ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ໝັ້ນ​ຄົງ​ໃນ​ພະ​ຍຸ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2022


ໝັ້ນ​ຄົງ​ໃນ​ພະ​ຍຸ

ເມື່ອ​ພະ​ຍຸ​ໃນ​ຊີ​ວິດ​ມາ​ເຖິງ, ທ່ານ​ສາ​ມາດ​ໝັ້ນ​ຄົງ​ໄດ້ ເພາະ​ວ່າ​ທ່ານ​ຢືນ​ຢູ່​ເທິງ​ດານ​ຫີນ​ແຫ່ງ​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ເຢ​ຊູ​ຄຣິດ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ເຮົາ​ໄດ້​ຮັບ​ພອນ​ຫລາຍ​ໃນ​ມື້​ນີ້ ທີ່​ໄດ້​ຍິນ​ຜູ້​ຮັບ​ໃຊ້​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ຂອງ​ພຣະ​ເຈົ້າ ໃຫ້​ຄຳ​ແນະ​ນຳ ແລະ ການ​ຊຸກ​ຍູ້. ເຮົາ​ແຕ່​ລະ​ຄົນ, ບໍ່​ວ່າ​ເຮົາ​ຈະ​ຢູ່​ໃສ, ຕ່າງ​ກໍ​ຮູ້​ວ່າ ເຮົາ​ມີ​ຊີ​ວິດ​ຢູ່​ໃນ​ຊ່ວງ​ເວ​ລາ​ທີ່​ອັນ​ຕະ​ລາຍ​ຫລາຍ​ຂຶ້ນ​ເລື້ອຍໆ. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ຂ້າ​ພະ​ເຈົ້າ​ຈະ​ຊ່ວຍ​ທ່ານ​ໃຫ້​ໝັ້ນ​ຄົງ​ໃນ​ພະ​ຍຸ​ທີ່​ເຮົາ​ປະ​ເຊີນ​ຢູ່, ດ້ວຍ​ໃຈ​ທີ່​ສະ​ຫງົບ​ສຸກ.1

ຈຸດ​ເລີ່ມ​ຕົ້ນ​ຄື​ການ​ຈື່​ຈຳ​ວ່າ ເຮົາ​ແຕ່​ລະ​ຄົນ​ເປັນ​ລູກ​ທີ່​ຮັກ​ຂອງ​ພຣະ​ເຈົ້າ ແລະ ວ່າ​ພຣະ​ອົງ​ມີ​ຜູ້​ຮັບ​ໃຊ້​ທີ່​ໄດ້​ຮັບ​ການ​ດົນ​ໃຈ. ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ​ເຫລົ່າ​ນັ້ນ​ໄດ້​ເຫັນ​ລ່ວງ​ໜ້າ​ເຖິງ​ເວ​ລາ​ທີ່​ເຮົາ​ມີ​ຊີ​ວິດ​ຢູ່. ອັກ​ຄະ​ສາ​ວົກ​ໂປ​ໂລ​ໄດ້​ຂຽນ​ຫາ​ຕີ​ໂມ​ທຽວ​ວ່າ, “ຈົ່ງ​ຮູ້​ຈັກ​ຂໍ້​ຄວາມ​ນີ້​ວ່າ, ໃນ​ຄາວ​ທີ່​ສຸດ​ນັ້ນ​ຈະ​ເກີດ​ຄວາມ​ລຳ​ບາກ​ຢ່າງ​ຮ້າຍ​ແຮງ.”2

ຜູ້​ໃດ​ມີ​ຕາ​ເພື່ອ​ເຫັນ​ສັນ​ຍານ​ຂອງ​ເວ​ລາ ແລະ ມີ​ຫູ​ເພື່ອ​ໄດ້​ຍິນ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ ກໍ​ຮູ້​ວ່າ​ເປັນ​ຄວາມ​ຈິງ. ໄພ​ອັນ​ຕະ​ລາຍ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ມາ​ສູ່​ເຮົາ​ຈາກ​ພະ​ລັງ​ຂອງ​ຄວາມ​ຊົ່ວ​ຮ້າຍ. ພະ​ລັງ​ເຫລົ່າ​ນັ້ນ​ກຳ​ລັງ​ເພີ່ມ​ຂຶ້ນ. ແລະ ສະ​ນັ້ນ​ມັນ​ຈະ​ຍາກ​ຫລາຍ​ຂຶ້ນ, ບໍ່​ແມ່ນ​ງ່າຍ​ກວ່າ, ທີ່​ຈະ​ໃຫ້​ກຽດ​ແກ່​ພັນ​ທະ​ສັນ​ຍາ ທີ່​ເຮົາ​ຕ້ອງ​ເຮັດ ແລະ ຮັກ​ສາ ເພື່ອ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ສຳ​ລັບ​ພວກ​ເຮົາ​ທີ່​ຫ່ວງ​ໃຍ​ກັບ​ຕົວ​ເອງ ແລະ ກັບ​ຄົນ​ທີ່​ເຮົາ​ຮັກ, ມີ​ຄວາມ​ຫວັງ​ຢູ່​ໃນ​ຄຳ​ສັນ​ຍາ ທີ່​ພຣະ​ເຈົ້າ​ໄດ້​ຈັດ​ຕຽມ​ສະ​ຖານ​ທີ່​ປອດ​ໄພ​ໄວ້​ໃຫ້​ພັກ ໃນ​ຍາມ​ພະ​ຍຸ​ຂ້າງ​ໜ້າ.

