄຸນ​ຄ່າ​ຢູ່​ເທິງ​ໂລກ. ມັນ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ບອກ​ຊື່​ຂອງ​ທຸກໆ​ຢ່າງ. ແຕ່​ທ່ານ​ບໍ່​ຢາກ​ມີ​ພາກ​ສ່ວນ​ໃນ​ອຸ​ດົມ​ການ​ທີ່​ຍິ່ງ​ໃຫຍ່​ພຽງ​ແຄ່​ເອື້ອມ​ຂອງ​ທ່ານ ແລະ ບ່ອນ​ທີ່​ສ່ວນ​ປະ​ກອບ​ຂອງ​ທ່ານ​ຈະ​ສ້າງ​ຄວາມ​ແຕກ​ຕ່າງ​ທີ່​ສຳ​ຄັນ​ບໍ? ການ​ເຕົ້າ​ໂຮມ​ສ້າງ​ຄວາມ​ແຕກ​ຕ່າງ​ນິ​ລັນ​ດອນ​ໃຫ້​ແກ່​ທຸກ​ຄົນ. ຜູ້​ຄົນ​ໃນ​ທຸກໆ​ໄວ​ສາ​ມາດ​ມີ​ສ່ວນ​ຮ່ວມ​ໃນ​ອຸ​ດົມ​ການ​ນີ້ ບໍ່​ວ່າ​ສະ​ຖາ​ນະ​ການ ຫລື ບ່ອນ​ທີ່​ເຂົາ​ເຈົ້າ​ອາ​ໄສ​ຢູ່​ຈະ​ເປັນ​ແບບ​ໃດ​ກໍ​ຕາມ. ບໍ່​ມີ​ອຸ​ດົມ​ການ​ອື່ນ​ໃດ​ໃນ​ໂລກ​ທີ່​ລວມ​ຮັບ​ຜູ້​ຄົນ​ຫລາຍ​ກວ່າ​ນີ້.

ເມື່ອ​ກ່າວ​ຕໍ່​ຊາວ​ໜຸ່ມ​ໂດຍ​ສະ​ເພາະ, ປະ​ທານ​ແນວ​ສັນ​ໄດ້​ກ່າວ​ວ່າ “ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ໄດ້​ສະ​ຫງວນ​ດວງ​ວິນ​ຍານ​ທີ່​ດີ​ເລີດ​ທີ່​ສຸດ​ຂອງ​ພຣະ​ອົງ—ບາງ​ທີ, … ທີມ​ທີ່​ຍອດ​ຍ້ຽມ​ທີ່​ສຸດ​ຂອງ​ພຣະ​ອົງ—ສຳ​ລັບ​ໄລ​ຍະ​ສຸດ​ທ້າຍ. ດວງ​ວິນ​ຍານ​ທີ່​ດີ​ເລີດ​ເຫລົ່າ​ນັ້ນ—ນັກ​ກິ​ລາ​ທີ່​ຍອດ​ຍ້ຽມ​ເຫລົ່າ​ນັ້ນ, ວິ​ລະ​ຊົນ​ເຫລົ່າ​ນັ້ນ—ຄື ພວກ​ເຈົ້າ​ນັ້ນ​ເອງ!”2

ແມ່ນ​ແລ້ວ, ພວກ​ເຈົ້າ​ຖືກ​ກະ​ກຽມ​ໄວ້​ກ່ອນ​ຊີ​ວິດ​ນີ້ ແລະ ໄດ້​ລົງ​ມາ​ເກີດ​ເພື່ອ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ຂອງ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ຢູ່​ທັງ​ສອງ​ຟາກ​ມ່ານ​ໃນ​ຊ່ວງ​ຍຸກ​ສຸດ​ທ້າຍ​ນີ້ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 138:53–56).

