ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ເພື່ອ​ປິ່ນ​ປົວ​ໂລກ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2022


ເພື່ອ​ປິ່ນ​ປົວ​ໂລກ

ບາດ​ແຜ ແລະ ຄວາມ​ແຕກ​ຕ່າງ​ສາ​ມາດ​ແກ້​ໄຂ ແລະ ແມ່ນ​ແຕ່​ປິ່ນ​ປົວ ເມື່ອ​ເຮົາ​ໃຫ້​ກຽດ​ແກ່​ພຣະ​ເຈົ້າ, ພຣະ​ບິ​ດາ​ຂອງ​ເຮົາ​ທຸກ​ຄົນ, ແລະ ພຣະ​ເຢ​ຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ອົງ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ໃນ​ເທດ​ສະ​ການ​ອີດ​ສະ​ເຕີ​ທີ່​ຮຸ່ງ​ໂລດ​ນີ້, ເຮົາ​ໄດ້​ຮັບ​ພອນ​ຫລາຍ​ທີ່​ໄດ້​ມາ​ພົບ​ກັນ ແລະ ຮັບ​ເອົາ​ຄຳ​ແນະ​ນຳ ແລະ ການ​ຊີ້​ນຳ​ຈາກ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ.

ການ​ຊີ້​ນຳ ແລະ ຄຳ​ສອນ​ທີ່​ສັກ​ສິດ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ຊ່ວຍ​ເຮົາ​ນຳ​ທາງ​ຊີ​ວິດ​ໃນ​ຊ່ວງ​ເວ​ລາ​ທີ່​ອັນ​ຕະ​ລາຍ​ເຫລົ່າ​ນີ້. ຕາມ​ທີ່​ທຳ​ນາຍ​ໄວ້, “ໄຟ, ແລະ ພະ​ຍຸ​ຝົນ​ຟ້າ​ຄະ​ນອງ,” “ສົງ​ຄາມ, ຂ່າວ​ລື​ເລື່ອງ​ສົງ​ຄາມ, ແລະ ແຜ່ນ​ດິນ​ໄຫວ​ໃນ​ບ່ອນ​ຕ່າງໆ,” “ແລະ ການ​ກະ​ທຳ​ທີ່​ເປັນ​ໜ້າ​ກຽດ​ຊັງ​ນາໆ​ປະ​ການ,”1 “ໂຣກ​ລະ​ບາດ,”2 “ການ​ອຶດ​ຢາກ [ແລະ ໂຣກ​ລະ​ບາດ​ຢ່າງ​ຮ້າຍ​ແຮງ​ທັງ​ຫລາຍ]”3 ກຳ​ລັງ​ລ້າງ​ຜານ​ຄອບ​ຄົວ, ຊຸມ​ຊົນ, ແລະ ແມ່ນ​ແຕ່​ປະ​ເທດ​ຊາດ.

ມີ​ໄພ​ວິ​ບັດ​ອີກ​ຢ່າງ​ທີ່​ແຜ່​ກະ​ຈາຍ​ໄປ​ທົ່ວ​ໂລກ: ການ​ໂຈມ​ຕີ​ເສ​ລີ​ພາບ​ທາງ​ສາດ​ສະ​ໜາ​ຂອງ​ທ່ານ ແລະ ຂ້າ​ພະ​ເຈົ້າ. ຄວາມ​ຮູ້​ສຶກ​ທີ່​ເພີ່ມ​ຂຶ້ນນີ້ ສະ​ແຫວງ​ຫາ​ທີ່​ຈະ​ກຳ​ຈັດ​ສາດ​ສະ​ໜາ ແລະ ສັດ​ທາ​ໃນ​ພຣະ​ເຈົ້າ ຈາກ​ທີ່​ສາ​ທາ​ລະ​ນະ, ໂຮງ​ຮຽນ, ມາດ​ຕະ​ຖານ​ຂອງ​ຊຸມ​ຊົນ, ແລະ ສຸນ​ທອນ​ພົດ​ຂອງ​ພົນ​ລະ​ເມືອງ. ຝ່າຍ​ກົງ​ກັນ​ຂ້າມ​ຂອງ​ເສ​ລີ​ພາບ​ທາງ​ສາດ​ສະ​ໜາ​ພະ​ຍາ​ຍາມ​ກຳ​ນົດ​ຂໍ້​ຈຳ​ກັດ​ໃນ​ການ​ສະ​ແດງ​ອອກ​ເຖິງ​ຄວາມ​ເຊື່ອ​ໝັ້ນ​ທີ່​ຈິງ​ໃຈ. ພວກ​ເຂົາ​ຍັງ​ວິ​ຈານ ແລະ ເຍາະ​ເຍີ້ຍ​ປະ​ເພ​ນີ​ຄວາມ​ເຊື່ອ​ນຳ​ອີກ.

ທັດ​ສະ​ນະ​ຄະ​ຕິ​ເຊັ່ນ​ນັ້ນ​ເຮັດ​ໃຫ້​ຜູ້​ຄົນ​ບໍ່​ສຳ​ຄັນ, ລົດ​ຄຸນ​ຄ່າ​ຫລັກ​ທຳ​ສ່ວນ​ຕົວ, ຄວາມ​ຍຸດ​ຕິ​ທຳ, ຄວາມ​ເຄົາ​ລົບ, ທາງວິນ​ຍານ, ແລະ ຄວາມ​ສະ​ຫງົບ​ທາງ​ຈິດ​ສຳ​ນຶກ.

ເສ​ລີ​ພາບ​ທາງ​ສາດ​ສະ​ໜາ​ຄື​ຫຍັງ?

