ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຕໍ່​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2022


ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຕໍ່​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ

ການ​ປ່ຽນ​ໃຈ​ເຫລື້ອ​ໃສ​ຂອງ​ເຮົາ​ແມ່ນ​ລວມ​ທັງ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຈະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໃຫ້​ກັບ​ຊາວ​ໂລກ.

ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ​ຕໍ່​ການ​ເອີ້ນ​ທີ່​ມີ​ພະ​ລັງ​ຈາກ​ສາດ​ສະ​ດາ ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໃຫ້​ຮັບ​ໃຊ້​ເຜີຍ​ແຜ່ ແລະ ຕໍ່​ຂ່າວ​ສານ​ທີ່​ດົນ​ໃຈ​ເລື່ອງ​ການ​ເຜີຍ​ແຜ່​ຂອງ​ປະ​ທານ​ເອັມ ຣະ​ໂຊ ບາ​ເລີດ ແລະ ແອວ​ເດີ ມາ​ໂກສ໌ ເອ ເອ​ດູ​ຄາ​ອີ​ທິສ໌ ໃນ​ມື້​ນີ້.

ວຽກ​ງານ​ມອບ​ໝາຍ​ເລື່ອງ​ການ​ເຜີຍ​ແຜ່​ທີ່​ໃຫ້​ໄປ​ຍັງ​ປະ​ເທດ​ອັງ​ກິດ​ໃນ​ທ້າຍ​ປີ​ແລ້ວ​ນີ້ ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າ​ໄຕ່​ຕອງ​ເຖິງ​ເຫດ​ການ​ທາງ​ວິນ​ຍານ​ອັນ​ລ້ຳ​ຄ່າ ຊຶ່ງ​ເປັນ​ຮາກ​ຖານ​ໃຫ້​ກັບ​ການ​ຕັດ​ສິນ​ໃຈ​ໄປ​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ຂອງ​ຂ້າ​ພະ​ເຈົ້າ.1 ຕອນ​ຂ້າ​ພະ​ເຈົ້າ​ມີ​ອາ​ຍຸ​ໄດ້ 15 ປີ, ອ້າຍ​ສຸດ​ທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າ​ຊື່ ໂຈ ມີ​ອາ​ຍຸ​ໄດ້ 20 ປີ—ຊຶ່ງ​ເຖິງ​ກະ​ສຽນ​ທີ່​ສາ​ມາດ​ໄປ​ຮັບ​ໃຊ້​ເຜີຍ​ແຜ່​ໄດ້. ໃນ​ສະ​ຫະ​ລັດ, ເນື່ອງ​ຈາກ​ການ​ຂັດ​ແຍ້ງ​ໃນ​ເກົາ​ຫລີ, ໜ້ອຍ​ຄົນ​ທີ່​ຈະ​ຖືກ​ອະ​ນຸ​ຍາດ​ໃຫ້​ຮັບ​ໃຊ້. ພຽງ​ແຕ່​ໜຶ່ງ​ຄົນ​ເທົ່າ​ນັ້ນ​ທີ່​ສາ​ມາດ​ຖືກ​ເອີ້ນ​ຈາກ​ແຕ່​ລະ​ຫວອດ​ຕໍ່​ປີ.2 ມັນ​ເປັນ​ເລື່ອງ​ໜ້າ​ປະ​ຫລາດ​ໃຈ​ເມື່ອ​ອະ​ທິ​ການ​ໄດ້​ຂໍ​ໃຫ້​ອ້າຍ​ໂຈ​ສຳ​ຫລວດ​ເບິ່ງ​ຄວາມ​ເປັນ​ໄປ​ໄດ້​ນີ້​ກັບ​ພໍ່​ຂອງ​ພວກ​ເຮົາ. ໃນ​ເວ​ລາ​ນັ້ນ​ອ້າຍ​ໂຈ​ກຳ​ລັງ​ຕຽມ​ໃບ​ສະ​ໝັກ​ເຂົ້າ​ໂຮງ​ຮຽນ​ການ​ແພດ. ພໍ່​ຂອງ​ພວກ​ເຮົາ, ຜູ້​ຊຶ່ງບໍ່​ເຂັ້ມ​ແຂງ​ໃນ​ສາດ​ສະ​ໜາ​ຈັກ, ໄດ້​ຕຽມ​ເງິນ​ເພື່ອ​ຊ່ວຍ​ລາວ ແລະ ບໍ່​ເຫັນ​ດ້ວຍ​ກັບ​ອ້າຍ​ໂຈ​ທີ່​ຈະ​ໄປ​ເຜີຍ​ແຜ່. ພໍ່​ໄດ້​ແນະ​ນຳ​ໃຫ້​ອ້າຍ​ໂຈ​ໄປ​ຮຽນ​ແພດ​ດີ​ກວ່າ. ສິ່ງ​ນີ້​ເປັນ​ບັນ​ຫາ​ໃຫຍ່​ໃນ​ຄອບ​ຄົວ​ຂອງ​ພວກ​ເຮົາ.

ໃນ​ການ​ສົນ​ທະ​ນາ​ທີ່​ໜ້າ​ປະ​ຫລາດ​ໃຈ​ກັບ​ອ້າຍ​ທີ່​ສະ​ຫລາດ ແລະ ເປັນ​ຕົວ​ຢ່າງ​ຂອງ​ຂ້າ​ພະ​ເຈົ້າ, ພວກ​ເຮົາ​ໄດ້​ສະ​ຫລຸບ​ວ່າ ການ​ຕັດ​ສິນ​ໃຈ​ຂອງ​ລາວ​ທີ່​ຈະ​ຮັບ​ໃຊ້​ວຽກ​ງານ​ເຜີຍ​ແຜ່​ຫລື​ບໍ່ ແລະ ໂຈະ​ການ​ສຶກ​ສາ​ຂອງ​ລາວ​ໄວ້ ແມ່ນ​ຂຶ້ນ​ຢູ່​ກັບ​ຄຳ​ຖາມ​ສາມ​ຂໍ້: (1) ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ເຈົ້າ​ແທ້​ບໍ? (2) ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຫລື​ບໍ່? ແລະ (3) ໂຈ​ເຊັບ ສະ​ມິດ ເປັນ​ສາດ​ສະ​ດາ​ຂອງ​ການ​ຟື້ນ​ຟູ​ຫລື​ບໍ່? ຖ້າ​ຫາກ​ຄຳ​ຕອບ​ຕໍ່​ຄຳ​ຖາມ​ເຫລົ່າ​ນີ້​ຄື ແມ່ນ​ແລ້ວ, ກໍ​ແຈ້ງ​ຊັດ​ວ່າ ການ​ທີ່​ອ້າຍ​ໂຈ​ຈະ​ນຳ​ຂ່າວ​ປະ​ເສີດ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄປ​ໃຫ້​ຊາວ​ໂລກ ຈະ​ດີ​ກວ່າ​ການ​ໄດ້​ເປັນ​ໝໍ​ໄວ​ຕາມ​ເວ​ລາ.3

