ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ສິດ​ສອນ​ການ​ກຸ້ມ​ຕົນ​ເອງ​ໃຫ້​ແກ່​ເດັກ ແລະ ຊາວ​ໜຸ່ມ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2022


ການ​ສິດ​ສອນ​ການ​ກຸ້ມ​ຕົນ​ເອງ​ໃຫ້​ແກ່​ເດັກ ແລະ ຊາວ​ໜຸ່ມ

ຂໍ​ໃຫ້​ເຮົາ​ເຮັດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ໂດຍ​ການ​ກຸ້ມ​ຕົນ​ເອງ​ຕະ​ຫລອດ​ຊົ່ວ​ຊີ​ວິດ​ຂອງ​ເຮົາ ແລະ ສິດ​ສອນ​ສິ່ງ​ນີ້​ໃຫ້​ກັບ​ລູກ​ຫລານ ແລະ ຊາວ​ໜຸ່ມ​ຂອງ​ເຮົາ.

ຂ້າ​ພະ​ເຈົ້າ​ຈະ​ເວົ້າ​ກ່ຽວ​ກັບ​ການ​ກຸ້ມ​ຕົນ​ເອງ ແລະ ວິ​ທີ​ສິດ​ສອນ​ມັນ​ໃຫ້​ແກ່​ເດັກ ແລະ ຊາວ​ໜຸ່ມ. ການ​ກຸ້ມ​ຕົນ​ເອງ​ອາດ​ຈະ​ຖືກ​ເບິ່ງ​ວ່າ​ເປັນ​ເລື່ອງ​ຂອງ​ຜູ້​ໃຫຍ່. ຂ້າ​ພະ​ເຈົ້າ​ໄດ້​ມາ​ຮູ້​ຈັກ​ແລ້ວ​ວ່າ​ຜູ້​ໃຫຍ່​ສາ​ມາດ​ຢູ່​ໃນ​ເສັ້ນ​ທາງ​ໄປ​ຫາ​ການ​ກຸ້ມ​ຕົນ​ເອງ​ທີ່​ດີ​ທີ່​ສຸດ​ໄດ້​ກໍ​ຕໍ່​ເມື່ອ​ເຂົາ​ເຈົ້າ​ໄດ້​ຖືກ​ສິດ​ສອນ​ເຖິງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ໄດ້​ປະ​ຕິ​ບັດ​ຕາມ​​ຄຳ​ສອນ ແລະ ຫລັກ​ທຳ​ໃນ​ບ້ານ​ຕັ້ງ​ແຕ່​ຍັງ​ເປັນ​ເດັກ ແລະ ຈົນ​ກາຍ​ເປັນ​ຊາວ​ໜຸ່ມ.

ພາບ​ປະ​ກອບ​ທີ່​ດີ​ທີ່​ສຸດ​ຄື​ຕົວ​ຢ່າງ​ໃນ​ຊີ​ວິດ​ຈິງ. ວິວ​ຝຣີດ ​ວາ​ນີ, ພ້ອມ​ດ້ວຍ​ອ້າຍ​ເອື້ອຍ​ນ້ອງ​ອີກ​ເຈັດ​ຄົນ, ແລະ ແມ່​ຂອງ​ລາວ​ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ໃນ​ເມືອງ​ອາ​ບິ​ຈານ, ປະ​ເທດ​ໄອ​ໂວ​ຣີ ໂຄສ໌, ຕອນ​ທີ່​ລາວ​ອາ​ຍຸ​ໄດ້​ຫົກ​ປີ. ລາວ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ຕອນ​ອາ​ຍຸ​ແປດ​ປີ. ພໍ່​ຂອງ​ລາວ, ຜູ້​ທີ່​ເປັນ​ເສົາ​ຫລັກ​ໃນ​ການ​ຈັດ​ຫາ​ໃຫ້​ຄອບ​ຄົວ, ໄດ້​ເສຍ​ຊີ​ວິດ​ໃນ​ຕອນ​ທີ່​ວິວ​ຝຣີດ​ອາ​ຍຸ​ໄດ້​ສິບ​ເອັດ​ປີ.