ມັນ​ແມ່ນ​ເສ​ລີ​ພາບ​ໃນ​ການ​ນະ​ມັດ​ສະ​ການ ໃນ​ທຸກ​ຮູບ​ແບບ: ເສ​ລີ​ພາບ​ໃນ​ການ​ຊຸມ​ນຸມ, ເສ​ລີ​ພາບ​ໃນ​ການ​ເວົ້າ, ເສ​ລີ​ພາບ​ໃນ​ການ​ປະ​ຕິ​ບັດ​ຕາມ​ຄວາມ​ເຊື່ອ​ສ່ວນ​ຕົວ, ແລະ ເສ​ລີ​ພາບ​ສຳ​ລັບ​ຜູ້​ອື່ນ​ທີ່​ຈະ​ເຮັດ​ເຊັ່ນ​ດຽວ​ກັນ. ເສ​ລີ​ພາບ​ທາງ​ສາດ​ສະ​ໜາ​ອະ​ນຸ​ຍາດ​ໃຫ້​ເຮົາ​ແຕ່​ລະ​ຄົນ​ຕັດ​ສິນ​ໃຈ​ດ້ວຍ​ຕົວ​ເອງ​ວ່າ ເຮົາ​ຢາກ​ເຊື່ອ​ຫຍັງ, ເຮົາ​ຢາກ​ດຳ​ລົງ​ຊີ​ວິດ ແລະ ກະ​ທຳ​ແນວ​ໃດ​ຕາມ​ສັດ​ທາ​ຂອງ​ເຮົາ, ແລະ ພຣະ​ເຈົ້າ​ຄາດ​ຫວັງ​ສິ່ງ​ໃດ​ຈາກ​ເຮົາ.

ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ສະ​ກັດ​ກັ້ນ​ເສ​ລີ​ພາບ​ທາງ​ສາດ​ສະ​ໜາ​ເຊັ່ນ​ນັ້ນ ບໍ່​ແມ່ນ​ເລື່ອງ​ໃໝ່. ຕະ​ຫລອດ​ທົ່ວ​ປະ​ຫວັດ​ສາດ, ຜູ້​ທີ່​ມີ​ສັດ​ທາ​ໄດ້​ຮັບ​ຄວາມ​ທຸກ​ທໍ​ລະ​ມານ​ຢ່າງ​ໜັກ​ດ້ວຍ​ນ້ຳ​ມື​ຂອງ​ຄົນ​ອື່ນ. ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ກໍ​ບໍ່​ແຕກ​ຕ່າງ.

ຕັ້ງ​ແຕ່​ຕົ້ນ, ຫລາຍ​ຄົນ​ທີ່​ສະ​ແຫວງ​ຫາ​ພຣະ​ເຈົ້າ​ໄດ້​ຖືກ​ດຶງ​ດູດ​ມາ​ຫາ​ສາດ​ສະ​ໜາ​ຈັກ​ນີ້ ຍ້ອນ​ຄຳ​ສອນ​ເຖິງ​ຫລັກ​ທຳ​ຈາກ​ສະ​ຫວັນ, ລວມ​ທັງ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ການ​ກັບ​ໃຈ, ແຜນ​ແຫ່ງ​ຄວາມ​ສຸກ, ແລະ ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ.

ການ​ຕໍ່​ຕ້ານ, ການ​ຂົ່ມ​ເຫັງ, ແລະ ຄວາມ​ຮຸນ​ແຮງ ໄດ້​ລົບ​ກວນ​ໂຈ​ເຊັບ ສະ​ມິດ ສາດ​ສະ​ດາ​ຄົນ​ທຳ​ອິດ​ຂອງ​ພວກ​ເຮົາ ແລະ ຜູ້​ຕິດ​ຕາມ​ເພິ່ນ.

ທ່າມ​ກາງ​ຄວາມ​ວຸ້ນ​ວາຍ​ໃນ​ປີ 1842, ໂຈ​ເຊັບ​ໄດ້​ຈັດ​ພິມ​ຫລັກ​ຄຳ​ສອນ​ພື້ນ​ຖານ 13 ຂໍ້ ຂອງ​ສາດ​ສະ​ໜາ​ຈັກ​ທີ່​ກຳ​ລັງ​ເຕີບ​ໂຕ, ລວມ​ທັງ​ຂໍ້​ນີ້: “ພວກ​ເຮົາ​ເຊື່ອ​ຖື​ສິດ​ທິ​ແຫ່ງ​ການ​ນະ​ມັດ​ສະ​ການ​ພຣະ​ເຈົ້າ ຜູ້​ມີ​ລິດ​ທາ​ນຸ​ພາບ​ຕາມ​ການ​ບອກ​ຂອງ​ຄວາມ​ຮູ້​ສຶກ​ຜິດ ຫລື ຖືກ​ຂອງ​ເຮົາ​ເອງ ແລະ ຍອມ​ໃຫ້​ຄົນ​ທັງ​ປວງ​ມີ​ສິດ​ທິ​ເຊັ່ນ​ດຽວ​ກັນ ໃຫ້​ເຂົາ​ນະ​ມັດ​ສະ​ການ​ຢ່າງ​ໃດ, ທີ່​ໃດ, ຫລື ສິ່ງ​ໃດ​ທີ່​ເຂົາ​ຈະ​ນະ​ມັດ​ສະ​ການ.”4

ຄຳ​ຖະ​ແຫລງ​ຂອງ​ເພິ່ນ​ແມ່ນ​ລວມ​ທັງ​ທຸກ​ຄົນ, ເປັນ​ອິດ​ສະ​ລະ, ແລະ ເຄົາ​ລົບ. ນີ້​ແມ່ນ​ສິ່ງ​ສຳ​ຄັນ​ຂອງ​ເສ​ລີ​ພາບ​ທາງ​ສາດ​ສະ​ໜາ.

ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ກໍ​ຍັງ​ໄດ້​ກ່າວ​ວ່າ:

“ຂ້າ​ພະ​ເຈົ້າ​ກ້າ​ປະ​ກາດ​ຕໍ່​ສະ​ຫວັນ​ວ່າ ຂ້າ​ພະ​ເຈົ້າ​ພ້ອມ​ຈະ​ຕາຍ​ເພື່ອ​ປົກ​ປ້ອງ​ສິດ​ທິ​ຂອງ ແພຣສ໌​ບາຍ​ເທ​ຣຽນ, ບັບ​ຕິດ, ຫລື ຄົນ​ດີ​ໃນ​ທຸກ​ນິ​ກາຍ​ອື່ນໆ ເຊັ່ນ​ດຽວ​ກັນ; ເພາະ​ຫລັກ​ທຳ​ດຽວ​ກັນ​ນັ້ນ ທີ່​ຢຽບ​ຍ່ຳ​ສິດ​ທິ​ຂອງ … ໄພ່​ພົນ ຈະ​ຢຽບ​ຍ່ຳ​ສິດ​ທິ​ຂອງ ໂຣ​ມັນ ກາ​ໂຕ​ລິກ, ຫລື ຂອງ​ນິ​ກາຍ​ອື່ນໆ ຊຶ່ງ​ອາດ​ບໍ່​ເປັນ​ທີ່​ນິ​ຍົມ​ຊົມ​ຊອບ ແລະ ອ່ອນ​ແອ​ເກີນ​ກວ່າ​ຈະ​ປົກ​ປ້ອງ​ຕົນ​ເອງ​ໄດ້.

“ຄວາມ​ຮັກ​ເສ​ລີ​ພາບ​ນັ້ນ​ເອງ [ທີ່] ສ້າງ​ແຮງ​ບັນ​ດານ​ໃຈ​ໃຫ້​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ—ເສ​ລີ​ພາບ​ຂອງ​ພົນ​ລະ​ເມືອງ ແລະ ສາດ​ສະ​ໜາ​ຕໍ່​ເຜົ່າ​ພັນ​ມະ​ນຸດ​ທັງ​ປວງ.”5

ເຖິງ​ປານ​ນັ້ນ, ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ລຸ້ນ​ທຳ​ອິດ​ຍັງ​ໄດ້​ຖືກ​ໂຈມ​ຕີ ແລະ ຖືກ​ຂັບ​ໄລ່​ໄປ​ຫລາຍ​ພັນ​ກິ​ໂລ​ແມັດ, ຈາກ​ລັດ​ນິວ​ຢອກ ເຖິງ ລັດ​ໂອ​ໄຮ​ໂອ ເຖິງ ລັດ​ມີ​ເຊີ​ຣີ, ເນື່ອງ​ຈາກ​ເຈົ້າ​ລັດ​ໄດ້​ອອກ​ຄຳ​ສັ່ງ​ວ່າ ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ “ຕ້ອງ​ຖືກ​ນັບ​ວ່າ​ເປັນ​ສັດ​ຕູ ແລະ ຕ້ອງ​ຖືກ​ກຳ​ຈັດ ຫລື ຖືກ​ຂັບ​ໄລ່​ອອກ​ຈາກ​ລັດ.”6 ເຂົາ​ເຈົ້າ​ໄດ້​ໜີ​ໄປ​ຫາ​ລັດ​ອິ​ລິ​ນອຍ, ແຕ່​ຍັງ​ຖືກ​ທາ​ລຸນ​ຢູ່. ກຸ່ມ​ອັນ​ຕະ​ພານ​ໄດ້​ຂ້າ​ສາດ​ສະ​ດາ​ໂຈ​ເຊັບ, ຄິດ​ວ່າ​ການ​ຂ້າ​ເພິ່ນ​ຈະ​ທຳ​ລາຍ​ສາດ​ສະ​ໜາ​ຈັກ ແລະ ກະ​ຈັດ​ກະ​ຈາຍ​ຜູ້​ທີ່​ເຊື່ອ. ແຕ່​ຜູ້​ທີ່​ເຊື່ອ​ຍັງ​ຍຶດ​ໝັ້ນ. ບຣິ​ກຳ ຢັງ ຜູ້​ຂຶ້ນ​ແທນ​ໂຈ​ເຊັບ ໄດ້​ນຳ​ພາ​ຫລາຍ​ພັນ​ຄົນ​ອົບ​ພະ​ຍົບ​ໄປ​ທາງ​ພາກ​ຕາ​ເວັນ​ຕົກ ໄກ 1,300 ໄມ (2,100 ກມ) ໄປ​ຫາ​ບ່ອນ​ທີ່​ປະ​ຈຸ​ບັນ​ນີ້​ເອີ້ນ​ວ່າ​ລັດ​ຢູ​ທາ.7 ບັນ​ພະ​ບຸ​ລຸດ​ຂອງ​ຂ້າ​ພະ​ເຈົ້າ​ເອງ​ກໍ​ຢູ່​ໃນ​ບັນ​ດາ​ຜູ້​ບຸກ​ເບີກ​ລຸ້ນ​ທຳ​ອິດ​ທີ່​ມາ​ຕັ້ງ​ຖິ່ນ​ຖານ.

