ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຮັກ, ແບ່ງ​ປັນ, ເຊື້ອ​ເຊີນ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2022


ຮັກ, ແບ່ງ​ປັນ, ເຊື້ອ​ເຊີນ

ເມື່ອ​ເຮົາ​ຮັກ, ແບ່ງ​ປັນ, ແລະ ເຊື້ອ​ເຊີນ, ເຮົາ​ໄດ້​ມີ​ພາກ​ສ່ວນ​ໃນ​ວຽກ​ງານ​ທີ່​ຍິ່ງ​ໃຫຍ່ ແລະ ຮຸ່ງ​ໂລດ ທີ່​ກະ​ກຽມ​ແຜ່ນ​ດິນ​ໂລກ​ສຳ​ລັບ​ການ​ສະ​ເດັດ​ກັບ​ຄືນ​ມາ​ຂອງ​ພຣະ​ເມ​ຊີ​ອາ.

ຂໍ​ໃຫ້​ຄິດ​ວາດ​ພາບ​ກັບ​ຂ້າ​ພະ​ເຈົ້າ, ຈັກ​ບຶດ​ໜຶ່ງ​ວ່າ ກຳ​ລັງ​ຢືນ​ຢູ່​ເທິງ​ພູ​ທີ່​ແຂວງ​ຄາ​ລີ​ເລ, ເຫັນ​ການ​ອັດ​ສະ​ຈັນ ແລະ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຟື້ນ​ພຣະ​ຊົນ ກຳ​ລັງ​ຢ້ຽມ​ຢາມ​ສາ​ນຸ​ສິດ​ຂອງ​ພຣະ​ອົງ. ມັນ​ເປັນ​ເລື່ອງ​ທີ່​ດົນ​ໃຈ​ທີ່​ຈະ​ໄດ້​ຍິນ​ຖ້ອຍ​ຄຳ​ເຫລົ່າ​ນີ້​ດ້ວຍ​ຕົວ​ເອງ, ທີ່​ພຣະ​ອົງ​ໄດ້​ແບ່ງ​ປັນ​ກັບ​ພວກ​ເພິ່ນ, ພຣະ​ບັນ​ຊາ​ທີ່​ວ່າ “ພວກ​ເຈົ້າ​ຈົ່ງ​ອອກ​ໄປ, ຈົ່ງ​ເຮັດ​ໃຫ້​ຄົນ​ທຸກ​ຊາດ​ເປັນ​ສາ​ນຸ​ສິດ, ໃຫ້​ພວກ​ເຂົາ​ຮັບ​ບັບ​ຕິ​ສະ​ມາ​ໃນ​ພຣະ​ນາມ​ຂອງ​ພຣະ​ບິ​ດາ, ແລະ ຂອງ​ພຣະ​ບຸດ, ແລະ ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.”1 ແນ່​ນອນ​ວ່າ, ຖ້ອຍ​ຄຳ​ເຫລົ່າ​ນີ້​ຈະ​ໃຫ້​ພະ​ລັງ, ດົນ​ໃຈ, ແລະ ສຳ​ພັດ​ຈິດ​ໃຈ​ຂອງ​ເຮົາ, ດັ່ງ​ທີ່​ມັນ​ໄດ້​ເຮັດ​ກັບ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ. ແທ້ໆ​ແລ້ວ, ພວກ​ເພິ່ນ​ໄດ້​ອຸ​ທິດ​ຕະ​ຫລອດ​ຊີ​ວິດ​ຂອງ​ພວກ​ເພິ່ນ​ໃນ​ການ​ກະ​ທຳ​ດັ່ງ​ນັ້ນ.

ເປັນ​ທີ່​ໜ້າ​ສົນ​ໃຈ, ບໍ່​ແມ່ນ​ພຽງ​ແຕ່​ອັກ​ຄະ​ສາ​ວົກ​ເທົ່າ​ນັ້ນ​ທີ່​ໄດ້​ເຊື່ອ​ຟັງ​ພຣະ​ຄຳ​ເຫລົ່າ​ນັ້ນ. ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ລຸ້ນ​ທຳ​ອິດ, ຈາກ​ສະ​ມາ​ຊິກ​ຄົນ​ໃໝ່​ຈົນ​ເຖິງ​ຜູ້​ທີ່​ໄດ້​ເປັນ​ສະ​ມາ​ຊິກ​ນານ​ແລ້ວ, ໄດ້​ມີ​ສ່ວນ​ຮ່ວມ​ໃນ​ພຣະ​ບັນ​ຊາ​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແບ່ງ​ປັນ​ຂ່າວ​ປະ​ເສີດ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ກັບ​ຜູ້​ຄົນ​ທີ່​ເຂົາ​ເຈົ້າ​ໄດ້​ພົບ ແລະ ໄດ້​ຮູ້​ຈັກ. ຄວາມ​ຕັ້ງ​ໃຈ​ທີ່​ຈະ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ເຂົາ​ເຈົ້າ​ເຖິງ​ພຣະ​ເຢ​ຊູ​ຄຣິດ ໄດ້​ຊ່ວຍ​ໃຫ້​ສາດ​ສະ​ໜາ​ຈັກ​ທີ່​ໄດ້​ສ້າງ​ຕັ້ງ​ຂຶ້ນ​ໃໝ່​ເຕີບ​ໂຕ​ຢ່າງ​ກວ້າງ​ຂວາງ.2

ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ຄຣິດ, ເຮົາ​ກໍ​ຖືກ​ເຊື້ອ​ເຊີນ​ໃຫ້​ເອົາ​ໃຈ​ໃສ່​ຕໍ່​ພຣະ​ບັນ​ຊາ​ຂອງ​ພຣະ​ອົງ​ເໝືອນ​ກັນ​ໃນ​ວັນ​ເວ​ລາ​ນີ້, ຄື​ກັນ​ກັບ​ວ່າ​ເຮົາ​ໄດ້​ຢູ່​ທີ່​ນັ້ນ ຢູ່​ເທິງ​ພູ​ໃນ​ແຂວງ​ຄາ​ລີ​ເລ​ນັ້ນ ເມື່ອ​ພຣະ​ອົງ​ໄດ້​ປະ​ກາດ​ມັນ​ເປັນ​ເທື່ອ​ທຳ​ອິດ. ພຣະ​ບັນ​ຊາ​ນີ້​ໄດ້​ເລີ່ມ​ຕົ້ນ​ໃນ​ປີ 1830, ຕອນ​ໂຈ​ເຊັບ ສະ​ມິດ ໄດ້​ແຕ່ງ​ຕັ້ງ ແຊມ​ໂຍ ນ້ອງ​ຊາຍ​ຂອງ​ເພິ່ນ ໃຫ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ລຸ້ນ​ທຳ​ອິດ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ.3 ນັບ​ຕັ້ງ​ແຕ່​ເວ​ລາ​ນັ້ນ, ຜູ້​ສອນ​ສາດ​ສະ​ໜາ​ຫລາຍ​ກວ່າ 1.5 ລ້ານ​ຄົນ​ໄດ້​ເດີນ​ທາງ​ໄປ​ຕະ​ຫລອດ​ທົ່ວ​ໂລກ ເພື່ອ​ສິດ​ສອນ​ທຸກ​ປະ​ຊາ​ຊາດ ແລະ ໃຫ້​ບັບ​ຕິ​ສະ​ມາ​ແກ່​ຜູ້​ຄົນ​ທີ່​ເປີດ​ໃຈ​ຮັບ​ເອົາ​ຂ່າວ​ປະ​ເສີດ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ.

ນີ້​ຄື​ຄຳ​ສອນ​ຂອງ​ເຮົາ. ຄວາມ​ປາດ​ຖະ​ໜາ​ອັນ​ແຮງ​ກ້າ​ຂອງ​ເຮົາ.

ຈາກ​ເດັກ​ນ້ອຍ​ຂອງ​ເຮົາ​ຈົນ​ເຖິງ​ຜູ້​ສູງ​ອາ​ຍຸ​ສຸດ​ໃນ​ບັນ​ດາ​ພວກ​ເຮົາ, ເຮົາ​ປາດ​ຖະ​ໜາ​ວັນ​ເວ​ລາ​ເມື່ອ​ເຮົາ​ຈະ​ສາ​ມາດ​ເອົາ​ໃຈ​ໃສ່​ຕໍ່​ການ​ເອີ້ນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ກັບ​ປະ​ຊາ​ຊາດ​ຂອງ​ໂລກ. ຂ້າ​ພະ​ເຈົ້າ​ແນ່​ໃຈ​ວ່າ ພວກ​ເຈົ້າ​ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ​ໄດ້​ຮູ້​ສຶກ​ເຖິງ​ການ​ທ້າ​ທາຍ​ທີ່​ໃຫ້​ພະ​ລັງ​ຄ້າຍ​ຄື​ກັນ​ນີ້ ຈາກ​ສາດ​ສະ​ດາ​ຂອງ​ເຮົາ​ມື້​ວານ​ນີ້ ຂະ​ນະ​ທີ່​ເພິ່ນ​ໄດ້​ເຊື້ອ​ເຊີນ​ພວກ​ເຈົ້າ ໃຫ້​ກຽມ​ພ້ອມ​ສຳ​ລັບ​ການ​ຮັບ​ໃຊ້​ເຜີຍ​ແຜ່​ເຕັມ​ເວ​ລາ ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເຊື້ອ​ເຊີນ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ.

ເໝືອນ​ດັ່ງ​ນັກ​ແລ່ນ​ແຂ່ງ​ຂັນ​ທີ່​ລໍ​ຖ້າ​ສັນ​ຍານ​ໃຫ້​ເລີ່ມ​ແລ່ນ, ເຮົາ​ກໍ​ລໍ​ຖ້າ​ການ​ເຊື້ອ​ເຊີນ​ທີ່​ເປັນ​ທາງ​ການ, ພ້ອມ​ດ້ວຍ​ລາຍ​ເຊັນ​ຂອງ​ສາດ​ສະ​ດາ, ເພື່ອ​ຈະ​ເລີ່ມ​ການ​ຮັບ​ໃຊ້​ເຜີຍ​ແຜ່​ຂອງ​ເຮົາ! ຄວາມ​ປາດ​ຖະ​ໜາ​ນີ້​ກໍ​ສູງ​ສົ່ງ ແລະ ເປັນ​ທີ່​ດົນ​ໃຈ, ເຖິງ​ແນວ​ໃດ​ກໍ​ຕາມ, ຂໍ​ໃຫ້​ເຮົາ​ພິ​ຈາ​ລະ​ນາ​ຄຳ​ຖາມ​ນີ້: ເປັນ​ຫຍັງ​ພວກ​ເຮົາ ທຸກ​ຄົນ ຈຶ່ງ​ບໍ່​ເລີ່ມ​ຕົ້ນ​ດຽວ​ນີ້?

ທ່ານ​ອາດ​ຖາມ​ວ່າ, “ເຮົາ​ຈະ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ໄດ້​ແນວ​ໃດ ໂດຍ​ບໍ່​ມີ​ປ້າຍ​ຊື່?” ຫລື ເຮົາ​ບອກ​ຕົວ​ເອງ​ວ່າ, “ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ​ຖືກ​ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໃຫ້​ເຮັດ​ວຽກ​ງານ​ນີ້. ເຮົາ​ຢາກ​ຊ່ວຍ ແຕ່​ບາງ​ທີ​ໃນ​ອະ​ນາ​ຄົດ ຕອນ​ຊີ​ວິດ​ສະ​ຫງົບ​ລົງ​ແດ່​ໜ້ອຍ​ໜຶ່ງ​ກ່ອນ.”

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ມັນ​ລຽບ​ງ່າຍ​ກວ່າ​ນັ້ນ! ພວກ​ເຮົາ​ກະ​ຕັນ​ຍູ, ທີ່​ພຣະ​ບັນ​ຊາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສາ​ມາດ​ສຳ​ເລັດ​ໄດ້​ຜ່ານ​ທາງ​ຫລັກ​ທຳ​ທີ່​ລຽບ​ງ່າຍ, ເຂົ້າ​ໃຈ​ໄດ້​ງ່າຍ ທີ່​ຖືກ​ສິດ​ສອນ​ໃຫ້​ເຮົາ​ແຕ່​ລະ​ຄົນ​ຕັ້ງ​ແຕ່​ໄວ​ເດັກ​ວ່າ​ໃຫ້: ຮັກ, ແບ່ງ​ປັນ, ແລະ ເຊື້ອ​ເຊີນ.