ເຖິງ​ແມ່ນ​ວ່າ​ຈະ​ໂສກ​ເສົ້າ​ກັບ​ສະ​ຖາ​ນະ​ການ​ໃນ​ຄອບ​ຄົວ, ວິວ​ຝຣີດ​ໄດ້​ຕັດ​ສິນ​ໃຈ​ຮຽນ​ຕໍ່, ດ້ວຍ​ກຳ​ລັງ​ໃຈ​ຈາກ​ແມ່​ຂອງ​ລາວ ແລະ ດ້ວຍ​ການ​ສະ​ໜັບ​ສະ​ໜູນ​ຈາກ​ສາດ​ສະ​ໜາ​ຈັກ. ລາວ​ໄດ້​ຮຽນ​ຈົບ​ຊັ້ນ​ມັດ​ທະ​ຍົມ​ຕົ້ນ ແລະ ໄດ້​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ​ໃນ​ເຂດ​ເຜີຍ​ແຜ່ ກາ​ນາ ເຄບ ໂຄສ໌, ບ່ອນ​ທີ່​ລາວ​ໄດ້​ຮຽນ​ພາ​ສາ​ອັງ​ກິດ. ຫລັງ​ຈາກ​ການ​ເຜີຍ​ແຜ່​ຂອງ​ລາວ, ລາວ​ໄດ້​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ ແລະ ໄດ້​ຮັບ​ປະ​ລິນ​ຍາ​ໃນ​ສາ​ຂາ​ບັນ​ຊີ ແລະ ການ​ເງິນ. ເຖິງ​ແມ່ນ​ວ່າ​ມັນ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ໄດ້​ວຽກ​ເຮັດ​ງານ​ທຳ​ໃນ​ສາ​ຂາ​ນີ້, ແຕ່​ລາວ​ໄດ້​ພົບ​ວຽກ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ ແລະ ການ​ບໍ​ລິ​ການ.

ລາວ​ໄດ້​ເລີ່ມ​ຈາກ​ການ​ເປັນ​ພະ​ນັກ​ງານ​ເສີບ​ໃນ​ໂຮງ​ແຮມ​ຫ້າ​ດາວ, ແຕ່​ຄວາມ​ປາດ​ຖະ​ໜາ​ອັນ​ແຮງ​ກ້າ​ຂອງ​ລາວ​ໃນ​ການ​ພັດ​ທະ​ນາ​ໄດ້​ຜັກ​ດັນ​ໃຫ້​ລາວ​ຮຽນ​ຮູ້​ເພີ່ມ​ເຕີມ​ຈົນ​ລາວ​ກາຍ​ເປັນ​ພະ​ນັກ​ງານ​ຕ້ອນ​ຮັບ​ສອງ​ພາ​ສາ​ຢູ່​ທີ່​ນັ້ນ. ເມື່ອ​ໂຮງ​ແຮມ​ໃໝ່​ເປີດ, ລາວ​ໄດ້​ຖືກ​ຈ້າງ​ໃຫ້​ເປັນ​ຜູ້​ກວດ​ສອບ​ບັນ​ຊີ​ກາງ​ຄືນ. ຕໍ່​ມາ, ລາວ​ໄດ້​ລົງ​ທະ​ບຽນ​ຮຽນ​ໃນ BYU–Pathway Worldwide ແລະ ປະ​ຈຸ​ບັນ​ກຳ​ລັງ​ສຶກ​ສາ​ໃນ​ຫລັກ​ສູດ​ເພື່ອ​ຮັບ​ໃບ​ປະ​ກາດ​ໃນ​ສາ​ຂາ​ການ​ຈັດ​ການ​ຕ້ອນ​ຮັບ ແລະ ການ​ທ່ອງ​ທ່ຽວ. ຄວາມ​ປາດ​ຖະ​ໜາ​ຂອງ​ລາວ​ແມ່ນ​ຈັກ​ມື້​ໜຶ່ງ​ຈະ​ໄດ້​ເປັນ​ຜູ້​ຈັດ​ການ​ໂຮງ​ແຮມ​ລະ​ດັບ​ສູງ. ວິວ​ຝຣີດ​ສາ​ມາດ​ຫາ​ລ້ຽງ​ຄູ່​ນິ​ລັນ​ດອນ​ຂອງ​ລາວ ແລະ ລູກໆ​ອີກ​ສອງ​ຄົນ, ພ້ອມ​ທັງ​ຊ່ວຍ​ເຫລືອ​ແມ່​ຂອງ​ລາວ ແລະ ນ້ອງໆ​ຂອງ​ລາວ​ນຳ​ອີກ. ປະ​ຈຸ​ບັນ​ລາວ​ໄດ້​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ໃນ​ຖາ​ນະ​ສະ​ມາ​ຊິກ​ສະ​ພາ​ສູງ​ຂອງ​ສະ​ເຕກ.