ຄືນ​ນັ້ນ​ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ຢ່າງ​ແຮງ​ກ້າ ແລະ ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ. ພຣະ​ວິນ​ຍານ, ດ້ວຍ​ວິ​ທີ​ການ​ທີ່​ມີ​ພະ​ລັງ​ຢ່າງ​ປະ​ຕິ​ເສດ​ບໍ່​ໄດ້, ໄດ້​ຢືນ​ຢັນ​ກັບ​ຂ້າ​ພະ​ເຈົ້າ​ວ່າ ຄຳ​ຕອບ​ຂອງ​ຄຳ​ຖາມ​ທັງ​ສາມ​ຂໍ້​ນັ້ນ​ຄື ແມ່ນ​ແລ້ວ. ນີ້​ເປັນ​ເຫດ​ການ​ທີ່​ສຳ​ຄັນ​ສຳ​ລັບ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ຮັບ​ຮູ້​ວ່າ ການ​ຕັດ​ສິນ​ໃຈ​ໃນ​ທຸກ​ເລື່ອງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ໄປ​ຕະ​ຫລອດ​ຊີ​ວິດ ຈະ​ໄດ້​ຮັບ​ອິດ​ທິ​ພົນ​ຈາກ​ຄວາມ​ຈິງ​ເຫລົ່າ​ນີ້. ຂ້າ​ພະ​ເຈົ້າ​ກໍ​ຮູ້​ອີກ​ວ່າ ຂ້າ​ພະ​ເຈົ້າ​ຈະ​ຮັບ​ໃຊ້​ເຜີຍ​ແຜ່​ຖ້າ​ຫາກ​ໄດ້​ຮັບ​ໂອ​ກາດ. ຕະ​ຫລອດ​ຊີ​ວິດ​ຂອງ​ການ​ຮັບ​ໃຊ້ ແລະ ປະ​ສົບ​ການ​ທາງ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ວ່າ ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ທີ່​ແທ້​ຈິງ ເປັນ​ຜົນ​ມາ​ຈາກ​ການ​ຍອມ​ຮັບ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ​ຢ່າງ​ມີ​ສະ​ຕິ ແລະ ວ່າ​ເຮົາ​ສາ​ມາດ​ຖືກ​ນຳ​ພາ​ໃນ​ທຸກ​ການ​ກະ​ທຳ​ຂອງ​ເຮົາ​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ຂ້າ​ພະ​ເຈົ້າ​ມີ​ປະ​ຈັກ​ພະ​ຍານ​ເຖິງ​ຄວາມ​ເປັນ​ພຣະ​ເຈົ້າ​ຂອງ​ພຣະ​ເຢ​ຊູ​ຄຣິດ ໃນ​ຖາ​ນະ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ. ຄືນ​ນັ້ນ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ປະ​ຈັກ​ພະ​ຍານ​ທາງ​ວິນ​ຍານ​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ4 ແລະ ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ.

ໂຈ​ເຊັບ ສະ​ມິດ ໄດ້​ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ຈະ​ເຂັ້ມ​ແຂງ​ຂຶ້ນ​ເມື່ອ​ທ່ານ​ຮູ້​ຢູ່​ໃນ​ໃຈ​ຜ່ານ​ທາງ​ການ​ອະ​ທິ​ຖານ​ຂອງ​ທ່ານ ວ່າ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ໃນ​ຊ່ວງ​ໄລ​ຍະ​ແປດ​ປີ​ຜ່ານ​ມານີ້ ວຽກ​ງານ​ມອບ​ໝາຍ​ຢ່າງ​ໜຶ່ງ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ຄື ທົບ​ທວນ ແລະ ອ່ານ​ການ​ຂຽນ ແລະ ເອ​ກະ​ສານ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ​ທັງ​ໝົດ​ຂອງ​ໂຈ​ເຊັບ ສະ​ມິດ ແລະ ການ​ຄົ້ນ​ຄວ້າ​ທີ່​ນຳ​ໄປ​ສູ່​ການ​ພິມ​ໜັງ​ສື Saints.5 ປະ​ຈັກ​ພະ​ຍານ ແລະ ການ​ຍົກ​ຍ້ອງ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ຕົວ​ສາດ​ສະ​ດາ ໂຈ​ເຊັບ ສະ​ມິດ ໄດ້​ເຂັ້ມ​ແຂງ ແລະ ເພີ່ມ​ພູນ​ຫລາຍ​ຂຶ້ນ ຫລັງ​ຈາກ​ທີ່​ໄດ້​ອ່ານ​ເລື່ອງ​ລາວ​ດົນ​ໃຈ​ກ່ຽວ​ກັບ​ຊີ​ວິດ​ຂອງ​ເພິ່ນ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ຖາ​ນະ​ສາດ​ສະ​ດາ ທີ່​ໄດ້​ຖືກ​ແຕ່ງ​ຕັ້ງ​ລ່ວງ​ໜ້າ.

ການ​ແປ​ພຣະ​ຄຳ​ພີ​ມໍ​ມອນ​ຂອງ​ໂຈ​ເຊັບ ໂດຍ​ຂອງ​ປະ​ທານ ແລະ ອຳ​ນາດ​ຂອງ​ພຣະ​ເຈົ້າ ເປັນ​ຮາກ​ຖານ​ຂອງ​ການ​ຟື້ນ​ຟູ.6 ພຣະ​ຄຳ​ພີ​ມໍ​ມອນ​ມີ​ຄວາມ​ສອດ​ຄ່ອງ​ພາຍ​ໃນ, ເປັນ​ການ​ຂຽນ​ຢ່າງ​ສວຍ​ງາມ, ແລະ ບັນ​ຈຸ​ຄຳ​ຕອບ​ສຳ​ລັບ​ຄຳ​ຖາມ​ທີ່​ສຳ​ຄັນ​ຂອງ​ຊີ​ວິດ. ມັນ​ເປັນ​ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ໂຈ​ເຊັບ ສະ​ມິດ ເປັນ​ຄົນ​ຊອບ​ທຳ, ເຕັມ​ປ່ຽມ​ດ້ວຍ​ສັດ​ທາ, ແລະ ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ການ​ນຳ​ພຣະ​ຄຳ​ພີ​ມໍ​ມອນ​ອອກ​ມາ.

