ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ພຣະ​ອົງ​ຊົງ​ຟື້ນ​ໂດຍ​ອຳ​ນາດ​ແຫ່ງ​ການ​ປິ່ນ​ປົວ​ຂອງ​ພຣະ​ອົງ: ພວກ​ເຮົາ​ກໍ​ມີ​ໄຊ​ຊະ​ນະ​ຢ່າງ​ເຫລືຶອ​ລົ້ນ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2022


ພຣະ​ອົງ​ຊົງ​ຟື້ນ​ໂດຍ​ອຳ​ນາດ​ແຫ່ງ​ການ​ປິ່ນ​ປົວ​ຂອງ​ພຣະ​ອົງ:

ພວກ​ເຮົາ​ກໍ​ມີ​ໄຊ​ຊະ​ນະ​ຢ່າງ​ເຫລືຶອ​ລົ້ນ

ພຣະ​ເຢ​ຊູ​ໄດ້​ເອົາ​ຊະ​ນະ​ການ​ຂົ່ມ​ເຫັງ​ຂອງ​ໂລກ​ນີ້​ເພື່ອ​ຈະ​ປະ​ທານ​ອຳ​ນາດ​ໃຫ້​ແກ່​ທ່ານ ບໍ່​ພຽງ​ແຕ່​ຈະ​ລອດ​ຊີ​ວິດ​ເທົ່າ​ນັ້ນ ແຕ່​ໃນ​ມື້​ໜຶ່ງ, ຜ່ານ​ທາງ​ພຣະ​ອົງ, ທ່ານ​ຈະ​ເອົາ​ຊະ​ນະ ແລະ ແມ່ນ​ແຕ່​ມີ​ໄຊ​ຊະ​ນະ.

ມາ​ຣິນ, ຂ້າ​ພະ​ເຈົ້າ​ແມ່ນ​ແອວ​ເດີ ຮໍ​ແລນ, ແລະ ເລື່ອງ​ແຮ່ງ​ຊິ​ຮ້າຍ​ໄປ​ໜ້າ​ຈາກ​ນີ້.

ພວກ​ເຮົາ​ກໍ​ມີ​ໄຊ​ຊະ​ນະ​ຢ່າງ​ເຫລືຶອ​ລົ້ນ

ເຮົາ​ທຸກ​ຄົນ​ກໍ​ສົນ​ໃຈ​ເລື່ອງ​ລາວ​ການ​ລອດ​ຊີ​ວິດ. ເຮົາ​ໄດ້​ຍິນ​ນິ​ທານ​ເລື່ອງ​ນັກ​ສຳ​ຫລວດ​ໃຈ​ເດັດ ແລະ ຜູ້​ຄົນ​ທຳ​ມະ​ດາ​ນຳ​ອີກ ຜູ້​ທີ່​ສາ​ມາດ​ຊ່ວຍ​ຕົວ​ເອງ​ໃຫ້​ລອດ​ຊີ​ວິດ ໃນ​ເມື່ອ​ທຸກ​ສິ່ງ​ເບິ່ງ​ຄື​ວ່າ​ຈະ​ເປັນ​ໄປ​ບໍ່​ໄດ້, ແລະ ເຮົາ​ກໍ​ຈະ​ຖາມ​ຕົວ​ເອງ​ວ່າ, “ເຮົາ​ຈະ​ເຮັດ​ສິ່ງ​ນັ້ນ​ໄດ້​ບໍ່?”

ຂ້າ​ພະ​ເຈົ້າ​ກໍ​ຄິດ​ເຖິງ​ນັກ​ສຳ​ຫລວດ​ຊື່ ເອີ​ແນສ໌ ແຊກ​ໂກ​ຕັນ ແລະ ລູກ​ເຮືອ HMS Endurance, ຂອງ​ເພິ່ນ​ທັນ​ທີ, ຊຶ່ງ​ເຮືອ​ຫລົ້ມ​ຢູ່​ຂົ້ວ​ໂລກ​ອານ​ຕາ​ຕິກ​ທີ່​ເຕັມ​ດ້ວຍ​ນ້ຳ​ແຂງ ແລະ ແລ້ວ​ໄດ້​ຄ້າງ​ຢູ່​ເກາະ​ຮ້າງ​ເປັນ​ເວ​ລາ​ສອງ​ປີ. ຄວາມ​ເປັນ​ຜູ້​ນຳ​ຢ່າງ​ບໍ່​ທຳ​ມະ​ດາ ແລະ ການ​ແກ້​ໄຂ​ບັນ​ຫາ​ທີ່​ບໍ່​ຍອມ​ແພ້​ຂອງ​ທ່ານ​ແຊກ​ໂກ​ຕັນ​ໄດ້​ຊ່ວຍ​ຊີ​ວິດ​ຂອງ​ລູກ​ເຮືອ​ຂອງ​ເພິ່ນ​ໄວ້, ເຖິງ​ແມ່ນ​ໃນ​ສະ​ພາບ​ການ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ກໍ​ຕາມ.

ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ຄິດ​ເຖິງ​ກຸ່ມ​ນັກ​ບິນ​ອາ​ວະ​ກາດ ອາ​ໂປ​ໂລ 13 ທີ່​ໄດ້​ມຸ້ງ​ໜ້າ​ໄປ​ສູ່​ດວງ​ຈັນ! ແຕ່​ໄພ​ພິ​ບັດ​ໄດ້​ເກີດ​ຂຶ້ນ ເມື່ອ​ຖັງ​ແອ​ອົກ​ຊີ​ໄດ້​ລະ​ເບີດ, ແລະ ພາ​ລະ​ກິດ​ນັ້ນ​ຕ້ອງ​ຖືກ​ຢຸດ​ຕິ. ໂດຍ​ບໍ່​ມີ​ແອ​ອົກ​ຊີ​ພຽງ​ພໍ, ກຸ່ມ​ນັກ​ອາ​ວະ​ກາດ ແລະ ກຸ່ມ​ຄວບ​ຄຸມ​ການ​ບິນ​ໄດ້​ຈັດ​ຫາ​ທາງ​ແກ້​ໄຂ​ຢ່າງ​ຄ່ອງ​ແຄ້ວ​ກະ​ທັນ​ຫັນ ແລະ ໄດ້​ນຳ​ນັກ​ອາ​ວະ​ກາດ​ທັງ​ສາມ​ກັບ​ລົງ​ມາ​ແຜ່ນ​ດິນ​ໂລກ​ຢ່າງ​ປອດ​ໄພ.