ນີ້​ຄື​ຂໍ້​ຄວາມ​ບັນ​ຍາຍ​ສະ​ຖານ​ທີ່​ນັ້ນ. ມັນ​ໄດ້​ຖືກ​ບັນ​ຍາຍ​ຊ້ຳ​ຫລາຍ​ເທື່ອ​ໂດຍ​ບັນ​ດາ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່. ຍົກ​ຕົວ​ຢ່າງ, ດັ່ງ​ທີ່​ບັນ​ທຶກ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ, ພໍ່​ຄົນ​ໜຶ່ງ​ທີ່​ໄດ້​ຮັບ​ການ​ດົນ​ໃຈ ແລະ ເຕັມ​ດ້ວຍ​ຄວາມ​ຮັກ ໄດ້​ບອກ​ພວກ​ລູກ​ຊາຍ​ຂອງ​ເພິ່ນ​ເຖິງ​ວິ​ທີ​ເຮັດ​ໃຫ້​ຕົນ​ເຂັ້ມ​ແຂງ ເພື່ອ​ໝັ້ນ​ຄົງ​ຢູ່​ໃນ​ພະ​ຍຸ​ທີ່​ຢູ່​ຂ້າງ​ໜ້າ​ພວກ​ເຂົາ: “ແລະ ບັດ​ນີ້, ຈົ່ງ​ຈື່​ໄວ້, ລູກ​ຂອງ​ພໍ່, ຈົ່ງ​ຈື່​ໄວ້​ວ່າ ລູກ​ຈະ​ຕ້ອງ​ສ້າງ​ຮາກ​ຖານ​ຂອງ​ລູກ​ຂຶ້ນ​ເທິງ​ດານ​ຫີນ​ຂອງ​ພຣະ​ຜູ້​ໄຖ່​ຂອງ​ພວກ​ເຮົາ, ຄື​ພຣະ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ; ເພື່ອ​ວ່າ​ເມື່ອ​ມານ​ສົ່ງ​ລົມ​ພະ​ຍຸ​ຮ້າຍ​ຂອງ​ມັນ​ມາ, ແທ້​ຈິງ​ແລ້ວ, ຟ້າ​ແມບ​ເຫລື້ອມ​ກັບ​ລົມ​ບ້າ​ໝູ​ຂອງ​ມັນ​ມາ, ແທ້​ຈິງ​ແລ້ວ, ເມື່ອ​ໝາກ​ເຫັບ​ທັງ​ໝົດ ແລະ ລົມ​ຝົນ​ອັນ​ແຮງ​ກ້າ​ຂອງ​ມັນ​ລົງ​ມາ​ຕີ​ລູກ, ມັນ​ຈະ​ບໍ່​ມີ​ອຳ​ນາດ​ອັນ​ໃດ​ເໜືອ​ລູກ​ເລີຍ​ທີ່​ຈະ​ແກ່​ລູກ​ລົງ​ໄປ​ຫາ​ເຫວ​ເລິກ​ແຫ່ງ​ຄວາມ​ທຸກ​ທໍ​ລະ​ມານ ແລະ ຄວາມ​ຈິບ​ຫາຍ​ອັນ​ບໍ່​ສິ້ນ​ສຸດ, ເພາະ​ດານ​ຫີນ​ບ່ອນ​ທີ່​ລູກ​ຖືກ​ສ້າງ​ຂຶ້ນ​ເທິງ​ມັນ ຊຶ່ງ​ເປັນ​ຮາກ​ຖານ​ທີ່​ແໜ້ນ​ໜາ, … ຊຶ່ງ​ຫາກ​ມະ​ນຸດ​ສ້າງ​ຂຶ້ນ​ເທິງ​ມັນ ພວກ​ເຂົາ​ຈະ​ຕົກ​ໄປ​ບໍ່​ໄດ້.”3