ຈາກ​ວັນ​ເວ​ລາ​ຂອງ​ການ​ຂົ່ມ​ເຫັງ​ຢ່າງ​ຮຸນ​ແຮງ​ເຫລົ່າ​ນັ້ນ, ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ໄດ້​ເຕີບ​ໂຕ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ມີ​ສະ​ມາ​ຊິກ​ເກືອບ​ເຖິງ 17 ລ້ານ​ຄົນ, ຊຶ່ງ​ຫລາຍ​ກວ່າ​ເຄິ່ງ​ໜຶ່ງ ອາ​ໄສ​ຢູ່ນອກ​ສະ​ຫະ​ລັດ.8

ໃນ​ເດືອນ​ເມ​ສາ ປີ 2020 ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ໄດ້​ສະ​ເຫລີມ​ສະ​ຫລອງ​ວັນ​ຄົບ​ຮອບ 200 ປີ ຂອງ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ ດ້ວຍ​ການ​ປະ​ກາດ​ຕໍ່​ໂລກ, ຊຶ່ງ​ຕຽມ​ໂດຍ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ. ມັນ​ເລີ່ມ​ຕົ້ນ​ດ້ວຍ, “ພວກ​ເຮົາ​ປະ​ກາດ​ຢ່າງ​ໜັກ​ແໜ້ນ​ວ່າ ພຣະ​ເຈົ້າ​ຮັກ​ລູກໆ​ຂອງ​ພຣະ​ອົງ ໃນ​ທຸກ​ປະ​ຊາ​ຊາດ​ຂອງ​ໂລກ.”9

ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ພວກ​ເຮົາ, ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ​ຕື່ມ​ວ່າ:

“ພວກ​ເຮົາ​ເຊື່ອ​ໃນ​ເສ​ລີ​ພາບ, ຄວາມ​ເມດ​ຕາ, ແລະ ຄວາມ​ຍຸດ​ຕິ​ທຳ​ສຳ​ລັບ​ລູກໆ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ.

“ເຮົາ​ທຸກ​ຄົນ​ເປັນ​ອ້າຍ​ເອື້ອຍ​ນ້ອງ​ກັນ, ແຕ່​ລະ​ຄົນ​ເປັນ​ລູກ​ຂອງ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ໃນ​ສະ​ຫວັນ​ທີ່​ຊົງ​ຮັກ. ພຣະ​ບຸດ​ຂອງ​ພຣະ​ອົງ, ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ມາ​ຫາ​ພຣະ​ອົງ, ‘ດຳ ແລະ ຂາວ, ຂ້າ​ທາດ ແລະ ເປັນ​ອິດ​ສະ​ລະ, ຊາຍ ແລະ ຍິງ’ (2 ນີ​ໄຟ 26:33).”10

ໃຫ້​ທ່ານ​ພິ​ຈາ​ລະ​ນາ​ກັບ​ຂ້າ​ພະ​ເຈົ້າ​ໃນ​ສີ່​ຢ່າງ​ທີ່​ສັງ​ຄົມ ແລະ ບຸກ​ຄົນ​ໄດ້​ຮັບ​ປະ​ໂຫຍດ​ຈາກ​ເສ​ລີ​ພາບ​ທາງ​ສາດ​ສະ​ໜາ.

ໜຶ່ງ. ເສ​ລີ​ພາບ​ທາງ​ສາດ​ສະ​ໜາ​ໃຫ້​ກຽດ​ແກ່​ພຣະ​ບັນ​ຍັດ​ຂໍ້​ທີ​ໜຶ່ງ ແລະ ທີ​ສອງ, ໃຫ້​ພຣະ​ເຈົ້າ​ເປັນ​ສູນ​ກາງ​ໃນ​ຊີ​ວິດ​ຂອງ​ເຮົາ. ເຮົາ​ອ່ານ​ໃນ​ມັດ​ທາຍ​ວ່າ:

“ຈົ່ງ​ຮັກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຈົ້າ​ດ້ວຍ​ສຸດ​ໃຈ, ດ້ວຍ​ສຸດ​ຈິດ, ແລະ ດ້ວຍ​ສຸດ​ຄວາມ​ຄິດ​ຂອງ​ເຈົ້າ.”11

“ຂໍ້​ທີ​ສອງ​ກໍ​ເໝືອນ​ກັນ​ຄື, ຈົ່ງ​ຮັກ​ເພື່ອນ​ບ້ານ​ເໝືອນ​ຮັກ​ຕົນ​ເອງ.”12

ບໍ່​ວ່າ​ຢູ່​ໃນ​ຕຶກ​ໂບດ, ທຳ​ມະ​ສາ​ລາ, ໂບດ​ມຸດ​ສະ​ລິມ, ຫລື ຕູບ​ມຸງ​ສັງ​ກະ​ສີ, ສາ​ນຸ​ສິດ​ຂອງ​ພຣະ​ຄຣິດ ແລະ ຜູ້​ເຊື່ອ​ທີ່​ມີ​ໃຈ​ດຽວ​ກັນ ສາ​ມາດ​ສະ​ແດງ​ຄວາມ​ອຸ​ທິດ​ຕົນ​ຕໍ່​ພຣະ​ເຈົ້າ​ໄດ້ ໂດຍ​ການ​ນະ​ມັດ​ສະ​ການ​ພຣະ​ອົງ ແລະ ເຕັມ​ໃຈ​ທີ່​ຈະ​ຮັບ​ໃຊ້​ລູກໆ​ຂອງ​ພຣະ​ອົງ.