ຂ້າ​ພະ​ເຈົ້າ​ກໍ​ພິ​ສະ​ຫວົງ​ກັບ​ການ​ລອດ​ຊີ​ວິດ​ທີ່​ໜ້າ​ອັດ​ສະ​ຈັນ​ຂອງ​ບຸກ​ຄົນ ແລະ ຄອບ​ຄົວ​ທີ່​ໄດ້​ເປັນ​ຜູ້​ເຄາະ​ຮ້າຍ​ໂດຍ​ສົງ​ຄາມ, ຖືກ​ຄຸມ​ຂັງ​ຢູ່​ໃນ​ສູນ, ຫລື ຜູ້​ທີ່​ເປັນ​ຊາວ​ອົບ​ພະ​ຍົບ, ຜູ້​ທີ່​ລອດ​ຊີ​ວິດ​ໄດ້​ຢ່າງ​ກ້າ​ຫານ​ທີ່​ຮັກ​ສາ​ຄວາມ​ຫວັງ​ເອົາ​ໄວ້​ສຳ​ລັບ​ເພື່ອນ​ຜູ້​ທົນ​ທຸກ​ດ້ວຍ​ກັນ, ຜູ້​ທີ່​ໄດ້​ແບ່ງ​ປັນ​ຄວາມ​ດີ​ງາມ​ຢູ່​ຕໍ່​ໜ້າ​ຄວາມ​ໂຫດ​ຮ້າຍ, ແລະ ຜູ້​ທີ່​ສາ​ມາດ​ຊ່ວຍ​ຄົນ​ອື່ນ​ໃຫ້​ອົດ​ທົນ​ຕໍ່​ໄປ​ໄດ້​ອີກ​ມື້​ໜຶ່ງ.

ທ່ານ ຫລື ຂ້າ​ພະ​ເຈົ້າ​ຈະ​ລອດ​ຊີ​ວິດ​ໄດ້ ໃນ​ສະ​ຖາ​ນະ​ການ​ສາ​ຫັດ​ເຫລົ່າ​ນີ້​ບໍ່?

ບາງ​ທີ​ທ່ານ​ບາງ​ຄົນ​ຈະ​ລອດ, ແຕ່​ເມື່ອ​ກ່າວ​ເຖິງ​ເລື່ອງ​ຂອງ​ຜູ້​ລອດ​ຊີ​ວິດ ແລະ ຈິດ​ວິນ​ຍານ​ຂອງ​ທ່ານ​ກໍ​ຮ້ອງ​ອອກ​ມາ​ວ່າ ທ່ານ​ກຳ​ລັງ ມີ​ຊີ​ວິດ​ຕາມ​ເລື່ອງ​ລາວ​ການ​ລອດ​ຊີ​ວິດ​ຢູ່ ດຽວ​ນີ້ ໃນ​ຖາ​ນະ​ຜູ້​ເຄາະ​ຮ້າຍ​ຂອງ​ການ​ຂົ່ມ​ເຫັງ, ການ​ລະ​ເລີຍ, ການ​ກັ່ນ​ແກ້ງ, ຄວາມ​ຮຸນ​ແຮງ​ໃນ​ຄອບ​ຄົວ, ຫລື ການ​ທົນ​ທຸກ​​ທໍ​ລະ​ມານ​ໃດໆ. ທ່ານ​ກໍ​ຢູ່​ໃນ​ທ່າມ​ກາງ​​ຄວາມ​ພະ​ຍາ​ຍາມ​ຈະ​ໃຫ້​ລອດ​ຊີ​ວິດ​ຂອງ​ທ່ານ​ເອງ ໃນ​ສະ​ພາບ​ການ​ທີ່​ຮູ້​ສຶກ​ເໝືອນ​ກັບ​​ເຮືອ​ຫລົ້ມ ຫລື ພາ​ລະ​ກິດ​ທີ່​ຖືກ​ຢຸດ​ຕິ​ທັນ​ທີ​ທັນ​ໃດ. ທ່ານ​ຈະ​ໄດ້​ຮັບ​ການ​ກູ້​ຊີ​ວິດ​ບໍ; ທ່ານ​ຈະ​ຜ່ານ​ຜ່າ​ເລື່ອງ​ລາວ​ການ​ລອດ​ຊີ​ວິດ​ຂອງ​ທ່ານ​ເອງ​ບໍ່?

