ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຂັ້ນ​ໄດ​ແຫ່ງ​ສັດ​ທາ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2022


ຂັ້ນ​ໄດ​ແຫ່ງ​ສັດ​ທາ

ຄວາມ​ບໍ່​ເຊື່ອ​ຖື​ປິດ​ກັ້ນ​ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ເຫັນ​ການ​ມະ​ຫັດ​ສະ​ຈັນ, ໃນ​ຂະ​ນະ​ທີ່​ແນວ​ຄິດ​ແຫ່ງ​ສັດ​ທາ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ເປີດ​ອຳ​ນາດ​ແຫ່ງ​ສະ​ຫວັນ.

ການ​ທ້າ​ທາຍ​ໃນ​ຊີ​ວິດ​ຈະ​ສົ່ງ​ຜົນ​ສະ​ທ້ອນ​ແນວ​ໃດ​ຕໍ່​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ? ແລະ ສັດ​ທາ​ຂອງ​ເຮົາ​ຈະ​ມີ​ຜົນ​ກະ​ທົບ​ແນວ​ໃດ​ຕໍ່​ຄວາມ​ຊື່ນ​ຊົມ ແລະ ສັນ​ຕິ​ສຸກ​ທີ່​ເຮົາ​ໄດ້​ປະ​ສົບ​ໃນ​ຊີ​ວິດ​ນີ້?

ປີ​ນັ້ນ​ແມ່ນ​ປີ 1977. ສຽງ​ໂທ​ລະ​ສັບ​ໄດ້​ດັງ​ຂຶ້ນ, ແລະ ຂໍ້​ຄວາມ​ນັ້ນ​ໄດ້​ເຮັດ​ໃຫ້​ໃຈ​ຂອງ​ພວກ​ເຮົາ​ແຕກ​ສະ​ຫລາຍ. ແຄ​ໂຣ​ລີນ ແລະ ດັກ ເທບສ໌ ກຳ​ລັງ​ຢູ່​ໃນ​ຊ່ວງ​ຂອງ​ການ​ຍ້າຍ​ໄປ​ບ້ານ​ໃໝ່​ຂອງ​ເຂົາ​ເຈົ້າ​ຫລັງ​ຈາກ​ຈົບ​ການ​ສຶກ​ສາ​ປະ​ລິນ​ຍາ​ໂທ. ກຸ່ມ​ແອວ​ເດີ​ກໍ​ໄດ້​ມາ​ຊ່ວຍ​ຂົນ​ເຄື່ອງ​ຂຶ້ນ​ລົດ. ດັກ, ໄດ້​ກວດ​ເບິ່ງ​ໃຫ້​ແນ່​ໃຈ​ວ່າ​ເສັ້ນ​ທາງ​ບໍ່​ມີ​ຫຍັງ​ກີດ​ຂວາງ​ກ່ອນ​ຈະ​ຖອຍ​ຫລັງ​ລົດ, ແລະ ກໍ​ໄດ້​ແນມ​ເບິ່ງ​ອີກ​ເທື່ອ​ສຸດ​ທ້າຍ. ສິ່ງ​ທີ່​ລາວ​ເບິ່ງ​ບໍ່​ເຫັນ​ກໍ​ຄື​ລູກ​ສາວ​ໂຕ​ນ້ອຍໆ​ຂອງ​ລາວ, ນາງ​ເຈນ​ນີ, ແລ່ນ​ມາ​ໃສ່​ທາງ​ຫລັງ​ລົດ​ບັນ​ທຸກ​ຢ່າງ​ກະ​ທັນ​ຫັນ​ແບບ​ບໍ່​ຖືກ​ເວ​ລາ. ທັນ​ໃດ​ນັ້ນ, ນາງ​ເຈນ​ນີ​ຜູ້​ເປັນ​ທີ່​ຮັກ​ຂອງ​ເຂົາ​ເຈົ້າ​ກໍ​ຈາກ​ໄປ.

ມີ​ຫຍັງ​ຈະ​ເກີດ​ຂຶ້ນ​ຕໍ່​ໄປ​ນີ້? ຄວາມ​ເຈັບ​ປວດ​ອັນ​ແສນ​ສາ​ຫັດ​ຂອງ​ຄວາມ​ຮູ້​ສຶກ ແລະ ການ​ສູນ​ເສຍ​ທີ່​ບໍ່​ຄາດ​ຄິດ​ຈະ​ສ້າງ​ຊ່ອງ​ວ່າງ​ໃຫ້​ແຕກ​ຫັກ​ລະ​ຫວ່າງ ແຄ​ໂຣ​ລີນ ແລະ ດັກ, ຫລື ໂດຍ​ວິ​ທີ​ໃດ​ວິ​ທີ​ໜຶ່ງ ມັນ​ຈະ​ຜູກ​ມັດ​ຫົວ​ໃຈ​ຂອງ​ເຂົາ​ເຈົ້າ​ໄວ້​ນຳ​ກັນ ແລະ ເຮັດ​ໃຫ້​ສັດ​ທາ​ຂອງ​ເຂົາ​ເຈົ້າ​ໝັ້ນ​ຄົງ​ໃນ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ?