ການ​ກຸ້ມ​ຕົນ​ເອງ ໝາຍ​ເຖິງ “ຄວາມ​ສາ​ມາດ, ຄວາມ​ຕັ້ງ​ໃຈ, ແລະ ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ຈັດ​ຫາ​ສິ່ງ​ຈຳ​ເປັນ​ທາງ​ໂລກ ແລະ ທາງ​ວິນ​ຍານ​ໃຫ້​ຕົວ​ເອງ ແລະ ຄອບ​ຄົວ.”1 ການ​ມຸ່ງ​ໝັ້ນ​ໃຫ້​ກຸ້ມ​ຕົນ​ເອງ​ເປັນ​ສ່ວນ​ໜຶ່ງ​ຂອງ​ວຽກ​ງານ​ຂອງ​ເຮົາ​ຕາມ​ເສັ້ນ​ທາງ​ພັນ​ທະ​ສັນ​ຍາ​ທີ່​ນຳ​ເຮົາ​ກັບ​ຄືນ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ. ມັນ​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ຜູກ​ມັດ​ເຂົ້າ​ກັບ​ພຣະ​ອົງ​ຢ່າງ​ມີ​ຄວາມ​ສຸກ​ຜ່ານ​ທາງ​ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ. ການ​ກຸ້ມ​ຕົນ​ເອງ​ເປັນ​ຄຳ​ສອນ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ບໍ່​ແມ່ນ​ໂຄງ​ການ. ມັນ​ເປັນ​ຂະ​ບວນ​ການ​ທີ່​ຄົງ​ຢູ່​ຕະ​ຫລອດ​ຊີ​ວິດ, ບໍ່​ແມ່ນ​ເຫດ​ການ​ໃດ​ໜຶ່ງ.

ເຮົາ​ກາຍ​ເປັນ​ຄົນ​ກຸ້ມ​ຕົນ​ເອງ​ຕະ​ຫລອດ​ຊີ​ວິດ​ຂອງ​ເຮົາ​ໄດ້ ໂດຍ​ການ​ເຕີບ​ໃຫຍ່​ໃນ​ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ, ປັບ​ປຸງ​ສຸ​ຂະ​ພາບ​ຮ່າງ​ກາຍ ແລະ ຈິດ​ໃຈ​ຂອງ​ເຮົາ, ສະ​ແຫວງ​ຫາ​ການ​ສຶກ​ສາ ແລະ ການ​ງານ​ຂອງ​ເຮົາ, ແລະ ການ​ກຽມ​ພ້ອມ​ທາງ​ໂລກ.2 ວຽກ​ງານ​ນີ້​ເຄີຍ​ສຳ​ເລັດ​ໃນ​ຊ່ວງ​ການ​ມີ​ຊີ​ວິດ​ຂອງ​ເຮົາ​ບໍ? ບໍ່​ເລີຍ, ມັນ​ເປັນ​ຂະ​ບວນ​ການ​ຕະ​ຫລອດ​ຊີ​ວິດ​ຂອງ​ການ​ຮຽນ​ຮູ້, ເຕີບ​ໃຫຍ່, ແລະ ເຮັດ​ວຽກ. ມັນ​ບໍ່​ເຄີຍ​ສິ້ນ​ສຸດ; ມັນ​ເປັນ​ຂະ​ບວນ​ການ​ປະ​ຈຳ​ວັນ, ຢ່າງ​ຕໍ່​ເນື່ອງ.

