ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຄວາມ​ຮັກ​ແຫ່ງ​ສະ​ຫວັນ​ໃນ​ແຜນ​ຂອງ​ພຣະ​ບິ​ດາ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2022


ຄວາມ​ຮັກ​ແຫ່ງ​ສະ​ຫວັນ​ໃນ​ແຜນ​ຂອງ​ພຣະ​ບິ​ດາ

ຈຸດ​ປະ​ສົງ​ຂອງ​ຄຳ​ສອນ ແລະ ນະ​ໂຍ​ບາຍ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ນີ້ ແມ່ນ​ເພື່ອ​ຕຽມ​ລູກໆ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ຄວາມ​ລອດ​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ ແລະ ສຳ​ລັບ​ຄວາມ​ສູງ​ສົ່ງ​ໃນ​ລະ​ດັບ​ສູງ​ສຸດ​ຂອງ​ມັນ.

ແຜນ​ພຣະ​ກິດ​ຕິ​ຄຸນ​ສະ​ແດງ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ມີ​ຕໍ່​ລູກໆ​ທຸກ​ຄົນ​ຂອງ​ພຣະ​ອົງ. ເພື່ອ​ຈະ​ເຂົ້າ​ໃຈ​ສິ່ງ​ນີ້, ເຮົາ​ຕ້ອງ​ສະ​ແຫວງ​ຫາ​ທີ່​ຈະ​ເຂົ້າ​ໃຈ​ແຜນ ແລະ ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ພຣະ​ອົງ​ຮັກ​ລູກໆ​ຂອງ​ພຣະ​ອົງ​ຫລາຍ​ຈົນ​ວ່າ​ພຣະ​ອົງ​ໄດ້​ປະ​ທານ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ໃຫ້​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ, ເພື່ອ​ທົນ​ທຸກ​ທໍ​ລະ​ມານ ແລະ ສິ້ນ​ພຣະ​ຊົນ​ເພື່ອ​ເຮົາ. ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ທີ່​ຖືກ​ຟື້ນ​ຟູ, ເຮົາ​ມີ​ຄວາມ​ເຂົ້າ​ໃຈ​ສະ​ເພາະ​ກ່ຽວ​ກັບ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ສິ່ງນີ້​ເຮັດ​ໃຫ້​ເຮົາ​ມີ​ວິ​ທີ​ທີ່​ແຕກ​ຕ່າງ​ໃນ​ການ​ເບິ່ງ​ຈຸດ​ປະ​ສົງ​ຂອງ​ຊີ​ວິດ​ມະ​ຕະ, ການ​ພິ​ພາກ​ສາ​ອັນ​ສູງ​ສົ່ງ​ທີ່​ຕິດ​ຕາມ​ມາ, ແລະ ຈຸດ​ໝາຍ​ປາຍ​ທາງ​ອັນ​ສະ​ຫງ່າ​ລາ​ສີ​ສູງ​ສຸດ​ຂອງ​ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ.

ຂ້າ​ພະ​ເຈົ້າ​ຮັກ​ທ່ານ, ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ. ຂ້າ​ພະ​ເຈົ້າ​ຮັກ​ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ. ເມື່ອ​ພຣະ​ເຢ​ຊູ​ຖືກ​ຖາມ​ວ່າ, “ອາ​ຈານ​ເອີຍ, ໃນ​ກົດ​ບັນ​ຍັດ ແມ່ນ​ຂໍ້​ໃດ​ທີ່​ເປັນ​ຂໍ້​ໃຫຍ່​ສຳ​ຄັນ​ທີ່​ສຸດ?” ພຣະ​ອົງ​ໄດ້​ສິດ​ສອນ​ວ່າ ການ​ຮັກ​ພຣະ​ເຈົ້າ ແລະ ເພື່ອນ​ບ້ານ​ແມ່ນ​ພຣະ​ບັນ​ຍັດ​ຂໍ້​ໃຫຍ່ ແລະ ຂໍ້​ຕົ້ນ​ຂອງ​ພຣະ​ເຈົ້າ.1 ພຣະ​ບັນ​ຍັດ​ເຫລົ່າ​ນັ້ນ​ແມ່ນ​ຂໍ້​ໃຫຍ່ ແລະ ຂໍ້​​ຕົ້ນ ເພາະ​ວ່າ​ມັນ​ເຊື້ອ​ເຊີນ​ໃຫ້​ເຮົາ​ເຕີບ​ໂຕ​ທາງ​ວິນ​ຍານ ໂດຍ​ການ​ສະ​ແຫວງ​ຫາ​ທີ່​ຈະ​ຮຽນ​ແບບ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ທີ່​ມີ​ຕໍ່​ເຮົາ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ເຮົາ​ທຸກ​ຄົນ​ຈະ​ມີ​ຄວາມ​ເຂົ້າ​ໃຈ​ຫລາຍ​ຂຶ້ນ​ກ່ຽວ​ກັບ​ຄຳ​ສອນ ແລະ ນະ​ໂຍ​ບາຍ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ ຊຶ່ງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ໄດ້​ສ້າງ​ຕັ້ງ​ຂຶ້ນ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ກ່າວ​ໃນ​ທີ່​ນີ້ ແມ່ນ​ພະ​ຍາ​ຍາມ​ຊີ້​ແຈງ​ວ່າ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ອະ​ທິ​ບາຍ​ຄຳ​ສອນ​ນັ້ນ ແລະ ນະ​ໂຍ​ບາຍ​ທີ່​ດົນ​ໃຈ​ຂອງ​ສາດ​ສະ​ໜາ​ຈັກ​ແນວ​ໃດ.