ເປັນ​ຫຍັງ​ອຸ​ດົມ​ການ​ນີ້​ຈຶ່ງ​ສຳ​ຄັນ​ຫລາຍ​ແທ້? ເພາະ​ວ່າ “ຄຸນ​ຄ່າ​ຂອງ​ຈິດ​ວິນ​ຍານ​ແມ່ນ​ຍິ່ງ​ໃຫຍ່​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ເຈົ້າ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:10). ແລະ ເພາະ​ວ່າ “ຜູ້​ໃດ​ກໍ​ຕາມ​ທີ່​ເຊື່ອ​ໃນ [ພຣະ​ເຢ​ຊູ​ຄຣິດ], ແລະ ຮັບ​ບັບ​ຕິ​ສະ​ມາ, ຜູ້​ນັ້ນ​ຈະ​ລອດ; ແລະ … ຈະ​ເປັນ​ຜູ້​ທີ່​ໄດ້​ຮັບ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ເປັນ​ມູນ​ມໍ​ລະ​ດົກ” (3 ນີ​ໄຟ 11:33). ນອກ​ຈາກ​ນັ້ນ, “ທຸກ​ສິ່ງ​ທີ່​ພຣະ​ບິ​ດາ​ມີ ຈະ​ຖືກ​ມອບ​ໃຫ້​ແກ່” ຜູ້​ຄົນ​ທີ່​ຮັບ​ເອົາ​ພິ​ທີ​ການ​ຂອງ​ພຣະ​ອົງ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:38). ນອກ​ຈາກ​ນີ້, “ຄົນ​ງານ​ມີ​ໜ້ອຍ” (ລູ​ກາ 10:2).

ມີ​ພຽງ​ແຕ່​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ເທົ່າ​ນັ້ນ​ທີ່​ເຮົາ​ພົບ​ເຫັນ​ອຳ​ນາດ, ສິດ​ອຳ​ນາດ, ແລະ ວິ​ທີ​ທີ່​ຈະ​ມອບ​ພອນ​ດັ່ງ​ກ່າວ​ໃຫ້​ແກ່​ຄົນ​ອື່ນ, ບໍ່​ວ່າ​ຍັງ​ມີ​ຊີ​ວິດ​ຢູ່ ຫລື ເສຍ​ຊີ​ວິດ​ແລ້ວ.

ດັ່ງ​ທີ່​ປະ​ທານ​ແນວ​ສັນ​ໄດ້​ກ່າວ​ວ່າ: “ທຸກ​ເທື່ອ ທີ່​ທ່ານ​ເຮັດ ສິ່ງ ທີ່​ຊ່ວຍ ບາງ​ຄົນ—ຢູ່​ທັງ​ສອງ​ຟາກ​ມ່ານ—ເພື່ອ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ ແລະ ຮັບ​ເອົາ​ການ​ບັບ​ຕິ​ສະ​ມາ ແລະ ພິ​ທີ​ການ​ຂອງ​ພຣະ​ວິ​ຫານ​ທີ່​ຈຳ​ເປັນ, ແລ້ວ​ທ່ານ​ກໍ​ໄດ້​ຊ່ວຍ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ. ມັນ​ງ່າຍໆ​ແບບ​ນັ້ນ.”3

ເຖິງ​ແມ່ນ​ວ່າ​ມີ​ຫລາຍ​ວິ​ທີ​ທາງ​ທີ່​ຈະ​ຊ່ວຍ​ໃນ​ການ​ເຕົ້າ​ໂຮມ, ຂ້າ​ພະ​ເຈົ້າ​ຢາກ​ຈະ​ກ່າວ​ເຖິງ​ວິ​ທີ​ໜຶ່ງ​ໂດຍ​ສະ​ເພາະ: ການ​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ. ສຳ​ລັບ​ທ່ານ​ຫລາຍ​ຄົນ, ນີ້​ຈະ​ໝາຍ​ຄວາມ​ວ່າ ການ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ສິດ​ສອນ. ສຳ​ລັບ​ຄົນ​ອື່ນ, ມັນ​ຈະ​ໝາຍ​ຄວາມ​ວ່າ ການ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ໃຫ້​ບໍ​ລິ​ການ. ແຕ່​ຊາວ​ໂລກ​ພະ​ຍາ​ຍາມ​ຈະ​ກີດ​ກັນ​ຊາວ​ໜຸ່ມ​ຈາກ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສັກ​ສິດ​ທີ່​ສຸດ​ນີ້ ໂດຍ​ການ​ໃຊ້​ຄວາມ​ຢ້ານ​ກົວ ແລະ ຄວາມ​ບໍ່​ໝັ້ນ​ໃຈ.