ຮັກ

ສິ່ງ​ທຳ​ອິດ​ທີ່​ເຮົາ​ສາ​ມາດ​ເຮັດ​ໄດ້​ແມ່ນ ຮັກ​ດັ່ງ​ທີ່​ພຣະ​ຄຣິດ​ຊົງ​ຮັກ.

ພວກ​ເຮົາ​ເສົ້າ​ເສຍ​ໃຈ​ເພາະ​ຄວາມ​ທຸກ​ທໍ​ລະ​ມານ ແລະ ຄວາມ​ຕຶງ​ຄຽດ​ຂອງ​ມະ​ນຸດ ທີ່​ເຮົາ​ເຫັນ​ຢູ່​ຕະ​ຫລອດ​ທົ່ວ​ໂລກ ໃນ​ຊ່ວງ​ເວ​ລາ​ທີ່​ວຸ້ນ​ວາຍ​ນີ້. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ສາ​ມາດ​ຖືກ​ດົນ​ໃຈ​ໂດຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ ມະ​ນຸດ​ສະ​ທຳ​ທີ່​ຫລັ່ງ​ໄຫລ​ອອກ​ມາ ທີ່​ໄດ້​ສະ​ແດງ​ໃຫ້​ເຫັນ​ໂດຍ​ຜູ້​ຄົນ​ຈາກ​ທຸກ​ແຫ່ງ​ຫົນ ຜ່ານ​ທາງ​ຄວາມ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າ ທີ່​ຈະ​ເອື້ອມ​ອອກ​ໄປ​ຫາ​ຄົນ​ດ້ອຍ​ໂອ​ກາດ—ຜູ້​ຄົນ​ທີ່​ຖືກ​ຂັບ​ໄລ່​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ, ແຕກ​ແຍກ​ຈາກ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ, ຫລື ກຳ​ລັງ​ປະ​ສົບ​ຄວາມ​ໂສກ​ເສົ້າ ແລະ ຄວາມ​ສິ້ນ​ຫວັງ​ໃນ​ຮູບ​ແບບ​ອື່ນໆ.

ເມື່ອ​ບໍ່​ດົນ​ມາ​ນີ້, ແຫລ່ງ​ສື່​ຂ່າວ​ໄດ້​ລາຍ​ງານ​ວ່າ ກຸ່ມ​ໜຶ່ງ​ຂອງ​ບັນ​ດາ​ແມ່​ໃນ​ປະ​ເທດ​ໂປ​ໂລຍ, ເພາະ​ຄວາມ​ເປັນ​ຫ່ວງ​ກັບ​ຄອບ​ຄົວ​ທີ່​ກຳ​ລັງ​ໂຕນ​ໜີ​ຢ່າງ​ສິ້ນ​ຫວັງ, ໄດ້​ວາງ​ລໍ້​ຍູ້​ເດັກ​ທີ່​ມີ​ອຸ​ປະ​ກອນ​ຄົບ​ຖ້ວນ ໄວ້​ເປັນ​ແຖວ​ໃນ​ຊານ​ສະ​ຖາ​ນີ​ລົດ​ໄຟ, ພ້ອມ​ແລ້ວ ແລະ ລໍ​ຖ້າ​ຊາວ​ອົບ​ພະ​ຍົບ ຜູ້​ເປັນ​ແມ່ ແລະ ເດັກ​ນ້ອຍ ຜູ້​ທີ່​ຕ້ອງ​ການ​ມັນ​ຢູ່​ທີ່​ດ່ານ​ຊາຍ​ແດນ​ນັ້ນ ຕອນ​ເຂົາ​ເຈົ້າ​ລົງ​ຈາກ​ລົດ​ໄຟ. ແນ່​ນອນ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ກໍ​ຍິ້ມ​ໃຫ້​ແກ່​ການ​ກະ​ທຳ​ແຫ່ງ​ຄວາມ​ໃຈ​ບຸນ​ທີ່​ບໍ່​ເຫັນ​ແກ່​ຕົວ, ເພາະ​ເມື່ອ​ເຮົາ​ແບກ​ຫາບ​ພາ​ລະ​ຂອງ​ກັນ​ແລະ​ກັນ, ເຮົາ​ກໍ “ປະ​ຕິ​ບັດ​ຕາມ​ກົດ​ບັນ​ຍັດ​ຂອງ​ພຣະ​ຄຣິດ.”4

ເມື່ອ​ໃດ​ເຮົາ​ສະ​ແດງ​ຄວາມ​ຮັກ​ທີ່​ເໝືອນ​ພຣະ​ຄຣິດ​ຕໍ່​ເພື່ອນ​ບ້ານ​ຂອງ​ເຮົາ, ເຮົາ​ກໍ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ—ແມ່ນ​ແຕ່​ເມື່ອ​ເຮົາ​ບໍ່​ກ່າວ​ຫຍັງ​ເລີຍ​ກໍ​ຕາມ.

ຄວາມ​ຮັກ​ທີ່​ມີ​ຕໍ່​ຄົນ​ອື່ນ​ເປັນ​ການ​ສະ​ແດງ​ອອກ​ຢ່າງ​ສະ​ຫງ່າ​ງາມ​ເຖິງ​ພຣະ​ບັນ​ຍັດ​ຂໍ້​ໃຫຍ່​ຂໍ້​ທີ​ສອງ ທີ່​ຈະ​ຮັກ​ເພື່ອນ​ບ້ານ​ຂອງ​ເຮົາ;5 ມັນ​ສະ​ແດງ​ໃຫ້​ເຫັນ​ຂັ້ນ​ຕອນ​ການ​ຫລໍ່​ຫລອມ​ຂອງ​ພຣະ​ວິນ​ຍານ​ສັກ​ສິດ ທີ່​ກຳ​ລັງ​ທຳ​ງານ​ຢູ່​ພາຍ​ໃນ​ຈິດ​ວິນ​ຍານ​ຂອງ​ເຮົາ​ເອງ. ໂດຍ​ການ​ສະ​ແດງ​ຄວາມ​ຮັກ​ຂອງ​ພຣະ​ຄຣິດ​ຕໍ່​ຄົນ​ອື່ນ, ເຮົາ​ອາດ​ເຮັດ​ໃຫ້​ຜູ້​ຄົນ​ທີ່​ເຫັນ​ວຽກ​ງານ​ດີ​ຂອງ​ເຮົາ “ສັນ​ລະ​ເສີນ​ພຣະ​ບິ​ດາ [ຂອງ​ເຮົາ] ທີ່​ສະ​ຖິດ​ຢູ່​ໃນ​ສະ​ຫວັນ.”6

ເຮົາ​ເຮັດ​ສິ່ງ​ນີ້​ໂດຍ​ບໍ່​ຫວັງ​ຜົນ​ຕອບ​ແທນ.