I.

ຄວາມ​ເຂົ້າ​ໃຈ​ຜິດ​ທີ່​ເຫັນ​ຢູ່​ເລື້ອຍໆ​ກ່ຽວ​ກັບ​ການ​ພິ​ພາກ​ສາ ທີ່​ຕິດ​ຕາມ​ຊີ​ວິດ​ມະ​ຕະ​ໃນ​ທີ່​ສຸດ​ຄື ຄົນ​ດີ​ຈະ​ໄປ​ຫາ​ບ່ອນ​ທີ່​ເອີ້ນ​ວ່າ ສະ​ຫວັນ ແລະ ຄົນ​ຊົ່ວ​ຈະ​ໄປ​ຫາ​ບ່ອນ​ບໍ່​ມີ​ວັນ​ສິ້ນ​ສຸດ​ທີ່​ເອີ້ນ​ວ່າ ນະ​ລົກ. ການ​ສັນ​ນິ​ຖານ​ທີ່​ຜິດໆ​ເຖິງ​ຈຸດ​ໝາຍ​ສຸດ​ທ້າຍ​ພຽງ​ສອງ​ແຫ່ງ ບົ່ງ​ບອກ​ວ່າ​ຜູ້​ທີ່​ບໍ່​ສາ​ມາດ​ຮັກ​ສາ​ພຣະ​ບັນ​ຍັດ​ທັງ​ໝົດ​ທີ່​ຈຳ​ເປັນ​ສຳ​ລັບ​ສະ​ຫວັນ ຈະ​ຕ້ອງ​ຖືກ​ສົ່ງ​ໄປ​ຫາ​ນະ​ລົກ​ຕະ​ຫລອດ​ໄປ.

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ​ມີ​ແຜນ​ທີ່​ດີ​ກວ່າ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ. ຄຳ​ສອນ​ທີ່​ຖືກ​ເປີດ​ເຜີຍ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ທີ່​ຖືກ​ຟື້ນ​ຟູ​ສິດ​ສອນ​ວ່າ ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ—ໂດຍມີ​ຂໍ້​ຍົກ​ເວັ້ນ​ຫລາຍ​ກວ່າ​ທີ່​ຈະ​ພິ​ຈາ​ລະ​ນາ​ໃນ​ນີ້—ໃນ​ທີ່​ສຸດ​ຈະ​ໄດ້​ໄປ​ຫາ​ອາ​ນາ​ຈັກ​ແຫ່ງ ລັດ​ສະ​ໝີ​ພາບ.2 “ໃນ​ຜາ​ສາດ​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ​ມີ​ຜາ​ສາດ​ຫລາຍ​ບ່ອນ,”3 ພຣະ​ເຢ​ຊູ​ຄຣິດ​ໄດ້​ສິດ​ສອນ. ຈາກ​ການ​ເປີດ​ເຜີຍ​ສະ​ໄໝ​ໃໝ່ ເຮົາ​ຮູ້​ວ່າ​ຜາ​ສາດ​ເຫລົ່າ​ນັ້ນ​ມີ​ສາມ​ອາ​ນາ​ຈັກ​ແຫ່ງ​ລັດ​ສະ​ໝີ​ພາບ​ທີ່​ແຕກ​ຕ່າງ​ກັນ. ໃນ​ການ​ພິ​ພາກ​ສາ​ຄັ້ງ​ສຸດ​ທ້າຍ ເຮົາ​ແຕ່​ລະ​ຄົນ​ຈະ​ຖືກ​ພິ​ພາກ​ສາ​ອີງ​ຕາມ​ການ​ກະ​ທຳ​ຂອງ​ເຮົາ ແລະ ຄວາມ​ປາດ​ຖະ​ໜາ​ຂອງ​ໃຈ​ເຮົາ.4 ກ່ອນ​ໜ້າ​ນັ້ນ, ເຮົາ​ຈະ​ຕ້ອງ​ທົນ​ທຸກ​ກັບ​ບາບ​ທີ່​ບໍ່​ໄດ້​ກັບ​ໃຈ​ຂອງ​ເຮົາ. ພຣະ​ຄຳ​ພີ​ແມ່ນ​ແຈ່ມ​ແຈ້ງ​ໃນ​ເລື່ອງ​ນີ້.5 ແລ້ວ​ການ​ພິ​ພາກ​ສາ​ທີ່​ຊອບ​ທຳ​ຂອງ​ເຮົາ ຈະ​ອະ​ນຸ​ຍາດ​ໃຫ້​ເຮົາ​ໄດ້​ຢູ່​ໃນ​ອາ​ນາ​ຈັກ​ແຫ່ງ​ລັດ​ສະ​ໝີ​ພາບ​ແຫ່ງ​ໃດ​ແຫ່ງ​ໜຶ່ງ​ເຫລົ່າ​ນັ້ນ. ດັ່ງ​ນັ້ນ, ດັ່ງ​ທີ່​ເຮົາ​ຮູ້​ຈາກ​ການ​ເປີດ​ເຜີຍ​ສະ​ໄໝ​ໃໝ່, ທຸກ​ຄົນ “ຈະ​ຖືກ​ພິ​ພາກ​ສາ … , ແລະ ທຸກໆ​ຄົນ​ຈະ​ໄດ້​ຮັບ​ຕາມ​ວຽກ​ງານ​ຂອງ​ຕົນ, ຕາມ​ການ​ຄອບ​ຄອງ​ຂອງ​ຕົນ, ໃນ​ຜາ​ສາດ​ຊຶ່ງ​ໄດ້​ຈັດ​ຕຽມ​ໄວ້​ແລ້ວ.”6