ເຮົາ​ສາ​ມາດ​ສິດ​ສອນ​ຄຳ​ສອນ ແລະ ຫລັກ​ທຳ​ແຫ່ງ​ການ​ກຸ້ມ​ຕົນ​ເອງ​ໃຫ້​ກັບ​ເດັກ ແລະ ຊາວ​ໜຸ່ມ​ຂອງ​ເຮົາ​ແນວ​ໃດ? ວີ​ທີ​ທາງ​ໜຶ່ງ​ທີ່​ສຳ​ຄັນ​ແມ່ນ​ການ​ນຳ​ໃຊ້​ໂຄງ​ການ​ເດັກ ແລະ ຊາວ​ໜຸ່ມ ເປັນ​ປະ​ຈຳ. ພໍ່​ແມ່ ແລະ ລູກໆ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ມີ​ສ່ວນ​ຮ່ວມ​ໃນ​ການ​ຮັບ​ໃຊ້ ແລະ ກິດ​ຈະ​ກຳ​ຕ່າງໆ, ແລະ ເຮັດ​ວຽກ​ຮ່ວມ​ກັນ​ໃນ​ການ​ພັດ​ທະ​ນາ​ຕົນ​ເອງ​ໃນ​ສີ່​ດ້ານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ສຳ​ລັບ​ເດັກ​ແຕ່​ລະ​ຄົນ. ມັນ​ບໍ່​ແມ່ນ​ໂຄງ​ການ​ທີ່​ກຳ​ນົດ​ໄວ້​ແບບ​ດຽວ​ກັນ​ສຳ​ລັບ​ທຸກ​ຄົນ​ອີກ​ຕໍ່​ໄປ.

Children’s Guidebook ກ່າວ​ວ່າ: “ໃນ​ຕອນ​ທີ່​ພຣະ​ເຢ​ຊູ​ອາ​ຍຸ​ເທົ່າ​ກັບ​ເຈົ້າ, ພຣະ​ອົງ​ໄດ້​ຮຽນ​ຮູ້ ແລະ ເຕີບ​ໃຫຍ່. ເຈົ້າ​ກໍ​ກຳ​ລັງ​ຮຽນ​ຮູ້ ແລະ ເຕີບ​ໃຫຍ່​ເຊັ່ນ​ກັນ. ພຣະ​ຄຳ​ພີ​ກ່າວ​ວ່າ: ‘ພຣະ​ເຢ​ຊູ​ໄດ້​ຈະ​ເລີນ​ເຕີບ​ໃຫຍ່​ຂຶ້ນ​ໃນ​ດ້ານ​ສະ​ຕິ​ປັນ​ຍາ ແລະ ດ້ານ​ຮ່າງ​ກາຍ, ແລະ ເປັນ​ທີ່​ຊອບ​ໃຈ​ທັງ​ພຣະ​ເຈົ້າ ແລະ ມະ​ນຸດ’ (ລູ​ກາ 2:52).”3 ຂໍ້​ພຣະ​ຄຳ​ພີ​ນີ້​ໝາຍ​ເຖິງ​ການ​ເຕີບ​ໃຫຍ່ ແລະ ການ​ຮຽນ​ຮູ້​ໃນ​ດ້ານ​ທາງ​ວິນ​ຍານ, ເປັນ​ທີ່​ໂປດ​ປານ​ກັບ​ພຣະ​ເຈົ້າ, ດ້ານ​ສັງ​ຄົມ, ເປັນ​ທີ່​ໂປດ​ປານ​ກັບ​ມະ​ນຸດ, ດ້ານ​ຮ່າງ​ກາຍ, ຈະ​ເລີນ​ເຕີບ​ໃຫຍ່, ແລະ ດ້ານ​ສະ​ຕິ​ປັນ​ຍາ, ມີ​ຄວາມ​ສະ​ຫລາດ​ຫລັກ​ແຫລມ. ການ​ພັດ​ທະ​ນາ​ເຫລົ່າ​ນີ້​ກ່ຽວ​ຂ້ອງ​ກັບ​ເຮົາ​ທຸກ​ຄົນ, ບໍ່​ວ່າ​ເຮົາ​ຈະ​ມີ​ອາ​ຍຸ​ນ້ອຍ​ຫລາຍ​ເທົ່າ​ໃດ. ເຮົາ​ສິດ​ສອນ​ເຂົາ​ເຈົ້າ​ເມື່ອ​ໃດ? ໃນ ພຣະ​ບັນ​ຍັດ​ສອງ 6:6–7 ເຮົາ​ອ່ານ​ວ່າ:

“ຢ່າ​ລືມ​ຂໍ້​ຄຳ​ສັ່ງ, ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ໃຫ້​ພວກ​ເຈົ້າ​ໃນ​ວັນ​ນີ້, ຈັກ​ເທື່ອ:

“ຈົ່ງ​ສັ່ງ​ສອນ​ລູກ​ຫລານ​ຂອງ​ພວກ​ເຈົ້າ​ໃຫ້​ຮຽນ​ຮູ້​ເອົາ, ໃຫ້​ພວກ​ເຈົ້າ​ເວົ້າ​ຫລຳ​ໄປ​ຫລຳ​ມາ, ບໍ່​ວ່າ​ເມື່ອ​ຢູ່​ໃນ​ເຮືອນ ຫລື ທຽວ​ທາງ​ກໍ​ດີ, ເມື່ອ​ພັກ​ຜ່ອນ, ຫລື ເຮັດ​ວຽກ​ກໍ​ດີ.”

ເຮົາ​ສິດ​ສອນ​ສິ່ງ​ເຫລົ່າ​ນີ້​ໃຫ້​ກັບ​ເດັກ​ນ້ອຍ​ໂດຍ​ການ​ເປັນ​ຕົວ​ຢ່າງ​ທີ່​ດີ, ໂດຍ​ການ​ເຮັດ​ວຽກ ແລະ ການ​ຮັບ​ໃຊ້​ຮ່ວມ​ກັບ​ພວກ​ເຂົາ, ສຶກ​ສາ​ພຣະ​ຄຳ​ພີ, ແລະ ເຮັດ​ຕາມ​ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ດັ່ງ​ທີ່​ໄດ້​ສິດ​ສອນ​ໂດຍ​ສາດ​ສະ​ດາ.

ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ໄປ​ແລ້ວ​ໃນ​ໂຄງ​ການ​ເດັກ ແລະ ຊາວ​ໜຸ່ມ, ເດັກ​ນ້ອຍ​ຈະ​ເລືອກ​ເປົ້າ​ໝາຍ​ທີ່​ແຕກ​ຕ່າງ​ກັນ​ໃນ​ແຕ່​ລະ​ດ້ານ​ຂອງ​ການ​ພັດ​ທະ​ນາ​ທັງ​ສີ່​ດ້ານ. ມັນ​ສຳ​ຄັນ​ທີ່​ເຂົາ​ເຈົ້າ​ຈະ​ສ້າງ​ເປົ້າ​ໝາຍ​ຂອງ​ແຕ່​ລະ​ດ້ານ​ດ້ວຍ​ຕົວ​ຂອງ​ເຂົາ​ເອງ. ພໍ່​ແມ່ ແລະ ຜູ້​ນຳ​ສາ​ມາດ​ສິດ​ສອນ, ໃຫ້​ຄຳ​ປຶກ​ສາ, ແລະ ສະ​ໜັບ​ສະ​ໜູນ.