ພຣະ​ເຢ​ຊູ​ຄຣິດ​ເປັນ​ຕົວ​ຢ່າງ​ທີ່​ສົມ​ບູນ​ແບບ​ຂອງ​ຄວາມ​ຮັກ ແລະ ການ​ຮັບ​ໃຊ້​ເຊັ່ນ​ນັ້ນ. ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ, ພຣະ​ອົງ​ໄດ້​ດູ​ແລ​ຄົນ​ຍາກ​ຈົນ,13 ປິ່ນ​ປົວ​ຄົນ​ເຈັບ​ປ່ວຍ14 ແລະ ຄົນ​ຕາ​ບອດ.15 ພຣະ​ອົງ​ໄດ້​ລ້ຽງ​ເຂົ້າ​ຄົນ​ຫິວ​ໂຫຍ,16 ໄດ້​ໂອບ​ກອດ​ເດັກ​ນ້ອຍ,17 ແລະ ໄດ້​ໃຫ້​ອະ​ໄພ​ຜູ້​ທີ່​ເຮັດ​ຜິດ​ຕໍ່​ພຣະ​ອົງ, ແມ່ນ​ແຕ່​ຜູ້​ຄຶງ​ພຣະ​ອົງ.18

ພຣະ​ຄຳ​ພີ​ບັນ​ຍາຍ​ວ່າ ພຣະ​ເຢ​ຊູ “ໄດ້​ໄປ​ທຸກ​ຫົນ​ທຸກ​ແຫ່ງ ເຮັດ​ຄຸນ​ງາມ​ຄວາມ​ດີ.”19 ເຮົາ​ກໍ​ຕ້ອງ​ເຮັດ​ເຊັ່ນ​ກັນ.

ສອງ. ເສ​ລີ​ພາບ​ທາງ​ສາດ​ສະ​ໜາ​ສົ່ງ​ເສີມ​ການ​ສະ​ແດງ​ອອກ​ເລື່ອງ​ຄວາມ​ເຊື່ອ, ຄວາມ​ຫວັງ, ແລະ ຄວາມ​ສະ​ຫງົບ​ສຸກ.

ໃນ​ຖາ​ນະ​ສາດ​ສະ​ໜາ​ຈັກ, ເຮົາ​ຮ່ວມ​ມື​ກັບ​ສາດ​ສະ​ໜາ​ອື່ນໆ​ເພື່ອ​ປົກ​ປ້ອງ​ຜູ້​ຄົນ​ໃນ​ທຸກ​ສາດ​ສະ​ໜາ ແລະ ປົກ​ປ້ອງ​ການ​ຊັກ​ຊວນ ແລະ ສິດ​ທິ​ຂອງ​ພວກ​ເຂົາ​ທີ່​ຈະ​ກ່າວ​ເຖິງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ພວກ​ເຂົາ. ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ ເຮົາ​ຮັບ​ຮູ້​ຄວາມ​ເຊື່ອ​ຂອງ​ພວກ​ເຂົາ, ຫລື ພວກ​ເຂົາ​ກໍ​ເຊັ່ນ​ກັນ, ແຕ່​ເຮົາ​ມີ​ຫລາຍ​ສິ່ງ​ທີ່​ຄື​ກັນ ຫລາຍ​ກວ່າ​ຜູ້​ທີ່​ພະ​ຍາ​ຍາມ​ປິດ​ປາກ​ເຮົາ.

ເມື່ອບໍ່​ດົນ​ມານີ້ ຂ້າ​ພະ​ເຈົ້າ​ໄດ້​ເປັນ​ຕົວ​ແທນ​ໃຫ້​ແກ່​ສາດ​ສະ​ໜາ​ຈັກ ຢູ່​ທີ່​ງານ G20 Interfaith Forum ໃນ​ປະ​ເທດ​ອີ​ຕາ​ລີ. ຂ້າ​ພະ​ເຈົ້າ​ໄດ້​ຮັບ​ກຳ​ລັງ​ໃຈ, ແມ່ນ​ແຕ່​ຕື່ນ​ຕົວ, ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ​ຝ່າຍ​ລັດ​ຖະ​ບານ ແລະ ຜູ້​ນຳ​ສາດ​ສະ​ໜາ​ຈາກ​ທົ່ວ​ໂລກ. ຂ້າ​ພະ​ເຈົ້າ​ຮູ້​ວ່າ ບາດ​ແຜ ແລະ ຄວາມ​ແຕກ​ຕ່າງ​ສາ​ມາດ​ແກ້​ໄຂ ແລະ ແມ່ນ​ແຕ່​ປິ່ນ​ປົວ ເມື່ອ​ເຮົາ​ໃຫ້​ກຽດ​ແກ່​ພຣະ​ເຈົ້າ, ພຣະ​ບິ​ດາ​ຂອງ​ເຮົາ​ທຸກ​ຄົນ, ແລະ ພຣະ​ເຢ​ຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ອົງ. ພຣະ​ຜູ້​ປິ່ນ​ປົວ​ທີ່​ຍິ່ງ​ໃຫຍ່​ຂອງ​ທຸກ​ຄົນ​ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ.