ຄວາມ​ຫວັງ​ຂອງ​ເຮົາ, ແນ່​ນອນ, ຄື​ເຂົາ​ເຈົ້າ​ຈະ​ຮັບ​ເອົາ​ຄວາມ​ຮັກ​ຂອງ​ເຮົາ ແລະ ຂ່າວ​ສານ​ຂອງ​ເຮົາ, ແຕ່​ເຮົາ​ບໍ່​ສາ​ມາດ​ຄວບ​ຄຸມ​ພຶດ​ຕິ​ກຳ​ຂອງ​ເຂົາ​ເຈົ້າ.

ສິ່ງ​ທີ່​ເຮົາ​ເຮັດ ແລະ ຄົນ​ທີ່​ເຮົາ​ເປັນ​ນັ້ນ ເຮົາ​ສາ​ມາດ​ຄວບ​ຄຸມ​ໄດ້.

ຜ່ານ​ທາງ​ຄວາມ​ຮັກ​ເໝືອນ​ດັ່ງ​ພຣະ​ຄຣິດ​ສຳ​ລັບ​ຄົນ​ອື່ນ, ເຮົາ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຄຣິດ​ທີ່​ຮຸ່ງ​ເຫລື້ອມ ແລະ ປ່ຽນ​ແປງ​ຊີ​ວິດ, ແລະ ເຮົາ​ມີ​ສ່ວນ​ຮ່ວມ​ທີ່​ສຳ​ຄັນ​ໃນ​ການ​ບັນ​ລຸ​ພຣະ​ບັນ​ຊາ​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ.

ແບ່ງ​ປັນ

ສິ່ງ​ທີ​ສອງ​ທີ່​ເຮົາ​ສາ​ມາດ​ເຮັດ​ໄດ້​ແມ່ນ​ແບ່ງ​ປັນ.

ລະ​ຫວ່າງ​ສອງ​ສາມ​ເດືອນ​ທຳ​ອິດ​ຂອງ​ການ​ແຜ່​ລະ​ບາດ​ພະ​ຍາດ​ໂຄ​ວິດ-19, ບຣາ​ເດີ ວິ​ສານ ຈາກ​ປະ​ເທດ​ໄທ ໄດ້​ຮູ້​ສຶກ​ກະ​ຕຸ້ນ​ໃຫ້​ແບ່ງ​ປັນ​ຄວາມ​ຮູ້​ສຶກ ແລະ ຄວາມ​ປະ​ທັບ​ໃຈ​ຂອງ​ລາວ ເຖິງ​ສິ່ງ​ທີ່​ລາວ​ກຳ​ລັງ​ຮຽນ​ຮູ້​ຢູ່​ໃນ​ການ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ​ຂອງ​ລາວ ຢູ່​ໃນ​ບັນ​ຊີ​ສື່​ສັງ​ຄົມ​ຂອງ​ລາວ. ໜຶ່ງ​ໃນ​ການ​ໂພສ​ສ່ວນ​ຕົວ​ຂອງ​ລາວ, ລາວ​ໄດ້​ແບ່ງ​ປັນ​ເລື່ອງ​ລາວ​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ສອງ​ຄົນ​ໃນ​ພຣະ​ຄຳ​ພີ​ມໍ​ມອນ, ແອວ​ມາ ແລະ ແອມ​ມິວ​ເລັກ.

ວິ​ໄນ ອ້າຍ​ຂອງ​ລາວ, ເຖິງ​ແມ່ນ​ວ່າ​ລາວ​ເຂັ້ມ​ແຂງ​ໃນ​ຄວາມ​ເຊື່ອ​ທາງ​ສາດ​ສະ​ໜາ​ຂອງ​ລາວ, ແຕ່​ລາວ​ໄດ້​ຮູ້​ສຶກ​ຊາບ​ຊຶ້ງ​ໂດຍ​ການ​ໂພສ​ນັ້ນ ແລະ ໄດ້​ຕອບ​ຮັບ​ໂດຍ​ການ​ຖາມ​ຢ່າງ​ບໍ່​ຄາດ​ຄິດ​ວ່າ, “ຂ້ອຍ​ຂໍ​ປຶ້ມ​ນັ້ນ​ເປັນ​ພາ​ສາ​ໄທ​ໄດ້​ບໍ?”

ວິ​ສານ ກໍ​ໄດ້​ຈັດ​ໃຫ້​ເອື້ອຍ​ນ້ອງ​ຜູ້​ສອນ​ສາດ​ສະ​ໜາ​ສອງ​ຄົນ ເອົາ​ພຣະ​ຄຳ​ພີ​ໄປ​ສົ່ງ​ໃຫ້, ຊຶ່ງ​​ໄດ້​ເລີ່ມ​ສິດ​ສອນ​ອ້າຍ​ຂອງ​ລາວ.

ວິ​ສານ ກໍ​ໄດ້​ເຂົ້າ​ຮ່ວມ​ບົດ​ຮຽນ​ທາງ​ອອນ​ລາຍ, ຊຶ່ງ​ລາວ​ໄດ້​ແບ່ງ​ປັນ​ຄວາມ​ຮູ້​ສຶກ​ຂອງ​ລາວ​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ. ວິ​ໄນ ໄດ້​ຮຽນ​ອະ​ທິ​ຖານ ແລະ ສຶກ​ສາ​ດ້ວຍ​ວິນ​ຍານ​ທີ່​ສະ​ແຫວງ​ຫາ​ຄວາມ​ຈິງ, ເພື່ອ​ຈະ​ຍອມ​ຮັບ ແລະ ເປີດ​ໃຈ​ຮັບ​ເອົາ​ຄວາມ​ຈິງ. ພາຍ​ໃນ​ສອງ​ສາມ​ເດືອນ, ວິ​ໄນ ກໍ​ໄດ້​ຮັບ​ບັບ​ຕິ​ສະ​ມາ!