ຍົກ​ຕົວ​ຢ່າງ, ມິ​ຣານ​ດາ ຫລານ​ສາວ​ຂອງ​ພວກ​ເຮົາ​ມີ​ແຮງ​ຈູງ​ໃຈ​ຫລາຍ​ໃນ​ການ​ເຕີບ​ໃຫຍ່​ທາງ​ວິນ​ຍານ​ໂດຍ​ການ​ເຂົ້າ​ຮ່ວມ​ຫ້ອງ​ຮຽນ​ສາດ​ສະ​ໜາ​ແຕ່​ເຊົ້າໆ​ຂອງ​ທຸກ​ມື້. ລາວ​ໄດ້​ເລີ່ມ​ສົນ​ໃຈ​ໂດຍ​ການ​ໄດ້​ຍິນ​ຄວາມ​ຄິດ​ເຫັນ​ຕ່າງໆ​ໃນ​ທາງ​ບວກ​ຈາກ​ນັກ​ຮຽນ​ຄົນ​ອື່ນໆ​ໃນ​ຫ້ອງ​ຮຽນ​ສາດ​ສະ​ໜາ​ໃນ​ຫວອດ​ຂອງ​ລາວ. ແມ່​ຂອງ​ລາວ​ບໍ່​ຈຳ​ເປັນ​ຕ້ອງ​ໄດ້​ປຸກ​ລາວ​ໃຫ້​ຕື່ນ​ມາ​ຮຽນ. ດ້ວຍ​ຕົວ​ລາວ​ເອງ, ລາວ​ຕື່ນ​ຂຶ້ນ​ມາ ແລະ ເຂົ້າ​ຮຽນ​ໂດຍ​ຜ່ານ​ການ​ປະ​ຊຸມ​ທາງ​ວິ​ດີ​ໂອ ໃນ​ເວ​ລາ 6:20 ຂອງ​ຕອນ​ເຊົ້າ ຍ້ອນ​ລາວ​ໄດ້​ພັດ​ທະ​ນາ​ນິ​ໄສ​ທີ່​ດີ ທີ່​ຊ່ວຍ​ໃຫ້​ລາວ​ເຮັດ​ແບບ​ນັ້ນ​ໄດ້. ບໍ່​ດົນ​ມາ​ນີ້​ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ ຕອນ​ນີ້​ມິ​ຣານ​ດາ​ເວົ້າ​ຫລາຍ​ຂຶ້ນ​ເມື່ອ​ລາວ​ໄດ້​ມາ​ຢ້ຽມ​ຢາມ​ພວກ​ເພິ່ນ, ເນື່ອງ​ຈາກ​ວ່າ​ລາວ​ໄດ້​ມີ​ຄວາມ​ໝັ້ນ​ໃຈ​ໃນ​ຕົວ​ເອງ​ຫລາຍ​ຂຶ້ນ. ສິ່ງ​ເຫລົ່າ​ນີ້​ເປັນ​ບົດ​ຮຽນ​ສຳ​ລັບ​ຊີ​ວິດ ແລະ ການ​ເຕີບ​ໃຫຍ່​ທີ່​ເຫັນ​ຜົນ​ໄດ້​ຢ່າງ​ຊັດ​ເຈນ.

ພໍ່​ແມ່, ພໍ່​ຕູ້​ແມ່​ຕູ້, ຜູ້​ນຳ, ແລະ ໝູ່​ເພື່ອນ​ໄດ້​ຊ່ວຍ​ໃນ​ການ​ເຕີບ​ໃຫຍ່ ແລະ ການ​ພັດ​ທະ​ນາ​ສຳ​ລັບ​ເດັກ. ອ້າຍ​ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຢ່າງ​ເຕັມ​ທີ່, ພ້ອມ​ກັບ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ ແລະ ຜູ້​ນຳ​ອົງ​ການ​ຕ່າງໆ​ຂອງ​ຫວອດ, ຈະ​ໃຫ້​ການ​ສະ​ໜັບ​ສະ​ໜູນ. “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ” ກ່າວ​ວ່າ “ໃນ​ແຜນ​ຂອງ​ພຣະ​ເຈົ້າ​ນັ້ນ​ແມ່ນ​ວ່າ, ພໍ່​ຈະ​ເປັນ​ຜູ້​ນຳ​ພາ​ຄອບ​ຄົວ​ຂອງ​ຕົນ​ດ້ວຍ​ຄວາມ​ຮັກ ແລະ ດ້ວຍ​ຄວາມ​ຊອບ​ທຳ ແລະ ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຈະ​ຈັດ​ຫາ​ສິ່ງ​ທີ່​ຈຳ​ເປັນ​ຕ່າງໆ ແລະ ປົກ​ປັກ​ຮັກ​ສາ​ຄອບ​ຄົວ​ຂອງ​ຕົນ. ຜູ້​ເປັນ​ແມ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕົ້ນ​ຕໍ​ທີ່​ຈະ​ລ້ຽງ​ດູ​ລູກ​ເຕົ້າ​ຂອງ​ຕົນ. ໃນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ອັນ​ສັກ​ສິດ​ນີ້, ພໍ່​ແມ່​ຕ້ອງ​ໄດ້​ຊ່ວຍ​ກັນ​ແລະ​ກັນ ແລະ ເປັນ​ຫຸ້ນ​ສ່ວນ​ທີ່​ເທົ່າ​ທຽມ​ກັນ. … ຍາດ​ຕິ​ພີ່​ນ້ອງ​ຄວນ​ຊ່ວຍ​ເຫລືອ​ກັນ​ໃນ​ຍາມ​ຂັດ​ສົນ.”4 ໃນ​ແຖວ​ສຸດ​ທ້າຍ​ນັ້ນ​ໝາຍ​ເຖິງ​ພໍ່​ຕູ້​ແມ່​ຕູ້, ແລະ ຄົນ​ອື່ນໆ.