ຂ້າ​ພະ​ເຈົ້າ​ມີ​ຊ່ວງ​ເວ​ລາ​ທີ່​ໜ້າ​ສົນ​ໃຈ ຂະ​ນະ​ທີ່​ປິດ​ຄຳ​ປາ​ໄສ​ຂອງ​ຂ້າ​ພະ​ເຈົ້າ. ຜູ້​ກ່າວ​ທັງ​ເຈັດ​ທ່ານ​ກ່ອນ​ໜ້າ​ນັ້ນ ບໍ່​ໄດ້​ປິດ​ໃນ​ລັກ​ສະ​ນະ​ຂອງ​ປະ​ເພ​ນີ​ຄວາມ​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ເຈົ້າ. ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ກ່າວ, ຂ້າ​ພະ​ເຈົ້າ​ໄດ້​ຄິດ​ວ່າ, “ເຮົາ​ພຽງ​ແຕ່​ກ່າວ​ຂອບ​ໃຈ ແລະ ນັ່ງ​ລົງ​ເທົ່າ​ນັ້ນ​ບໍ, ຫລື ເຮົາ​ຄວນ​ປິດ​ດ້ວຍ​ຄຳ​ວ່າ ‘ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ’?” ຂ້າ​ພະ​ເຈົ້າ​ຈື່​ໄດ້​ວ່າ ຂ້າ​ພະ​ເຈົ້າ​ເປັນ​ໃຜ, ແລະ ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຢາກ​ໃຫ້​ຂ້າ​ພະ​ເຈົ້າ​ກ່າວ​ພຣະ​ນາມ​ຂອງ​ພຣະ​ອົງ ໃນ​ທ້າຍ​ຂ່າວ​ສານ​ຂອງ​ຂ້າ​ພະ​ເຈົ້າ. ສະ​ນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ເຮັດ. ເມື່ອ​ຄິດ​ຄືນ​ຫລັງ, ມັນ​ເປັນ​ໂອ​ກາດ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ຈະ​ສະ​ແດງ​ຄວາມ​ເຊື່ອ​ຂອງ​ຂ້າ​ພະ​ເຈົ້າ, ແລະ ຂ້າ​ພະ​ເຈົ້າ​ມີ​ເສ​ລີ​ພາບ​ທາງ​ສາດ​ສະ​ໜາ​ທີ່​ຈະ​ກ່າວ​ເປັນ​ພະ​ຍານ​ເຖິງ​ພຣະ​ນາມ​ທີ່​ສັກ​ສິດ​ຂອງ​ພຣະ​ອົງ.

ສາມ. ສາດ​ສະ​ໜາ​ດົນ​ໃຈ​ຜູ້​ຄົນ​ໃຫ້​ຊ່ວຍ​ເຫລືອ​ກັນ.

ເມື່ອ​ສາດ​ສະ​ໜາ​ໄດ້​ຮັບ​ພື້ນ​ທີ່ ແລະ ອິດ​ສະ​ລະ​ເພື່ອ​ຈະ​ເລີນ​ຮຸ່ງ​ເຮືອງ, ຜູ້​ທີ່​ເຊື່ອ​ຈະ​ເຮັດ​ການ​ຮັບ​ໃຊ້​ທີ່​ລຽບ​ງ່າຍ ແລະ ບາງ​ຄັ້ງ​ຢ່າງ​ກ້າ​ຫານ. ວະ​ລີ​ໜຶ່ງ​ຂອງ​ຊາວ​ຢິວ​ສະ​ໄໝ​ບູ​ຮານ “tikkun olam,” ໝາຍ​ເຖິງ “ເພື່ອ​ສ້ອມ​ແປງ ຫລື ເພື່ອ​ປິ່ນ​ປົວ​ໂລກ,” ໄດ້​ສະ​ທ້ອນ​ໃຫ້​ເຫັນ​ໃນ​ທຸກວັນ​ນີ້ ເຖິງ​ຄວາມ​ພະ​ຍາ​ຍາມ​ຂອງ​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ. ເຮົາ​ໄດ້​ຮ່ວມ​ມື​ກັບ​ອົງ​ການ​ກຸ​ສົນ​ກາ​ໂຕ​ລິກ, ທີ່​ເອີ້ນ​ວ່າ Caritas Internationalis; Islamic Relief, ແລະ ອົງ​ການ​ຕ່າງໆ​ຂອງ​ຊາວ​ຢິວ, ຊາວ​ຮິນ​ດູ, ຊາວ​ພຸດ, ຊາວ​ຊິກ, ແລະ ຊາວ​ຄຣິດ ເຊັ່ນ Salvation Army ແລະ National Christian Foundation. ຮ່ວມ​ກັນ ພວກ​ເຮົາ​ໄດ້​ຊ່ວຍ​ເຫລືອ​ຄົນ​ຍາກ​ຈົນ​ຫລາຍ​ລ້ານ​ຄົນ, ເມື່ອ​ບໍ່​ດົນ​ມາ​ນີ້ ໄດ້​ຊ່ວຍ​ເຫລືອ​ຊາວ​ອົບ​ພະ​ຍົບ​ຫລົບ​ໄພ​ໂດຍ​ການ​ບໍ​ລິ​ຈາກ​ຜ້າ​ເຕັ້ນ, ຖົງ​ນອນ, ແລະ ສະ​ບຽງ​ອາ​ຫານ,20 ແລະ ການ​ບໍ​ລິ​ຈາກ​ຢາ​ວັກ​ຊີນ, ລວມ​ທັງ​ໂປ​ລິ​ໂອ,21 ແລະ ໂຄ​ວິດ,22 ສິ່ງ​ທີ່​ກຳ​ລັງ​ເຮັດ​ຢູ່​ແມ່ນ​ມີ​ຫລາຍ, ແຕ່​ຄວາມ​ຕ້ອງ​ການ​ກໍ​ມີ​ຫລາຍ​ຄື​ກັນ.

ບໍ່​ຕ້ອງ​ສົງ​ໄສ, ຜູ້​ຄົນ​ທີ່​ມີ​ສັດ​ທາ, ທຳ​ງານ​ດ້ວຍ​ກັນ, ຈະ​ສາ​ມາດ​ເຮັດ​ສິ່ງ​ທີ່​ສຳ​ຄັນ​ໄດ້. ໃນ​ເວ​ລາ​ດຽວ​ກັນ, ການ​ຮັບ​ໃຊ້​ແບບ​ຕົວ​ຕໍ່​ຕົວ ມັກ​ຈະ​ບໍ່​ໄດ້​ຖືກ​ໂຄ​ສະ​ນາ ແຕ່​ປ່ຽນ​ຊີ​ວິດ​ຢ່າງ​ງຽບໆ.