ການ​ເປີດ​ເຜີຍ ແລະ ເຫດ​ການ​ທີ່​ບັນ​ທຶກ​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ ລະ​ບຸ​ຂໍ​ກະ​ແຈ, ພິ​ທີ​ການ, ແລະ ພັນ​ທະ​ສັນ​ຍາ​ທີ່​ຈຳ​ເປັນ​ສຳ​ລັບ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ. ມັນ​ບໍ່​ພຽງ​ແຕ່​ກຳ​ນົດ​ຄວາມ​ຈຳ​ເປັນ​ທີ່​ຕ້ອງ​ສະ​ຖາ​ປະ​ນາ​ສາດ​ສະ​ໜາ​ຈັກ​ເທົ່າ​ນັ້ນ ແຕ່​ຍັງ​ມີ​ຄຳ​ສອນ​ທີ່​ເລິກ​ເຊິ່ງ ທີ່​ຊ່ວຍ​ໃຫ້​ເຮົາ​ເຂົ້າ​ໃຈ​ຈຸດ​ປະ​ສົງ​ຂອງ​ຊີ​ວິດ ແລະ ໃຫ້​ມຸມ​ມອງ​ນິ​ລັນ​ດອນ​ແກ່​ເຮົາ​ນຳ​ອີກ.

ໜຶ່ງ​ໃນ​ຫລາຍໆ​ຕົວ​ຢ່າງ​ເຖິງ​ບົດ​ບາດ​ການ​ເປັນ​ສາດ​ສະ​ດາ​ຂອງ​ໂຈ​ເຊັບ ສະ​ມິດ ມີ​ຢູ່​ໃນ ພາກ​ທີ 76 ຂອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ. ມັນ​ເປັນ​ບັນ​ທຶກ​ທີ່​ແຈ່ມ​ແຈ້ງ​ກ່ຽວ​ກັບ​ພາບ​ນິ​ມິດ​ເຖິງ​ສະ​ຫວັນ, ລວມ​ທັງ​ອາ​ນາ​ຈັກ​ແຫ່ງ​ລັດ​ສະ​ໝີ​ພາບ​ຕ່າງໆ, ຊຶ່ງ​ເປັນ​ພອນ​ຢ່າງ​ຫລວງ​ຫລາຍ ທີ່​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ແລະ ຊິດ​ນີ ຣິກ​ດອນ ໄດ້​ຮັບ​ໃນ​ວັນ​ທີ 16 ເດືອນ​ກຸມ​ພາ, 1832. ໃນ​ເວ​ລາ​ນັ້ນ, ສາດ​ສະ​ໜາ​ຈັກ​ສ່ວນ​ໃຫຍ່​ກຳ​ລັງ​ສິດ​ສອນ​ວ່າ ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຈະ​ບໍ່​ຊ່ວຍ​ຄົນ​ສ່ວນ​ຫລາຍ​ໃຫ້​ລອດ. ຜູ້​ຄົນ​ເຊື່ອ​ກັນ​ວ່າ​ໜ້ອຍ​ຄົນ​ຈະ​ລອດ, ແລະ ຄົນ​ສ່ວນ​ຫລາຍ​ຈະ​ຕ້ອງ​ຕົກ​ນະ​ລົກ ແລະ ອັບ​ປະ​ໂຫຍດ, ລວມ​ທັງ​ການ​ຖືກ​ທໍ​ລະ​ມານ​ທີ່​ບໍ່​ມີ​ສິ້ນ​ສຸດ​ທີ່​ໜ້າ​ຢ້ານ​ກົວ​ທີ່​ສຸດ ແລະ ເກີນ​ກວ່າ​ຈະ​ພັນ​ລະ​ນາ​ໄດ້.7

ການ​ເປີດ​ເຜີຍ​ໃນ​ພາກ​ທີ 76 ໃຫ້​ພາບ​ນິ​ມິດ​ເຖິງ​ລະ​ດັບ​ຂອງ​ລັດ​ສະ​ໝີ​ພາບ ບ່ອນ​ທີ່​ລູກໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສ່ວນ​ຫລາຍ​ທີ່​ກ້າ​ຫານ​ໃນ​ສະ​ພາ​ວະ​ກ່ອນ​ເກີດ​ຂອງ​ເຂົາ​ເຈົ້າ​ໄດ້​ຮັບ​ພອນ​ຢ່າງ​ຫລວງ​ຫລາຍ ຫລັງ​ຈາກ​ການ​ພິ​ພາກ​ສາ​ຄັ້ງ​ສຸດ​ທ້າຍ.8 ພາບ​ນິ​ມິດ​ກ່ຽວ​ກັບ​ລະ​ດັບ​ຂອງ​ລັດ​ສະ​ໝີ​ພາບ​ສາມ​ແຫ່ງ, ບ່ອນ​ທີ່​ຕ່ຳ​ສຸດ ຊຶ່ງ “ເກີນ​ກວ່າ​ຄວາມ​ເຂົ້າ​ໃຈ​ທັງ​ໝົດ,”9 ໄດ້​ພິ​ສູດ​ວ່າ ຄຳ​ສອນ​ເກົ່າ​ເຖິງ​ແມ່ນ​ມີ​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ຮັບ​ຮູ້ ແຕ່​ມັນ​ບໍ່​ຈິງ ທີ່​ວ່າ​ຄົນ​ສ່ວນ​ຫລາຍ​ຈະ​ຕົກ​ນະ​ລົກ ແລະ ອັບ​ປະ​ໂຫຍດ.

ເມື່ອ​ທ່ານ​ຮູ້​ວ່າ​ໂຈ​ເຊັບ ສະ​ມິດ ມີ​ອາ​ຍຸ​ພຽງ​ແຕ່ 26 ປີ, ມີ​ການ​ສຶກ​ສາ​ທີ່​ຈຳ​ກັດ, ແລະ ຮູ້​ຈັກ​ພາ​ສາ​ເກົ່າ​ແກ່​ພຽງ​ເລັກ​ນ້ອຍ ຫລື ບໍ່​ຮູ້​ເລີຍ ທີ່​ໃຊ້​ແປ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ, ເພິ່ນ​ໄດ້​ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແທ້ໆ. ໃນ ຂໍ້​ທີ 17 ຂອງ​ພາກ​ທີ 76, ເພິ່ນ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ໃຊ້​ຄຳ​ວ່າ ຄົນ​ທີ່​ບໍ່​ທ່ຽງ​ທຳ ແທນ​ຄຳ​ວ່າ ບັນ​ດາ​ຄົນ​ທີ່​ເຮັດ​ການ​ຊົ່ວ ທີ່​ຖືກ​ໃຊ້​ຢູ່​ໃນ​ພຣະ​ທຳ​ໂຢ​ຮັນ.10