ສິ່ງ​ກີດ​ກັນ​ຢ່າງ​ອື່ນ​ອາດ​ເປັນ​ການ​ປະ​ສົບ​ການ​ລະ​ບາດ, ການ​ລາ​ອອກ​ຈາກ​ວຽກ​ງານ​ທີ່​ດີ, ການ​ເລື່ອນ​ການ​ສຶກ​ສາ, ຫລື ການ​ສົນ​ໃຈ​ຄົນ​ໃດ​ຄົນ​ໜຶ່ງ​ໂດຍ​ສະ​ເພາະ​ໃນ​ດ້ານ​ຄວາມ​ຮັກ. ທຸກໆ​ຄົນ​ຈະ​ມີ​ການ​ທ້າ​ທາຍ​ຂອງ​ຕົນ​ເອງ. ສິ່ງ​ກີດ​ກັນ​ເຫລົ່າ​ນີ້​ສາ​ມາດ​ເກີດ​ຂຶ້ນ​ໄດ້​ໃນ​ຊ່ວງ​ເວ​ລາ​ທີ່​ເລີ່ມ​ການ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ, ແລະ ການ​ເລືອກ​ທີ່​ຕໍ່​ມາ​ເບິ່ງ​ຄື​ວ່າ​ຊັດ​ເຈນ​ດີ​ກໍ​ບໍ່​ແມ່ນ​ເລື່ອງ​ງ່າຍ​ສະ​ເໝີ​ໄປ​ໃນ​ຊ່ວງ​ເວ​ລາ​ນັ້ນ.

ຂ້າ​ພະ​ເຈົ້າ​ຮູ້​ຈາກ​ປະ​ສົບ​ການ​ຂອງ​ຕົນ​ເອງ​ເຖິງ​ຄວາມ​ຄິດ​ກັງ​ວົນ​ຂອງ​ຄົນ​ໜຸ່ມ. ຕອນ​ຂ້າ​ພະ​ເຈົ້າ​ກະ​ກຽມ​ຈະ​ໄປ​ເຜີຍ​ແຜ່, ພະ​ລັງ​ທີ່​ບໍ່​ໄດ້​ຄາດ​ຄິດ​ບາງ​ຢ່າງ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ທໍ້​ຖອຍ​ໃຈ. ໜຶ່ງ​ໃນ​ນັ້ນ​ແມ່ນ​ໝໍ​ແຂ້ວ​ຂອງ​ຂ້າ​ພະ​ເຈົ້າ. ເມື່ອ​ລາວ​ຮູ້​ວ່າ​ການ​ນັດ​ກວດ​ແຂ້ວ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ເພື່ອ​ວ່າ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ, ລາວ​ໄດ້​ພະ​ຍາ​ຍາມ​ຫ້າມ​ຂ້າ​ພະ​ເຈົ້າ​ຈາກ​ການ​ຮັບ​ໃຊ້. ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຮູ້​ເລີຍ​ວ່າ​ໝໍ​ແຂ້ວ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່​ຕ້ານ​ສາດ​ສະ​ໜາ​ຈັກ.

ການ​ຢຸດ​ການ​ສຶກ​ສາ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຊັບ​ຊ້ອນ​ນຳ​ອີກ. ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ຂໍ​ລາ​ພັກ​ສອງ​ປີ​ຈາກ​ໂຄງ​ການ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ, ຂ້າ​ພະ​ເຈົ້າ​ຖືກ​ແຈ້ງ​ບອກ​ວ່າ​ມັນ​ເປັນ​ໄປ​ບໍ່​ໄດ້. ຂ້າ​ພະ​ເຈົ້າ​ຈະ​ສູນ​ເສຍ​ສະ​ຖາ​ນະ​ຂອງ​ຂ້າ​ພະ​ເຈົ້າ​ຖ້າ​ຫາກ​ຂ້າ​ພະ​ເຈົ້າ​ບໍ່​ກັບ​ຄືນ​ມາ​ຫລັງ​ຈາກ​ໜຶ່ງ​ປີ. ໃນ​ປະ​ເທດ​ບຣາ​ຊິນ, ນີ້​ເປັນ​ເລື່ອງ​ທີ່​ຈິງ​ຈັງ​ເພາະ​ວ່າ​ເງື່ອນ​ໄຂ​ດຽວ​ທີ່​ຈະ​ເຂົ້າ​ຮ່ວມ​ໂຄງ​ການ​ມະ​ຫາ​ວິ​ທະ​ຍາ​ໄລ​ນັ້ນ​ກໍ​ແມ່ນ​ການ​ສອບ​ເສັງ​ທີ່​ຍາກ ແລະ ແຂ່ງ​ຂັນ​ຫລາຍ.