ຄຳ​ຕອບ​ນັ້ນ​ກໍ​ວ່າ ແມ່ນ​ແລ້ວ. ທ່ານ​ຈະ​ລອດ​ຊີ​ວິດ​ໄດ້. ແທ້​ຈິງ​ແລ້ວ ທ່ານ​ຖືກ​ຊ່ວຍ​ກູ້​ຊີ​ວິດ​ແລ້ວ; ທ່ານ​ຖືກ​ຊ່ວຍ​ໃຫ້​ລອດ​ແລ້ວ—ໂດຍ​ພຣະ​ອົງ​ຜູ້​ທີ່​ໄດ້​ທົນ​ທຸກ​ທໍ​ລະ​ມານ​ອັນ​ດຽວ​ກັນ​ກັບ​ທີ່​ທ່ານ​ກຳ​ລັງ​ທົນ​ທຸກ​ຢູ່ ແລະ ໄດ້​ອົດ​ທົນ​ກັບ​ຄວາມ​ເຈັບ​ປວດ​ທີ່​ທ່ານ​ອົດ​ທົນ​ຢູ່.1 ພຣະ​ເຢ​ຊູ​ໄດ້​ເອົາ​ຊະ​ນະ​ການ​ຂົ່ມ​ເຫັງ​ຂອງ​ໂລກ​ນີ້2 ເພື່ອ​ຈະ​ປະ​ທານ​ອຳ​ນາດ​ໃຫ້​ແກ່​ທ່ານ ບໍ່​ພຽງ​ແຕ່​ຈະ ລອດ​ຊີ​ວິດ ເທົ່າ​ນັ້ນ ແຕ່​ໃນ​ມື້​ໜຶ່ງ, ຜ່ານ​ທາງ​ພຣະ​ອົງ, ທ່ານ​ຈະ​ເອົາ​ຊະ​ນະ ແລະ ແມ່ນ​ແຕ່ ມີ​ໄຊ​ຊະ​ນະ—ເໜືອ​ຄວາມ​ເຈັບ​ປວດ, ຄວາມ​ທຸກ, ຄວາມ​ກັງ​ວົນ, ແລະ ເຫັນ​ຄວາມ​ສະ​ຫງົບ​ສຸກ​ເຂົ້າ​ມາ​ແທນ.

ອັກ​ຄະ​ສາ​ວົກ​ໂປ​ໂລ ໄດ້​ຖາມ​ວ່າ:

“ຜູ້​ໃດ​ຈະ​ແຍກ​ພວກ​ເຮົາ​ຈາກ​ຄວາມ​ຮັກ​ຂອງ​ພຣະ​ຄຣິດ​ໄດ້? ຄວາມ​ທຸກ​ລຳ​ບາກ, ຫລື ຄວາມ​ທໍ​ລະ​ມານ​ຈິດ​ໃຈ, ຫລື ການ​ຂົ່ມ​ເຫັງ, ຫລື ການ​ອຶດ​ຢາກ, ຫລື ການ​ເປືອຍ​ກາຍ, ຫລື ການ​ອັນ​ຕະ​ລາຍ, ຫລື ການ​ຖືກ​ຄົມ​ດາບ? …

“ແຕ່​ໃນ​ເຫດ​ການ ທັງ​ປວງ ເຫລົ່າ​ນີ້ ພວກ​ເຮົາ ກໍ​ມີ​ໄຊ​ຊະ​ນະ​ຢ່າງ​ເຫລືອ​ລົ້ນ ໂດຍ​ທາງ​ພຣະ​ອົງ​ຜູ້​ຊົງ​ຮັກ​ພວກ​ເຮົາ​ທັງ​ຫລາຍ​ນັ້ນ.”3

ຄຳ​ສັນ​ຍາ​ຕໍ່​ອິດ​ສະ​ຣາ​ເອນ​ແຫ່ງ​ພັນ​ທະ​ສັນ​ຍາ

ທ່ານ​ຄົງ​ຈື່​ຕອນ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ປະ​ກາດ​ຄຳ​ເຊື້ອ​ເຊີນ​ດັ່ງ​ຕໍ່​ໄປ​ນີ້​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ. ເພິ່ນ​ໄດ້​ກ່າວ​ວ່າ: “ຂະ​ນະ​ທີ່​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ​ຂອງ​ທ່ານ … , ຂ້າ​ພະ​ເຈົ້າ​ຂໍ​ຊຸກ​ຍູ້​ທ່ານ​ໃຫ້​ຂຽນ​ຄຳ​ສັນ​ຍາ​ທັງ​ໝົດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ລົງ​ໄວ້ ອັນ​ທີ່​ພຣະ​ອົງ​ຈະ​ກະ​ທຳ​ເພື່ອ​ອິດ​ສະ​ຣາ​ເອນ​ແຫ່ງ​ພັນ​ທະ​ສັນ​ຍາ. ຂ້າ​ພະ​ເຈົ້າ​ຄິດ​ວ່າ​ທ່ານ​ຈະ​ປະ​ຫລາດ​ໃຈ!”4

ຕໍ່​ໄປ​ນີ້​ຄື​ຄຳ​ສັນ​ຍາ​ທີ່​ມີ​ພະ​ລັງ ແລະ ໃຫ້​ການ​ປອບ​ໂຍນ​ສອງ​ສາມ​ຢ່າງ​ທີ່​ຄອບ​ຄົວ​ຂອງ​ພວກ​ເຮົາ​ໄດ້​ພົບ​ເຫັນ. ໃຫ້​ວາດ​ພາບ​ເຫັນ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ກ່າວ​ຖ້ອຍ​ຄຳ​ເຫລົ່າ​ນີ້​ຕໍ່​ທ່ານ—ຕໍ່ ທ່ານ ຜູ້​ທີ່​ກຳ​ລັງ​ລອດ​ຊີ​ວິດ​ຢູ່—ເພາະ​ວ່າ​ຖ້ອຍ​ຄຳ​ເຫລົ່າ​ນີ້ ແມ່ນ ສຳ​ລັບ​ທ່ານ:

ຢ່າ​ສູ່​ຢ້ານ​ກົວ.5

ເຮົາ​ຮູ້​ເຫັນ​ຄວາມ​ທົນ​ທຸກ​ຂອງ​ພວກ​ເຈົ້າ​ທຸກ​ຢ່າງ, ແລະ ເຮົາ​ຈຶ່ງ​ລົງ​ມາ​ຊ່ວຍ​ກູ້​ພວກ​ເຈົ້າ​ໃຫ້​ພົ້ນ.6

ເຮົາ​ຈະ​ບໍ່​ປະ​ຖິ້ມ​ພວກ​ເຈົ້າ.7

ນາມ​ຂອງ​ເຮົາ​ຢູ່​ກັບ​ພວກ​ເຈົ້າ, ແລະ ເຫລົ່າ​ທູດ​ຂອງ​ເຮົາ​ຈະ​ຮັບ​ຜິດ​ຊອບ​ດູ​ແລ​ພວກ​ເຈົ້າ.8