ຕໍ່​ມາ ວິ​ສານ​ໄດ້​ກ່າວ​ວ່າ, “ເຮົາ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຈະ​ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ, ແລະ ເຮົາ​ຕ້ອງ​ກຽມ​ພ້ອມ​ສະ​ເໝີ​ເພື່ອ​ພຣະ​ອົງ​ຈະ​ເຮັດ​ວຽກ​ງານ​ຂອງ​ພຣະ​ອົງ ໃນ​ວິ​ທີ​ທາງ​ຂອງ​ພຣະ​ອົງ ຜ່ານ​ທາງ​ເຮົາ.” ການ​ອັດ​ສະ​ຈັນ​ຂອງ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ໄດ້​ມີ​ມາ​ເພາະ ວິ​ສານ​ພຽງ​ແຕ່​ໄດ້​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ໃນ​ວິ​ທີ​ທາງ​ປົກ​ກະ​ຕິ ແລະ ເປັນ​ທຳ​ມະ​ຊາດ.

ເຮົາ​ທຸກ​ຄົນ​ແບ່ງ​ປັນ​ບາງ​ສິ່ງ​ກັບ​ຄົນ​ອື່ນ. ເຮົາ​ເຮັດ​ແບບ​ນັ້ນ​ເລື້ອຍໆ. ເຮົາ​ແບ່ງ​ປັນ​ໜັງ​ລະ​ຄອນ ແລະ ອາ​ຫານ​ທີ່​ເຮົາ​ມັກ, ສິ່ງ​ຕະ​ຫລົກ​ທີ່​ເຮົາ​ເຫັນ, ສະ​ຖານ​ທີ່ ທີ່​ເຮົາ​ຢ້ຽມ​ຢາມ, ຜົນ​ງານ​ສິ​ລະ​ປະ​ທີ່​ເຮົາ​ເຫັນ​ຄຸນ​ຄ່າ, ຂໍ້​ຄວາມ​ທີ່​ດົນ​ໃຈ​ເຮົາ.

ເຮົາ​ຈະ​ຕື່ມ​ສິ່ງ​ທີ່​ເຮົາ​ມັກ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ໃສ່​ໃນ​ສິ່ງ​ທີ່​ເຮົາ​ໄດ້​ແບ່ງ​ປັນ​ແລ້ວ​ໄດ້​ແນວ​ໃດ?

ແອວ​ເດີ ດີ​ເດີ ແອັຟ ອຸກ​ດອບ ໄດ້​ອະ​ທິ​ບາຍ​ວ່າ: “ຖ້າ​ຫາກ​ມີ​ຄົນ​ຖາມ​ກ່ຽວ​ກັບ​ທ້າຍ​ສັບ​ປະ​ດາ​ຂອງ​ທ່ານ, ຢ່າ​ລັງ​ເລ​ໃຈ​ທີ່​ຈະ​ເວົ້າ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ທ່ານ​ຢູ່​ທີ່​ໂບດ ໃຫ້​ເຂົາ​ເຈົ້າ​ຟັງ. ບອກ​ກ່ຽວ​ກັບ​ເດັກ​ນ້ອຍ ຜູ້​ຢືນ​ຢູ່​ຕໍ່​ໜ້າ​ຜູ້​ມາ​ຮ່ວມ​ກອງ​ປະ​ຊຸມ ແລະ ຮ້ອງ​ເພງ​ດ້ວຍ​ຄວາມ​ກ້າ​ຫານ ເຖິງ​ວິ​ທີ​ທີ່​ພວກ​ເຂົາ​ພະ​ຍາ​ຍາມ​ເປັນ​ເໝືອນ​ດັ່ງ​ພຣະ​ເຢ​ຊູ. ບອກ​ກ່ຽວ​ກັບ​ກຸ່ມ​ຊາວ​ໜຸ່ມ ຜູ້​ໃຊ້​ເວ​ລາ​ຊ່ວຍ​ເຫລືອ​ຜູ້​ອາ​ວຸ​ໂສ ຢູ່​ເຮືອນ​ພັກ​ຄົນ​ແກ່ ເພື່ອ​ຮວບ​ຮວມ​ປະ​ຫວັດ​ສ່ວນ​ຕົວ.”7

ການ​ແບ່ງ​ປັນ​ບໍ່​ໄດ້​ກ່ຽວ​ກັບ “ການ​ສະ​ເໜີ​ຂາຍ” ພຣະ​ກິດ​ຕິ​ຄຸນ. ທ່ານ​ບໍ່​ຈຳ​ເປັນ​ຕ້ອງ​ແຕ່ງ​ບົດ​ເທດ​ສະ​ໜາ ຫລື ແກ້​ໄຂ​ທັດ​ສະ​ນະ​ທີ່​ຜິດ​ຂອງ​ຄົນ​ບາງ​ຄົນ.

ກ່ຽວ​ກັບ​ເລື່ອງ​ວຽກ​ງານ​ເຜີຍ​ແຜ່, ພຣະ​ເຈົ້າ​ບໍ່​ຕ້ອງ​ການ​ໃຫ້​ທ່ານ​ເປັນ​ນາຍ​ຕຳ​ຫລວດ​ຂອງ​ພຣະ​ອົງ, ແຕ່​ພຣະ​ອົງ​ຕ້ອງ​ການ​ໃຫ້​ທ່ານ​ເປັນ​ຜູ້​ແບ່ງ​ປັນ​ຂອງ​ພຣະ​ອົງ.