ຫລັງ​ຈາກ​ໄດ້​ຢືນ​ຢັນ​ຊ້ຳ​ແລ້ວ​ຊ້ຳ​ອີກ, ຂ້າ​ພະ​ເຈົ້າ​ຖືກ​ແຈ້ງ​ບອກ​ຢ່າງ​ບໍ່​ເຕັມ​ໃຈ​ວ່າ ຫລັງ​ຈາກ​ໄດ້​ຂາດ​ໄປ​ໜຶ່ງ​ປີ, ຂ້າ​ພະ​ເຈົ້າ​ສາ​ມາດ​ຍື່ນ​ໃບ​ຄຳ​​ຮ້ອງ​ຂໍ​ຍົກ​ເວັ້ນ​ດ້ວຍ​ເຫດ​ຜົນ​ທີ່​ພິ​ເສດ​ສຸດ. ມັນ​ອາດ​ຖືກ​ອະ​ນຸ​ມັດ ຫລື ບໍ່​ອະ​ນຸ​ມັດ​ກໍ​ເປັນ​ໄດ້. ຂ້າ​ພະ​ເຈົ້າ​ຢ້ານ​ຫລາຍ​ທີ່​ອາດ​ຕ້ອງ​ໄດ້​ໄປ​ສອບ​ເຂົ້າ​ໃໝ່ ຫລັງ​ຈາກ​ໄດ້​ຈາກ​ໄປ​ຈາກ​ການ​ສຶກ​ສາ​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ເວ​ລາ​ສອງ​ປີ.

ພ້ອມ​ນີ້​ຂ້າ​ພະ​ເຈົ້າ​ກໍ​ສົນ​ໃຈ​ຍິງ​ໜຸ່ມ​ຄົນ​ໜຶ່ງ​ເປັນ​ພິ​ເສດ. ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ​ຫລາຍ​ຄົນ​ກໍ​ມີ​ຄວາມ​ສົນ​ໃຈ​ແບບ​ດຽວ​ກັນ. ຂ້າ​ພະ​ເຈົ້າ​ໄດ້​ຄິດ​ໃນ​ໃຈ​ວ່າ, “ຖ້າ​ເຮົາ​ໄປ​ເຜີຍ​ແຜ່, ເຮົາ​ຈະ​ຕົກ​ຢູ່​ໃນ​ການ​ສ່ຽງ.”

ແຕ່​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ກໍ​ໄດ້​ເປັນ​ແຮງ​ດົນ​ໃຈ​ທີ່​ຍິ່ງ​ໃຫຍ່​ຂອງ​ຂ້າ​ພະ​ເຈົ້າ​ທີ່​ວ່າ ບໍ່​ຕ້ອງ​ຢ້ານ​ອະ​ນາ​ຄົດ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ຮັບ​ໃຊ້​ພຣະ​ອົງ​ດ້ວຍ​ສຸດ​ຫົວ​ໃຈ​ຂອງ​ຂ້າ​ພະ​ເຈົ້າ.

ພຣະ​ອົງ​ກໍ​ມີ​ພາ​ລະ​ກິດ​ທີ່​ຕ້ອງ​ສຳ​ເລັດ​ຄື​ກັນ. ໃນ​ພຣະ​ຄຳ​ຂອງ​ພຣະ​ອົງ​ເອງ, ພຣະ​ອົງ​ໄດ້​ອະ​ທິ​ບາຍ​ວ່າ, “ເພາະ​ເຮົາ​ໄດ້​ລົງ​ມາ​ຈາກ​ສະ​ຫວັນ, ບໍ່​ແມ່ນ​ເພື່ອ​ເຮັດ​ຕາມ​ໃຈ​ຂອງ​ຕົນ​ເອງ, ແຕ່​ເພື່ອ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ” (ໂຢ​ຮັນ 6:38). ແລະ ພາ​ລະ​ກິດ​ຂອງ​ພຣະ​ອົງ​ນັ້ນ​ງ່າຍ​ບໍ? ບໍ່​ງ່າຍ​ເລີຍ. ຄວາມ​ທົນ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ອົງ, ຊຶ່ງ​ເປັນ​ພາກ​ສ່ວນ​ທີ່​ຈຳ​ເປັນ​ຂອງ​ພາ​ລະ​ກິດ​ຂອງ​ພຣະ​ອົງ, ໄດ້​ເຮັດ​ໃຫ້​ພຣະ​ອົງ, ແມ່ນ​ແຕ່​ພຣະ​ເຈົ້າ, ຜູ້​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ບັນ​ດາ​ທຸກ​ສິ່ງ​ທັງ​ປວງ, ຕ້ອງ​ສັ່ນ​ເພາະ​ຄວາມ​ເຈັບ​ປວດ, ແລະ ເລືອດ​ໄຫລ​ອອກ​ຈາກ​ທຸກ​ຂຸມ​ຂົນ, ແລະ ທົນ​ທຸກ​ທໍ​ລະ​ມານ​ທັງ​ຮ່າງ​ກາຍ ແລະ ວິນ​ຍານ—ແລະ ປາດ​ຖະ​ໜາ​ທີ່ [ພຣະ​ອົງ] ຈະ​ບໍ່​ຕ້ອງ​ດື່ມ​ຈອກ​ອັນ​ຂົມ​ຂື່ນ​ນັ້ນ, ແລະ ຢຸດ​ສະ​ຫງັກ​ຢູ່—