ຂ້າ​ພະ​ເຈົ້າ​ນຶກ​ເຖິງ​ຕົວ​ຢ່າງ​ຢູ່​ໃນ​ລູ​ກາ ຕອນ​ພຣະ​ເຢ​ຊູ​ຄຣິດ​ເອື້ອມ​ໄປ​ຫາ​ແມ່​ໝ້າຍ​ຂອງ​ນາ​ອິນ. ພຣະ​ເຢ​ຊູ, ພ້ອມ​ດ້ວຍ​ຜູ້​ຕິດ​ຕາມ​ກຸ່ມ​ໜຶ່ງ, ໄດ້​ມາ​ເຖິງ​ຂະ​ບວນ​ແຫ່​ສົບ​ລູກ​ຊາຍ​ຄົນ​ດຽວ​ຂອງ​ແມ່​ໝ້າຍ. ປາດ​ສະ​ຈາກ​ລາວ, ນາງ​ຄົງ​ປະ​ສົບ​ກັບ​ຄວາມ​ພິ​ນາດ​ທາງ​ຈິດ​ໃຈ, ທາງ​ວິນ​ຍານ, ແລະ ແມ່ນ​ແຕ່​ທາງ​ການ​ເງິນ. ພຣະ​ເຢ​ຊູ, ໂດຍ​ທີ່​ເຫັນ​ນາງ​ເຕັມ​ດ້ວຍ​ນ້ຳ​ຕາ, ໄດ້​ກ່າວ​ວ່າ, “ຢ່າ​ຮ້ອງ​ໄຫ້​ເລີຍ.”23 ແລ້ວ​ພຣະ​ອົງ​ກໍ​ຫຍັບ​ເຂົ້າ​ໄປ​ໃກ້​ບາຍ​ຫີບ​ສົບ, ແລະ ພວກ​ທີ່​ຫາມ​ຫີບ​ກໍ​ຢຸດ​ຢືນ.

“ຊາຍ​ໜຸ່ມ​ເອີຍ,” ພຣະ​ອົງ​ບັນ​ຊາ, “ເຮົາ​ສັ່ງ​ເຈົ້າ, ຈົ່ງ​ລຸກ​ຂຶ້ນ.

“ແລ້ວ​ຄົນ​ທີ່​ຕາຍ​ນັ້ນ ກໍ​ລຸກ​ຂຶ້ນ​ນັ່ງ, ແລະ ໄດ້​ເລີ່ມ​ຕົ້ນ​ເວົ້າ. [ພຣະ​ເຢ​ຊູ] ຈຶ່ງມອບ​ຊາຍ​ຄົນ​ນັ້ນ​ໃຫ້​ແມ່​ຂອງ​ລາວ.”24

ການ​ນຳ​ຄົນ​ຕາຍ​ກັບ​ຄືນ​ມາ​ແມ່ນ​ປະ​ຕິ​ຫານ, ແຕ່​ທຸກ​ການ​ກະ​ທຳ​ດ້ວຍ​ຄວາມ​ເມດ​ຕາ ແລະ ຄວາມ​ຫ່ວງ​ໃຍ​ຕໍ່​ບາງ​ຄົນ​ທີ່​ກຳ​ລັງ​ດີ້ນ​ລົນ ເປັນ​ວິ​ທີ​ຂອງ​ພັນ​ທະ​ສັນ​ຍາ ທີ່​ເຮົາ​ແຕ່​ລະ​ຄົນ​ກໍ​ສາ​ມາດ “[ໄປ] ທຸກ​ຫົນ​ທຸກ​ແຫ່ງ ເຮັດ​ຄຸນ​ງາມ​ຄວາມ​ດີ,” ໂດຍ​ທີ່​ຮູ້​ວ່າ “ພຣະ​ເຈົ້າ [ຊົງ​ສະ​ຖິດ] ຢູ່​ກັບ [ເຮົາ].”25

ແລະ ສີ່. ເສ​ລີ​ພາບ​ທາງ​ສາດ​ສະ​ໜາ​ເປັນ​ພະ​ລັງ​ທີ່​ລວມ​ເຂົ້າ​ກັນ​ເປັນ​ໜຶ່ງ ເພື່ອ​ສ້າງ​ຄຸນ​ຄ່າ ແລະ ສິນ​ທຳ.

ໃນ​ພຣະ​ຄຳ​ພີ​ໃໝ່ ເຮົາ​ອ່ານ​ເລື່ອງ​ທີ່​ຫລາຍ​ຄົນ​ໄດ້​ໜີ​ຈາກ​ພຣະ​ເຢ​ຊູ​ຄຣິດ, ເວົ້າ​ຈົ່ມ​ກ່ຽວ​ກັບ​ຄຳ​ສອນ​ຂອງ​ພຣະ​ອົງ, “ຄຳ​ເວົ້າ​ນີ້​ຮຸນ​ແຮງ​ໂພດ; ຜູ້​ໃດ​ຈະ​ເຂົ້າ​ໃຈ​ໄດ້?”26