ໂດຍ​ການ​ແບ່ງ​ປັນ​ປະ​ສົບ​ການ​ທີ່​ເປັນ​ທາງ​ບວກ​ໃນ​ພຣະ​ກິດ​ຕິ​ຄຸນ​ກັບ​ຄົນ​ອື່ນ, ເຮົາ​ມີ​ສ່ວນ​ຮ່ວມ​ໃນ​ການ​ບັນ​ລຸ​ພຣະ​ບັນ​ຊາ​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ເຊື້ອ​ເຊີນ

ສິ່ງ​ທີ​ສາມ​ທີ່​ເຮົາ​ສາ​ມາດ​ເຮັດ​ໄດ້​ແມ່ນ​ເຊື້ອ​ເຊີນ.

ຊິດ​ສະ​ເຕີ ໄມ​ຣາ ເປັນ​ຜູ້​ປ່ຽນ​ໃຈ​ເຫລື້ອ​ໃສ​ໃໝ່ ຈາກ​ປະ​ເທດ​ເອ​ກວາ​ດໍ. ລາວ​ໄດ້​ມີ​ຄວາມ​ຊື່ນ​ຊົມ​ຢ່າງ​ຫລວງ​ຫລາຍ​ທັນ​ທີ​ໃນ​ພຣະ​ກິດ​ຕິ​ຄຸນ ຫລັງ​ຈາກ​ລາວ​ໄດ້​ຮັບ​ບັບ​ຕິ​ສະ​ມາ ເມື່ອ​ລາວ​ໄດ້​ເຊື້ອ​ເຊີນ​ໝູ່​ເພື່ອນ ແລະ ຜູ້​ຄົນ​ທີ່​ລາວ​ຮັກ​ທີ່​ຢູ່​ອ້ອມ​ຂ້າງ​ລາວ ຜ່ານ​ທາງ​ບັນ​ຊີ​ສື່​ສັງ​ຄົມ​ຂອງ​ລາວ. ສະ​ມາ​ຊິກ​ໃນ​ຄອບ​ຄົວ ແລະ ໝູ່​ເພື່ອນ​ຫລາຍ​ຄົນ​ທີ່​ໄດ້​ເຫັນ​ໂພສ​ຂອງ​ລາວ​ໄດ້​ຕອບ​ຮັບ​ດ້ວຍ​ຄຳ​ຖາມ. ໄມ​ຣາ ໄດ້​ຕິດ​ຕໍ່​ຫາ​ເຂົາ​ເຈົ້າ​ເລື້ອຍໆ, ສ່ວນ​ຫລາຍ​ກໍ​ໄດ້​ເຊື້ອ​ເຊີນ​ເຂົາ​ເຈົ້າ​ມາ​ບ້ານ​ລາວ ເພື່ອ​ພົບ​ກັບ​ຜູ້​ສອນ​ສາດ​ສະ​ໜາ​ນຳ​ກັນ.

ພໍ່​ແມ່, ອ້າຍ​ເອື້ອຍ​ນ້ອງ, ປ້າ, ລູກ​ພີ່​ລູກ​ນ້ອງ​ສອງ​ຄົນ, ແລະ ໝູ່​ເພື່ອນ​ຫລາຍ​ຄົນ​ຂອງ​ໄມ​ຣາ​ກໍ​ໄດ້​ຮັບ​ບັບ​ຕິ​ສະ​ມາ ເພາະ​ລາວ​ໄດ້​ເຊື້ອ​ເຊີນ​ເຂົາ​ເຈົ້າ​ຢ່າງ​ກ້າ​ຫານ​ໃຫ້ “ມາ​ເບິ່ງ​ເອົາ,” “ມາ​ຊ່ວຍ​ເຫລືອ,” ແລະ “ມາ​ເຂົ້າ​ຮ່ວມ.” ຜ່ານ​ການ​ເຊື້ອ​ເຊີນ​ປົກ​ກະ​ຕິ ແລະ ຕາມ​ທຳ​ມະ​ຊາດ​ຂອງ​ລາວ, ຫລາຍ​ກວ່າ 20 ຄົນ​ໄດ້​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ຂອງ​ລາວ​ທີ່​ຈະ​ຮັບ​ບັບ​ຕິ​ສະ​ມາ ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ. ສິ່ງ​ນີ້​ໄດ້​ເກີດ​ຂຶ້ນ​ເພາະ ຊິດ​ສະ​ເຕີ ໄມ​ຣາ ພຽງ​ແຕ່​ເຊື້ອ​ເຊີນ​ຄົນ​ອື່ນ​ໃຫ້​ໄດ້​ປະ​ສົບ​ຄວາມ​ຊື່ນ​ຊົມ​ທີ່​ລາວ​ໄດ້​ຮູ້​ສຶກ ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ.

ຮູບ​ພາບ
ຊິດ​ສະ​ເຕີ ໄມ​ຣາ ກັບ​ຜູ້​ທີ່​ລາວ​ໄດ້​ເຊື້ອ​ເຊີນ​ໃຫ້​ປະ​ສົບ​ຄວາມ​ສຸກ​ແຫ່ງ​ພຣະ​ກິດ​ຕິ​ຄຸນ

ມີ​ການ​ເຊື້ອ​ເຊີນ​ເປັນ​ຮ້ອຍໆ​ທີ່​ເຮົາ​ສາ​ມາດ​ສະ​ເໜີ​ຕໍ່​ຄົນ​ອື່ນ. ເຮົາ​ສາ​ມາດ​ເຊື້ອ​ເຊີນ​ຄົນ​ອື່ນ​ໃຫ້ “ມາ​ເບິ່ງ​ເອົາ” ທີ່​ການ​ປະ​ຊຸມ​ສິນ​ລະ​ລຶກ, ກິດ​ຈະ​ກຳ​ໃນ​ຫວອດ, ຢູ່​ໃນ​ວິ​ດີ​ໂອ​ອອນ​ລາຍ​ທີ່​ອະ​ທິ​ບາຍ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. “ມາ​ເບິ່ງ​ເອົາ,” ສາ​ມາດ​ເປັນ​ການ​ເຊື້ອ​ເຊີນ​ໃຫ້​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ ຫລື ທ່ຽວ​ຊົມ​ພຣະ​ວິ​ຫານ​ຕອນ​ເປີດ​ໃຫ້​ຊົມ​ກ່ອນ​ການ​ອຸ​ທິດ. ບາງ​ເທື່ອ ການ​ເຊື້ອ​ເຊີນ​ກໍ​ເປັນ​ສິ່ງ​ທີ່​ເຮົາ​ມອບ​ໃຫ້​ພາຍ​ໃນ—ໃຫ້​ຕົວ​ເຮົາ​ເອງ, ໃຫ້​ການ​ຮັບ​ຮູ້ ແລະ ຄວາມ​ສາ​ມາດ​ທີ່​ຈະ​ເຫັນ​ໂອ​ກາດ​ທີ່​ຢູ່​ອ້ອມ​ຮອບ​ເຮົາ ທີ່​ເຮົາ​ສາ​ມາດ​ລົງ​ມື​ກະ​ທຳ.