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເລືອກ​ເປີດ​ເຜີຍ​ພຽງ​ເລັກ​ນ້ອຍ​ກ່ຽວ​ກັບ​ສອງ​ອາ​ນາ​ຈັກ​ແຫ່ງ​ລັດ​ສະ​ໝີ​ພາບ​ເຫລົ່າ​ນີ້. ກົງ​ກັນ​ຂ້າມ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ຢ່າງ​ຫລວງ​ຫລາຍ​ກ່ຽວ​ກັບ​ອາ​ນາ​ຈັກ​ແຫ່ງ​ລັດ​ສະ​ໝີ​ພາບ​ທີ່​ສູງ​ສຸດ, ຊຶ່ງ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ບັນ​ຍາຍ​ວ່າ​ເປັນ “ລັດ​ສະ​ໝີ​ພາບ​ຂອງ​ດວງ​ຕາ​ເວັນ.”7

ໃນ​ລັດ​ສະ​ໝີ​ພາບ​ຂອງ “ຊັ້ນ​ສູງ”8 ມີ​ສາມ​ລະ​ດັບ, ຫລື ສາມ​ຊັ້ນ.9 ລະ​ດັບ​ສູງ​ສຸດ​ເຫລົ່າ​ນີ້​ແມ່ນ​ຄວາມ​ສູງ​ສົ່ງ​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ, ຊຶ່ງ​ໃນ​ນັ້ນ​ເຮົາ​ອາດ​ກາຍ​ເປັນ​ເໝືອນ​ພຣະ​ບິ​ດາ​ຂອງ​ເຮົາ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ. ເພື່ອ​ຊ່ວຍ​ເຮົາ​ໃຫ້​ພັດ​ທະ​ນາ​ຄຸນ​ລັກ​ສະ​ນະ​ຂອງ​ພຣະ​ເຈົ້າ ແລະ ການ​ປ່ຽນ​ແປງ​ທຳ​ມະ​ຊາດ​ທີ່​ຈຳ​ເປັນ ຕໍ່​ການ​ບັນ​ລຸ​ສັກ​ກະ​ຍະ​ພາບ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ຄຳ​ສອນ ແລະ ແຕ່ງ​ຕັ້ງ​ພຣະ​ບັນ​ຍັດ​ອີງ​ຕາມ​ກົດ​ນິ​ລັນ​ດອນ. ນີ້​ຄື​ສິ່ງ​ທີ່​ເຮົາ​ສິດ​ສອນ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ເພາະ​ວ່າ​ຈຸດ​ປະ​ສົງ​ຂອງ​ຄຳ​ສອນ ແລະ ນະ​ໂຍ​ບາຍ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ນີ້ ແມ່ນ​ເພື່ອ​ຕຽມ​ລູກໆ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ຄວາມ​ລອດ​ໃນ​ລັດ​ສະ​ໝີ​ພາບ​ຊັ້ນ​ສູງ ແລະ, ໂດຍ​ສະ​ເພາະ​ຢ່າງ​ຍິ່ງ, ສຳ​ລັບ​ຄວາມ​ສູງ​ສົ່ງ​ໃນ​ລະ​ດັບ​ສູງ​ສຸດ​ຂອງ​ມັນ.

ພັນ​ທະ​ສັນ​ຍາ​ທີ່​ໄດ້​ເຮັດ ແລະ ພອນ​ທີ່​ສັນ​ຍາ​ໄວ້​ກັບ​ຜູ້​ທີ່​ຊື່​ສັດ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ ເປັນ​ຂໍ​ກະ​ແຈ​ສຳ​ຄັນ. ສິ່ງນີ້​ອະ​ທິ​ບາຍ​ການ​ສ້າງ​ພຣະ​ວິ​ຫານ​ທົ່ວ​ໂລກ​ຂອງ​ພວກ​ເຮົາ, ຊຶ່ງ​ກຸ່ມ​ນັກ​ຮ້ອງ​ໄດ້​ຮ້ອງ​ກ່ຽວ​ກັບ​ຢ່າງ​ມ່ວນ​ອອນ​ຊອນ. ບາງ​ຄົນ​ກໍ​ງົງ​ກັບ​ການ​ເນັ້ນ​ເລື່ອງ​ນີ້, ບໍ່​ເຂົ້າ​ໃຈ​ວ່າ​ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ​ຂອງ​ພຣະ​ວິ​ຫານ​ຈະ​ນຳ​ພາ​ເຮົາ​ໄປ​ສູ່​ການ​ບັນ​ລຸ​ຄວາມ​ສູງ​ສົ່ງ​ໄດ້​ແນວ​ໃດ. ສິ່ງ​ນີ້​ສາ​ມາດ​ເຂົ້າ​ໃຈ​ໄດ້​ພຽງ​ແຕ່​ໃນ​ຄວາມ​ໝາຍ​ຂອງ​ຄວາມ​ຈິງ​ທີ່​ເປີດ​ເຜີຍ​ກ່ຽວ​ກັບ​ລັດ​ສະ​ໝີ​ພາບ​ຂອງ​ສະ​ຫວັນ ສາມ ລະ​ດັບ. ເພາະ​ຄວາມ​ຮັກ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສຳ​ລັບ​ລູກໆ​ທຸກ​ຄົນ​ຂອງ​ພຣະ​ອົງ, ພຣະ​ອົງ​ຈຶ່ງ​ໄດ້​ຈັດ​ຕຽມ​ອາ​ນາ​ຈັກ​ແຫ່ງ​ລັດ​ສະ​ໝີ​ພາບ​ອື່ນໆ​ໄວ້—ດັ່ງ​ທີ່​ແອວ​ເດີ ຄວິນ​ຕິນ ແອວ ຄຸກ ໄດ້​ອະ​ທິ​ບາຍ​ມື້​ວານນີ້—ຊຶ່ງ​ທັງ​ໝົດ​ແມ່ນ​ດີ​ກວ່າ​ທີ່​ມະ​ນຸດ​ຈະ​ເຂົ້າ​ໃຈ​ໄດ້.10

ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຮັດ​ໃຫ້​ທັງ​ໝົດ​ນີ້​ເປັນ​ໄປ​ໄດ້. ພຣະ​ອົງ​ໄດ້​ເປີດ​ເຜີຍ​ວ່າ ພຣະ​ອົງ “ສັນ​ລະ​ເສີນ​ພຣະ​ບິ​ດາ, ແລະ ຊ່ວຍ​ໃຫ້​ວຽກ​ງານ​ທຸກ​ຢ່າງ​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ​ລອດ.”11 ຄວາມ​ລອດ​ນັ້ນ​ໄດ້​ຮັບ​ໃນ​ອາ​ນາ​ຈັກ​ແຫ່ງ​ລັດ​ສະ​ໝີ​ພາບ​ທີ່​ແຕກ​ຕ່າງ​ກັນ. ເຮົາ​ຮູ້​ຈາກ​ການ​ເປີດ​ເຜີຍ​ສະ​ໄໝ​ໃໝ່​ວ່າ “ອາ​ນາ​ຈັກ​ທັງ​ໝົດ​ມີ​ກົດ​ໃຫ້​ໄວ້.”12 ທີ່​ສຳ​ຄັນ:

“ຄົນ​ທີ່​ບໍ່​ສາ​ມາດ​ປະ​ຕິ​ບັດ​ຕາມ​ກົດ​ຂອງ​ອາ​ນາ​ຈັກ​ຊັ້ນ​ສູງ ຈະ​ທົນ​ກັບ​ລັດ​ສະ​ໝີ​ພາບ​ຂອງ​ຊັ້ນ​ສູງ​ບໍ່​ໄດ້.

“ແລະ ຄົນ​ທີ່​ບໍ່​ສາ​ມາດ​ປະ​ຕິ​ບັດ​ຕາມ​ກົດ​ຂອງ​ອາ​ນາ​ຈັກ​ຊັ້ນ​ກາງ ຈະ​ທົນ​ກັບ​ລັດ​ສະ​ໝີ​ພາບ​ຂອງ​ຊັ້ນ​ກາງ​ບໍ່​ໄດ້.

“ແລະ ຄົນ​ທີ່​ບໍ່​ສາ​ມາດ​ປະ​ຕິ​ບັດ​ຕາມ​ກົດ​ຂອງ​ອາ​ນາ​ຈັກ​ຊັ້ນ​ຕ່ຳ ຈະ​ທົນ​ກັບ​ລັດ​ສະ​ໝີ​ພາບ​ຂອງ​ຊັ້ນ​ຕ່ຳ​ບໍ່​ໄດ້.”13

ໃນ​ອີກ​ຄຳ​ໜຶ່ງ, ອາ​ນາ​ຈັກ​ແຫ່ງ​ລັດ​ສະ​ໝີ​ພາບ​ທີ່​ເຮົາ​ໄດ້​ຮັບ​ໃນ​ການ​ພິ​ພາກ​ສາ​ຄັ້ງ​ສຸດ​ທ້າຍ​ຖືກ​ກຳ​ນົດ​ໂດຍ​ກົດ​ທີ່​ເຮົາ​ເລືອກ​ຮັກ​ສາ ໃນ​ແຜນ​ແຫ່ງ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ພາຍ​ໃຕ້​ແຜນ​ນັ້ນ​ມີ​ຫລາຍ​ອາ​ນາ​ຈັກ ເພື່ອ​ວ່າ​ລູກໆ​ຂອງ​ພຣະ​ອົງ​ຈະ​ຖືກ​ມອບ​ໝາຍ​ໃຫ້​ໄປ​ຫາ​ອາ​ນາ​ຈັກ​ບ່ອນ​ທີ່​ເຂົາ​ເຈົ້າ​ສາ​ມາດ “ຢູ່​ໄດ້.”

II.

ຄຳ​ສອນ ແລະ ນະ​ໂຍ​ບາຍ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ນຳ​ໃຊ້​ຄວາມ​ຈິງ​ນິ​ລັນ​ດອນ​ເຫລົ່າ​ນີ້​ໃນ​ວິ​ທີ​ທາງ​ທີ່​ສາ​ມາດ​ເຂົ້າ​ໃຈ​ຢ່າງ​ເຕັມ​ສ່ວນ​ໃນ​ຄວາມ​ໝາຍ​ຂອງ​ແຜນ​ແຫ່ງ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສຳ​ລັບ​ລູກໆ ທຸກ​ຄົນ ຂອງ​ພຣະ​ອົງ.