ຄວາມ​ທຸກ​ທໍ​ລະ​ມານ ແລະ ຄວາມ​ຈິບ​ຫາຍ​ອັນ​ບໍ່​ສິ້ນ​ສຸດ​ທີ່​ເພິ່ນ​ກ່າວ​ເຖິງ ແມ່ນ​ຜົນ​ຮ້າຍ​ຂອງ​ບາບ ຖ້າ​ຫາກ​ເຮົາ​ບໍ່​ກັບ​ໃຈ​ຈາກ​ມັນ​ຢ່າງ​ເຕັມ​ທີ່. ພະ​ຍຸ​ທີ່​ຮ້າຍ​ແຮງ​ຫລາຍ​ຂຶ້ນ ແມ່ນ​ການ​ລໍ້​ລວງ ແລະ ການ​ໂຈມ​ຕີ​ເພີ່ມ​ຂຶ້ນ​ຂອງ​ຊາ​ຕານ. ບໍ່​ເຄີຍ​ມີ​ຄວາມ​ສຳ​ຄັນ​ຫລາຍ​ກວ່າ​ໃນ​ປະ​ຈຸ​ບັນ​ນີ້ ທີ່​ຈະ​ເຂົ້າ​ໃຈ​ວິ​ທີ​ການ​ສ້າງ​ເທິງ​ພື້ນ​ຖານ​ທີ່​ແນ່​ນອນ​ນັ້ນ. ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ, ບໍ່​ມີ​ບ່ອນ​ໃດ​ທີ່​ດີ​ກວ່າ ຄຳ​ເທດ​ສະ​ໜາ​ສຸດ​ທ້າຍ​ຂອງ​ກະ​ສັດ​ເບັນ​ຢາ​ມິນ, ທີ່​ບັນ​ທຶກ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ເຊັ່ນ​ກັນ.

ຄຳ​ທຳ​ນາຍ​ຂອງ​ກະ​ສັດ​ເບັນ​ຢາ​ມິນ​ໃຊ້​ໄດ້​ກັບ​ເຮົາ ໃນ​ວັນ​ເວ​ລາ​ຂອງ​ເຮົາ. ເພິ່ນ​ຮູ້​ຈາກ​ປະ​ສົບ​ການ​ຂອງ​ເພິ່ນ​ເອງ​ເຖິງ​ຄວາມ​ຮ້າຍ​ກາດ​ຂອງ​ສົງ​ຄາມ. ເພິ່ນ​ໄດ້​ປ້ອງ​ກັນ​ປະ​ຊາ​ຊົນ​ຂອງ​ເພິ່ນ​ໃນ​ການ​ສູ້​ຮົບ, ໂດຍ​ເພິ່ງ​ອາ​ໄສ​ອຳ​ນາດ​ຂອງ​ພຣະ​ເຈົ້າ. ເພິ່ນ​ໄດ້​ເຫັນ​ຢ່າງ​ແຈ່ມ​ແຈ້ງ​ເຖິງ​ອຳ​ນາດ​ທີ່​ຮ້າຍ​ແຮງ​ຂອງ​ລູ​ຊິ​ເຟີ ທີ່​ຈະ​ລໍ້​ລວງ, ພະ​ຍາ​ຍາມ​ເອົາ​ຊະ​ນະ, ແລະ ເພື່ອ​ເຮັດ​ໃຫ້​ລູກໆ​ຂອງ​ພຣະ​ເຈົ້າ​ທໍ້​ຖອຍ​ໃຈ.

ເພິ່ນ​ໄດ້​ເຊື້ອ​ເຊີນ​ຜູ້​ຄົນ​ຂອງ​ເພິ່ນ ແລະ ເຮົາ ໃຫ້​ສ້າງ​ຢູ່​ເທິງ​ດານ​ຫີນ​ແຫ່ງ​ຄວາມ​ປອດ​ໄພ​ບ່ອນ​ດຽວ​ນັ້ນ, ຄື​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ເພິ່ນ​ບອກ​ຢ່າງ​ແຈ່ມ​ແຈ້ງ​ວ່າ ເຮົາ​ມີ​ອິດ​ສະ​ລະ​ທີ່​ຈະ​ເລືອກ​ລະ​ຫວ່າງ​ຖືກຕ້ອງ ແລະ ຜິດ ແລະ ວ່າ​ເຮົາ​ບໍ່​ສາ​ມາດ​ຫລີກ​ລ້ຽງ​ຈາກ​ຜົນ​ສະ​ທ້ອນ​ຂອງ​ການ​ເລືອກ​ຂອງ​ເຮົາ. ເພິ່ນ​ເວົ້າ​ກົງໄປ​ກົງ​ມາ ແລະ ຮຸນ​ແຮງ ເພາະ​ເພິ່ນ​ຮູ້​ວ່າ ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຈະ​ມາ​ສູ່​ຜູ້​ທີ່​ບໍ່​ຟັງ ແລະ ບໍ່​ເອົາ​ໃຈ​ໃສ່​ຕໍ່​ຄຳ​ເຕືອນ​ຂອງ​ເພິ່ນ.