ເສັ້ນ​ທາງ​ຜ່ານ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ເຂົາ​ເຈົ້າ​ນັ້ນ​ຍາວ​ນານ ແລະ ເຈັບ​ປວດ, ແຕ່​ວ່າ ຈາກ​ບ່ອນ​ໃດ​ບ່ອນ​ໜຶ່ງ​ກອງ​ໜຸນ​ທາງ​ວິນ​ຍານ​ຈະ​ເຮັດ​ໃຫ້​ບໍ່​ໝົດ​ຫວັງ ແຕ່ “ຍຶດ​ໝັ້ນ​ຢູ່​ໃນ​ເສັ້ນ​ທາງ​ຂອງ [ເຂົາ​ເຈົ້າ].”1 ຢ່າງ​ໃດ​ກໍ​ຕາມ​ຄູ່​ຜົວ​ເມຍ​ທີ່​ໜ້າ​ອັດ​ສະ​ຈັນ​ຄູ່​ນີ້​ໄດ້​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຄຣິດ​ຫລາຍ​ຂຶ້ນ. ມີ​ຄວາມ​ມຸ່ງ​ໝັ້ນ​ຫລາຍ​ຂຶ້ນ. ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຫລາຍ​ຂຶ້ນ. ເຂົາ​ເຈົ້າ​ເຊື່ອ​ວ່າ, ໃນ​ເວ​ລາ​ຂອງ​ພຣະ​ອົງ, ພຣະ​ເຈົ້າ​ໄດ້​ຕັ້ງ​ຄວາມ​ທຸກ​ຂອງ​ເຂົາ​ເຈົ້າ​ໄວ້​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ເຂົາ​ເຈົ້າ​ເອງ.2

ເຖິງ​ແມ່ນ​ວ່າ​ຄວາມ​ເຈັບ​ປວດ ແລະ ການ​ສູນ​ເສຍ​ຈະ​ບໍ່​ຫາຍ​ໄປ ແລະ ບໍ່​ສາ​ມາດ​ຫາຍ​ໄປ​ໄດ້​ຢ່າງ​ສິ້ນ​ເຊີງ, ແຕ່​ແຄ​ໂຣ​ລີນ ແລະ ດັກ ໄດ້​ຮັບ​ການ​ປອບ​ໂຍນ​ດ້ວຍ​ຄວາມ​ໝັ້ນ​ໃຈ​ວ່າ ໂດຍ​ການ​ທີ່​ເຂົາ​ເຈົ້າ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຢ່າງ​ໝັ້ນ​ຄົງ, ເຈນ​ນີ​ຜູ້​ເປັນ​ທີ່​ຮັກ​ຂອງ​ເຂົາ​ເຈົ້າ​ຈະ​ເປັນ​ຂອງ​ເຂົາ​ເຈົ້າ​ຕະ​ຫລອດ​ໄປ.3

ຕົວ​ຢ່າງ​ຂອງ​ເຂົາ​ເຈົ້າ​ໄດ້​ເສີມ​ສ້າງ​ສັດ​ທາ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ແຜນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ເຮົາ​ບໍ່​ເຫັນ​ໄດ້​ໝົດ​ທຸກ​ຢ່າງ. ແຕ່​ພຣະ​ອົງ​ເຫັນ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ໂຈ​ເຊັບ ສະ​ມິດ ໃນ​ຄຸກ​ລີ​ເບີ​ຕີ​ວ່າ “ສິ່ງ​ທັງ​ໝົດ​ເຫລົ່າ​ນີ້ ຈະ​ເປັນ​ປະ​ສົບ​ການ​ໃຫ້​ແກ່​ເຈົ້າ, ແລະ ຈະ​ເກີດ​ຂຶ້ນ​ເພື່ອ​ຄວາມ​ດີ​ຂອງ​ເຈົ້າ. ບຸດ​ມະ​ນຸດ​ໄດ້​ລົງ​ຕ່ຳ​ກວ່າ​ທຸກ​ສິ່ງ​ເຫລົ່າ​ນັ້ນ​ທັງ​ໝົດ. ເຈົ້າ​ຍິ່ງ​ໃຫຍ່​ກວ່າ​ພຣະ​ອົງ​ບໍ?”4

ເມື່ອ​ເຮົາ​ຍອມ​ຮັບ​ເອົາ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ພຣະ​ອົງ​ຈະ​ສິດ​ສອນ​ວິ​ທີ​ໃຫ້​ເຮົາ​ເດີນ​ໄປ​ກັບ​ພຣະ​ອົງ.5 ​ຕອນ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ທີ່​ຮັບ​ໃຊ້​ຢູ່​ປະ​ເທດ​ຕາ​ຮີ​ຕີ, ຂ້າ​ພະ​ເຈົ້າ​ໄດ້​ຖືກ​ຂໍ​ໃຫ້​ວາງ​ມື​ໃຫ້​ພອນ​ແກ່​ແອ​ນ້ອຍ​​ປ່ວຍ​ຄົນ​ໜຶ່ງ. ພວກ​ເຮົາ​ໄດ້​ວາງ​ມື​ເທິງ​ຫົວ​ຂອງ​ລາວ ແລະ ໄດ້​ໃຫ້​ພອນ​ແກ່​ລາວ​ເພື່ອ​ໃຫ້​ດີ​ຂຶ້ນ. ສຸ​ຂະ​ພາບ​ຂອງ​ລາວ​ກໍ​ເລີ່ມ​ດີ​ຂຶ້ນ, ແຕ່​ວ່າ​ລາວ​ກໍ​ກັບ​ມາ​ປ່ວຍ​ອີກ. ຄັ້ງ​ທີ​ສອງ​ພວກ​ເຮົາ​ກໍ​ໃຫ້​ພອນ​ລາວ ແຕ່​ວ່າ​ກໍ​ໄດ້​ຮັບ​ຜົນ​ແບບ​ເກົ່າ​ອີກ. ການ​ຂໍ​ຄັ້ງ​ທີ​ສາມ​ໄດ້​ມາ​ເຖິງ. ພວກ​ເຮົາ​ໄດ້​ອ້ອນ​ວອນ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ​ຂໍ​ໃຫ້​ເປັນ​ໄປ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ. ບໍ່​ດົນ​ຈາກ​ນັ້ນ, ຈິດ​ວິນ​ຍານ​ດວງ​ນ້ອຍ​ຂອງ​ລາວ​ກໍ​ໄດ້​ກັບ​ຄືນ​ສູ່​ບ້ານ​ຂອງ​ລາວ​ໃນ​ສະ​ຫວັນ.