ດັ່ງ​ນັ້ນ, ເຮົາ​ໃຫ້​ກຽດ​ອຳ​ເພີ​ໃຈ​ສ່ວນ​ຕົວ. ຫລາຍ​ຄົນ​ກໍ​ຮັບ​ຮູ້​ຄວາມ​ພະ​ຍາ​ຍາມ​ອັນ​ກວ້າງ​ໄກ​ຂອງ​ສາດ​ສະ​ໜາ​ຈັກ​ນີ້ ແມ່ນ​ທີ່​ຈະ​ສົ່ງ​ເສີມ​ເສ​ລີ​ພາບ​ທາງ​ສາດ​ສະ​ໜາ. ຄວາມ​ພະ​ຍາ​ຍາມ​ເຫລົ່າ​ນີ້​ສົ່ງ​ເສີມ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ. ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ຊ່ວຍ​ລູກໆ ທຸກ​ຄົນ ຂອງ​ພຣະ​ອົງ—ບໍ່​ແມ່ນ​ພຽງ​ແຕ່​ສະ​ມາ​ຊິກ​ຂອງ​ເຮົາ​ເອງ—ໃຫ້​ຊື່ນ​ຊົມ​ກັບ​ອິດ​ສະ​ລະ​ພາບ​ອັນ​ລ້ຳ​ຄ່າ​ທີ່​ຈະ​ເລືອກ.

ຄ້າຍ​ຄື​ກັນ, ບາງ​ເທື່ອ​ເຮົາ​ກໍ​ຖືກ​ຖາມ​ວ່າ ເປັນ​ຫຍັງ​ເຮົາ​ຈຶ່ງ​ສົ່ງ​ຜູ້​ສອນ​ສາດ​ສະ​ໜາ​ອອກ​ໄປ​ຫາ​ຫລາຍໆ​ປະ​ເທດ, ແມ່ນ​ແຕ່​ໃນ​ທ່າມ​ກາງ​ປະ​ຊາ​ຊົນ​ທີ່​ເປັນ​ຊາວ​ຄຣິດ. ເຮົາ​ກໍ​ຖືກ​ຖາມ​ອີກ​ວ່າ ເປັນ​ຫຍັງ​ເຮົາ​ຈຶ່ງ​ຊ່ວຍ​ໂຄງ​ການ​ມະ​ນຸດ​ສະ​ທຳ​ຢ່າງ​ຫລວງ​ຫລາຍ ໃຫ້​ຜູ້​ຄົນ​ທີ່​ບໍ່​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ ໂດຍ​ທີ່​ບໍ່​ເຊື່ອມ​ໂຍງ​ການ​ຊ່ວຍ​ເຫລືອ​ນີ້​ເຂົ້າ​ກັບ​ວຽກ​ງານ​ການ​ເຜີຍ​ແຜ່​ຂອງ​ເຮົາ. ເຮົາ​ເຮັດ​ສິ່ງ​ນີ້​ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສິດ​ສອນ​ເຮົາ​ໃຫ້​ຮັບ​ຮູ້​ລູກໆ​ທຸກ​ຄົນ​ຂອງ​ພຣະ​ອົງ​ວ່າ ເປັນ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຮົາ, ແລະ ເຮົາ​ຢາກ​ແບ່ງ​ປັນ​ຄວາມ​ອຸ​ດົມ​ສົມ​ບູນ​ທາງ​ວິນ​ຍານ ແລະ ທາງ​ໂລກ​ຂອງ​ເຮົາ​ກັບ​ທຸກໆ​ຄົນ.

ຄຳ​ສອນ​ນິ​ລັນ​ດອນ​ກໍ​ຍັງ​ໃຫ້​ມຸມ​ມອງ​ທີ່​ແຕກ​ຕ່າງ​ກ່ຽວ​ກັບ​ເດັກ​ນ້ອຍ​ນຳ​ອີກ. ຜ່ານ​ທາງ​ມຸມ​ມອງ​ນີ້ ເຮົາ​ເຫັນ​ການ​ເກີດ​ລູກ ແລະ ການ​ລ້ຽງ​ດູ​ລູກ ເປັນ​ພາກ​ສ່ວນ​ໜຶ່ງ​ໃນ​ແຜນ​ແຫ່ງ​ສະ​ຫວັນ. ມັນ​ເປັນ​ໜ້າ​ທີ່​ອັນ​ຊື່ນ​ຊົມ ແລະ ສັກ​ສິດ​ຂອງ​ຜູ້​ທີ່​ຖືກ​ມອບ​ອຳ​ນາດ​ນີ້​ໃຫ້​ເພື່ອ​ມີ​ສ່ວນ​ຮ່ວມ​ໃນ​ນັ້ນ. ສະນັ້ນ, ເຮົາ​ຈຶ່ງ​ຖືກ​ບັນ​ຊາ​ໃຫ້​ສິດ​ສອນ ແລະ ຕໍ່​ສູ້​ເພື່ອ​ຫລັກ​ທຳ ແລະ ພາກ​ປະ​ຕິ​ບັດ​ທີ່​ໃຫ້​ມີ​ບັນ​ຍາ​ກາດ​ທີ່​ດີ​ທີ່​ສຸດ​ສຳ​ລັບ​ການ​ພັດ​ທະ​ນາ ແລະ ຄວາມ​ສຸກ​ຂອງ​ເດັກ​ນ້ອຍ ພາຍ​ໃຕ້​ແຜນ​ຂອງ​ພຣະ​ເຈົ້າ.

III.