“ເຖິງ​ຢ່າງ​ໃດ​ກໍ​ຕາມ, ລັດ​ສະ​ໝີ​ພາບ​ຈົ່ງ​ມີ​ແດ່​ພຣະ​ບິ​ດາ, ແລະ [ພຣະ​ອົງ] ໄດ້​ຮັບ​ເອົາ ແລະ ໄດ້​ສຳ​ເລັດ​ການ​ຕຽມ​ຂອງ [ພຣະ​ອົງ] ເພື່ອ​ລູກ​ຫລານ​ມະ​ນຸດ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:18–19).

ການ​ເຜີຍ​ແຜ່​ເຕັມ​ເວ​ລາ​ອາດ​ເບິ່ງ​ຄື​ວ່າ​ຍາກ​ສຳ​ລັບ​ເຮົາ. ບາງ​ທີ​ມັນ​ຮຽກ​ຮ້ອງ​ໃຫ້​ເຮົາ​ສະ​ລະ​ສິ່ງ​ທີ່​ສຳ​ຄັນ​ຊົ່ວ​ຄາວ. ແນ່​ນອນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ເລື່ອງ​ນີ້, ແລະ ພຣະ​ອົງ​ຈະ​ຢູ່​ຄຽງ​ຂ້າງ​ເຮົາ​ສະ​ເໝີ.

ແທ້​ຈິງ​ແລ້ວ, ຢູ່​ໃນ​ຂ່າວ​ສານ​ເຖິງ​ຜູ້​ສອນ​ສາດ​ສະ​ໜາ​ໃນ​ປຶ້ມ ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, ຝ່າຍ​ປະ​ທານ​ສູງ​ສຸດ​ສັນ​ຍາ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໃຫ້​ລາງ​ວັນ ແລະ ພອນ​ຢ່າງ​ຫລວງ​ຫລາຍ​ແກ່​ທ່ານ ເມື່ອ​ທ່ານ​ຮັບ​ໃຊ້​ພຣະ​ອົງ​ດ້ວຍ​ຄວາມ​ຖ່ອມ​ຕົວ ແລະ ການ​ອະ​ທິ​ຖານ.”4 ມັນ​ເປັນ​ຄວາມ​ຈິງ​ທີ່​ລູກໆ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ​ໄດ້​ຮັບ​ພອນ ໃນ​ທາງ​ໃດ​ທາງ​ໜຶ່ງ, ແຕ່​ມັນ​ກໍ​ມີ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ການ​ໄດ້​ຮັບ​ພອນ ແລະ ການ​ໄດ້​ຮັບ​ພອນ​ຢ່າງ​ຫລວງ​ຫລາຍ​ໃນ​ການ​ຮັບ​ໃຊ້​ພຣະ​ອົງ.

ທ່ານ​ຈື່​ຈຳ​ການ​ທ້າ​ທາຍ​ທີ່​ຂ້າ​ພະ​ເຈົ້າ​ຄິດ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ປະ​ເຊີນ​ກ່ອນ​ການ​ເຜີຍ​ແຜ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ບໍ? ໝໍ​ແຂ້ວ​ຂອງ​ຂ້າ​ພະ​ເຈົ້າ? ຂ້າ​ພະ​ເຈົ້າ​ໄດ້​ຫາ​ຄົນ​ໃໝ່. ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ຂ້າ​ພະ​ເຈົ້າ? ເຂົາ​ເຈົ້າ​ໄດ້​ຍົກ​ເວັ້ນ​ສຳ​ລັບ​ຂ້າ​ພະ​ເຈົ້າ. ຈຳ​ຍິງ​ໜຸ່ມ​ຄົນ​ນັ້ນ​ໄດ້​ບໍ? ນາງ​ໄດ້​ແຕ່ງ​ງານ​ກັບ​ເພື່ອນ​ທີ່​ດີ​ຂອງ​ຂ້າ​ພະ​ເຈົ້າ​ຄົນ​ໜຶ່ງ.