ແຕ່​ພວກ​ເຮົາ​ມີ​ຄວາມ​ສະ​ຫງົບ. ພວກ​ເຮົາ​ຢາກ​ໃຫ້​ແອ​ນ້ອຍ​ນັ້ນ​ມີ​ຊີ​ວິດ​ຢູ່, ແຕ່​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມີ​ແຜນ​ແບບ​ອື່ນ. ການ​ຍອມ​ຮັບ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ແທນ​ຂອງ​ເຮົາ​ເອງ​ຄື​ສິ່ງ​ສຳ​ຄັນ​ໃນ​ການ​ຄົ້ນ​ພົບ​ຄວາມ​ສຸກ​ບໍ່​ວ່າ​ສະ​ຖາ​ນະ​ການ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ.

ສັດ​ທາ​ທີ່​ລຽບ​ງ່າຍ​ທີ່​ເຮົາ​ມີ​ໃນ​ພຣະ​ເຢ​ຊູ​ຄຣິດ​ເມື່ອ​ເຮົາ​ເລີ່ມ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ອົງ​ເປັນ​ຄັ້ງ​ທຳ​ອິດ ສາ​ມາດ​ຄົງ​ຢູ່​ໃນ​ໃຈ​ຂອງ​ເຮົາ​ຂະ​ນະ​ທີ່​ເຮົາ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ຂອງ​ຊີ​ວິດ. ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ອົງ​ສາ​ມາດ ແລະ ຈະ​ນຳ​ພາ​ເຮົາ​ຂ້າມ​ຜ່ານ​ຄວາມ​ຊັບ​ຊ້ອນ​ຂອງ​ຊີ​ວິດ​ໄປ​ໄດ້. ແນ່​ນອນ, ເຮົາ​ຈະ​ພົບ​ວ່າ​ມີ​ຄວາມ​ລຽບ​ງ່າຍ​ໃນ​ອີກ​ດ້ານ​ໜຶ່ງ​ຂອງ​ຄວາມ​ຊັບ​ຊ້ອນ​ຂອງ​ຊີ​ວິດ6 ຂະ​ນະ​ທີ່​ເຮົາ​ຍັງ​ຄົງ​ຢູ່​ໃນ “[ຄວາມ​ໝັ້ນ​ຄົງ] ໃນ​ພຣະ​ຄຣິດ, ໂດຍ​ມີ​ຄວາມ​ສະ​ຫວ່າງ​ຢ່າງ​ບໍ​ລິ​ບູນ​ຂອງ​ຄວາມ​ຫວັງ.”7

ຈຸດ​ປະ​ສົງ​ສ່ວນ​ໜຶ່ງ​ຂອງ​ຊີ​ວິດ​ຄື​ການ​ຍອມ​ໃຫ້​ສິ່ງ​ກີດ​ຂວາງ​ທີ່​ອາດ​ເກີດ​ຂຶ້ນ​ເຫລົ່າ​ນີ້​ກາຍ​ມາ​ເປັນ​ຫີນ​ຂັ້ນ​ໄດ​ຂະ​ນະ​ທີ່​ເຮົາ​ປີນ​ໄຕ່​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ເອີ້ນ​ວ່າ “ຂັ້ນ​ໄດ​ແຫ່ງ​ສັດ​ທາ”—ເປັນ​ຂັ້ນ​ໄດ​ເພາະ​ມັນ​ແນະ​ນຳ​ວ່າ ສັດ​ທາ​ບໍ່​ຄົງ​ທີ່. ມັນ​ສາ​ມາດ​ຂຶ້ນ​ໄປ ຫລື ລົງ​ໄດ້​ອີງ​ຕາມ​ການ​ເລືອກ​ທີ່​ເຮົາ​ເຮັດ.