ເຮົາ​ຈະ​ເຮັດ​ການ​ອັດ​ສະ​ຈັນ​ໃນ​ທ່າມ​ກາງ​ພວກ​ເຈົ້າ.9

ຍ່າງ​ໄປ​ກັບ​ເຮົາ; ຮຽນ​ຮູ້​ຈາກ​ເຮົາ; ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ຄວາມ​ເຊົາ​ເມື່ອຍ.10

ເຮົາ​ຢູ່​ໃນ​ທ່າມ​ກາງ​ພວກ​ເຈົ້າ.11

ພວກ​ເຈົ້າ​ເປັນ​ຂອງ​ເຮົາ.12

ຕໍ່​ຜູ້​ທີ່​ກຳ​ລັງ​ຢູ່​ລອດ​ຊີ​ວິດ

ດ້ວຍ​ຄວາມ​ຮັບ​ຮອງ​ເຫລົ່າ​ນັ້ນ​ຢູ່​ໃນ​ໃຈ, ຂ້າ​ພະ​ເຈົ້າ​ຢາກ​ກ່າວ​ໂດຍ​ກົງ​ຕໍ່​ຜູ້​ທີ່​ຮູ້​ສຶກ​ຄື​ກັນ​ກັບ​ວ່າ ບໍ່​ມີ​ທາງ​ອອກ​ເລີຍ​ໃນ​ເລື່ອງ​ລາວ​ການ​ລອດ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ເອງ ເນື່ອງ​ຈາກ​ຄວາມ​ເຈັບ​ປວດ​ທີ່​ເກີດ​ຈາກ​ການ​ກະ​ທຳ​ທີ່​ໂຫດ​ຫ້ຽມ​ຂອງ​ຄົນ​ອື່ນ. ຖ້າ​ຫາກ​ນີ້​ແມ່ນ​ເລື່ອງ​ລາວ​ການ​ລອດ​ຊີ​ວິດ​ຂອງ​ທ່ານ, ພວກ​ເຮົາ​ກໍ​ຮ້ອງ​ໄຫ້​ນຳ​ພວກ​ທ່ານ. ພວກ​ເຮົາ​ປາດ​ຖະ​ໜາ​ໃຫ້​ທ່ານ​ເອົາ​ຊະ​ນະ​ຄວາມ​ສັບ​ສົນ, ຄວາມ​ອັບ​ອາຍ, ຄວາມ​ຢ້ານ​ກົວ, ແລະ ພວກ​ເຮົາ​ຫວັງ​ໃຫ້​ທ່ານ ມີ​ໄຊ​ຊະ​ນະ ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ.

ຈາກ​ຜູ້​ເຄາະ​ຮ້າຍ ເຖິງ​ຜູ້​ລອດ​ຊີ​ວິດ ເຖິງ​ຜູ້​ມີ​ໄຊ​ຊະ​ນະ

ຖ້າ​ຫາກ​ທ່ານ​ໄດ້​ປະ​ສົບ​ກັບ​ການ​ຂົ່ມ​ເຫັງ, ຄວາມ​ຮຸນ​ແຮງ, ຫລື ການ​ກົດ​ຂີ່​ຂົ່ມ​ເຫັງ​ໃດໆ, ທ່ານ​ອາດ​ຄິດ​ວ່າ ເຫດ​ການ​ເຫລົ່າ​ນີ້​ແມ່ນ​ເປັນ​ຄວາມ​ຜິດ​ຂອງ​ທ່ານ ແລະ ວ່າ​ທ່ານ​ສົມ​ຄວນ​ຈະ​ອົດ​ທົນ​ກັບ​ຄວາມ​ອັບ​ອາຍ ແລະ ຄວາມ​ຮູ້​ສຶກ​ຜິດ​ທີ່​ທ່ານ​ຮູ້​ສຶກ​ຢູ່. ທ່ານ​ອາດ​ເຄີຍ​ມີ​ຄວາມ​ຄິດ​ດັ່ງ​ຕໍ່​ໄປ​ນີ້:

  • ເຮົາ​ອາດ​ປ້ອງ​ກັນ​ມັນ​ໄດ້.

  • ພຣະ​ເຈົ້າ​ບໍ່​ຮັກ​ເຮົາ​ອີກ​ແລ້ວ.

  • ບໍ່​ມີ​ໃຜ​ຈະ​ຮັກ​ເຮົາ​ອີກ.

  • ເຮົາ​ຖືກ​ທຳ​ລາຍ​ເກີນ​ທີ່​ຈະ​ສ້ອມ​ແປງ.

  • ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກໍ​ນຳ​ໃຊ້​ໄດ້​ກັບ​ຄົນ​ອື່ນ ແຕ່​ບໍ່​ແມ່ນ​ສຳ​ລັບ​ເຮົາ.