ຕໍ່​ໄປ​ນີ້​ແມ່ນ​ວິ​ທີ​ທີ່​ເພິ່ນ​ບັນ​ຍາຍ​ເຖິງ​ຜົນ​ສະ​ທ້ອນ​ທີ່​ຕາມ​ມາ​ຫລັງ​ຈາກ​ການ​ເລືອກ​ຂອງ​ເຮົາ ບໍ່​ວ່າ​ຈະ​ເຮັດ​ຕາມ​ການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ ຫລື ເຮັດ​ຕາມ​ຂ່າວ​ສານ​ຊົ່ວ​ຮ້າຍ​ທີ່​ມາ​ຈາກ​ຊາ​ຕານ, ຊຶ່ງ​ມີ​ເຈດ​ຕະ​ນາ​ທີ່​ຈະ​ລໍ້​ລວງ ແລະ ທຳ​ລາຍ​ເຮົາ:

“ເພາະ​ຈົ່ງ​ເບິ່ງ, ມີ​ວິບັດ​ຢ່າງ​ໜຶ່ງ​ຊຶ່ງ​ກຳ​ນົດ​ໃຫ້​ເກີດ​ກັບ​ຄົນ​ທີ່​ເລືອກ​ເຊື່ອ​ຟັງ​ວິນ​ຍານ​ນັ້ນ; ເພາະ​ຖ້າ​ຫາກ​ເຂົາ​ເລືອກ​ເຊື່ອ​ຟັງ​ມັນ, ແລະ ຄົງ​ຢູ່​ໃນ​ຄວາມ​ຊົ່ວ​ຮ້າຍ, ແລະ ຕາຍ​ໃນ​ບາບ​ຂອງ​ເຂົາ​ແລ້ວ ຜູ້​ນັ້ນ​ຍ່ອມ​ດື່ມ​ຄວາມ​ອັບ​ປະ​ໂຫຍດ​ເຂົ້າ​ໄປ​ໃນ​ຈິດ​ວິນ​ຍານ​ຂອງ​ເຂົາ​ເອງ; ເພາະ​ວ່າ​ເຂົາ​ຕ້ອງ​ໄດ້​ຮັບ​ໂທດ ອັນ​ເປັນ​ນິດ​ທີ່​ເປັນ​ຄ່າ​ຈ້າງ​ຂອງ​ເຂົາ​ໂດຍ​ການ​ລ່ວງ​ລະ​ເມີດ​ກົດ​ຂອງ​ພຣະ​ເຈົ້າ​ອັນ​ເປັນ​ການ​ກົງ​ກັນ​ຂ້າມ​ກັບ​ຄວາມ​ຮູ້​ຂອງ​ເຂົາ​ເອງ. …

“ສະ​ນັ້ນ ຖ້າ​ຫາກ​ຄົນ​ນັ້ນ​ບໍ່​ກັບ​ໃຈ ແລະ ຄົງ​ຢູ່ ແລະ ຕາຍ​ໂດຍ​ເປັນ​ສັດ​ຕູ​ກັບ​ພຣະ​ເຈົ້າ, ແລ້ວ​ຄວາມ​ຍຸດ​ຕິ​ທຳ​ແຫ່ງ​ສະຫວັນ​ຈະ​ປຸກ​ຈິດ​ວິນ​ຍານ​ອັນ​ເປັນ​ອະ​ມະ​ຕະ​ຂອງ​ເຂົາ​ໃຫ້​ຕື່ນ​ຂຶ້ນ​ມາ​ຫາ​ຄວາມ​ຮູ້​ສຶກ​ໃນ​ຄວາມ​ຜິດ​ທີ່​ຮຸນ​ແຮງ​ຂອງ​ຕົນ​ເອງ, ຊຶ່ງ​ເຮັດ​ໃຫ້​ເຂົາ​ຖອຍ​ອອກ​ໄປ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເຮັດ​ໃຫ້​ອົກ​ຂອງ​ເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ຮູ້​ສຶກ​ຜິດ, ແລະ ຄວາມ​ເຈັບ​ປວດ, ແລະ ຄວາມ​ທຸກ​ທໍ​ລະ​ມານ, ຊຶ່ງ​ປຽບ​ເໝືອນ​ດັ່ງ​ໄຟ​ທີ່​ບໍ່​ຮູ້​ມອດ, ຊຶ່ງ​ແປວ​ໄຟ​ນັ້ນ​ລອຍ​ຂຶ້ນ​ຢູ່​ຕະ​ຫລອດ​ການ ແລະ ຕະ​ຫລອດ​ໄປ.”

ກະ​ສັດ​ເບັນ​ຢາ​ມິນ​ໄດ້​ກ່າວ​ຕື່ມ​ວ່າ, “ໂອ້, ພວກ​ທ່ານ​ຜູ້​ມີ​ອາ​ຍຸ​ສູງ​ທັງ​ຫລາຍ, ແລະ ພວກ​ເຈົ້າ​ຜູ້​ໜຸ່ມ​ແໜ້ນ, ແລະ ພວກ​ເຈົ້າ​ຜູ້​ເປັນ​ເດັກ​ນ້ອຍໆ ຜູ້​ທີ່​ສາ​ມາດ​ເຂົ້າ​ໃຈ​ຂໍ້​ຄວາມ​ຂອງ​ຂ້າ​ພະ​ເຈົ້າ, ເພາະ​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ຢ່າງ​ແຈ່ມ​ແຈ້ງ​ເພື່ອ​ພວກ​ທ່ານ​ຈະ​ໄດ້​ເຂົ້າ​ໃຈ, ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ແທນ​ພວກ​ທ່ານ ເພື່ອ​ພວກ​ທ່ານ​ຈະ​ໄດ້​ຕື່ນ​ຂຶ້ນ​ມາ​ຫາ​ຄວາມ​ຊົງ​ຈຳ​ເຖິງ​ສະພາບ​ອັນ​ເປັນ​ຕາ​ຢ້ານ​ຂອງ​ຄົນ​ທີ່​ຕົກ​ຢູ່​ໃນ​ການ​ລ່ວງ​ລະ​ເມີດ.”4