ແຕ່​ພຣະ​ເຈົ້າ​ກໍ​ໄດ້​ໃຫ້​ພອນ​ຂ້າ​ພະ​ເຈົ້າ​ຢ່າງ​ຫລວງ​ຫລາຍ. ແລະ ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ ພອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ມີ​ມາ​ໃນ​ວິ​ທີ​ທາງ​ທີ່​ແຕກ​ຕ່າງ​ຈາກ​ວິ​ທີ​ທີ່​ເຮົາ​ຄາດ​ຫວັງ. ໃນ​ທີ່​ສຸດ, ຄວາມ​ຄິດ​ຂອງ​ພຣະ​ອົງ​ນັ້ນ​ບໍ່​ຄື​ຄວາມ​ຄິດ​ຂອງ​ເຮົາ (ເບິ່ງ ເອ​ຊາ​ຢາ 55:8–9).

ໃນ​ບັນ​ດາ​ພອນ​ຢ່າງ​ຫລວງ​ຫລາຍ​ທີ່​ພຣະ​ອົງ​ໄດ້​ປະ​ທານ​ໃຫ້​ຂ້າ​ພະ​ເຈົ້າ​ເພາະ​ການ​ຮັບ​ໃຊ້​ພຣະ​ອົງ ໃນ​ການ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ​ຄື ສັດ​ທາ​ທີ່​ມີ​ຫລາຍ​ຂຶ້ນ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ ແລະ ຄວາມ​ຮູ້ ແລະ ປະ​ຈັກ​ພະ​ຍານ​ທີ່​ເຂັ້ມ​ແຂງ​ກວ່າ​ເກົ່າ​ເຖິງ​ຄຳ​ສອນ​ຂອງ​ພຣະ​ອົງ, ເພື່ອ​ວ່າ​ຂ້າ​ພະ​ເຈົ້າ​ຈະ​ບໍ່ “ຫັນ​ເຫ​ໄປ​ມາ​ດ້ວຍ​ລົມ​ປາກ​ແຫ່ງ​ຄຳ​ສັ່ງ​ສອນ​ທຸກ​ຢ່າງ” ງ່າຍໆ (ເອ​ເຟ​ໂຊ 4:14). ຂ້າ​ພະ​ເຈົ້າ​ບໍ່​ຢ້ານ​ທີ່​ຈະ​ສິດ​ສອນ. ຄວາມ​ສາ​ມາດ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ຈະ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ດ້ວຍ​ການ​ມອງ​ໂລກ​ໃນ​ແງ່​ດີ​ກໍ​ມີ​ຫລາຍ​ຂຶ້ນ. ໂດຍ​ການ​ສັງ​ເກດ​ເບິ່ງ​ແຕ່​ລະ​ຄົນ ແລະ ຄອບ​ຄົວ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ພົບ ຫລື ໄດ້​ສິດ​ສອນ​ຕອນ​ເປັນ​ຜູ້​ສອນ​ສາດ​ສະ​ໜາ, ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ ຄຳ​ສອນ​ຂອງ​ພຣະ​ເຈົ້າ​ເປັນ​ຄວາມ​ຈິງ​ເມື່ອ​ພຣະ​ອົງ​ກ່າວ​ວ່າ​ບາບ​ຈະ​ບໍ່​ນຳ​ຄວາມ​ສຸກ​ທີ່​ແທ້​ຈິງ​ມາ​ໃຫ້ ແລະ ວ່າ​ການ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ຊ່ວຍ​ໃຫ້​ເຮົາ​ຈະ​ເລີນ​ຮຸ່ງ​ເຮືອງ ທັງ​ຝ່າຍ​ໂລກ ແລະ ຝ່າຍ​ວິນ​ຍານ (ເບິ່ງ ໂມ​ໄຊ​ຢາ 2:41; ແອວ​ມາ 41:10). ແລະ ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ດ້ວຍ​ຕົນ​ເອງ​ວ່າ ພຣະ​ເຈົ້າ​ຄື​ພຣະ​ເຈົ້າ​ແຫ່ງ​ສິ່ງ​ມະ​ຫັດ​ສະ​ຈັນ (ເບິ່ງ ມໍ​ມອນ 9).