ສຸດ​ທ້າຍ, ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ກໍ​ເປັນ​ທີ່​ຮູ້​ຈັກ​ຢ່າງ​ຖືກ​ຕ້ອງ​ວ່າ ເປັນ​ສາດ​ສະ​ໜາ​ຈັກ​ທີ່​ມີ​ຄອບ​ຄົວ​ເປັນ​ສູນ​ກາງ. ແຕ່​ສິ່ງ​ທີ່​ບໍ່​ເຂົ້າ​ໃຈ​ກັນ​ດີ​ກໍ​ຄື ຄວາມ​ຈິງ​ທີ່​ຄອບ​ຄົວ​ຂອງ​ເຮົາ​ເປັນ​ສູນ​ກາງ ບໍ່​ໄດ້​ເຈາະ​ຈົງ​ໃສ່​ແຕ່​ຄວາມ​ສຳ​ພັນ​ໃນ​ຊ່ວງ​ມະ​ຕະ​ເທົ່າ​ນັ້ນ. ຄວາມ​ສຳ​ພັນ​ນິ​ລັນ​ດອນ​ກໍ​ສຳ​ຄັນ​ຕໍ່​ຄວາມ​ເຊື່ອ​ທາງ​ສາດ​ສະ​ໜາ​ຂອງ​ເຮົາ​ຄື​ກັນ. ພາ​ລະ​ກິດ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ແມ່ນ​ເພື່ອ​ຊ່ວຍ​ລູກໆ​ຂອງ​ພຣະ​ເຈົ້າ​ໃຫ້​ເໝາະ​ສົມ​ກັບ​ສິ່ງ​ທີ່​ພຣະ​ເຈົ້າ​ປາດ​ຖະ​ໜາ​ໃຫ້​ເປັນ​ຈຸດ​ໝາຍ​ປາຍ​ທາງ​ສູງ​ສຸດ​ຂອງ​ພວກ​ເຂົາ. ໂດຍ​ການ​ໄຖ່​ທີ່​ຈັດ​ຕຽມ​ໄວ້​ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ, ທຸກ​ຄົນ​ຈະ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ (ໄດ້​ຮັບ​ຄວາມ​ສູງ​ສົ່ງ​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ), ຊຶ່ງ​ມານ​ດາ​ເອ​ວາ​ໄດ້​ປະ​ກາດ​ວ່າ “ພຣະ​ເຈົ້າ​ມອບ​ໃຫ້​ແກ່​ທຸກ​ຄົນ​ທີ່​ເຊື່ອ​ຟັງ.”14 ນີ້​ແມ່ນ​ຫລາຍ​ກວ່າ​ຄວາມ​ລອດ. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ເຕືອນ​ເຮົາ​ວ່າ “ໃນ​ແຜນ​ນິ​ລັນ​ດອນ​ຂອງ​ພຣະ​ເຈົ້າ, ຄວາມ​ລອດ​ເປັນ​ເລື່ອງ​ສ່ວນ​ຕົວ; [ແຕ່] ຄວາມ​ສູງ​ສົ່ງ​ເປັນ​ເລື່ອງ​ຄອບ​ຄົວ.”15

ພື້ນ​ຖານ​ສຳ​ລັບ​ເຮົາ​ຄື​ການ​ເປີດ​ເຜີຍ​ຂອງ​ພຣະ​ເຈົ້າ​ວ່າ ຄວາມ​ສູງ​ສົ່ງ​ສາ​ມາດ​ບັນ​ລຸ​ໄດ້​ພຽງ​ແຕ່​ຜ່ານ​ທາງ​ຄວາມ​ຊື່​ສັດ​ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ການ​ແຕ່ງ​ງານ​ນິ​ລັນ​ດອນ ລະ​ຫວ່າງ​ຊາຍ ແລະ ຍິງ​ເທົ່າ​ນັ້ນ.16 ຄຳ​ສອນ​ແຫ່ງ​ສະ​ຫວັນ​ນັ້ນ​ຄື​ສາ​ເຫດ​ທີ່​ເຮົາ​ສິດ​ສອນ​ວ່າ “ເພດ​ເປັນ​ສິ່ງ​ສຳ​ຄັນ​ຫລາຍ ຕໍ່​ການ​ຈຳ​ແນກ​ບອກ​ໃຫ້​ຮູ້​ເຖິງ​ບຸກ​ຄະ​ລິກ​ລັກ​ສະ​ນະ​ຂອງ​ແຕ່​ລະ​ຄົນ ໃນ​ໂລກ​ກ່ອນ​ເກີດ, ໃນ​ໂລກ​ນີ້, ແລະ ໃນ​ນິ​ລັນ​ດອນ ແລະ ເຖິງ​ຈຸດ​ມຸ້ງ​ໝາຍ.”17

ນັ້ນ​ຄື​ສາ​ເຫດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮຽກ​ຮ້ອງ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ອົງ​ໃຫ້​ຕໍ່​ຕ້ານ​ຄວາມ​ກົດ​ດັນ​ທາງ​ສັງ​ຄົມ ແລະ ທາງ​ກົດ​ໝາຍ​ທີ່​ໃຫ້​ຖອຍ​ຫ່າງ​ຈາກ​ຄຳ​ສອນ​ຂອງ​ພຣະ​ອົງ​ເລື່ອງ​ການ​ແຕ່ງ​ງານ​ລະ​ຫວ່າງ​ຊາຍ ແລະ ຍິງ ແລະ ໃຫ້​ຕໍ່​ຕ້ານ​ການ​ປ່ຽນ​ແປງ​ທີ່​ເຮັດ​ໃຫ້​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ຊາຍ ແລະ ຍິງ​ກາຍ​ເປັນ​ແບບ​ດຽວ​ກັນ ຫລື ສັບ​ສົນ ຫລື ປ່ຽນ​ແປງ​ເພດ.