ສຳ​ລັບ​ຂ້າ​ພະ​ເຈົ້າ, ພະ​ລັງ​ຂອງ​ການ​ເຕືອນ​ໃຫ້​ກັບ​ໃຈ​ນັ້ນ ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ວາດ​ພາບ​ຢູ່​ໃນ​ໃຈ ເຖິງ​ວັນ​ເວ​ລາ​ທີ່​ແນ່​ນອນ ເມື່ອ​ທ່ານ ແລະ ຂ້າ​ພະ​ເຈົ້າ​ຈະ​ຢືນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຫລັງ​ຈາກ​ຊີ​ວິດນີ້. ເຮົາ​ປາດ​ຖະ​ໜາ​ສຸດ​ໃຈ ວ່າ​ບໍ່​ຢາກ​ຫົດ​ຢູ່ ແຕ່​ຢາກ​ຫລຽວ​ຂຶ້ນ​ເບິ່ງ​ພຣະ​ອົງ, ເຫັນ​ພຣະ​ອົງ​ຍິ້ມ, ແລະ ໄດ້​ຍິນ​ພຣະ​ອົງ​ກ່າວ​ວ່າ, “ດີ​ແລ້ວ, ຄົນ​ຮັບ​ໃຊ້​ທີ່​ດີ: … [ເຂົ້າ​ມາ​ໄດ້].”5

ກະ​ສັດ​ເບັນ​ຢາ​ມິນ​ໄດ້​ກ່າວ​ຢ່າງ​ແຈ່ມ​ແຈ້ງ​ເຖິງ​ວິ​ທີ​ທີ່​ເຮົາ​ສາ​ມາດ​ໄດ້​ຮັບ​ຄວາມ​ຫວັງ ທີ່​ຈະ​ໄດ້​ຍິນ​ພຣະ​ຄຳ​ເຫລົ່າ​ນັ້ນ ຖ້າ​ຫາກ​ເຮົາ​ພົບ​ວິ​ທີ​ໃນ​ຊີ​ວິດ​ນີ້ ເພື່ອ​ປ່ຽນ​ແປງ​ທຳ​ມະ​ຊາດ​ຂອງ​ເຮົາ​ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ. ນັ້ນ​ເປັນ​ວິ​ທີ​ດຽວ​ທີ່​ເຮົາ​ສາ​ມາດ​ສ້າງ​ຢູ່​ເທິງ​ຮາກ​ຖານ​ທີ່​ແນ່ນອນ ແລະ ຕັ້ງ​ຢູ່​ຢ່າງ​ໝັ້ນ​ຄົງ​ລະ​ຫວ່າງ​ພະ​ຍຸ​ຂອງ​ການ​ລໍ້​ລວງ ແລະ ການ​ທົດ​ລອງ​ທີ່​ຢູ່​ຂ້າງ​ໜ້າ. ກະ​ສັດ​ເບັນ​ຢາ​ມິນ​ບັນ​ຍາຍ​ເຖິງ​ການ​ປ່ຽນ​ແປງ​ໃນ​ທຳ​ມະ​ຊາດ​ຂອງ​ເຮົາ ດ້ວຍ​ຄຳ​ປຽບ​ທຽບ​ທີ່​ສວຍ​ງາມ ທີ່​ສຳ​ພັດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ສະ​ເໝີ​ມາ. ມັນ​ຖືກ​ໃຊ້​ໂດຍ​ສາດ​ສະ​ດາ​ເປັນ​ເວ​ລາ​ນັບ​ພັນ​ປີ ແລະ ໂດຍ​ພຣະ​ຜູ້​ເປັນ​ເຈົ້າ​ເອງ. ນີ້​ແມ່ນ​ເວ​ລາ​ທີ່​ເຮົາ​ຄວນ​ກາຍ​ເປັນ​ເດັກ​ນ້ອຍ—ເດັກ​ນ້ອຍໆ.