ມັນ​ເປັນ​ເລື່ອງ​ທີ່​ໜ້າ​ສົນ​ໃຈ​ທີ່ 45 ປີ​ຕໍ່​ມາ ທ່ານ​ເຟຣ​ເດີ​ຣິກ ດັບ​ເບິນ​ຢູ ຟາ​ຣາ ຜູ້​ນຳ​ໂບດ​ແອງ​ກະ​ລິ​ກັນ ແລະ ເປັນ​ນັກ​ປາດ​ອາ​ຈານ​ດ້ານ​ໜັງ​ສື​ເກົ່າ​ແກ່​ທີ່​ຮັບ​ຮູ້​ກັນ,11 ໄດ້​ຂຽນ​ປຶ້ມ​ຊື່​ວ່າ The Life of Christ,12 ໄດ້​ຢືນ​ຢັນ​ວ່າ ຄຳ​ນິ​ຍາມ​ຂອງ ອັບ​ປະ​ໂຫຍດ ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ຄິງ ເຈມສ໌ ເປັນ​ຜົນ​ມາ​ຈາກ​ຄວາມ​ຜິດ​ພາດ​ໃນ​ການ​ແປ​ຈາກ​ພາ​ສາ​ເຮັບ​ເຣີ ແລະ ພາ​ສາ​ກຣີກ ເປັນ​ພາ​ສາ​ອັງ​ກິດ.13

ໃນ​ສະ​ໄໝ​ຂອງ​ເຮົາ, ຫລາຍ​ຄົນ​ໄດ້​ເລືອກ​ຮັບ​ເອົາ​ແນວ​ຄິດ​ທີ່​ວ່າ ບໍ່​ຄວນ​ມີ​ຜົນ​ສະ​ທ້ອນ​ສຳ​ລັບ​ຄວາມ​ຜິດ​ບາບ. ເຂົາ​ເຈົ້າ​ສະ​ໜັບ​ສະ​ໜູນ​ການ​ໃຫ້​ອະ​ໄພ​ບາບ​ໂດຍບໍ່​ມີ​ເງື່ອນ​ໄຂ ປາດ​ສະ​ຈາກ​ການ​ກັບ​ໃຈ. ຄຳ​ສອນ​ທີ່​ຖືກ​ເປີດ​ເຜີຍ​ຂອງ​ພວກ​ເຮົາ ບໍ່​ພຽງ​ແຕ່​ພິ​ສູດ​ແນວ​ຄິດ​ບໍ່​ຈິງ​ທີ່​ວ່າ ຄົນ​ສ່ວນ​ຫລາຍ​ຈະ​ຕົກ​ນະ​ລົກ ແລະ ອັບ​ປະ​ໂຫຍດ​ຊົ່ວ​ນິ​ລັນ​ດອນ​ເທົ່າ​ນັ້ນ ແຕ່​ຍັງ​ສະ​ຖາ​ປະ​ນາ​ວ່າ ການ​ກັບ​ໃຈ​ສ່ວນ​ຕົວ​ເປັນ​ພຣະ​ບັນ​ຍັດ​ທີ່​ຮຽກ​ຮ້ອງ​ໃຫ້​ຮັບ​ເອົາ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຮັບ​ເອົາ​ອາ​ນາ​ຈັກ​ຊັ້ນ​ສູງ​ເປັນ​ມູນ​ມໍ​ລະ​ດົກ​ນຳ​ອີກ.14 ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ໂຈ​ເຊັບ ສະ​ມິດ ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແທ້ໆ ໃນ​ການ​ນຳ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ອອກ​ມາ!

ເພາະ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຈຶ່ງ​ເຂົ້າ​ໃຈ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ທັງ​ການ​ກັບ​ໃຈ ແລະ “ວຽກ​ງານ​ແຫ່ງ​ຄວາມ​ຊອບ​ທຳ.”15 ເຮົາ​ເຂົ້າ​ໃຈ​ເຖິງ​ຄວາມ​ສຳ​ຄັນ​ທີ່​ສຸດ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພິ​ທີ​ການ​ຊ່ວຍ​ໃຫ້​ລອດ ແລະ ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ, ລວມ​ທັງ​ການ​ປະ​ຕິ​ບັດ​ໃນ​ພຣະ​ວິ​ຫານ.

“ວຽກ​ງານ​ແຫ່ງ​ຄວາມ​ຊອບ​ທຳ” ອອກ​ມາ​ຈາກ ແລະ ເປັນ​ຜົນ​ຂອງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ. ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ທີ່​ແທ້​ຈິງ​ເກີດ​ຂຶ້ນ​ຈາກ​ການ​ຮັບ​ເອົາ​ຢ່າງ​ມີ​ສະ​ຕິ ແລະ ການ​ເຮັດ​ຄຳ​ໝັ້ນ​ສັນ​ຍາ​ທີ່​ຈະ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ.16 ຜົນ​ສະ​ທ້ອນ ແລະ ພອນ​ຢ່າງ​ຫລວງ​ຫລາຍ​ທີ່​ຫ​ລັ່ງ​ໄຫລ​ມາ ຈາກ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ ເປັນ​ຄວາມ​ສະ​ຫງົບ​ສຸກ​ທີ່​ແທ້​ຈິງ ແລະ ຖາ​ວອນ ແລະ ເປັນ​ຄວາມ​ໝັ້ນ​ໃຈ​ສ່ວນ​ຕົວ​ຂອງ​ຄວາມ​ສຸກ​ທີ່​ສູງ​ສຸດ17—ເຖິງ​ແມ່ນ​ຈະ​ມີ​ພະ​ຍຸ​ຂອງ​ຊີ​ວິດ​ນີ້​ກໍ​ຕາມ.

ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ປ່ຽນ​ແປງ​ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ ໃຫ້​ກາຍ​ເປັນ​ຄົນ​ບໍ​ລິ​ສຸດ—ເປັນ​ສິ່ງ​ທີ່​ເກີດ​ໃໝ່​ໃນ​ພຣະ​ເຢ​ຊູ​ຄຣິດ.18

ຫລາຍ​ຄົນ​ໄດ້​ຖືກ​ກີດ​ກັນ​ຈາກ​ຄວາມ​ຈິງ ເພາະ​ພວກ​ເຂົາ​ບໍ່​ຮູ້​ວ່າ​ຈະ​ຊອກ​ຫາ​ມັນ​ໄດ້​ຢູ່​ບ່ອນ​ໃດ