ຕຳ​ແໜ່ງ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຢູ່​ເທິງ​ພື້ນ​ຖານ​ເຫລົ່າ​ນີ້ ມັກ​ຈະ​ກະ​ຕຸ້ນ​ການ​ຕໍ່​ຕ້ານ. ພວກ​ເຮົາ​ເຂົ້າ​ໃຈ​ດີ. ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ອະ​ນຸ​ຍາດ​ໃຫ້​ມີ “ການ​ກົງ​ກັນ​ຂ້າມ​ໃນ​ທຸກ​ຢ່າງ,”18 ແລະ ຊາ​ຕານ​ຈະ​ມຸ້ງ​ໃສ່​ສິ່ງ​ໃດ​ກໍ​ຕາມ​ທີ່​ສຳ​ຄັນ​ທີ່​ສຸດ​ຕໍ່​ແຜນ​ນັ້ນ. ດ້ວຍ​ເຫດ​ນີ້, ມັນ​ຈຶ່ງ​ພະ​ຍາ​ຍາມ​ຕໍ່​ຕ້ານ​ຄວາມ​ກ້າວ​ໜ້າ​ໄປ​ສູ່​ຄວາມ​ສູງ​ສົ່ງ ໂດຍ​ການ​ບິດ​ເບືອນ​ການ​ແຕ່ງ​ງານ, ຂັດ​ຂວາງ​ການ​ເກີດ​ລູກ, ຫລື ເຮັດ​ໃຫ້​ເພດ​ສັບ​ສົນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ຮູ້​ວ່າ​ໃນ​ໄລ​ຍະ​ຍາວ, ຈຸດ​ປະ​ສົງ​ແຫ່ງ​ສະ​ຫວັນ ແລະ ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ​ຂອງ​ເຮົາ ຈະ​ບໍ່​ປ່ຽນ​ແປງ. ສະ​ຖາ​ນະ​ການ​ສ່ວນ​ຕົວ​ອາດ​ປ່ຽນ​ແປງ, ແລະ ແຜນ​ຂອງ​ພ​ຣະ​ເຈົ້າ​ຮັບ​ຮອງ​ວ່າ​ໃນ​ໄລ​ຍະ​ຍາວ, ຄົນ​ທີ່​ຊື່​ສັດ​ຜູ້​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ຕົນ ຈະ​ມີ​ໂອ​ກາດ​ທີ່​ຈະ​ເໝາະ​ສົມ​ກັບ​ພອນ​ທຸກ​ປະ​ການ​ທີ່​ສັນ​ຍາ​ໄວ້.19

ຄຳ​ສອນ​ສະ​ເພາະ​ອັນ​ລ້ຳ​ຄ່າ​ເພື່ອ​ຊ່ວຍ​ເຮົາ​ກຽມ​ພ້ອມ​ສຳ​ລັບ​ຊີ​ວິດ​ນິ​ລັນ​ດອນ, “ຂອງ​ປະ​ທານ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ຂອງ​ປະ​ທານ​ທັງ​ໝົດ​ຂອງ​ພຣະ​ເຈົ້າ,”20 ແມ່ນ​ການ​ປະ​ກາດ​ໃນ​ປີ 1995 ກ່ຽວ​ກັບ​ຄອບ​ຄົວ.21 ຂໍ້​ປະ​ກາດ​ເຫລົ່າ​ນັ້ນ, ແນ່​ນອນ, ແຕກ​ຕ່າງ​ຈາກ​ກົດ​ບາງ​ຂໍ້, ການ​ປະ​ຕິ​ບັດ, ແລະ ການ​ສົ່ງ​ເສີມ​ໃນ​ປະ​ຈຸ​ບັນ, ດັ່ງ​ເຊັ່ນ ການ​ຢູ່​ນຳ​ກັນ​ໂດຍ​ບໍ່​ແຕ່ງ​ງານ ແລະ ການ​ແຕ່ງ​ງານ​ກັບ​ເພດ​ດຽວ​ກັນ. ຜູ້​ທີ່​ບໍ່​ເຂົ້າ​ໃຈ​ຢ່າງ​ເຕັມ​ສ່ວນ​ເຖິງ​ແຜນ​ທີ່​ຊົງ​ຮັກ​ຂອງ​ພຣະ​ບິ​ດາ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ ອາດ​ພິ​ຈາ​ລະ​ນາ​ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ​ນີ້ ວ່າ​ບໍ່​ມີ​ຄວາມ​ໝາຍ​ຫລາຍ​ໄປ​ກວ່າ​ຄຳ​ຖະ​ແຫລງ​ນະ​ໂຍ​ບາຍ​ທີ່​ປ່ຽນ​ແປງ​ໄດ້. ກົງ​ກັນ​ຂ້າມ, ພວກ​ເຮົາ​ຢືນ​ຢັນ​ວ່າ ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ, ສ້າງ​ຕັ້ງ​ຂຶ້ນ​ໃນ​ຄຳ​ສອນ​ທີ່​ຖອນ​ຄືນ​ບໍ່​ໄດ້, ກຳ​ນົດ​ປະ​ເພດ​ຂອງ​ຄວາມ​ສຳ​ພັນ​ໃນ​ຄອບ​ຄົວ ທີ່​ພາກ​ສ່ວນ​ສຳ​ຄັນ​ທີ່​ສຸດ​ຂອງ​ການ​ພັດ​ທະ​ນາ​ນິ​ລັນ​ດອນ​ຂອງ​ເຮົາ​ສາ​ມາດ​ເກີດ​ຂຶ້ນ​ໄດ້.

ນັ້ນ​ແມ່ນ​ຄວາມ​ໝາຍ​ສຳ​ລັບ​ຄຳ​ສອນ ແລະ ນະ​ໂຍ​ບາຍ​ສະ​ເພາະ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ທີ່​ຖືກ​ຟື້ນ​ຟູ.