ຂະ​ນະ​ທີ່​ພວກ​ເຮົາ​ຮັບ​ໃຊ້​ຢູ່​ອາ​ຟຣິ​ກາ​ຕາ​ເວັນ​ຕົກ, ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ, ນູ​ເຣຍ, ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຢ່າງ​ດີ​ເລີດ​ຕໍ່​ຄອບ​ຄົວ ແລະ ລູກ​ຫລານ​ຂອງ​ພວກ​ເຮົາ​ທີ່​ຢູ່​ຫ່າງ​ໄກ ແລະ ຕິດ​ຕໍ່​ຫາ​ເຂົາ​ເຈົ້າ​ເປັນ​ປະ​ຈຳ. ລາວ​ເຮັດ​ແບບ​ນີ້​ໄດ້​ໂດຍ​ການ​ນຳ​ໃຊ້​ເທັກ​ໂນ​ໂລ​ຈີ. ລາວ​ອ່ານ​ປຶ້ມ​ໃຫ້​ຫລານ​ນ້ອຍ​ຟັງ. ລາວ​ໄດ້​ສິດ​ສອນ​ຫລານ​ສາວ​ຜູ້​ໃຫຍ່​ໃນ​ຫົວ​ຂໍ້​ເຊັ່ນ​ເລື່ອງ​ລາວ​ຂອງ​ຄອບ​ຄົວ​ພວກ​ເຮົາ, ເລື່ອງ​ວິ​ທະ​ຍາ​ສາດ, ປະ​ຫວັດ​ສາດ​ຂອງ ເປີ​ໂຕ ຣິ​ໂກ, ຫລັກ​ແຫ່ງ​ຄວາມ​ເຊື່ອ, ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ໄລ​ຍະ​ທາງ​ໃນ​ປະ​ຈຸ​ບັນ​ນີ້​ບໍ່​ໄດ້​ຈຳ​ກັດ​ການ​ຕິດ​ຕໍ່, ການ​ເປັນ​ພາກ​ສ່ວນ, ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່, ແລະ ການ​ສິດ​ສອນ​ລູກ​ຫລານ​ລຸ້ນ​ໃໝ່​ຂອງ​ຄອບ​ຄົວ​ພວກ​ເຮົາ. ຂ້າ​ພະ​ເຈົ້າ​ກໍ​ໄດ້​ເຂົ້າ​ຮ່ວມ​ກັບ​ນູ​ເຣຍ​ເທົ່າ​ທີ່​ຂ້າ​ພະ​ເຈົ້າ​ເຮັດ​ໄດ້​ເຊັ່ນ​ກັນ ເພື່ອ​ສິດ​ສອນ​ຫລານໆ​ທີ່​ລ້ຳ​ຄ່າ​ຂອງ​ພວກ​ເຮົາ, ຮັກ​ພວກ​ເຂົາ, ແລະ ຕາມ​ໃຈ​ພວກ​ເຂົາ ແລະ ເຮັດ​ໃຫ້​ພວກ​ເຂົາ​ຫົວ.

ທ່ານ​ຄວນ​ສັງ​ເກດ​ການ​ດົນ​ໃຈ​ທີ່​ຄ້າຍ​ຄື​ກັນ​ລະ​ຫວ່າງ​ໂຄງ​ການ​ເດັກ ແລະ ຊາວ​ໜຸ່ມ ແລະ ການ​ສ້າງ​ການ​ກຸ້ມ​ຕົນ​ເອງ. ການ​ພັດ​ທະ​ນາ​ທັງ​ສີ່​ດ້ານ​ໃນ​ແຕ່​ລະ​ດ້ານ​ແມ່ນ​ຄ້າຍ​ຄື​ກັນ​ຫລາຍ. ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ​ໃນ​ການ​ກຸ້ມ​ຕົນ​ເອງ​ແມ່ນ​ກ່ຽວ​ພັນ​ກັບ​ທາງ​ວິນ​ຍານ​ໃນ​ເດັກ ແລະ ຊາວ​ໜຸ່ມ. ສຸ​ຂະ​ພາບ​ຮ່າງ​ກາຍ ແລະ ຈິດ​ໃຈ​ໃນ​ການ​ກຸ້ມ​ຕົນ​ເອງ​ເຊື່ອມ​ຕໍ່​ເຂົ້າ​ກັບ​ທາງ​ຮ່າງ​ກາຍ ແລະ ສັງ​ຄົມ​ໃນ​ເດັກ ແລະ ຊາວ​ໜຸ່ມ. ການ​ສຶກ​ສາ, ການ​ງານ, ແລະ ການ​ກຽມ​ພ້ອມ​ທາງ​ໂລກ ໃນ​ການ​ກຸ້ມ​ຕົນ​ເອງ ແມ່ນ​ຄ້າຍ​ຄື​ກັນ​ກັບ​ສະ​ຕິ​ປັນ​ຍາ​ໃນ​ໂຄງ​ການ​ເດັກ ແລະ ຊາວ​ໜຸ່ມ.