ຂະ​ນະ​ທີ່​ເຮົາ​ດີ້ນ​ລົນ​ໃນ​ການ​ສ້າງ​ສັດ​ທາ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຮົາ​ອາດ​ຈະ​ບໍ່​ເຂົ້າ​ໃຈ​ຢ່າງ​ເຕັມ​ທີ່​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ທີ່​ມີ​ໃຫ້​ເຮົາ, ແລະ ເພື່ອ​ເຮົາ​ຈະ​ໄດ້​ເຊື່ອ​ຟັງ​ກົດ​ຂອງ​ພຣະ​ອົງ​ດ້ວຍ​ຄວາມ​ຮູ້​ສຶກ​ທີ່​ເປັນ​ພັນ​ທະ. ຄວາມ​ຮູ້​ສຶກ​ຜິດ​ອາດ​ຈະ​ກາຍ​ເປັນ​ແຮງ​ຈູງ​ໃຈ​ຫລັກ​ຫລາຍ​ກວ່າ​ຄວາມ​ຮັກ. ການ​ເຊື່ອມ​ຕໍ່​ທີ່​ແທ້​ຈິງ​ກັບ​ພຣະ​ອົງ​ອາດ​ຈະ​ຍັງ​ບໍ່​ເຄີຍ​ມີ​ມາ​ກ່ອນ.

ຂະ​ນະ​ທີ່​ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ເພີ່ມ​ພູນ​ສັດ​ທາ​ຂອງ​ເຮົາ, ເຮົາ​ອາດ​ຈະ​ສັບ​ສົນ​ກັບ​ສິ່ງ​ທີ່​ຢາ​ໂກ​ໂບ​ໄດ້​ສິດ​ສອນ​ໄວ້. ເພິ່ນ​ໄດ້​ເຕືອນ​ເຮົາ​ວ່າ “ຄວາມ​ເຊື່ອ​ທີ່​ບໍ່​ມີ​ການ​ປະ​ຕິ​ບັດ​ນັ້ນ​ກໍ​ໄຮ້​ຜົນ.”8 ເຮົາ​ອາດ​ຈະ​ສະ​ດຸດ​ໄດ້​ຖ້າ​ເຮົາ​ຄິດ​ວ່າ​ທຸກ​ສິ່ງ​ທຸກ​ຢ່າງ​ແມ່ນ​ຂຶ້ນ​ກັບ​ເຮົາ. ການ​ເພິ່ງ​ພາ​ຕົວ​ເອງ​ຫລາຍ​ເກີນ​ໄປ​ກໍ​ສາ​ມາດ​ຂັດ​ຂວາງ​ຄວາມ​ສາ​ມາດ​ຂອງ​ເຮົາ​​ທີ່​ຈະ​ເຂົ້າ​ເຖິງ​ອຳ​ນາດ​ແຫ່ງ​ສະ​ຫວັນ​ໄດ້.

ແຕ່​ເມື່ອ​ເຮົາ​ກ້າວ​ໄປ​ຫາ​ສັດ​ທາ​ທີ່​ແທ້​ຈິງ​ໃນ​ພຣະ​ເຢ​ຊູ​ຄຣິດ, ຄວາມ​ຄິດ​ຂອງ​ເຮົາ​ເລີ່ມ​ປ່ຽນ​ແປງ. ເຮົາ​ຮັບ​ຮູ້​ໄດ້​ວ່າ​ການ​ເຊື່ອ​ຟັງ ແລະ ການ​ມີ​ສັດ​ທາ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຮັດ​ໃຫ້​ເຮົາ​ເໝາະ​ສົມ​ກັບ​ການ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ຢູ່​ນຳ​ເຮົາ​ຕະ​ຫລອດ​ເວ​ລາ.9 ການ​ເຊື່ອ​ຟັງ​ຈະ​ບໍ່​ຂຸ່ນ​ເຄືອງ​ໃຈ​ອີກ​ຕໍ່​ໄປ ແຕ່​ກາຍ​ເປັນ​ການ​ສະ​ແຫວງ​ຫາ.10 ເຮົາ​ຮັບ​ຮູ້​ໄດ້​ວ່າ​ການ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ຈາກ​ພຣະ​ອົງ. ດ້ວຍ​ຄວາມ​ໄວ້​ວາງ​ໃຈ​ຈາກ​ພຣະ​ອົງ ແສງ​ສະ​ຫວ່າງ​ຈະ​ຮຸ່ງ​ແຈ້ງ​ຫລາຍ​ຂຶ້ນ. ແສງ​ສະ​ຫວ່າງ​ນີ້​ຈະ​ເຍືອງ​ທາງ ແລະ ເຮັດ​ໃຫ້​ເຮົາ​ເບິ່ງ​ເຫັນ​ເສັ້ນ​ທາງ​ທີ່​ເຮົາ​ຄວນ​ໄປ​ຢ່າງ​ຊັດ​ເຈນ.

ແຕ່​ມີ​ຫລາຍ​ກວ່າ​ນັ້ນ. ເມື່ອ​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເພີ່ມ​ຂຶ້ນ, ເຮົາ​ຈະ​ສັງ​ເກດ​ເຫັນ​ການ​ປ່ຽນ​ແປງ​ທີ່​ລະ​ອຽດ​ອ່ອນ​ຊຶ່ງ​ລວມ​ທັງ​ຄວາມ​ເຂົ້າ​ໃຈ​ອັນ​ສູງ​ສົ່ງ​ເຖິງ​ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ—ການ​ເຄື່ອນ​ຍ້າຍ​ອອກ​ໄປ​ເລື້ອຍໆ​ຈາກ​ຄຳ​ວ່າ “ເຮົາ​ຕ້ອງ​ການ​ຫຍັງ?” ໄປ​ຫາ “ພຣະ​ເຈົ້າ​ປະ​ສົງ​ສິ່ງ​ໃດ?” ເຊັ່ນ​ດຽວ​ກັນ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຮົາ​ຕ້ອງ​ການ​ທີ່​ຈະ​ເຮັດ​ໜ້າ​ທີ່ “ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ໃຈ​ປາດ​ຖະ​ໜາ​ຂອງ​ລູກ, ແຕ່​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະ​ສົງ​ຂອງ​ພຣະ​ອົງ.”11 ເຮົາ​ຢາກ​ເຮັດ​ວຽກ​ງານ​ຂອງ​ພຣະ​ເຈົ້າ ແລະ ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ.12