ຄວາມ​ຄິດ ແລະ ຄວາມ​ຮູ້​ສຶກ​ຜິດໆ​ເຫລົ່າ​ນີ້​ອາດ​ໄດ້​ເປັນ​ສິ່ງ​ທີ່​ກີດ​ກັນ​ການ​ສະ​ແຫວງ​ຫາ​ຄວາມ​ຊ່ວຍ​ເຫລືອ​ຈາກ​ຄອບ​ຄົວ, ໝູ່​ເພື່ອນ, ຜູ້​ນຳ, ຫລື ຜູ້​ຊ່ຽວ​ຊານ, ແລະ ສະ​ນັ້ນ ທ່ານ​ຈຶ່ງ​ໄດ້​ດີ້ນ​ລົນ​ຢູ່​ຄົນ​ດຽວ. ຖ້າ​ຫາກ​ທ່ານ​ໄດ້​ຊອກ​ຫາ​ຄວາມ​ຊ່ວຍ​ເຫລືອ​ຈາກ​ຜູ້​ຄົນ​ທີ່​ທ່ານ​ໄວ້​ວາງ​ໃຈ, ທ່ານ​ອາດ​ຍັງ​ຕໍ່​ສູ້​ຢູ່​ກັບ​ຄວາມ​ຄິດ​ອັບ​ອາຍ ແລະ ແມ່ນ​ແຕ່​ການ​ລັງ​ກຽດ​ຕົວ​ເອງ. ຜົນ​ກະ​ທົບ​ຂອງ​ເຫດ​ການ​ເຫລົ່າ​ນີ້ ສາ​ມາດ​ຄົງ​ຢູ່​ຕໍ່​ໄປ​ເປັນ​ເວ​ລາ​ຫລາຍ​ປີ. ທ່ານ​ຫວັງ​ວ່າ​ມື້​ໜຶ່ງ ທ່ານ​ຈະ​ຮູ້​ສຶກ​ດີ​ຂຶ້ນ, ແຕ່​ມື້​ນັ້ນ​ຍັງ​ບໍ່​ທັນ​ມາ​ເຖິງ​ເທື່ອ.

ການ​ຂົ່ມ​ເຫັງ​ນັ້ນ​ບໍ່​ໄດ້​ເປັນ, ບໍ່​ເປັນ, ແລະ ຈະ​ບໍ່​ເປັນ​ຄວາມ​ຜິດ​ຂອງ​ທ່ານ, ບໍ່​ວ່າ​ຜູ້​ທີ່​ຂົ່ມ​ເຫັງ ຫລື ຄົນ​ອື່ນ​ອາດ​ໄດ້​ບອກ​ທ່ານ​ໃນ​ທາງ​ກົງ​ກັນ​ຂ້າມ​ກໍ​ຕາມ. ເມື່ອ​ທ່ານ​ໄດ້​ເປັນ​ຜູ້​ເຄາະ​ຮ້າຍ​ຂອງ​ຄວາມ​ໂຫດ​ຫ້ຽມ, ການ​ຮ່ວມ​ເພດ​ກັບ​ຄົນ​ໃນ​ຄອບ​ຄົວ​ດຽວ​ກັນ, ຫລື ການ​ບິດ​ເບືອນ​ອື່ນໆ, ທ່ານ​ບໍ່​ໄດ້​ເປັນ​ຜູ້​ທີ່​ຈຳ​ເປັນ​ຕ້ອງ​ກັບ​ໃຈ; ທ່ານ​ບໍ່​ໄດ້​ເປັນ​ຜູ້​ຮັບ​ຜິດ​ຊອບ.

ທ່ານ​ບໍ່​ໄດ້​ມີ​ຄ່າ​ຄວນ​ໜ້ອຍ​ລົງ ຫລື ມີ​ຄຸນ​ຄ່າ​ໜ້ອຍ​ລົງ ຫລື ຖືກ​ຮັກ​ໜ້ອຍ​ລົງ​ໃນ​ຖາ​ນະ​ມະ​ນຸດ​ຊາດ, ຫລື ໃນ​ຖາ​ນະ​ທິ​ດາ ຫລື ບຸດ​ຂອງ​ພຣະ​ເຈົ້າ, ເພາະ​ສິ່ງ​ທີ່​ຄົນ​ອື່ນ​ໄດ້​ເຮັດ​ຕໍ່​ທ່ານ.

ພຣະ​ເຈົ້າ​ບໍ່​ເຫັນ​ວ່າ​ທ່ານ​ເປັນ​ຄົນ​ທີ່​ໜ້າ​ລັງ​ກຽດ​ໃນ​ເວ​ລາ​ນີ້, ທັງ​ພຣະ​ອົງ​ບໍ່​ເຄີຍ​ເຫັນ​ທ່ານ​ແບບ​ນັ້ນ. ບໍ່​ວ່າ​ແມ່ນ​ຫຍັງ​ໄດ້​ເກີດ​ຂຶ້ນ​ກັບ​ທ່ານ, ພຣະ​ອົງ ບໍ່​ໄດ້ ອັບ​ອາຍ​ໃນ​ຕົວ​ທ່ານ ຫລື ຜິດ​ຫວັງ​ໃນ​ຕົວ​ທ່ານ. ພຣະ​ອົງ​ຮັກ​ທ່ານ​ໃນ​ວິ​ທີ​ທາງ​ທີ່​ທ່ານ​ຍັງ​ບໍ່​ທັນ​ຄົ້ນ​ພົບ​ເທື່ອ. ແລະ ທ່ານ ຈະ ຄົ້ນ​ພົບ​ມັນ​ເມື່ອ​ທ່ານ​ໄວ້​ວາງ​ໃຈ​ໃນ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ ແລະ ຂະ​ນະ​ທີ່​ທ່ານ​ຮຽນ​ຮູ້​ທີ່​ຈະ​ເຊື່ອ​ພຣະ​ອົງ ເມື່ອ​ພຣະ​ອົງ​ກ່າວ​ວ່າ ທ່ານ “ມີ​ຄ່າ​ຫລາຍ ສຳ​ລັບ [ພຣະ​ອົງ].”13

ຄຸນ​ຄ່າ​ຂອງ​ທ່ານ​ບໍ່​ໄດ້​ຖືກ​ກຳ​ນົດ​ໂດຍ​ສິ່ງ​ໂຫດ​ຮ້າຍ ທີ່​ຖືກ​ກະ​ທຳ​ຕໍ່​ທ່ານ. ໃນ​ຄວາມ​ຈິງ​ທີ່​ຮຸ່ງ​ໂລດ, ທ່ານ​ຖືກ​ກຳ​ນົດ​ໂດຍ​ເອ​ກະ​ລັກ​ທີ່​ເປັນ​ຢູ່​ຊົ່ວ​ນິ​ລັນ​ດອນ​ຂອງ​ທ່ານ ໃນ​ຖາ​ນະ​ບຸດ ຫລື ທິ​ດາ​ຂອງ​ພຣະ​ເຈົ້າ, ແລະ ໂດຍ​ຄວາມ​ຮັກ​ທີ່​ສົມ​ບູນ​ແບບ ແລະ ເປັນ​ນິດ​ຂອງ​ພຣະ​ຜູ້​ສ້າງ​ຂອງ​ທ່ານ ແລະ ຄຳ​ເຊື້ອ​ເຊີນ​ໃຫ້​ຫາຍ​ດີ​ຢ່າງ​ສົມ​ບູນ​ຄົບ​ຖ້ວນ.