ທຸກ​ວັນ​ນີ້​ຄຳ​ເວົ້າ​ນັ້ນ​ຍັງ​ໄດ້​ຍິນ​ຈາກ​ຜູ້​ທີ່​ສະ​ແຫວງ​ຫາ​ທີ່​ຈະ​ຂັບ​ໄລ່​ສາດ​ສະ​ໜາ ຈາກ​ການ​ປ່າວ​ປະ​ກາດ ແລະ ການ​ມີ​ອິດ​ທິ​ພົນ. ຖ້າ​ບໍ່​ມີ​ສາດ​ສະ​ໜາ​ມາ​ຊ່ວຍ​ສ້າງ​ອຸ​ປະ​ນິ​ໄສ ແລະ ໄກ່​ເກ່ຍ​ໃນ​ຍາມ​ລຳ​ບາກ, ແລ້ວ​ໃຜ​ຈະ​ເປັນ​ຜູ້​ເຮັດ? ໃຜ​ຈະ​ສິດ​ສອນ​ຄວາມ​ຊື່​ສັດ, ຄວາມ​ກະ​ຕັນ​ຍູ, ແລະ ຄວາມ​ອົດ​ທົນ? ໃຜ​ຈະ​ສະ​ແດງ​ຄວາມ​ໃຈ​ບຸນ, ຄວາມ​ເຫັນ​ອົກ​ເຫັນ​ໃຈ, ແລະ ຄວາມ​ເມດ​ຕາ​ຕໍ່​ຜູ້​ທີ່​ຖືກ​ລືມ​ໄລ ແລະ ຜູ້​ທີ່​ຖືກ​ກົດ​ຂີ່? ໃຜ​ຈະ​ໂອບ​ກອດ​ຜູ້​ທີ່​ແຕກ​ຕ່າງ ແຕ່​ສົມ​ຄວນ​ໄດ້​ຮັບ, ເຊັ່ນ​ກັນ​ກັບ​ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ? ໃຜ​ຈະ​ເປີດ​ອ້ອມ​ແຂນ​ຕໍ່​ຄົນ​ຂັດ​ສົນ ແລະ ບໍ່​ສະ​ແຫວງ​ຫາ​ການ​ຕອບ​ແທນ? ໃຜ​ຈະ​ເຄົາ​ລົບ​ຄວາມ​ສະ​ຫງົບ​ສຸກ ແລະ ເຊື່ອ​ຟັງ​ກົດ​ໝາຍ ຫລາຍ​ກວ່າ​ກະ​ແສ​ຂອງ​ທຸກ​ວັນ​ນີ້? ໃຜ​ຈະ​ຕອບ​ຮັບ​ຄຳ​ອ້ອນ​ວອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ວ່າ “ທ່ານ​ຈົ່ງ​ໄປ​ເຮັດ​ຢ່າງ​ນັ້ນ​ເໝືອນ​ກັນ”?27

ພວກ​ເຮົາ​ນັ້ນ​ເອງ! ແມ່ນ​ແລ້ວ, ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ພວກ​ເຮົາ​ນັ້ນ​ເອງ.

ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ສະ​ໜັບ​ສະ​ໜູນ​ອຸ​ດົມ​ການ​ຂອງ​ເສ​ລີ​ພາບ​ທາງ​ສາດ​ສະ​ໜາ. ມັນ​ເປັນ​ການ​ສະ​ແດງ​ອອກ​ເຖິງ​ຫລັກ​ທຳ​ແຫ່ງ​ອຳ​ເພີ​ໃຈ​ທີ່​ພຣະ​ເຈົ້າ​ໄດ້​ປະ​ທານ​ໃຫ້.

ເສ​ລີ​ພາບ​ທາງ​ສາດ​ສະ​ໜາ​ນຳ​ຄວາມ​ສົມ​ດູນ​ມາ​ສູ່​ປັດ​ຊະ​ຍາ​ທີ່​ແຂ່ງ​ຂັນ​ກັນ. ຄວາມ​ດີ​ຂອງ​ສາດ​ສະ​ໜາ, ການ​ເຂົ້າ​ເຖິງ​ຂອງ​ມັນ, ແລະ ການ​ກະ​ທຳ​ດ້ວຍ​ຄວາມ​ຮັກ​ແຕ່​ລະ​ວັນ ທີ່​ສາດ​ສະ​ໜາ​ດົນ​ໃຈ ຈະ​ເພີ່ມ​ທະ​ວີ​ຂຶ້ນ​ພຽງ​ແຕ່​ເມື່ອ​ເຮົາ​ປົກ​ປ້ອງ​ເສ​ລີ​ພາບ​ທີ່​ຈະ​ກ່າວ ແລະ ກະ​ທຳ ຕາມ​ຫລັກ​ຄວາມ​ເຊື່ອ​ເທົ່າ​ນັ້ນ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ເປັນ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ພຣະ​ເຈົ້າ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຢ​ຊູ​ຄຣິດ​ເປັນ​ຜູ້​ນຳ​ພາ ແລະ ຊີ້​ນຳ​ສາດ​ສະ​ໜາ​ຈັກ​ນີ້. ພຣະ​ອົງ​ໄດ້​ຊົດ​ໃຊ້​ແທນ​ບາບ​ຂອງ​ເຮົາ, ໄດ້​ຖືກ​ຄຶງ​ຢູ່​ເທິງ​ໄມ້​ກາງ​ແຂນ, ແລະ ໄດ້​ຟື້ນ​ຄືນ​ພຣະ​ຊົນ​ໃນ​ມື້​ທີ​ສາມ.28 ເພາະ​ພຣະ​ອົງ, ເຮົາ​ຈຶ່ງ​ສາ​ມາດ​ມີ​ຊີ​ວິດ​ອີກ​ຕະ​ຫລອດ​ຊົ່ວ​ນິ​ລັນ​ດອນ; ແລະ ຜູ້​ທີ່​ມີ​ຄວາມ​ປາດ​ຖະ​ໜາ ຈະ​ໄດ້​ຢູ່​ກັບ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ໃນ​ສະ​ຫວັນ​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ຂໍ​ປະ​ກາດ​ຄວາມ​ຈິງ​ນີ້​ຕະ​ຫລອດ​ທົ່ວ​ໂລກ. ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ​ສຳ​ລັບ​ເສ​ລີ​ພາບ​ທີ່​ຈະ​ເຮັດ​ເຊັ່ນ​ນັ້ນ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.