ພັນ​ທະ​ທີ່​ຫລັ່ງ​ໄຫລ​ມາ​ຈາກ​ການ​ປ່ຽນ​ໃຈ​ເຫລື້ອ​ໃສ​ແມ່ນ​ຫຍັງ​ແດ່? ໃນ​ຄຸກ​ລີ​ເບີ​ຕີ, ສາດ​ສະ​ດາ​ໂຈ​ເຊັບ​ໄດ້​ສັງ​ເກດ​ວ່າ “ຫລາຍ​ຄົນ​ໄດ້​ຖືກ​ກີດ​ກັນ​ຈາກ​ຄວາມ​ຈິງ ເພາະ​ພວກ​ເຂົາ​ບໍ່​ຮູ້​ວ່າ​ຈະ​ຊອກ​ຫາ​ມັນ​ໄດ້​ຢູ່​ບ່ອນ​ໃດ.”19

ໃນ​ຄຳ​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ, ພາບ​ລວມ​ຂອງ​ການ​ປະ​ກາດ​ຈຸດ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ລັບ​ເຮົາ ໄດ້​ຖືກ​ລະ​ບຸ​ໄວ້. ພຣະ​ອົງ​ໄດ້​ປະ​ກາດ​ວ່າ, “ດັ່ງ​ນັ້ນ, ເຮົາ​ພຣະ​ຜູ້​ເປັນ​ເຈົ້າ, ໂດຍ​ທີ່​ຮູ້​ເຖິງ​ຄວາມ​ເສຍ​ຫາຍ​ທີ່​ຈະ​ມາ​ສູ່​ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ, ຈຶ່ງ​ໄດ້​ເອີ້ນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈ​ເຊັບ ສະ​ມິດ, ຜູ້​ລູກ, ແລະ ໄດ້​ກ່າວ​ກັບ​ລາວ​ຈາກ​ສະ​ຫວັນ, ແລະ ມອບ​ບັນ​ຍັດ​ໃຫ້​ລາວ.” ພຣະ​ອົງ​ໄດ້​ແນະ​ນຳ​ຕື່ມ​ວ່າ, “ເພື່ອ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ຈະ​ຖືກ​ປ່າວ​ປະ​ກາດ ໂດຍ​ຄົນ​ທີ່​ອ່ອນ​ແອ ແລະ ຄົນ​ທີ່​ຕ່ຳ​ຕ້ອຍ​ຈົນ​ເຖິງ​ທີ່​ສຸດ​ຂອງ​ໂລກ.”20 ນັ້ນ​ແມ່ນ​ລວມ​ທັງ​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ. ນັ້ນ​ແມ່ນ​ລວມ​ທັງ​ເຮົາ​ແຕ່​ລະ​ຄົນ. ນັ້ນ​ຄວນ​ເປັນ​ສິ່ງ​ທີ່​ສຸມ​ໃຈ​ໃສ່​ສຳ​ລັບ​ທຸກ​ຄົນ​ທີ່​ໄດ້​ຮັບ​ພອນ​ດ້ວຍ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຕໍ່​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເຊື້ອ​ເຊີນ​ເຮົາ​ດ້ວຍ​ຄວາມ​ກະ​ລຸ​ນາ ໃຫ້​ເປັນ​ສຽງ ແລະ ພຣະ​ຫັດ​ຂອງ​ພຣະ​ອົງ.21 ຄວາມ​ຮັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ເປັນ​ໂຄມ​ໄຟ​ເຍືອງ​ທາງ​ໃຫ້​ເຮົາ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ວ່າ, “ພວກ​ເຈົ້າ​ຈົ່ງ​ອອກ​ໄປ, ຈົ່ງ​ເຮັດ​ໃຫ້​ທຸກ​ຊົນ​ຊາດ​ເປັນ​ລູກ​ສິດ.”22 ແລະ ຕໍ່​ໂຈ​ເຊັບ ສະ​ມິດ, ພຣະ​ອົງ​ໄດ້​ປະ​ກາດ​ວ່າ, “ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ແກ່​ມະນຸດ​ສະ​ໂລກ​ທັງ​ໝົດ​ຜູ້​ທີ່​ຍັງ​ບໍ່​ໄດ້​ຮັບ​ມັນ​ເທື່ອ.”23

ໜຶ່ງ​ອາ​ທິດ​ຫລັງ​ຈາກ​ການ​ອຸ​ທິດ​ພຣະ​ວິ​ຫານ​ເຄີດ​ແລນ ໃນ​ວັນ​ທີ 3 ເດືອນ​ເມ​ສາ, 1836, ຊຶ່ງ​ເປັນ​ວັນ​ອາ​ທິດ​ອີດ​ສະ​ເຕີ ແລະ ເປັນ​ງານ​ປັດ​ສະ​ຄາ​ດ້ວຍ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກົດ​ໃນ​ພາບ​ນິ​ມິດ​ທີ່​ສວຍ​ງາມ​ຕໍ່​ໂຈ​ເຊັບ ແລະ ອໍ​ລີ​ເວີ ຄາວ​ເດີ​ຣີ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັບ​ເອົາ​ພຣະ​ວິ​ຫານ ແລະ ປະ​ກາດ​ວ່າ, “ນີ້​ເປັນ​ການ​ເລີ່ມ​ຕົ້ນ​ພອນ​ຊຶ່ງ​ຈະ​ຖອກ​ເທ​ລົງ​ມາ​ເທິງ​ຫົວ​ຂອງ​ຜູ້​ຄົນ​ຂອງ​ເຮົາ.”24

ຫລັງ​ຈາກ​ພາບ​ນິ​ມິດ​ນີ້​ສິ້ນ​ສຸດ​ລົງ, ໂມ​ເຊ​ໄດ້​ມາ​ປະ​ກົດ​ຕົວ “ແລະ ໄດ້​ມອບ​ໝາຍ … ຂໍ​ກະ​ແຈ​ແຫ່ງ​ການ​ເຕົ້າ​ໂຮມ​ຂອງ​ຊາວ​ອິດ​ສະ​ຣາ​ເອນ​ຈາກ​ສີ່​ທິດ​ຂອງ​ແຜ່ນ​ດິນ​ໂລກ, ແລະ ການ​ນຳ​ພາ​ສິບ​ເຜົ່າ​ມາ​ຈາກ​ແຜ່ນ​ດິນ​ທາງ​ເໜືອ.”25

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ, ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ພວກ​ເຮົາ​ໃນ​ທຸກ​ວັນ​ນີ້ ຜູ້​ທີ່​ດຳ​ລົງ​ຂໍ​ກະ​ແຈ​ຢ່າງ​ດຽວ​ກັນ​ນີ້, ໄດ້​ສິດ​ສອນ​ໃນ​ເຊົ້າ​ມື້​ນີ້​ວ່າ: “ພວກ​ເຈົ້າ​ຊາຍ​ໜຸ່ມ​ທັງ​ຫລາຍ​ໄດ້​ຖືກ​ສະ​ຫງວນ​ໄວ້​ສຳ​ລັບ​ເວ​ລາ​ນີ້ ເມື່ອ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ກຳ​ລັງ​ເກີດ​ຂຶ້ນ. ຂະ​ນະ​ທີ່​ພວກ​ເຈົ້າ​ຮັບ​ໃຊ້​ເຜີຍ​ແຜ່, ພວກ​ເຈົ້າ​ຈະ​ມີ​ບົດ​ບາດ​ອັນ​ສຳ​ຄັນ ໃນ​ເຫດ​ການ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ນີ້!”26