ທຸກ​ສິ່ງ​ທັງ​ໝົດ​ນີ້​ໄດ້​ເປັນ​ເຄື່ອງ​ມື​ໃນ​ການ​ກະ​ກຽມ​ຂ້າ​ພະ​ເຈົ້າ​ສຳ​ລັບ​ຊີ​ວິດ​ຂອງ​ຜູ້​ໃຫຍ່, ລວມ​ທັງ​ການ​ແຕ່ງ​ງານ ແລະ ການ​ເປັນ​ພໍ່​ແມ່, ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ, ແລະ ຊີ​ວິດ​ທາງ​ດ້ານ​ອາ​ຊີບ ແລະ ໃນ​ຊຸມ​ຊົນ.

ຫລັງ​ຈາກ​ການ​ເຜີຍ​ແຜ່​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ຄວາມ​ກ້າ​ຫານ​ທີ່​ມີ​ຫລາຍ​ຂຶ້ນ ທີ່​ຈະ​ນຳ​ສະ​ເໜີ​ຕົນ​ເອງ​ວ່າ​ເປັນ​ຜູ້​ຕິດ​ຕາມ​ທີ່​ຊື່​ສັດ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ໃນ​ທຸກໆ​ສະ​ຖາ​ນະ​ການ ແລະ ຕໍ່​ທຸກ​ຄົນ, ແມ່ນ​ແຕ່​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ແກ່​ຜູ້​ຍິງ​ທີ່​ສວຍ​ງາມ​ຄົນ​ໜຶ່ງ ຜູ້​ທີ່​ໄດ້​ກາຍ​ເປັນ​ຄູ່​ຄອງ​ທີ່​ມີ​ຄຸນ​ນະ​ທຳ, ສະ​ຫລາດ, ມ່ວນ​ຊື່ນ, ແລະ ເປັນ​ທີ່​ຮັກ​ຊົ່ວ​ນິ​ລັນ​ດອນ, ເປັນ​ແສງ​ສະ​ຫວ່າງ​ແກ່​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ.

ແມ່ນ​ແລ້ວ, ພຣະ​ເຈົ້າ​ໄດ້​ໃຫ້​ພອນ​ຂ້າ​ພະ​ເຈົ້າ​ຢ່າງ​ຫລວງ​ຫລາຍ, ເກີນ​ກວ່າ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຈິນ​ຕະ​ນາ​ການ, ດັ່ງ​ທີ່​ພຣະ​ອົງ​ຈະ​ໃຫ້​ພອນ​ແກ່​ທຸກໆ​ຄົນ​ທີ່ “ຮັບ​ໃຊ້​ພຣະ​ອົງ​ດ້ວຍ​ຄວາມ​ຖ່ອມ​ຕົວ ແລະ ການ​ອະ​ທິ​ຖານ.” ຂ້າ​ພະ​ເຈົ້າ​ມີ​ຄວາມ​ກະ​ຕັນ​ຍູ​ຊົ່ວ​ນິ​ລັນ​ດອນ​ຕໍ່​ພຣະ​ເຈົ້າ​ສຳ​ລັບ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ອົງ.

ການ​ເຜີຍ​ແຜ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຫລໍ່​ຫລອມ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ແທ້ໆ. ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ຄຸນ​ຄ່າ​ຂອງ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ, ທີ່​ຈະ​ໄວ້​ວາງ​ໃຈ​ໃນ​ສະ​ຕິ​ປັນ​ຍາ ແລະ ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ ແລະ ໃນ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ. ເຖິງ​ແນວ​ໃດ, ພຣະ​ອົງ​ກໍ​ເປັນ​ພຣະ​ບິ​ດາ​ຂອງ​ເຮົາ, ແລະ ປາດ​ສະ​ຈາກ​ຄວາມ​ສົງ​ໄສ​ໃດໆ, ພຣະ​ອົງ​ປະ​ສົງ​ໃຫ້​ເຮົາ​ໄດ້​ຮັບ​ສິ່ງ​ທີ່​ດີ​ທີ່​ສຸດ.