ຄວາມ​ກ້າວ​ໜ້າ​ຂອງ​ເຮົາ​ຄື​ສິ່ງ​ນິ​ລັນ​ດອນ. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ວ່າ ມັນ​ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຢາກ​ໃຫ້​ເຮົາ​ຮູ້​ຈັກ.13 ເມື່ອ​ເຮົາ​ກ້າວ​ໜ້າ, ເຮົາ​ຈະ​ເຂົ້າ​ໃຈ​ດີ​ຂຶ້ນ​ກວ່າ​ເກົ່າ​ເຖິງ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສິດ​ສອນ​ໂຈ​ເຊັບ ສະ​ມິດ: “ເພາະ​ຖ້າ​ຫາກ​ພວກ​ເຈົ້າ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ, ແລ້ວ​ພວກ​ເຈົ້າ​ຈະ​ໄດ້​ຮັບ​ຄວາມ​ສົມ​ບູນ​ຂອງ​ພຣະ​ອົງ, ແລະ ໄດ້​ຮັບ​ກຽດ​ຕິ​ຍົດ​ໃນ​ເຮົາ; … ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ພວກ​ເຈົ້າ​ຈະ​ໄດ້​ຮັບ​ພຣະ​ຄຸນ​ແທນ​ພຣະ​ຄຸນ.”14

ເຮົາ​ຈະ​ປີນ​ຂັ້ນ​ໄດ​ແຫ່ງ​ສັດ​ທາ​ຂອງ​ເຮົາ​ສູງ​ພຽງ​ໃດ​ນັ້ນ​ແມ່ນ​ຂຶ້ນ​ກັບ​ການ​ຕັດ​ສິນ​ໃຈ​ຂອງ​ເຮົາ. ແອວ​ເດີ ນຽວ ແອວ ແອນ​ເດີ​ເຊັນ ໄດ້​ສິດ​ສອນ​ວ່າ, “ສັດ​ທາ​ບໍ່​ແມ່ນ​ໂດຍ​ບັງ​ເອີນ, ແຕ່​ໂດຍ​ການ​ເລືອກ.”15 ເຮົາ​ສາ​ມາດ​ເລືອກ​ທີ່​ຈະ​ເຮັດ​ການ​ເລືອກ​ທີ່​ຈຳ​ເປັນ​ເພື່ອ​ເພີ່ມ​ພູນ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ໃຫ້​ພິ​ຈາ​ລະ​ນາ​ຜົນ​ຂອງ​ການ​ເລືອກ​ເມື່ອ​ເລ​ມັນ​ກັບ​ເລ​ມູ​ເອນ​ລົງ​ຂັ້ນ​ໄດ​ແຫ່ງ​ສັດ​ທາ​ຂະ​ນະ​ທີ່​ນີ​ໄຟ​ໄດ້​ປີນ​ສູງ​ຂຶ້ນ​ໄປ. ມີ​ການ​ສະ​ແດງ​ອື່ນ​ໃດ​ບໍ​ທີ່​ຊັດ​ເຈນ​ຫລາຍ​ໄປ​ກວ່າ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ຄຳ​ຕອບ​ຂອງ​ນີ​ໄຟ​ທີ່​ວ່າ “ເຮົາ​ຈະ​ໄປ ແລະ ເຮັດ”16 ກັບ​ຄຳ​ຕອບ​ຂອງ​ເລ​ມັນ ແລະ ເລ​ມູ​ເອນ, ຜູ້​ຫາ​ກໍ​ໄດ້​ເຫັນ​ທູດ​ສະ​ຫວັນ, ທີ່​ວ່າ “ມັນ​ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ພຣະ​ເຈົ້າ​ຈະ​ມອບ?”17

ຄວາມ​ບໍ່​ເຊື່ອ​ຖື​ປິດ​ກັ້ນ​ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ເຫັນ​ການ​ມະ​ຫັດ​ສະ​ຈັນ, ໃນ​ຂະ​ນະ​ທີ່​ແນວ​ຄິດ​ແຫ່ງ​ສັດ​ທາ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ເປີດ​ອຳ​ນາດ​ແຫ່ງ​ສະ​ຫວັນ.