ສຳ​ລັບ​ການ​ມອບ​ໝາຍ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຈະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ ເພື່ອ​ກາຍ​ເປັນ​ພາກ​ສ່ວນ​ຂອງ​ເຮົາ, ເຮົາ​ຕ້ອງ ປ່ຽນ​ໃຈ​ເຫລື້ອມ​ໃສ ຕໍ່​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ​ເສຍ​ກ່ອນ; ເຮົາ​ຕ້ອງ ຮັກ ເພື່ອນ​ບ້ານ​ຂອງ​ເຮົາ, ແບ່ງ​ປັນ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ທີ່​ຖືກ​ຟື້ນ​ຟູ, ແລະ ເຊື້ອ​ເຊີນ ທຸກ​ຄົນ​ໃຫ້​ມາ​ເບິ່ງ​ເອົາ. ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ເຮົາ​ທະ​ນຸ​ຖະ​ໜອມ​ຄຳ​ຕອບ​ຂອງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ຕໍ່​ຈອນ ເວັນ​ເວິທ໌, ບັນ​ນາ​ທິ​ການ​ຂອງ Chicago Democrat, ໃນ​ປີ 1842. ລາວ​ໄດ້​ຂໍ​ເອົາ​ຂໍ້​ມູນ​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ. ໂຈ​ເຊັບ​ໄດ້​ສະ​ຫລຸບ​ການ​ຕອບ​ສະ​ໜອງ​ໂດຍ​ການ​ໃຊ້​ມາດ​ຕະ​ຖານ​ຂອງ​ຄວາມ​ຈິງ ຊຶ່ງ​ເປັນ​ຄຳ​ນຳ​ຕໍ່​ຫລັກ​ແຫ່ງ​ຄວາມ​ເຊື່ອ​ສິບ​ສາມ​ຂໍ້. ມາດ​ຕະ​ຖານ​ບົ່ງ​ບອກ, ໃນ​ທາງ​ທີ່​ກະ​ທັດ​ລັດ, ເຖິງ​ສິ່ງ​ທີ່​ຕ້ອງ​ເຮັດ​ໃຫ້​ສຳ​ເລັດ ດັ່ງ​ນີ້:

“ຄົນ​ທີ່​ບໍ່​ສະ​ອາດ​ຈະ​ຢຸດ​ຢັ້ງ​ວຽກ​ງານ​ນີ້​ຈາກ​ຄວາມ​ກ້າວ​ໜ້າ​ບໍ່​ໄດ້; ການ​ຂົ່ມ​ເຫັງ​ອາດ​ຮ້າຍ​ແຮງ​ຂຶ້ນ, ກຸ່ມ​ທຳ​ຮ້າຍ​ອາດ​ຮ່ວມ​ເຂົ້າ​ກັນ, ກອງ​ທັບ​ເຕົ້າ​ໂຮມ​ກັນ, ການ​ໃສ່​ຮ້າຍ​ອາດ​ເຮັດ​ໃຫ້​ເສື່ອມ​ເສຍ, ແຕ່​ຄວາມ​ຈິງ​ຂອງ​ພຣະ​ເຈົ້າ​ຈະ​ກ້າວ​ໄປ​ໜ້າ​ຢ່າງ​ອາດ​ຫານ, ຢ່າງ​ສູງ​ສົ່ງ, ແລະ ເປັນ​ອິດ​ສະ​ລະ, ຈົນ​ກວ່າ​ມັນ​ໄດ້​ເຂົ້າ​ໄປ​ເຖິງ​ທຸກ​ທະ​ວີບ, ໄດ້​ຢ້ຽມ​ຢາມ​ທຸກ​ພາກ​ພື້ນ​ຂອງ​ແຜ່ນ​ດິນ, ໄດ້​ຜ່ານ​ໄປ​ໃນ​ທຸກ​ປະ​ເທດ, ແລະ ທຸກ​ຄົນ​ໄດ້​ຍິນ, ຈົນ​ກວ່າ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ​ຈະ​ສຳ​ເລັດ​ຄົບ​ຖ້ວນ, ແລະ ພຣະ​ເຢ​ໂຮ​ວາ​ອົງ​ຍິ່ງ​ໃຫຍ່​ຈະ​ກ່າວ​ວ່າ ວຽກ​ງານ​ສຳ​ເລັດ​ແລ້ວ.”27

ນີ້​ແມ່ນ​ການ​ເອີ້ນ​ທີ່​ເປັ່ງ​ສຽງ​ດັງ​ເປັນ​ເວ​ລາ​ຫລາຍ​ລຸ້ນ​ຄົນ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ໂດຍ​ສະ​ເພາະ​ຜູ້​ສອນ​ສາດ​ສະ​ໜາ. ໃນ​ວິນ​ຍານ​ຂອງ “ມາດ​ຕະ​ຖານ​ແຫ່ງ​ຄວາມ​ຈິງ,” ພວກ​ເຮົາ​ຮູ້​ບຸນ​ຄຸນ​ທີ່​ໃນ​ທ່າມ​ກາງ​ການ​ແຜ່​ລະ​ບາດ​ຕະ​ຫລອດ​ທົ່ວ​ໂລກ ຜູ້​ສອນ​ສາດ​ສະ​ໜາ​ທີ່​ຊື່​ສັດ​ໄດ້​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ. ຜູ້​ສອນ​ສາດ​ສະ​ໜາ​ທັງ​ຫລາຍ, ພວກ​ເຮົາ​ຮັກ​ພວກ​ທ່ານ! ພຣະ​ຜູ້​ເປັນ​ເຈົ້າ​ຂໍ​ຮ້ອງ​ໃຫ້​ເຮົາ​ແຕ່​ລະ​ຄົນ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ດ້ວຍ​ວາ​ຈາ ແລະ ການ​ກະ​ທຳ. ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ເຮົາ​ແມ່ນ​ລວມ​ທັງ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຈະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໃຫ້​ກັບ​ຊາວ​ໂລກ.