ສຳ​ລັບ​ບາງ​ຄົນ, ອາດ​ຮັບ​ໄດ້​ຍາກ. ພວກ​ເຮົາ​ສ່ວນ​ຫລາຍ​ຢາກ​ເຂັ້ມ​ແຂງ. ເຮົາ​ອາດ​ເຫັນ​ວ່າ ການ​ເປັນ​ຄື​ກັນ​ກັບ​ເດັກ​ນ້ອຍ​ເປັນ​ສິ່ງ​ອ່ອນ​ແອ. ພໍ່​ແມ່​ສ່ວນ​ຫລາຍ​ຢາກ​ເຫັນ​ມື້​ທີ່​ລູກ​ເຮັດ​ປານ​ເດັກ​ນ້ອຍ​ໜ້ອຍ​ລົງ. ແຕ່​ກະ​ສັດ​ເບັນ​ຢາ​ມິນ, ຜູ້​ເຂົ້າ​ໃຈ​ເທົ່າໆ​ກັບ​ມະ​ນຸດ​ຄົນ​ອື່ນໆ ເຖິງ​ຄວາມ​ໝາຍ​ຂອງ​ການ​ເປັນ​ຄົນ​ເຂັ້ມ​ແຂງ ແລະ ກ້າ​ຫານ, ໄດ້​ກ່າວ​ຢ່າງ​ແຈ່ມ​ແຈ້ງ​ວ່າ ການ​ເປັນ​ຄື​ກັນ​ກັບ​ເດັກ​ນ້ອຍ ບໍ່​ແມ່ນ​ການ​ເຮັດ​ປານ​ເດັກ​ນ້ອຍ. ຕ້ອງ​ເປັນ​ເໝືອນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຜູ້​ໄດ້​ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ຂອງ​ພຣະ​ອົງ​ຂໍ​ຄວາມ​ເຂັ້ມ​ແຂງ ເພື່ອ​ຈະ​ສາ​ມາດ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ​ຂອງ​ພຣະ​ອົງ ແລະ ຊົດ​ໃຊ້​ບາບ​ແທນ​ລູກ​ທຸກ​ຄົນ​ຂອງ​ພຣະ​ບິ​ດາ​ຂອງ​ພຣະ​ອົງ ແລະ ແລ້ວ​ກໍ​ໄດ້​ກະ​ທຳ. ທຳ​ມະ​ຊາດ​ຂອງ​ເຮົາ​ຈະ​ຕ້ອງ​ປ່ຽນ​ແປງ​ກ່ອນ​ຈະ​ກາຍ​ເປັນ​ຄື​ກັນ​ກັບ​ເດັກ​ນ້ອຍ ເພື່ອ​ໃຫ້​ມີ​ພະ​ລັງ​ທີ່​ເຮົາ​ຕ້ອງ​ການ ເພື່ອ​ໝັ້ນ​ຄົງ ແລະ ສະ​ຫງົບ​ສຸກ​ໃນ​ເວ​ລາ​ທີ່​ອັນ​ຕະ​ລາຍ.

ຕໍ່​ໄປ​ນີ້​ແມ່ນ​ຄຳ​ບັນ​ຍາຍ​ທີ່​ຊັກ​ຊວນ​ຂອງ​ກະ​ສັດ​ເບັນ​ຢາ​ມິນ ເຖິງ​ວິ​ທີ​ທີ່​ການ​ປ່ຽນ​ແປງ​ນັ້ນ​ເກີດ​ຂຶ້ນ: “ເພາະ​ມະນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ​ເປັນ​ສັດ​ຕູ​ກັບ​ພຣະ​ເຈົ້າ, ແລະ ເປັນ​ມາ​ແລ້ວ​ຕັ້ງ​ແຕ່​ການ​ຕົກ​ຂອງ​ອາ​ດາມ, ແລະ ຈະ​ເປັນ​ໄປ​ຕະ​ຫລອດ​ການ ແລະ ຕະ​ຫລອດ​ໄປ, ເວັ້ນ​ເສຍ​ແຕ່​ພວກ​ເຂົາ​ຈະ​ຍອມ​ຕໍ່​ການ​ຊັກ​ຈູງ​ຂອງ​ພຣະ​ວິນ​ຍານ​ສັກ​ສິດ, ແລະ ປະ​ຖິ້ມ​ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ ແລະ ກາຍ​ມາ​ເປັນ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໂດຍ​ການ​ຊົດ​ໃຊ້​ຂອງ​ອົງ​ພຣະ​ຄຣິດ, ແລະ ກາຍ​ເປັນ​ຄື​ກັນ​ກັບ​ເດັກ​ນ້ອຍ, ບອກ​ລອນ​ສອນ​ງ່າຍ, ອ່ອນ​ໂຍນ, ຖ່ອມຕົວ, ອົດ​ທົນ, ເຕັມ​ໄປ​ດ້ວຍ​ຄວາມ​ຮັກ, ເຕັມ​ໃຈ​ໃນ​ທຸກ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ເຫັນ​ສົມ​ຄວນ​ທີ່​ຈະ​ໃຫ້​ເກີດ​ກັບ​ພວກ​ເຂົາ, ເໝືອນ​ດັ່ງ​ເດັກ​ນ້ອຍ​ຍິນ​ຍອມ​ຕໍ່​ບິ​ດາ​ຂອງ​ຕົນ.”6