ເຖິງ​ແມ່ນ​ວ່າ​ມັນ​ອາດ​ເບິ່ງ​ຄື​ວ່າ​ເປັນ​ໄປ​ບໍ່​ໄດ້, ຮູ້​ສຶກ​ວ່າ​ຈະ​ເປັນ​ໄປ​ບໍ່​ໄດ້, ການ​ປິ່ນ​ປົວ ສາ​ມາດ ມີ​ມາ​ຜ່ານ​ທາງ​ການ​ອັດ​ສະ​ຈັນ​ຂອງ​ອາ​ນຸ​ພາບ​ທີ່​ໄຖ່​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ, ທີ່​ຊົງ​ຟື້ນ “[ໂດຍ​ອຳ​ນາດ​ແຫ່ງ​ການ​ປິ່ນ​ປົວ​ຂອງ​ພຣະ​ອົງ].”14

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ມີ​ເມດ​ຕາ, ທີ່​ມີ​ໄຊ​ຊະ​ນະ​ເໜືອ​ຄວາມ​ມືດ​ມົນ ແລະ ຄວາມ​ຊົ່ວ​ຮ້າຍ, ມີ​ອຳ​ນາດ​ທີ່​ຈະ​ແກ້​ໄຂ​ຄວາມ​ຜິດ ທຸກ ຢ່າງ, ຊຶ່ງ​ເປັນ​ຄວາມ​ຈິງ​ທີ່​ໃຫ້​ຊີ​ວິດ​ສຳ​ລັບ​ຜູ້​ທີ່​ຖືກ​ກະ​ທຳ​ຜິດ​ໂດຍ​ຄົນ​ອື່ນ.15

ຂໍ​ໃຫ້​ຮູ້​ໄວ້​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສະ​ເດັດ​ລົງ​ຕ່ຳ​ກວ່າ ທຸກ ສິ່ງ, ແມ່ນ​ແຕ່​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ກັບ​ທ່ານ. ເປັນ​ເພາະ​ສິ່ງ​ນັ້ນ, ພຣະ​ອົງ​ຈຶ່ງ​ຮູ້​ວ່າ​ຄວາມ​ສະ​ທ້ານ​ຢ້ານ​ກົວ ແລະ ຄວາມ​ອັບ​ອາຍ​ນັ້ນ​ຮູ້​ສຶກ​ແບບ​ໃດ​ກັນ​ແນ່.16 ຈາກ​ສ່ວນ​ເລິກ​ຂອງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປະ​ທານ​ຄວາມ​ຫວັງ​ທີ່​ທ່ານ​ຄິດ​ວ່າ​ສູນ​ເສຍ​ໄປ​ຕະ​ຫລອດ​ການ, ຄວາມ​ເຂັ້ມ​ແຂງ​ທີ່​ທ່ານ​ເຊື່ອ​ວ່າ​ທ່ານ​ບໍ່​ມີ​ວັນ​ຄອບ​ຄອງ​ໄດ້, ແລະ ການ​ປິ່ນ​ປົວ​ທີ່​ທ່ານ​ຄິດ​ບໍ່​ເຖິງ​ວ່າ​ຈະ​ເປັນ​ໄປ​ໄດ້.

ພຶດ​ຕິ​ກຳ​ທີ່​ຂົ່ມ​ເຫັງ​ແມ່ນ​ຖືກ​ປະ​ນາມ​ຢ່າງ​ຈະ​ແຈ້ງ​ໂດຍ​ພຣະ​ຜູ້​ເປັນ​ເຈົ້າ ແລະ ສາດ​ສະ​ດາ​ຂອງ​ພຣະ​ອົງ

ບໍ່​ມີ​ທີ່​ເລີຍ​ສຳ​ລັບ​ການ​ຂົ່ມ​ເຫັງ​ໃດໆ ບໍ່​ວ່າ​ຈະ​ເປັນ​ທາງ—ຮ່າງ​ກາຍ, ເພດ, ອາ​ລົມ, ຫລື ວາ​ຈາ—ຢູ່​ໃນ​ບ້ານ​ເຮືອນ, ປະ​ເທດ, ຫລື ວັດ​ທະ​ນະ​ທຳ​ໃດໆ​ທັງ​ນັ້ນ. ບໍ່​ມີ​ສິ່ງ​ໃດ​ທີ່​ພັນ​ລະ​ຍາ, ລູກ, ຫລື ສາ​ມີ ເຮັດ ຫລື ເວົ້າ ທີ່​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ “ສົມ​ຄວນ” ຈະ​ຖືກ​ທຸບ​ຕີ. ບໍ່​ມີ​ຜູ້​ໃດ, ໃນ​ປະ​ເທດ ຫລື ວັດ​ທະ​ນະ​ທຳ​ໃດໆ, ເຄີຍ “ຮ້ອງ​ຂໍ” ການ​ຮຸກ​ຮານ ຫລື ຄວາມ​ຮຸນ​ແຮງ​ຈາກ​ຄົນ​ອື່ນ​ທີ່​ມີ​ສິດ​ອຳ​ນາດ ຫລື ຄົນ​ທີ່​ໃຫຍ່​ກວ່າ ແລະ ແຂງ​ແຮງ​ກວ່າ.