ພອນ​ຂອງ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ແມ່ນ​ລວມ​ທັງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຕໍ່​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ຫລາຍ​ຂຶ້ນ ແລະ ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ​ໃນ​ຊີ​ວິດ​ຂອງ​ເຮົາ.28 ເຮົາ​ເປັນ​ພອນ​ໃຫ້​ກັບ​ຄົນ​ອື່ນ ເພື່ອ​ໃຫ້​ມີ​ປະ​ສົບ​ການ “ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່” ຂອງ​ໃຈ.29 ມັນ​ເປັນ​ຄວາມ​ສຸກ​ນິ​ລັນ​ດອນ​ແທ້ໆ ໃນ​ການ​ຊ່ວຍ​ນຳ​ຈິດ​ວິນ​ຍານ​ມາ​ຫາ​ພຣະ​ຄຣິດ.30 ການ​ອອກ​ແຮງ​ເພື່ອ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ຕົວ​ເອງ ແລະ ຂອງ​ຄົນ​ອື່ນ ເປັນ ວຽກ​ງານ ສູງ​ສົ່ງ.31 ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໃຊ້​ໃນ​ເຂດ​ເຜີຍ​ແຜ່​ອັງ​ກິດ ຈາກວັນ​ທີ 1 ເດືອນ​ກັນ​ຍາ, 1960, ເຖິງ​ວັນ​ທີ 1 ເດືອນ​ກັນ​ຍາ, 1962.

  2. ຊາຍ​ໜຸ່ມ​ຄົນ​ອື່ນໆ​ຕ້ອງ​ມີ​ຄວາມ​ພ້ອມ​ສຳ​ລັບ​ການ​ເກນ​ທະ​ຫານ.

  3. ຫລັງ​ຈາກ​ທີ່​ອ້າຍ​ໂຈ​ໄດ້​ກັບ​ຄືນ​ມາ​ຈາກ​ການ​ເຜີຍ​ແຜ່​ຂອງ​ລາວ, ລາວ​ໄດ້​ຮຽນ​ຈົບ​ຈາກ​ໂຮງ​ຮຽນ​ການ​ແພດ ແລະ ຮັບ​ໃຊ້​ເປັນ​ທ່ານ​ໝໍ​ທີ່​ປະ​ສົບ​ຄວາມ​ສຳ​ເລັດ. ການ​ເຜີຍ​ແຜ່​ຂອງ​ລາວ​ຍັງ​ໄດ້​ກະ​ກຽມ​ລາວ​ໃຫ້​ເປັນ​ອະ​ທິ​ການ, ປະ​ທານ​ສະ​ເຕກ, ຜູ້​ຕາງ​ໜ້າ​ປະ​ຈຳ​ອະ​ນາ​ເຂດ, ແລະ ປະ​ທານ​ເຜີຍ​ແຜ່​ນຳ​ອີກ.

  4. ເບິ່ງ ໂມ​ໂຣ​ໄນ 10:4. ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ແລ້ວ. ດ້ວຍ​ຄວາມ​ໜັກ​ໜ່ວງ​ຂອງ​ບັນ​ຫາ​ນີ້​ໃນ​ຄອບ​ຄົວ​ຂອງ​ພວກ​ເຮົາ, ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ອະ​ທິ​ຖານ​ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ.

  5. ເບິ່ງ Saints: The Story of the Church of Jesus Christ in the Latter Days, vol. 1, The Standard of Truth, 1815–1846 (2018), and vol. 2, No Unhallowed Hand, 1846–1893 (2020).

  6. ການ​ແປ​ພາ​ສາ​ໄດ້​ເລີ່ມ​ຕົ້ນ​ໃນ​ວັນ​ທີ 7 ເດືອນ​ເມ​ສາ, 1829, ແລະ ໄດ້​ສຳ​ເລັດ​ໃນ​ຕົ້ນ​ເດືອນ​ກໍ​ລະ​ກົດ​ຂອງ​ປີ 1829. ມັນ​ເປັນ​ໜ້າ​ອັດ​ສະ​ຈັນ​ໃຈ​ທີ່​ໄດ້​ສຶກ​ສາ​ຄວາມ​ຈິງ​ທີ່​ອ້ອມ​ຮອບ​ການ​ແປ​ນັ້ນ. ຂ້າ​ພະ​ເຈົ້າ​ຊື່ນ​ຊົມ​ເປັນ​ພິ​ເສດ​ໃນ​ການ​ອ່ານ​ຕົ້ນ​ສະ​ບັບ​ທີ່​ຖືກ​ຈັດ​ພິມ ແລະ ຕົ້ນ​ສະ​ບັບ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ ຊຶ່ງ​ຈັດ​ພິມ​ເປັນ​ເຫລັ້ມ​ທີ 3 ແລະ 5 ໃນ​ຊຸດ​ການ​ເປີດ​ເຜີຍ ແລະ ການ​ແປ​ຂອງ The Joseph Smith Papers. ທັງ​ສອງ​ເຫລັ້ມ​ມີ​ຄວາມ​ສຳ​ຄັນ​ຫລາຍ.

  7. Frederic W. Farrar, Eternal Hope: Five Sermons Preached in Westminster Abbey, November and December, 1877 (1892), xxii.

  8. ພາບ​ນິ​ມິດ​ປະ​ກອບ​ດ້ວຍ​ຜູ້​ທີ່​ບໍ່​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ຄຣິດ​ໃນ​ຊີ​ວິດ​ນີ້, ເດັກ​ນ້ອຍ​ທີ່​ໄດ້​ຕາຍ​ໄປ​ກ່ອນ​ອາ​ຍຸ​ທີ່​ຕ້ອງ​ຮັບ​ຜິດ​ຊອບ, ແລະ ຜູ້​ທີ່​ບໍ່​ເຂົ້າ​ໃຈ​ຫຍັງ.

  9. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:89.

  10. ເບິ່ງ ໂຢ​ຮັນ 5:29.

  11. ທ່ານ​ຟາ​ຣາ​ໄດ້​ຮັບ​ການ​ສຶກ​ສາ​ຢູ່​ທີ່​ວິ​ທະ​ຍາ​ໄລ ຄິງ, ກຸງ​ລອນ​ດອນ, ແລະ ວິ​ທະ​ຍາ​ໄລ ທຣິນ​ນິ​ຕີ, ເມືອງ​ເຄມ​ບຣີດຈ໌. ເພິ່ນ​ເປັນ​ບາດ​ຫລວງ​ຂອງ​ໂບດ​ແຫ່ງ​ອັງ​ກິດ (ແອງ​ກະ​ລິ​ກັນ), ເປັນ​ຜູ້​ຊ່ວຍ​ບາດ​ຫລວງ​ຂອງ​ໂບດ​ເວັນ​ມິນ​ສະ​ເຕີ, ເປັນ​ເຈົ້າ​ອາ​ວາດ​ຂອງ​ໂບດ​ໃຫຍ່​ແຄນ​ເຕີ​ບູ​ຣີ, ແລະ ເປັນ​ອະ​ນຸ​ສາດ​ສະ​ໜາ​ຈານ​ຂອງ​ຣາຊ​ວົງ.