IV.

ໃນ​ຄວາມ​ສຳ​ພັນ ແລະ ສະ​ຖາ​ນະ​ການ​ຢ່າງ​ຫລວງ​ຫລາຍ​ໃນ​ຊີ​ວິດ​ມະ​ຕະ, ເຮົາ​ແຕ່​ລະ​ຄົນ​ຈະ​ຕ້ອງ​ດຳ​ລົງ​ຊີ​ວິດ​ກັບ​ຄວາມ​ແຕກ​ຕ່າງ. ໃນ​ຖາ​ນະ​ຜູ້​ຕິດ​ຕາມ​ພຣະ​ຄຣິດ ຜູ້​ຄວນ​ຮັກ​ເພື່ອນ​ບ້ານ​ຂອງ​ເຮົາ, ເຮົາ​ຄວນ​ດຳ​ລົງ​ຊີ​ວິດ​ຢ່າງ​ສະ​ຫງົບ​ສຸກ​ກັບ​ຜູ້​ທີ່​ບໍ່​ເຊື່ອ​ຄື​ເຮົາ. ເຮົາ​ທຸກ​ຄົນ​ເປັນ​ລູກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ. ສຳ​ລັບ​ເຮົາ​ທຸກ​ຄົນ, ພຣະ​ອົງ​ໄດ້​ກຳ​ນົດ​ຊີ​ວິດ​ຫລັງ​ຈາກ​ຄວາມ​ຕາຍ ແລະ, ໃນ​ທີ່​ສຸດ, ອາ​ນາ​ຈັກ​ແຫ່ງ​ລັດ​ສະ​ໝີ​ພາບ. ພຣະ​ເຈົ້າ​ປາດ​ຖະ​ໜາ​ໃຫ້​ເຮົາ​ທຸກ​ຄົນ​ພະ​ຍາ​ຍາມ​ເພື່ອ​ພອນ​ສູງ​ສຸດ​ທີ່​ເປັນ​ໄປ​ໄດ້​ຂອງ​ພຣະ​ອົງ ໂດຍ​ການ​ຮັກ​ສາ​ພຣະ​ບັນ​ຍັດ, ພັນ​ທະ​ສັນ​ຍາ, ແລະ ພິ​ທີ​ການ​ສູງ​ສຸດ​ຂອງ​ພຣະ​ອົງ, ຊຶ່ງ​ທັງ​ໝົດ​ສູງ​ສຸດ​ໃນ​ພຣະ​ວິ​ຫານ​ທີ່​ສັກ​ສິດ​ຂອງ​ພຣະ​ອົງ ທີ່​ຖືກ​ສ້າງ​ຂຶ້ນ​ທົ່ວ​ໂລກ. ເຮົາ​ຕ້ອງ​ສະ​ແຫວງ​ຫາ​ທີ່​ຈະ​ແບ່ງ​ປັນ​ຄວາມ​ຈິງ​ເຫລົ່າ​ນີ້​ກັບ​ຄົນ​ອື່ນ. ແຕ່​ດ້ວຍ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ເພື່ອນ​ບ້ານ​ຂອງ​ເຮົາ, ເຮົາ​ຈຶ່ງ​ຮັບ​ຮູ້​ການ​ຕັດ​ສິນ​ໃຈ​ຂອງ​ເຂົາ​ເຈົ້າ​ສະ​ເໝີ. ດັ່ງ​ທີ່​ສາດ​ສະ​ດາ​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ສິດ​ສອນ, ເຮົາ​ຕ້ອງ​ມຸ້ງ​ໜ້າ, ໂດຍ​ມີ “ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ແລະ ຂອງ​ມະ​ນຸດ​ທັງ​ປວງ.”22

ດັ່ງ​ທີ່​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ປະ​ກາດ​ໃນ​ກອງ​ປະ​ຊຸມ​ໃຫຍ່​ເທື່ອ​ແລ້ວ​ນີ້​ວ່າ: “ບໍ່​ເຄີຍ​ມີ​ຊ່ວງ​ເວ​ລາ​ໃດ​ໃນ​ປະ​ຫວັດ​ສາດ​ຂອງ​ໂລກ ເມື່ອ​ຄວາມ​ຮູ້​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ມີ​ຄວາມ​ສຳ​ຄັນ​ສ່ວນ​ຕົວ ແລະ ກ່ຽວ​ຂ້ອງ​ກັບ ຈິດ​ວິນ​ຍານ​ຂອງ​ມວນ​ມະ​ນຸດ ຫລາຍ​ໄປ​ກວ່າ​ໃນ​ເວ​ລາ​ນີ້. … ຄຳ​ສອນ​ທີ່​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ​ມີ​ພະ​ລັງ​ຫລາຍ. ມັນ​ປ່ຽນ​ຊີ​ວິດ​ຂອງ​ທຸກ​ຄົນ​ທີ່​ເຂົ້າ​ໃຈ ແລະ ສະ​ແຫວງ​ຫາ​ທີ່​ຈະ​ນຳ​ໃຊ້​ມັນ​ໃນ​ຊີ​ວິດ​ຂອງ​ຕົນ.”23

ຂໍ​ໃຫ້​ເຮົາ​ທຸກ​ຄົນ​ຈົ່ງ​ນຳ​ໃຊ້​ຄຳ​ສອນ​ທີ່​ສັກ​ສິດ​ນັ້ນ​ໃນ​ຊີ​ວິດ​ຂອງ​ເຮົາ​ເອງ, ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.