ແມ່ນ​ແຕ່​ເມື່ອ​ສັດ​ທາ​ຂອງ​ເຮົາ​ອ່ອນ​ແອ, ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຍື່ນ​ອອກ​ມາ​ສະ​ເໝີ.18 ເມື່ອ​ຫລາຍ​ປີ​ກ່ອນ ຂ້າ​ພະ​ເຈົ້າ​ໄດ້​ຖືກ​ມອບ​ໝາຍ​ໃຫ້​ຈັດ​ຕັ້ງ​ສະ​ເຕກ​ໃນ​ປະ​ເທດ​ນີ​ເຊ​ເຣຍ​ຄືນ​ໃໝ່. ໃນ​ນາ​ທີ​ສຸດ​ທ້າຍ, ໄດ້​ມີ​ການ​ປ່ຽນ​ແປງ​ວັນ​ເວ​ລາ. ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ໃນ​ສະ​ເຕກ​ທີ່​ໄດ້​ຕັດ​ສິນ​ໃຈ​ອອກ​ຈາກ​ເມືອງ​ໄປ​ເພື່ອ​ຈະ​ບໍ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສະ​ເຕກ​ໃນ​ຄັ້ງ​ທຳ​ອິດ. ລາວ​ບໍ່​ຢາກ​ສ່ຽງ​ໃນ​ການ​ອາດ​ຖືກ​ເອີ້ນ​ໃຫ້​ເປັນ​ປະ​ທານ​ສະ​ເຕກ.

ໃນ​ຂະ​ນະ​ທີ່​ລາວ​ບໍ່​ຢູ່, ລາວ​ໄດ້​ປະ​ສົບ​ອຸ​ບັດ​ຕິ​ເຫດ​ທີ່​ຮ້າຍ​ແຮງ, ແຕ່​ວ່າ​ລາວ​ບໍ່​ໄດ້​ຮັບ​ບາດ​ເຈັບ. ສິ່ງ​ນີ້​ໄດ້​ເຮັດ​ໃຫ້​ລາວ​ພິ​ຈາ​ລະ​ນາ​ວ່າ​ເປັນ​ຫຍັງ​ລາວ​ຈຶ່ງ​ລອດ​ຊີ​ວິດ​ມາ​ໄດ້. ລາວ​ໄດ້​ທົບ​ທວນ​ການ​ຕັດ​ສິນ​ໃຈ​ຂອງ​ລາວ​ອີກ​ຄັ້ງ. ລາວ​ໄດ້​ກັບ​ໃຈ ແລະ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສະ​ເຕກ​ອີກ​ຄັ້ງ​ດ້ວຍ​ຄວາມ​ຖ່ອມ​ໃຈ. ແລະ ແມ່ນ​ແລ້ວ, ລາວ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ປະ​ທານ​ສະ​ເຕກ​ຄົນ​ໃໝ່.

ແອວ​ເດີ ນຽວ ເອ ແມ໊ກ​ສະ​ແວວ ໄດ້​ສິດ​ສອນ​ວ່າ: “ການ​ເຮັດ​ໃຫ້​ຄວາມ​ປະ​ສົງ​ຂອງ​ເຮົາ​ສອດ​ຄ່ອງ​ກັບ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນ​ຈຶ່ງ​ຈະ​ພົບ​ເຫັນ​ຄວາມ​ສຸກ​ທີ່​ສົມ​ບູນ. ອັນ​ໃດ​ທີ່​ໜ້ອຍ​ກວ່າ​ກໍ​ໃຫ້​ຜົນ​ນ້ອຍ​ລົງ.”19

ຫລັງ​ຈາກ​ປະ​ຕິ​ບັດ “ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຢູ່​ໃນ​ອຳ​ນາດ​ຂອງ​ພວກ​ເຮົາ,” ແລ້ວ​ມັນ​ເຖິງ​ເວ​ລາ​ທີ່ “ພວກ​ເຮົາ [ຈະ] ຢືນ​ຢູ່​ຊື່ໆ … ເພື່ອ​ເຫັນ​ຄວາມ​ລອດ​ຂອງ​ພຣະ​ເຈົ້າ.”20 ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສິ່ງ​ນີ້​ໃນ​ຂະ​ນະ​ທີ່​ຮັບ​ໃຊ້​ໃນ​ຖາ​ນະ​ອ້າຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ກັບ​ຄອບ​ຄົວ​ຂອງ ມັກ​ຄໍ​ມິກ. ໃນ​ການ​ແຕ່ງ​ງານ​ມາ​ໄດ້ 21 ປີ, ແມ​ຣີ​ເຄ ໄດ້​ຮັບ​ໃຊ້​ຢ່າງ​ຊື່​ສັດ​ໃນ​ການ​ເອີ້ນ​ຂອງ​ນາງ. ເຄນ​ບໍ່​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ແລະ ບໍ່​ຄິດ​ສົນ​ໃຈ​ທີ່​ຈະ​ເປັນ​ເລີຍ, ແຕ່​ວ່າ​ລາວ​ຮັກ​ເມຍ​ຂອງ​ລາວ, ລາວ​ເລືອກ​ໄປ​ໂບດ​ກັບ​ນາງ.

ວັນ​ອາ​ທິດ​ມື້​ໜຶ່ງ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ປະ​ທັບ​ໃຈ​ທີ່​ຈະ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ກັບ​ເຄນ. ຂ້າ​ພະ​ເຈົ້າ​ໄດ້​ຖາມ​ລາວ​ວ່າ​ຂ້າ​ພະ​ເຈົ້າ​ເຮັດ​ແບບ​ນັ້ນ​ໄດ້​ບໍ. ຄໍາ​ຕອບ​ຂອງ​ລາວ​ນັ້ນ​ຊັດ​ເຈນ ແລະ ລຽບ​ງ່າຍ: “ບໍ່​ໄດ້, ຂອບ​ໃຈ.”