ສຸດ​ທ້າຍ​ນີ້, ຂໍ​ໃຫ້​ເຮົາ​ເຮັດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ໂດຍ​ການ​ກຸ້ມ​ຕົນ​ເອງ​ຕະ​ຫລອດ​ຊົ່ວ​ຊີ​ວິດ​ຂອງ​ເຮົາ, ແລະ ສິດ​ສອນ​ສິ່ງ​ນີ້​ໃຫ້​ກັບ​ລູກ​ຫລານ ແລະ ຊາວ​ໜຸ່ມ​ຂອງ​ເຮົາ. ເຮົາ​ສາ​ມາດ​ເຮັດ​ໄດ້​ດີ​ທີ່​ສຸດ​ໂດຍ

  1. ການ​ເປັນ​ຕົວ​ຢ່າງ​ທີ່​ດີ​ໃນ​ການ​ຮັບ​ໃຊ້​ຄົນ​ອື່ນ,

  2. ການ​ດຳ​ລົງ​ຊີ​ວິດ ແລະ ສິດ​ສອນ​ຄຳ​ສອນ ແລະ ຫລັກ​ທຳ​ແຫ່ງ​ການ​ກຸ້ມ​ຕົນ​ເອງ, ແລະ

  3. ການ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ເພື່ອ​ສ້າງ​ການ​ກຸ້ມ​ຕົນ​ເອງ ຊຶ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 104:15–16 ກ່າວ​ວ່າ:

“ມັນ​ເປັນ​ຈຸດ​ປະ​ສົງ​ຂອງ​ເຮົາ​ທີ່​ຈະ​ຈັດ​ຫາ​ໃຫ້​ໄພ່​ພົນ​ຂອງ​ເຮົາ, ເພາະ​ທຸກ​ສິ່ງ​ທັງ​ປວງ​ເປັນ​ຂອງ​ເຮົາ.

“ແຕ່​ມັນ​ຕ້ອງ​ເປັນ​ໄປ​ໃນ​ວິ​ທີ​ທາງ​ຂອງ​ເຮົາ​ເອງ; ແລະ ຈົ່ງ​ເບິ່ງ ນີ້​ຄື​ວິ​ທີ​ທາງ​ທີ່​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ອອກ​ຄຳ​ສັ່ງ​ໃຫ້​ຈັດ​ຫາ​ໃຫ້​ໄພ່​ພົນ​ຂອງ​ເຮົາ, ເພື່ອ​ຄົນ​ຍາກ​ຈົນ​ຈະ​ຖືກ​ຍົກ​ຂຶ້ນ​ສູງ, ໃນ​ການ​ນັ້ນ​ຄົນ​ຮັ່ງ​ມີ​ຈະ​ຖືກ​ເຮັດ​ໃຫ້​ຕ່ຳ​ລົງ.”

ນີ້​ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ. ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ເປັນ​ພອນ​ໃຫ້​ກັບ​ຄອບ​ຄົວ​ຢູ່​ເທິງ​ໂລກ​ນີ້ ແລະ ຕະ​ຫລອດ​ຊົ່ວ​ນິ​ລັນ​ດອນ. ມັນ​ຊ່ວຍ​ໃນ​ການ​ນຳ​ທາງ​ເຮົາ​ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ໃຫ້​ກາຍ​ເປັນ​ຄອບ​ຄົວ​ນິ​ລັນ​ດອນ. ຂ້າ​ພະ​ເຈົ້າ​ຮູ້​ວ່າ​ນີ້​ເປັນ​ຄວາມ​ຈິງ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.