ຊາວ​ໜຸ່ມ​ທີ່​ຮັກ​ແພງ​ຕະ​ຫລອດ​ທົ່ວ​ໂລກ, ຂ້າ​ພະ​ເຈົ້າ​ຂໍ​ສະ​ເໜີ​ຄຳ​ເຊື້ອ​ເຊີນ​ອັນ​ດຽວ​ກັນ​ທີ່​ສາດ​ສະ​ດາ​ຂອງ​ພວກ​ເຮົາ, ປະ​ທານ​ແນວ​ສັນ, ໄດ້​ສະ​ເໜີ​ຕໍ່​ພວກ​ເຈົ້າ​ທຸກ​ຄົນ​ວ່າ “ໃຫ້​ເຂົ້າ​ຮ່ວມ​ກອງ​ທັບ​ຊາວ​ໜຸ່ມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ຊ່ວຍ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ.” ປະ​ທານ​ແນວ​ສັນ​ໄດ້​ສິດ​ສອນ​ວ່າ:

ບໍ່​ມີ ສິ່ງ​ໃດ ທີ່​ມີ​ຜົນ​ສະ​ທ້ອນ​ຫລາຍ​ໄປ​ກວ່າ​ນັ້ນ. ແມ່ນ​ແລ້ວ ບໍ່​ມີ​ເລີຍ.

“ການ​ເຕົ້າ​ໂຮມ​ນີ້​ຄວນ​ເປັນ ທຸກ​ສິ່ງ ຕໍ່​ພວກ​ເຈົ້າ. ນີ້ ຄື ພາ​ລະ​ກິດ​ທີ່​ພວກ​ເຈົ້າ​ຖືກ​ສົ່ງ​ລົງ​ມາ​ເທິງ​ແຜ່ນ​ດິນ​ໂລກ.”5

ເຮົາ​ໄດ້​ມາ​ເກີດ​ໃນ​ວັນ​ເວ​ລາ​ນີ້​ເພື່ອ​ຈຸດ​ປະ​ສົງ​ແຫ່ງ​ສະ​ຫວັນ, ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ. ເມື່ອ​ເຮົາ​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ, ເຮົາ​ຈະ​ຖືກ​ທ້າ​ທາຍ​ເປັນ​ບາງ​ຄັ້ງ, ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ເອງ​ກໍ​ເປັນ​ຕົວ​ຢ່າງ ແລະ ຜູ້​ນຳ​ທາງ​ທີ່​ດີ​ເລີດ​ໃນ​ສະ​ຖາ​ນະ​ການ​ເຫລົ່າ​ນີ້. ພຣະ​ອົງ​ເຂົ້າ​ໃຈ​ພາ​ລະ​ກິດ​ທີ່​ຍາກ​ລຳ​ບາກ. ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ອົງ, ເຮົາ​ສາ​ມາດ​ເຮັດ​ສິ່ງ​ທີ່​ຍາກ​ໄດ້. ພຣະ​ອົງ​ຈະ​ປະ​ທັບ​ຢູ່​ຄຽງ​ຂ້າງ​ເຮົາ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:88), ແລະ ພຣະ​ອົງ​ຈະ​ປະ​ທານ​ພອນ​ໃຫ້​ເຮົາ​ຢ່າງ​ຫລວງ​ຫລາຍ​ຂະ​ນະ​ທີ່​ເຮົາ​ຮັບ​ໃຊ້​ພຣະ​ອົງ​ດ້ວຍ​ຄວາມ​ຖ່ອມ​ຕົວ.

ເພາະ​ເຫດ​ຜົນ​ທັງ​ໝົດ​ເຫລົ່າ​ນີ້, ຂ້າ​ພະ​ເຈົ້າ​ບໍ່​ແປກ​ໃຈ​ເລີຍ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ຕໍ່ ທອມ​ມັສ ບີ ມາສ໌ ແລະ ຕໍ່​ເຮົາ​ທຸກ​ຄົນ​ວ່າ, “ຈົ່ງ​ລື້ນ​ເລີງ ແລະ ປິ​ຕິ​ຍິນ​ດີ​ເຖີດ, ເພາະ​ຊົ່ວ​ໂມງ​ແຫ່ງ​ພາ​ລະ​ກິດ​ຂອງ​ເຈົ້າ​ມາ​ເຖິງ​ແລ້ວ.” ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. Russell M. Nelson, “Hope of Israel” (worldwide youth devotional, June 3, 2018), HopeofIsrael.ChurchofJesusChrist.org.

  2. Russell M. Nelson, “Hope of Israel.”

  3. Russell M. Nelson, “Hope of Israel.”

  4. ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ຮັບ​ໃຊ້​ຂອງ​ຜູ້​ສອນ​ສາດ​ສະ​ໜາ (2004), v.

  5. Russell M. Nelson, “Hope of Israel.”