ຜູ້​ຄົນ​ທີ່​ຂົ່ມ​ເຫັງ ແລະ ສະ​ແຫວງ​ຫາ​ທີ່​ຈະ​ເຊື່ອງ​ຊ້ອນ​ບາບ​ທີ່​ຮ້າຍ​ແຮງ​ຂອງ​ພວກ​ເຂົາ​ອາດ​ໜີ​ພົ້ນ​ໄດ້​ເປັນ​ເວ​ລາ​ຊົ່ວ​ຄາວ. ແຕ່​ພຣະ​ຜູ້​ເປັນ​ເຈົ້າ, ຜູ້​ທີ່​ເຫັນ​ທຸກ​ສິ່ງ​ຮູ້​ຈັກ​ການ​ກະ​ທຳ ແລະ ຄວາມ​ນຶກ​ຄິດ ແລະ ເຈດ​ຕະ​ນາ​ຂອງ​ໃຈ.17 ພຣະ​ອົງ​ເປັນ​ພຣະ​ເຈົ້າ​ແຫ່ງ​ຄວາມ​ຍຸດ​ຕິ​ທຳ, ແລະ ດ້ວຍ​ຄວາມ​ຍຸດ​ຕິ​ທຳ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ອົງ ພຣະ​ອົງ​ຈະ​ລົງ​ໂທດ​ຢ່າງ​ສົມ​ຄວນ.18

ໜ້າ​ອັດ​ສະ​ຈັນ​ແທ້ໆ​ແມ່ນ, ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຍັງ​ເປັນ​ພຣະ​ເຈົ້າ​ແຫ່ງ​ຄວາມ​ເມດ​ຕາ​ນຳ​ອີກ ຕໍ່​ຜູ້​ທີ່​ກັບ​ໃຈ​ຢ່າງ​ແທ້​ຈິງ. ຜູ້​ຂົ່ມ​ເຫັງ—ລວມ​ທັງ​ຜູ້​ທີ່​ຕົນ​ເອງ​ກໍ​ຖືກ​ຂົ່ມ​ເຫັງ​ມາ​ກ່ອນ—ຜູ້​ທີ່​ສາ​ລະ​ພາບ, ປະ​ຖິ້ມ​ບາບ​ຂອງ​ເຂົາ​ເຈົ້າ, ແລະ ເຮັດ ທຸກ​ສິ່ງ ທີ່​ເຂົາ​ເຈົ້າ​ສາ​ມາດ​ເຮັດ​ໄດ້​ເພື່ອ​ຊົດ​ເຊີຍ ແລະ ທົດ​ແທນ, ກໍ​ເຂົ້າ​ເຖິງ​ການ​ໃຫ້​ອະ​ໄພ ຜ່ານ​ທາງ​ການ​ອັດ​ສະ​ຈັນ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ.

ສຳ​ລັບ​ຜູ້​ທີ່​ຖືກ​ກ່າວ​ຫາ​ຜິດ, ຂໍ້​ກ່າວ​ຫາ​ຜິດໆ​ເຫລົ່າ​ນີ້​ກໍ​ນຳ​ຄວາມ​ທຸກ​ທໍ​ລະ​ມານ ແລະ ໂທດ​ທີ່​ຮ້າຍ​ແຮງ​ຂອງ​ມັນ​ມາ​ນຳ. ແຕ່​ເຂົາ​ເຈົ້າ​ກໍ​ໄດ້​ຮັບ​ພອນ​ຄື​ກັນ ໂດຍ​ການ​ທົນ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແທນ​ເຂົາ​ເຈົ້າ ແລະ ຄວາມ​ຮູ້​ທີ່​ວ່າ ໃນ​ທີ່​ສຸດ​ຄວາມ​ຈິງ​ນັ້ນ​ກໍ​ຈະ​ໄຊ​ຊະ​ນະ.

ແຕ່​ຜູ້​ຂົ່ມ​ເຫັງ​ທີ່​ບໍ່​ກັບ​ໃຈ​ຈະ​ຢືນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ຮັບ​ຜິດ​ຊອບ​ອາດ​ຊະ​ຍາ​ກຳ​ທີ່​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ.

ພຣະ​ຜູ້​ເປັນ​ເຈົ້າ​ເອງ​ກໍ​ຊັດ​ເຈນ​ແທ້ໆ ໃນ​ການ​ປະ​ນາມ​ຂອງ​ພຣະ​ອົງ​ເຖິງ​ການ​ຂົ່ມ​ເຫັງ​ໃນ​ທຸກ​ຮູບ​ແບບ​ວ່າ: “ຖ້າ​ຜູ​ໃດ​ເປັນ​ຕົ້ນ​ເຫດ ພາ​ໃຫ້​ເດັກ​ນ້ອຍ​ຄົນ​ໜຶ່ງ​ໃນ​ບັນ​ດາ​ເດັກ​ນ້ອຍ​ເຫລົ່າ​ນີ້​ຕົກ​ໃນ​ບາບ … , ແມ່ນ​ຈະ​ເອົາ​ຫີນ​ໂມ້​ແປ້ງ​ກ້ອນ​ໃຫຍ່​ຜູກ​ຄໍ​ຜູ້​ນັ້ນ ແລະ ຖິ້ມ​ລົງ​ໃນ​ທະ​ເລ​ເລິກ​ເສຍ​ກໍ​ດີ​ກວ່າ.”19