ເຮົາ​ໄດ້​ຮັບ​ການ​ປ່ຽນ​ແປງນັ້ນ ເມື່ອ​ເຮົາ​ເຮັດ ແລະ ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ. ສິ່ງນັ້ນ​ນຳ​ອຳ​ນາດ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ​ມາ ເຮັດ​ໃຫ້​ເກີດ​ການ​ປ່ຽນ​ແປງ​ໃນ​ໃຈ​ຂອງ​ເຮົາ. ເຮົາ​ສາ​ມາດ​ຮູ້​ສຶກ​ມັນ ທຸກ​ເທື່ອ​ທີ່​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ, ປະ​ຕິ​ບັດ​ພິ​ທີ​ການ​ພຣະ​ວິ​ຫານ​ແທນ​ບັນ​ພະ​ບຸ​ລຸດ​ທີ່​ໄດ້​ຈາກ​ໄປ, ຢືນ​ຢັນ​ເປັນ​ພະ​ຍານ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຫລື ດູ​ແລ​ບາງ​ຄົນ​ທີ່​ຂັດ​ສົນ ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ຄຣິດ.

ໃນ​ປະ​ສົບ​ການ​ເຫລົ່າ​ນັ້ນ, ເມື່ອ​ເວ​ລາ​ຜ່ານ​ໄປ ເຮົາ​ຈະ​ກາຍ​ເປັນ​ຄື​ກັນ​ກັບ​ເດັກ​ນ້ອຍ​ໃນ​ຄວາມ​ສາ​ມາດ​ຂອງ​ເຮົາ ທີ່​ຈະ​ຮັກ ແລະ ເຊື່ອ​ຟັງ. ເຮົາ​ມາ​ຢືນ​ຢູ່​ເທິງ​ຮາກ​ຖານ​ທີ່​ແນ່​ນອນ. ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ​ນຳ​ເຮົາ​ມາ​ຫາ​ການ​ກັບ​ໃຈ ແລະ ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ເຮົາ​ເຊື່ອ​ຟັງ, ແລະ ເຮົາ​ໄດ້​ຮັບ​ພະ​ລັງ​ເພື່ອ​ຕ້ານ​ທານ​ກັບ​ການ​ລໍ້​ລວງ, ແລະ ເຮົາ​ໄດ້​ຮັບ​ການ​ເປັນ​ເພື່ອນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ທີ່​ສັນ​ຍາ​ໄວ້.

ທຳ​ມະ​ຊາດ​ຂອງ​ເຮົາ​ປ່ຽນ​ໄປ​ເປັນ​ເດັກ​ນ້ອຍໆ, ເຊື່ອ​ຟັງ​ພຣະ​ເຈົ້າ ແລະ ມີ​ຄວາມ​ຮັກ​ຫລາຍ​ຂຶ້ນ. ການ​ປ່ຽນ​ແປງ​ນັ້ນ​ຈະ​ເຮັດ​ໃຫ້​ເຮົາ​ເໝາະ​ສົມ​ກັບ​ຂອງ​ປະ​ທານ​ທີ່​ມີ​ມາ​ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ການ​ມີ​ພຣະ​ວິນ​ຍານ​ເປັນ​ເພື່ອນ​ຈະ​ປອບ​ໂຍນ, ນຳ​ພາ, ແລະ ເຮັດ​ໃຫ້​ເຮົາ​ເຂັ້ມ​ແຂງ.

ຂ້າ​ພະ​ເຈົ້າ​ຮູ້​ບາງ​ຢ່າງ​ທີ່​ກະ​ສັດ​ເບັນ​ຢາ​ມິນ​ໝາຍ​ເຖິງ ເມື່ອ​ເພິ່ນ​ກ່າວ​ວ່າ ເຮົາ​ສາ​ມາດ​ກາຍ​ເປັນ​ຄື​ກັນ​ກັບ​ເດັກ​ນ້ອຍ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ. ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ຈາກ​ຫລາຍ​ປະ​ສົບ​ການ ວ່າ​ສ່ວນ​ຫລາຍ​ແລ້ວ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ກ່າວ​ດ້ວຍ​ສຽງ​ແຜ່ວ​ເບົາ, ໄດ້​ຍິນ​ງ່າຍ​ທີ່​ສຸດ​ເມື່ອ​ໃຈ​ອ່ອນ​ໂຍນ ແລະ ບອກ​ລອນ​ສອນ​ງ່າຍ, ຄື​ກັນ​ກັບ​ເດັກ​ນ້ອຍ. ຕາມ​ຈິງ​ແລ້ວ, ຄຳ​ອະ​ທິ​ຖານ​ທີ່​ໄດ້​ຜົນ​ຄື “ຂ້າ​ນ້ອຍ​ຕ້ອງ​ການ​ພຽງ​ແຕ່​ສິ່ງ​ທີ່​ພຣະ​ອົງ​ຕ້ອງ​ການ. ພຽງ​ແຕ່​ບອກ​ຂ້າ​ນ້ອຍ​ວ່າ​ແມ່ນ​ຫຍັງ. ຂ້າ​ນ້ອຍ​ຈະ​ເຮັດ​ຕາມ.”