ຂ້າ​ພະ​ເຈົ້າ​ສັບ​ສົນ. ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ເຖິງ​ການ​ກະ​ຕຸ້ນ ແລະ ໄດ້​ເຮັດ​ຕາມ​ນັ້ນ. ເກືອບ​ຄິດ​ໄປ​ວ່າ​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ພາກ​ສ່ວນ​ຂອງ​ຕົວ​ເອງ​ແລ້ວ. ແຕ່​ຫລັງ​ຈາກ​ໄດ້​ອະ​ທິ​ຖານ ແລະ ໄຕ່​ຕອງ​ຄືນ, ຂ້າ​ພະ​ເຈົ້າ​ສາ​ມາດ​ເຫັນ​ໄດ້​ວ່າ​ເຈດ​ຕະ​ນາ​ຂອງ​ຂ້າ​ພະ​ເຈົ້າ​ນັ້ນ​ຖືກ​ຕ້ອງ, ແຕ່​ຂ້າ​ພະ​ເຈົ້າ​ເພິ່ງ​ພາ​ຕົວ​ເອງ​ຫລາຍ​ເກີນ​ໄປ ແລະ ເພິ່ງ​ອາ​ໄສ​ພຣະ​ຜູ້​ເປັນ​ເຈົ້າ​ໜ້ອຍ​ເກີນ​ໄປ.

ຕໍ່​ມາ ຂ້າ​ພະ​ເຈົ້າ​ໄດ້​ກັບ​ຄືນ​ໄປ​ອີກ ແຕ່​ມີ​ແນວ​ຄິດ​ທີ່​ແຕກ​ຕ່າງ. ຂ້າ​ພະ​ເຈົ້າ​ໄດ້​ໄປ​ແບບ​ໃນ​ຖາ​ນະ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເທົ່າ​ນັ້ນ, ໂດຍ​ບໍ່​ມີ​ຄວາມ​ປາດ​ຖະ​ໜາ​ຢ່າງ​ອື່ນ ນອກ​ຈາກ​ເຮັດ​ຕາມ​ພຣະ​ວິນ​ຍານ. ຮ່ວມ​ກັນ​ກັບ​ຄູ່​ທີ່​ຊື່​ສັດ​ຂອງ​ຂ້າ​ພະ​ເຈົ້າ, ເຈ​ຣອນ ຄາ​ດອນ, ພວກ​ເຮົາ​ໄດ້​ເຂົ້າ​ໄປ​ໃນ​ບ້ານ​ຂອງ ມັກ​ຄໍ​ມິກ.

ບໍ່​ດົນ​ຈາກ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ເຖິງ​ການ​ກະ​ຕຸ້ນ​ໃຫ້​ເຊື້ອ​ເຊີນ​ເຈ​ຣອນ​ໃຫ້​ຮ້ອງ​ເພງ “ເຮົາ​ຮູ້​ພຣະ​ຜູ້​ໄຖ່​ຊົງ​ພຣະ​ຊົນ.”21 ລາວ​ໄດ້​ເບິ່ງ​ຂ້າ​ພະ​ເຈົ້າ​ແບບ​ມີ​ຄຳ​ຖາມ, ແຕ່​ວ່າ​ມີ​ສັດ​ທາ​ໃນ​ສັດ​ທາ​ຂອງ​ຂ້າ​ພະ​ເຈົ້າ, ແລ້ວ​ລາວ​ກໍ​ໄດ້​ເຮັດ​ຕາມ. ໃນ​ຫ້ອງ​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ທີ່​ສວຍ​ງາມ. ການ​ກະ​ຕຸ້ນ​ໄດ້​ບອກ​ໃຫ້​ເຊື້ອ​ເຊີນ ແມ​ຣີ​ເຄ ແລະ ນາງ​ຄຣິດ​ສະ​ຕິນ ລູກ​ສາວ​ຂອງ​ເຂົາ​ເຈົ້າ, ໃຫ້​ແບ່ງ​ປັນ​ປະ​ຈັກ​ພະ​ຍານ. ຂະ​ນະ​ທີ່​ເຂົາ​ເຈົ້າ​ແບ່ງ​ປັນ​ຢູ່​ນັ້ນ, ກໍ​ຮູ້​ສຶກ​ໄດ້​ເຖິງ​ພຣະ​ວິນ​ຍານ​ອັນ​ແຮງ​ກ້າ. ຕາມ​ຈິງ​ແລ້ວ, ຫລັງ​ຈາກ​ປະ​ຈັກ​ພະ​ຍານ​ຂອງ​ນາງ​ຄຣິດ​ສະ​ຕິນ, ນ້ຳ​ຕາ​ກໍ​ໄດ້​ໄຫລ​ອາບ​ແກ້ມ​ຂອງ​ເຄນ.22