  12. ເບິ່ງ Frederic W. Farrar, The Life of Christ (1874).

  13. ເບິ່ງ Farrar, Eternal Hope, xxxvi–xxxvii. ເຟຣ​ເດີ​ຣິກ ຟາ​ຣາ ຮູ້​ສຶກ​ຖືກ​ບັງ​ຄັບ​ໃຫ້​ແກ້​ໄຂ​ຄຳ​ສອນ​ກ່ຽວ​ກັບ “ອັບ​ປະ​ໂຫຍດ” ແລະ “ນະ​ລົກ.” ເພິ່ນ​ໄດ້​ປະ​ກາດ​ຢ່າງ​ໜັກ​ແໜ້ນ​ໃນ​ສິ່ງ​ທີ່​ເພິ່ນ​ເອີ້ນ​ວ່າ “ຄວາມ​ຈິງ​ທີ່​ລຽບ​ງ່າຍ, ປະ​ຕິ​ເສດ​ບໍ່​ໄດ້, ແລະ ໂຕ້​ຖຽງ​ບໍ່​ໄດ້. … ຄຳ​ກິ​ລິ​ຍາ​ຂອງ​ຄຳ​ວ່າ ‘ອັບ​ປະ​ໂຫຍດ’ ແລະ ຄຳ​ກ່ຽວ​ເນື່ອງ​ກັບ​ມັນ ບໍ່​ເຄີຍ​ປະ​ກົດ​ແມ່ນ​ແຕ່​ເທື່ອ​ດຽວ​ໃນ​ພຣະ​ຄຳ​ພີ​ເດີມ. ບໍ່​ມີ​ຄຳ​ໃດ​ທີ່​ບົ່ງ​ບອກ​ຄວາມ​ໝາຍ​ກ່ຽວ​ກັບ​ຄຳ​ນັ້ນ​ໃນ​ພຣະ​ຄຳ​ພີ​ໃໝ່​ເປັນ​ພາ​ສາ​ກຣີກ.” ເພິ່ນ​ໄດ້​ອະ​ທິ​ບາຍ​ຕໍ່​ໄປ​ວ່າ ຄຳ​ວ່າ ອັບ​ປະ​ໂຫຍດ ເປັນ “ການ​ແປ​ຜິດ​ຢ່າງ​ໜັກ … [ແລະ] ບິດ​ເບືອນ ແລະ ປິດ​ບັງ​ຄວາມ​ໝາຍ​ທີ່​ແທ້​ຈິງ​ຂອງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” (Eternal Hope, xxxvii). ທ່ານ​ຟາ​ຣາ​ກໍ​ຍັງ​ຊີ້​ໃຫ້​ເຫັນ​ວ່າ ການ​ສະ​ແດງ​ໃຫ້​ປະ​ຈັກ​ຢ່າງ​ຫລວງ​ຫລາຍ​ຂອງ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ໃນ​ສະ​ຫວັນ​ຕະ​ຫລອດ​ທົ່ວ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ເປັນ​ຫລັກ​ຖານ​ເພີ່ມ​ເຕີມ​ວ່າ ຄຳ​ນິ​ຍາມ​ຂອງ ນະ​ລົກ ແລະ ອັບ​ປະ​ໂຫຍດ ທີ່​ໃຊ້​ໃນ​ການ​ແປ​ເປັນ​ພາ​ສາ​ອັງ​ກິດ​ແມ່ນ​ບໍ່​ຖືກ​ຕ້ອງ (ເບິ່ງ Eternal Hope, xiv–xv, xxxiv, 93; ເບິ່ງ Quentin L. Cook, “Our Father’s Plan—Big Enough for All His Children,” Liahona, May 2009, 36) ນຳ​ອີກ.

  14. ຄວາມ​ສຳ​ພັນ​ລະ​ຫວ່າງ​ການ​ກັບ​ໃຈ ແລະ ການ​ຊົດ​ໃຊ້​ແມ່ນ​ຖືກ​ກຳ​ນົດ​ໄວ້​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:15–18, 20. ນອກ​ເໜືອ​ຈາກ​ນັ້ນ, ການ​ລົງ​ໂທດ​ທີ່​ບໍ່​ມີ​ທີ່​ສຸດ ຖືກ​ຊີ້​ແຈງ​ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:10–12.

  15. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 59:23.

  16. ເບິ່ງ ໂມ​ໄຊ​ຢາ 27:25; ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 112:13; ເບິ່ງ Dale E. Miller, “Bringing Peace and Healing to Your Soul,” Liahona, Nov. 2004, 12–14 ນຳ​ອີກ.

  17. ເບິ່ງ ໂມ​ໄຊ​ຢາ 2:41.

  18. ເບິ່ງ Dallin H. Oaks, “The Challenge to Become,” Ensign, Nov. 2000, 33; Liahona, Jan. 2001, 41; ເບິ່ງ 2 ໂກ​ຣິນ​ໂທ 5:17; Bible Dictionary, “Conversion” ນຳ​ອີກ.

  19. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 123:12.

  20. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:17, 23.

  21. ຖ້າ​ນັ້ນ​ຄື​ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ, ເຮົາ​ຈະ “ຖືກ​ເອີ້ນ​ໃຫ້​ມາ​ຫາ​ວຽກ​ງານ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 4:3; ເບິ່ງ Thomas S. Monson, “Called to the Work,” Liahona, June 2017, 4–5) ນຳ​ອີກ.

  22. ມັດ​ທາຍ 28:19.

  23. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 112:28.

  24. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 110:10.

  25. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 110:11.

  26. ເບິ່ງ Russell M. Nelson, “Preaching the Gospel of Peace,” Liahona, May 2022, 6–7; ເບິ່ງ Russell M. Nelson, “Hope of Israel” (worldwide youth devotional, June 3, 2018), HopeofIsrael.ChurchofJesusChrist.org ນຳ​ອີກ.

  27. Teachings of Presidents of the Church: Joseph Smith (2007), 444.

  28. ເບິ່ງ Russell M. Nelson, “Let God Prevail,” Liahona, Nov. 2020, 92–95.

  29. ແອວ​ມາ 5:14.

  30. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:15; ເບິ່ງ ຢາ​ໂກ​ໂບ 5:19–20 ນຳ​ອີກ.

  31. ເບິ່ງ ແອວ​ມາ 26:22; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:13–16; ເບິ່ງ Bible Dictionary, “Conversion” ນຳ​ອີກ.