ໃນ​ຍຸກ​ສະ​ໄໝ​ດິ​ຈິ​ຕັນ, ສະ​ມາ​ຊິກ​ມັກ​ຈະ​ແບ່ງ​ປັນ​ຂ່າວ​ສານ​ຜ່ານ​ທາງ​ສື່​ສັງ​ຄົມ. ມີ​ເລື່ອງ​ທີ່​ເຊີດ​ຊູ​ໃຈ​ຫລາຍ​ຮ້ອຍ​ເລື່ອງ, ແມ່ນ​ແຕ່​ເປັນ​ພັນໆ, ທີ່​ທ່ານ​ອາດ​ເຫັນ​ວ່າ​ສົມ​ຄວນ​ຈະ​ແບ່ງ​ປັນ. ເນື້ອ​ຫາ​ນີ້​ສະ​ເໜີ​ການ​ເຊື້ອ​ເຊີນ​ໃຫ້ “ມາ​ເບິ່ງ​ເອົາ,” “ມາ​ຊ່ວຍ​ເຫລືອ,” ແລະ “ມາ​ເຂົ້າ​ຮ່ວມ.”

ເມື່ອ​ເຮົາ​ເຊື້ອ​ເຊີນ​ຄົນ​ອື່ນ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ, ເຮົາ​ກໍ​ມີ​ພາກ​ສ່ວນ​ໃນ​ການ​ເອີ້ນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ແຫ່ງ​ພຣະ​ບັນ​ຊາ​ຂອງ​ພຣະ​ອົງ.

ສະ​ຫລຸບ

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ມື້​ນີ້​ເຮົາ​ໄດ້​ກ່າວ​ເຖິງ​ສາມ​ສິ່ງ​ທີ່​ລຽບ​ງ່າຍ—ສິ່ງ​ງ່າຍໆ—ທີ່​ໃຜໆ​ກໍ​ເຮັດ​ໄດ້. ສິ່ງ​ທີ່ ທ່ານ ສາ​ມາດ​ເຮັດ​ໄດ້! ບາງ​ທີ​ທ່ານ​ກໍ​ໄດ້​ເຮັດ​ຢູ່​ແລ້ວ—ແຕ່​ບໍ່​ຮູ້​ຕົວ​ວ່າ​ໄດ້​ເຮັດ​ຢູ່!

ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ທ່ານ​ສາ​ມາດ​ຈະ​ຮັກ, ແບ່ງ​ປັນ, ແລະ ເຊື້ອ​ເຊີນ. ຂະ​ນະ​ທີ່​ທ່ານ​ເຮັດ​ດັ່ງ​ນັ້ນ, ທ່ານ​ຈະ​ຮູ້​ສຶກ​ເຖິງ​ຄວາມ​ຊື່ນ​ຊົນ​ຢ່າງ​ລົ້ນ​ເຫລືອ ທີ່​ຮູ້​ວ່າ​ທ່ານ​ກຳ​ລັງ​ເອົາ​ໃຈ​ໃສ່​ຕໍ່​ພຣະ​ຄຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຮັກ​ຂອງ​ເຮົາ.

ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຊຸກ​ຍູ້​ໃຫ້​ທ່ານ​ເຮັດ​ບໍ່​ໄດ້​ເປັນ​ໂຄງ​ການ​ໃໝ່. ທ່ານ​ໄດ້​ຍິນ​ຫລັກ​ທຳ​ເຫລົ່າ​ນີ້​ມາ​ແລ້ວ. ນີ້​ບໍ່​ແມ່ນ “ໂຄງ​ການ​ໃຫຍ່​ທີ່​ໃໝ່ໆ” ທີ່​ສາດ​ສະ​ໜາ​ຈັກ​ຮຽກ​ຮ້ອງ​ໃຫ້​ທ່ານ​ເຮັດ. ສາມ​ສິ່ງ​ເຫລົ່າ​ນີ້​ກໍ​ເປັນ​ພຽງ​ແຕ່​ສ່ວນ​ເພີ່ມ​ເຕີມ​ຂອງ​ຜູ້​ຄົນ​ທີ່​ເຮົາ​ເປັນ​ຢູ່​ແລ້ວ ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ບໍ່​ຈຳ​ເປັນ​ຕ້ອງ​ມີ​ປ້າຍ​ຊື່ ຫລື ຈົດ​ໝາຍ​ຮຽກ​ຮ້ອງ.

ບໍ່​ຈຳ​ເປັນ​ຕ້ອງ​ມີ​ການ​ເອີ້ນ​ທີ່​ເປັນ​ທາງ​ການ.

ເມື່ອ​ສາມ​ສິ່ງ​ເຫລົ່າ​ນີ້​ກາຍ​ເປັນ​ພາກ​ສ່ວນ​ທຳ​ມະ​ຊາດ​ຂອງ​ຜູ້​ຄົນ​ທີ່​ເຮົາ​ເປັນ ແລະ ວິ​ທີ​ທີ່​ເຮົາ​ດຳ​ລົງ​ຊີ​ວິດ, ມັນ​ຈະ​ກາຍ​ເປັນ​ເລື່ອງ​ອັດ​ຕະ​ໂນ​ມັດ, ເປັນ​ການ​ສະ​ແດງ​ຄວາມ​ຮັກ​ທີ່​ແທ້​ຈິງ​ໂດຍ​ບໍ່​ຖືກ​ບັງ​ຄັບ.