ພຣະ​ເຈົ້າ​ໄດ້​ຄອບ​ຄອງ​ແລ້ວ. ບໍ່​ແມ່ນ​ແຕ່​ຄວາມ​ປະ​ທັບ​ໃຈ​ເທົ່າ​ນັ້ນ​ທີ່​ໄດ້​ເກີດ​ຂຶ້ນ ແຕ່​ເປັນ​ການ​ປ່ຽນ​ແປງ​ຕະ​ຫລອດ​ໄປ. ຊາວ​ເອັດ​ປີ​ຂອງ​ການ​ທີ່​ຢູ່​ໃນ​ຄວາມ​ບໍ່​ເຊື່ອ​ໄດ້​ຖືກ​ລຶບ​ລ້າງ​ອອກ​ໄປ​ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ໜຶ່ງ​ອາ​ທິດ​ຈາກ​ນັ້ນ, ເຄນ​ກໍ​ໄດ້​ຮັບ​ບັບ​ຕິ​ສະ​ມາ. ໜຶ່ງ​ປີ​ຈາກ​ນັ້ນ, ເຄນ ແລະ ແມ​ຣີ​ເຄ ໄດ້​ຜະ​ນຶກ​ເຂົ້າ​ກັນ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ການ​ເວ​ລາ ແລະ ຊົ່ວ​ນິ​ລັນ​ດອນ.

ພວກ​ເຮົາ​ໄດ້​ມີ​ປະ​ສົບ​ການ​ຮ່ວມ​ກັນ​ວ່າ ການ​ໃຫ້​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ແທນ​ທີ່​ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ​ໝາຍ​ຄວາມ​ວ່າ​ແນວ​ໃດ, ແລະ ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ອົງ​ໄດ້​ເພີ່ມ​ຂຶ້ນ.

ໃຫ້​ພິ​ຈາ​ລະ​ນາ​ຄຳ​ຖາມ​ຫ້າ​ຫົກ​ຂໍ້​ທີ່​ໄດ້​ຕັ້ງ​ຂຶ້ນ​ໂດຍ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ​ຂະ​ນະ​ທີ່​ທ່ານ​ພະ​ຍາ​ຍາມ​ປີນ​ໄຕ່​ຂັ້ນ​ໄດ​ແຫ່ງ​ສັດ​ທາ​ວ່າ:

ເຮົາ​ໄດ້​ຖອດ​ຄວາມ​ທະ​ນົງ​ຕົວ​ອອກ​ແລ້ວ​ບໍ?23

ເຮົາ​ໄດ້​ໃຫ້​ບ່ອນ​ໃນ​ຫົວ​ໃຈ​ຂອງ​ເຮົາ​ສຳ​ລັບ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ແລ້ວ​ບໍ?24

ເຮົາ​ໄດ້​ຍິນ​ຍອມ​ໃຫ້​ຄວາມ​ທຸກ​ຂອງ​ເຮົາ​ໄວ້​ເພື່ອ​ປະ​ໂຫຍດ​ຂອງ​ເຮົາ​ເອງ​ແລ້ວ​ບໍ?25

ເຮົາ​ເຕັມ​ໃຈ​ທີ່​ຈະ​ໃຫ້​ຄວາມ​ປະ​ສົງ​ຂອງ​ຕົວ​ເອງ​ຖືກ​ກືນ​ລົງ​ໄປ​ໃນ​ພຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ​ແລ້ວ​ບໍ?26

ຖ້າ​ຫາກ​ເຮົາ​ຮູ້​ສຶກ​ຢາກ​ຮ້ອງ​ເພງ​ສັນ​ລະ​ເສີນ​ຄວາມ​ຮັກ​ທີ່​ໄຖ່, ເຮົາ​ສາ​ມາດ​ຮູ້​ສຶກ​ເຊັ່ນ​ນັ້ນ​ບໍ​ໃນ​ຂະ​ນະ​ນີ້?27

ເຮົາ​ໄດ້​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ​ແລ້ວ​ບໍ​ໃນ​ຊີ​ວິດ​ຂອງ​ເຮົາ?28

ຖ້າ​ວ່າ​ທ່ານ​ພົບ​ວ່າ​ເສັ້ນ​ທາງ​ປະ​ຈຸ​ບັນ​ຂອງ​ທ່ານ​ຂັດ​ແຍ້ງ​ກັບ​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແລ້ວ​ໃຫ້​ທ່ານ​ຈົ່ງ​ຊອກ​ຫາ​ຫົນ​ທາງ​ກັບ​ໄປ​ຫາ​ພຣະ​ອົງ. ຄວາມ​ສູງ​ສົ່ງ​ຂອງ​ທ່ານ ແລະ ລູກ​ຫລານ​ຂອງ​ທ່ານ​ແມ່ນ​ຂຶ້ນ​ຢູ່​ກັບ​ມັນ.

ຂໍ​ໃຫ້​ເຮົາ​ປູກ​ຝັງ​ເມັດ​ແຫ່ງ​ສັດ​ທາ​ໄວ້​ເລິກ​ລົງ​ໄປ​ໃນ​ໃຈ​ຂອງ​ເຮົາ. ຂໍ​ໃຫ້​ເຮົາ​ບຳ​ລຸງ​ລ້ຽງ​ເມັດ​ເຫລົ່າ​ນີ້​ຂະ​ນະ​ທີ່​ເຮົາ​ຜູກ​ມັດ​ຕົວ​ເອງ​ໄວ້​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໂດຍ​ການ​ໃຫ້​ກຽດ​ແກ່​ພັນ​ທະ​ສັນ​ຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ພຣະ​ອົງ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.