ເມື່ອ​ພະ​ຍຸ​ໃນ​ຊີ​ວິດ​ມາ​ເຖິງ, ທ່ານ​ສາ​ມາດ​ໝັ້ນ​ຄົງ​ໄດ້ ເພາະ​ວ່າ​ທ່ານ​ຢືນ​ຢູ່​ເທິງ​ດານ​ຫີນ​ແຫ່ງ​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ເຢ​ຊູ​ຄຣິດ. ສັດ​ທານັ້ນ​ຈະ​ພາ​ທ່ານ​ໄປ​ສູ່​ການ​ກັບ​ໃຈ​ທຸກ​ວັນ ແລະ ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຢ່າງ​ສະ​ໝ່ຳ​ສະ​ເໝີ. ແລ້ວ​ທ່ານ​ຈະ​ລະ​ນຶກ​ເຖິງ​ພຣະ​ອົງ​ຕະ​ຫລອດ​ເວ​ລາ. ແລະ ຜ່ານ​ທາງ​ພະ​ຍຸ​ຂອງ​ຄວາມ​ກຽດ​ຊັງ ແລະ ຊົ່ວ​ຮ້າຍ, ທ່ານ​ຈະ​ຮູ້​ສຶກ​ໝັ້ນ​ຄົງ ແລະ ມີ​ຄວາມ​ຫວັງ.

ຍິ່ງ​ໄປ​ກວ່າ​ນັ້ນ, ທ່ານ​ຈະ​ເຫັນ​ຕົວ​ເອງ​ເອື້ອມ​ອອກ​ໄປ​ຍົກ​ຄົນ​ອື່ນ​ຂຶ້ນ​ສູ່​ບ່ອນ​ປອດ​ໄພ​ຢູ່​ເທິງ​ດານ​ຫີນ​ກັບ​ທ່ານ. ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ຈະ​ນຳ​ພາ​ໄປ​ຫາ​ຄວາມ​ຫວັງ​ທີ່​ຍິ່ງ​ໃຫຍ່​ກວ່າ​ສະ​ເໝີ ແລະ ໄປ​ຫາ​ຄວາມ​ຮູ້​ສຶກ​ຂອງ​ຄວາມ​ໃຈ​ບຸນ​ຕໍ່​ຄົນ​ອື່ນ, ຊຶ່ງ​ເປັນ​ຄວາມ​ຮັກ​ທີ່​ແທ້​ຈິງ​ຂອງ​ພຣະ​ຄຣິດ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ກັບ​ທ່ານ​ຢ່າງ​ໜັກ​ແໜ້ນ ວ່າ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ໄດ້​ເຊື້ອ​ເຊີນ​ທ່ານ​ວ່າ “ຈົ່ງ​ມາ​ຫາ​ເຮົາ.”7 ພຣະ​ອົງ​ເຊື້ອ​ເຊີນ​ທ່ານ, ດ້ວຍ​ຄວາມ​ຮັກ​ຕໍ່​ທ່ານ ແລະ ຕໍ່​ຄົນ​ທີ່​ທ່ານ​ຮັກ, ເພື່ອ​ໃຫ້​ມາ​ຫາ​ພຣະ​ອົງ​ສຳ​ລັບ​ຄວາມ​ສະ​ຫງົບ​ສຸກ​ໃນ​ຊີ​ວິດ​ນີ້ ແລະ ຊີ​ວິດ​ນິ​ລັນ​ດອນ ໃນ​ໂລກ​ທີ່​ຈະ​ມາ​ເຖິງ. ພຣະ​ອົງ​ຮູ້​ດີ​ເຖິງ​ພະ​ຍຸ​ທີ່​ທ່ານ​ຈະ​ປະ​ເຊີນ​ໃນ​ການ​ທົດ​ສອບ​ຂອງ​ທ່ານ ຊຶ່ງ​ເປັນ​ສ່ວນ​ໜຶ່ງ​ໃນ​ແຜນ​ແຫ່ງ​ຄວາມ​ສຸກ.

ຂ້າ​ພະ​ເຈົ້າ​ອ້ອນ​ວອນ​ທ່ານ​ໃຫ້​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ເໝືອນ​ດັ່ງ​ເດັກ​ນ້ອຍ​ທີ່​ອ່ອນ​ໂຍນ ແລະ ຮັກ​ແພງ, ຍອມ​ຮັບ​ເອົາ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ອົງ. ຈົ່ງ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ພຣະ​ອົງ​ສະ​ເໜີ​ມອບ​ໃຫ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ມັນ​ຈະ​ເຮັດ​ໃຫ້​ທ່ານ​ເຂັ້ມ​ແຂງ​ຂຶ້ນ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຮູ້​ເຖິງ​ພະ​ຍຸ ແລະ ຮູ້​ຈັກ​ສະ​ຖານ​ທີ່​ປອດ​ໄພ​ໃນ​ເສັ້ນ​ທາງ​ກັບ​ບ້ານ​ຫາ​ພຣະ​ອົງ ແລະ ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ. ພຣະ​ອົງ​ຮູ້​ຈັກ​ທາງ. ພຣະ​ອົງ​ເປັນ​ທາງ​ນັ້ນ. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.