ສະ​ຫລຸບ

ເພື່ອນ​ທີ່​ຮັກ​ແພງ​ທັງ​ຫລາຍ ຜູ້​ທີ່​ໄດ້​ເຈັບ​ປວດ​ຢ່າງ​ສາ​ຫັດ—ແລະ ສໍາ​ລັບ​ເລື່ອງ​ນັ້ນ, ໃຜ​ກໍ​ຕາມ​ທີ່​ໄດ້​ແບກ​ຫາບ​ຄວາມ​ບໍ່​ຍຸດ​ຕິ​ທໍາ​ຂອງ​ຊີ​ວິດ—ທ່ານ​ກໍ​ສາ​ມາດ​ມີ​ການ​ເລີ່ມ​ຕົ້ນ​ໃໝ່ ແລະ ຊື່ນ​ຊົມ​ໄດ້. ໃນ​ສວນ​ເຄັດ​ເຊ​ມາ​ເນ ແລະ ຢູ່​ທີ່​ພູ​ຫົວ​ກະ​ໂຫລກ, ພຣະ​ເຢ​ຊູ, “ໄດ້​ຮັບ​ເອົາ … ຄວາມ​ທຸກ​ໃຈ ແລະ ຄວາມ​ທຸກ​ທໍ​ລະ​ມານ ທັງ​ປວງ ທີ່​ທ່ານ ແລະ ຂ້າ​ພະ​ເຈົ້າ ເຄີຍ ປະ​ສົບ,”20 ແລະ ພຣະ​ອົງ​ໄດ້​ເອົາ​ຊະ​ນະ​ມັນ​ທັງ​ໝົດ! ດ້ວຍ​ອ້ອມ​ແຂນ​ຍື່ນ​ອອກ​ໄປ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສະ​ເໜີ​ມອບ​ຂອງ​ປະ​ທານ​ແຫ່ງ​ການ​ປິ່ນ​ປົວ​ໃຫ້​ແກ່​ທ່ານ. ດ້ວຍ​ຄວາມ​ກ້າ​ຫານ, ດ້ວຍ​ຄວາມ​ອົດ​ທົນ, ແລະ ດ້ວຍ​ຈຸດ​ສຸມ​ທີ່​ຊື່​ສັດ​ຢູ່​ທີ່​ພຣະ​ອົງ, ອີກ​ບໍ່​ດົນ​ທ່ານ​ຈະ​ສາ​ມາດ​ຍອມ​ຮັບ​ເອົາ​ຂອງ​ປະ​ທານ​ນີ້​ຢ່າງ​ເຕັມ​ທີ່. ທ່ານ​ສາ​ມາດ​ປ່ອຍ​ວາງ​ຄວາມ​ເຈັບ​ປວດ​ຂອງ​ທ່ານ ແລະ ປະ​ມັນ​ໄວ້​ຢູ່​ທີ່​ພຣະ​ບາດ​ຂອງ​ພຣະ​ອົງ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ອ່ອນ​ໂຍນ​ຂອງ​ທ່ານ​ໄດ້​ປະ​ກາດ​ວ່າ, “ຂະ​ໂມຍ​ມາ​ກໍ​ພຽງ​ແຕ່​ຈະ​ລັກ ຈະ​ຂ້າ ແລະ ທຳ​ລາຍ​ເທົ່າ​ນັ້ນ: ຝ່າຍ​ເຮົາ​ໄດ້​ມາ​ເພື່ອ [ທ່ານ] ຈະ​ໄດ້​ຊີ​ວິດ ແລະ [ທ່ານ] ຈະ​ໄດ້​ຊີ​ວິດ​ຢ່າງ​ຄົບ​ບໍ​ລິ​ບູນ.”21 ທ່ານ​ເປັນ​ຜູ້​ລອດ​ຊີ​ວິດ, ທ່ານ​ສາ​ມາດ​ຫາຍ​ດີ, ແລະ ທ່ານ​ສາ​ມາດ​ໄວ້​ວາງ​ໃຈ​ວ່າ ດ້ວຍ​ອຳ​ນາດ ແລະ ພຣະ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ທ່ານ​ຈະ​ເອົາ​ຊະ​ນະ ແລະ ມີ​ໄຊ​ຊະ​ນະ.

ພຣະ​ເຢ​ຊູ​ຊ່ຽວ​ຊານ​ເປັນ​ພິ​ເສດ ໃນ​ສິ່ງ​ທີ່​ເບິ່ງ​ຄື​ວ່າ​ຈະ​ສຳ​ເລັດ​ບໍ່​ໄດ້. ພຣະ​ອົງ​ໄດ້​ສະ​ເດັດ​ມາ​ທີ່​ນີ້​ເພື່ອ​ເຮັດ​ໃຫ້​ສິ່ງ​ທີ່​ເປັນ​ໄປ​ບໍ່​ໄດ້ ເປັນ​ໄດ້, ປະ​ກາດ​ອິດ​ສະ​ລະ​ພາບ​ແກ່​ຄົນ​ທັງ​ຫລາຍ​ທີ່​ຖືກ​ຈຳ​ຈອງ, ຄົນ​ຕາ​ບອດ​ຈະ​ເຫັນ​ຮຸ່ງ​ອີກ, ແລະ ປົດ​ປ່ອຍ​ຜູ້​ຖືກ​ກົດ​ຂີ່​ໃຫ້​ເປັນ​ອິດ​ສະ​ລະ.22 ແລະ ພຣະ​ອົງ​ກະ​ທຳ​ສິ່ງ​ເຫລົ່າ​ນີ້​ໄດ້​ດີ​ຫລາຍ. ແທ້​ຈິງ​ແລ້ວ, ພຣະ​ອົງ​ກະ​ທຳ​ໄດ້​ຢ່າງ​ສົມ​ບູນ​ແບບ​ທີ່​ສຸດ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ພຣະ​ຜູ້​ປິ່ນ​ປົວ​ຂອງ​ເຮົາ, ອາ​ແມນ.

ສຳ​ລັບ​ລາຍ​ລະ​ອຽດ​ເພີ່ມ​ເຕີມ ແລະ ແຫລ່ງ​ຂໍ້​ມູນ​ຕ່າງໆ, ໃຫ້​ເບິ່ງ “Abuse” ໃນ​ພາກ Life Help ທີ່ ChurchofJesusChrist.org ແລະ ໃນ​ແອັບ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.