ເໝືອນ​ດັ່ງ​ສາ​ນຸ​ສິດ​ຂອງ​ພຣະ​ຄຣິດ​ເຫລົ່າ​ນັ້ນ ທີ່​ໄດ້​ເຕົ້າ​ໂຮມ​ກັນ​ເພື່ອ​ຮຽນ​ຮູ້​ຈາກ​ພຣະ​ອົງ​ໃນ​ຄາ​ລີ​ເລ​ເມື່ອ 2,000 ປີ​ກ່ອນ, ເຮົາ​ກໍ​ສາ​ມາດ​ເປີດ​ໃຈ​ຮັບ​ເອົາ​ພຣະ​ບັນ​ຊາ​ຂອງ​ພຣະ​ອົງ ແລະ ອອກ​ໄປ​ຕະ​ຫລອດ​ທົ່ວ​ໂລກ​ເພື່ອ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ.

ເມື່ອ​ເຮົາ​ຮັກ, ແບ່ງ​ປັນ, ແລະ ເຊື້ອ​ເຊີນ, ເຮົາ​ໄດ້​ມີ​ພາກ​ສ່ວນ​ໃນ​ວຽກ​ງານ​ທີ່​ຍິ່ງ​ໃຫຍ່ ແລະ ຮຸ່ງ​ໂລດ ທີ່​ກະ​ກຽມ​ແຜ່ນ​ດິນ​ໂລກ​ສຳ​ລັບ​ການ​ສະ​ເດັດ​ກັບ​ຄືນ​ມາ​ຂອງ​ພຣະ​ເມ​ຊີ​ອາ.

ຂໍ​ໃຫ້​ເຮົາ​ຈົ່ງ​ເອົາ​ໃຈ​ໃສ່​ຕໍ່​ການ​ເອີ້ນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພະ​ຍາ​ຍາມ​ທີ່​ຈະ​ມີ​ພາກ​ສ່ວນ​ໃນ​ພຣະ​ບັນ​ຊາ​ທີ່ີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ ນີ້​ຄື​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ພະ​ເຈົ້າ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ມັດ​ທາຍ 28:19.

  2. ແມ່ນ​ຫຍັງ​ຄື​ສາ​ເຫດ​ຂອງ​ການ​ເຕີບ​ໂຕ ຂອງ​ສາດ​ສະ​ໜາ​ຈັກ​ໃນ​ລຸ້ນ​ທຳ​ອິດ? ນັກ​ປະ​ຫວັດ​ສາດ​ຄົນ​ໜຶ່ງ​ໄດ້​ແນະ​ນຳ​ວ່າ: “ສິ່ງ​ທຳ​ອິດ​ທີ່​ຈະ​ໄດ້​ຮັບ​ການ​ສອບ​ຖາມ​ທີ່​ຈິງ​ຈັງ​ກ່ຽວ​ກັບ​ລັກ​ສະ​ນະ​ຂອງ​ຄວາມ​ເຊື່ອ​ຖື​ແມ່ນ​ການ​ພົວ​ພັນ​ສ່ວນ​ຕົວ​ກັບ​ຜູ້​ຄົນ​ທີ່​ເຊື່ອ​ຄົນ​ອື່ນໆ. … ເພື່ອ​ຈະ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຄຽງ​ຂ້າງ​ກັບ​ຜູ້​ຄົນ​ທີ່​ຕິດ​ຕາມ​ພຣະ​ເຢ​ຊູ, ເພື່ອ​ຈະ​ເຫັນ​ພຶດ​ຕິ​ກຳ​ຂອງ​ເຂົາ​ເຈົ້າ​ຢ່າງ​ໃກ້​ຊິດ, ແລະ ທີ່​ຈະ​ໄດ້​ຮັບ​ຟັງ​ຂະ​ນະ​ທີ່​ເຂົາ​ເຈົ້າ​ກ່າວ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ໃນ​ລະ​ຫວ່າງ​ກິດ​ຈະ​ກຳ​ປະ​ຈຳ​ວັນ​ທຳ​ມະ​ດາ​ຂອງ​ເຂົາ​ເຈົ້າ ແມ່ນ​ການ​ປະ​ເຊີນ​ໜ້າ​ກັບ​ຫລັກ​ຖານ​ຂອງ​ຊີ​ວິດ​ທີ່​ຖືກ​ປ່ຽນ​ແປງ. ໃນ​ຄວາມ​ໝາຍ​ນີ້, ຄວາມ​ສາ​ມາດ​ທີ່​ຈະ​ດຶງ​ດູດ​ຜູ້​ຄົນ​ໃຫ້​ມາ​ຫາ​ຄວາມ​ເຊື່ອ​ຂອງ​ຊາວ​ຄຣິດ ສ່ວນ​ຫລາຍ​ບໍ່​ໄດ້​ປະ​ກອບ​ດ້ວຍ​ການ​ປະ​ກາດ​ໃນ​ສະ​ຖານ​ທີ່​ສາ​ທາ​ລະ​ນະ​ເຖິງ​ຜູ້​ຕາງ​ໜ້າ​ທີ່​ໂດ່ງ​ດັງ​ທີ່​ສຸດ ເທົ່າ​ກັບ​ປະ​ຈັກ​ພະ​ຍານ​ງຽບໆ​ຂອງ​ຜູ້​ທີ່​ນະ​ມັດ​ສະ​ການ​ພຣະ​ເຢ​ຊູ ທີ່​ເປັນ​ພະ​ຍານ​ເຖິງ​ຄວາມ​ເຊື່ອ​ຖື​ໄດ້​ຂອງ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ເຂົາ​ເຈົ້າ ໂດຍ​ຄວາມ​ຊື່​ສັດ, ຄວາມ​ຈົງ​ຮັກ​ພັກ​ດີ, ແລະ ການ​ເປີດ​ໃຈ​ຕໍ່​ຄົນ​ອື່ນ” (Ivor J. Davidson, The Birth of the Church: From Jesus to Constantine, AD 30–312 [2005], 108–9).

  3. ເບິ່ງ Lucy Mack Smith, History, 1845, page 169, josephsmithpapers.org.

  4. (ຄາ​ລາ​ເຕຍ 6:2).

  5. ເບິ່ງ ມັດ​ທາຍ 22:39.

  6. ມັດ​ທາຍ 5:16.

  7. Dieter F. Uchtdorf, “Missionary Work: Sharing What Is in Your Heart,” Liahona, May 2019, 17.